ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ມີການພົບໄວຣັສ Mpox ສາຍພັນໃຫມ່ ໃນອອສເຕຣເລັຍ.
ກໍຣະນີທີສອງ ຂອງອອສເຕຣເລັຍ ຂອງໄວຣັສ Mpox ຊຶ່ງເປັນສາຍພັນທີ່ຫາຍາກ ໄດ້ຖືກພົບເຫັນ ຢູ່ພາກຕາເວັນອອກສຽງໃຕ້ ຂອງ Queensland.
Queensland Health ກ່າວວ່າ ຄົນໄຂ້-ຜູ້ຊຶ່ງຕອນນີ້ ກໍາລັງຮັບການປິ່ນປົວຢູ່ໂຮງຫມໍໃນ Brisbane-ໄດ້ຕິດເຊື້ອໄວຣັສ ໃນອາຟຣິກາກາງ.
Haylena Krishnamoorthy ລາຍງານ.
"ຄົນໄຂ້ ມີຄອບຄົວທີ່ໃກ້ຊິດ, ແລະຄອບຄົວນັ້ນ ກໍາລັງແຍກຕົວຢູ່ທີ່ບ້ານ. ໄວຣັສຂອງລາວ ບໍ່ໄດ້ຕິດຕໍ່ໃຜ ໃນຕອນເດີນທາງກັບອອສເຕຣເລັຍ ຈາກອາຟຣິກາ, ແລະຜູ້ໃກ້ຊິດ ທີ່ລາວໄດ້ຕິດຕໍ່ ຮວມທັງຢູ່ໃນຫ້ອງສຸກເສີນ ແລະສະຖານທີ່ອື່ນໆ ກໍາລັງຖືກຕິດຕາມຫາ ແລະຖືກແຈ້ງບອກໃນຂນະນີ້."
ນັ້ນແມ່ນ Tim Nicholls ຣັຖມົນຕີສາທາຣະນະສຸກຂອງ Queensland,ຢືນຢັນວ່າ ໄດ້ກວດພົບໄວຣັສ Mpox ສາຍພັນໃຫມ່ ໃນຊາຍຄົນຫນຶ່ງ ທີ່ຫາກໍກັບຄືນມາ ທີ່ພາກຕາເວັນອອກສຽງໃຕ້ ຂອງຣັດ ຫຼັງຈາກການເດີນທາງໄປອາຟຣິກາ.
ລາວເວົ້າວ່າ Mpox ເປັນໂຣກທີ່ເກີດຈາກໄວຣັສ ໝາກສຸກລີງ (Monkeypox virus).
"Mpox ບໍ່ແພ່ລະບາດໄດ້ງ່າຍ. ມັນພຽງແຕ່ແພ່ຂຍາຍ ຫລືສາມາດແພ່ຂຍາຍໄດ້ ຜ່ານການຕິດຕໍ່ຢ່າງໃກ້ຊິດເທົ່ານັ້ນ. ມັນແພ່ຂຍາຍ ໂດຍສະເພາະ ໂດຍການຕິດຕໍ່ທາງເພດຢ່າງໃກ້ຊິດ ແລະໂດຍສະເພາະສໍາລັບຜູ້ຊາຍທີ່ມັກເພດດຽວກັນ ແລະຜູ້ຄົນທີ່ມີເພດສຳພັນ ເປັນສາເຫດຫຼັກຂອງການແພ່ຂຍາຍ ທີ່ຕິດຕໍ່ໄດ້."
Dr Geoffrey Playford ເປັນຫົວຫນ້າຂອງຜແນກ ຂອງໂຣກຕິດເຊື້ອ ທີ່ໂຮງຫມໍ Princess Alexandra ໃນ Queensland.
ລາວເວົ້າວ່າ Mpox ສາຍພັນ Clade 1 ເຄີຍໄດ້ເຫັນພຽງແຕ່ເທື່ອດຽວ ໃນອອສເຕຣເລັຍເທົ່ານັ້ນ, ແລະກໍພົບ ໃນຜູ້ທີ່ເດີນທາງກັບຄືນຈາກຕ່າງປະເທດຄືກັນ.
"ໃນປີເຄິ່ງທີ່ຜ່ານມາ ໃນ Queensland, ພວກເຮົາມີ 135 ກໍຣະນີໃນ Mpox Clade 2-ນີ້ເປັນກໍຣະນີທໍາອິດ ຂອງ Clade 1 ແລະເປັນເທື່ອທີສອງ ໃນອອສເຕຣເລັຍ ທີ່ພວກເຮົາມີ Clade 1. ອີກກໍຣະນີຫນຶ່ງ ແມ່ນຢູ່ New South Wales ໃນເດືອນພຶດສະພາ."
Mr Nicholls ກ່າວວ່າ ສາທາຣະນະຊົນ ບໍ່ຄວນກັງວົນ.
"ພວກເຮົາຄິດວ່າ 19 ຄົນໃນຊຸມຊົນ ແລະພະນັກງານ 40 ຄົນທີ່ໄດ້ຕິດຕໍ່ກັບຄົນໄຂ້. ໃນເວລານີ້ ລາວບໍ່ມີອາການເລີຍ. ເຂົາເຈົ້າບໍ່ໄດ້ສະແດງສັນຍານ ຂອງ Clade 1 Mpox, ແຕ່ເຂົາເຈົ້າ ກໍາລັງແຍກຕົວຢູ່. ຄອບຄົວມີເດັກນ້ອຍ ຢູ່ໂຮງຮຽນມັດທະຍົມ, ໂຮງຮຽນປະຖົມ ແລະສູນດູແລເດັກນ້ອຍ ແລະໂຮງຮຽນ ແລະສູນດູແລເດັກນ້ອຍເຫຼົ່ານັ້ນ ຢູ່ໃນລະຫວ່າງລະບຸຕົວຢູ່."
Dr Playford ກ່າວວ່າ ເຈົ້າຫນ້າທີ່ກໍບໍ່ກັງວົນຄືກັນ.
ລາວກ່າວວ່າ ໂຊກດີໃນກໍຣະນີນີ້ ອາການທາງຄະລີນິກ ແມ່ນບໍ່ຮຸນແຮງ ແລະບໍ່ມີຄວາມກັງວົນເປັນພິເສດ ຕໍ່ສຸຂະພາບຂອງຄົນໄຂ້.
"ແລະຄວາມພະຍາຍາມທັງຫມົດ ຂອງພວກເຮົາໃນເວລານີ້ ແມ່ນທີ່ຈະຊອກຫາ ຜູ້ຕິດຕໍ່ ໂດຍໃຊ້ການຊີ້ນໍາລະດັບຊາດ ເພື່ອກວດສອບ ບ່ອນທີ່ຜູ້ຕິດຕໍ່ໃກ້ຊິດ ໄດ້ຖືກລະບຸໄວ້, ອີກເທື່ອຫນຶ່ງ ສອດຄ່ອງກັບການຊີ້ນໍາລະດັບປະເທດ."
ຜູ້ຕິດຕໍ່ໃກ້ຊິດ ຈະໄດ້ຮັບວັກຊີນທີ່ມີປະສິດທິພາບສູງ ໃນການຕໍ່ຕ້ານ Mpox-ບໍ່ວ່າຈະປ້ອງກັນ ຫລືເຮັດໃຫ້ໂຣກເບົາ ແລະສັ້ນລົງ.
Mr Nicholls ກ່າວວ່າ ຫລາຍກວ່າຫນຶ່ງປີກ່ອນ ມີຂໍ້ຈໍາກັດບາງຢ່າງ ກ່ຽວກັບຄວາມພ້ອມຂອງວັກຊີນ.
ແຕ່ບັດນີ້, Queensland ມີວັກຊີນຢ່າງພຽງພໍ-ແລະວັກຊີນ ກໍມີໃຫ້ຟຣີຜ່ານຄະລີນິກສຸຂະພາບທາງເພດ ແລະ GPs ບາງແຫ່ງ.
ຣັຖບານ Queensland ກໍາລັງແນະນໍາຜູ້ໃດກໍຕາມ ທີ່ສົງສັຍວ່າຕົນເອງອາດມີໄວຣັສ ໃຫ້ໄປຫາຄໍາແນະນໍາທາງການແພດ ຈາກທ່ານຫມໍ ໃນທ້ອງຖິ່ນ, ຄະລີນິກສຸຂະພາບທາງເພດ ຫຼືຫນ່ວຍສາທາຣະນະສຸກ.
ເນື້ອເລື່ອງໂດຍ Haylena Krishnamoorthy ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao