ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄວາມເຫງົາຂອງຜູ້ຊາຍ ໃນອອສເຕຣເລັຍ.
ຄວາມເຫງົາໃນບັນດາຜູ້ຊາຍ ຖືກອະທິບາຍວ່າເປັນ "ວິກິດ" ໃນອອສເຕຣເລັຍ, ແລະເບິ່ງຄືວ່າກໍາລັງເພີ່ມຂຶ້ນ.
ຄວາມໂດດດ່ຽວທາງສັງຄົມນີ້ ບໍ່ພຽງແຕ່ທໍາລາຍສຸຂະພາບຈິດ ແລະ ສວັດດີພາບຂອງຜູ້ຊາຍເທົ່ານັ້ນ, ແຕ່ມັນຍັງເຮັດໃຫ້ເສດຖະກິດ ຂອງອອສເຕຣເລັຍ ຕ້ອງສູນເສັຍເງິນ ຫລາຍພັນລ້ານໂດລານໍາອີກ.
ການສຶກສາຄົ້ນຄວ້າອອສເຕຣເລັຍເມື່ອບໍ່ດົນມານີ້ ສາມາດໃຫ້ຄໍາຕອບວ່າ ເປັນຫຍັງຜູ້ຊາຍຈຶ່ງເບິ່ງຄືວ່າ ກໍາລັງດີ້ນລົນກັບຄວາມເຫງົາຫຼາຍຂຶ້ນ.
Cameron Carr ມີລາຍລະອຽດ:
Mark Burns ພໍ່ລູກສອງ ໃຊ້ຊີວິດຢູ່ກັບຄວາມເບື່ອໜ່າຍ ເຊັ່ນດຽວກັບຊາວອອສເຕຣເລັຍຫຼາຍຄົນ. ພັກຜ່ອນດ້ວຍການດື່ມ ແລະເບິ່ງທີວີ ຫລັງຈາກທໍາງານ ແລະຊີວິດຄອບຄົວໝົດມື້.
ແຕ່ຫຼັງຈາກນັ້ນບໍ່ດົນ ມັນກໍກາຍເປັນນິດສັຍທີ່ບໍ່ດີບາງຢ່າງ.
''ຂ້າພະເຈົ້າ ພຽງແຕ່ຢາກພະຍາຍາມເຮັດຫຼາຍໂພດ ໃນເວລາອັນສັ້ນ ແລະໄດ້ຕັດສິນໃຈວ່າ ເມື່ອເຖິງເວລາ 11 ໂມງໃນຄືນຂອງວັນອັງຄານ ຫລັງຈາກເຮັດທຸກຢ່າງແລ້ວໆ, ຂ້າພະເຈົ້າສົມຄວນທີ່ ຈະໄດ້ຮັບເຫລົ້າວາຍແດງ ແລະເບິ່ງ Netflix ຈົນເຖິງຫນຶ່ງໂມງເຊົ້າ, ໃຫ້ເວລາຕົວເອງນອນຫ້າຊົ່ວໂມງ ແລະເຮັດທຸກສິ່ງອີກໃນມື້ຕໍ່ໄປ. ສະນັ້ນ ບໍ່ໄດ້ທຳຮ້າຍຜູ້ໃດ, ຊຶ່ງຂ້າພະເຈົ້າໄດ້ບອກຕົວເອງ. ຍົກເວັ້ນແຕ່ຕົວຂ້າພະເຈົ້າເອງແທ້ໆ.'
ໂດຍທີ່ໄດ້ຮັບການຊຸກຍູ້, Mr Burns ໄດ້ຕັດສິນໃຈທີ່ຈະປ່ຽນແປງ.
"ຂ້າພະເຈົ້າ ໄດ້ເລີ່ມຍ່າງໃນຕອນເຊົ້າ ຕາມຄໍາແນະນໍາຂອງ Beck ເມັຍທີ່ຫນ້າຮັກຂອງຂ້າພະເຈົ້າ ເພື່ອເລີ່ມຕົ້ນມື້ໃຫມ່ທີ່ດີ."
ການຍ່າງເປັນປະຈໍາຂອງ Mr Burns ໄດ້ກາຍເປັນການເຄື່ອນໄຫວລະດັບຊາດ ສໍາລັບຜູ້ຊາຍ ທີ່ສແວງຫາການປ່ຽນແປງວິຖີຊີວິດ ແລະການເຊື່ອມຕໍ່ທາງສັງຄົມ; ກຸ່ມທີ່ເອີ້ນວ່າ The Man Walk.
The Man Walk ຄາດວ່າ ມີຜູ້ຊາຍປະມານ 136,656 ຄົນໃນ 83 ສະຖານທີ່ ໄດ້ມາເຕົ້າໂຮມກັນ ເພື່ອເວົ້າລົມ ແລະຍ່າງໃນໄລຍະເຈັດປີ ນັບແຕ່ການກໍ່ຕັ້ງ.
"ເລື່ອງລາວຈາກຜູ້ຊາຍທີ່ນັ້ນ ຫນ້າອັດສະຈັນ. ຄືກັນກັບ Mark, ຂ້າພະເຈົ້າ ບໍ່ເຄີຍມີຜູ້ຊາຍຄົນອື່ນ ທີ່ຈະເວົ້າລົມນໍາເປັນເວລາ 30 ປີ, ຫລືຈາກນັ້ນ ຈົນເຖິງການຍ່າງຂອງ The Man Walks ໄດ້ຊ່ວຍຊີວິດຂອງຂ້າພະເຈົ້າ ແລະນ້ຳໜັກຂອງຂ້າພະເຈົ້າ ໄດ້ຫລຸດລົງ 20 ກິໂລ ຈາກການອອກກໍາລັງກາຍທຸກອາທິດ... ບັດນີ້ຢູ່ນອກ The Man Walk ຜູ້ຊາຍເຫລົ່ານີ້ ກໍຕິດຕໍ່ກັນ ແລະມີມິດຕະພາບ ເພື່ອວ່າພວກເຮົາຈະຫລຸດຜ່ອນຄວາມເຫງົາ ແລະຄວາມໂດດດ່ຽວ ແລະເພື່ອສຸຂະພາບ."
Mr Burns ກ່າວວ່າ ກຸ່ມນີ້ໄດ້ເລີ່ມຕົ້ນ ດ້ວຍຜູ້ຊາຍສອງສາມຄົນ ໃນຊຸມຊົນພາກໃຕ້ ຂອງເມືອງ Sydney, ໃນເມືອງ Kiama, ແລະໄດ້ເຕີບໂຕຂຶ້ນ "ໂດຍບັງເອີນ", ແລະໄດ້ຮັບຄວາມນິຍົມຫລາຍຂຶ້ນ. ເຖິງແມ່ນວ່າ ລາວພໍໃຈກັບສຸຂະພາບ ແລະປໂຍດທາງສັງຄົມ ຂອງການຍ່າງກັບຫມູ່ເພື່ອນເປັນປະຈໍາ, ແຕ່ລາວຍັງຍ່າງຕໍ່ໄປ ດ້ວຍເຫດຜົນສ່ວນຕົວ.
"ແຮງກະຕຸ້ນສ່ວນຕົວໃນຊີວິດຂອງຂ້າພະເຈົ້າ ແມ່ນການເຮັດໃຫ້ແມ່ ແລະພໍ່ ຜູ້ທີ່ຂ້າພະເຈົ້າໄດ້ສູນເສັຍໄປ ເມື່ອຫລາຍປີກ່ອນ ພູມໃຈໃນຂ້າພະເຈົ້າ, ພໍ່ເສັຍຊີວິດໃນອຸປະຕິເຫດຣົດ ແລະແມ່ດ້ວຍໂຣກມະເລັງ. ນັ້ນແມ່ນການຊຸກຍູ້ສ່ວນຕົວ ສໍາລັບຂ້າພະເຈົ້າ."
ຫນຶ່ງໃນສາມຄົນ ຂອງຜູ້ຊາຍໃນເຂດພູມີພາກ ຫລືຊົນນະບົດ ຮູ້ສຶກເຫງົາ ເນື່ອງຈາກຄວາມຫ່າງໄກ.
ການຄົ້ນຄວ້າໃຫມ່ ສະແດງໃຫ້ເຫັນ ເຖິງປໂຍດຂອງໂຄງການທາງສັງຄົມ ສໍາລັບຜູ້ຊາຍທີ່ປະເຊີນກັບຄວາມເຫງົາ ແລະບັນຫາເລື່ອງສຸຂະພາບຈິດ.
ການສຶກສາຜູ້ຊາຍຊາວອອສເຕຣເລັຍ 2,000 ຄົນພົບວ່າ ຜູ້ຊາຍຫນຶ່ງໃນສອງຄົນ ທີ່ມີອາຍຸລະຫວ່າງ 35 ເຖິງ 50 ປີຮູ້ສຶກວ່າ ຄວາມເຄັ່ງຕຶງຫຼືຄວາມວິຕົກກັງວົນ ມີຜົນກະທົບຕໍ່ຊີວິດປະຈໍາວັນຂອງເຂົາເຈົ້າ.
ປະມານ 31 ເປີເຊັນ ຂອງຜູ້ຊາຍກ່າວວ່າ ຄວາມຫນັກຫນ່ວງທາງຈິດໃຈ ຂອງເຂົາເຈົ້າ ມີຜົນກະທົບຕໍ່ວຽກງານ.
ໃນຂນະດຽວກັນ, ຫນຶ່ງໃນສາມຄົນ ຂອງຜູ້ຊາຍໃນເຂດພູມີພາກ ຫລືຊົນນະບົດ ຮູ້ສຶກເຫງົາ ເນື່ອງຈາກຄວາມຫ່າງໄກ.
ການຄົ້ນຄວ້ານີ້ ໄດ້ຖືກຮວບຮວມໂດຍ Mentoring Men, ຊຶ່ງຈັບຄູ່ກັບຜູ້ໃຫ້ຄໍາປຶກສາຜູ້ຊາຍ ທີ່ມີອາຍຸສູງກວ່າ ເພື່ອຊ່ອຍເຫລືອ ແລະການສົນທະນາຟຣີ.
Filipe Gama e Silva ຜູ້ອໍານວຍການໃຫຍ່ຂອງອົງກອນ, ກ່າວວ່າ ການຄົ້ນຄວ້າຢ່າງຫລວງຫລາຍ ໄດ້ສະແດງໃຫ້ເຫັນພາບທີ່ຊັດແຈ້ງ ກ່ຽວກັບສຸຂະພາບຈິດ.
"ພວກເຮົາ ຕົກຢູ່ໃນວິກິດຄວາມເຫງົາ ທົ່ວອອສເຕຣເລັຍ. ແລະບໍ່ວ່າຈະເປັນການຄົ້ນຄວ້າຂອງເຮົາເອງ ຫລືເປັນການຄົ້ນຄວ້າອິດສຣະ ແລະນັກຄົ້ນຄວ້າຄົນອື່ນໆ ຈົນນັບບໍ່ຖ້ວນ, ເຮົາກໍຮູ້ວ່າ ຜົນກະທົບຂອງສິ່ງນັ້ນແມ່ນຫຍັງ. ແລະຜູ້ຊາຍທີ່ຂ້າຕົວຕາຍ, ຜູ້ຊາຍທີ່ເຫງົາ ມີແນວໂນ້ມເຖິງສອງເທົ່າ ທີ່ຈະເຮັດແນວນັ້ນ. ແລະນັ້ນຄືຊີວິດທີ່ສູນເສັຍໄປ, ນັ້ນຄືຄອບຄົວທີ່ຖືກທໍາລາຍ. ຜົນກະທົບນັ້ນແມ່ນໃຫຍ່ຫລວງ."
ຜູ້ຊາຍສ່ວນຫລາຍ ທີ່ເຂົ້າເຖິງການໃຫ້ຄຳປຶກສາ ໂດຍຜ່ານກຸ່ມ ຕ້ອງການໂອ້ລົມ ກ່ຽວກັບຄວາມທ້າທາຍໃນຄວາມສໍາພັນ, ບໍ່ວ່າຈະເປັນເລື່ອງຄວາມຮັກ ຫລືຄອບຄົວ.
ຄວາມວິຕົກກັງວົນທົ່ວໄປ ກ່ຽວກັບອະນາຄົດ ກໍເປັນປັນຫາທີ່ພົບເລື້ອຍໆນໍາອີກ, ໂດຍສະເພາະ ສໍາລັບຜູ້ຊາຍທີ່ມີອາຍຸປະມານ 30 ປີກາງໆ.
"ເກືອບ 40% ຂອງການສົນທະນາທີ່ເກີດຂຶ້ນ ໃນການໃຫ້ຄໍາປຶກສາ ແມ່ນເລື້ອງກ່ຽວກັບຄວາມສໍາພັນ. ມັນກ່ຽວກັບຄວາມທ້າທາຍດ້ານຄວາມສໍາພັນ ທີ່ເຂົາເຈົ້າມີຢູ່ທີ່ບ້ານ, ບໍ່ວ່າຈະເປັນກັບລູກໆ ຂອງເຂົາເຈົ້າ, ກັບຄູ່ຄອງຂອງເຂົາເຈົ້າ, ແຕ່ແນ່ນອນວ່າ ຈະມີການສົນທະນາ ກ່ຽວກັບກັບອະນາຄົດ ວ່າມັນຈະເປັນແນວໃດ? ດັ່ງໄດ້ກ່າວໄວ້, ອາຍຸ ສເລັ່ຍຂອງຄົນ ທີ່ພວກເຮົາຊ່ອຍເຫລືອ ແມ່ນປະມານສາມສິບປີກາງໆ. ມັນເປັນໄລຍະເວລາ ທີ່ປ່ຽນແປງອັນໃຫຍ່ຫລວງ ໃນຊີວິດຂອງຜູ້ຄົນ. ນັ້ນຄືຄວາມຈິງຂອງຊີວິດແທ້ໆ. ທ່ານມີລູກ, ການແຕ່ງງານ, ຄ່າເຮືອນ, ຈະແມ່ນຫຍັງກໍຕາມ. ມີຫລາຍສິ່ງຫລາຍຢ່າງ ທີ່ທ່ານກໍາລັງດຳເນີນການຢູ່."
ການຄົ້ນຄວ້າຂອງ Mentoring Men ໄດ້ສະແດງໃຫ້ເຫັນວ່າ 42 ເປີເຊັນ ພະຍາຍາມ "ຜ່ານຜ່າ" ດ້ວຍຕົວເອງ ເມື່ອປະເຊີນກັບຄວາມທ້າທາຍ ສ່ວນຕົວຂອງເຂົາເຈົ້າ.
ຄວາມວິຕົກກັງວົນທົ່ວໄປ ກ່ຽວກັບອະນາຄົດ ກໍເປັນປັນຫາທີ່ພົບເລື້ອຍໆນໍາອີກ, ໂດຍສະເພາະ ສໍາລັບຜູ້ຊາຍທີ່ມີອາຍຸປະມານ 30 ປີກາງໆ.
ຮອງສາດສະດາຈານ Michelle Lim, ຈາກ School of Public Health ຂອງມະຫາວິທະຍາລັຍ Sydney ກ່າວວ່າ ຄວາມເຫງົາເປັນຫຼາຍກວ່າບັນຫາທາງສຸຂະພາບຈິດ.
"ຄວາມເຫງົາ ແລະຄວາມໂດດດ່ຽວທາງສັງຄົມ ອາດເປັນບັນຫາຄວາມເທົ່າທຽມຄືກັນ. ສະນັ້ນ, ມັນຈຶ່ງມີອິດທິພົນຫລາຍ ຫລືສົ່ງຜົນກະທົບຕໍ່ຜູ້ຄົນ ທີ່ມາຈາກພື້ນຖານທາງເສດຖະກິດສັງຄົມທີ່ຕ່ຳກວ່າ ຫລືອາສັຍຢູ່ໃນເຂດທີຂາດແຄນ ຫລືສາມາດເຂົ້າເຖິງຊັບພະຍາກອນໄດ້ໜ້ອຍກວ່າ ໃນຊຸມຊົນຂອງເຂົາເຈົ້າ. ນີ້ຄືສິ່ ງທີ່ເປັນບັນຫາ ກັບຄົນທີ່ມີຄວາມຂັດສົນເລື່ອງເງິນ. ແລະເຖິງແມ່ນວ່າ ທ່ານມີລາຍໄດ້ສູງ ແຕ່ທ່ານຮູ້ສຶກວ່າ ທ່ານໄດ້ເຮັດຫລາຍກວ່ານັ້ນ ເມື່ອກ່າວເຖິງວິກິດດ້ານຄ່າຄອງຊີບ ທີ່ເຮົາທຸກຄົນກໍາລັງປະເຊີນຢູ່ໃນຕອນນີ້. ຂ້າພະເຈົ້າຄິດວ່າ ຄວາມສ່ຽງຂອງການປະສົບກັບຄວາມເຫງົາຢ່າງຕໍ່ເນື່ອງ ແມ່ນສູງກວ່າຢ່າງຫຼາຍ."
ຮອງສາດສະດາຈານ Lim ກ່າວວ່າ ມີຄ່າໃຊ້ຈ່າຍ 2.7 ພັນລ້ານໂດລາ ໃນແຕ່ລະປີ ໃນອອສເຕຣເລັຍ ເນື່ອງຈາກຄວາມເຫງົາ ແລະ "ການໃຊ້ ປໂຍດດ້ານສຸຂພາບສຸຂະພາບໜ້ອຍເກີນໄປ (Health Underutilisation)".
"ຈຳນວນ 2.7ພັນລ້ານໂດລານີ້ ເປັນຈໍານວນເງິນ ທີ່ພວກເຮົາຄາດໄວ້ຢ່າງຕ່ຳ ຊຶ່ງພວກເຮົາຈ່າຍທຸກປີ ເພາະຄວາມເຫງົາຂອງຜູ້ຄົນ. ເຂົາເຈົ້າອາດບໍ່ສະບາຍຫຼາຍຂຶ້ນ ເປັນເວລາດົນນານກວ່າ, ໄດ້ໄປຫາ GPs ຫລາຍຂຶ້ນ ຫລືຢູ່ໂຮງຫມໍດົນນານກວ່າ. ສິ່ງເຫລົ່ານັ້ນຈະເພີ່ມຂຶ້ນ ແລະສະນັ້ນພວກເຮົາ ຈຶ່ງມີຄ່າໃຊ້ຈ່າຍ. ສິ່ງທີ່ເຮົາບໍ່ມີ ແມ່ນທາງແກ້ໄຂທີ່ເຫມາະສົມ ກັບປັນຫານີ້."
ຫນຶ່ງໃນຫ້າຄົນ ຂອງຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 15 ປີໄດ້ຊັກຊ້າ ຫລືຫລີກເວັ້ນ ຈາກການດູແລສຸຂະພາບຈິດ ຍ້ອນຄ່າໃຊ້ຈ່າຍ, ອີງຕາມRoyal Australian College of General Practitioners.
ລາຍງານໂດຍ Cameron Carr ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao