ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຄຳສັ່ງຫ້າມເດັກອາຍຸຕ່ຳກວ່າ 16 ປີໃນການໃຊ້ສື່ສານມວນຊົນ.
ຕັ້ງແຕ່ວັນພຸດໜ້າ, ອອສເຕຣເລັຍຈະກາຍເປັນປະເທດທໍາອິດໃນໂລກ ທີ່ຈະສັ່ງຫ້າມເດັກນ້ອຍ ອາຍຸຕ່ຳກວ່າ 16 ປີ ບໍ່ໃຫ້ມີບັນຊີສື່ສານມວນຊົນ, ບັງຄັບໃຫ້ບໍຣິສັດໃຫຍ່ ປະຕິບັດຕາມກົດຫມາຍ ຫລືຕ້ອງປະເຊີນກັບການຖືກປັບໃໝ ສູງເຖິງ 50 ລ້ານໂດລາ.
ຣັດຖະບານຂອງ Albanese ກ່າວວ່າ ການເຄື່ອນໄຫວນັ້ນ ຈະປົກປ້ອງຄົນຫນຸ່ມຈາກ Algorithm ທີ່ເປັນອັນຕະຣາຍ ແລະຜົນກະທົບທາງລົບຕໍ່ສຸຂະພາບຈິດ.
ພໍ່ແມ່ຫລາຍຄົນ ສນັບສນູນການປ່ຽນແປງ, ໃນຂນະທີ່ນັກວິຈານ ເຕືອນວ່າ ຄົນໄວລຸ້ນທີ່ຮູ້ຈັກເລື່ອງເທັກໂນໂລຈີ ອາດຈະມີວິທີ ຫຼີກລ້ຽງຈາກມາດຕະການນັ້ນ.
Sam Dover ລາຍງານ.
ເລີ່ມຈາກວັນພຸດຫນ້າ...
"ອອສເຕຣເລັຍ ຈະກາຍເປັນປະເທດທໍາອິດໃນໂລກ ທີ່ສັ່ງຫ້າມເດັກນ້ອຍ ອາຍຸຕ່ຳກວ່າ 16 ປີຈາກການມີບັນຊີ ສື່ສານມວນຊົນ."
ນັ້ນຄື Annika Wells ຣັດຖະມົນຕີກະຊວງຖແລງຂ່າວ ທີ່ໄດ້ກ່າວເຖິງການຈໍາກັດ ທາງສື່ສານມວນຊົນ ທີ່ລໍຖ້າເປັນເວລາດົນນານ ສໍາລັບເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 16 ປີຊຶ່ງນາງກ່າວວ່າ ຈະຊ່ອຍປົກປ້ອງເຂົາເຈົ້າ ຈາກອັນຕະຣາຍທາງອິນເຕີເນັດ.
"ດ້ວຍກົດໝາຍຂໍ້ດຽວ, ເຮົາສາມາດປົກປ້ອງຄົນລຸ້ນ Alpha ຈາກການຖືກດຶງດູດ ເຂົ້າໄປໃນນາຮົກຂອງ Algorithms ຊຶ່ງອະທິບາຍໂດຍ ຜູ້ຊາຍທີ່ສ້າງສິ່ງນັ້ນວ່າ ເປັນໂຄເຄນທາງພຶດຕິກັມ (Behavioural Cocaine). ແລະໃນວັນທີ 10 ເດືອນທັນວາ ຈະມີອາການແງ້ນຢາ. ຄົນໄວລຸ້ນຈະອາຣົມເສັຍ ,ບາງຄົນຈະຕໍ່ສູ້ເພື່ອກັບໄປຫາມັນຄືນ, ບາງຄົນຈະສາມາດຊອກຫາວິທີ ຫຼີກລ້ຽງທາງເທັກໂນໂລຈີ ແລະຮັກສາບັນຊີຂອງເຂົາເຈົ້າໄວ້ ແຕ່ຂ້າພະເຈົ້າເຊື່ອແທ້ໆວ່າ ຄວາມບໍ່ສະບາຍໃຈໃນໄລຍະສັ້ນ ຈະກຸ້ມຄ່າ ສໍາລັບຜົນປໂຍດໄລຍະຍາວ."
ທ່ານອາດສົງສັຍວ່າຖານ (Platform) ໃດແດ່ທີ່ຢູ່ພາຍໃຕ້ຂໍ້ຈໍາກັດເຫລົ່ານີ້ ແລະຣັດຖະບານຄາດວ່າ ຈະບັງຄັບໃຊ້ສິ່ງນີ້ແນວໃດ.
