ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌:
ແຮ່ທາດຫາຍາກ (Rare Earth Minerals) ແມ່ນຫຍັງ?
ຄວາມຕ້ອງການແຮ່ທາດຫາຍາກ (Rare Earth Minerals) ທົ່ວໂລກ ກໍາລັງເພີ່ມຂຶ້ນ ແລະຫລາຍຢ່າງ ກໍຢູ່ໃຕ້ດິນອອສເຕຣເລັຍ.
ສະນັ້ນ ມັນແມ່ນຫຍັງແທ້ ແລະເປັນຫຍັງ ມັນຈຶ່ງມີຄວາມສໍາຄັນ?
Abbie O'Brien ອະທິບາຍ.
ແຮ່ທາດຫາຍາກ (Rare Earth) ເປັນກຸ່ມຂອງທາດໂລຫະ 17 ຊະນິດ ທີ່ຂັບເຄື່ອນ ເທັກໂນໂລຈີສມັຍໃຫມ່.
ຕັ້ງແຕ່ໂທລະພາບ ຈົນເຖິງໂທລະສັບມືຖື, ເຄື່ອງມືການແພດ, ດາວທຽມ, ແມ່ນແຕ່ອາວຸດ.
ແລະມັນກໍສໍາຄັນຫລາຍ ສໍາລັບການປ່ຽນແປງພະລັງງານສີຂຽວ. ພະລັງງານແສງອາທິດ ແລະລົມ ແລະຣົດໄຟຟ້າ ທັງຫມົດລ້ວນອາສັຍທາດຫາຍາກ (Rare Earth Elements).
Dr Vlado Vivoda ຈາກສະຖາບັນແຮ່ທາດ ທີ່ຍືນຍົງ ທີ່ the University of Queensland ກ່າວວ່າ ເຖິງແມ່ນວ່າ ມັນຈະຖືກເອີ້ນແບບນັ້ນ ແຕ່ມັນບໍ່ໄດ້ຫາຍາກແທ້ໆ.
"ແຮ່ທາດຫລາຍຢ່າງ ບໍ່ແມ່ນທາດທີ່ຫາຍາກ, ແຕ່ມັນຍາກທີ່ຈະຂຸດ ແລະຍາກກວ່າ ທີ່ຈະແຍກມັນອອກຢ່າງປອດພັຍ. ນັ້ນຄືສິ່ງທີ່ເຮັດໃຫ້ມັນສໍາຄັນ ທາງດ້ານພູມີສາດການເມືອງ (Geopolitics)."
ແຮ່ຫາຍາກ ຖືກຜູກມັດເຂົ້າກັນຢ່າງແຫນ້ນໜາ ກັບທາດອື່ນໆ ໃນທັມມະຊາດ ແລະສະນັ້ນ, ການແຍກພວກມັນອອກຈາກກັນ ຈຶ່ງເປັນຂັ້ນຕອນທີ່ຊັບຊ້ອນ ຊຶ່ງມັກຈະກ່ຽວຂ້ອງ ກັບຢ່າງຫນ້ອຍ 50 ຂັ້ນຕອນ.
ການດໍາເນີນງານດັ່ງກ່າວ ມີຄ່າໃຊ້ຈ່າຍສູງ, ຕ້ອງໃຊ້ແຮງງານ ແລະທໍາລາຍສະພາບແວດລ້ອມ.
ສະນັ້ນ ຫຼາຍປະເທດ ຈຶ່ງໄດ້ປະວຽກນີ້ໃຫ້ແກ່ປະເທດຈີນ, ຊຶ່ງ Dr Vivoda ກ່າວວ່າ ກາຍເປັນເລື້ອງສໍາຄັນໃນປີ 1990.
"ປະເທດຈີນ ປາກົດວ່າ ເປັນໂຕເລືອກທີ່ເຫມາະສົມ ທີ່ຈະຮັບເອົາອຸດສະຫະກັມນັ້ນບາງສ່ວນ, ທີ່ຈະເຮັດຢູ່ໃນປະເທດ ດ້ວຍຂໍ້ບັງຄັບເລື່ອງສະພາບແວດລ້ອມ ທີ່ອ່ອນແອກວ່າເລັກນ້ອຍ. ແລະມັນເປັນບ່ອນທີ່ລາຄາຖືກທີ່ສຸດ ທີ່ຈະເຮັດສິ່ງເຫລົ່ານີ້. ນອກຈາກນັ້ນ ປະເທດຈີນຍັງມີປະຣິມານແຮ່ຫາຍາກ ທີ່ໃຫຍ່ທີ່ສຸດເຊັ່ນກັນ."
ປະເທດຈີນ ຄວບຄຸມສາຍໂສ້ຕລາດ ສ່ວນໃຫຍ່ຂອງແຮ່ຫາຍາກ, ຊຶ່ງຄຶດເປັນປະມານ 70 ເປີເຊັນ ຂອງການຂຸດຄົ້ນ ແລະ 90 ເປີເຊັນ ຂອງການຜລິດ, ອີງຕາມ the International Energy Agency.
ໃນຕົ້ນປີນີ້, ປະເທດຈີນ ໄດ້ສັ່ງຫ້າມການສົ່ງອອກ ແຮ່ຫາຍາກທີ່ສຳຄັນຫລາຍຊະນິດ.
ການເຄື່ອນໄຫວນັ້ນ, ຊຶ່ງເປັນການຕອບໂຕ້ ຕໍ່ການເກັບພາສີທີ່ກວ້າງຂວາງ ຂອງປະທານາທິບໍດີ Donald Trump-ເຜີຍໃຫ້ເຫັນວ່າ ໂລກຕ້ອງເພິ່ງແຮ່ທາດເຫລົ່ານີ້ ຫລາຍພຽງໃດ.
ບັດນີ້ ອອສເຕຣເລັຍ, ຊຶ່ງມີແຫລ່ງເຫຼົ່ານີ້ຫຼາຍທີ່ສຸດຢູ່ໃນໂລກ, ກໍາລັງຈະມີບົດບາດ.
"ພວກເຮົາ ມີບໍ່ແຮ່ຫາຍາກຫລາຍບ່ອນ ໃນອອສເຕຣເລັຍ ແລະມັນເປັນເລື່ອງຂອງການນໍາເອົາແຮ່ເຫລົ່ານັ້ນ ມາສູ່ການຜລິດ. ປົກກະຕິແລ້ວ ອອສເຕຣເລັຍ ເປັນເສດຖະກິດດ້ານຊັບພະຍາກອນຢູ່ແລ້ວ. ສິນຄ້າທີ່ໃຫຍ່ທີ່ສຸດຂອງເຮົາ ໃນໄລຍະຫນຶ່ງ ແມ່ນຖ່ານຫີນ, ແຮ່ເຫລັກ , LNG ແລະແຮ່ທາດອື່ນໆ. ແຮ່ຫາຍາກ ມີຫນ້ອຍພ້ອມກັບແຮ່ທາດສໍາຄັນອື່ນໆ ເຊັ່ນ Lithium, Nickel, Cobalt ແລະອື່ນໆ. ຂ້າພະເຈົ້າຄິດວ່າ ອອສເຕຣເລັຍ ມີຄວາມສາມາດສູງ ສໍາລັບການຈະມີສ່ວນຮ່ວມ."
ຣັຖບານກາງ ກໍາລັງພະຍາຍາມ ທີ່ຈະເພີ່ມອຸດສະຫະກັມທ້ອງຖິ່ນ, ໂດຍທີ່ໄດ້ປະກາດກ່ອນຫນ້ານີ້ວ່າ ຈະລົງທຶນ 1.2 ພັນລ້ານໂດລາ ເພື່ອຈັດຕັ້ງເຂດບໍ່ແຮ່ທາດທີ່ສໍາຄັນ-ຮວມທັງແຮ່ທາດຫາຍາກ.
ເນື້ອເລື່ອງໂດຍ Abbie O'Brien ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao