ການສັ່ງຫ້າມສື່ສານມວນຊົນ ໃນຊ່ວງພັກໂຮງຮຽນ.

Mobile phone showing the number 16 and a red forbidden sign trapped between barrier tapes on yellow background. Illustration of the British consideration of banning sale of smartphones to under 16s

ຫຼັງຈາກການຫ້າມໃຊ້ ສື່ສານມວນຊົນຕໍ່ຜູ້ທີ່ມີອາຍຸຕ່ຳກວ່າ 16 ປີ, ຊາວໜຸ່ມອອສເຕຣເລັຍຈະໃຊ້ເວລາຂອງເຂົາເຈົ້າແນວໃດ, ໂດຍສະເພາະໃນລະຫວ່າງ ພັກໂຮງຮຽນ? Source: iStockphoto / Dragon Claws/Getty Images

ການສັ່ງຫ້າມສື່ສານມວນຊົນ ເທື່ອທໍາອິດຂອງຣັດຖະບານ ໄດ້ຖືກນໍາໃຊ້ ເປັນເວລາຫລາຍກວ່າຫນຶ່ງເດືອນ, ພ້ອມດ້ວຍວັນພັກຂອງໂຮງຮຽນ ຂອງອອສເຕຣເລັຍ. ແຕ່ໂດຍທີ່ມີສື່ສານມວນຊົນຫນ້ອຍລົງ ຫລືບໍ່ມີເລີຍ, ຄົນຫນຸ່ມຈະໃຊ້ເວລາວ່າງຂອງເຂົາເຈົ້າແນວໃດ?


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການສັ່ງຫ້າມສື່ສານມວນຊົນ ໃນຊ່ວງພັກໂຮງຮຽນ.

ການສັ່ງຫ້າມສື່ສານມວນຊົນ ເທື່ອທໍາອິດຂອງຣັດຖະບານ ໄດ້ຖືກນໍາໃຊ້ ເປັນເວລາຫລາຍກວ່າຫນຶ່ງເດືອນ, ພ້ອມດ້ວຍວັນພັກຂອງໂຮງຮຽນ ຂອງອອສເຕຣເລັຍ.

ມີຄວາມຄຶດເຫັນທີ່ຂັດແຍ້ງກັນ ລະຫວ່າງຣັດຖະບານ, ຜູ້ຊ່ຽວຊານດ້ານສື່ສານມວນຊົນ ແລະຊາວຫນຸ່ມ ກ່ຽວກັບການສັ່ງຫ້າມ ຢ່າງມີປະສິດທິພາບ ຈົນເຖິງຕອນນີ້.

ແຕ່ໂດຍທີ່ມີສື່ສານມວນຊົນຫນ້ອຍລົງ ຫລືບໍ່ມີເລີຍ, ຄົນຫນຸ່ມຈະໃຊ້ເວລາວ່າງຂອງເຂົາເຈົ້າແນວໃດ?

Catriona Stirrat ລາຍງານ.

Zara, ອາຍຸ 15 ປີກ່າວວ່າ ນາງຍັງເຂົ້າເຖິງ Snapchat ຢູ່, ແຕ່ນາງຖືກຫ້າມໃຊ້ Instagram ແລະ TikTok.

ແຕ່ Alana, ອາຍຸ 14 ປີກ່າວວ່າ ຈາກການສັ່ງຫ້າມສື່ສານມວນຊົນ, ນາງພຽງແຕ່ຖືກຫ້າມໃຊ້ Snapchat ເທົ່ານັ້ນ"

ພຽງແຕ່ຫນຶ່ງເດືອນເທົ່ານັ້ນ ນັບຕັ້ງແຕ່ມີການສັ່ງຫ້າມ ສື່ສານມວນຊົນຄັ້ງທໍາອິດຂອງອອສເຕຣເລັຍ... ແລະການຈໍາກັດໃຫມ່ ກໍເກີດຂຶ້ນພ້ອມກັບວັນພັກຂອງໂຮງຮຽນ.

"ເຂົາເຈົ້າສາມາດໃຊ້ເວລາໃນລະດູຮ້ອນ ເພື່ອຕິດຕໍ່ຫາກັນ ຊຶ່ງບໍ່ແມ່ນທາງອິນເຕີເນັດ, ກັບອ້າຍເອື້ອຍນ້ອງ, ກັບພໍ່ແມ່ຂອງເຂົາເຈົ້າ-skateboarding, ຂຽນ, ອ່ານ, ດົນຕີ. ຂ້າພະເຈົ້າບໍ່ສົນໃຈວ່າ ມັນເປັນຫຍັງ, ແຕ່ມັນບໍ່ໄດ້ຢູ່ໃນຈໍໂທຣະສັບ."

Anika Wells, ຣັດຖະມົນຕີກະຊວງສື່ສານ ກ່າວຢູ່ທີ່ນັ້ນ-ຊຸກຍູ້ຄົນຫນຸ່ມ ໃຫ້ຊອກຫາກິດຈະກັມໃຫມ່ ນອກເຫນືອຈາກສື່ສານມວນຊົນ.

ຣັດຖະບານກ່າວວ່າ ມີຊາວຫນຸ່ມຈຳນວນປະມານ 2.5 ລ້ານຄົນ ອາຍຸລະຫວ່າງ 8 ເຖິງ 15 ປີໃນອອສເຕຣເລັຍ.

ຊາວຫນຸ່ມຫລາຍຄົນ ໃຊ້ອິນເຕີເນັດ, ແຕ່ຣັດຖະບານກ່າວວ່າ ມີບັນຊີສື່ສານມວນຊົນ ປະມານ 4.7 ລ້ານບັນຊີ ຖືກປິດ, ຖືກລຶບ ຫລືຈໍາກັດຈົນເຖິງເວລານີ້.

ສະນັ້ນ, ເມື່ອມີການເຂົ້າເຖິງສື່ສານມວນຊົນຫນ້ອຍລົງ ຫລືບໍ່ມີເລີຍ, ໄວລຸ້ນຈະໃຊ້ເວລາວ່າງຂອງເຂົາເຈົ້າແນວໃດ? SBS ໄດ້ໄປຢ້ຽມຢາມຫໍພັກລູກເສືອ ຢູ່ພາກເຫນືອຂອງ Sydney ເພື່ອຊອກຫາຄຳຕອບ.

Zara, ອາຍຸ 15 ປີກ່າວ: "ຂ້ອຍມັກສິນລະປະ. ຂ້ອຍໄດ້ແຕ້ມຮູບຫລາຍຢ່າງ ແລະສະນັ້ນ ມັນຈຶ່ງໃຫ້ຂ້ອຍມີເວລາຫລາຍຂຶ້ນ ທີ່ຈະໃສ່ໃຈກັບສິ່ງນັ້ນ.

Zoe, ອາຍຸ 15 ປີກ່າວວ່າ: "ມື້ນີ້, ຍົກຕົວຢ່າງ, ຂ້ອຍຈະໄປພົບກັບຫມູ່ເພື່ອນບາງຄົນທີ່ຊາຍຫາດໃນຕອນບ່າຍ. ສະນັ້ນ, ແນ່ນອນວ່າ ຂ້ອຍຈະເຮັດບາງສິ່ງກັບຫມູ່ເພື່ອນຂອງຂ້ອຍ ໃນໂລກທີ່ເປັນຈິງ.... ໂດຍບໍ່ຕ້ອງໃຊ້ໂທຣະສັບມືຖື."

Travis, ອາຍຸ 15 ປີກ່າວ: "ຂ້ອຍໄດ້ໄປເຂັ້າຄ້າຍຢູ່ປະເທດ New Zealand ເມື່ອບໍ່ດົນມານີ້ ແລະທຸກຄົນກໍອອກໄປພົບປະສັງສັນ ແລະບໍ່ໄດ້ໃຊ້ໂທຣະສັບມືຖືຂອງເຂົາເຈົ້າ ແລະເບິ່ງຄືວ່າ ມ່ວນຊື່ນ ແລະເພີດເພີນກວ່າ."

ແມ່ນແຕ່ Maddy ອາຍຸ 16 ປີ-ຜູ້ທີ່ຖືກຍົກເວັ້ນ ຈາກການສັ່ງຫ້າມ-ກໍສັງເກດເຫັນ ການປ່ຽນແປງເຊັ່ນກັນ:

"ຂ້ອຍຮູ້ສຶກວ່າ ທຸກຄົນເວົ້າລົມກັນຫລາຍຂຶ້ນໃນຕອນນີ້ ແລະບໍ່ມີການກວດເບິ່ງໂທຣະສັບ ແລະການຫລິ້ນນໍາກັນ. ແລະຕາມຈິງແລ້ວ ພວກເຮົາໄດ້ອອກໄປຫຼິ້ນຫາດຊາຍ ແລະຮ້ານຄ້າ ແລະທຸກຢ່າງຫຼາຍຂຶ້ນ." ກ່າວກັບ(01:16): "ມັນຮູ້ສຶກເມື່ອຍຫນ້ອຍກວ່າ ທີ່ຈະເວົ້າລົມກັບເຂົາເຈົ້າ ເປັນສ່ວນຕົວຫລາຍກວ່າ ທາງອິນເຕີເນັດ ຫລືໃນ Instagram."

ການສໍາຫຼວດ ໃນປີ 2020 ໂດຍຄນະກັມມາທິການ ຄວາມປອດພັຍທາງອິນເຕີເນັດ (eSafety Commission) ສະແດງໃຫ້ເຫັນວ່າ ຊາວໜຸ່ມໃຊ້ເວລາສະເລັ່ຍ ປະມານ 14.4 ຊົ່ວໂມງຕໍ່ອາທິດ ໃນອິນເຕີເນັດ-ໂດຍມີ Snapchat, YouTube, Instagram ແລະ Facebook ເປັນເວັບໄຊ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ.

ຣັດຖະບານກ່າວວ່າ ການສັ່ງຫ້າມນັ້ນ ໄດ້ຖືກນໍາໃຊ້ ເພື່ອຫລຸດຜ່ອນຄວາມສ່ຽງຂອງຄົນຫນຸ່ມ ໃນເນື້ອຫາທີ່ເປັນອັນຕະຣາຍ ແລະປັບປຸງສຸຂະພາບຈິດ ແລະຄວາມເປັນຢູ່ທີ່ດີຂອງເຂົາເຈົ້າ.

ຫນຶ່ງເດືອນ ຫລັງຈາກການສັ່ງຫ້າມ, ຜູ້ໃຫຍ່ໃນຊີວິດຂອງເຂົາເຈົ້າ ໄດ້ສັງເກດເຫັນ ຄວາມແຕກຕ່າງໃນພຶດຕິກັມ, ນິສັຍ ຫລືສຸຂະພາບທາງຈິດ ຫຼືບໍ່?

Sally ເປັນແມ່ຂອງ Travis ທີ່ມີອາຍຸ 14 ປີ:

"ການປ່ຽນແປງນັ້ນດີຫຼາຍ. ລາວຫາກໍກັບມາຈາກຄ້າຍລູກເສືອໃຫຍ່ຢູ່ New Zealand ບ່ອນທີ່ເຄີຍເປັນຄ້າຍລູກເສືອມາກ່ອນ. ຂ້າພະເຈົ້າ ໄດ້ຮັບຂໍ້ຄວາມຫລາຍຢ່າງຈາກລາວ ເຊັ່ນວ່າ, "ເຈົ້າຍັງມີຊີວິດຢູ່ບໍ່? ຂ້ອຍຕ້ອງການຫລັກຖານການມີຊີວິດ." ພຽງແຕ່ເພາະເດັກນ້ອຍບໍ່ໄດ້ໃຊ້ໂທຣະສັບມືຖື, ຊຶ່ງເປັນສິ່ງທີ່ດີແທ້ໆ. ດີໃຈແທ້ໆທີ່ໄດ້ເຫັນ."

ການຄົ້ນຄວ້າບາງຢ່າງ ຊີ້ໃຫ້ເຫັນວ່າ ສື່ສານມວນຊົນ ເປັນອັນຕະຣາຍຕໍ່ສຸຂະພາບທາງຈິດ ຂອງຄົນຫນຸ່ມ.

ລາຍງານໃນເດືອນກໍລະກົດ ປີ 2025 ຈາກຄນະກັມມາທິການຄວາມປອດພັຍທາງອິນເຕີເນັດ (eSafety Commission), ຫົວຂໍ້: 'Digital Use and Risk: Online platform engagement among children aged 10 to 15' ພົບວ່າ ຫລາຍກວ່າເຄິ່ງຫນຶ່ງ ຂອງເດັກນ້ອຍໃນກຸ່ມ ອາຍຸນີ້ ໃນອອສເຕຣເລັຍ ໄດ້ປະສົບກັບການກັ່ນແກ້ງ ທາງອິນເຕີເນັດ.

ມັນຍັງພົບວ່າ ເດັກນ້ອຍເກືອບ 1 ໃນ 4 ຄົນ ໄດ້ປະສົບກັບການຕິດຕາມ, ການກວດສອບ ຫລືການລ່ວງລະເມີດ ທາງສື່ສານມວນຊົນ ໂດຍບໍ່ໄດ້ຮັບຄວາມຍິນຍອມ-ແລະຈໍານວນໃກ້ຄຽງກັນນັ້ນ ໄດ້ປະສົບກັບການລ່ວງລະເມີດທາງເພດ ທາງອິນເຕີເນັດ.

Tony Fitzgerald ຫົວຫນ້າຂອງ Kids Helpline's Virtual Services, ອະທິບາຍ.

"ບໍ່ວ່າ ຈະເປັນການກັ່ນແກ້ງ ຫລືການເຂົ້າເຖິງເນື້ອຫາ ທີ່ເປັນອັນຕະຣາຍ, ທັມມະຊາດ ແລະຄວາມກົດດັນຂອງຄົນຫນຸ່ມ ທີ່ຈະຢູ່ໃນສື່ສານມວນຊົນຕລອດເວລາ ໄດ້ນໍາໄປສູ່ຜົນເສັຍ ສໍາລັບເຂົາເຈົ້າ ໃນດ້ານສຸຂະພາບຈິດ, ເພາະວ່າເຂົາເຈົ້າ ຈະສຳຜັດກັບເນື້ອຫານັ້ນຢູ່ສເມີ. ເຂົາເຈົ້າ ຈະປະເຊີນກັບພຶດຕິກັມ ທີ່ບໍ່ດີສເມີ, ແລະການຫມິ່ນປມາດ, ການເຍາະເຍີ້ຍ ແລະປະພຶດກັມກັ່ນແກ້ງ ທີ່ເກີດຂຶ້ນ."

ຄົນຫນຸ່ມບາງຄົນ ກໍເຫັນພ້ອມ. Maddy ກ່າວວ່າ:

"ຂ້ອຍຄິດວ່າ ມາດຕະຖານໃນສື່ສານມວນຊົນ ແມ່ນສູງແທ້ໆ ແລະເພາະຂ້ອຍມີອາຍຸພຽງ 16 ປີ, ການເຫັນມາດຕະຖານຂອງຜູ້ໃຫຍ່ ກໍຄືກັນກັບການປ່ຽນແປງ ທັດສະນະຂອງຂ້ອຍກ່ຽວກັບສິ່ງຕ່າງໆ. ສະນັ້ນ,ມັນຈຶ່ງດີກວ່າຫຼາຍ."

ແຕ່ການຄົ້ນຄວ້າຫຼ້າສຸດ ຊີ້ໃຫ້ເຫັນວ່າ ຄວາມສໍາພັນລະຫວ່າງ ສື່ສານມວນຊົນ ແລະສຸຂະພາບຈິດຂອງຄົນຫນຸ່ມ ແມ່ນແຕກຕ່າງຫລາຍກວ່ານັ້ນ.

ການຄົ້ນຄວ້າໂດຍວາຣະສານ Journal of the American Medical Association Pediatrics ໄດ້ວິເຄາະຂໍ້ມູນສາມປີ ຈາກເດັກນ້ອຍຫລາຍກວ່າ 100,000 ຄົນໃນອອສເຕຣເລັຍ ຈາກຫ້ອງຮຽນປີທີສີ່ ເຖິງປີ 12.

ມັນພົບວ່າ ຄົນໄວລຸ້ນທີ່ລາຍງານການໃຊ້ສື່ສານມວນຊົນ ໃນລະດັບປານກາງ ມີຄວາມເປັນຢູ່ດີທີ່ສຸດ, ເມື່ອປຽບທຽບ ໃສ່ກັບຄົນທີ່ບໍ່ໄດ້ໃຊ້ ແລະຜູ້ທີ່ໃຊ້ສື່ສານມວນຊົນ ໃນລະດັບສູງສຸດ.

ໄວລຸ້ນເຊັ່ນ Alana ອາຍຸ 14 ປີ ເປັນຫ່ວງກ່ຽວກັບ ການສູນເສັຍຊຸມຊົນແລະມິດຕະພາບ ທີ່ຮັກສາໄວ້ທາງອິນເຕີເນັດ.

ນາງກ່າວວ່າ:

"ການສູນເສັຍຄວາມຜູກພັນ ທີ່ຂ້ອຍມີກັບຫມູ່ເພື່ອນຢູ່ຕ່າງປະເທດ ແລະໝູ່ທີ່ຂ້ອຍມີ ຈາກຄ້າຍລູກເສືອ ແລະສູນເສັຍເຂົາເຈົ້າ, ມັນຍາກຫຼາຍ ເພາະຂ້ອຍບໍ່ສາມາດສື່ສານກັບເຂົາເຈົ້າອີກຕໍ່ໄປ. ແລະຂ້ອຍຈະບໍ່ສາມາດເຫັນເຂົາເຈົ້າ ຢູ່ໃນຄ້າຍລູກເສືອອື່ນໆ ທີ່ຂ້ອຍໄປ."

Tony Fitzgerald ຈາກ Kids Helpline ກ່າວວ່າ ສິ່ງນີ້ເປັນຄວາມຈິງ ໂດຍສະເພາະ ສໍາລັບຄົນຫນຸ່ມຈາກກຸ່ມທີ່ອ່ອນແອ.

"ຄົນຫນຸ່ມໄດ້ເຕີບໃຫຍ່ຂຶ້ນ, ໂດຍສະເພາະໃນຫລາຍປີທີ່ຜ່ານມານີ້, ໄດ້ເຕີບໃຫຍ່ຂຶ້ນ ໂດຍມີສື່ສານມວນຊົນ ເປັນສ່ວນຫນຶ່ງໃນຊີວິດຂອງເຂົາເຈົ້າ. ສະນັ້ນ, ມັນຈຶ່ງກາຍເປັນເລື້ອງປົກກະຕິ ທີ່ເຂົາເຈົ້າຮັກສາການຕິດຕໍ່ຫາກັນ. ຄົນຫນຸ່ມ, ໂດຍສະເພາະຈາກກຸ່ມທີ່ອ່ອນແອ ຜູ້ທີ່ພົບວ່າ ມັນເປັນສິ່ງຍາກ ທີ່ຈະຕິດຕໍ່ກັບຄົນອື່ນ ໃນຄວາມຫມາຍທີ່ຄ້າຍຄືກັນນີ້ ສາມາດພົບວ່າ ນີ້ເປັນວິທີທີ່ມີພະລັງຫລາຍ ໃນການຕິດຕໍ່ກັບຄົນອື່ນ ທີ່ໄດ້ຜ່ານປະສົບການທີ່ຄ້າຍຄືກັນນີ້."

ສິ່ງນີ້ ກໍ່ໃຫ້ເກີດຄໍາຖາມ ກ່ຽວກັບຄວາມສໍາເຣັດຂອງການສັ່ງຫ້າມ ແລະວ່າ ມັນໄດ້ບັນລຸຜົນທີ່ຕ້ອງການຫລືບໍ່.

Nicholas Carah ເປັນຜູ້ອໍານວຍການຂອງ the Center for Digital Cultures and Societies ທີ່ມະຫາວິທະຍາລັຍ Queensland.

"ສິ່ງທີ່ສໍາຄັນແທ້ໆ ໃນຫນ້າທີ່ດູແລຂອງເຮົາ ແມ່ນໃນທາງບວກ, ຊຶ່ງຫມາຍຄວາມວ່າ, "ເຮົາຈະເຮັດແນວໃດ ເພື່ອຊ່ອຍໃຫ້ຄົນຫນຸ່ມ ຕິດຕໍ່ກັນ, ພົບປະສັງສັນ, ມີຄວາມສ້າງສ້າງຕໍ່ກັນແລະກັນ ໃນໂລກ Digital?" ເພາະວ່າ ນັ້ນເປັນໂລກ ແລະນັ້ນເປັນໂລກຂອງເຂົາເຈົ້າໃນເວລານີ້."

ແຕ່ຢ່າງຫນ້ອຍໃນເວລານີ້-ການໃຊ້ເວລາຫນ້ອຍລົງ ໃນອິນເຕີເນັດ, ກໍາລັງເປີດປະຕູ ສໍາລັບຄວາມສົນໃຈ ແລະປະສົບການໃຫມ່:

"ຂ້ອຍໄດ້ຮຽນແຕ້ມຫລາຍກວ່າທີ່ຜ່ານມາ. ຕອນຂ້ອຍຍັງນ້ອຍ, ຂ້ອຍເຄີຍແຕ້ມຮູບເລື້ອຍໆ ເພາະຂ້ອຍບໍ່ສາມາດເຂົ້າເຖິງສື່ສານມວນຊົນ, ແຕ່ບັດນີ້ ເມື່ອມັນໄດ້ຫາຍໄປອີກ, ຂ້ອຍໄດ້ເລີ່ມແຕ້ມອີກ."

ລາຍງານໂດຍ Catriona Stirrat ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service