ສະນັ້ນ, ກັມມາທິການ ຄວາມປອດພັຍທາງອິນເຕີເນັດ ຂອງອອສເຕຣເລັຍ (Australia's eSafety) ຈຶ່ງໄດ້ລະບຸສື່ສານມວນຊົນ 10 ຖານ(Platform) ທີ່ຈະຈໍາກັດອາຍຸ, ພ້ອມດ້ວຍລາຍຊື່ທີ່ ຄາດວ່າ ຈະຂຍາຍອອກກວ້າງອອກໄປອີກໃນອະນາຄົດ.
ຊຶ່ງໄດ້ແກ່ Facebook, Instagram, Snapchat, TikTok, Reddit, X (ແຕ່ກ່ອນເອີ້ນວ່າ Twitter), YouTube, Threads ແລະ Twitch ແລະ Kick.
ນັບແຕ່ວັນພຸດ (10 Dec), ຖານ (Platform) ເຫຼົ່ານີ້ ຕ້ອງລຶບບັນຊີ ຂອງຜູ້ໃຊ້ທີ່ມີອາຍຸຕໍ່າກວ່າ 16 ປີ ແລະດໍາເນີນການ ຕາມສິ່ງທີ່ຣັດຖະບານ ພິຈາຣະນາວ່າ ເປັນຂັ້ນຕອນທີ່ເຫມາະສົມ ເພື່ອປ້ອງກັນເດັກນ້ອຍ ບໍ່ໃຫ້ສ້າງບັນຊີ ໃນບໍຣິການຂອງເຂົາເຈົ້າ.
ຖ້າເຂົາເຈົ້າບໍ່ເຮັດຕາມຂັ້ນຕອນເຫຼົ່ານີ້ ເຂົາເຈົ້າຈະສ່ຽງ ຕໍ່ການຖືກປັບໃໝສູງເຖິງ 50 ລ້ານໂດລາ.
Dr Tiffani Apps ເປັນອາຈານອາວຸໂສ ຢູ່ມະຫາວິທະຍາລັຍ Wollongong ແລະຫົວຫນ້າຄົ້ນຄວ້າທີ່ ARC Centre of Excellence for the Digital Child.
"ພື້ນທີ່ສື່ສານມວນຊົນເຫລົ່ານີ້ ບໍ່ໄດ້ຖືກອອກແບບສໍາລັບເດັກນ້ອຍ, ແລະເຮົາໄດ້ເຫັນ ໃນຫລາຍປີຜ່ານມານີ້ວ່າ ອັນຕະຣາຍຫລາຍຢ່າງ ທີ່ເຮັດໃຫ້ພໍ່ແມ່ ແລະຊຸມຊົນເປັນຫ່ວງ ແລະເຮັດໃຫ້ເດັກນ້ອຍຕື່ນຕົກໃຈຄືກັນ. ຂ້າພະເຈົ້າຈະເວົ້າວ່າ ມັນເປັນການຕອບຮັບ ທີ່ຫນ້າສົນໃຈ ເພາະມັນຈໍາກັດ ເດັກນ້ອຍຈາກການເຂົ້າເຖິງຖານ (Platform), ສະນັ້ນຈຶ່ງຈໍາກັດເດັກນ້ອຍ ແທນທີ່ຈະຮຽກຮ້ອງໃຫ້ຖານ (Platform) ສ້າງບ່ອນທີ່ປອດພັຍສໍາລັບເດັກນ້ອຍ."
Dr Apps ກ່າວວ່າ ແຕ່ລະຖານ (Platform) ຈະນໍາໃຊ້ຂັ້ນຕອນທີ່ແຕກຕ່າງກັນ.
"ພວກເຮົາ ຈະເຫັນການປ່ຽນແປງເກີດຂຶ້ນຢ່າງວ່ອງໄວ, ແລະພວກເຮົາໄດ້ເລີ່ມຕົ້ນເຫັນມັນ ໃນສອງສາມອາທິດຜ່ານມານີ້. ສໍາລັບຖານ(Platform) ທີ່ມີຊື່ຮວມຢູ່ໃນນັ້ນ, ມັນຈະເບິ່ງຄືວ່າ ແຕກຕ່າງໃນຖານ(Platform) ເຫລົ່ານັ້ນ. ເຂົາເຈົ້າເປັນເຈົ້າຂອງໂດຍຜູ້ຄົນທີ່ແຕກຕ່າງກັນ ແລະເຂົາເຈົ້າ ກໍາລັງຈັດການກັບຂໍ້ຈໍາກັດໃນວິທີທີ່ແຕກຕ່າງກັນ."
Meta, ເຈົ້າຂອງ Facebook, Instagram ແລະ Threads, ໄດ້ເລີ່ມຕົ້ນລຶບເຄິ່ງລ້ານບັນຊີ (Account) ຂອງໄວລຸ້ນ ທີ່ມີອາຍຸຕ່ຳກວ່າ 16 ປີ.
Youtube ຈະແຕກຕ່າງຫນ້ອຍຫນຶ່ງ ເພາະຜູ້ໃຊ້ ບໍ່ຈຳເປັນຕ້ອງມີບັນຊີ ເພື່ອເຂົ້າເຖິງເນື້ອຫາ.
ເດັກນ້ອຍອາຍຸຕໍ່າກວ່າ 16 ປີຈະບໍ່ໄດ້ຮັບອະນຸຍາດ ໃຫ້ມີບັນຊີ YouTube ຫຼືຕິດຕາມຊ່ອງ YouTube ແຕ່ເດັກນ້ອຍ ຍັງສາມາດເບິ່ງວິດີໂອ ໃນເວັບໄຊ ໃນສະຖານະອອກຈາກລະບົບ (Logged-out state) ຫຼືພາຍໃຕ້ການຄວບຄຸມຂອງພໍ່ແມ່.
ການສນັບສນູນ ຂອງສາທາຣະນະຊົນ ສໍາລັບການປ່ຽນແປງ ຂອງຣັດຖະບານຂອງ Albanese ຕໍ່ກົດຫມາຍ ເລື່ອງຄວາມປອດພັຍທາງອິນເຕີເນັດ ເປັນປັດຈັຍຫນຶ່ງ ໃນຄວາມສໍາເລັດຂອງຣັດຖະບານ Labor ທີ່ຈະມຸ່ງໄປສູ່ການເລືອກຕັ້ງ ຣັດຖະບານກາງ ໃນເດືອນພຶດສະພານີ້.
"ນີ້ແມ່ນກ່ຽວກັບການປ່ອຍເດັກນ້ອຍ ໃຫ້ເປັນເດັກນ້ອຍ. ມັນຍັງກ່ຽວກັບການຊຸກຍູ້ ໃຫ້ພໍ່ແມ່ ສາມາດສົນທະນາກັບລູກໆຂອງເຂົາເຈົ້ານຳອີກ."
ພໍ່ແມ່ຫລາຍຄົນ ໃນເມືອງ Sydney ເວົ້າວ່າ ເຂົາເຈົ້າຕື່ນເຕັ້ນຫລາຍ ສໍາລັບການເຄື່ອນໄຫວໃໝ່ນີ້.
"ມີຜົນກະທົບຕໍ່ສຸຂະພາບຈິດຫລາຍຢ່າງ ທີ່ຈະເອົາມັນອອກຈາກມືຂອງຂ້ອຍ ແລະປ່ອຍໃຫ້ຣັດຖະບານຕັດສິນໃຈ. ໃຫ້ລູກໆຂອງຂ້ອຍ ພັກຜ່ອນຫລັງຈາກໂຮງຮຽນ ແລະເຂົາເຈົ້າ ຈະສາມາດພັກຜ່ອນ ແລະໄປທ່ຽວກັບຄອບຄົວ. ຂ້ອຍຄິດວ່າ ມັນເປັນການລິເລີ່ມທີ່ຍິ່ງໃຫຍ່, ເປັນສິ່ງທີ່ຍິ່ງໃຫຍ່."
"ຂ້ອຍຄິດວ່າ ມັນເປັນສິ່ງທີ່ດີຫຼາຍ. ໃນຖານະທີ່ເປັນແມ່ ຂອງລູກສາວໄວລຸ້ນສອງຄົນ, ຂ້ອຍດີໃຈຫລາຍ ກັບການເລີ່ມຕົ້ນ ຂອງຣັດຖະບານອອສເຕຣເລັຍ ແລະຂ້ອຍຄິດວ່າ ມັນເປັນສິ່ງໜ້າຊົມເຊີຍ ທີ່ເຂົາເຈົ້າ ເປັນຜູ້ນໍາທາງໂລກໃນເລື່ອງນີ້."
ບາງຄົນກໍສົງສັຍວ່າ ມັນຈະທໍາງານແນວໃດ.
"ເດັກນ້ອຍເປັນຄົນສລາດ. ເຂົາເຈົ້າສາມາດເຮັດວຽກ ໃນລະບົບໄດ້ຢ່າງສລາດ ຫຼາຍກວ່າທີ່ຜູ້ໃຫຍ່ ຈະເຂົ້າໃຈແທ້ໆ. ສະນັ້ນ ມັນຈະມີຜົນກະທົບອັນໃຫຍ່ຫລວງ, ຫວັງວ່າມັນຈະດີຂຶ້ນ, ແຕ່ຕ້ອງໃຊ້ເວລາຫນ້ອຍຫນຶ່ງ ເພື່ອເຮັດໃຫ້ມັນຖືກນໍາໃຊ້ ໃນວິທີທີ່ດີທີ່ສຸດ ເທົ່າທີ່ຈະເປັນໄປໄດ້."
ຣັດຖະບານກ່າວວ່າຖານ (Platform) ຕ້ອງປິດບັນຊີທີ່ມີຢູ່ ຂອງຜູ້ທີ່ມີອາຍຸຕ່ຳກວ່າ 16 ປີ, ໃຫ້ແນ່ໃຈວ່າ ບໍ່ມີການເປີດບັນຊີໃຫມ່, ດໍາເນີນການແກ້ໄຂຄວາມຜິດພາດ.
ແຕ່ຜູ້ຊ່ຽວຊານຫລາຍຄົນ ໄດ້ເຕືອນວ່າ ເຄື່ອງມືຢືນຢັນອາຍຸ ທີ່ຖານ (Platform) ຕ່າງໆກໍາລັງໃຊ້ ເພື່ອປ້ອງກັນເດັກນ້ອຍ ຈາກການລົງທະບຽນສມັກນັ້ນ ຍັງບໍ່ສົມບູນແບບ.
John Pane, ປະທານຂອງ Electronic Frontiers Australia, ກ່າວວ່າເດັກນ້ອຍສາມາດໃຊ້ Software ຫລືແມ່ນແຕ່ ສະມາຊິກໃນຄອບຄົວ ທີ່ມີອາຍຸສູງກວ່າ ເພື່ອຫລີກລ້ຽງຈາກວິທີເຫລົ່ານີ້.
"ເດັກນ້ອຍ ກໍາລັງເບິ່ງຫາການໃຊ້ VPN ເພື່ອຫລີກລ້ຽງຈາກການສັ່ງຫ້າມ. ເດັກນ້ອຍ ກໍສາມາດໃຊ້ຄົນອື່ນ ໃນການເຮັດແທນໃຫ້ເຂົາເຈົ້າ, ອ້າຍຫຼືເອື້ອຍ, ໃນການຖ່າຍຮູບ ແລະໃຫ້ມັນຜ່ານການຄຳນວນອາຍຸຂອງເຂົາເຈົ້າ. ເຂົາເຈົ້າ ສາມາດໃຊ້ Software ເພື່ອດັດແປງຮູບພາບຂອງຕົນເອງ ເພື່ອເຮັດໃຫ້ເຂົາເຈົ້າເບິ່ງຄືວ່າມີອາຍຸສູງຂຶ້ນ. ມີຫລາຍວິທີ ທີ່ຈະຫລີກລ້ຽງຈາກເລື່ອງນີ້. ມັນມີຫຼາຍວິທີ."
Noah Jones ອາຍຸ 15 ປີເປັນໄວລຸ້ນຄົນຫນຶ່ງ ທີ່ຕັ້ງໃຈຈະຫລີກລ້ຽງການສັ່ງຫ້າມ.
"ຂ້ອຍພຽງແຕ່ຈະສ້າງບັນຊີໃຫມ່ໃນ Instagram ແລະມັນຈະຂໍໃຫ້ຂ້ອຍ Scan ຫນ້າ ຫຼືບັດປະຈຳຕົວ ແລະຂ້ອຍບໍ່ເຫັນວ່າ ມີຫຍັງທີ່ຢຸດຂ້ອຍ ຈາກການເອົາບັດປະຈຳຕົວຂອງອ້າຍ ຫຼືຂອງແມ່ຂ້ອຍ."
ຣັດຖະບານກ່າວວ່າ ຈະບໍ່ມີການລົງໂທດ ສໍາລັບພໍ່ແມ່ ຫລືຄົນຫນຸ່ມທີ່ຊອກຫາວິທີ ທີ່ຈະໃຊ້ສື່ສານມວນຊົນຕໍ່ໄປ, ໂດຍທີ່ການປ້ອງກັນ ການເຂົ້າເຖິງທັງຫມົດ ແມ່ນຄວາມຮັບຜິດຊອບຂອງຖານ (Platform).
ຄວາມບົກພ່ອງທີ່ອາດເກີດຂຶ້ນເຫລົ່ານີ້ ໄດ້ສ້າງຄວາມກົດດັນ ໃຫ້ແກ່ຣັດຖະບານ Albanese ທີ່ຈະເຮັດໃຫ້ການຈໍາກັດອາຍຸ ຂອງການເຂົ້າເຖິງ ສື່ສານມວນຊົນ ໄດ້ນຳໃຊ້ຢ່າງຖືກຕ້ອງ ແລະປັບຕົວໃຫ້ເຂົ້າກັບການແກ້ໄຂຢ່າງຫລວງຫລາຍ ແລະລະບົບສື່ສານມວນຊົນໃຫມ່ ທີ່ຄາດວ່າຈະເກີດຂຶ້ນໃນການຕອບສນອງ.
ດັ່ງທີ່ Annika Wells, ຣັດຖະມົນຕີກະຊວງຖແລງຂ່າວກ່າວວ່າ ໂລກຈະເບິ່ງວ່າ ນະໂຍບາຍທໍາອິດນີ້ ຈະອອກມາແນວໃດ.
"ນີ້ແມ່ນກົດຫມາຍທຳອິດຂອງໂລກ ແລະປະເທດຕ່າງໆທົ່ວໂລກ ກໍກຳລັງຈະເອົາແບບເຮົາ. ປະເທດ Denmark, Greece, Romania, France, New Zealand, Malaysia, ຄນະກັມມາທິການຢູໂຣບ ລ້ວນສົ່ງສັນຍານວ່າ ຈະນຳໃຊ້ກົດອາຍຸຂັ້ນຕ່ຳ ສໍາລັບສື່ສານມວນຊົນ."
ແລະສໍາລັບເດັກນ້ອຍຫລາຍລ້ານຄົນ ທີ່ມີອາຍຸຕ່ຳກວ່າ 16 ປີຜູ້ທີ່ບໍ່ສາມາດຫລີກລ້ຽງ ຈາກການຈໍາກັດເຫລົ່ານີ້, Dr Tiffani Apps ກ່າວວ່າ ນີ້ອາດເປັນການປ່ຽນແປງ ທີ່ຍາກສໍາລັບເດັກນ້ອຍ.
"ນີ້ອາດເປັນການປ່ຽນແປງອັນໃຫຍ່ຫລວງ ສໍາລັບຄົນຫນຸ່ມ ທີ່ຕິດຕໍ່ຫາກັນທາງອິນເຕີເນັດ. ບາງສິ່ງທີ່ເດັກນ້ອຍໄດ້ບອກພວກເຮົາຄື ພວກເຂົາກັງວົນ ກ່ຽວກັບສິ່ງທີ່ອາດເກີດຂຶ້ນ ໃນບ່ອນທີ່ພວກເຂົາຢູ່ ໃນຕອນທີ່ພວກເຂົາບໍ່ມີບ່ອນເຊື່ອມຕໍ່ກັນ. ມັນເປັນການທົດລອງທາງສັງຄົມ ທີ່ຍິ່ງໃຫຍ່ແທ້ໆ ທີ່ຈະສົ່ງຜົນກະທົບຕໍ່ລູກໆຂອງເຮົາ. ມີຫນ່ວຍງານ ແລະອົງການ ຂອງຣັດຖະບານ ຈຳນວນຫລາຍ ທີ່ໄດ້ແບ່ງປັນຊັບພະຍາກອນ ແລະຄໍາແນະນໍາ ເພື່ອສົ່ງເສີມຄົນຫນຸ່ມ ແລະຂ້າພະເຈົ້າຂໍຊຸກຍູ້ຄອບຄົວ ແລະຄູ ໃຫ້ຕິດຕໍ່ກັບໜ່ວຍງານ ແລະແຫລ່ງຊ່ອຍເຫລືອທີ່ເຊື່ອຖືໄດ້ເຫລົ່ານັ້ນ."
ລາຍງານໂດຍ Sam Dover ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao








