ລາຍງານ ການຫຼອກລວງ ໃນປີ 2025.

SCAM STOCK

ຄຳວ່າ ‘scam’ ປາກົດໃນແວ່ນຕາ ຂອງຜູ້ກຳລັງໃຊ້ ອິນເຕີເນັດ. Source: AAP / LUKAS COCH/AAPIMAGE

ລາຍງານໃຫມ່ ຂອງຄນະກັມມະການ ການແຂ່ງຂັນ ແລະຜູ້ບໍຣິໂພກຂອງອອສເຕຣເລັຍ (the Australian Competition and Consumer Commission-ACCC) ພົບວ່າ ຊາວອອສເຕຣເລັຍ ຈໍານວນຫນ້ອຍລົງ ທີ່ລາຍງານ ການຫຼອກລວງ ໃນປີ 2025 ແຕ່ມີການສູນເສັຍເງິນຫຼາຍຂຶ້ນ. ຜູ້ຊ່ຽວຊານຍັງກ່າວວ່າ ຜູ້ບໍຣິໂພກເອງກໍຕ້ອງມີຄວາມລະມັດລະວັງຄືກັນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ລາຍງານ ການຫຼອກລວງ ໃນປີ 2025.

ລາຍງານໃຫມ່ ຂອງຄນະກັມມະການ ການແຂ່ງຂັນ ແລະຜູ້ບໍຣິໂພກຂອງ (the Australian Competition and Consumer Commission-ACCC) ພົບວ່າ ຊາວອອສເຕຣເລັຍ ຈໍານວນຫນ້ອຍລົງ ທີ່ລາຍງານ ການຫຼອກລວງ ໃນປີ 2025 ແຕ່ມີການສູນເສັຍເງິນຫຼາຍຂຶ້ນ.

ລາຍງານພົບວ່າ ຜູ້ຄົນທີ່ມາຈາກພື້ນຖານ ທາງວັດທະນະທັມ ແລະພາສາ ທີ່ແຕກຕ່າງກັນ ສ່ວນຫລາຍຈະປະສົບກັບການສູນເສັຍ.

Wing Kuang ລາຍງານ.

ໃນຖານະ ທີ່ເປັນຜູ້ອອກແບບ (Graphic Designer), Julian ເຊື່ອສເມີວ່າລາວມີຄວາມຮູ້ທາງ Digital ພໍທີ່ຈະຫລີກເວັ້ນ ຈາກການຫຼອກລວງ-ຈົນກວ່າລາວຖືກຫລອກ.

"ຂ້ອຍໄດ້ຜ່ານໄລຍະ ທີ່ມີສຸຂະພາບທາງຈິດບໍ່ດີ. ໃນໄລຍະນັ້ນ, ຂ້ອຍໄດ້ຊັກຊ້າ ໃນການຍື່ນເສັຍພາສີ. ເມື່ອໂທຣະສັບມາເຖິງ, ມັນບອກວ່າ ATOຈະຟ້ອງທ່ານ ເພາະບໍ່ໄດ້ສົ່ງໃບລາຍງານ ການເສັຍພາສີ. ແລະວ່າຕ້ອງຈ່າຍເປັນເງິນ ໃນມື້ນີ້ ເພື່ອສະແດງຄວາມສຸດຈະຣິດ."
ຂ້ອຍໃຊ້ເວລາຫ້ານາທີ ໃນການໂທຫາ ATO ແລະຢືນຢັນ ສິ່ງທີ່ຜູ້ສໍ້ໂກງເວົ້ານັ້ນ ບໍ່ແມ່ນຄວາມຈິງ.
Julian
Julian ເວົ້າວ່າ ຜູ້ຫຼອກລວງຂອງລາວ ເປັນຜູ້ຊ່ຽວຊານ ເລື່ອງການຄວບຄຸມທາງຈິດໃຈ-ໃຊ້ຄວາມອັບອາຍຂອງລາວ ເພື່ອລໍ້ໃຫ້ຊື້ບັດຂອງຂວັນ ເພື່ອສະແດງຄວາມສຸດຈະຣິດ ຂອງລາວ.

ພວກເຂົາຍັງໃຫ້ Julian ເວົ້າລົມກັບເຂົາເຈົ້າທາງໂທຣະສັບ, ເພື່ອໃຫ້ແນ່ໃຈວ່າ ລາວໄດ້ຈ່າຍເງິນໃຫ້ສໍາເລັດ ໂດຍບໍ່ຕ້ອງຄິດຫຍັງ ກ່ຽວກັບເລື່ອງນີ້.

ລາວພົບວ່າ ມັນເປັນການຫຼອກລວງ ເມື່ອມັນຊ້າເກີນໄປ.

"ຂ້ອຍໃຊ້ເວລາຫ້ານາທີ ໃນການໂທຫາ ATO ແລະຢືນຢັນ ສິ່ງທີ່ຜູ້ສໍ້ໂກງເວົ້ານັ້ນ ບໍ່ແມ່ນຄວາມຈິງ."

ບັດນີ້, Julian ໄດ້ເຂົ້າຮ່ວມຄນະກັມມະການ ການແຂ່ງຂັນ ແລະຜູ້ບໍຣິໂພກຂອງອອສເຕຣເລັຍ (ACCC)-ເພື່ອເຕືອນເພື່ອນຊາວອອສເຕຣເລັຍ ເຖິງພັຍຄຸກຄາມ ຈາກການຫຼອກລວງ.

"ຖ້າຫາກທ່ານຕົກຢູ່ໃນສະພາບທາງອາຣົມທີ່ສູງ ໃນສະຖານະການ ການເງິນເຊັ່ນນັ້ນ, ໃຫ້ເວລາໂຕເອງຫ້ານາທີ, ເພື່ອຢຸດ, ກວດສອບ ແລະປົກປ້ອງຕົວເອງ."

ຂໍ້ຄວາມຂອງ Julian ມາເຖິງ ໃນຂນະທີ່ຫນ່ວຍດູແລ ຜູ້ບໍຣິໂພກແຫ່ງຊາດ ໄດ້ເຜີຍແພ່ລາຍງານໃຫມ່ ກ່ຽວກັບຊາວອອສເຕຣເລັຍທີ່ ລາຍງານການຫຼອກລວງ.

ມັນສະແດງໃຫ້ເຫັນວ່າ ເຖິງແມ່ນວ່າ ຈໍານວນລາຍງານ ກ່ຽວກັບການຫຼອກລວງ ໄດ້ຫລຸດຈໍານວນລົງ ເມື່ອປຽບທຽບໃສ່ກັບປີທີ່ຜ່ານມາ, ແຕ່ມີການລາຍງານ ທີ່ກ່ຽວກັບການສູນເສັຍທາງການເງິນ ເພີ່ມຂຶ້ນ 40.5ເປີເຊັນ.

ແລະຈໍານວນນັ້ນ ແມ່ນສູງກວ່າ ໃນປະຊາກອນສອງກຸ່ມ, ອີງຕາມ Catriona Lowe ຮອງປະທານ ACCC.

"ສໍາລັບຊາວອອສເຕຣເລັຍ ທີ່ແຕກຕ່າງທາງວັດທະນະທັມ ແລະພາສາ, ຈໍານວນນັ້ນແມ່ນ 44 ເປີເຊັນທີ່ເພີ່ມຂຶ້ນ ໃນການລາຍງານ ທີ່ກ່ຽວກັບການສູນເສັຍ, ແລະສໍາລັບຊາວອອສເຕຣເລັຍ First Nations ແມ່ນ 55.3ເປີເຊັນ."

Ms Lowe ກ່າວວ່າ ການຊື້ສິນຄ້າ ທາງອິນເຕີເນັດ ເປັນການຫຼອກລວງທີ່ພົບເຫັນເລື້ອຍທີ່ສຸດ, ແລະມັນກໍມີຄວາມຊັບຊ້ອນຫລາຍຂຶ້ນ.

"ມັນໝົດສມັຍແລ້ວ ທີ່ເຮົາສາມາດຊອກຫາການສະກົດຜິດ ຫລືເວັບໄຊ້ພື້ນຖານ. ເຮົາກໍາລັງເຫັນເວັບໄຊ້ປອມ ທີ່ຊັບຊ້ອນຫລາຍຂຶ້ນ, ການໂຄສະນາປອມທີ່ດີກວ່າ ແລະການແອບອ້າງ ທີ່ຫນ້າເຊື່ອຖືຫຼາຍຂຶ້ນ."
ປັນຍາປະດິດ (Artificial Intelligence) ກໍາລັງກາຍເປັນພະລັງ ທີ່ຢູ່ເບື້ອງຫລັງ ຂອງການຫຼອກລວງ
ສາດສະດາຈານ Jeannie Patterson
Phishing, ຊຶ່ງຫມາຍເຖິງ ຜູ້ຫຼອກລວງທີ່ຫລອກລວງບຸກຄົນ ໃຫ້ຂໍ້ມູນສ່ວນຕົວຂອງເຂົາເຈົ້າ, ເປັນການຫຼອກລວງ ອີກຢ່າງຫນຶ່ງ ທີ່ພົບເຫັນເລື້ອຍທີ່ສຸດ, ແລະມັນໄດ້ເຮັດໃຫ້ ມີການສູນເສັຍເງິນ 19.5 ລ້ານໂດລາຈົນເຖິງເວລານີ້.

ສາດສະດາຈານ Jeannie Patterson ເປັນຜູ້ຊ່ຽວຊານ ເລື່ອງກົດຫມາຍຜູ້ບໍຣິໂພກ ແລະ AI ທີ່ໂຮງຮຽນກົດຫມາຍ Melbourne (Melbourne Law School).

ນາງເວົ້າວ່າ ປັນຍາປະດິດ (Artificial Intelligence) ກໍາລັງກາຍເປັນພະລັງ ທີ່ຢູ່ເບື້ອງຫລັງ ຂອງການຫຼອກລວງ, ຮວມທັງເທັກໂນໂລຈີຕ່າງໆ ເຊັ່ນ deepfakes.

"ການຫຼອກລວງກໍດີຂຶ້ນ ໃນການບີບບັງຄັບພວກເຮົາ, ເຮັດໃຫ້ເຮົາກັງວົນ ຫລືມີບາງອາຣົມ. ເມື່ອຄວາມອາຣົມຂອງຜູ້ຄົນເພີ່ມຂຶ້ນ, ການຕັດສິນໃຈ, ການຮຽນຮູ້ ແລະແຫລ່ງຊ່ວຍເຫລືອທັງຫມົດ ທີ່ເຂົາເຈົ້າເຄີຍໄດ້ຮັບ...ກໍຈະຫາຍໄປ."

Simon Birmingham ເປັນຫົວຫນ້າຜູ້ອໍານວຍການໃຫຍ່ ຂອງສະມາຄົມທະນາຄານ ອອສເຕຣເລັຍ (the Australian Banking Association).

ລາວເວົ້າວ່າ ທະນາຄານໄດ້ລົງທຶນ ໃນເຄື່ອງມື AI ເພື່ອລະບຸ ແລະຂັດຂວາງ ການຫຼອກລວງ.

ແຕ່ລາວຍັງເວົ້າອີກວ່າ ມັນສໍາຄັນ ທີ່ຜູ້ບໍຣິໂພກ ຈະຕື່ນໂຕ ຫລັງຈາກເທັກໂນໂລຈີທີ່ພັດທະນາຂຶ້ນ ແລະກົນອຸບາຍໃຫມ່ເກີດຂຶ້ນ.
ຜູ້ບໍຣິໂພກ ກໍເຮັດໃນສ່ວນຂອງຕົນ ເພື່ອຮັກສາຕົວເອງໃຫ້ປອດພັຍ.
Simon Birmingham
"ນີ້ເປັນການສູ້ຮົບ ທີ່ດໍາເນີນໄປຢ່າງຕໍ່ເນື່ອງ, ແລະມັນຈະບໍ່ຖືກແກ້ໄຂ ໂດຍຜູ້ໃດເລີຍ. ມັນກ່ຽວກັບ ຄວາມພະຍາຍາມທີ່ຮ່ວມມືກັນ; ທະນາຄານ ເຮັດໃນສ່ວນຂອງຕົນ ເພື່ອລົງທຶນໃນເທັກໂນໂລຈີໃຫມ່, ຜູ້ຄວບຄຸມ ກໍພະຍາຍາມຈັບ ແລະດຳເນີນຄະດີ ຜູ້ທີ່ເຮັດຜິດ, ແຕ່ຜູ້ບໍຣິໂພກ ກໍເຮັດໃນສ່ວນຂອງຕົນ ເພື່ອຮັກສາຕົວເອງໃຫ້ປອດພັຍ."

ເນື້ອເລື່ອງໂດຍ Wing Kuang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ລາຍງານ ການຫຼອກລວງ ໃນປີ 2025. | SBS Lao