ບົດບາດສອງດ້ານຂອງ ໃນການຫຼອກລວງ AI

Username and password' on a fishing hook. Conceptual image about the risk of internet identity theft, also known as Phishing. fishing rod is harvesting user data in cyberspace.

A. I. ຖືກນຳມາໃຊ້ໃນການຫຼອກລວງໂດຍ Scammers ແຕ່ໃນຂນະດຽວກັນ, ມັນກໍຍັງຖືກນຳມາໃຊ້ໃນການຍັບຍັ້ງ ຂັດຂວາງ Scammers ຄືກັນ. Source: Moment RF / sarayut Thaneerat/Getty Images

ການຄົ້ນຄວ້າໃຫມ່ ຊີ້ໃຫ້ເຫັນວ່າ ຊາວອອສເຕຣເລັຍ ມີຄວາມຫມັ້ນໃຈຫລາຍເກີນໄປ ກ່ຽວກັບການກວດຈັບການຫຼອກລວງ (Scams) ຂອງAI Deepfake, ເຖິງແມ່ນວ່າ ເທັກໂນໂລຈີນັ້ນ ຈະເບິ່ງເຫັນໄດ້ຍາກກໍຕາມ. ຜູ້ຊ່ຽວຊານເຕືອນວ່າ ຜູ້ຫຼອກລວງຈະລັກເອົາຄວາມໄວ້ວາງໃຈ ແລະສັນຊາດຕະຍານ, ແລະຂໍຮ້ອງໃຫ້ຜູ້ຄົນຢຸດຊົ່ວຄາວ, ກວດສອບ ແລະປະຕິເສດຂໍ້ຄວາມທີ່ໜ້າສົງສັຍ. ມີຄຳແນະນຳງ່າຍໆທີ່ທຸກຄົນສາມາດເຮັດໄດ້ໃນການປ້ອງກັນ ການຫຼອກລວງ: ຢຸດ (STOP)….. ກວດສອບ (VERIFY)….. ຢ່າຟ້າວຟັ່ງ (DON’T RUSH).


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ບົດບາດສອງດ້ານຂອງ ໃນການຫຼອກລວງ AI

ການຄົ້ນຄວ້າໃຫມ່ ຊີ້ໃຫ້ເຫັນວ່າ ຊາວອອສເຕຣເລັຍ ມີຄວາມຫມັ້ນໃຈຫລາຍເກີນໄປ ກ່ຽວກັບການກວດຈັບການຫຼອກລວງ (Scams) ຂອງ AI, ເຖິງແມ່ນວ່າ ເທັກໂນໂລຈີນັ້ນ ຈະເບິ່ງເຫັນໄດ້ຍາກກໍຕາມ.

ຜູ້ຊ່ຽວຊານເຕືອນວ່າ ຜູ້ຫຼອກລວງຈະລັກເອົາຄວາມໄວ້ວາງໃຈ ແລະສັນຊາດຕະຍານ, ແລະຂໍຮ້ອງໃຫ້ຜູ້ຄົນຢຸດຊົ່ວຄາວ, ກວດສອບ ແລະປະຕິເສດຂໍ້ຄວາມທີ່ໜ້າສົງສັຍ.

Essam Al-Ghalib ລາຍງານ.

ຖ້າຫາກທ່ານຄິດວ່າ ທ່ານຈະພົບການຫຼອກລວງ Deepfake ຂອງ A-Iທັນທີ, ທ່ານບໍ່ໄດ້ເປັນພຽງຄົນດຽວ.

ແຕ່ການຄົ້ນຄວ້າໃຫມ່ໂດຍ CommBank ຊີ້ໃຫ້ເຫັນວ່າ ຊາວອອສເຕຣເລັຍ ອາດມີຄວາມຫມັ້ນໃຈ ຫລາຍກວ່າຄວາມຖືກຕ້ອງ, ແລະຜູ້ຫຼອກລວງ ກໍກໍາລັງເຕີບໂຕຂຶ້ນໃນຊ່ອງວ່າງນັ້ນ.

ເພາະກັບ Deepfake, ອັນຕະຣາຍບໍ່ແມ່ນພຽງແຕ່ເທັກໂນໂລຈີເທົ່ານັ້ນ.

ມັນຄືສິ່ງທີ່ມັນລັກເອົາໄປ - ຄວາມໄວ້ວາງໃຈ.

James Roberts, ຜູ້ອໍານວຍການໃຫຍ່ຂອງ Group Fraud Management Services ທີ່ Commonwealth Bank ກ່າວວ່າ ບັດນີ້ Deepfake ກໍາລັງຖືກໃຊ້ ເພື່ອແອບອ້າງເປັນຄົນທີ່ເຮົາເຊື່ອ, ບໍ່ວ່າຈະເປັນຄົນທີ່ມີຊື່ສຽງ, ຄົນທີ່ຄຸ້ນເຄີຍ ຫລືຄົນທີ່ເຮົາຮັກ.

"ສິ່ງທີ່ພວກເຮົາໄດ້ເວົ້າໃນການສຶກສານັ້ນ ແມ່ນ Deepfake. ຢ່າງທີ່ທ່ານກ່າວ, ບໍ່ວ່າຈະເປັນວິດີໂອ Deepfake ຫລືສຽງDeepfake. ສະນັ້ນ, ສ່ວນຫລາຍແລ້ວ ສິ່ງເຫລົ່ານີ້ຈະເປັນການແອບອ້າງ ເປັນຄົນທີ່ທ່ານໄວ້ວາງໃຈ ຊຶ່ງມັນອາດເປັນນັກສະແດງ, ບຸກຄົນໃນສັງຄົມ, ບາງທີແມ່ນແຕ່ສະມາຊິກໃນຄອບຄົວ. ແລະສ່ວນຫລາຍແລ້ວ ມັນເປັນເນື້ອຫາທີ່ມັກຈະຖືກຈັດຂຶ້ນໃນອິນເຕີເນັດ, ອັບພລິເຄຊັນ ແລະແມ່ນແຕ່ການສົ່ງຂໍ້ຄວາມ."

Mr Roberts ກ່າວວ່າ ສິ່ງທີ່ເຮັດໃຫ້ເວລານີ້ແຕກຕ່າງ ແມ່ນຂນາດ ແລະຄວາມໄວ.

ສິ່ງເຫຼົ່ານີ້ ບໍ່ແມ່ນການຫຼອກລວງ ທີ່ສາມາດຫົວຂວັນໄດ້.

ມັນຖືກອອກແບບໃຫ້ຮູ້ສຶກເປັນສ່ວນຕົວ, ຄຸ້ນເຄີຍ, ແລະເປັນຈິງ.

ແລະລາວເວົ້າວ່າ ຊາວອອສເຕຣເລັຍ ກໍາລັງປະເຊີນກັບ Deepfake ຫລາຍກວ່າທີ່ຫລາຍຄົນຄິດ.

"ໃນນາທີນີ້, ອີງຕາມການຄົ້ນຄວ້າ, ພວກເຮົາໄດ້ເຫັນຫລາຍກວ່າ ຫນຶ່ງໃນສີ່ຄົນ ຂອງຊາວອອສເຕຣເລັຍ, ໄດ້ເຫັນ Deepfake, ແລະນັ້ນອາດເປັນວິດີໂອ Deepfake ຫລືສຽງ Deepfake. ສະນັ້ນ ມັນຈຶ່ງມີຢູ່ທົ່ວໄປ, ແຕ່ເຮົາຄາດວ່າ ມັນຈະເຕີບໂຕຂຶ້ນເລື້ອຍໆ ເມື່ອອາດຊະຍາກອນນັບມື້ນັບມີຫລາຍຂຶ້ນ ແລະນໍາໃຊ້ເທັກໂນໂລຈີນີ້ຄືກັນ."

ແງ່ມຸມທີ່ບໍ່ສະບາຍໃຈທີ່ສຸດແມ່ນວ່າ ຜູ້ຫຼອກລວງພຽງເລັກນ້ອຍ ທີ່ຈະສ້າງສຽງ Deepfake-ໂດຍສະເພາະ ສໍາລັບຜູ້ຄົນທີ່ມີບັນທຶກສຽງຢູ່ໃນອິນເຕີເນັດຢູ່ກ່ອນແລ້ວ.

"ສິ່ງຫນຶ່ງທີ່ເປັນການທ້າທາຍສໍາລັບເຮົາທຸກຄົນ ແມ່ນວ່າຫລາຍຄົນໃນພວກເຮົາ ໃຊ້ສື່ສານມວນຊົນ, ບາງທີເຮົາຢູ່ໃນສັງຄົມ ຫລືໃນສາຍຕາຂອງສາທາຣະນະ ຫລືເຮົາໄດ້ສົ່ງຂໍ້ມູນໃນອິນເຕີເນັດ. ສ່ວນຫລາຍແລ້ວ ໃບຫນ້າ ແລະສຽງຂອງເຮົາ ຈະຢູ່ໃນສື່ສານມວນຊົນນັ້ນ. ແລະບາງເທື່ອມັນສາມາດໃຊ້ເວລາພາຍໃນ 10 ວິນາທີ ຂອງການພິມສຽງຂອງບາງຄົນ. ເພື່ອຮຽນແບບສຽງຂອງເຂົາເຈົ້າ."

ສະນັ້ນ ເຖິງແມ່ນວ່າທ່ານ "ຊ່ຽວຊານດ້ານເທັກໂນໂລຈີ", Mr Roberts ກ່າວວ່າ ຄວາມສ່ຽງທີ່ຍິ່ງໃຫຍ່ກວ່ານັ້ນ ແມ່ນຄວາມຫມັ້ນໃຈຫລາຍເກີນໄປ-ການຄິດວ່າ ທ່ານຈະຮູ້ສເມີວ່າອັນໃດເປັນຈິງ.

“ສິ່ງຫນຶ່ງທີ່ໜ້າເປັນຫ່ວງ ຈາກການຄົ້ນຄວ້າແມ່ນວ່າ 89 ເປີເຊັນຂອງຜູ້ຕອບຮັບ ກ່າວວ່າ ເຂົາເຈົ້າສາມາດເຫັນ Deepfake ໄດ້ຢ່າງຖືກຕ້ອງ. ແຕ່ເມື່ອພວກເຮົາທົດສອບເຂົາເຈົ້າ... ເຂົາເຈົ້າຖືກຕ້ອງ ພຽງແຕ່ 42 ເປີເຊັນເທົ່ານັ້ນ. ທີ່ຈິງແລ້ວ ນັ້ນຮ້າຍແຮງກວ່າທີ່ເຂົາເຈົ້າຄາດຄະເນໄວ້."

ສະນັ້ນ ຖ້າຫາກພວກເຮົາສ່ວນໃຫຍ່ ບໍ່ສາມາດສັງເກດເຫັນ Deepfake ໄດ້ດ້ວຍຄວາມແນ່ໃຈ, ການປ້ອງກັນທີ່ດີທີ່ສຸດແມ່ນຫຍັງ?

Mr Roberts ກ່າວວ່າ ຜູ້ຄົນບໍ່ຈໍາເປັນຕ້ອງໃຊ້ຊີວິດຢູ່ໃນຄວາມຢ້ານກົວ, ແລະເຂົາເຈົ້າ ບໍ່ຈໍາເປັນຕ້ອງເປັນຜູ້ຊ່ຽວຊານ ໃນການສັງເກດເຫັນສຽງ ຫລືວິດີໂອປອມ.

ແຕ່ລາວເວົ້າວ່າ ການປ້ອງກັນທີ່ດີທີ່ສຸດ ແມ່ນການປະພຶດ-ຊ້າລົງ, ກວດສອບ ແລະປະຕິເສດຄວາມຟ້າວຟັ່ງ.

"ພວກເຮົາ ບໍ່ຈໍາເປັນຕ້ອງຢ້ານ. ແທ້ຈິງແລ້ວ ເຮົາບໍ່ຈໍາເປັນຕ້ອງຮູ້ວ່າມັນເປັນ Deepfake ຕາບໃດທີ່ເຮົາເຮັດບາງສິ່ງ ເຊັ່ນການລົງທຶນ ຫລືມີຄວາມສໍາພັນທີ່ຍິ່ງໃຫຍ່, ເຮົາຈະເຮັດຕາມຂັ້ນຕອນທີ່ງ່າຍໆທີ່ຈະຢຸດມັນ-ກວດສອບ-ປະຕິເສດ. ສະນັ້ນ, ຢຸດ. ຜູ້ຫຼອກລວງສ່ວນຫຼາຍ ຈະເຮັດໃຫ້ທ່ານຕົກຢູ່ໃນຄວາມກົດດັນທາງດ້ານເວລາ ທີ່ຈະລົງມືປະຕິບັດໂດຍບໍ່ຄິດ. ເຮົາຕ້ອງຢຸດ, ຄ່ອຍໆຄິດ, ບໍ່ຕອບຮັບທັນທີ. ອັນທີສອງຄື ການກວດສອບ. ເວົ້າລົມກັບຫມູ່ເພື່ອນ ແລະຄອບຄົວ ກ່ອນຕັດສິນໃຈເລື່ອງການເງິນ. ໃຊ້ເຄື່ອງຄົ້ນຫາ ເພື່ອຊອກຫາໂອກາດ ແລະຕື່ມຄໍາວ່າຫຼອກລວງໃນຕອນທ້າຍ. ແລະສຸດທ້າຍ, ກ່ຽວກັບການປະຕິເສດ...ວາງສາຍ...ປິດກັ້ນການຕິດຕໍ່."

ຄໍາແນະນໍານັ້ນມີຄວາມສໍາຄັນ ເພາະມີຄວາມສ່ຽງຫລາຍ, ບໍ່ພຽງແຕ່ທາງການເງິນເທົ່ານັ້ນ, ແຕ່ຍັງຮວມເຖິງທາງອາຣົມນຳອີກ.

Mr Roberts ກ່າວວ່າ ການຫຼອກລວງ ສາມາດທໍາລາຍຄວາມສໍາພັນ, ເຮັດໃຫ້ຄອບຄົວແຕກແຍກ, ແລະໃນກໍຣະນີທີ່ຫນ້າໂສກເສົ້າທີ່ສຸດ, ຈະຊຸກຍູ້ຜູ້ຄົນໃຫ້ທໍາຮ້າຍຕົວເອງ.

"ແມ່ນແລ້ວ, ຜົນສະທ້ອນກໍເປັນຫນ້າຢ້ານກົວ ແລະບໍ່ມີເຫດຜົນເລີຍ ທີ່ກຸ່ມນັ້ນ ຈະເຮັດໃຫ້ເກີດຄວາມເສັຍຫາຍທາງຈິດໃຈແບບນີ້. ເຫັນໄດ້ຢ່າງຊັດເຈນວ່າ ມີຄວາມເສັຍຫາຍທາງການເງິນ, ຊຶ່ງສໍາຄັນຫລາຍ, ແຕ່ສ່ວນຫລາຍ ສິ່ງທີ່ບໍ່ໄດ້ຖືກກ່າວເຖິງ ແມ່ນເລື້້ອງອັນຕະຣາຍທາງອາຣົມ. ທ່ານເຄີຍເຫັນການຢ່າຮ້າງ, ຄອບຄົວແຕກແຍກ, ພວກເຮົາໄດ້ເຫັນທຸຣະກິດຂນາດນ້ອຍທີ່ກໍາລັງເກີດຂຶ້ນ ແລະເຮັດໄດ້ດີ, ແລະແລ້ວໃນດ້ານທີ່ບໍ່ຄ່ອຍເກີດຂຶ້ນແຕ່ຍັງມີຢູ່. ມີເຫດການທໍາຮ້າຍຕົວເອງ ຄືກັນ ບ່ອນທີ່ຜູ້ຄົນຮູ້ສຶກວ່າ ເຂົາເຈົ້າບໍ່ສາມາດຮັບມືກັບມັນໄດ້."

ລາວເວົ້າວ່າ ນັ້ນເປັນສາເຫດ ທີ່ການເວົ້າລົມຢ່າງເປີດເຜີຍ ກ່ຽວກັບການຫຼອກລວງ ເປັນສິ່ງສໍາຄັນຫລາຍ, ເພາະຄວາມອັບອາຍ ແລະຄວາມມິດງຽບ ສາມາດເຮັດໃຫ້ຄວາມເສັຍຫາຍຮ້າຍແຮງຂຶ້ນ.

"ວິທີທີ່ດີທີ່ສຸດຢ່າງຫນຶ່ງ ຄືການເວົ້າລົມ. ບໍ່ວ່າທ່ານຈະຖືກຫລອກລວງ ຫລືທ່ານພຽງແຕ່ ຢາກຮັກສາຄອບຄົວຂອງທ່ານໃຫ້ປອດພັຍ ກໍຄືການທີ່ຈະເວົ້າລົມກ່ຽວກັບເລື່ອງນີ້. ເຮົາຕ້ອງກໍາຈັດຄວາມອັບອາຍ ຈາກການຖືກຫຼອກລວງ ເພື່ອວ່າຜູ້ຄົນຈະສາມາດເວົ້າລົມກັນຢ່າງເປີດເຜີຍ ຊຶ່ງທັງຈະຊ່ອຍເຂົາເຈົ້າ ບໍ່ໃຫ້ຕົກຢູ່ໃນການຫຼອກລວງ ແລະຖ້າຫາກເຂົາເຈົ້າຖືກຫຼອກລວງ,ໃຫ້ແນ່ໃຈວ່າເຂົາເຈົ້າໄດ້ຮັບການດູແລຢ່າງແທ້ຈິງ."

ແລະສໍາລັບຄອບຄົວ ທີ່ກັງວົນກ່ຽວກັບການຫຼອກລວງດ້ວຍສຽງປອມ, ເຊັ່ນບາງຄົນທໍາທ່າ ວ່າເປັນລູກຫລານຂອງທ່ານ ຂໍເງິນຢ່າງຮີບດ່ວນ, Mr Roberts ກ່າວວ່າ ຂັ້ນຕອນງ່າຍໆຢ່າງຫນຶ່ງ ທີ່ສາມາດຢຸດການຫຼອກລວງໄດ້: ຄໍາທີ່ປອດພັຍສໍາລັບຄອບຄົວ (Family Safe Word).

“ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ 74 ເປີເຊັນ ຂອງຊາວອອສເຕຣເລັຍ ຮູ້ສຶກວ່າ ເຂົາເຈົ້າຄວນມີຄໍາເວົ້າທີ່ປອດພັຍສໍາລັບຄອບຄົວ. ແຕ່ຫນ້າເສັຍໃຈ ທີ່ມີພຽງແຕ່ 20 ເປີເຊັນເທົ່ານັ້ນ ທີ່ເຮັດຕາມຂັ້ນຕອນງ່າຍໆເຊັ່ນນັ້ນ. ສະນັ້ນ, ຖ້າຫາກຜູ້ຟັງເອົາສິ່ງຫນຶ່ງອອກຈາກການສົນທະນາທັງຫມົດນີ້, ໃຫ້ແຕ່ງຄໍາທີ່ປອດພັຍ, ແບ່ງປັນມັນຢ່າງລັບໆໃນຄອບຄົວຂອງທ່ານ ເພື່ອຊ່ອຍເຫລືອໃຫ້ປອດພັຍຈາກການປອມຕົວ ເປັນສະມາຊິກໃນຄອບຄົວຂອງທ່ານ."

ແຕ່ Mr Roberts ຍັງມີຄໍາແນະນໍາ ທີ່ໃຊ້ການໄດ້ໃນຊີວິດປະຈຳວັນ-ເມື່ອໂທຣະສັບດັງຂຶ້ນ, ມັນເປັນໝາຍເລກທີ່ບໍ່ຮູ້ຈັກ, ແລະທ່ານຢາກຕອບ ພຽງແຕ່ເພື່ອຈະໄດ້ຮູ້ວ່າ ເຂົາເຈົ້າຕ້ອງການຫຍັງ.

ລາວເວົ້າວ່າ ຢ່າມີສ່ວນຮ່ວມ, ຢ່າໃຫ້ໂອກາດບອກຜູ້ຫຼອກລວງ.

"ໃນຂນະທີ່ມັນອາດເປັນສິ່ງທີ່ຫນ້າພໍໃຈ ທີ່ຈະສາບແຊ່ງເຂົາເຈົ້າ ແລະມີສ່ວນຮ່ວມນັ້ນ. ສ່ວນຫລາຍແລ້ວ ມັນເປັນສິ່ງດີທີ່ສຸດ ທີ່ຈະບໍ່ຕອບໂທຣະສັບ ທີ່ຫຼອກລວງຖ້າຫາກມີສາຍເຂົ້າມາ. ຍິ່ງທ່ານຕອບຫຼາຍເທົ່າໃດ, ເຂົາເຈົ້າຮູ້ສຶກວ່າ ບາງທີອາດມີໂອກາດທີ່ຈະຫຼອກລວງທ່ານ, ແຕ່ຖ້າທ່ານບໍ່ຕອບ, ຂ້ອຍຄິດວ່າ ໃນທີ່ສຸດຊື່ຂອງທ່ານ ກໍຈະຖືກເອົາອອກຈາກລາຍການຂອງເຂົາເຈົ້າ ແລະໃນທີ່ສຸດ ເຂົາເຈົ້າກໍຈະເຊົາໂທຫາທ່ານ."

ບັດນີ້, ເລື່ອງນີ້ບໍ່ໄດ້ສິ້ນສຸດລົງ ດ້ວຍຜູ້ຫຼອກລວງທີ່ໃຊ້ A-I ເພື່ອເພີ່ມການຫລອກລວງຂອງເຂົາເຈົ້າ.

ເພາະເທັກໂນໂລຈີດຽວກັນນັ້ນ ຍັງຖືກໃຊ້ເພື່ອຕໍ່ສູ້ຄືນອີກດ້ວຍ.

ທີ່ Commonwealth Bank, Mr Roberts ກ່າວວ່າ ເຂົາເຈົ້າກໍາລັງໃຊ້ Generative A-I ເພື່ອສ້າງລະບົບ ທີ່ບໍ່ພຽງແຕ່ພົບເຫັນການຫຼອກລວງເທົ່ານັ້ນ, ແຕ່ຍັງລົບກວນມັນຢ່າງຈິງຈັງ.

ລາວເວົ້າວ່າ ເຂົາເຈົ້າໄດ້ຮ່ວມມືກັບກຸ່ມຜູ້ຊ່ຽວຊານ ເພື່ອສ້າງ Bots ທີ່ມີສ່ວນຮ່ວມ ກັບຜູ້ຫຼອກລວງໂດຍກົງ, ເຮັດໃຫ້ເຂົາເຈົ້າຫຍຸ້ງຍາກ, ເສັຍເວລາ ແລະຮວບຮວມຂໍ້ມູນ ທີ່ສາມາດໃຊ້ເພື່ອປົກປ້ອງຜູ້ຄົນແທ້ໆ.

"ສິ່ງຫນຶ່ງທີ່ຫນ້າຕື່ນເຕັ້ນຫລາຍກວ່ານັ້ນຄື ເຫັນໄດ້ຢ່າງແຈ່ມແຈ້ງວ່າ ຂ້າພະເຈົ້າໄດ້ເວົ້າເລັກນ້ອຍ ກ່ຽວກັບສິ່ງທີ່ບໍ່ດີທີ່ Generative AI ສາມາດໃຊ້ໄດ້, ແຕ່ທີ່ CommBank, ພວກເຮົາກໍາລັງໃຊ້ Generative AI ໃນທາງດີ ເພື່ອພະຍາຍາມທີ່ ຈະຢຸດການຫຼອກລວງຄືກັນ. ສະນັ້ນ ພວກເຮົາຈຶ່ງໄດ້ຮ່ວມມືກັບບໍຣິສັດທີ່ເອີ້ນວ່າ Apate AI... ແລະພວກເຮົາ ໄດ້ສ້າງກອງທັບ Bots ນ້ອຍໆຂອງພວກເຮົາເອງ ທີ່ມີ Bots ສຽງແລະ Bots ສົ່ງຂໍ້ຄວາມ ແລະມີສ່ວນຮ່ວມກັບຜູ້ຫຼອກລວງ, ເຮັດໃຫ້ເຂົາເຈົ້າເສັຍເວລາ, ສະນັ້ນ ທຸກໆນາທີ ທີ່ເຂົາເຈົ້າເວົ້າກັບ Bots, ເຂົາເຈົ້າບໍ່ໄດ້ເວົ້າ ແລະຫຼອກລວງຄົນອອສເຕຣເລັຍ."

Mr Roberts ກ່າວວ່າ ການສົນທະນາຂອງ Bots ຍັງສາມາດດຶງເອົາລາຍລະອຽດທີ່ສໍາຄັນ ເຊັ່ນບັນຊີຂອງທະນາຄານປອມ ຫລື links, ຊຶ່ງສາມາດກີດກັນໄດ້, ຊຶ່ງອາດຢຸດເຫຍື່ອຫລາຍຄົນໄດ້.

"ແລະພວກເຮົາກໍໃຊ້ມັນ ຄືກັນກັບທີ່ທ່ານເວົ້າໃນຕອນນີ້, ພວກເຮົາກໍມີຂໍ້ມູນຄືກັນ. ສະນັ້ນ, ຖ້າຫາກ Bots ບອກບັນຊີທະນາຄານທີ່ບໍ່ດີ ໃຫ້ເອົາເງິນໄປຝາກ ຫລືເອົາຂໍ້ມູນນັ້ນໄປ ແລະເຮົາໃຊ້ມັນເພື່ອກີດກັນ. ສະນັ້ນ ຂໍ້ມູນຢ່າງຫນຶ່ງ ສາມາດຊ່ວຍຊາວອອສເຕຣເລັຍໄດ້ອີກ 10 ຄົນ."

ແລະບາງເທື່ອ, Bots ບໍ່ພຽງແຕ່ເຮັດໃຫ້ຜູ້ຫຼອກລວງຫຍຸ້ງຢູ່ສອງສາມນາທີເທົ່ານັ້ນ, ແຕ່ມັນຍັງສາມາດ ເຮັດໃຫ້ເຂົາເຈົ້າຕ້ອງເສັຍເວລາໄດ້ດົນກວ່ານັ້ນ.

"ສະຖິຕິຂອງພວກເຮົາໃນຕອນນີ້ ແມ່ນ 54 ນາທີ ທີ່ຈະເຮັດໃຫ້ຄົນນັ້ນຢູ່ໃນສາຍ, ຊຶ່ງແມ່ນແລ້ວ, ມັນເປັນ 54 ນາທີທີ່ເຂົາເຈົ້າ ບໍ່ສາມາດໄປຫາຄົນອອສເຕຣເລັຍຄົນອື່ນໄດ້."

Simon Smith ຜູ້ຊ່ຽວຊານດ້ານການສນັບສນູນທາງອິນເຕີເນັດ ແລະການຫຼອກລວງ ຈາກ Scam Assist, ບໍຣິສັດ ທີ່ຊ່ວຍໃນການກູ້ຄືນເງິນ ທີ່ສູນເສັຍໄປ ຈາກການຫຼອກລວງທາງອິນເຕີເນັດ, ການຫຼອກລວງ ແລະອາດຊະຍາກັມທາງອິນເຕີເນັດ.

Mr Smith ກ່າວວ່າ ທັມມະຊາດສອງດ້ານຂອງ A-I- ສາມາດຖືກໃຊ້ໃນການຫຼອກລວງ, ແຕ່ມັນຍັງສາມາດ ໃຊ້ເພື່ອຂັດຂວາງມັນໄດ້ເຊັ່ນກັນ.

Mr Smith ກ່າວວ່າ ຜູ້ຄົນໄດ້ຮັບປໂຍດຈາກການຄົ້ນພົບ ໂດຍອັດຕະໂນມັດ ໃນວິທີງ່າຍໆ, ເຊັ່ນໂທຣະສັບມືຖື ທີ່ບອກເລກທີ່ໜ້າສົງສັຍ, ເຖິງແມ່ນວ່າ ເຂົາເຈົ້າບໍ່ຄິດວ່າມັນເປັນ A-I ກໍຕາມ.

"ຖ້າຫາກທ່ານມີໂທຣະສັບ Android, ໂທຣະສັບຂອງທ່ານ ຈະແຈ້ງທ່ານວ່າ ຫມາຍເລກໂທຣະສັບນັ້ນໜ້າສົງໄສໂດຍອັດຕະໂນມັດ. ຫລືຖ້າຫາກທ່ານຢາກຮູ້ເລື່ອງເທັກໂນໂລຈີ, ນັ້ນເປັນພຽງແຕ່ Algorithm, ໝາຍເລກນີ້ ເປັນທີ່ຮູ້ຈັກກັນດີໃນການຫຼອກລວງ, ແລະມັນຖືກຕ້ອງເຖິງ 99ເປີເຊັນ."

ແຕ່ Mr Smith ຍັງເຕືອນຜູ້ຄົນ ບໍ່ໃຫ້ຫລົງໄຫລໂດຍຄໍາເວົ້າ ທີ່ເຮັດໃຫ້ທ່ານມີຄວາມຮູ້ສຶກດີ.

ເພາະວ່າການຫຼອກລວງ ບໍ່ໄດ້ເປັນເລື່ອງໃຫມ່-ພຽງແຕ່ວິທີການເທົ່ານັ້ນທີ່ໃໝ່.

"AI ເປັນຄໍາສັບທີ່ກວ້າງຫຼາຍ, ແມ່ນຄໍາສັບທີ່ຖືກຕ້ອງ, ແມ່ນບໍ່? ມັນມີເທັກໂນໂລຈີທີ່ດີແທ້ໆ. ແລະມີຜູ້ຫຼອກລວງທີ່ບໍ່ດີ, ແລະມີເທັກໂນໂລຈີທີ່ບໍ່ດີ ແລະມີຜູ້ຫຼອກລວງທີ່ດີ. ແລະມັນບໍ່ສໍາຄັນ, ບໍ່ວ່າຈະມີ AI ຫລືບໍ່, ຈະມີຜູ້ຫຼອກລວງຢູ່ສເມີ, ຕາບໃດທີ່ຍັງມີຄວາມໂລບມາກ, ຈະມີການປະພຶດທີ່ຜິດກົດໝາຍ."

Deepfakes ອາດເປັນອາວຸດຫຼ້າສຸດ, ແຕ່ການປ້ອງກັນທີ່ດີທີ່ສຸດ ກໍຍັງເປັນມະນຸດ:

ຊ້າລົງແດ່.

ໃຫ້ກວດສອບກັບຄົນທີ່ທ່ານໄວ້ວາງໃຈ.

ແລະຢ່າປ່ອຍໃຫ້ຄວາມຮີບດ່ວນ ມາຄວບຄຸມສັນຊາດຕະຍານຂອງທ່ານ.

ລາຍງານໂດຍ  Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service