ສຳພາດ ປະທານ ສສຊລ ໃນວັນ ອົພຍົບສາກົນ

ທ່ານ ບຸນທັມ ວົງໄຊຍາ ປະທານ ສສຊລ ກຳລັງກ່າວຄຳປາໃສ

ທ່ານ ບຸນທັມ ວົງໄຊຍາ ປະທານ ສສຊລ ກຳລັງກ່າວຄຳປາໃສ ເນື່ອງໃນວັນ ອົພຍົບສາກົນ ທີ່ ສູນວັທນະທັມ ລາວ ຊິດນີ Source: Sak Phoumirath

ວັນ ອົພຍົບສາກົນ ແມ່ນວັນສຳຄັນວັນນຶ່ງສຳຣັບຄົນລາວໃນ ອອສເຕຣເລັຍ. ມັນເປັນມື້ທີ່ຄົນລາວອົພຍົບໄດ້ ຣະເລິກເຖິງ ສາເຫດທີ່ຕ້ອງມາເປັນ “ອົພຍົບ” ແລະການທີ່ຈະຕ້ອງຕໍ່ສູ້ດີ້ນຮົນທີ່ຈະປັບໂຕເຂົ້າກັບ ສະຖານະການຕ່າງໆ ໃນປະເທດນີ້ ແລະ ກໍແມ່ນອີກເຫດຜົນນຶ່ງທີ່ຄົນລາວຄວນພູມໃຈທີ່ ເຮົາໄດ້ເປັນສ່ວນນຶ່ງຂອງ ປະຊາຊົນຂອງປະເທດນີ້ ທີ່ມີສ່ວນໃນດ້ານເສຖກິດ, ການເມືອງ, ການພັທນາຕ່າງໆ ແລະເປັນຊຸມຊົນທີ່ເຄົາຣົບກົດໝາຍຂອງປະເທດ. .


ເນື່ອງໃນສັປດາ ອົພຍົບ ຕັ້ງແຕ່ວັນທີ 20 ຮອດ 27 ມີຖຸນາ, ອົງການຈັດຕັ້ງຕ່າງໆໃນອອສເຕຣເລັຍ ກໍມີການຈັດກິຈກັມຕ່າງໆ. ທີ່ສູນວັທນະທັມຂອງ ສມາຄົມສົ່ງເສີມ ຊຸມຊົນລາວກໍເຊັ່ນກັນ, ໃນວັນທີ 25 ຊຶ່ງກົງກັບວັນອາທິດ, ທາງສມາຄົມກໍມີກິຈກັມກ່ຽວກັບ ວັນອົພຍົບ ໂດຍມີ ພິທີທາງສາສນາໃນຕອນເຊົ້າ ຕໍ່ມາກໍແມ່ນພິທີກາງການ ໂດຍມີແຂກຮັບເຊີນທັງ ຈາກ Council, ສມາຄົມຂເມນ, ສມາຄົມ ຂແມຣ໌ ກຣອມ, ສມາຄົມ ວຽດນາມ ແລະ ສມາຄົມ ມຽນມາ.

ໃນມື້ນັ້ນຍັງມີການສະແດງທາງວັທນະທັມຂອງ ລາວ, ວຽດນາມ ແລະ ຂເມນ ນຳອີກ.

ນອກນັ້ນຍັງມີການເສວນາໃນຫົວຂໍ້: ປະສົບການຂອງຄົນອົພຍົບ ໂດຍມີ ຜູ້ເຂົ້າຮ່ວມເກືອບສິບຄົນ ແລະແຕ່ລະຄົນກໍໄດ້ແບ່ງປັນປະສົບການຂອງຕົນ ຕໍ່ຜູ້ເຂົ້າມາຮ່ວມໄດ້ຟັງ.

ຫລັງຈາກພິທີທາງການເສັດສິ້ນລົງ ກໍມີການ ມ່ວນຊື່ນ ແບບເປັນກັນເອງ ແລະຜູ້ໄປຮ່ວມທຸກຄົນກໍຟ້ອນລຳ ກັນແບບສນຸກສນານ.

ວິທຍຸ SBS ພາກ ພາສາລາວ ໄດ້ມີໂອກາດ ສຳພາດ ທ່ານ ບຸນທັມ ວົງໄຊຍາ ປະທານ ສມາຄົມສົ່ງເສີມ ຊຸມຊົນລາວ ແລະທ່ານກໍໄດ້ໃຫ້ທັສນະຄະຕິກ່ຽວກັບການເປັນ ອົພຍົບ, ຄວາມຫຍຸ້ງຍາກຕອນມາ ຕັ້ງຖິ່ນຖານໃໝ່ໃນ ອອສເຕຣເລັຍ ແລະຄວາມຫວັງທີ່ຈະເຫັນຄົນລາວ ບໍ່ວ່າ ຈະເປັນອົພຍົບຫຼືບໍ່ ບໍ່ວ່າຈະຢູ່ໃນປະເທດລາວ ຫຼື ຕ່າງປະເທດ ຈະພາກັນຮັກສາ ພາສາລາວ ຂນົບທັມນຽມ ວັທນະທັມລາວ ແລະ ທີ່ສຳຄັນທີ່ສຸດ ແມ່ນຮັກສາຄວາມເປັນລາວໄວ້ບໍໃຫ້ ຖືກລົບລ້າງໄປຈາກ ແຜ່ນດິນນີ້.
ການສະແດງດົນຕີພື້ນເມືອງຂເມນ
ການສະແດງການຕີຣະນາດ ແລະຕີ ຂິມຂອງ ຜູ້ເຂົ້າຮ່ວມງານ ຂເມນ ໃນວັນອົພຍົບສາກົນທີ່ ສູນວັທນະທັມ ລາວ, ຊິດນີ. Source: Sak Phoumirath
ການຟ້ອນຂອງນັກຮຽນລາວ ຈາກໂຮງຮຽນລາວ ລ້ານຊ້າງ
ພວກຫຼານໆ ຈາກໂຮງຮຽນລາວ ລ້ານຊ້າງກຳລັງຟ້ອນໃນງານ ວັນ ອົພຍົບສາກົນທີ່ ສູນ ວັທນະທັມລາວ ທີ່ ສະມາຄົມສົ່ງເສີມຊຸມຊົນລາວ ຊິດນີ Source: Sak Phoumirath

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service