ທ່ານສາມາດຕິດຕາມຂໍ້ຄວາມຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຄຳເຕືອນກ່ຽວກັບຄວາມສ່ຽງຕໍ່ "ນັກຮຽນ (Schoolies)".
ຂນະທີ່ໄວລຸ້ນຫລາຍພັນຄົນ ສເລີມສລອງການສິ້ນສຸດ ຂອງປີ 12,ເຂົາເຈົ້າໄດ້ຮັບການເຕືອນ ເຖິງຄວາມສ່ຽງທີ່ມາຈາກການດື່ມເຄື່ອງມຶນເມົາ, ໂດຍສະເພາະຢູ່ຕ່າງປະເທດ.
ພໍ່ແມ່ ແລະຫມູ່ເພື່ອນຂອງຜູ້ເຄາະຮ້າຍ ຈາກພິດຂອງ Methanol, Bianca Jones ແລະ Holly Bowles ໄດ້ເຂົ້າຮ່ວມໃນການຊຸກຍູ້ດ້ານຄວາມປອດພັຍໃຫມ່, ໂດຍຊຸກຍູ້ຜູ້ເດີນທາງໄວລຸ້ນ ໃຫ້ເລືອກທາງທີ່ປອດພັຍຍິ່ງຂຶ້ນ.
Edwina Guinan ມີລາຍລະອຽດ.
ທຸກໆປີ, ນັກຮຽນຊາວອອສເຕຣເລັຍຫລາຍພັນຄົນ ໄດ້ເດີນທາງໄປຕ່າງປະເທດ ໃນວັນພັກ, ໃນພິທີກັມທີ່ເອີ້ນວ່າ "ນັກຮຽນ (Schoolies)".
ມັນເປັນຊ່ວງເວລາຂອງການເລີ່ມຕົ້ນພະຈົນພັຍ ສໍາລັບຄົນໄວລຸ້ນ-ແລະການສວດມົນຂອງພໍ່ແມ່.
ສໍາລັບ Michelle Jones, ຜູ້ຊຶ່ງລູກສາວຂອງນາງ, Bianca ຜູ້ທີ່ບໍ່ເຄີຍກັບມາ ຈາກການເດີນທາງຂອງວັນພັກຂອງນາງທີ່ປະເທດລາວ, ມັນເປັນຄວາມຊົງຈໍາທີ່ຫນ້າຂົມຂື່ນ.
"ມັນເປັນເລື່ອງທີ່ຍັງລືມບໍ່ໄດ້. ໂດຍສະເພາະຢູ່ທາງເຂົ້າ ບ່ອນທີ່ພວກເຮົາໄດ້ກ່າວອໍາລາ ກັບລູກສາວຂອງພວກເຮົາ. ແມ່ນແລ້ວ. ຍັງຈື່ໄດ້...ເສັຍໃຈຫລາຍ."
ການຣົນນະຣົງນີ້ ໃຫ້ຄໍາແນະນໍາແກ່ໄວລຸ້ນ ແລະພໍ່ແມ່ ກ່ຽວກັບການດື່ມເຄື່ອງມຶນເມົາ ໃນປະຣິມານທີ່ພໍສົມຄວນ, ດູແລຫມູ່ເພື່ອນ, ແລະຄວາມສ່ຽງທີ່ເກີດຈາກເຄື່ອງດື່ມທີ່ບໍ່ມີປ້າຍ, ລາຄາຖືກ ຫລືໜ້າສົງໄສ.
Bianca Jones ແລະເພື່ອນຂອງນາງ, Holly Bowles, ໄດ້ເສັຍຊີວິດ ຫລັງຈາກໄດ້ດື່ມເຄື່ອງດື່ມ ທີ່ປະສົມກັບ Methanol ຢູ່ໂຮງແຮມຂອງນັກທ່ອງທ່ຽວ ໃນເມືອງວັງວຽງ ເມື່ອເດືອນພະຈິກປີແລ້ວນີ້.
ພວກເຂົາອາຍຸພຽງ 19 ປີເທົ່ານັ້ນ.
ບັດນີ້ ພໍ່ແມ່ຂອງເຂົາເຈົ້າ ຢາກໃຫ້ໄວລຸ້ນຄົນອື່ນໆ ຮູ້ເຖິງອັນຕະຣາຍທີ່ມາຈາກການເດີນທາງ-ແລະດື່ມເຄື່ອງມຶນເມົາ-ຢູ່ຕ່າງປະເທດ.
Sam Bowles ແມ່ຂອງ Holly ເວົ້າວ່າ ເຂົາເຈົ້າຢາກຕິດຕໍ່ກັບພໍ່ແມ່ຄົນອື່ນໆ.
"ມັນສະທ້ອນກັບພວກເຮົາ. ສິ່ງທີ່ພວກເຮົາພະຍາຍາມເຮັດ ແມ່ນພຽງແຕ່ສົ່ງຂໍ້ຄວາມອອກໄປ ເພື່ອໃຫ້ຜູ້ເດີນທາງຄົນອື່ນໆໃຫ້ປອດພັຍ"
ຄອບຄົວເຫຼົ່ານີ້ ເປັນສູນກາງຂອງໂຄງການຄວາມປອດພັຍໃຫມ່ ທີ່ເຈາະຈົງໃສ່ຜູ້ທີ່ຈົບການສຶກສາ, ຊຶ່ງໄດ້ເລີ່ມຕົ້ນໂດຍຣັດຖະບານກາງ ຢູ່ບ່ອນຮັບຮອງຜູ້ໂດຍສານຂາອອກ ທີ່ເດີ່ນບິນ Melbourne (ວັນອັງຄານ).
ນີ້ແມ່ນສຽງຂອງວີດີໂອ: Bianca ແລະ Holly ຕື່ນເຕັ້ນຫລາຍທີ່ຈະເດີນທາງໄປຕ່າງປະເທດນໍາກັນ. ຕອນ Bianca ໄດ້ລົມກັບຂ້ອຍ ແລະ Mark, ພວກເຮົາກໍເປັນຫ່ວງຫນ້ອຍຫນຶ່ງ, ແຕ່ກໍຮູ້ວ່າ ການເດີນທາງໄປຕ່າງປະເທດກັບ Holly ເປັນສິ່ງທີ່ເຂົາເຈົ້າຢາກເຮັດ ແລະພວກເຮົາທຸກຄົນກໍຫມັ້ນໃຈ ຍ້ອນວ່າເຂົາເຈົ້າຈະເດີນທາງໄປນໍາກັນ. ເຂົາເຈົ້າເປັນຄົນສລາດ ແລະເຂົາເຈົ້າຮູ້ວິທີທີ່ຈະດູແລຕົນເອງ."
ການຣົນນະຣົງນີ້ ໃຫ້ຄໍາແນະນໍາແກ່ໄວລຸ້ນ ແລະພໍ່ແມ່ ກ່ຽວກັບການດື່ມເຄື່ອງມຶນເມົາ ໃນປະຣິມານທີ່ພໍສົມຄວນ, ດູແລຫມູ່ເພື່ອນ, ແລະຄວາມສ່ຽງທີ່ເກີດຈາກເຄື່ອງດື່ມທີ່ບໍ່ມີປ້າຍ, ລາຄາຖືກ ຫລືໜ້າສົງໄສ.
"ໃຫ້ລະວັງກ່ຽວກັບການດື່ມເຫຼົ້າ ແລະເຄື່ອງດື່ມປະເພດເຫຼົ້າ ເຊັ່ນcocktails on the rocks, buckets, ແລະ shots."
.......ແຕ່ຍັງບໍ່ມີການຕັ້ງຂໍ້ກ່າວຫາ ກ່ຽວກັບການຕາຍຂອງ Bianca ແລະ Holly ເທື່ອ.
ຍັງມີຄໍາແນະນໍາ ກ່ຽວກັບວິທີທີ່ຈະໄດ້ຮັບຄວາມຊ່ອຍເຫລືອ ຖ້າຫາກແລະເມື່ອມີບັນຫາເກີດຂຶ້ນ.
ມັນໄດ້ຮັບການສນັບສນູນໂດຍເວບໄຊ້ SmartTraveller ແລະກຸ່ມທີ່ບໍ່ ສແວງຜົນກຳໄລ: Drinkwise.
ຂໍ້ຄວາມຈະຮວມເຖິງ ການໂຄສະນາຢູ່ຫ້ອງຮັບຮອງຜູ້ໂດຍສານຂາອອກ ທີ່ເດີ່ນບິນ, ແລະການໂຄສະນາ ທີ່ສົ່ງໄປຫາໂທຣະສັບມືຖື, ດັ່ງທີ່ CEO ຂອງ DrinkWise, Simon Strahan ອະທິບາຍ.
"ເຂົາເຈົ້າຈະເຫັນຂໍ້ຄວາມເຫລົ່ານັ້ນ ຢູ່ໃນ ແລະບໍຣິເວນເດີ່ນບິນ. ເຂົາເຈົ້າ ຈະເຫັນຂໍ້ຄວາມເຫລົ່ານັ້ນ ຢູ່ໃນສື່ສານມວນຊົນ ເມື່ອເຂົາເຈົ້າຊອກຫາຮ້ານຂາຍເຫລົ້າ. ມັນຈະເປັນສ່ວນຫນຶ່ງຂອງກິດຈະກັມ ການຄົ້ນຫານັ້ນ. ໃນອອສເຕຣເລັຍ, ພວກເຮົາຈະມີຂໍ້ຄວາມເຫລົ່ານັ້ນ ຢູ່ໃນຮ້ານຂາຍເຫລົ້າຄືກັນ. ພວກເຮົາມີກິດຈະກັມ ທີ່ຈະຢູ່ໃນເດີ່ນບິນ, ສ່ວນຫນຶ່ງ ຈະມີສ່ວນຮ່ວມກັບນັກຮຽນທີ່ຈົບການສຶກສາ, ມອບສິນຄ້າໃຫ້ເຂົາເຈົ້າ, ແຈ້ງເຕືອນປະຈຸບັນ ແລະເລີ່ມເວົ້າລົມກັບເຂົາເຈົ້າ."
ໂດຍທີ່ສິ້ນປີກຳລັງໃກ້ຈະຮອດ, ການຣົນນະຣົງນີ້ ຈຶ່ງກໍາລັງເພີ່ມຂຶ້ນ ກ່ອນການສເລີມສລອງຂອງ "ນັກຮຽນ (Schoolies)".
ນັກຮຽນຫລາຍພັນຄົນ ຄາດວ່າຈະເດີນທາງທັງໃນທ້ອງຖິ່ນ ແລະຕ່າງປະເທດ, ໄປຫາຈຸດຫມາຍປາຍທາງ ຂອງງານລ້ຽງ ທີ່ເປັນທີ່ນິຍົມເຊັ່ນ Bali, Fiji, the Gold Coast ແລະເອເຊັຍຕາເວັນອອກສຽງໃຕ້.
Jason Clare, ຣັດຖະມົນຕີກະຊວງສຶກສາກ່າວວ່າ ໂຄງການນີ້ ແມ່ນກ່ຽວກັບການເຂົ້າເຖິງໄວລຸ້ນ-ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດກໍຕາມ.
"ພວກເຮົາຕ້ອງການຄວາມມ່ວນຊື່ນ ແລະພວກເຮົາຢາກໃຫ້ເຂົາເຈົ້າປອດພັຍ. ພວກເຮົາຢາກໃຫ້ເຂົາເຈົ້າ ກັບບ້ານດ້ວຍຄວາມປອດພັຍ, ແລະນັ້ນຄືພື້ນຖານຂອງການຣົງນະຣົງນີ້-ຂໍ້ມູນທາງອິນເຕີເນັດ, ຢູ່ໃນຍົນ, ຢູ່ເດີ່ນບິນ, ໃນຂໍ້ຄວາມ (text message), ສື່ສານມວນຊົນ, ແຕ່ຍັງສົ່ງຂໍ້ມູນໄປຫາໂຮງຮຽນນໍາອີກ."
ພໍ່ແມ່ຄວນສົນທະນາກັບລູກໆ ກ່ອນເຂົາເຈົ້າຈະອອກເດີນທາງ
ເຖິງແມ່ນຈະມີການສອບສວນເປັນເວລາດົນນານໂດຍຕໍາຫລວດລາວ ແລະຄວາມກົດດັນ ຈາກທາງການອອສເຕຣເລັຍ, ແຕ່ຍັງບໍ່ມີການຕັ້ງຂໍ້ກ່າວຫາ ກ່ຽວກັບການຕາຍຂອງ Bianca ແລະ Holly ເທື່ອ.
Michelle Jones ແລະ Sam Bowles ຍັງຈື່ຄວາມຕື່ນເຕັ້ນຂອງລູກສາວຂອງເຂົາເຈົ້າ ໃນຂນະທີ່ເຂົາເຈົ້າເລີ່ມຕົ້ນການພະຈົນພັຍ, ແຕ່ເຂົາເຈົ້າໄດ້ຊຸກຍູ້ພໍ່ແມ່ ໃຫ້ເວົ້າລົມກັບລູກໆຂອງເຂົາເຈົ້າ ກ່ຽວກັບຄວາມຕື່ນໂຕແລະລະມັດລະວັງຢູ່ສເມີ.
ນີ້ແມ່ນສຽງຂອງ MICHELLE JONES "ພໍ່ແມ່ຄວນສົນທະນາກັບລູກໆ ກ່ອນເຂົາເຈົ້າຈະອອກເດີນທາງ."
ນີ້ແມ່ນສຽງຂອງ SAM BOWLES: "ໃຫ້ແນ່ໃຈວ່າ ເຂົາເຈົ້າຮູ້ວ່າຈະເຮັດແນວໃດ ຖ້າຫາກເຂົາເຈັບປ່ວຍ-ມັນພຽງແຕ່ຈະຊ່ວຍຊີວິດຂອງເຂົາເຈົ້າເທົ່ານັ້ນ."
ລາຍງານໂດຍ Edwina Guinan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂໍ້ຄວາມຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao





