ການຂຍາຍອາວຸດ Nuclear

Genbaku Atomic Bomb Dome, Hiroshima (SBS-Allan Lee).jpg

ອະນຸສອນ ລະເບີດນິວເຄລັຍ Genbaku Dome, ທີ່ Hiroshima, ປະເທດຍີ່ປຸ່ນ.

ອາວຸດນິວເຄລັຍ ເປັນອາວຸດທີ່ມີຄວາມສາມາດທໍາລາຍສູງ ທີ່ບໍ່ເຄີຍມີມາກ່ອນ ໄດ້ກໍ່ໃຫ້ເກີດການແຂ່ງຂັນ ດ້ານອາວຸດປະຣະມະນູ. ດ້ວຍຄວາມເຄັ່ງຕຶງໃນຕາເວັນອອກກາງ ແລະ ການສະສົມອາວຸດນິວເຄລັຍ ຂອງຈີນໃນອັດຕາທີ່ໄວ ໄດ້ເຮັດໃຫ້ເກີດຄວາມວິຕົກໃນພູມີພາກໂດຍສະເພາະ ບົດບາດຂອງຈີນໃນ ອາຊີ ຕາເວັນອອກສ່ຽງໃຕ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການຂຍາຍອາວຸດ Nuclear.

ເປັນເວລາ 80 ປີແລ້ວ ນັບຕັ້ງແຕ່ສະຫະຣັດອາເມຣິກາໄດ້ຖິ້ມລະເບີດປະຣະມະນູ (Atomic Bombs) ໃສ່ເມືອງ Nagasaki ແລະ

Hiroshima ໃນສົງຄາມໂລກຄັ້ງທີສອງ.

ຈາກອາວຸດ ທີ່ສາມາດທໍາລາຍສູງ ທີ່ບໍ່ເຄີຍມີມາກ່ອນ ໄດ້ກໍ່ໃຫ້ເກີດການແຂ່ງຂັນ ດ້ານອາວຸດປະຣະມະນູ.

ປະຊາຄົມນາໆຊາດ ໄດ້ພະຍາຍາມຢັບຢັ້ງ ການຂຍາຍອາວຸດ Nuclear,ແຕ່ເຊື່ອກັນວ່າ ຫລາຍປະເທດ ກໍາລັງພະຍາຍາມພັດທະນາມັນ ຫລືເພີ່ມການຜລິດ.

Rayane Tamer ລາຍງານ.

ໃນລະຫວ່າງສົງຄາມໂລກຄັ້ງທີສອງ ສະຫະຣັດອາເມຣິກາ ໄດ້ສ້າງອາວຸດ ທີ່ປະເທດອື່ນບໍ່ມີ.

ເປົ້າຫມາຍທໍາອິດຂອງມັນ ແມ່ນເມືອງ Hiroshima ໃນປະເທດຍີ່ປຸ່ນ.

ພາຍໃຕ້ຄວັນໄຟທີ່ຊົ່ວຮ້າຍນັ້ນ, ພະລັງທີ່ສາມາດທໍາລາຍຫລາຍທີ່ສຸດ ຢູ່ໃນໂລກ ໄດ້ຖືກປ່ອຍອອກມາ.

ສະຫະຣັດອາເມຣິກາ ໄດ້ໃຊ້ເວລາສາມປີ ສ້າງອາວຸດ Nuclear ເຫລົ່ານີ້ຢ່າງລັບໆ, ແຕ່ການປ່ຽນແປງທົ່ວໂລກ ໄດ້ເກີດຂຶ້ນ ຫລັງຈາກວັນທີ 6ເດືອນສິງຫາ ປີ 1945.

ຮອງສາດສະດາຈານ Tilman Ruff ເປັນຜູ້ຮ່ວມກໍ່ຕັ້ງໂຄງການນາໆຊາດ ເພື່ອລົບລ້າງອາວຸດ Nuclear (the International Campaign to Abolish Nuclear Weapons).

"ເປັນການຍາກ ທີ່ຈະຢຸດມັນໄດ້ເມື່ອມັນຖືກໃຊ້ ກັບ Hiroshima ."

Dr James Dwyer, ອາຈານສອນເລື່ອງການສຶກສາ ທາງຍຸດທະສາດ (Strategic Studies), ຈາກມະຫາວິທະຍາລັຍ Tasmania, ກ່າວວ່າ ເມື່ອສົງຄາມເຢັນໄດ້ເລີ່ມຕົ້ນຂຶ້ນ, ການແຂ່ງຂັນທົ່ວໂລກ ທີ່ຈະພັດທະນາລະເບີດປະຣະມະນູ ກໍໄດ້ເລີ່ມຕົ້ນຄືກັນ.... ແລະເປັນໄປຢ່າງໄວ.

"ພວກເຮົາ ໄດ້ເຫັນອາວຸດເພີ່ມຂຶ້ນ ຈາກຈໍານວນບໍ່ເທົ່າໃດ ເຖິງຫລາຍພັນຊະນິດ."

ບັດນີ້ ເຊື່ອກັນວ່າ ມີເກົ້າປະເທດ ທີ່ມີອາວຸດ Nuclear, ຄື ສະຫະຣັດອາເມຣິກາ, ປະເທດຣັສເຊັຍ, ປະເທດຈີນ, ຝຣັ່ງ, ອັງກິດ, ເກົາຫລີເຫນືອ, ອິດສະຣາເອລ, ປະເທດອິນເດັຍ ແລະປາກີສະຖານ.

ມີຫົວລະເບີດຫລາຍກວ່າ 12,000 ຫົວໃນຄັງອາວຸດທົ່ວໂລກ, ແລະສະຫະຣັດອາເມຣິກາ ແລະປະເທດຣັສເຊັຍ ເປັນເຈົ້າຂອງປະມານ 90 ເປີເຊັນ.

ອິດສະຣາເອລ ເປັນພຽງແຕ່ປະເທດດຽວເທົ່ານັ້ນ ທີ່ປະຕິເສດທີ່ຈະເປີດເຜີຍວ່າ ເຂົາເຈົ້າມີຫລືບໍ່, ແລະຮັກສານະໂຍບາຍ ທີ່ຈະໃຫ້ຄວາມບໍ່ແຈ່ມແຈ້ງ ທາງຍຸດທະສາດ.

"ມັນເປັນການຫລິ້ນທາງຍຸດທະສາດ ຂອງອິດສະຣາເອລ. ເຂົາເຈົ້າສາມາດ ໃຊ້ການຂູ່ເຂັນຂອງອາວຸດ Nuclear ເຫນືອປໍຣະປັກ ໂດຍບໍ່ຕ້ອງປະກາດຕົວເອງ ເປັນທາງການວ່າ ເປັນຣັດ Nuclear ຊຶ່ງອາດກໍ່ໃຫ້ເກີດການຂວ້ຳບາດ (Sanctions)"

Iran ກໍແມ່ນອີກປະເທດຫນຶ່ງ ທີ່ລົງນາມໃນສົນທິສັນຍານັ້ນ, ຊຶ່ງຫນ່ວຍດູແລ ຂອງສະຫະປະຊາຊາດ ເຊື່ອວ່າມີ ການຮວບຮວມ Uranium ທີ່ຖືກພັດທະນາຂຶ້ນ ເກືອບເຖິງລະດັບທີ່ຈໍາເປັນ ເພື່ອສ້າງລະເບີດປະຣະມະນູ.

ການຜລິດນັ້ນ ໄດ້ເພີ່ມຂຶ້ນ ຫລັງຈາກປະທານາທິບໍດີ Donald Trump ໄດ້ຖອນຂໍ້ຕົກລົງ Nuclear ກັບ Iran ໃນປີ 2018.

ອິດສະຣາເອລ ແລະສະຫະຣັດອາເມຣິກາ ໄດ້ພະຍາຍາມທໍາລາຍໂຄງການ Nuclear ຂອງ Iran ໃນເດືອນມິຖຸນາ, ເຖິງແມ່ນວ່າ Iran ໄດ້ຢືນຢັນເປັນເວລາດົນນານວ່າ ມັນເປັນພຽງການໃຊ້ທາງດ້ານພົນລະເຮືອນເທົ່ານັ້ນ.

ມັນຍັງບໍ່ຊັດເຈນວ່າ ມີຄວາມເສັຍຫາຍຫຍັງແດ່, ແຕ່ນັກວິເຄາະເຊື່ອວ່າ Uranium ໄດ້ຖືກຍ້າຍໄປແລ້ວ, ແລະສາມາດເພີ່ມໂອກາດທີ່ Iran ຈະສາມາດສ້າງອາວຸດ Nuclear ໄດ້.

"ເຂົາເຈົ້າມີແນວໂນ້ມ ທີ່ຈະສ້າງຄວາມສາມາດດ້ານ Nuclear ຢ່າງລັບໆໃນເວລານີ້ ຫລາຍກວ່າກ່ອນການໂຈມຕີເຫລົ່ານີ້. ຂ້າພະເຈົ້າຄິດວ່າ ມັນເປັນການສ່ຽງອັນເລິກເຊິ່ງ ທີ່ການໂຈມຕີເຫລົ່ານີ້ ຈະຮ້າຍແຮງຂຶ້ນ."

"ຈາກທັດສະນະຂອງ Iran, ສິ່ງດຽວໃນເວລານີ້ ທີ່ສາມາດຮັບປະກັນຄວາມຢູ່ລອດ ອັນຍາວນານຂອງລະບົບການປົກຄອງ ແມ່ນຄວາມສາມາດ ດ້ານປະຣະມະນູ, ຄືການໃຊ້ອາວຸດປະຣະມະນູ. ບໍ່ວ່າສິ່ງນີ້ ຈະເປັນການຢັບຢັ້ງ Iran ຫລືບໍ່, ຂ້າພະເຈົ້າສົງສັຍ ແລະຂ້າພະເຈົ້າບໍ່ຄິດວ່າ ມັນຈະເປັນເຊັ່ນນັ້ນ. ຂ້າພະເຈົ້າຄຶດວ່າ ມັນຈະໄປໃນທາງອື່ນ.”

ຕັ້ງແຕ່ປີ 1960, ໄດ້ມີຂໍ້ຕົກລົງຫລາຍຢ່າງ ທີ່ມີຈຸດປະສົງ ທີ່ຈະຈໍາກັດການແຜ່ຂຍາຍ ຂອງອາວຸດ Nuclear.

ທີ່ສໍາຄັນທີ່ສຸດ ແມ່ນສົນທິສັນຍາ ການບໍ່ແຜ່ຂຍາຍອາວຸດ (the Non-Proliferation Treaty), ຫລື NPT, ຊຶ່ງມີຜົນບັງຄັບໃຊ້ເປັນທາງການ ໃນປີ 1970 ແລະໄດ້ຖືກລົງນາມໂດຍ 191 ປະເທດນັບແຕ່ນັ້ນມາ.

"ຂໍ້ຕົກລົງນັ້ນຄື 5 ປະເທດທີ່ມີອາວຸດ Nuclear, ປະເທດຝຣັ່ງ, ສະຫະຣັດອາເມຣິກາ, ອັງກິດ, ສະຫະພາບໂຊວຽດ ຈະປົດອາວຸດຂອງຕົນ ເພື່ອແລກປ່ຽນ ກັບປະເທດທົ່ວໂລກ ທີ່ບໍ່ມີອາວຸດ Nuclear."

ການຄົ້ນຄວ້າ ທີ່ຖືກພິມເດືອນແລ້ວນີ້ ພົບວ່າ ປະເທດຈີນ ກໍາລັງສະສົມອາວຸດ Nuclear ໃນອັດຕາທີ່ໄວ ທີ່ສຸດໃນໂລກ.

ມັນຫຼ້າຫຼັງປະເທດມະຫາອຳນາດອື່ນໆ, ແຕ່ບັດນີ້ ມີຫົວລະເບີດປະຣະມະນູ 600 ຫົວ, ແລະ 100 ຫົວໄດ້ຖືກເພີ່ມເຂົ້າໃນຄັງອາວຸດ ໃນຊ່ວງສອງປີຜ່ານມານີ້.

ຖ້າຫາກ Beijing ຍັງດໍາເນີນຕໍ່ໄປໃນອັດຕານີ້, ໃນປີ 2035, ມັນຈະມີອາວຸດ Nuclear 1,500 ຫນ່ວຍ, ຊຶ່ງເກືອບເທົ່າກັບປະເທດຣັສເຊັຍ ແລະສະຫະຣັດອາເມຣິກາ ທີ່ພ້ອມໃຊ້ງານໃນເວລາອັນສັ້ນ.

"ພວກເຮົາ ກໍາລັງເຫັນການລົງທຶນຢ່າງຫລວງຫລາຍ ໃນການປັບປຸງອາວຸດ Nuclear ໃຫ້ທັນສມັຍ, ບໍ່ແມ່ນການປົດອາວຸດ ທີ່ເຮົາໄດ້ສັນຍາໄວ້ເປັນເວລາຫລາຍສິບປີ, ແຕ່ການພັດທະນາອາວຸດ Nuclear ທີ່ລີ້ລັບກວ່າເກົ່າ, ໄວກວ່າ, ແນ່ນອນກວ່າ ແລະຍືດຍຸ່ນກວ່າ. ນີ້ບໍ່ແມ່ນສັນຍານຂອງຣັຖບານ ທີ່ຈະຈິງຈັງ ກ່ຽວກັບພັນທະ ທີ່ຈະກໍາຈັດອາວຸດເຫລົ່ານັ້ນ ໃນບໍ່ຊ້ານີ້."

ຄວາມພະຍາຍາມ ທີ່ຈະປົດອາວຸດໄດ້ຢຸດລົງ, ແລະການປາກົດຕົວຂອງປະເທດຈີນ ໃນຖານະມະຫາອຳນາດ ດ້ານປະຣະມະນູທີ່ສໍາຄັນ ກໍຈະເຮັດໃຫ້ການເຈຣະຈາ ສົນທິສັນຍາໃໝ່ໃນປີໜ້າ ຕ້ອງຊັບຊ້ອນຫຼາຍຂຶ້ນ.

“ຂ້າພະເຈົ້າຄິດວ່າ ມີຄວາມສ່ຽງຫຼາຍ ທີ່ຈະເຫັນການແຜ່ຂຍາຍອາວຸດນິວເຄລັຍຫຼາຍຂຶ້ນ ຖ້າຄວາມເຄັ່ງຕຶງ ຍັງດໍາເນີນຕໍ່ໄປ ລະຫວ່າງປະເທດຈີນ ແລະປະເທດອື່ນໆ ໃນອາຊີປາຊີຟິກ. ຖ້າເຮົາຍັງເຫັນ ສະຫະຣັດອາເມຣິກາ ຍັງກະທໍາຢ່າງບໍ່ແນ່ນອນ ຫລືພັນທະມິດ ສູນເສັຍສັດທາ ໃນຄວາມສາມາດ ຂອງສະຫະຣັດອາເມຣິກາ ໃນການໃຫ້ຄວາມຄຸ້ມຄອງ ພາຍໃຕ້ຮົ່ມປະຣະມະນູ ຂອງເຂົາເຈົ້າ."

“ບັດນີ້ ມີຄວາມຢ້ານວ່າ ການປະກາດຂອງສະຫະຣັດອາເມຣິກາ ກ່ຽວກັບລະບົບການປ້ອງກັນໃຫມ່ ທີ່ທະເຍີທະຍານ, ຊຶ່ງຮວມເຖິງອົງປະກອບຕ່າງໆ ໃນອາວະກາດ, ຈະເລັ່ງການແຂ່ງຂັນໃຫ້ໄວຂຶ້ນ.”

ເນື້ອເລື່ອງໂດຍ Rayane Tamer ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service