ທາງແກ້ໄຂການຈໍາແນກເຊື້ອຊາດ ໃນອອສເຕຣເລັຍ.

GIRIDHARAN SIVARAMAN PRESS CLUB

ກັມມາທິການການຈໍາແນກເຊື້ອຊາດ (Race Discrimination Commissioner) ຂອງອອສເຕຣເລັຍ, Giridharan Sivaraman. Source: AAP / MICK TSIKAS/AAPIMAGE

ການຈໍາແນກເຊື້ອຊາດທຸກປະເພດ ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ການໂຈມຕີໃນວັນທີ 7 ເດືອນຕຸລາ ໃນຕາເວັນອອກກາງ, ແລະແນວທາງບາງຢ່າງ ຂອງຣັຖບານ ກໍາລັງເຮັດໃຫ້ຊຸມຊົນ ເປັນປໍຣະປັກຕໍ່ກັນ. ກັມມາທິການການຈໍາແນກເຊື້ອຊາດ (Race Discrimination Commissioner) ຂອງອອສເຕຣເລັຍ ກ່າວວ່າ ມີທາງແກ້ໄຂ ເລື່ອງຈໍາແນກເຊື້ອຊາດ, ແຕ່ຣັຖບານຕ້ອງລົງມືດຳເນີນການ....ແຕ່ ການແກ້ໄຂ ຕ້ອງມີຢູ່ໃນຊຸມຊົນຄືກັນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ທາງແກ້ໄຂການຈໍາແນກເຊື້ອຊາດ ໃນອອສເຕຣເລັຍ.

ກັມມາທິການການຈໍາແນກເຊື້ອຊາດ (Race Discrimination Commissioner) ຂອງອອສເຕຣເລັຍ ກ່າວວ່າ ມີທາງແກ້ໄຂ ເລື່ອງຈໍາແນກເຊື້ອຊາດ, ແຕ່ຣັຖບານຕ້ອງລົງມືດຳເນີນການ.

ໃນຄໍາປາສັຍ ຕໍ່ສະມາຄົມສື່ມວນຊົນແຫ່ງຊາດ (the National Press Club), Giridharan Sivaraman ກ່າວວ່າ ການຈໍາແນກເຊື້ອຊາດທຸກປະເພດ ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ການໂຈມຕີໃນວັນທີ 7 ເດືອນຕຸລາ ໃນຕາເວັນອອກກາງ, ແລະແນວທາງບາງຢ່າງ ຂອງຣັຖບານ ກໍາລັງເຮັດໃຫ້ຊຸມຊົນ ເປັນປໍຣະປັກຕໍ່ກັນ.

Rania Yallop ແລະ Cameron Carr ລາຍງານ.

"ພວກເຮົາມີທາງແກ້ໄຂ ທີ່ຈະຮັບມື ກັບການຈໍາແນກເຊື້ອຊາດ ໃນອອສເຕຣເລັຍ. ສິ່ງທີ່ເຮົາຕ້ອງການໃນເວລານີ້ ແມ່ນຄໍາຫມັ້ນສັນຍາ ແລະຄວາມຕັ້ງໃຈ ທາງການເມືອງທີ່ແທ້ຈິງ."

ນັ້ນແມ່ນ Giridharan Sivaraman, ກັມມາທິການ ການຈໍາແນກເຊື້ອຊາດ (Race Discrimination Commissioner) ຂອງອອສເຕຣເລັຍ.

ລາວຮຽກຮ້ອງ ໃຫ້ຣັຖບານ ດໍາເນີນຕາມແຜນ ທີ່ຈະຈັດການເລື່ອງການຈໍາແນກເຊື້ອຊາດ ໃນອອສເຕຣເລັຍ.

"ການຈໍາແນກເຊື້ອຊາດ ເປັນຄໍາເວົ້າ, ປະເດັນ, ທີ່ດຶງດູດໃຫ້ມີປະຕິກິຣິຍາຢ່າງຖ້ວມລົ້ນ, ບາງຄັ້ງກໍເປັນເລື່ອງທີ່ຫນ້າຕື່ນເຕັ້ນ. ບາງເທື່ອ ຂ້າພະເຈົ້າສົງສັຍ ຖ້າຫາກບາງຄົນຄິດວ່າ ການເວົ້າວ່າ 'ການຈໍາແນກເຊື້ອຊາດ' ຄືກັນກັບການເວົ້າວ່າ 'Beetlejuice', ວ່າມັນຈະເຮັດໃຫ້ຜີປີສາດ ປາກົດໂຕຂຶ້ນຫຼືບໍ່."

ໃນຄໍາປາສັຍຕໍ່ ສະມາຄົມສື່ມວນຊົນແຫ່ງຊາດ (the Nationa lPress Club), ລາວໄດ້ຮຽກຮ້ອງໃຫ້ຣັຖບານ ຕອບຮັບຕໍ່ໂຄງຮ່າງ ຂອງການຈຳແນກເຊື້ອຊາດ ທີ່ເຜີຍແພ່ເມື່ອເກົ້າເດືອນທີ່ຜ່ານມາ.
ສິ່ງທີ່ເຮົາຕ້ອງການໃນເວລານີ້ ແມ່ນຄໍາຫມັ້ນສັນຍາ ແລະຄວາມຕັ້ງໃຈ ທາງການເມືອງທີ່ແທ້ຈິງ.
Giridharan Sivaraman
ມັນປະກອບດ້ວຍ ຄໍາແນະນໍາ 63 ຂໍ້ ທີ່ຈະກໍາຈັດການຈໍາແນກເຊື້ອຊາດທົ່ວສັງຄົມ, ຕັ້ງແຕ່ການປ່ຽນແປງລະບົບກົດຫມາຍ ຈົນເຖິງການຮວບຮວມຂໍ້ມູນ.

Mr Sivaraman ກ່າວວ່າ ມັນເກີດຂຶ້ນໃນເວລາທີ່ສໍາຄັນ ສໍາລັບອອສເຕຣເລັຍ.

"ສົງຄາມໃນ Gaza ໄດ້ກໍ່ໃຫ້ເກີດການຕໍ່ຕ້ານຊາວຢິວ (Antisemitism), ຢຽດເຊື້ອຊາດອາຣັບ,ຢຽດເຊື້ອຊາດຊາວ Palestinian ແລະຄວາມກຽດຊັງອິສລາມ (Islamophobia) ທີ່ຫນ້າຢ້ານກົວ. ການກ່າວເຖິງການຈໍາແນກເຊື້ອຊາດ ໃນຮູບແບບທີ່ແຕກຕ່າງກັນນັ້ນ ບໍ່ໄດ້ຫມາຍຄວາມວ່າ ຈະໃຫ້ມັນເທົ່າທຽມກັນ. ການກ່າວເຖິງຢ່າງຫນຶ່ງ ບໍ່ໄດ້ເຮັດໃຫ້ອີກຢ່າງຫນຶ່ງ ເປັນໂມຄະ"

Hamas ໄດ້ຂ້າຫລາຍກວ່າ 1,200 ຄົນໃນອິດສະຣາເອລ ໃນວັນທີ 7 ເດືອນຕຸລາ ປີ 2023, ຢ່າງຫນ້ອຍມີໂຕປະກັນ 200 ຄົນທີ່ຖືກຈັບກຸມ.

ນັບແຕ່ນັ້ນມາ, ຫລາຍກວ່າ 60,000 ຄົນໄດ້ຖືກຂ້າຕາຍ ໂດຍການໂຈມຕີ ຂອງອິດສະຣາເອລໃນ Gaza.

ຄນະກັມມາທິການສິດທິມະນຸດ (The Australian Human Rights Commission) ໄດ້ເປີດເຜີຍການຄົ້ນພົບບາງຢ່າງ ຂອງໂຄງການ Seen and Heard ທີ່ມີຈຸດປະສົງ ທີ່ຈະແກ້ໄຂ ການຈໍາແນກເຊື້ອຊາດ ທີ່ເພີ່ມຂຶ້ນ ຫຼັງຈາກການຂັດແຍ່ງ.

Mr Sivaraman ກ່າວວ່າ ຜູ້ຄົນຮູ້ສຶກວ່າ ບໍ່ມີຄວາມເປັນມະນຸດ ເມື່ອຄວາມທຸກທໍຣະມານ ບໍ່ຖືກຮັບຮູ້.

"ເມື່ອການສັງຫານໝູ່ຊາວຢິວ ແລະຊາວອິດສະຣາເອລ ໂດຍ Hamas ໃນວັນທີ 7 ເດືອນຕຸລາ ບໍ່ຖືກຮັບຮູ້, ມັນຈະເຮັດໃຫ້ຊາວຢິວ ແລະຊາວອິດສະຣາເອລອອສເຕຣເລັຍ ຂາດຄວາມເປັນມະນຸດ. ເມື່ອຄວາມຫາຍຍະນະ ທີ່ເກີດຈາກອິດສະຣາເອລໃນ Gaza ທີ່ເຮັດໃຫ້ພົນລະເຮືອນ 60,000 ຄົນຕາຍ, ຄວາມອຶດຢາກຢ່າງຫລວງຫລາຍ, ການທໍາລາຍບ້ານເຮືອນ ບໍ່ຖືກເອົາໃຈໃສ່, ມັນເຮັດໃຫ້ຊາວ Palestinians ຂາດຄວາມເປັນມະນຸດ, ແລະໂດຍທີ່ຂຍາຍອອກໃນວົງກວ້າງ, ຊາວ Palestinians, ອາຣັບແລະຊາວມູສລິມອອສເຕຣເລັຍ ກໍເຫັນພ້ອມກັບເຂົາເຈົ້າ."

ນັບແຕ່ວັນທີ 7 ເດືອນຕຸລາ, ຣັຖບານໄດ້ສະແດງຄວາມກັງວົນ ກ່ຽວກັບຄວາມສາມັກຄີທາງສັງຄົມ ໃນອອສເຕຣເລັຍຢ່າງຕໍ່ເນື່ອງ.

ນາຍົກຣັຖມົນຕີ, Anthony Albanese, ກ່າວອາທິດທີ່ແລ້ວ ກ່ຽວກັບເລື່ອງນີ້ວ່າ:

"ບໍ່ມີບ່ອນ ສໍາລັບລັດທິຕໍ່ຕ້ານຊາວຢິວ. ບໍ່ມີບ່ອນສໍາລັບ ຄວາມກຽດຊັງອິສລາມ (Islamophobia). ບໍ່ມີບ່ອນ ສໍາລັບຄວາມກຽດຊັງ ໃນປະເທດນີ້. ເຂົາເຈົ້າບໍ່ຢາກໃຫ້ ມີການນຳເອົາຄວາມຂັດແຍ້ງມາທີ່ນີ້."

ແຕ່ Mr Sivaraman ກ່າວວ່າ ນັ້ນບໍ່ຄວນຫມາຍຄວາມວ່າ ບັນຫານັ້ນບໍ່ໄດ້ຖືກເອົາໃຈໃສ່.

"ຂ້າພະເຈົ້າຫມາຍຄວາມວ່າ, ແນ່ນອນວ່າ ເຮົາບໍ່ຢາກມີການຂັດແຍ້ງກັນຢູ່ທີ່ນີ້ ແຕ່ເຮົາບໍ່ສາມາດ ຈະບໍ່ກ່ຽວຂ້ອງກັບຄວາມໂຫດຮ້າຍ ທີ່ເກີດຂຶ້ນ, ບໍ່ວ່າມັນຈະເກີດຂຶ້ນຢູ່ບ່ອນໃດກໍຕາມ."

Bilal Rauf ຈາກສະພາ Imam ແຫ່ງຊາດຂອງອອສເຕຣເລັຍ (the Australian National Imams Council) ກ່າວວ່າ ຂໍ້ຄວາມຕໍ່ຊຸມຊົນນັ້ນຊັດແຈ້ງ.

"ການເວົ້າກັບຜູ້ຄົນວ່າ ນັ້ນເປັນບັນຫາຕ່າງປະເທດ ທີ່ທ່ານບໍ່ຄວນໄດ້ຮັບຜົນກະທົບ ນັ້ນບໍ່ພຽງແຕ່ເປັນເລື່ອງປອມເທົ່ານັ້ນ, ມັນບໍ່ມີຫົວໃຈ, ມັນບໍ່ເປັນຈິງ."

ລາວຍິນດີ ກັບແຜນຕໍ່ຕ້ານ ການຈຳແນກເຊື້ອຊາດ.
ວິທີທີ່ດີທີ່ສຸດ ທີ່ຈະຮັບມືກັບອະຄະຕິ ໃນທຸກຮູບແບບ ກໍຄືການຮັບມືກັບມັນ ຈາກສາເຫດຂອງມັນ, ແລະນັ້ນຄືບ່ອນທີ່ມັນມາຈາກຊຸມຊົນເອງ.
Peter Wertheim (the Executive Council of Australian Jewry)
"ຂ້າພະເຈົ້າຄິດວ່າ ໂຄງຮ່າງທີ່ໄດ້ຖືກສເນີ ແລະຈຸດສໍາຄັນທີ່ໄດ້ກ່າວມານັ້ນ ມີມູນເຫດທີ່ດີ, ແລະມັນເປັນສິ່ງທີ່ຂ້າພະເຈົ້າເຫັນພ້ອມ."

ກັມມາທິການກ່າວວ່າ ບາງເທື່ອ ຊຸມຊົນເປັນປໍຣະປັກຕໍ່ກັນ ຜ່ານວິທີທາງຂອງຣັຖບານ.

"ເມື່ອກ່າວເຖິງການແກ້ໄຂ ທີ່ຈະຮັບມື ກັບການຈໍາແນກເຊື້ອຊາດ, ຖ້າຫາກທ່ານພຽງແຕ່ທໍາງານກັບຊຸມຊົນຫນຶ່ງ ເພື່ອກີດກັນອີກຊຸມຊົນຫນຶ່ງ, ທ່ານຈະບໍ່ມີວິທີ ທີ່ຈະຊ່ວຍທຸກຄົນໄດ້. ຊຸມຊົນອື່ນໆຮູ້ສຶກວ່າ ບໍ່ມີໃຜເຫັນເຂົາເຈົ້າ, ບໍ່ໄດ້ຍິນເຂົາເຈົ້າ, ວ່າຄວາມເຈັບປວດຂອງເຂົາເຈົ້າ ບໍ່ໄດ້ເປັນຈິງ. ສ້າງຄວາມບໍ່ໄວ້ວາງໃຈໃນຣັຖບານ. ມັນສ້າງຄວາມບໍ່ໄວ້ວາງໃຈ ລະຫວ່າງຊຸມຊົນ."

Mr Rauf ກ່າວວ່າ ມັນຮູ້ສຶກໄດ້ຕັ້ງແຕ່ວັນທີ 7 ຕຸລາ.

"ພວກເຮົາ, ໃນຖານະສັງຄົມ, ພວກເຮົາຈະຢືນຢູ່ ຫລືລົ້ມລົງນໍາກັນ, ບໍ່ວ່າຈະເປັນຫນຶ່ງດຽວ ຫຼືແບ່ງແຍກກັນ, ແລ້ວນັ້ນບໍ່ໄດ້ແມ່ນສິ່ງທີ່ດີ ສໍາລັບພວກເຮົາ, ແລະມັນບໍ່ໄດ້ຊ່ອຍເຫລືອ ທີ່ຣັຖບານ ຫລືຄວາມຄິດວ່າຣັຖບານ ແລະນັກການເມືອງ ບາງເທື່ອກໍເຂົ້າຂ້າງບາງພວກ, ຍົກຕົວຢ່າງ, ສ່ອງໄຟໃສ່ Opera House ຫລືຂັ້ນຕອນເຊັ່ນນັ້ນ ເພື່ອສນັບ ສນູນກຸ່ມໃດກຸ່ມຫນຶ່ງ, ຫລືສົ່ງເສີມກົດຫມາຍ ທີ່ອອກແບບ ສໍາລັບຜູ້ຄົນກຸ່ມຫນຶ່ງ ໂດຍສະເພາະ, ໂດຍບໍ່ຄໍານຶງເຖິງຜົນປໂຍດ ຂອງເຮົາທຸກຄົນ ແລະປົກປ້ອງເຮົາທຸກຄົນ ແລະຮັບຮູ້ຄວາມເຈັບປວດ ແລະຄວາມທຸກທໍຣະມານ ແລະປະສົບການຂອງເຮົາທຸກຄົນ."

Peter Wertheim ຈາກສະພາສູງສຸດ ຂອງຊາວຢິວອອສເຕຣເລັຍ (the Executive Council of Australian Jewry) ກ່າວວ່າ ການແບ່ງແຍກ ໄດ້ຖືກຂັບເຄື່ອນພາຍໃນຊຸມຊົນ.

"ຂ້າພະເຈົ້າຄິດວ່າ ຣັຖບານໄດ້ເຮັດທຸກຢ່າງ ທີ່ສາມາດເຮັດໄດ້ ເພື່ອພະຍາຍາມເຮັດໃຫ້ສະຖານະການດີຂຶ້ນ. ແຕ່ການແບ່ງແຍກໃນຊຸມຊົນ, ຊຶ່ງບໍ່ໄດ້ມາຈາກຣັຖບານ, ມັນມາຈາກສະຖານະການ ທີ່ປ່ຽນແປງທົ່ວໂລກ ແລະໃນອອສເຕຣເລັຍ. ນັ້ນບໍ່ແມ່ນ ສິ່ງທີ່ທ່ານສາມາດໃສ່ຮ້າຍຕໍ່ຣັຖບານໄດ້. ນັ້ນເປັນສິ່ງທີ່ຊຸມຊົນຕ້ອງຮັບຜິດຊອບເອງ, ແລະຣັຖບານ ຕ້ອງສນັບສນູນເຂົາເຈົ້າ ໃນການກະທໍານັ້ນ."

ລາວສນັບສນູນ ວິທີທີ່ຈະກ່າວເຖິງການແບ່ງແຍກເຊື້ອຊາດ ໃນອອສເຕຣເລັຍ, ແຕ່ກ່າວວ່າ ການແກ້ໄຂຕ້ອງມີຢູ່ໃນຊຸມຊົນຄືກັນ.

"ໃນຄວາມຄຶດຂອງຂ້າພະເຈົ້າ ຄືວິທີທີ່ດີທີ່ສຸດ ທີ່ຈະຮັບມືກັບອະຄະຕິ ໃນທຸກຮູບແບບ ກໍຄືການຮັບມືກັບມັນ ຈາກສາເຫດຂອງມັນ, ແລະນັ້ນຄືບ່ອນທີ່ມັນມາຈາກຊຸມຊົນເອງ. ເຫັນໄດ້ຢ່າງຊັດແຈ້ງວ່າ ຊຸມຊົນເອງ ແລະຣັຖບານທັງຫມົດ ມີບົດບາດຢູ່ທີ່ນັ້ນ, ແຕ່ຂ້າພະເຈົ້າບໍ່ຄິດວ່າ ຫນ້າທີ່ຮັບຜິດຊອບຫຼັກ ແມ່ນຢູ່ທີ່ພາກສ່ວນນັ້ນ. ການຈໍາແນກເຊື້ອຊາດ ບໍ່ແມ່ນປາກົດການຂອງຣັຖບານ."

ຣັຖມົນຕີຂອງຣັຖບານ ໄດ້ປະຕິເສດການຂໍໃຫ້ສໍາພາດ, ແລະບໍ່ໄດ້ໃຫ້ຄໍາຖແລງການໃດໆ ໃນເວລາເຜີຍແພ່.

ເນື້ອເລື່ອງໂດຍ Rania Yallop ແລະ Cameron Carr  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service