ການຮັບຮູ້ຣັດ Palestine ຂອງອອສເຕຣເລັຍ.

ANTHONY ALBANESE PRESSER

ນາຍົກຣັຖມົນຕີ Anthony Albanese ແລະຣັຖມົນຕີການຕ່າງປະເທດ, Penny Wong ກຳລັງກ່າວຖແລງການທີ່ຣັຖສະພາ. Source: AAP / MICK TSIKAS/AAPIMAGE

ອອສເຕຣເລັຍ ຈະຮັບຮູ້ຣັດ Palestine (Palestinian State) ໃນກອງປະຊຸມໃຫຍ່ ສະຫະປະຊາຊາດ ໃນເດືອນກັນຍາ ພ້ອມກັນກັບ France, Canada ແລະປະເທດອັງກິດ.... ແຕ່ຝ່າຍຄ້ານຣັຖບານກາງ ກໍຍັງກັງວົນ ກ່ຽວກັບການເຄື່ອນໄຫວ ທີ່ເຮັດໃຫ້ອອສເຕຣເລັຍ ຕ້ອງຂັດແຍ້ງກັບສະຫະຣັດອາເມຣິກາ ຊຶ່ງບໍ່ເຫັນດີນຳກັບການເຄື່ອນໄຫວນີ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການຮັບຮູ້ຣັດ Palestine ຂອງອອສເຕຣເລັຍ.

ອອສເຕຣເລັຍ ຈະຮັບຮູ້ຣັດ Palestine (Palestinian State) ໃນກອງປະຊຸມໃຫຍ່ ສະຫະປະຊາຊາດ ໃນເດືອນກັນຍາ.

ມັນເກີດຂຶ້ນ ຫຼັງຈາກການປະກາດທີ່ຄ້າຍຄືກັນນີ້ ຈາກປະເທດ France, Canada ແລະປະເທດອັງກິດ ໃນຫລາຍອາທິດຜ່ານມາ.

Rania Yallop ແລະ Ewa Staszewska ລາຍງານ.

ເປັນເວລາຫລາຍອາທິດ, ຣັຖບານກ່າວວ່າ ມັນເປັນຄໍາຖາມທີ່ວ່າ ເມື່ອໃດ, ບໍ່ແມ່ນຖ້າຫາກວ່າ, ອອສເຕຣເລັຍ ຈະຮັບຮູ້ຣັດ Palestine ຫຼືບໍ່.

ແລະບັດນີ້ ເຮົາກໍຮູ້ແລ້ວວ່າເມື່ອໃດ.

ນາຍົກຣັຖມົນຕີ Anthony Albanese....

"ໃນກອງປະຊຸມໃຫຍ່ ຄັ້ງທີ 80 ຂອງສະຫະປະຊາຊາດ ໃນເດືອນກັນຍາ, ອອສເຕຣເລັຍ ຈະຮັບຮູ້ຣັດ Palestine."

ອອສເຕຣເລັຍ ຈະເຂົ້າຮ່ວມກັບປະເທດ France, Canada ໃນການຮັບຮູ້ຣັດ Palestine ໃນກອງປະຊຸມໃຫຍ່... ໂດຍທີ່ປະເທດອັງກິດ ກໍຄົງຈະໃຊ້ກອງປະຊຸມຄັ້ງນີ້ ເປັນໂອກາດສໍາລັບການຮັບຮູ້ຢ່າງເປັນທາງການ.

ມັນເກີດຂຶ້ນຫລັງຈາກ ນາຍົກຣັຖມົນຕີ ອິດສະຣາເອລ, Benjamin Netanyahu, ໄດ້ວິພາກວິຈານ ການຕອບສນອງ ຂອງອອສເຕຣເລັຍ ຕໍ່ຄວາມຂັດແຍ້ງ.

"ຜູ້ທີ່ກ່າວວ່າ ອິດສະຣາເອລ ມີສິດທີ່ຈະປົກປ້ອງຕົນເອງ ກໍຈະເວົ້າຄືກັນ, ແຕ່ຢ່າໃຊ້ສິດທິນັ້ນ ເມື່ອເຮົາເຮັດສິ່ງທີ່ປະເທດໃດກໍຕາມ ຈະປະເຊີນກັບອົງການກໍ່ການຮ້າຍ ທີ່ຂ້າລ້າງເຜົ່າພັນ ຊຶ່ງໄດ້ໂຈມຕີຊາວຢິວ ທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ Holocaust. ຂ້າພະເຈົ້າຄິດວ່າ ເຮົາກໍາລັງໃຊ້ກໍາລັງຢ່າງຖືກຕ້ອງ ແລະເຂົາເຈົ້າກໍຮູ້. ເຂົາເຈົ້າຮູ້ວ່າ ເຂົາເຈົ້າຈະເຮັດແນວໃດ ຖ້າຫາກຢູ່ໃກ້ເມືອງ Melbourne ຫລືຢູ່ໃກ້ເມືອງ Sydney, ທ່ານມີການໂຈມຕີທີ່ຫນ້າຢ້ານກົວເຫລົ່ານີ້, ຂ້າພະເຈົ້າຄິດວ່າ ຢ່າງຫນ້ອຍທ່ານຈະເຮັດສິ່ງນັ້ນ, ສິ່ງທີ່ພວກເຮົາກໍາລັງເຮັດຢູ່ ອາດບໍ່ມີປະສິດທິພາບ ແລະແນ່ນອນ ເທົ່າກັບທີ່ພວກເຮົາກໍາລັງເຮັດຢູ່."

Mr Netanyahu ຍັງວິພາກວິຈານ ຂັ້ນຕອນຂອງອອສເຕຣເລັຍ ທີ່ຈະຮັບຮູ້ຣັດ Palestine. ໂດຍທີ່ Anthony Albanese ຢືນຢັນໃນມື້ນີ້ວ່າ ລາວໄດ້ແຈ້ງ ເຈດຕະນາຂອງອອສເຕຣເລັຍ ຕໍ່ນາຍົກຂອງອິດສະຣາເອລທາງໂທຣະສັບ ໃນອາທິດທີ່ຜ່ານມາ.

"ການໃຫ້ປະເທດໃນຢູໂຣບ ແລະອອສເຕຣເລັຍເຮັດໃນສິ່ງທີ່ຊັບຊ້ອນເຊັ່ນນັ້ນ, ແລະຫຼອກລວງຄົນອື່ນນັ້ນ ເປັນໜ້າຜິດຫວັງ, ແລະຂ້າພະເຈົ້າຄິດວ່າ ມັນເປັນສິ່ງອັບອາຍແທ້ໆ."

ຣັຖມົນຕີການຕ່າງປະເທດ, Penny Wong, ກ່າວວ່າ ການຮັບຮູ້ຣັດPalestine ມີມາເປັນເວລາດົນນານແລ້ວ.

"ເປັນເວລາຫລາຍກວ່າ 77 ປີແລ້ວ ທີ່ໂລກໄດ້ສັນຍາວ່າ ຈະມີຣັດ Palestine ໂດຍທີ່ຮູ້ວ່າ ຈະບໍ່ມີຄວາມສງົບທີ່ຍືນຍົງ ສໍາລັບທັງສອງປະເທດ ຫາກປາດສະຈາກ ທາງອອກສຳລັບທັງສອງຣັດ."

ປະເທດອັງກິດ ໄດ້ຄວບຄຸມສິ່ງທີ່ຮູ້ຈັກກັນວ່າ ເປັນເຂດມອບຫມາຍຂອງຊາວ Palestine ລະຫວ່າງປີ 1922 ເຖິງ 1948.

ຫລັງຈາກ the Holocaust ແລະສົງຄາມໂລກຄັ້ງທີສອງ, ຄໍາສັ່ງໄດ້ສິ້ນສຸດລົງ ແລະຖືກປ່ຽນເປັນ ແຜນສໍາລັບຣັດອາຣັບ ແລະຣັດຢິວ ທີ່ຢູ່ຄຽງຂ້າງກັນ.

ອິດສະຣາເອລ ໄດ້ປະກາດເອກກະຣາດ ໃນປີ 1948 ແລະໄດ້ຖືກຮັບໃຫ້ເປັນສະມາຊິກ ຂອງສະຫະປະຊາຊາດໃນປີຕໍ່ມາ.

ປະຈຸບັນ ອິດສະຣາເອລ ຖືກຮັບຮູ້ໂດຍປະເທດສະມາຊິກ 165 ປະເທດ.

ໃນປີ 1988, ຜູ້ນໍາຊາວ Palestine, Yasser Arafat, ໄດ້ປະກາດຣັດ Palestine ອິດສຣະ ໂດຍມີ Jerusalem ເປັນເມືອງຫລວງ ໃນລະຫວ່າງການຕໍ່ຕ້ານ (Intifada) ຄັ້ງທໍາອິດ, ພ້ອມດ້ວຍເປົ້າຫມາຍທີ່ ຈະໃຫ້ຣັດອິດສະຣາເອລ ແລະ Palestine ອິດສຣະ ຢູ່ຄຽງຂ້າງກັນ.

82 ປະເທດໄດ້ຮັບຮູ້ຣັດ Palestine ໃນທ້າຍປີນັ້ນ.

ນັບແຕ່ເດືອນມິນາປີນີ້, ຣັດ Palestine ໄດ້ຖືກຮັບຮູ້ໂດຍ 147 ໃນ 193ປະເທດສະມາຊິກ ຂອງສະຫະປະຊາຊາດ.

ການຖິ້ມລະເບີດໃນ Gaza ຂອງອິດສະຣາເອລ, ຊຶ່ງໄດ້ເຮັດໃຫ້ມີຄົນຕາຍ ຢ່າງຫນ້ອຍ 60,000 ຄົນ ໃນການຕອບໂຕ້ ການຂ້າຄົນ ປະມານ 1,200ຄົນ ໃນອິດສະຣາເອລ ໃນວັນທີ 7 ເດືອນຕຸລາປີ 2023, ໄດ້ເຮັດໃຫ້ມີການສນັບສນູນ ການຮັບຮູ້ຣັດ Palestine ອີກເທື່ອນຶ່ງ.

Shahram Akbarzadeh ເປັນສາດສະດາຈານ ດ້ານການເມືອງຕາເວັນອອກກາງ (Middle East Politics) ທີ່ Deakin University.

ລາວເວົ້າວ່າ ວິທີທີ່ອິດສະຣາເອລຕອບໂຕ້ ຕໍ່ການໂຈມຕີ ໃນວັນທີ 7ເດືອນຕຸລາ ໄດ້ເຮັດໃຫ້ການສນັບສນູນ ຂອງຣັດ Palestine ເພີ່ມຂຶ້ນ.

"ຄວາມຄິດເຫັນ ຂອງສາທາຣະນະຊົນທົ່ວໂລກ ໄດ້ຫັນໄປຕໍ່ຕ້ານອິດສະຣາເອລແທ້ໆ, ເພາະສິ່ງທີ່ຊາວອິດສະຣາເອລ ໄດ້ເຮັດໃນໄລຍະເກືອບສອງປີທີ່ຜ່ານມາ. ການສັງຫານພົນລະເຮືອນຢ່າງບໍ່ເລືອກຫນ້າ, ການປິດອ້ອມ Gaza ຊຶ່ງປິດກັ້ນອາຫານ ແລະຢາ ບໍ່ໃຫ້ເຂົ້າໄປ, ບໍ່ໃຫ້ນ້ຳເຂົ້າໄປ, ມັນກີດກັນຊາວ Palestine ໃນ Gaza ບໍ່ໃຫ້ອອກໄປຫາປາ, ໂດຍພື້ນຖານແລ້ວ ໄດ້ປ່ຽນຫັນຄວາມຄິດເຫັນ ຂອງສາທາຣະນະ ຕໍ່ອິດສະລາເອລ ແລະໄດ້ເລັ່ງການຍອມຮັບ Palestine ຢ່າງໄວຂຶ້ນທົ່ວໂລກ."

ແຕ່ລາວເວົ້າວ່າ Palestine ຄົງຈະບໍ່ກາຍເປັນສະມາຊິກເຕັມ ຂອງສະຫະປະຊາຊາດ.

"ມະຕິ ສໍາລັບຣັດ Palestine ຕ້ອງໄດ້ຮັບການອະນຸມັດ ຈາກສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດ, ແລະນັ້ນຫມາຍຄວາມວ່າ ສະຫະຣັດອາເມຣິກາ ມີອໍານາດຍັບຍັ້ງ (veto) ໃນການຕັດສິນໃຈນີ້. ສະນັ້ນ, ສິ່ງທີ່ຣັຖບານອອສເຕຣເລັຍ ກໍາລັງເຮັດ ຄືການເພີ່ມກຳລັງ ແລະບອກສະຫະຣັດອາເມຣິກາວ່າ ຊຸມຊົນທົ່ວໂລກ ຢາກເຫັນການຍຸດຕິຄວາມຂັດແຍ້ງ, ວ່າຊຸມຊົນທົ່ວໂລກ ຈະບໍ່ເຫັນການຂັດແຍ້ງສິ້ນສຸດລົງ ຖ້າຫາກເຮົາ ລໍຖ້າການເຈຣະຈາທາງການທູດອີກ. ນັ້ນແມ່ນການເຈຣະຈາທາງການທູດ ລະຫວ່າງອິດສະຣາເອລ ແລະ Palestine, ເພາະອິດສະຣາເອລ ໄດ້ສະແດງໃຫ້ເຫັນວ່າ ມັນບໍ່ມີຄວາມສົນໃຈ ທີ່ຈະຕົກລົງກັນ ເລື່ອງອະນາຄົດ ຂອງຣັດ Palestine."

ສະຫະຣັດອາເມຣິກາ ໄດ້ວິພາກວິຈານປະເທດຕ່າງໆ ຢ່າງຕໍ່ເນື່ອງ ສໍາລັບການເຄື່ອນໄຫວ ໃນການຮັບຮູ້ຣັດ Palestine ແລະໃນປີ 2024, ມັນໄດ້ຍັບຍັ້ງມະຕິ ທີ່ຈະໃຫ້ Palestine ເປັນສະມາຊິກເຕັມ ຂອງສະຫະປະຊາຊາດ.

ຜົນປໂຍດ ຂອງສະມາຊິກເຕັມເຫຼົ່ານີ້ ລວມເຖິງການມີກອງທັບຕິດອາວຸດ ຢູ່ພາຍໃຕ້ການຄຸ້ມຄອງຂອງຣັດ, ດໍາເນີນການທາງການທູດ, ການສ້າງຄວາມສໍາພັນກັບປະເທດອື່ນໆ ເຊັ່ນຄວາມຜູກພັນ ທາງການຄ້າ ແລະການຮຽກຮ້ອງຕາມກົດຫມາຍ ຕໍ່ອິດສະຣາແອລ ໃນທຸກອົງການສາກົນ ພາຍໃຕ້ອຳນາດອະທິປະໄຕຂອງຣັດ.

ໃນການຮັບຮູ້ຣັດ Palestine, ອອສເຕຣເລັຍ ຈະສາມາດມີຄວາມສໍາພັນທາງການທູດ ກັບຣັດໄດ້ຫລາຍຂຶ້ນ, ແລະອະນຸຍາດໃຫ້ຜູ້ຕ່າງໜ້າ ທາງການທູດ ຖືກຍົກລະດັບໃຫ້ເປັນສະຖານທູດ.

ສາດສະດາຈານ Akbarzadeh ກ່າວວ່າ ການກະທໍາຂອງອອສເຕຣເລັຍ ຈະເພີ່ມຄວາມກົດດັນ ໃຫ້ແກ່ສະຫະຣັດອາເມຣິກາ ໃຫ້ຮັບຮູ້ຣັດ Palestine.

"ມັນມີຄຸນຄ່າ ທາງສັນຍາລັກຢ່າງແນ່ນອນ, ແຕ່ມັນຍັງມີຄຸນຄ່າ ທີ່ເປັນຮູບປະທັມຄືກັນ, ແລະນັ້ນຄື, ມັນສະແດງໃຫ້ສະຫະຣັດອາເມຣິກາເຫັນວ່າ ມັນເປັນສິ່ງອັບອາຍ ສໍາລັບ Washington ທີ່ຈະຕໍ່ຕ້ານຄວາມຄິດເຫັນ ຂອງສາທາຣະນະຊົນທີ່ຖ້ວມລົ້ນ, ແລະມັນເປັນສິ່ງອັບອາຍ ສໍາລັບສະຫະຣັດອາເມຣິກາ ທີ່ຈະຢຸດຂະບວນການສັນຕິພາບ ໃນອະນາຄົດ ໃນເຂດຕາເວັນອອກກາງ."

ແຕ່ຝ່າຍຄ້ານຣັຖບານກາງ ກໍຍັງກັງວົນ ກ່ຽວກັບການເຄື່ອນໄຫວ ທີ່ເຮັດໃຫ້ອອສເຕຣເລັຍ ຕ້ອງຂັດແຍ້ງກັບສະຫະຣັດອາເມຣິກາ.

Angus Taylor ຜູ້ແທນຂອງຝ່າຍຄ້ານກ່າວວ່າ ຄວນປະຕິບັດຕາມເງື່ອນໄຂ ທີ່ລະບຸໄວ້ກ່ອນໜ້ານີ້ ກ່ອນທີ່ຈະຮັບຮູ້ຢ່າງເປັນທາງການ.

"ຄວາມສ່ຽງໃນທີ່ນີ້ ຄືຣັຖບານ ກໍາລັງປະຕິບັດບໍ່ຖືກຕາມລຳດັບ. ເປັນເວລາດົນນານແລ້ວ ທີ່ມີການຕົກລົງກັນວ່າ ເງື່ອນໄຂທີ່ຂ້າພະເຈົ້າໄດ້ວາງໄວ້ ແມ່ນຈໍາເປັນແທ້ໆ ກ່ອນເຮົາຈະມີການຮັບຮູ້ Palestine, ແລະເງື່ອນໄຂເຫລົ່ານັ້ນ ກໍມີເຫດຜົນຫລາຍ, ເຊັ່ນການປົດປ່ອຍຕົວປະກັນ, ການປົດອາວຸດຂອງ Hamas, ການຮັບຮູ້ອິດສະຣາເອລ, ການຕົກລົງກັນເລື່ອງຊາຍແດນ. ສິ່ງເຫລົ່ານີ້ ບໍ່ໄດ້ເປັນການສຳຫຼວດເງື່ອນໄຂໃຫມ່, ແລະນີ້ຄື ເຫດຜົນທີ່ມັນສໍາຄັນຫລາຍ. ເບິ່ງຄືວ່າຣັຖບານ ກໍາລັງຈະຫຼີກອອກຈາກເງື່ອນໄຂທີ່ຈໍາເປັນ ສໍາລັບການຍອມຮັບ Palestine ແລະນັ້ນເປັນການປ່ຽນແປງອັນໃຫຍ່ຫຼວງ ໃນຕໍາແຫນ່ງຂອງຣັຖບານ."

ເນື້ອເລື່ອງໂດຍ Rania Yallop ແລະ Ewa Staszewska ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service