ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຄວາມສາມາດ ໃນການຈ່າຍຄ່າເຊົ່າ.
ເຖິງແມ່ນວ່າ ອັດຕາດອກເບັ້ຍຈະຫມັ້ນຄົງ, ແຕ່ຄວາມກົດດັນດ້ານການເຊົ່າເຮືອນ ຍັງບໍ່ປ່ຽນແປງທົ່ວອອສເຕຣເລັຍ.
ໃນຫລາຍເມືອງຫລວງ, ຄອບຄົວຍັງຕ້ອງໃຊ້ຈ່າຍເກືອບຫນຶ່ງສ່ວນສາມ ຂອງລາຍໄດ້ຂອງເຂົາເຈົ້າ ພຽງແຕ່ເພື່ອໃຫ້ມີຫລັງຄາ ຢູ່ເທິງຫົວຂອງເຂົາເຈົ້າ.
ແລະອີກເທື່ອຫນຶ່ງ, Perth ມີຄວາມຮຸນແຮງທີ່ສຸດ.
ເມືອງທີ່ມີຄວາມສາມາດ ໃນການຈ່າຍຄ່າເຊົ່າຕ່ຳທີ່ສຸດຂອງປະເທດ ໄດ້ຕົກຕ່ຳລົງຕື່ມອີກ-ໄດ້ບັນທຶກ ສີ່ເປີເຊັນ ໃນຄວາມສາມາດໃນການຈ່າຍຄ່າເຊົ່າ ທີ່ຕ່ຳກວ່າ ໃນປີກາຍນີ້.
Christopher Tan ສຳຫຼວດຄວາມເປັນຈິງ ເບື້ອງຫລັງໂຕເລກເຫຼົ່ານີ້.
ການຈັດງົບປະມານ ເປັນການຕໍ່ສູ້ເມື່ອບໍ່ມີຫຍັງເຫລືອເລີຍ.
ສໍາລັບ Emily Clements ແມ່ທີ່ລ້ຽງລູກດ້ວຍຕົວຄົນດຽວ ໃນເມືອງ Perth, ທຸກອາທິດຮູ້ສຶກວ່າ ເປັນການຄຳນວນເພື່ອຄວາມຢູ່ລອດ.
ນາງໄດ້ລ້ຽງດູລູກສອງຄົນ ທີ່ມີຄວາມແຕກຕ່າງທາງປະສາດ (Neurodivergent) ດ້ວຍເງິນຄ່າລ້ຽງດູລູກຈາກ Centrelink, ຊຶ່ງເປັນເງິນປະມານ 800 ໂດລາຕໍ່ອາທິດ.
"ຄ່າເຊົ່າເຮືອນຂອງແມ່ນ $850 ຕໍ່ອາທິດ... ສະນັ້ນ ເງິນຊ່ອຍເຫຼືອຂອງ Centrelink ທັງຫມົດຂອງຂ້ອຍ ໄດ້ໄປຈ່າຍຄ່າເຊົ່າເຮືອນແລ້ວ. ຂ້ອຍບໍ່ມີຫຍັງທ້ອນເລີຍ, ຂ້ອຍບໍ່ມີເງິນທ້ອນເລີຍ. ເງິນເພີ່ມເຕີມ ຈະມາຈາກພໍ່ແມ່ຂອງຂ້ອຍ, ຖ້າຫາກມີບາງສິ່ງເກີດຂຶ້ນ, ເຊັ່ນຣົດຂອງຂ້ອຍ….. ຖ້າຫາກຕີນຣົດແວບ."
Ms Clements ເຮັດວຽກບໍ່ເຕັມເວລາໃນດ້ານບໍຣິຫານ.
ແຕ່ທຸກເງິນໂດລາທີ່ນາງຫາໄດ້ ກໍຈະຫລຸດຈໍານວນເງິນຊ່ອຍເຫຼືອຂອງນາງ.
"ພວກເຮົາມີເງິນຢູ່ທີ່ນີ້ ພວກເຮົາສາມາດໃຊ້ໄດ້. ເງິນປອມ... ໂອ້ຍ, ຄົງຈະດີບໍ່ໜ້ອຍ ຖ້າຫາກມັນເປັນເງິນແທ້."
ການທ້ອນເງິນສໍາລັບມັດຈຳຊື້ເຮືອນ ເປັນຄວາມຄິດທີ່ນາງໄດ້ຮຽນຮູ້ ທີ່ຈະປ່ອຍມັນໄປ.
ແລະຄວາມຮູ້ສຶກຜິດ ກໍກະທົບຫລາຍທີ່ສຸດ ເມື່ອນາງຄິດກ່ຽວກັບການຫາລ້ຽງລູກໆຂອງນາງ.
"ແທ້ຈິງແລ້ວພະຍາຍາມທີ່ຈະບໍ່ຄິດກ່ຽວກັບມັນ ເພາະມັນເຮັດໃຫ້ຂ້ອຍຮູ້ສຶກວ່າ ຂ້ອຍລົ້ມເຫລວຫລາຍ. ມັນບໍ່ເຄີຍຢູ່ໃນຄວາມຄຶດຂອງຂ້ອຍ... ວ່າຂ້ອຍບໍ່ສາມາດລ້ຽງດູລູກໆຂອງຂ້ອຍໄດ້."
ມັນບໍ່ໄດ້ເປັນແບບນີ້ສເມີໄປ.
Ms Clements ກ່າວວ່າ ນາງໄດ້ເຕີບໂຕຂຶ້ນ ໃນຄອບຄົວທີ່ຮັ່ງມີລະດັບກາງ.
ນາງໄດ້ເຊົ່າເຮືອນເປັນເວລາສິບປີທີ່ຜ່ານມາ, ແຕ່ໃນສອງສາມປີທີ່ຜ່ານມາ ຄ່າເຊົ່າເຮືອນຂອງນາງໄດ້ເພີ່ມສູງຂຶ້ນ ຈາກ 380 ໂດລາຕໍ່ອາທິດ ເປັນ 850 ໂດລາໃນປະຈຸບັນ.
ແລະການແຂ່ງຂັນກໍດຸເດືອດ.
ນາງໄດ້ໄປເບິ່ງເຮືອນຫລາຍບ່ອນ ເມື່ອບໍ່ດົນມານີ້-ແຕ່ລະບ່ອນນາງເວົ້າວ່າ, ມີຄົນລຽນແຖວຫລາຍກວ່າ 40 ຄົນ.
"ຂ້ອຍໄດ້ໄປເບິ່ງເຮືອນຫລັງຫນຶ່ງ, ຂ້ອຍກໍາລັງລໍຖ້າ ທີ່ຈະຖາມຄໍາຖາມກັບໂຕແທນ (Real estate Agent)... ໃນ ຂນະທີ່ຂ້ອຍລໍຖ້າຢູ່ນັ້ນ ຜູ້ຍິງຄົນຫນຶ່ງໄດ້ເວົ້າວ່າ ນາງຫາກໍໄດ້ຂາຍຊັບສິນຂອງນາງ ແລະມີເງິນ600,000 ໂດລາ, ສະນັ້ນນາງຈຶ່ງຍິນດີ ທີ່ຈະຈ່າຍຄ່າເຊົ່າເຮືອນລ່ວງຫນ້າຫມົດປີ. ນັ້ນແມ່ນຄົນປະເພດ ທີ່ຂ້ອຍຕ້ອງແຂ່ງຂັນນໍາ."
ດັດຊະນີ ຂອງຄວາມສາມາດໃນການຈ່າຍຄ່າເຊົ່າ (Rental Affordability Index) ຫຼ້າສຸດຂອງ National Shelter ສະແດງໃຫ້ເຫັນວ່າ ຄວາມກົດດັນນີ້ ກໍາລັງເກີດຂຶ້ນທົ່ວປະເທດ.
ເຖິງແມ່ນວ່າ ອັດຕາດອກເບັ້ຍຈະຄົງໂຕ, ແຕ່ຄວາມສາມາດໃນການຈ່າຍ ຍັງບໍ່ໄດ້ຫລຸດລົງໄວພໍ.
John Engeler, ຈາກ National Shelter, ກ່າວວ່າການແກ້ໄຂປັນຫາ ຕ້ອງມາຈາກທຸກລະດັບຂອງຣັດຖະບານ.
"ນີ້ຄືສິ່ງທີ່ຣັດຖະບານຂອງຣັດ ສາມາດເຮັດໄດ້-ແລະເມື່ອທ່ານສນັບ ສນູນມັນກັບສິ່ງທີ່ Commonwealth ສາມາດເຮັດໄດ້, ໂດຍການເປັນຜູ້ນໍາ ແລະໂຄງການຕ່າງໆ ເຊັ່ນເລື່ອງການ “ສ້າງເພື່ອເຊົ່າ (Build-to-Rent)” ແລະກົດໝາຍການເຊົ່າແຫ່ງຊາດ (National Rental Laws) ແລະວິທີທາງອື່ນໆທີ່ Commonwealth ເອງສາມາດສ້າງຄວາມແຕກຕ່າງໄດ້-ນັ້ນຄື ສິ່ງທີ່ເຮົາຕ້ອງການເຫັນ."
ແຕ່ໃນຫລາຍເມືອງ, ໂດຍສະເພາະ Sydney ແລະ Perth, ຄວາມແຕກຕ່າງນັ້ນ ບໍ່ສາມາດເກີດຂຶ້ນໄວພໍ.
ໃນ Sydney, ຄວາມກົດດັນກໍຮຸນແຮງຄືກັນ.
Charlotte Karlsson-Jones ອາຍຸສີ່ສິບສອງປີ ໄດ້ມາອອສເຕຣເລັຍຈາກປະເທດ Sweden ຕອນອາຍຸ 19 ປີຕອນເປັນນັກຮຽນ.
ຫລາຍກວ່າຊາວປີຈາກນັ້ນ, ນາງເປັນແມ່ທີ່ລ້ຽງລູກດ້ວຍຕົວຄົນດຽວ ທີ່ຍັງເຊົ່າເຮືອນຢູ່-ແລະຍັງດີ້ນລົນຢູ່.
"ສໍາລັບຂ້ອຍໃນຖານະເປັນຜູ້ຍ້າຍຖິ່ນຖານລຸ້ນທໍາອິດ... ພໍ່ແມ່ຂອງຂ້ອຍບໍ່ໄດ້ຢູ່ໃນຕລາດອະຫັງສາ. ພວກເຮົາບໍ່ມີຄວາມໄດ້ປຽບ ເທົ່າກັບຄົນອື່ນ ໃນລຸ້ນຂອງຂ້ອຍ. ພວກເຮົາລ້າຫລັງຢ່າງໄກແລ້ວ."
ນາງເຮັດວຽກບໍ່ເຕັມເວລາ, ມີລາຍໄດ້ $2,000 ຕໍ່ສອງອາທິດ.
$1,200 ຂອງຈໍານວນນັ້ນ ແມ່ນເພື່ອຄ່າເຊົ່າເຮືອນ.
"ເປັນເວລາດົນນານແລ້ວ ທີ່ຜູ້ຍິງທີ່ສູງອາຍຸ ຈະມີຄວາມສ່ຽງສູງ ໃນການເປັນຄົນຂາດບ້ານ, ຫລືຢູ່ໃນເຮືອນສັງຄົມ (Social Housing). ສະນັ້ນ ຂ້ອຍຄິດວ່າ ນັ້ນບໍ່ໄດ້ເປັນສິ່ງທີ່ເຮົາແກ້ໄຂທີ່ຢູ່ອາສັຍສໍາລັບຜູ້ຍິງສູງອາຍຸ. ຂ້ອຍຄິດວ່າ ເຮົາຄວນແກ້ໄຂມັນໄວກວ່າເກົ່າ ໃນຊີວິດຂອງຜູ້ຍິງ ກ່ຽວກັບໂອກາດຂອງເຂົາເຈົ້າ ທີ່ຈະໄປເຮັດວຽກ ແລະລ້ຽງດູຕົນເອງ."
ແລະບໍ່ແມ່ນພຽງແຕ່ຄອບຄົວເທົ່ານັ້ນ ທີ່ຮູ້ສຶກເຖິງຄວາມເຄັ່ງຕຶງ.
ທຸຣະກິດກໍກໍາລັງດີ້ນລົນ ທີ່ຈະດຶງດູດພະນັກງານ ທີ່ບໍ່ສາມາດອາສັຍຢູ່ໃກ້ບ່ອນທີ່ເຂົາເຈົ້າເຮັດວຽກ.
Ie-Tehn Kwee ເຈົ້າຂອງຮ້ານກາເຟ ເຫັນຜົນກະທົບຂອງມັນທຸກໆມື້.
"ບັນຫາກໍຄື ມີເຮືອນຫນ້ອຍກວ່າທີ່ຜູ້ຄົນຕ້ອງການ. ແລະບາງຄົນກໍມີເຮືອນ ຫລາຍກວ່າທີ່ເຂົາເຈົ້າສາມາດອາສັຍຢູ່. ແລະຖ້າຫາກເຮືອນເຫລົ່ານັ້ນມີຫລາຍກວ່ານັ້ນ, ສະຖານະການກໍຈະງ່າຍຂຶ້ນ."
John Carey ຣັດຖະມົນຕີກະຊວງເຄຫະຂອງ Western Australia ກ່າວວ່າ ເສດຖະກິດຂອງຣັດ ແລະການເຕີບໂຕຂອງຈໍານວນພົນລະເມືອງ ແມ່ນສາເຫດຂອງຄວາມກົດດັນ-ແລະຢືນຢັນວ່າ ຣັດຖະບານກໍາລັງ "ເຮັດທຸກຢ່າງທີ່ສາມາດເຮັດໄດ້."
ລາວຊີ້ໃຫ້ເຫັນ ເຖິງການລົງທຶນ 5.8 ພັນລ້ານໂດລາ ໃນດ້ານທີ່ຢູ່ອາສັຍ ແລະເຮືອນສັງຄົມ (Social homes) 3,800 ຫຼັງທີ່ຖືກສົ່ງມອບ ໃນໄລຍະສີ່ປີ.
ຣັດຖະບານກາງກ່າວວ່າ ມັນຮັບຮູ້ວ່າ ຈໍາເປັນຕ້ອງເຮັດຫລາຍກວ່ານັ້ນ-ແຕ່ໃຫ້ເຫດຜົນວ່າ ມັນກໍາລັງເພີ່ມຈຳນວນເຮືອນ ຜ່ານກອງທຶນທີ່ຢູ່ອາສັຍແຫ່ງຊາດ (National Housing Funds) ແລະໂດຍການຮ່ວມມືກັບຣັດ ເພື່ອສ້າງເຮືອນເຊົ່າໃຫ້ຫລາຍຂຶ້ນ.
ສໍາລັບຄອບຄົວເຊັ່ນ Emily, ແຜນທີ່ຍິ່ງໃຫຍ່ ແລະຄໍາສັນຍາອັນຍາວນານ ຈະບໍ່ປ່ຽນແປງຄວາມບໍ່ແນ່ນອນໃນທັນທີ.
ນີ້ອາດເປັນຄຣິສມັສສຸດທ້າຍຂອງເຂົາເຈົ້າ ໃນການເຊົ່າຄັ້ງນີ້.
ໂດຍສັນຍາເຊົ່າເຮືອນຂອງນາງຈະສິ້ນສຸດລົງໃນສາມເດືອນ ແລະຫລາຍຮ້ອຍຄົນໄດ້ແຂ່ງຂັນກັນ ສໍາລັບເຮືອນແຕ່ລະບ່ອນ, ການຂັບໄລ່ກໍມີຄວາມເປັນໄປໄດ້ແທ້ໆ.
ລາຍງານໂດຍ Chris Tan ຜູ້ສື່ຂ່າວ SBS News ຈາກ Western Australia,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao





