ສັບປະດາຂອງ ການບໍຣິຈາກອະໄວຍະວະ

Richard and his son (supplied).JPG

ຮູບຂອງ Richard Lokiden ແລະລູກຊາຍຂອງລາວ. Credit: Camille Bianchi

ທຸກຄົນກໍຮູ້ວ່າ ການບໍຣິຈາກອະໄວຍະວະສາມາດຊ່ອຍຊີວິດໄດ້. ໃນຂນະທີ່ ສີ່ໃນຫ້າຄົນ ຂອງຊາວອອສເຕຣເລັຍ ກ່າວວ່າ ເຂົາເຈົ້າສນັບສນູນ ການບໍຣິຈາກອະໄວຍະວະ ແລະແພຈຸລັງ, ມີພຽງແຕ່ຫນຶ່ງໃນສາມຄົນເທົ່ານັ້ນ ທີ່ໄດ້ລົງທະບຽນ ບໍຣິຈາກແທ້ໆ. ໜ່ວຍງານ The Organ and Tissue Authority ກ່າວວ່າ ສ່ວນຫນຶ່ງ ຂອງບັນຫາແມ່ນຄວາມເຂົ້າໃຈຜິດ ທີ່ວ່າສາສນາ ຫລືວັດທະນະທັມ ອາດເປັນອຸບປະສັກ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ສັບປະດາຂອງ ການບໍຣິຈາກອະໄວຍະວະ.

ບັນຫາບັ້ນປາຍຊີວິດຢ່າງຫນຶ່ງ ທີ່ຫຼາຍຄົນປະເຊີນ ແມ່ນການຕັດສິນໃຈວ່າ ຈະເປັນຜູ້ບໍຣິຈາກອະໄວຍະວະ ຫຼືບໍ່.

ໜ່ວຍງານ ອະໄວຍະວະ ແລະແພຈຸລັງ (Tissue) ຂອງອອສເຕຣເລັຍ (Organ and Tissue Authority) ກໍາລັງຊຸກຍູ້ ໃຫ້ສະມາຊິກຂອງຊຸມຊົນຫຼາຍວັດທະນະທັມ ພິຈາຣະນາທາງເລືອກນີ້ ທີ່ເພື່ອຊ່ວຍຊີວິດ.

ມັນເປັນສ່ວນຫນຶ່ງ ຂອງ DonateLife Week, ທີ່ມີຈຸດປະສົງ ທີ່ຈະຍົກລະດັບຄວາມຮັບຮູ້ຂອງຊາດ, ແລະຊຸກຍູ້ຊາວອອສເຕຣເລັຍ ໃຫ້ກາຍເປັນຜູ້ບໍຣິຈາກອະໄວຍະວະ ແລະແພຈຸລັງ (Tissue) ຫຼາຍຂຶ້ນ.

ການຕັດສິນໃຈ ທີ່ສໍາຄັນທີ່ສຸດຢ່າງຫນຶ່ງ ທີ່ຫລາຍຄົນປະເຊີນຢູ່ ຄືຈະເປັນຜູ້ບໍຣິຈາກອະໄວຍະວະ ຫລືບໍ່.

Richard Lokiden ຮູ້ໂດຍກົງ ເຖິງຜົນກະທົບອັນເລິກເຊິ່ງ ຂອງການຕັດສິນໃຈນັ້ນ.

Richard ເປັນໄວລຸ້ນຕອນລາວ ແລະນ້ອງສາວຂອງລາວ ໄດ້ຫນີຈາກການຂັດແຍ້ງໃນ Sudan ໃຕ້, ໃນທີ່ສຸດ ກໍໄດ້ພົບຄວາມປອດພັຍ ໃນອອສເຕຣເລັຍ ໃນຊ່ວງທ້າຍທົດສວັດ 1990.

ລາວຫວັງວ່າຈະໄດ້ເລີ່ມຕົ້ນໃຫມ່, ຊຶ່ງເປັນໂອກາດເທື່ອທີສອງ ໃນຊີວິດ.

ແຕ່ສິ່ງຕ່າງໆ ບໍ່ໄດ້ເປັນໄປຕາມທີ່ວາງແຜນໄວ້.

ໃນຖານະຄົນຫນຸ່ມ, Richard ຖືກພົບວ່າເປັນໂຣກ Hepatitis B, ຊຶ່ງເປັນໂຣກຕັບ ທີ່ອັນຕະຣາຍຕໍ່ຊີວິດ.

ລາວຍັງບໍ່ຮູ້ວ່າ ລາວຕິດເຊື້ອໄດ້ແນວໃດ, ແຕ່ມັນໄດ້ເຮັດໃຫ້ອະນາຄົດຂອງລາວ ມືດມົວເປັນເວລາຍາວນານ.

"ຂ້ອຍບໍ່ໄດ້ຄາດຫວັງສິ່ງໃດ ທີ່ມີຄວາມຫມາຍ ຫລືເຮັດສິ່ງໃດ ທີ່ມີຄວາມຫມາຍ ກັບຊີວິດຂອງຂ້ອຍ. ຂ້ອຍໄດ້ໃຊ້ຊີວິດ ຢູ່ແຕ່ລະມື້ ໂດຍຄິດວ່າ ມື້ອື່ນຂ້ອຍອາດຈະຕາຍໄດ້."

ແລ້ວໃນປີ 2010, ຫລັງຈາກໄດ້ຫລິ້ນເຕະບານກັບຫມູ່ເພື່ອນ, Richard ໄດ້ລົ້ມລົງຢູ່ບ້ານ.
ໃນເວລານີ້, ຊາວອອສເຕຣເລັຍ ປະມານ 1,800 ຄົນ ກໍາລັງລໍຖ້າການຜ່າຕັດ ປ່ຽນອະໄວຍະວະ...ອີກ 14,000 ຄົນກໍາລັງຟອກເລືອດ, ຫລາຍຄົນ ອາດໄດ້ຮັບປໂຍດ ຈາກການບໍຣິຈາກ ຫມາກໄຂ່ຫລັງ.
ລາວກຳລັງເບິ່ງໂທລະພາບ ຕອນລາວເຈັບປ່ວຍໜັກ.

"ຂ້ອຍກຳລັງເບິ່ງໂທລະພາບ ຢູ່ໃນຫ້ອງຮັບແຂກ. ທັນໃດນັ້ນ ຂ້ອຍຮູ້ສຶກປຸ້ນທ້ອງ, ແລະຂ້ອຍຮາກອອກມາ ແລະມັນເປັນເລືອດທັງຫມົດ."

ສາມປີຈາກນັ້ນ, ໃນປີ 2013, Richard ໄດ້ຮັບການປ່ຽນຕັບໃນເວລາດຽວກັນກັບລູກຊາຍຂອງລາວເກີດ.

"ນັ້ນໄດ້ເຮັດໃຫ້ຂ້ອຍມີຄວາມໝັ້ນໃຈຫລາຍຂຶ້ນ, ຢ່າງຫນ້ອຍກໍມີຄວາມຫວັງ."

ສິ່ງຕ່າງດີຂຶ້ນສໍາລັບລາວ ຊົ່ວໄລຍະຫນຶ່ງ.

ລາວໄດ້ເອົາໃຈໃສ່ ກັບການເປັນພໍ່ ແລະລ້ຽງດູລູກຊາຍຂອງລາວ.

ແຕ່ໃນປີ 2016, ຕັບໃຫມ່ຂອງລາວ ເລີ່ມເສື່ອມໂຊມ.

ລາວຕ້ອງການ ການປ່ຽນຕັບອີກເທື່ອຫນຶ່ງ.

ໂຊກດີ ທີ່ມີອາໄວຍະວະອັນທີສອງ.

ລູກສາວຂອງ Richard ກໍເກີດມາ ບໍ່ດົນຫລັງຈາກນັ້ນ.

ໃນເວລານີ້, ຊາວອອສເຕຣເລັຍ ປະມານ 1,800 ຄົນ ກໍາລັງລໍຖ້າການຜ່າຕັດ ປ່ຽນອະໄວຍະວະ.

ອີກ 14,000 ຄົນກໍາລັງຟອກເລືອດ, ຫລາຍຄົນ ອາດໄດ້ຮັບ ປໂຍດຈາກການບໍຣິຈາກ ຫມາກໄຂ່ຫລັງ.

ເຖິງຢ່າງໃດກໍຕາມ, ໃນຂນະທີ່ ສີ່ໃນຫ້າຄົນ ຂອງຊາວອອສເຕຣເລັຍ ກ່າວວ່າ ເຂົາເຈົ້າສນັບສນູນ ການບໍຣິຈາກອະໄວຍະວະ ແລະແພຈຸລັງ, ມີພຽງແຕ່ຫນຶ່ງໃນສາມຄົນເທົ່ານັ້ນ ທີ່ໄດ້ລົງທະບຽນ ບໍຣິຈາກແທ້ໆ.
ໃນຂນະທີ່ ສີ່ໃນຫ້າຄົນ ຂອງຊາວອອສເຕຣເລັຍ ກ່າວວ່າ ເຂົາເຈົ້າສນັບສນູນ ການບໍຣິຈາກອະໄວຍະວະ ແລະແພຈຸລັງ, ມີພຽງແຕ່ຫນຶ່ງໃນສາມຄົນເທົ່ານັ້ນ ທີ່ໄດ້ລົງທະບຽນ ບໍຣິຈາກແທ້ໆ.
ໜ່ວຍງານ The Organ and Tissue Authority ກ່າວວ່າ ສ່ວນຫນຶ່ງ ຂອງບັນຫາແມ່ນຄວາມເຂົ້າໃຈຜິດ ທີ່ວ່າສາສນາ ຫລືວັດທະນະທັມ ອາດເປັນອຸບປະສັກ.

Helen Opdan ຜູ້ອໍານວຍການດ້ານການແພດແຫ່ງຊາດ ຂອງ The Organ and Tissue Authority ກ່າວວ່າ ສໍາລັບຄົນສ່ວນຫລາຍ ນັ້ນບໍ່ເປັນຄວາມຈິງ.

"ຂັ້ນຕອນເຫຼົ່ານີ້ ສາມາດດໍາເນີນໄດ້ ໃນວິທີທີ່ສອດຄ່ອງ ກັບຄວາມຕ້ອງການທາງສາສນາ ແລະວັດທະນະທັມຂອງຜູ້ຄົນ."

ສັບປະດາບໍຣິຈາກຊີວິດ (DonateLife Week) ເລີ່ມຕັ້ງແຕ່ວັນທີ 27 ເດືອນກໍລະກົດ ເຖິງ 3 ເດືອນສິງຫາ 2025.

ສັບປະດານີ້ ກ່ຽວກັບການຍົກລະດັບຄວາມຮັບຮູ້ ແລະຊຸກຍູ້ຜູ້ຄົນ ໃຫ້ຈົດທະບຽນ, ຊຶ່ງສາມາດເຮັດໄດ້ຢ່າງໄວ ໃນອິນເຕີເນັດຫລືຜ່ານບັນຊີ Medicare.

ແຕ່ການທ້າທາຍ ກໍຍັງມີຢູ່, ໂດຍສະເພາະ ໃນການສ້າງຄວາມໄວ້ວາງໃຈ ແລະທໍາລາຍຄວາມເຊື່ອຖືບາງຢ່າງ ໃນບາງຊຸມຊົນ.

Trina Ripoll ເປັນຜູ້ປະສານງານຜູ້ຊ່ຽວຊານ ເລື່ອງການບໍຣິຈາກ.

"ບາງເທື່ອ, ການຂາດຂໍ້ມູນ ແລະການຂາດການເຂົ້າເຖິງແຫລ່ງຊ່ອຍເຫລືອເຫລົ່ານັ້ນ ອາດເປັນຫົວຂໍ້ ທີ່ຫນ້າກົວຫລາຍທີ່ສຸດ ທີ່ຕ້ອງພິຈາຣະນາ."

Dr Opdan ອະທິບາຍຕື່ມອີກ.

"ເມື່ອເຮົາມີຄວາມແຕກຕ່າງຫລາຍ ໃນຜູ້ທີ່ເຕັມໃຈບໍຣິຈາກ, ໂອກາດທີ່ຊາວອອສເຕຣເລັຍທຸກຄົນ ຈະໄດ້ຮັບການປ່ຽນອະໄວຍະວະ ທີ່ເຫມາະສົມ ຖ້າຫາກເຂົາເຈົ້າຕ້ອງການ."

ສໍາລັບ Richard, ຜູ້ຊຶ່ງຕອນນີ້ ທໍາງານໃນການຊ່ອຍເຫລືອ ຜູ້ພິການ ແລະບໍຣິການຊາວຫນຸ່ມ, ຊີວິດຫລັງຈາກການປ່ຽນຕັບສອງເທື່ອ ແມ່ນເຕັມໄປດ້ວຍຈຸດປະສົງ.

"ຍັງບໍ່ທັນຮອດເວລາຂອງຂ້ອຍ. ມັນເຮັດໃຫ້ຂ້ອຍຢາກເຮັດບາງສິ່ງ ກັບຊີວິດຂອງຂ້ອຍ, ຫລືຢ່າງຫນ້ອຍ ຖ້າບໍ່ແມ່ນສໍາລັບຂ້ອຍ, ກໍແມ່ນເພື່ອລູກໆຂອງຂ້ອຍ."

ຕອນນີ້, Richard ກໍາລັງຄິດທີ່ຈະຕອບແທນ.

ລາວກໍາລັງວາງແຜນ ທີ່ຈະຈົດທະບຽນ ເປັນຜູ້ບໍຣິຈາກອະໄວຍະວະ ດ້ວຍຕົວເອງ, ຫວັງວ່າມື້ຫນຶ່ງ ລາວຈະຊ່ອຍຊີວິດຂອງຄົນອື່ນໄດ້.

DonateLife Week ດໍາເນີນທົ່ວປະເທດ, ແລະການຈົດທະບຽນ ເພື່ອກາຍເປັນຜູ້ບໍຣິຈາກອະໄວຍະວະ ແລະແພຈຸລັງ ໃຊ້ເວລາພຽງຫນຶ່ງນາທີ.

ທ່ານສາມາດຫາຂໍ້ມູນເພີ່ມເຕີມ ໂດຍໄປທີ່: donatelife.gov.au

ເນື້ອເລື່ອງໂດຍ  Youssef Saudie ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ສັບປະດາຂອງ ການບໍຣິຈາກອະໄວຍະວະ | SBS Lao