ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການປະທ້ວງຂອງຝ່າຍຂວາຈັດ.
ຜູ້ຊ່ຽວຊານກ່າວວ່າ ມີແຮງຊຸກຍູ້ຫລາຍຢ່າງ ທີ່ຂັບເຄື່ອນການປະທ້ວງຄັ້ງໃຫຍ່ ໃນອອສເຕຣເລັຍ ແລະປະເທດອັງກິດ, ແລະກ່າວວ່າມັນ "ບໍ່ເປັນເລື່ອງພິເສດຫຍັງ".
ເຂົາເຈົ້າຍັງເວົ້າອີກວ່າ ອົງການສື່ສານມວນຊົນ ຕ້ອງປະຕິບັດຕໍ່ບັນຫານີ້ ດ້ວຍຄວາມລະມັດລະວັງເມື່ອລາຍງານ.
Haylena Krishnamoorthy ແລະ Elfy Scott ລາຍງານ
ມັນເປັນທ້າຍອາທິດຂອງການປະທ້ວງ ທັງໃນອອສເຕຣເລັຍ ແລະປະເທດອັງກິດ.
ການຍິງເສັຍຊີວິດ ຂອງ Charlie Kirk ນັກເຄື່ອນໄຫວທາງການເມືອງຂວາຈັດ ຂອງສະຫະຣັດອາເມຣິກາ ໄດ້ຖືກໃຊ້ໂດຍຜູ້ຈັດການຊຸມນຸມ ໃນປະເທດອັງກິດ ເພື່ອລະດົມ ສິ່ງທີ່ຖືກອະທິບາຍວ່າ ເປັນການຊຸມນຸມ ທີ່ໃຫຍ່ທີ່ສຸດຂອງປະເທດ ໃນຮອບຫລາຍສິບປີ.
ຜູ້ມາຮ່ວມການຊຸມນຸມ ໄດ້ໃຊ້ຄໍາວ່າ 'Unite the Kingdom' ເພື່ອສະແດງຄວາມຄັບແຄ້ນໃຈຂອງເຂົາເຈົ້າ.
ຕໍາຫລວດຄາດວ່າ ມີຜູ້ຄົນປະມານ 110,000 ເຖິງ 150,000 ຄົນໄດ້ໄປຮ່ວມການຊຸມນຸມຕໍ່ຕ້ານການຍ້າຍຖິ່ນຖານ, ຫລາຍກວ່າ 5,000 ຄົນທີ່ປະທ້ວງການຊຸມນຸມນັ້ນ.
ມີຜູ້ຖືກຈັບກຸມ 24 ຄົນ-ແລະແປດຄົນ ຖືກຕັ້ງຂໍ້ຫາ ວ່າມີຄວາມຜິດ, ຮວມເຖິງການທຳຮ້າຍຮ່າງກາຍ, ຫລັງຈາກເຈົ້າໜ້າທີ່ ໄດ້ຮັບບາດເຈັບໃນການປະທ້ວງ.
ໃນເມືອງຫລວງຂອງອອສເຕຣເລັຍ ແລະພູມີພາກບາງເຂດ, ກຸ່ມໃຫຍ່(ຮວມທັງປະມານ 3,000 ຄົນໃນໂຕເມືອງ Sydney) ໄດ້ເດີນຂະບວນ ພາຍໃຕ້ສິ່ງທີ່ຜູ້ຈັດການຊຸມນຸມເອີ້ນວ່າ ການຊຸມນຸມຂອງອອສເຕຣເລັຍ ເພື່ອຕໍ່ຕ້ານ ກັບທຸດຈະຣິດຂອງຣັຖບານ (the Australia Unites Against Government Corruption) (13 ກັນຍາ).
ມັນເກີດຂຶ້ນສອງອາທິດ ຫລັງຈາກການຊຸມນຸມທີ່ຄ້າຍຄືກັນນີ້ ທີ່ກຸ່ມneo-Nazi ໄດ້ເຂົ້າຮ່ວມ.
ໃນ Sydney, ຜູ້ປະທ້ວງຄົນນີ້ກ່າວວ່າ ລາວບໍ່ພໍໃຈກັບຣັຖບານກາງ.
"ເພາະຂ້າພະເຈົ້າ ເປັນຄົນອອສເຕຣເລັຍ ແລະຂ້າພະເຈົ້າມາທີ່ນີ້ ກັບຫມູ່ຊາວອອສເຕຣເລັຍຂອງຂ້າພະເຈົ້າ, ແລະຂ້າພະເຈົ້າ ຢາກ
ສເລີມສລອງປະເທດນີ້ ດັ່ງທີ່ມັນເປັນຢູ່-ກັບຜູ້ຄົນ ແລະວັດທະນະທັມຂອງມັນ; ກັບຣັຖບານ ທີ່ສາມາດເຮັດວຽກງານຂອງຕົນໄດ້ຢ່າງຖືກຕ້ອງ. Albo, ເຈົ້າບໍ່ໄດ້ເຮັດວຽກຂອງເຈົ້າຢ່າງຖືກຕ້ອງ, mate."
ທັງໃນປະເທດອັງກິດ ແລະອອສເຕຣເລັຍ, ມີການປະທ້ວງຕໍ່ຕ້ານການຢຽດເຊື້ອຊາດ.
ຜູ້ຊ່ຽວຊານກ່າວວ່າ ມີແຮງຊຸກຍູ້ຫລາຍຢ່າງ ຢູ່ຂ້າງຫລັງການປະທ້ວງ ທີ່ຕໍ່ຕ້ານການຍ້າຍຖິ່ນຖານແບບຂວາຈັດ, ທັງໃນປະເທດອັງກິດ ແລະອອສເຕຣເລັຍ ເມື່ອບໍ່ດົນມານີ້, ແຕ່ການຊຸມນຸມນັ້ນ "ບໍ່ໄດ້ແມ່ນເລື່ອງພິເສດຫຍັງ".
"ໃນທຳນອງດຽວກັນ, ດັ່ງທີ່ພວກເຮົາໄດ້ເຫັນ ການລະດົມກຳລັງທາງການເມືອງຢ່າງໃຫຍ່ຫລວງ ໃນຊ່ວງ COVID-19 ຊຶ່ງທ່ານມີຜູ້ຄົນຈຳນວນຫລາຍອອກມາ (ປະທ້ວງ) ເພາະເຫັນວ່າ ມີການລ່ວງລະເມີດເສຣີພາບ ຂອງພົນລະເມືອງ ແລະເຂົາເຈົ້າໄດ້ຫັນໄປປະທ້ວງສິ່ງຕ່າງໆ ເຊັ່ນຄໍາສັ່ງເລື່ອງຫນ້າກາກ ແລະຄໍາສັ່ງວັກຊີນ."
ນັ້ນແມ່ນ Callum Jones, ຜູ້ເປັນນັກຄົ້ນຄວ້າ ເລື່ອງຄວາມຮຸນແຮງທາງການເມືອງ ຈາກມະຫາວິທະຍາໄລ Monash.
ລາວບອກກັບ SBS News ວ່າຄວາມບໍ່ແນ່ນອນທາງເສດຖະກິດ ແລະສັງຄົມ ເປັນປັດຈັຍທີ່ກຸ່ມທີ່ຮຸນແຮງໃຊ້ເປັນປໂຍດ.
Mr Jones ກ່າວວ່າ ກຸ່ມເຫລົ່ານີ້ ສວຍໂອກາດຄວາມຄັບແຄ້ນໃຈ ໃນການສ້າງພື້ນຖານສະມາຊິກຂອງເຂົາເຈົ້າ, ໂດຍໃຊ້ບັນຫາເຊັ່ນ ທີ່ຢູ່ອາສັຍ ແລະຄ່າຄອງຊີບທີ່ສູງ ເປັນສ່ວນຫນຶ່ງຂອງຍຸດທະວິທີ ຂອງການຫາຜູ້ມາຮ່ວມ.
"ສິດທິ ຫລືບຸຣິມະສິດ ຫລືການເຂົ້າເຖິງຊັບພະຍາກອນ ທີ່ກໍາລັງຖືກເອົາໄປ. ແລະແລ້ວ ກໍມີບາງກຸ່ມ ທີ່ຖືກເຫັນວ່າ ເປັນຜູ້ຄົນທີ່ໄດ້ເອົາຊັບພະຍາກອນ ຫລືສິດທິພິເສດ ທີ່ເຄີຍເຂົ້າເຖິງນັ້ນໄປ".
ໃນບົດຄວາມ ທີ່ລາວໄດ້ຂຽນຮ່ວມ ໃນວາຣະສານ The Conversation, Mr Jones ໄດ້ໂຕ້ແຍ້ງວ່າ ມີຄວາມເຊື່ອມໂຍງຂ້າມຊາດ ລະຫວ່າງການເຄື່ອນໄຫວທີ່ຮຸນແຮງ ທີ່ເຫັນວ່າຕົນເອງມີບັນຫາຮ່ວມ ໃນທັງສິ່ງທີ່ລາວລະບຸວ່າ: ການປົກປ້ອງສິ່ງທີ່ເອີ້ນວ່າ ອາຣະຍະທັມຕາເວັນຕົກ (Western Civilisation), ການຕໍ່ຕ້ານການຍ້າຍຖິ່ນຖານຈຳນວນຫລາຍ,ແລະການຮັກສາ ເອກກະລັກຂອງຄົນຜິວຂາວ.
ລາວບອກກັບ SBS News ວ່າ ສື່ສານມວນຊົນ ເຮັດໃຫ້ມັນງ່າຍຂຶ້ນ ສໍາລັບນັກສະແດງ ທີ່ຈະເຜີຍແພ່ໂຄສະນາຊວນເຊື່ອ ແລະທໍາລາຍອຸບປະສັກ ທາງພູມີສາດໄດ້ງ່າຍຂຶ້ນ.
Mr Jones ຍັງກ່າວອີກວ່າ ການແພ່ຂຍາຍ ຂອງອຸດົມການຝ່າຍຂວາຈັດທົ່ວໂລກ ໃນອິນເຕີເນັດນັ້ນເຮັດໄດ້ງ່າຍ ເພາະຫລັກການກວ້າງໆ ຂອງອຸດົມການນັ້ນ ສາມາດປັບໃຫ້ເຂົ້າກັບບັນຫາໃນທ້ອງຖິ່ນໄດ້ງ່າຍ.
"ບາງຢ່າງເຊັ່ນການຍ້າຍຖິ່ນຖານ-ມັນເປັນແນວຄິດທີ່ກວ້າງຫຼາຍ, ແຕ່ມັນສາມາດ ຖືກນໍາເຂົ້າໄປໃຊ້ໃນສະພາບ ການລະດັບຊາດໄດ້ຢ່າງງ່າຍດາຍ."
Dr Liam Gillespie ທີ່ມະຫາວິທະຍາລັຍ Melbourne ຄົ້ນຄວ້າກ່ຽວກັບຄວາມຮຸນແຮງທາງການເມືອງ.
ລາວເວົ້າວ່າ ສື່ສານມວນຊົນຂຍາຍຂໍ້ຄວາມ, ເຮັດໃຫ້ກຸ່ມຊາດນິຍົມ ສາມາດເຊື່ອມຕໍ່ຂ້າມເຂດແດນໄດ້.
ແຕ່ລາວເຕືອນ ບໍ່ໃຫ້ຕິຕຽນສື່ສານມວນຊົນ ທີ່ນໍາໄປສູ່ການແບ່ງແຍກທາງການເມືອງ, ໂດຍກ່າວວ່າ ມັນບໍ່ສາມາດຂຍາຍຄວາມຮູ້ສຶກ ທີ່ບໍ່ມີຢູ່ກ່ອນໜ້າແລ້ວ.
Dr Gillespie ຍັງກ່າວອີກວ່າ ມີຄວາມເຊື່ອມໂຍງຢ່າງຍາວນານ ລະຫວ່າງອົງການຂວາຈັດ.
"ກຸ່ມເຫລົ່ານີ້ ກໍຕິດຕໍ່ກັນໃນວິທີທາງຂອງເຂົາເຈົ້າເອງ. ສະນັ້ນ, ເຮົາຈຶ່ງມີປວັດສາດອັນຍາວນານ ຂອງກຸ່ມ White Supremacist ແລະກຸ່ມ White Supremacist ທີ່ຕິດອາວຸດ ໃນສະຫະຣັດອາເມຣິກາ ທີ່ຕິດຕໍ່ກັບກຸ່ມຕ່າງໆ ໃນອອສເຕຣເລັຍ ຫລືປະເທດອັງກິດ ຫລືອາຟຣິກາໃຕ້, ຫລືໃນບ່ອນອື່ນໆ. ພຽງແຕ່ການຕິດຕໍ່ແບບນັ້ນ ໄດ້ເລັ່ງໄວຂຶ້ນໃນເວລານີ້."
ລາວເວົ້າວ່າ ພາສາທີ່ນັກການເມືອງໃຊ້-ຊຶ່ງຖືກສະແດງໃຫ້ເຫັນ ໃນສື່ສານມວນຊົນ-ກໍມີສ່ວນ ໃນການເຄື່ອນໄຫວເຫລົ່ານີ້ເຊັ່ນກັນ.
ສິ່ງນີ້ ອາດຮວມເຖິງຄໍາເວົ້າທີ່ດູໝິ່ນນັກສຶກສາຕ່າງຊາດ ແລະຜູ້ຂໍລີ້ພັຍ.
"ນັກສະແດງ ແລະນັກການເມືອງຫຼັກເຫລົ່ານີ້ ໄດ້ວາງຮາກຖານໄວ້ ສໍາລັບການອອກໄປຕາມຖນົນ ແລ້ວມີສ່ວນຮ່ວມ ໃນຄວາມຮຸນແຮງທາງການເມືອງ, ຊຶ່ງເບິ່ງຄືວ່າ ມັນໄດ້ເກີດຂຶ້ນໂດຍບໍ່ຮູ້ວ່າ ມັນເກີດຂຶ້ນໄດ້ແນວໃດ".
ລາວກ່າວວ່າ ການຊຸມນຸມຕໍ່ຕ້ານການຍ້າຍຖິ່ນຖານ ເມື່ອບໍ່ດົນມານີ້ ໃນອອສເຕຣເລັຍ ແລະປະເທດອັງກິດ ບໍ່ແມ່ນເລື່ອງໃຫມ່-ຫລືເປັນເລື່ອງພິເສດ-ໃນປວັດສາດເມື່ອບໍ່ດົນມານີ້.
Dr Gillespie ກ່າວວ່າ ປາກົດການນີ້ ຖືກເຂົ້າໃຈວ່າເປັນວົງຈອນທັມມະຊາດ.
ລາວຍັງໄດ້ເນັ້ນຫນັກວ່າ ການຈະເວົ້າວ່າຊ່ວງເວລານີ້ ເປັນສິ່ງພິເສດອາດເປັນອັນຕະຣາຍໄດ້.
"ກຸ່ມເຫລົ່ານີ້ ຕ້ອງເຮັດໃຫ້ເບິ່ງຄືວ່າ ອຸດົມການຂອງເຂົາເຈົ້າ ບໍ່ໄດ້ເປັນແບບບໍ່ຢູ່ໃນມາດຕະຖານ ແລະຮຸນແຮງ, ແຕ່ເປັນກະແສຫຼັກ ແລະເປັນທີ່ນິຍົມຊົມຊອບ ແລະກຳລັງເຕີບໂຕ ໃນດ້ານການຍອມຮັບໃນສັງຄົມທົ່ວໄປ. ເພາະວ່າມັນງ່າຍກວ່າ ທີ່ຈະເຮັດໃຫ້ບາງຄົນເຫັນພ້ອມກັບບາງສິ່ງ, ຖ້າຫາກເຂົາເຈົ້າບໍ່ຄິດວ່າ ເຂົາເຈົ້າມີຈຸດຢືນທີ່ຮຸນແຮງ."
ຜູ້ຊ່ຽວຊານຄົນອື່ນໆໄດ້ບອກ SBS Examines ວ່າ ອົງການສື່ສານມວນຊົນ ຕ້ອງປະຕິບັດຕໍ່ບັນຫານີ້ ດ້ວຍຄວາມລະມັດລະວັງ ເມື່ອລາຍງານ.
ສາດສະດາຈານ Julian Droogan ຜູ້ຊ່ຽວຊານເລື່ອງອາດຊະຍາກັມ ແລະການຕໍ່ຕ້ານການກໍ່ການຮ້າຍ (Criminology and Counterterrorism) ຈາກມະຫາວິທະຍາລັຍ Macquarie.
"ຖ້າຫາກສື່ບໍ່ລະມັດລະວັງ ກັບພາສາຂອງຕົນ ແລະພຽງແຕ່ສັນນິຖານ ຫຼືບອກວ່າຊາວອອສເຕຣເລັຍເຫລົ່ານັ້ນ ເປັນສ່ວນໜຶ່ງຂອງການເຄື່ອນໄຫວຂວາຈັດ ພຽງແຕ່ເພາະເຂົາເຈົ້າ ຖືກດຶງດູດໃຫ້ເຂົ້າໄປໃນພື້ນທີ່ເຫຼົ່ານັ້ນ. ໃນອີກແງ່ຫນຶ່ງ ກໍມີອັນຕະຣາຍ ທີ່ຜູ້ຄົນຈະຖືກບັງຄັບຂຶ້ນເລື້ອຍໆ ໃຫ້ເຂົ້າຮ່ວມກັບກຸ່ມຫົວຮຸນແຮງເຫລົ່ານີ້ ຫຼາຍຂຶ້ນເລື້ອຍໆ."
Dr Abul Rizvi ເປັນຮອງເລຂາຂອງກົມກວດຄົນເຂົ້າເມືອງ ແລະພົນລະເມືອງ ລະຫວ່າງປີ 2005 ເຖິງ 2007.
ລາວບອກ SBS Examines ວ່າ ເມື່ອຂໍ້ມູນທີ່ບໍ່ຖືກຕ້ອງ ຖືກຂຍາຍອອກກວ້າງຢ່າງຊ້ຳໆ, ມັນອາດເປັນເລື້ອງຍາກທີ່ຈະແກ້ໄຂ.
"ພວກເຮົາມີຫລາຍອົງການສື່ສານມວນຊົນ-ແທ້ຈິງແລ້ວ ໄດ້ຊຸກຍູ້ຈໍານວນທີ່ບໍ່ຖືກຕ້ອງ ແລະເຂົາເຈົ້າກໍໄດ້ຮັບການຍອມຮັບຈາກຄົນທົ່ວໄປ-ເບິ່ງຄືວ່າ-ແລະເຂົາເຈົ້າໄດ້ຖືກອ້າງເຖິງ ໂດຍຜູ້ກ່າວປາສັຍຫລາຍຄົນ ໃນການເດີນຂະບວນເຫລົ່ານີ້. ນັ້ນເປັນສິ່ງຜິດ. ABS (ສຳນັກງານສະຖິຕິຂອງອອສເຕຣເລັຍ-Australian Bureau of Statistics) ໄດ້ພະຍາຍາມແກ້ໄຂມັນ. ແລະແລ້ວ ABS ເອງກໍຖືກໂຈມຕີ ເພາະພຽງແຕ່ສເນີການແກ້ໄຂເທົ່ານັ້ນ."
ລາວກ່າວວ່າທັງພັກ Labor ແລະ Liberal ບໍ່ໄດ້ກ່າວເຖິງນະໂຍບາຍ ເລື່ອງການຍ້າຍຖິ່ນຖານຕໍ່ປະເທດ, ດັ່ງທີ່ຄວນເປັນ.
