ການຈັດອາຫານແປຮູບພິເສດ ອອກຈາກໂຮງຮຽນ.

California Ultraprocessed Foods

ອາຫານທ່ຽງຂອງນັກຮຽນ ໂຮງຮຽນ Belvedere Middle School ໃນຣັດ California. Source: AP / Damian Dovarganes/AP

ຣັດ California ຈະກໍາຈັດອາຫານ ແປຮູບພິເສດ (Ultraprocessing Foods) ບາງຢ່າງ ຈາກອາຫານໂຮງຮຽນ ໃນທົດສະວັດໜ້າ ພາຍໃຕ້ກົດຫມາຍທໍາອິດໃນປະເທດ ທີ່ຖືກລົງນາມໂດຍຜູ້ປົກຄອງ Gavin Newsom. ໂຮງຮຽນຈະຕ້ອງເລີ່ມເອົາອາຫານເຫລົ່ານັ້ນ ອອກຈາກລາຍການຂອງເຂົາເຈົ້າ ພາຍໃນເດືອນກໍລະກົດ ປີ 2029, ແລະເຂດການສຶກສາ ຈະຖືກຫ້າມ ບໍ່ໃຫ້ຂາຍອາຫານເຫຼົ່ານັ້ນ ເປັນອາຫານເຊົ້າ ຫລືອາຫານທ່ຽງ ພາຍໃນເດືອນກໍລະກົດ ປີ 2035.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການຈັດອາຫານແປຮູບພິເສດ ອອກຈາກໂຮງຮຽນ.

ຣັດ California ຈະກໍາຈັດອາຫານ ແປຮູບພິເສດ (Ultraprocessing Foods) ບາງຢ່າງ ຈາກອາຫານໂຮງຮຽນ ໃນທົດສະວັດໜ້າ ພາຍໃຕ້ກົດຫມາຍທໍາອິດໃນປະເທດ ທີ່ຖືກລົງນາມໂດຍຜູ້ປົກຄອງ Gavin Newsom.

ໂຮງຮຽນຈະຕ້ອງເລີ່ມເອົາອາຫານເຫລົ່ານັ້ນ ອອກຈາກລາຍການຂອງເຂົາເຈົ້າ ພາຍໃນເດືອນກໍລະກົດ ປີ 2029, ແລະເຂດການສຶກສາ ຈະຖືກຫ້າມ ບໍ່ໃຫ້ຂາຍອາຫານເຫຼົ່ານັ້ນ ເປັນອາຫານເຊົ້າ ຫລືອາຫານທ່ຽງ ພາຍໃນເດືອນກໍລະກົດ ປີ 2035.
ອາຫານແປຮູບພິເສດ (Ultraprocessing Foods) ຈະນໍາໄປສູ່ຄວາມອ້ວນ, ແລະຄວາມອ້ວນ ຈະນໍາໄປສູ່ຜົນສະທ້ອນທາງສຸຂະພາບ ທຸກຢ່າງ ເຊັ່ນໂຣກເບົາຫວານ ແລະໂຣກຫົວໃຈ.
Laura Schmidt ຜູ້ຊ່ຽວຊານດ້ານໂພຊະນາການຂອງ University of California San Francisco
Deborah Groarke ມີລາຍງານ.

ມັນເປັນຈຸດທີ່ໂຕ້ຖຽງກັນເປັນເວລາດົນນານ ສໍາລັບໂຮງຮຽນ ແລະພໍ່ແມ່: ວ່າຈະລ້ຽງດູເດັກນ້ອຍແນວໃດ ໃນຂນະທີ່ເຂົາເຈົ້າ ເຂົ້າໂຮງຮຽນໃນອາເມຣິກາ.

ລາຍງານທີ່ຈັດພິມໃນເດືອນກໍລະກົດ ໃນວາຣະສານ American Journal of Clinical Nutrition ພົບວ່າ ຫນຶ່ງໃນສີ່ອາຫານໃນໂຮງຮຽນ ມີຄຸນຄ່າທາງໂພຊະນາການຕ່ຳ*.

ບາງຄົນໄດ້ຕິຕຽນເລື່ອງນີ້ວ່າ ມາຈາກອາຫານແປຮູບພິເສດ (Ultraprocessing Foods).

ລາຍງານ ທີ່ຖືກພິມໃນສະຫະຣັດອາເມຣິກາ ແນະນໍາວ່າ ຜູ້ໃຫຍ່ແລະເດັກນ້ອຍ ບໍຣິໂພກ Calorie ຫລາຍກວ່າ 60 ເປີເຊັນ ຈາກອາຫານເຫລົ່ານີ້**-ຊຶ່ງນັກຄົ້ນຄວ້າ ມັກອະທິບາຍວ່າ ເປັນຜລິດພັນ ທີ່ມີສ່ວນປະກອບ ທີ່ຜລິດຈາກອຸດສະຫະກັມ ທີ່ທ່ານຈະບໍ່ພົບເຫັນໃນເຮືອນຄົວໃນບ້ານເຮືອນທົ່ວໄປ, ແລະຕາມປົກກະຕິແລ້ວ ຈະເຕັມໄປດ້ວຍນ້ຳຕານ, ເກືອ ແລະໄຂມັນທີ່ບໍ່ດີຕໍ່ສຸຂະພາບ.

Laura Schmidt ຜູ້ຊ່ຽວຊານດ້ານໂພຊະນາການຂອງ University of California San Francisco ກ່າວວ່າ ອາຫານເຫຼົ່ານີ້ ສາມາດສົ່ງຜົນທີ່ບໍ່ດີໄດ້ທຸກຮູບແບບ.

"ພວກເຮົາຮູ້ວ່າ ອາຫານແປຮູບພິເສດ (Ultraprocessing Foods) ຈະນໍາໄປສູ່ຄວາມອ້ວນ, ແລະຄວາມອ້ວນ ຈະນໍາໄປສູ່ຜົນສະທ້ອນທາງສຸຂະພາບ ທຸກຢ່າງ ເຊັ່ນໂຣກເບົາຫວານ ແລະໂຣກຫົວໃຈ. ສະນັ້ນ, ຫາກເຮົາສາມາດ ເຮັດໃຫ້ເດັກນ້ອຍເລີ່ມຕົ້ນຢ່າງມີສຸຂະພາບດີ ໂດຍບໍ່ກິນອາຫານແປຮູບພິເສດ (Ultraprocessing Foods) ຫຼາຍເທົ່າໃດກໍຍິ່ງດີ. ແລະນັ້ນຄື ສິ່ງທີ່ກົດຫມາຍນີ້ກໍາລັງຈະເຮັດ."

ບັດນີ້ Gavin Newsom ຜູ້ປົກຄອງຣັດ California ໄດ້ເຈາະຈົງໃສ່ອາຫານແປຮູບພິເສດ (Ultraprocessing Foods).

ລາວໄດ້ລົງນາມ ໃນກົດຫມາຍສະບັບທໍາອິດຂອງປະເທດ ທີ່ຈະກໍາຈັດອາຫານແປຮູບພິເສດ (Ultraprocessing Foods) ອອກຈາກໂຮງຮຽນ ໃນສິບປີຂ້າງໜ້າ.

"The Office of Health Care Affordability ກໍມີເປົ້າຫມາຍໂຕເລກຄືກັນ ສໍາລັບອາຫານເພື່ອສຸຂະພາບ, ແລະຂ້າພະເຈົ້າ ບໍ່ຄິດວ່າ ຈະມີສິ່ງໃດທີ່ປຽບທຽບໄດ້ໃນປະເທດ... California ຈະນໍາໜ້າໃນປະເທດ."

ຜູ້ປົກຄອງກ່າວວ່າ ບັດນີ້ເວລາໃກ້ຈະມາເຖິງ ສໍາລັບຜູ້ຂາຍ ແລະເຈົ້າຫນ້າທີ່ຂອງໂຮງຮຽນ ທີ່ຈະເລີ່ມຕົ້ນກໍາຈັດທາງເລືອກ ຂອງລາຍການແປຮູບພິເສດ (Ultraprocessing Foods)-ແຕ່ກົດຫມາຍ ກໍໃຫ້ເວລາແກ່ເຂົາເຈົ້າຢ່າງພຽງພໍ.

"ມັນເປັນຂັ້ນຕອນຫລາຍປີ ທີ່ໃນວັນທີ 1 ເດືອນກໍລະກົດ ຂອງປີ 2029 ພວກເຮົາ ຈະດໍາເນີນຕໍ່ໄປ ໃນຂັ້ນຕອນທໍາອິດ... ສະນັ້ນ, ພວກເຮົາຈຶ່ງໃຫ້ໂອກາດນີ້ ເປັນເວລາສາມປີ."

ນັກວິຈານບາງຄົນກ່າວວ່າ ການສັ່ງຫ້າມນັ້ນກວ້າງເກີນໄປ ແລະສາມາດຈໍາກັດ ການເຂົ້າເຖິງອາຫານທີ່ມີຄຸນຄ່າທາງໂພຊະນາການ ໂດຍບໍ່ຕັ້ງໃຈ.

ສະມາຄົມຄນະກັມມະການໂຮງຮຽນຂອງຣັດ California ກໍເປັນຫ່ວງນໍາອີກ ກ່ຽວກັບຄ່າຈ່າຍສໍາລັບທ້ອງຖິ່ນ, ເພາະບໍ່ມີເງິນເພີ່ມເຕີມ ທີ່ຈະມາພ້ອມກັບກົດຫມາຍ ສໍາລັບການດໍາເນີນງານ.

Laura Schmidt ກ່າວວ່າ ການວິເຄາະຂອງຄນະກັມມະການ ຈັດສັນງົບປະມານຂອງສະພາສູງ (the Senate Appropriations Committee) ໄດ້ແນະນໍາວ່າ ກົດຫມາຍສາມາດເພີ່ມຄ່າໃຊ້ຈ່າຍ ໃຫ້ເຂດການສຶກສາ ໂດຍບໍ່ຊາບຈໍານວນ, ໂດຍອາດເຮັດໃຫ້ເຂົາເຈົ້າ ຊື້ທາງເລືອກທີ່ມີລາຄາແພງກວ່າ.

"ພວກເຮົາຕ້ອງຄິດກ່ຽວກັບວິທີທີ່ພວກເຮົາຈະນໍາໃຊ້ສິ່ງນັ້ນ ໃນລະບົບໂຮງຮຽນໄດ້ແນວໃດ. ມັນມີລາຄາແພງກວ່າ ທີ່ຈະເອົາຫມາກໄມ້ ແລະຜັກ ທີ່ດີຕໍ່ສຸຂະພາບ ເຂົ້າໄປໃນໂຮງຮຽນ. ບາງໂຮງຮຽນ ຂາດເຮືອນຄົວທີ່ຈໍາເປັນ ເພື່ອຊອຍ ແລະຕັດຜັກໃນການສົ່ງມອບຜລິດຕະພັນ ທີ່ດີຕໍ່ສຸຂະພາບ."

Alberto Carvalho ຜູ້ຄວບຄຸມເຂດການສຶກສາ Los Angeles (Los Angeles Unified School District) ບໍ່ຍອມຮັບຄວາມຄຶດເຫັນນັ້ນ.

ແລະລາວເວົ້າວ່ານັກຮຽນ-ແລະໂຮງຮຽນ-ກໍາລັງຈ່າຍຄ່າ ສໍາລັບສະພາບການປະຈຸບັນ ໃນຮູບແບບອື່ນ.

"ເດັກນ້ອຍທີ່ຫິວໂຫຍ ບໍ່ສາມາດຮຽນຮູ້ໄດ້ດີ, ແລະເດັກທີ່ຂາດອາຫານທີ່ດີຕໍ່ສຸຂະພາບ ແລະມີຄຸນຄ່າທາງໂພຊະນາການ ຈະຫຼ້າຫຼັງເດັກນ້ອຍຄົນອື່ນໆ."

ຜູ້ຄວບຄຸມກ່າວວ່າ ເຂດການສຶກສາ Los Angeles ໄດ້ລົງມືປະຕິບັດຕາມກົດຫມາຍ ທີ່ຈະບັງຄັບໃຫ້ສ່ວນທີ່ເຫຼືອຂອງຣັດ ຕ້ອງເຮັດໃນບໍ່ຊ້ານີ້.

ແຕ່ຍັງມີບາງເຂດ-ເຊັ່ນເຂດ Morgan Hill Unified ໃນເຂດ Santa Clara County ພາກໃຕ້ຂອງຣັດ California-ທີ່ເຂົ້າຮ່ວມແລ້ວ.
ພວກເຮົາກໍາລັງລ້ຽງດູຜູ້ນໍາໃນອະນາຄົດ ແລະພວກເຮົາ ຄວນລ້ຽງດູເຂົາເຈົ້າ ດ້ວຍສິ່ງທີ່ບໍ່ເປັນອັນຕະຣາຍຕໍ່ພວກເຂົາ
Michael Jochner
ມັນໄດ້ເລີ່ມຍົກເຄື່ອງ ໂຄງການໂພຊະນາການໂຮງຮຽນ ເມື່ອແປດປີກ່ອນ ພາຍໃຕ້ Michael Jochner, ຜູ້ໄດ້ທໍາງານເປັນ Chef ກ່ອນທີ່ຈະເຂົ້າຮັບຕໍາແຫນ່ງ ເປັນຜູ້ອໍານວຍການເລື່ອງໂພຊະນາການ ຂອງນັກຮຽນໃນເຂດນັ້ນ.

"ທີ່ Morgan Hill ທ່ານຈະບໍ່ພົບນົມທີ່ເພີ່ມຣົດຊາດ, ທ່ານຈະບໍ່ພົບນ້ຳຫມາກໄມ້, ທ່ານຈະບໍ່ພົບກ້ອນຊີ້ນໄກ່, ທ່ານຈະບໍ່ພົບ Burritos ແຊ່ແຂງ, ແລະທ່ານຈະບໍ່ພົບ Pizza ທີ່ຫໍ່ດ້ວຍຢາງ... ບັດນີ້ພວກເຮົາກໍາລັງເຮັດອາຫານເອງທຸກຢ່າງ (ປຸງແຕ່ງຈາກວັດຖຸດິບ) 70 ເຖິງ 75 ເປີເຊັນຂອງອາຫານຫຼັກ. ພວກເຮົາກໍາລັງຊອກຫາຫມາກໄມ້ ແລະຜັກ ຮ້ອຍເປີເຊັນຈາກໄຮ່ໃນທ້ອງຖິ່ນ ແລະໄຮ່ອິນຊີ ຊຶ່ງຢູ່ໄກປະມານ 30 ເຖິງ 50 ໄມຈາກ Morgan Hill."

Mr Jochner ກ່າວວ່າ ເຂດການສຶກສາ ສນັບສນູນກົດຫມາຍນີ້ຢ່າງເຕັມທີ່.

"ຂ້ອຍຄິດວ່າ ເຮົາບໍ່ສາມາດເຮັດໄດ້ໄວພໍ. ພວກເຮົາກໍາລັງລ້ຽງດູຜູ້ນໍາໃນອະນາຄົດ ແລະພວກເຮົາ ຄວນລ້ຽງດູເຂົາເຈົ້າ ດ້ວຍສິ່ງທີ່ບໍ່ເປັນອັນຕະຣາຍຕໍ່ພວກເຂົາ."

ລາຍງານໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

 ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service