ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ໄວຣັສ Nipah ແມ່ນຫຍັງ?
ສອງກໍຣະນີຂອງໄວຣັສ Nipah ທີ່ຮ້າຍແຮງ ໄດ້ຖືກຢືນຢັນໃນຣັດ West Bengal ຂອງອິນເດັຍ ແລະມີຢ່າງຫນ້ອຍ 190 ຄົນໄດ້ຖືກກັກກັນໂຕ.
ມັນໄດ້ກະຕຸ້ນ ໃຫ້ຫລາຍປະເທດໃນເອເຊັຍ ເພີ່ມການກວດສອບຢູ່ເດີ່ນບິນ ເພື່ອປ້ອງກັນການແພ່ຂຍາຍຂອງເຊື້ອໂຣກ, ຊຶ່ງໃນຂັ້ນຕອນນີ້ ຍັງບໍ່ມີວັກຊີນ (Vaccine) ຫລືການປິ່ນປົວ ທີ່ໄດ້ຮັບການພິສູດແລ້ວ.
ຢ່າງໃດກໍຕາມ, ຜູ້ຊ່ຽວຊານກ່າວວ່າ ເຖິງແມ່ນວ່າມັນເປັນໄວຣັສອັນຕະຣາຍ ແລະມີອັດຕາການຕາຍສູງ, ແຕ່ມັນບໍ່ໄດ້ແພ່ ຈາກຄົນຫາຄົນຫນຶ່ງໄດ້ງ່າຍ.
Angelica Waite ລາຍງານ.
ມີຜູ້ປ່ວຍສອງກໍຣະນີ ຂອງໄວຣັສ Nipah ທີ່ຮ້າຍແຮງ ໄດ້ຖືກຢືນຢັນໃນຣັດ West Bengal ໃນປະເທດອິນເດັຍ ຕັ້ງແຕ່ເດືອນທັນວາ.
ມັນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງ ໃນບາງສ່ວນຂອງເອເຊັຍ, ທີ່ຫລາຍປະເທດ ຮວມທັງມາເລເຊັຍ, ໄທ ແລະເນປານ, ໄດ້ເພີ່ມການກວດສອບຢູ່ເດີ່ນບິນ ເພື່ອຢຸດການແພ່ລະບາດ ຂອງໄວຣັສ.
Dr Subarna Goswami ຈາກໂຮງຫມໍ the Darjeeling Tuberculosis Hospital ກ່າວວ່າ ທາງການອິນເດັຍ ກໍາລັງພະຍາຍາມຕິດຕາມ, ທົດສອບ ແລະກັກໂຕທຸກຄົນ ທີ່ຕິດຕໍ່ກັບຜູ້ປ່ວຍທີ່ຖືກຢືນຢັນ.
"ຈົນເຖິງຕອນນີ້, ມີຄົນໄຂ້ພຽງແຕ່ສອງຄົນເທົ່ານັ້ນ ທີ່ມີຜົນທົດສອບເປັນບວກ. ຜູ້ຕິດຕໍ່ທີ່ເຫລືອຢູ່, ປະມານ 190-200 ຄົນ, ໄດ້ຖືກກັກກັນໂຕ ແລະຜູ້ທີ່ສະແດງອາການ ກໍໄດ້ຮັບການທົດສອບຄືກັນ. ຜົນການທົດສອບເຂົາເຈົ້າ ກໍເປັນລົບ. ນອກຈາກຄົນໄຂ້ສອງຄົນນີ້, ຍັງບໍ່ມີໃຜທົດສອບເປັນບວກ."
Nipah ເປັນການຕິດເຊື້ອໄວຣັສທີ່ຫາຍາກ ຊຶ່ງແພ່ຂຍາຍ ຈາກສັດທີ່ຕິດເຊື້ອ, ຊຶ່ງສ່ວນໃຫຍ່ແມ່ນເຈັຍຫມາກໄມ້, ໄປສູ່ມະນຸດ, ແລະສາມາດເຮັດໃຫ້ເປັນໄຂ້ ແລະສມອງອັກເສບ.
ອົງການອະນາໄມໂລກ (WHO) ກ່າວວ່າ ອັດຕາການຕາຍ ລະຫວ່າງ 40ເຖິງ 75 ເປີເຊັນ, ຂຶ້ນຢູ່ກັບຄວາມສາມາດ ຂອງລະບົບສາທາຣະນະສຸກ ໃນທ້ອງຖິ່ນ ສໍາລັບການກວດຫາ ແລະການຈັດການ.
Dr Goswami ກ່າວວ່າ ກໍຣະນີທີ່ຖືກຢືນຢັນ ໃນປະເທດອິນເດັຍ ເປັນເລື່ອງຫຍຸ້ງຍາກ, ເພາະບໍ່ມີວັກຊີນ ຫລືທາງເລືອກ ໃນການປິ່ນປົວທີ່ຜ່ານການພິສູດແລ້ວ.
"ການຕິດເຊື້ອໄວຣັສ Nipah ເປັນອັນຕະຣາຍຫຼາຍ. ມີເຫດຜົນສາມຢ່າງສໍາລັບເລື່ອງນີ້. ທໍາອິດ, ບໍ່ມີວິທີປິ່ນປົວ, ບໍ່ມີການປິ່ນປົວສະເພາະ ແລະບໍ່ມີຢາປິ່ນປົວໃດໆ. ສອງ, ບໍ່ມີວັກຊີນ ຫລືການສັກວັກຊີນປ້ອງກັນ ສໍາລັບໄວຣັສນີ້. ແລະສິ່ງທີສາມ ຄືອັດຕາການເຈັບປ່ວຍ, ອັດຕາການຕາຍ, ແມ່ນສູງຫລາຍ"
Dr Sayan Chakraborty ທີ່ປຶກສາດ້ານໂຣກຕິດເຊື້ອ ຢູ່ໂຮງຫມໍ Manipal ໃນພາກຕາເວັນຕົກ ຂອງອິນເດັຍ, ກ່າວວ່າ ອັນຕະຣາຍຂອງໄວຣັສ ແມ່ນຢູ່ໃນຄວາມສາມາດຂອງມັນ ທີ່ຈະແພ່ຂຍາຍໄປສູ່ສມອງ.
"ມັນເລີ່ມຕົ້ນ ຄືກັບໄຂ້ໄວຣັສທັມມະດາ. ມີໄຂ້, ເຈັບຫົວ, ເຈັບປວດທົ່ວຮ່າງກາຍ. ພ້ອມນີ້, ມີເຈັບຄໍ ແລະໄອ. ອາການໄອ ປ່ຽນເປັນອາການທີ່ຄ້າຍຄືກັບປອດອັກເສບ. ຫາຍໃຈຍາກ. ຈາກນັ້ນ, ການຕິດເຊື້ອ ຈະຄ່ອຍໆແພ່ໄປສູ່ສມອງ ເຊິ່ງເຮັດໃຫ້ຄວາມຮູ້ສຶກຂອງຄົນເຈັບຫລຸດລົງ. ໃນທີ່ສຸດ, ຄົນໄຂ້ຈະຕົກຢູ່ໃນອາການໂຄມາ (Coma)."
Paul Hunter, ສາດສະດາຈານ ຝ່າຍການແພດ ຢູ່ໂຮງຮຽນການແພດ Norwich, ກ່າວວ່າ ເມື່ອໄວຣັສສົ່ງຜົນກະທົບຕໍ່ສມອງ, ອາການຈະຮ້າຍແຮງຂຶ້ນຢ່າງໄວ.
"ສິ່ງທີ່ອາດເຮັດໃຫ້ຄົນຕາຍຫລາຍທີ່ສຸດ ເອີ້ນວ່າໂຣກສມອງອັກເສບ (Encephalitis), ຊຶ່ງເປັນການຕິດເຊື້ອ ແລະສມອງບວມ. ແລະເມື່ອທ່ານເປັນໂຣກສມອງອັກເສບ (Encephalitis), ທ່ານເລີ່ມຮູ້ສຶກບໍ່ສະບາຍຫຼາຍ. ທ່ານມີໄຂ້ສູງ, ທ່ານເຈັບຫົວຫລາຍ, ແລະທ່ານສາມາດເປັນໂຣກຢ້ານແສງ, ບ່ອນທີ່ແສງສວ່າງ ເຮັດໃຫ້ຕາຂອງທ່ານເຈັບປວດ."
ຄົນສ່ວນຫລາຍ ທີ່ລອດຊີວິດຈາກໂຣກສມອງອັກເສບ (Encephalitis) ຈະຫາຍດີ, ແຕ່ WHO ກ່າວວ່າ ປະມານ 20 ເປີເຊັນໃຊ້ຊີວິດ ຢູ່ກັບຜົນກະທົບ ທາງລະບົບປະສາດ ເຊັ່ນຄວາມຜິດປົກກະຕິ ຂອງອາການຊັກ ແລະການປ່ຽນແປງຂອງນິສັຍ.
Nipah ຖືກລະບຸເທື່ອທໍາອິດ ໃນປະເທດມາເລເຊັຍ ໃນປີ 1999.
ນັບແຕ່ນັ້ນມາ, ມີການລະບາດນ້ອຍໆເກືອບທຸກປີ, ສ່ວນຫລາຍແລ້ວ ຢູ່ໃນ Bangladesh, ແລະໃນປະເທດອິນເດັຍ ກໍມີການລະບາດເປັນບາງຄັ້ງ.
ຈາກຂໍ້ມູນຂອງ Coalition for Epidemic Preparedness Innovations, ຊຶ່ງເປັນກຸ່ມ ທີ່ຕິດຕາມພັຍຄຸກຄາມ ຂອງໂຣກທີ່ອຸບັດຂຶ້ນໃໝ່, ນັບຕັ້ງແຕ່ເດືອນທັນວາປີແລ້ວນີ້, ມີ 750 ກໍຣະນີຖືກບັນທຶກໄວ້ ນັບຕັ້ງແຕ່ປີ 1999 ແລະມີຜູ້ເສັຍຊີວິດ 415 ຄົນ.
ເຖິງແມ່ນວ່າ ໄວຣັສສາມາດແພ່ຈາກຄົນໄປຫາຄົນໄດ້, ແຕ່ສາດສະດາຈານ Paul Hunter ກ່າວວ່າ ມັນບໍ່ແມ່ນເລື່ອງງ່າຍ, ຊຶ່ງອາດອະທິບາຍວ່າ ເປັນຫຍັງການລະບາດ ຈຶ່ງມີບໍ່ຫຼາຍ ແລະຄວບຄຸມໄດ້ພໍສົມຄວານ.
"ເທົ່າທີ່ເຮົາສາມາດບອກໄດ້, ຄວາມສ່ຽງຫຼັກ ຂອງການແພ່ຂຍາຍຈາກຄົນຫາຄົນ ມາຈາກການຕິດຕໍ່ຢ່າງໃກ້ຊິດ, ຕາມປົກກະຕິແລ້ວ ເມື່ອທ່ານດູແລຄົນທີ່ເຈັບປ່ວຍ. ແຕ່ວ່າມີບໍ່ຫຼາຍປານໃດ, ບໍ່ມີຫລັກຖານຫລວງຫລາຍ ທີ່ຈະໃຊ້ເປັນເປັນພື້ນຖານ ຂອງການຕັດສິນເຫລົ່ານີ້."
ເມື່ອມັບຖືກພົບເທື່ອທໍາອິດ ໃນປະເທດມາເລເຊັຍ, Nipah ໄດ້ແພ່ ຂຍາຍ ດ້ວຍການສຳຜັດໂດຍກົງ ກັບຫມູທີ່ເປັນໂຣກ.
ນັບແຕ່ນັ້ນມາ, ມັນມັກຈະແພ່ຂຍາຍ ໂດຍການສຳຜັດກັບສິ່ງທີ່ ນັກວິທະຍາສາດກ່າວວ່າເປັນຕົ້ນຕໍຂອງມັນ: ຊຶ່ງກໍແມ່ນເຈັຍ (ກິນ) ຫມາກໄມ້.
WHO ກ່າວວ່າ ການກິນຫມາກໄມ້ ຫລືຜລິດພັນຫມາກໄມ້ ທີ່ມີນ້ຳຍ່ຽວ ຫລືນ້ຳລາຍ ຈາກເຈັຍຫມາກໄມ້ ທີ່ຕິດເຊື້ອໂຣກ ເປັນສາເຫດຂອງການຕິດເຊື້ອຫຼາຍທີ່ສຸດ.
ສາດສະດາຈານ Hunter ກ່າວວ່າ ດ້ວຍເຫດນີ້, ມີຂໍ້ຄວນລະວັງບາງຢ່າງ ທີ່ສາມາດຊ່ວຍປ້ອງກັນ ຜູ້ຄົນຈາກການຕິດເຊື້ອໄວຣັສ.
"ໃນດ້ານການຕິດເຊື້ອເບື້ອງຕົ້ນ, ມັນເປັນການລະມັດລະວັງ ກ່ຽວກັບການກິນ ແລະດື່ມອາຫານ ທີ່ອາດເປິະເປື້ອນ ໂດຍເຈັຍຫມາກໄມ້. ສໍາລັບຜູ້ເດີນທາງ, ຖ້າຫາກພວກເຮົາຄົນໃດຄົນໜຶ່ງ ໃນໄປທີ່ພື້ນທີ່ເຫລົ່ານີ້, ບັນຫາກໍຄື, ເປັນສິ່ງທີ່ທ່ານບໍ່ຄວນເຮັດ, ຫລືຢ່າກິນຫມາກໄມ້ ໂດຍບໍ່ປອກເປືອກກ່ອນ. ຢ່າດື່ມເຄື່ອງດື່ມ ທີ່ບໍ່ໄດ້ຮັບການຂ້າເຊື້ອ ຫຼືບໍ່ຮ້ອນເຊິ່ງຄວນຮ້ອນ ຈົນເຖິງອຸນຫະພູມທີ່ຈະຂ້າເຊື້ອໄວຣັສໄດ້."
ເຖິງແມ່ນວ່າ ໃນປະຈຸບັນນີ້ ບໍ່ມີວັກຊີນ ຫລືການປິ່ນປົວ ທີ່ໄດ້ຮັບອະນຸຍາດ ໃຫ້ໃຊ້ສໍາລັບ Nipah, ແຕ່ມີວັກຊີນທົດລອງຈໍານວນຫນຶ່ງ ທີ່ຖືກພັດທະນາໂດຍ ນັກວິທະຍາສາດຂອງ Oxford University ທີ່ມີສ່ວນຮ່ວມ ໃນການພັດທະນາວັກຊີນ COVID-19.
ສາດສະດາຈານ Paul Hunter ກ່າວວ່າ ເຖິງແມ່ນວ່າ Nipah ເປັນໄວຣັສທີ່ອັນຕະຣາຍ ແລະມີອັດຕາການຕາຍສູງ, ແຕ່ມັນຍັງບໍ່ໄດ້ສະແດງສັນຍານວ່າ ມັນຈະແພ່ຂຍາຍໃນມະນຸດຫຼາຍ, ຊຶ່ງໝາຍຄວາມວ່າ ໂອກາດຂອງການແພ່ໄປທົ່ວໂລກ ໃນໄລຍະນີ້ເປັນໄປໄດ້ຍາກ.
ຢ່າງໃດກໍຕາມ,ລາວກ່າວວ່າໄລຍະຟັກໂຕ (Incubation Period) ທີ່ຕ້ອງໃຊ້ເວລາຂອງມັນ ເປັນການທ້າທາຍ ທີ່ຈະຕິດຕາມການເຄື່ອນຍ້າຍຂອງມັນ ຂ້າມເຂດແດນ-ເພາະມັນເປັນສິ່ງຍາກ ທີ່ຈະພົບເຫັນໃນໄລຍະເລີ້ມຕົ້ນ.
"ມັນໃຊ້ເວລາ ປະມານຫນຶ່ງເຖິງສອງອາທິດ, (ເວລາສໍາລັບອາການທີ່ຈະສະແດງ) ບາງທີໄວກວ່ານັ້ນ ໃນບາງກໍຣະນີ, ແລະບາງເທື່ອກໍດົນກວ່ານັ້ນ. ຂ້າພະເຈົ້າຄິດວ່າ ນານທີ່ສຸດແມ່ນ 45 ມື້. ແລະນີ້ຫມາຍຄວາມວ່າ ມັນເປັນສິ່ງຍາກ ທີ່ຈະຄວບຄຸມຢູ່ເດີ່ນບິນ, ຖ້າຫາກທ່ານມີໂຣກ ທີ່ໃຊ້ເວລາສອງອາທິດ ທີ່ຈະສະແດງອາການ, ໃນຊ່ວງເວລາສອງອາທິດທໍາອິດ ຫລັງຈາກບາງຄົນຕິດເຊື້ອ, ບໍ່ມີທາງທີ່ ທ່ານຈະສາມາດລະບຸມັນໄດ້."
ລາຍງານໂດຍ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