"ພັກໃຫຍ່ທັງສອງ ໄດ້ພະຍາຍາມຫລີກຈາກການອະທິບາຍ ກ່ຽວກັບນະໂຍບາຍການຍ້າຍຖິ່ນຖານ ຕໍ່ສາທາຣະນະຊົນອອສເຕຣເລັຍ. ເຂົາເຈົ້າໃຊ້ຄໍາເວົ້າທີ່ຊ້ຳຊາກ ຄືກັນກັບວ່າ ເຮົາເປັນປະເທດທີ່ມີຫຼາຍວັດທະນະທັມ ທີ່ດີສຸດໃນໂລກ, ແລະອື່ນໆ. ແຕ່ນັ້ນບໍ່ໄດ້ອະທິບາຍ ກ່ຽວກັບນະໂຍບາຍ ເລື່ອງການຍ້າຍຖິ່ນຖານ ແລະບ່ອນທີ່ເຮົາ ກໍາລັງມຸ້ງຫນ້າໄປ."
Dr Rizvi ກ່າວວ່າ ນັ້ນຍັງມີຊ່ອງວ່າງ ສໍາລັບນັກທິດສະດີສົມຮູ້ຮ່ວມຄິດ.
"ການຂາດຄໍາອະທິບາຍ ສໍາລັບຂໍ້ມູນ ໄດ້ເຮັດໃຫ້ສະພາບການ ບ່ອນທີ່ນັກທິດສະດີສົມຮູ້ຮ່ວມຄິດ, ຜູ້ຄົນທີ່ມີຄວາມຄິດເຫັນທີ່ຮຸນແຮງ, ສາມາດເຮັດໃຫ້ຊ່ອງວ່າງເຕັມໄດ້."
ນັກການເມືອງ ເຕືອນເຖິງຄວາມສ່ຽງ ຂອງຄວາມຮຸນແຮງ ແລະຄວາມຮຸນແຮງທາງການເມືອງ.
Chris Minns ນາຍົກຣັຖມົນຕີ New South Wales ກ່າວວ່າ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນນັ້ນ ໜ້າເປັນຫ່ວງ-ແລະຕ້ອງຫລຸດຄວາມສ່ຽງ ຂອງຄວາມຮຸນແຮງທາງການເມືອງ.
"ແລະໃນຖານະທີ່ເປັນຜູ້ນໍາຂອງຣັດ, ຂ້າພະເຈົ້າ ຈະເຮັດທຸກສິ່ງທີ່ຂ້າພະເຈົ້າສາມາດເຮັດ ໄດ້ກັບຕໍາຫລວດ New South Wales ວ່າຖ້າຫາກຜູ້ໃດຂ້າມເສັ້ນນັ້ນ-ແລະຄວາມຄິດເຫັນຂອງເຂົາເຈົ້າ ຂ້າມຈາກຄວາມຄິດເຫັນ ໄປສູ່ການບັງຄັບໃຫ້ຄົນໃດຄົນຫນຶ່ງ ເຊື່ອໃນຄວາມຄິດນັ້ນ, ພະຍາຍາມທໍາຮ້າຍຄົນໃດຄົນຫນຶ່ງ ເພາະເຂົາເຈົ້າບໍ່ເຊື່ອ; ພວກເຮົາຈະລົງໂທດທ່ານ. ຖ້າຫາກທ່ານຢາກປະທ້ວງ, ທ່ານກໍປະທ້ວງໄດ້, ທ່ານສາມາດສະແດງອອກໄດ້. ຢ່າພະຍາຍາມທໍາຮ້າຍຜູ້ໃດ. ຄວາມຮຸນແຮງທາງການເມືອງ ບໍ່ມີບົດບາດ ຫລືສະຖານທີ່ໃນອອສເຕຣເລັຍ. ແລະເຮົາຕ້ອງປະເຊີນຫນ້າກັບມັນ ບໍ່ວ່າເຮົາຈະເຫັນມັນຢູ່ບ່ອນໃດກໍຕາມ."
ເນື້ອເລື່ອງໂດຍ Haylena Krishnamoorthy ແລະ Elfy Scott ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao