ການດູແລໄລຍະສຸດທ້າຍທີ່ເຫມາະສົມ ກັບວັດທະນະທັມ.

Frances Davey's mother is receiving palliative care tailored to her Greek culture (SBS).jpg

ແມ່ຂອງ Frances Davey ຜູ້ທີ່ໄດ້ຮັບການດູແລໃນໄລຍະສຸດທ້າຍທີ່ເໝາະສົມກັບປະເພນີແລະວັດທະນະທັມກຣີກ.

ຫຼາຍກວ່າ 37% ຂອງຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີມາຈາກປະເທດອື່ນ. ສະນັ້ນ, ເຮົາຈຶ່ງມີສັງຄົມ ທີ່ມີຫຼາຍວັດທະນະທັມ.ສະນັ້ນ, ຕ້ອງໃຫ້ແນ່ໃຈວ່າ ທຸກຄົນມີແຜນການດູແລ ທີ່ເນັ້ນບຸກຄົນ ເປັນສູນກາງ (Person-centered) ການສົ່ງເສີມ ວິທີທາງທີ່ເຫັນອົກເຫັນໃຈ, ເພື່ອສະແດງຄວາມເຄົາຣົບໃນການເລືອກຂອງຜູ້ຄົນໃນປີສຸດທ້າຍ, ເດືອນ ແລະວັນສຸດທ້າຍ ຂອງຊີວິດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:

ການດູແລໄລຍະສຸດທ້າຍທີ່ເຫມາະສົມ ກັບວັດທະນະທັມ.

ອາທິດນີ້ ແມ່ນປີທີ30 ຂອງອາທິດການດູແລ ໄລຍະສຸດທ້າຍ ແຫ່ງຊາດ(National Palliative Care Week), ພ້ອມດ້ວຍຫົວຂໍ້ຂອງປີນີ້ວ່າ: 'ແຜນຂອງທ່ານຄືຫຍັງ? (What's your plan?)', ມີຈຸດປະສົງ ທີ່ຈະຊຸກຍູ້ ການສົນທະນາ ກ່ຽວກັບການດູແລ ໃນໄລຍະສຸດທ້າຍຂອງຊີວິດ.

ສ່ວນຫນຶ່ງ ອາດຮວມເຖິງ ການສົນທະນາ ແລະການດຳເນີນການ ຕາມຂນົບທັມນຽມ ແລະຮີດຄອງປະເພນີ ທີ່ເຫມາະສົມ ກັບວັດທະນະທັມ ທີ່ກ່ຽວຂ້ອງ ກັບຄວາມຕາຍ ແລະການຕາຍສໍາລັບຜູ້ອາສັຍຢູ່ທີ່ເຮືອນດູແລຜູ້ສູງອາຍຸ ແລະຄອບຄົວຂອງເຂົາເຈົ້າ, ຊຶ່ງເປັນບັນຫາ ທີ່ຖືກກ່າວເຖິງ ຜ່ານຫລັກສູດ ໃຫມ່ທາງອິນເຕີແນັດ.

ແລະເລື່ອງນີ້ ໄດ້ຖືກຜລິດຮ່ວມກັບ SBS Greek.

Virginia ຜູ້ເປັນແມ່ຂອງ Frances Davey ຊຶ່ງອົບພະຍົບຈາກປະເທດກຣີກ ມາຢູ່ອອສເຕຣເລັຍ ປະມານ 70 ປີກ່ອນ.

ບັດນີ້ ນາງອາຍຸໄດ້ 96 ປີ, ນາງໄດ້ຮັບການດູແລ ແບບໄລຍະສຸດທ້າຍ (Palliative Care) ທີ່ Fronditha Care-ຜູ້ໃຫ້ການດູແລຜູ້ສູງອາຍຸ ທີ່ຊ່ຽວຊານ ໃນການຊ່ອຍເຫລືອ ຊາວອອສເຕຣເລັຍ ຈາກພູມຫຼັງວັດທະນະທັມ ກຣີກ (Greek cultural background).

“ແມ່ຂອງຂ້ອຍເວົ້າສອງພາສາ (ແຕ່) ຕອນນີ້ ນາງເປັນໂຣກສມອງເສື່ອມ, ນາງໄດ້ກັບຄືນໄປໃຊ້ພາສາແມ່ຂອງນາງ, ໃນຕອນທີ່ລາວອາຍຸຍັງນ້ອຍຢູ່ໃນຫມູ່ບ້ານນ້ອຍໆ, ນາງບໍ່ໄດ້ຢູ່ໃນອອສເຕຣເລັຍອີກແລ້ວ, ນາງໄດ້ສູນເສັຍ ສີ່ສິບປີທີ່ຜ່ານມາ. ມັນສໍາຄັນແທ້ໆ ທີ່ການດູແລໄລຍະສຸດທ້າຍ ທາງວັດທະນະທັມ ທີ່ໄດ້ຖືກຈັດຕັ້ງຂຶ້ນ.”

Frances ກ່າວວ່າ ການເຂົ້າໃຈ ແລະການສນັບສນູນ ຄວາມຕ້ອງການ ທາງວັດທະນະທັມ ແລະຈິດວິນຍານ ຂອງແມ່ລາວ ເປັນສິ່ງສໍາຄັນ ຕໍ່ການດູແລ ທີ່ລະອຽດອ່ອນ ແລະມີສັກສີ

“ນາງຍັງຢາກມີພິທີການທາງສາສນາຕ່າງໆ, ຄວາມເຊື່ອຖື ທາງສາສນາ ແລະວັນທາງສາສນາ, ແລະວັນ Easter ໂດຍສະເພາະ, ເພາະນາງມີຄວາມຊົງຈໍາດີໆຫລາຍຢ່າງ, ນັ້ນເປັນສິ່ງທີ່ດີສໍາລັບນາງ.”

Culturally Appropriate Palliative Care ຖືກກ່າວເຖິງ ໃນແບບແຜນ(Module) ທາງອິນເຕີແນັດໃຫມ່ ທີ່ເປີດໂຕໃນອາທິດນີ້ (ໃນວັນອາທິດ) ໂດຍ Dementia Australia ໃນ 'Ask Annie App' ຮ່ວມກັບ Fronditha Care Foundation.

ນີ້ແມ່ນ ທ່ານຫມໍ David Sykes, ຜູ້ອໍານວຍການ ສູນກາງສໍາລັບການຮຽນຮູ້ ເລື່ອງພາວະສມອງເສື່ອມ (the Centre for Dementia Learning) ທີ່ Dementia Australia.

“ແບບແຜນ (Module) ກ່ຽວກັບການດູແລໄລຍະສຸດທ້າຍໃຫມ່ນີ້ ແມ່ນມີຈຸດປະສົງ ທີ່ຈະຈັດຫາສະຖານະການໃນຊີວິດຈິງ ໃຫ້ແກ່ພະນັກງານ ເພື່ອໃຫ້ຄໍາແນະນໍາ ແລະຍຸດທະວິທີ ທີ່ມີຄຸນຄ່າແກ່ເຂົາເຈົ້າ ກ່ຽວກັບວິທີ ທີ່ເຂົາເຈົ້າ ຈະສາມາດໃຫ້ການດູແລ ແລະການສນັບສນູນ ທີ່ມີຄຸນຄ່າແທ້ໆ.”

Faye Spiteri ເປັນ CEO ຂອງ Fronditha Care.

“ເມື່ອຜູ້ຄົນ ມັກຈະໃຊ້ຊີວິດຕອນສູງອາຍຸ ໃນເຮືອນ, ເມື່ອເຖິງເວລາ ທີ່ເຂົາເຈົ້າໄປຕ້ອງຍ້າຍໄປຢູ້ເຮືອນຜູ້ສູງອາຍຸ, ຕາມປົກກະຕິແລ້ວ ເຂົາເຈົ້າ ຈະຢູ່ໃນຂັ້ນຕອນທີ່ສູງຂຶ້ນ ຂອງຄວາມເຈັບປ່ວຍ ເຊັ່ນການໃຊ້ຊີວິດ ຢູ່ກັບພາວະສມອງເສື່ອມ. ສະນັ້ນ, ມັນຈຶ່ງສໍາຄັນຫລາຍ ທີ່ຈະຮວມເອົາແບບແຜນ ການດູແລໄລຍະສຸດທ້າຍ ເຂົ້າກັບເລື່ອງຄວາມຈໍາເສື່ອມ ເພື່ອວ່າສະມາຊິກ ໃນທີມຂອງເຮົາ ຈະສາມາດເຂົ້າໃຈບັນຫາເຫລົ່ານີ້ ທີ່ກ່ຽວຂ້ອງກັນໄດ້ດີຍິ່ງຂຶ້ນ.”

ອີງຕາມ Palliative Care Australia, ໃນແຕ່ລະມື້ 400 ຄົນໃນທຸກວັຍ ໄດ້ເສັຍຊີວິດ ຈາກໄລຍະສຸດທ້າຍຂອງໂຣກຕ່າງໆ ໃນອອສເຕຣເລັຍ ແລະສາມາດ ໄດ້ຮັບປໂຍດ ຈາກການດູແລແບບອ່ອນໂຍນ.

Camilla Rowland, CEO ຂອງ Palliative Care Australia, ກ່າວວ່າ ການດູແລແບບໄລຍະສຸດທ້າຍ ເປັນສິດທິມະນຸດ ທີ່ສາມາດໃຫ້ຄວາມຊ່ອຍເຫລືອ ໃນໄລຍະສຸດທ້າຍຂອງຊີວິດເຂົາເຈົ້າ.

ຫຼາຍກວ່າ 37% ຂອງຊາວ ທີ່ມີອາຍຸສູງກວ່າ 65 ປີມາຈາກປະເທດອື່ນ. ສະນັ້ນ, ເຮົາຈຶ່ງມີສັງຄົມ ທີ່ມີຫຼາຍວັດທະນະທັມ.ສະນັ້ນ, ເຮົາຕ້ອງໃຫ້ແນ່ໃຈວ່າ ທຸກຄົນມີແຜນການດູແລ ທີ່ເນັ້ນບຸກຄົນ ເປັນສູນກາງ (Person-centered).

ມັນເປັນສິ່ງ ທີ່ນາງພະຍາບານ Waruni Garusingha ຮູ້ສຶກກະຕືລືລົ້ນ.

“ໃນປະເພນີຂອງຊາວ Greek Orthodox, ເຂົາເຈົ້າ ໃຫ້ຄວາມສໍາຄັນຫລາຍ ກັບການສນັບສນູນທາງຈິດວິນຍານ, ຊຶ່ງກ່ຽວຂ້ອງ ກັບນັກບວດ ໃນການສວດມົນ ແລະອວຍພອນ, ແລະຄອບຄົວຊາວກຣີກ ສ່ວນຫລາຍ ມັກຈະຢູ່ກັບຄົນທີ່ເຂົາເຈົ້າຮັກ ໃນເວລາສຸດທ້າຍຂອງຊີວິດເຂົາເຈົ້າ, ແລະຕາມປົກກະຕິແລ້ວ ພວກເຮົາຈະເອົາຮູບປັ້ນກຣີກ ຕິດໃສ່ໃນຫ້ອງ, ສຽງເພງຄ່ອຍໆ, ສິ່ງເຫຼົ່ານີ້ ກໍຖືກເນັ້ນຫນັກໃນ Module ນໍາອີກ.”

ການສົ່ງເສີມ ວິທີທາງທີ່ເຫັນອົກເຫັນໃຈ, ເພື່ອສະແດງຄວາມເຄົາຣົບໃນການເລືອກຂອງຜູ້ຄົນໃນປີສຸດທ້າຍ, ເດືອນ ແລະວັນສຸດທ້າຍ ຂອງຊີວິດ.

ເນື້ອເລື່ອງໂດຍ  Stergos Kastelloriou for SBS Greek and Jennifer Scherer  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service