ປະຊຸມສຸດຍອດຂອງ NATO ທີ່ The Hague.

NATO Leaders Attend 2025 Summit In The Hague

ຜູ້ນຳ ກຸ່ມປະເທດ NATO ໃນກອງປະຊຸມສຸດຍອດ ທີ່ The Hague. Credit: Pool/Getty Images

ກຸ່ມປະເທດ NATO ໄດ້ຕົກລົງ ທີ່ຈະເພີ່ມງົບປະມານດ້ານທະຫານ ໃນກອງປະຊຸມສຸດຍອດ ທີ່ The Hague ຈາກສອງເປີເຊັນຂອງ GDP ເປັນຫ້າເປີເຊັນ ພາຍໃນປີ 2035. ໃນຂນະທີ່ ອອສເຕຣເລັຍສັນຍາຈະເພີ່ມການຊ່ອຍເຫຼືອທາງທະຫານແກ່ Ukraine.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ປະຊຸມສຸດຍອດຂອງ NATO ທີ່ The Hague.

ກຸ່ມປະເທດ NATO ໄດ້ຕົກລົງ ທີ່ຈະເພີ່ມການໃຊ້ຈ່າຍດ້ານທະຫານ ເປັນຫ້າເປີເຊັນ ຂອງ GDP.

ອອສເຕຣເລັຍ ຈະສົ່ງກຳລັງທະຫານ ໄປຢູໂຣບ ເພື່ອສນັບສນູນ Ukraine.

Tee Mitchell ລາຍງານ.

ກຸ່ມປະເທດ NATO ໄດ້ຕົກລົງ ທີ່ຈະເພີ່ມງົບປະມານດ້ານທະຫານ ໃນກອງປະຊຸມສຸດຍອດ ທີ່ The Hague.

ພັນທະມິດທາງທະຫານ ໄດ້ເຫັນດີ ໃນການຍົກລະດັບເປົ້າຫມາຍ ງົບປະມານການປ້ອງກັນປະເທດ ຂອງສະມາຊິກ ຈາກສອງເປີເຊັນຂອງ GDP ເປັນຫ້າເປີເຊັນ ພາຍໃນປີ 2035.

ຫຼັງຄວາມກົດດັນທີ່ຕໍ່ເນື່ອງ ຈາກປະທານາທິບໍດີ Donald Trump, ຊຶ່ງຄວາມເປັນຜູ້ນໍາຂອງລາວ ໄດ້ຮັບການຍ້ອງຍໍ ໃນກອງປະຊຸມ ໂດຍເລຂາຂອງ NATO, Mark Rutte.

"ພວກເຮົາຢືນຢູ່ຮ່ວມກັນ, ເປັນຫນຶ່ງດຽວກັນໃນ NATO, ຊຶ່ງເປັນພັນທະມິດປ້ອງກັນ ທີ່ມີພະລັງຫລາຍທີ່ສຸດ ໃນປວັດສາດຂອງໂລກ. ປະທານາທິບໍດີ Trump, Donald ທີ່ຮັກແພງ, ທ່ານໄດ້ເຮັດໃຫ້ ການປ່ຽນແປງນີ້ເປັນໄປໄດ້. ຄວາມເປັນຜູ້ນໍາຂອງທ່ານໃນເລື່ອງນີ້ ໄດ້ສ້າງເງິນເພີ່ມ ເປັນຫນຶ່ງພັນລ້ານໂດລາ ເພື່ອການໃຊ້ຈ່າຍ ຈາກພັນທະມິດຈາກຢູໂຣບ ນັບແຕ່ປີ 2016. ແລະການຕັດສິນໃຈມື້ນີ້ ຈະສ້າງເງິນລ້ານລ້ານໂດລາຕື່ມອີກ ສໍາລັບການປ້ອງກັນຮ່ວມກັນຂອງເຮົາ ເພື່ອເຮັດໃຫ້ເຮົາເຂັ້ມແຂງຂຶ້ນ ແລະຍຸດຕິທັມຫລາຍຂຶ້ນ ໂດຍການໃຊ້ຈ່າຍ ທີ່ເທົ່າທຽມກັນ ລະຫວ່າງອາເມຣິກາ ແລະພັນທະມິດຂອງອາເມຣິກາ."

ມີການຍົກເວັ້ນທີ່ໂດດເດັ່ນ ຂອງປະເທດ Spain, ໂດຍທີ່ບໍ່ຍອມໃຫ້ຄໍາຫມັ້ນສັນຍາ ໃນການເພີ່ມຄ່າໃຊ້ຈ່າຍ ,ຊຶ່ງໄດ້ກະຕຸ້ນໃຫ້ Mr Trump ເຕືອນ.

"ຂ້າພະເຈົ້າ ຈະເຈຣະຈາໂດຍກົງກັບ Spain. ຂ້າພະເຈົ້າ ຈະເຮັດເອງ. ເຂົາເຈົ້າ ຈະຈ່າຍເງິນ, ເຂົາເຈົ້າ ຈະຈ່າຍເງິນຫລາຍກວ່າເກົ່າ ໃນວິທີນີ້.ທ່ານຄວນບອກເຂົາເຈົ້າ ໃຫ້ກັບຄືນໄປຈ່າຍເງິນ-ທ່ານເປັນນັກຂ່າວບໍ່?ບອກເຂົາເຈົ້າໃຫ້ກັບຄືນໄປ. ເຂົາເຈົ້າ ຄວນເຂົ້າຮ່ວມກັບທຸກປະເທດ ທີ່ຈ່າຍເງິນຫ້າເປີເຊັນ."

ປະທານາທິບໍດີ ສະຫະຣັດອາເມຣິກາ ໄດ້ຄວບຄຸມກອງປະຊຸມ, ດ້ວຍຄວາມຄິດເຫັນ ທີ່ໂຕ້ຖຽງກັນຫລາຍຢ່າງ.

ລາວໄດ້ປຽບທຽບ ການໂຈມຕີຂອງສະຫະຣັດອາເມຣິກາ ໃນໂຮງງານນິວເຄລັຍຂອງ Iran ເມື່ອບໍ່ດົນມານີ້ ກັບການລະເບີດ ຢູ່ເມືອງ Hiroshima ແລະ Nagasaki, ເປັນຕົ້ນ.

Mr Rutte ຍັງໄດ້ດຶງດູດຄວາມສົນໃຈ ດ້ວຍການປຽບທຽບ Donald Trump ໃສ່ກັບ "ພໍ່" ທາງການເມືອງ ເມື່ອເວົ້າເຖິງສົງຄາມ Israel-Iran.

TRUMP: "ເຂົາເຈົ້າຈະບໍ່ຕໍ່ສູ້ກັນ. ເຂົາເຈົ້າເຄີຍສູ້ກັນແລ້ວ. ເຂົາເຈົ້າໄດ້ຕໍ່ສູ້ກັນຢ່າງໃຫຍ່, ຄືກັນກັບເດັກນ້ອຍສອງຄົນ ຢູ່ເດີ່ນໂຮງຮຽນ. ເຂົາເຈົ້າ ຕໍ່ສູ້ກັນຢ່າງແຮງ. ທ່ານບໍ່ສາມາດຢຸດເຂົາເຈົ້າໄດ້. ປ່ອຍໃຫ້ເຂົາເຈົ້າສູ້ກັນ ຈັກສອງສາມນາທີ…..ແລ້ວມັນຈະງ່າຍຂຶ້ນ ທີ່ຈະຢຸດເຂົາເຈົ້າ."

RUTTE: "ແລະຈາກນັ້ນ ບາງຄັ້ງ ພໍ່ກໍຕ້ອງໃຊ້ພາສາທີ່ຮຸນແຮງ."

TRUMP: "ທ່ານຕ້ອງໃຊ້ພາສາທີ່ຮຸນແຮງ, ເປັນບາງຄັ້ງບາງຄາວ, ທ່ານຕ້ອງໃຊ້ຄໍາໃດຄໍາຫນຶ່ງ."

ຖ້ອຍຄໍານັ້ນ ເປັນຄໍາຫຍາບທີ່ Mr Trump ໄດ້ກ່າວອອກມາ ໃນຂນະທີ່ຍ່າງໄປກອງປະຊຸມ-ໃນຂນະທີ່ ລາວພະຍາຍາມຮັກສາ ການຢຸດຍິງ ທີ່ລາວໄດ້ເປັນຄົນກາງ.

"ພວກເຮົາ ມີສອງປະເທດ ທີ່ໄດ້ຕໍ່ສູ້ກັນເປັນເວລາດົນນານ ແລະຫນັກ ຈົນພວກເຂົາ ບໍ່ຮູ້ວ່າ ພວກເຂົາກໍາລັງເຮັດຫຍັງຢູ່."

ຈົນເຖິງເວລານີ້ ການຢຸດຍິງ ເບິ່ງຄືວ່າ ຍັງດໍາເນີນຢູ່, ຊຶ່ງຜູ້ນໍາຕາເວັນຕົກຫລາຍຄົນ ເຫັນວ່າ ເປັນການໃຫ້ຄວາມເຊື່ອຖື ແກ່ບົດບາດຂອງ Mr Trump ທີ່ເອີ້ນຕົວເອງວ່າ ເປັນຜູ້ສ້າງຄວາມສງົບ.

ການຂັດແຍ້ງຢ່າງຫນຶ່ງ ທີ່ປະທານາທິບໍດີ ສະຫະຣັດອາເມຣິກາ ບໍ່ໄດ້ຮັບຄວາມສໍາເລັດ ໃນການຍຸດຕິ ແມ່ນສົງຄາມຂອງ Russia ກັບ Ukraine, ເຖິງແມ່ນວ່າ ລາວໄດ້ປະກາດ ໃນໄລຍະການຫາສຽງເລືອກຕັ້ງ ປະທານາທິບໍດີ ວ່າຈະສາມາດສິ້ນສຸດສົງຄາມໄດ້ ພາຍໃນມື້ດຽວ.

ການແກ້ໄຂ ການຂັດແຍ້ງນັ້ນ ເປັນສິ່ງສໍາຄັນທີ່ສຸດ ໃນລາຍການຂອງ NATO, ແລະຮອງນາຍົກຣັຖະມົນຕີ ຂອງອອສເຕຣເລັຍ Richard Marles ໄດ້ສເນີການສນັບສນູນຕື່ມອີກ ໃນກອງປະຊຸມ ເພື່ອຊ່ອຍເຫລືອ Ukraine ໃນການຕໍ່ສູ້ຕໍ່ໄປ.

"ພວກເຮົາ ສາມາດປະກາດໄດ້ວ່າ ພວກເຮົາຈະສົ່ງ E-7 Wedgetail ໄປປະເທດ Poland ໃນເດືອນສິງຫາ ເພື່ອໝູນວຽນ ເປັນເວລາສາມເດືອນ, ຊຶ່ງຈະຊ່ອຍສນັບສນູນ Ukraine ໃນການຕໍ່ສູ້ ແລະຕໍ່ຕ້ານ Russia. ຈະມີບຸກຄະລາກອນ ປະມານ 100 ຄົນ ທີ່ມາພ້ອມກັບຊັບສິນນັ້ນ. ນອກເຫນືອຈາກນັ້ນ, ພວກເຮົາ ຍັງໄດ້ປະກາດການຂວ້ຳບາດຕື່ມອີກ ກ່ຽວຂ້ອງກັບ Russia."

ພາຍໃຕ້ຂໍ້ຕົກລົງ, ອອສເຕຣເລັຍ ຈະນໍາໃຊ້ການສັ່ງຫ້າມການເດີນທາງ ແລະການຂວ້ຳບາດ ເລື່ອງການເງິນ ຕໍ່ 37 ຄົນຕື່ມອີກ, ໃນຄວາມພະຍາຍາມ ທີ່ຈະເຮັດໃຫ້ເສດຖະກິດຂອງ Russia ອ່ອນແອ ແລະຊຸກຍູ້ມັນ ໄປສູ່ສັນຕິພາບກັບ Ukraine.

ປະທານາທິບໍດີ ສະຫະຣັດອາເມຣິກາ ກໍໄດ້ໃຊ້ໂອກາດນີ້ ກົດດັນ Russia ນໍາອີກ, ຂໍຮ້ອງໃຫ້ປະທານາທິບໍດີ Vladimir Putin ຍຸດຕິສົງຄາມ, ແລະເພີ່ມໂອກາດ ທີ່ຈະໃຫ້ຄວາມຊ່ວຍເຫລືອທາງທະຫານຫລາຍຂຶ້ນ ແກ່ Ukraine.

"ສະນັ້ນ ຂ້າພະເຈົ້າຂໍບອກທ່ານວ່າ ເຂົາເຈົ້າຢາກມີຂີປະນາວຸດ ເພື່ອຕໍ່ຕ້ານຂີປະນາວຸດ (Anti-missile Missiles). ໂອເຄ. ດັ່ງທີ່ເຂົາເຈົ້າເອີ້ນມັນ. The Patriots ແລະພວກເຮົາຈະເບິ່ງວ່າ ພວກເຮົາຈະມີຫລືບໍ່. ມັນຫາຍາກ. ພວກເຮົາກໍຕ້ອງການມັນຄືກັນ."

ຄໍາຖາມທີ່ຫຍຸ້ງຍາກ ແມ່ນຄໍາຖາມພື້ນຖານ ທີ່ວ່າສະຫະຣັດອາເມຣິກາ ຍັງຕັ້ງໃຈຕໍ່ ມາດຕາທີ 5 ຫລືບໍ່-ຊຶ່ງອະທິບາຍ ເຖິງການຮັບປະກັນ ການປ້ອງກັນຮ່ວມກັນ ຂອງ NATO.

Mr Trump ໄດ້ໃຫ້ຄໍາຕອບ ທີ່ບໍ່ຊັດແຈ້ງ ເມື່ອຖືກຖາມ ກ່ຽວກັບເລື່ອງນີ້-ຊຶ່ງຄົງບໍ່ຕອບສນອງ ຄວາມເປັນຫ່ວງ ຂອງປະເທດ ທີ່ບໍ່ແນ່ໃຈ ກ່ຽວກັບເລື່ອງຄວາມໝັ້ນຄົງ ທີ່ມີມາຢ່າງຍາວນານ.

"ຂຶ້ນກັບຄໍາຈຳກັດຄວາມ(Definition) ຂອງທ່ານ, ມີຄໍາຈຳກັດຄວາມ (Definition) ມາກຫຼາຍ ຂອງມາດຕາ ທີ 5, ທ່ານກໍຮູ້, ແມ່ນບໍ? ແຕ່ຂ້າພະເຈົ້າ ຕັ້ງໃຈທີ່ຈະເປັນເພື່ອນຂອງເຂົາເຈົ້າ. ຂ້າພະເຈົ້າ ໄດ້ກາຍເປັນເພື່ອນ ກັບຜູ້ນໍາຫລາຍຄົນ, ແລະຂ້າພະເຈົ້າຕັ້ງໃຈ ທີ່ຈະຊ່ວຍເຫລືອເຂົາເຈົ້າ."

ເນື້ອເລື່ອງໂດຍ  Tee Mitchell    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ປະຊຸມສຸດຍອດຂອງ NATO ທີ່ The Hague. | SBS Lao