ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການຣົນນະຣົງ ກ່ຽວກັບໂຣກເຍື່ອຫຸ້ມສມອງອັກເສບ (Meningococcal).
ຜູ້ຊ່ຽວຊານ ໄດ້ເຕືອນຄົນຫນຸ່ມ ແລະພໍ່ແມ່ຂອງເດັກນ້ອຍ ໃຫ້ລະວັງເຖິງອາການເບື້ອງຕົ້ນ ຂອງໂຣກ Meningococcal ໃນຂນະທີ່ອອສເຕຣເລັຍ ເຂົ້າສູ່ລະດູການ ຂອງການແພ່ລາມສູງສຸດ.
ການຕິດເຊື້ອບັກເຕເຣັຍ ສາມາດເກີດຂຶ້ນໂດຍໄດ້ ໂດຍບໍ່ມີການເຕືອນລ່ວງໜ້າ ແລະແພ່ລາມຢ່າງໄວ. ໃນຫຼາຍກໍຣະນີ ເຮັດໃຫ້ເສັຍຊີວິດ ຫຼືນໍາໄປສູ່ພາວະແຊກຊ້ອນ ທີ່ປ່ຽນແປງຊີວິດ, ດັ່ງທີ່ Edwina Guinan ລາຍງານ.
ເມື່ອສອງປີກ່ອນ, Jacob Blackwell ເປັນນາຍຊ່າງ ທີ່ມີສຸຂະພາບແຂງແຮງ ແລະມັກຫລິ້ນກິລາ-ຈົນກວ່າ ໂຣກເຍື່ອຫຸ້ມສມອງອັກເສບ (Meningococcal) ທີ່ຮ້າຍແຮງ ໄດ້ປ່ຽນຊີວິດຂອງລາວ.
ພາຍໃນສອງມື້ ລາວໄດ້ປ່ຽນຈາກຄວາມຮູ້ສຶກອ່ອນເພັຍ ໄປສູ່ອາການປະສາດຫຼອນ (Delusions).
ຢູ່ໂຮງຫມໍ, ທ່ານຫມໍໄດ້ເຮັດໃຫ້ລາວຢູ່ໃນອາການໂຄມາ (Induced coma) ແລະໄດ້ຊ່ວຍຊີວິດຂອງລາວໄວ້.
ໂຣກ Meningococcal ເກີດຈາກແບັກທີເຣັຍ ທີ່ເອີ້ນວ່າ Neisseria Meningitidis, ຊຶ່ງຄົນສ່ວນຫຼາຍ ມີຢູ່ໃນທາງຫຼັງຄໍ ໃນບາງຊ່ວງຂອງຊີວິດ.
ແຕ່ລາວ ໄດ້ປະສົບກັບຄວາມທໍຣະມານ ກັບພາວະແຊກຊ້ອນ ໃນໄລຍະຍາວ, ສູນເສັຍຄວາມສາມາດ ທີ່ຈະເຮັດແມ່ນແຕ່ວຽກງານພື້ນຖານ.
"ຂ້າພະເຈົ້າ ຕ້ອງຮຽນທີ່ຈະເຮັດທຸກຢ່າງໃໝ່ອີກ. ສະນັ້ນ ການກິນ, ການເວົ້າລົມ-ກັບຄືນໄປຫາຈຸດເລີ້ມຕົ້ນ. ຄ້າຍກັບວ່າ ເປັນເດັກນ້ອຍອາຍຸ 18 ເດືອນ, ຫາກໍຮຽນຮູ້ທີ່ ຈະເຮັດທຸກຢ່າງອີກ."
Chelsea Blackwell ແມ່ຂອງລາວ ຈື່ໄດ້ວ່າ ລາວຕົກໃຈເມື່ອເຫັນຄວາມເຈັບປ່ວຍ ເກີດຂຶ້ນກັບລູກຊາຍຂອງນາງ.
"ຄວາມຈິງແລ້ວ ຂ້ອຍບໍ່ເຂົ້າໃຈສິ່ງທີ່ຂ້ອຍເຫັນ. ຂ້ອຍເປີດປະຕູ, ຂ້ອຍຫລຽວເບິ່ງ ແລະເບິ່ງຄືວ່າ ອືມມມມມ.... Jacob ເບິ່ງບໍ່ຄື Jacob ເພາະ ສມອງຂອງລາວບວມພອງ ແລ້ວຕາຂອງລາວ ກໍສວດອອກມາ ແລະຜິວຫນັງຂອງລາວ ກໍແຕກຫນ້ອຍຫນຶ່ງ. ສະນັ້ນ, ໃນຕອນທໍາອິດເຂົາເຈົ້າຈຶ່ງຄິດວ່າ ລາວຖືກທໍາຮ້າຍ."
ໂຣກ Meningococcal ເກີດຈາກແບັກທີເຣັຍ ທີ່ເອີ້ນວ່າ Neisseria Meningitidis, ຊຶ່ງຄົນສ່ວນຫຼາຍ ມີຢູ່ໃນທາງຫຼັງຄໍ ໃນບາງຊ່ວງຂອງຊີວິດ.
ແຕ່ເມື່ອ ແບັກທີເຣັຍກາຍເປັນການຮຸກຮານ ມັນສາມາດເຂົ້າໄປໃນ ສມອງ ຫຼືສາຍເລືອດ ເຮັດໃຫ້ເກີດການຕິດເຊື້ອ ທີ່ອາດເປັນອັນຕະຣາຍຕໍ່ຊີວິດ.
Dr Sam Hay ກ່າວວ່າ ໂຣກນີ້ສາມາດລຸກລາມ ຢ່າງອັນຕະຣາຍໄດ້ຢ່າງໄວ.
"ມັນມັກເລີ່ມຕົ້ນ ດ້ວຍຄວາມເຈັບປ່ວຍ ທີ່ຄ້າຍຄືກັບໄຂ້ຫວັດ, ມີໄຂ້ຫນ້ອຍຫນຶ່ງ, ມີນໍ້າມູກໄຫຼຫນ້ອຍຫນຶ່ງ, ໄອຫນ້ອຍຫນຶ່ງ. ແຕ່ແລ້ວ ມັນກໍກາຍເປັນໄຂ້ ແລະ (ຄົນໄຂ້) ກໍເຈັບປ່ວຍໜັກຫລາຍຫລັງຈາກນັ້ນ.ອາການຂອງຜູ້ຄົນ ສາມາດຮຸນແຮງຂຶ້ນໄດ້ ພາຍໃນ 24 ເຖິງ 48ຊົ່ວໂມງ."
ໃນຂນະທີ່ອອສເຕຣເລັຍ ເຂົ້າສູ່ລະດູການສູງສຸດ ສໍາລັບ Meningococcal, ກໍມີໂຄງການແຫ່ງຊາດ (ໄດ້ເລີ່ມຕົ້ນ ໃນວັນຈັນ) ເພື່ອຍົກລະດັບຄວາມຮັບຮູ້ ກ່ຽວກັບໂຣກ ທີ່ມີຜົນກະທົບຕໍ່ຄົນຫນຸ່ມສາວ ແລະເດັກນ້ອຍ ເປັນສ່ວນໃຫຍ່.
ທ່ານຫມໍກ່າວວ່າ ຄວາມເຈັບປ່ວຍກໍາລັງເພີ່ມຂຶ້ນ, ໂດຍມີ 56 ກໍຣະນີ ທີ່ຖືກລາຍງານໃນປີນີ້- 18 ຄົນໃນ New South Wales.
Dr Sam Hay ກ່າວວ່າ ການຕິດເຊື້ອ ສາມາດມີຜົນກະທົບອັນຮ້າຍແຮງ.
"ຫນຶ່ງໃນ 10 ຄົນທີ່ຕິດເຊື້ອ Meningococcal ທີ່ຮຸກຮານ ສາມາດເສັຍຊີວິດໄດ້. ຫນຶ່ງໃນຫ້າຄົນ ໄດ້ຮັບຜົນກະທົບຂ້າງຄຽງ ທີ່ສໍາຄັນເຫລົ່ານີ້, ພາວະແຊກຊ້ອນ, ຊຶ່ງອາດເປັນຄວາມເສັຍຫາຍໃນສມອງ, ການສູນເສັຍແຂນຂາ, ການສູນເສັຍການໄດ້ຍິນ, ແລະອີກຫຼາຍໆຢ່າງ."
ນັກລອຍນ້ຳ Paralympic ແລະເຈົ້າຂອງຫລຽນທອງແດງ Jay Dohnt ໄດ້ຕິດເຊື້ອໂຣກ Meningococcal ຕອນລາວຮຽນຢູ່ຊັ້ນມັດທະຍົມປາຍ.
ຫລັງຈາກຮູ້ສຶກບໍ່ສະບາຍ ແລະມີຜື່ນໃນຜິວຫນັງ, ລາວໄດ້ໄປຫາ GP.
ພາຍໃນ 24 ຊົ່ວໂມງຫລັງຈາກມີອາການ, ລາວໄດ້ເຂົ້າຫ້ອງ ຜູ້ປ່ວຍໜັກພິເສດ (Intensive Care).
ຢູ່ໂຮງຫມໍ, ທ່ານຫມໍໄດ້ເຮັດໃຫ້ລາວຢູ່ໃນອາການໂຄມາ (Induced coma) ແລະໄດ້ຊ່ວຍຊີວິດຂອງລາວໄວ້.
"ຣົດໂຮງຫມໍ ຍັງຢູ່ໃນລະບົບການລະວັງ, ເຂົາເຈົ້າບໍ່ໄດ້ເປີດໄຟ ຕອນພາຂ້ອຍໄປໂຮງຫມໍ. ທີ່ໂຮງຫມໍ, ມັນເປັນເລື່ອງທີ່ຕ່າງກັນ. ເຂົາເຈົ້າທຸກຄົນ ໄດ້ພົບຂ້ອຍຢູ່ໃນບ່ອນຈອດຣົດ, ແລະເອົາຈິງເອົາຈັງຫລາຍ. ຄືນນັ້ນ (ຂ້ອຍ) ກໍ ມີສາຍຕ່າງໆຕິດຢູ່ໃນໂຕຂ້ອຍ ຢູ່ໃນຫ້ອງຜູ້ປ່ວຍໜັກພິເສດ (Intensive Care) ແລະມີໂອກາດ 97 ເປີທີ່ຈະຕາຍ, ຫລື 3 ເປີເຊັນທີ່ຈະລອດຊີວິດ. ສອງອາທິດທໍາອິດ ຂ້ອຍບໍ່ຮູ້ສຶກຕົວ, ແລະຂ້ອຍຈື່ຫຍັງບໍ່ໄດ້ຫລາຍ ຂອງສອງເດືອນທໍາອິດ ໃນການເຂົ້າໂຮງຫມໍຫ້າເດືອນເຄິ່ງ. ແຕ່ນີ້ຄືຜົນທີ່ໄດ້ຮັບ-ຂາທີ່ຖືກຕັດສອງເບື້ອງ. ສະບ້າຫົວເຂົ່າ (Patella) ໃນຂາເບື້ອງຊ້າຍຂອງຂ້ອຍ ຖືກຕັດອອກ, ສູນເສັຍນິ້ວມືສີ່ນິ້ວ ໃນມືຂວາຄືກັນ. ສະນັ້ນ, ມັນເປັນການປ່ຽນແປງຊີວິດ ຂອງໄວລຸ້ນທີ່ຮັກກິລາ."
ຜົນກະທົບທີ່ປ່ຽນແປງຊີວິດເຫຼົ່ານີ້ ເຮັດໃຫ້ Karen Quick, CEO ຂອງ Meningitis Centre Australia, ເນັ້ນເຖິງຄວາມສໍາຄັນ ຂອງການກວດໂຣກໃນຕອນຕົ້ນ, ຊຸກຍູ້ພໍ່ແມ່ ໃຫ້ຊຸກຍູ້ໃຫ້ຫາຄໍາຕອບ.
"ມັນສໍາຄັນແທ້ໆ ໃນຖານະທີ່ເປັນພໍ່ແມ່ ທີ່ເຮົາຮູ້ເຖິງສັນຍານ ແລະອາການທັງຫມົດ ວ່າເຮົາໄວ້ວາງໃຈສັນຊາດຕະຍານຂອງເຮົາ ແລະເຮົາຈະໄດ້ຮັບຄວາມຊ່ອຍເຫລືອທັນທີ. ໄປໂຮງຫມໍທັນທີ, ໄປຫາທ່ານຫມໍ ແລະຖາມຄໍາຖາມວ່າ-ມັນເປັນ Meningococcal ຫຼືບໍ່?"
Dr Sam Hay ເຕືອນຜູ້ຄົນວ່າ ບໍ່ໃຫ້ລໍຖ້າຈົນກວ່າເຂົາເຈົ້າ ມີຜື່ນໃນຜິວຫນັງ ເພາະເມື່ອເຖິງເວລານັ້ນ.... ມັນອາດຊ້າເກີນໄປແລ້ວ.
"ເມື່ອມັນເຂົ້າໄປໃນສາຍເລືອດ, ນັ້ນຄືຕອນທີ່ທ່ານຕິດເຊື້ອໃນເລືອດ (Septicaemia) ແລະຈາກນັ້ນ ກໍໄປສູ່ການເປັນຜື່ນ. ແຕ່ບັນຫາກໍຄືຜື່ນ, ເຖິງແມ່ນວ່າມັນເປັນອັນຕະຣາຍ, ແຕ່ມັນຈະເກີດຂຶ້ນຊ້າ. ແລະຖ້າຫາກທ່ານຊອກຫາສິ່ງນັ້ນ, ທຸກຢ່າງກໍຊ້າເກີນໄປ."
ສອງປີ ຫລັງຈາກລາວເປັນໂຣກ Meningococcal, Jay Blackwell ຍັງພະຍາຍາມພັກຟື້ນຢູ່.
ໂດຍທີ່ໄດ້ຮັບການດົນໃຈ ຈາກນັກກິລາໂອລິມປິກ ແລະ Jay ເພື່ອນຜູ້ລອດຊີວິດ, ລາວໄດ້ເລີ່ມລອຍນ້ຳ ແລະກ່າວວ່າ ເຖິງແມ່ນຈະມີການທ້າທາຍຫລາຍຢ່າງ, ແຕ່ອະນາຄົດກໍເບິ່ງຄືວ່າແຈ່ມໃສ.
"ທ່ານປັບຕົວ ໃຫ້ເຂົ້າກັບຊີວິດຂອງທ່ານໃນເວລານີ້. ທ່ານບໍ່ຄິດ ກ່ຽວກັບຊີວິດທີ່ຜ່ານມາຂອງທ່ານເລີຍ. ເຖິງແມ່ນວ່າ ມັນຈະຍາກປານໃດ, ແຕ່ຂ້ອຍມັກຮັບເອົາທຸກມື້ ຄືກັນກັບຈອກ ທີ່ມີນ້ຳເຕັມຢູ່ເຄິ່ງຫນຶ່ງ. ນີ້ແມ່ນໂອກາດທັງຫມົດ ທີ່ຂ້ອຍບໍ່ສາມາດວາດຝັນໄດ້.“
ເນື້ອເລື່ອງໂດຍ Edwina Guinan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao