ກົດໝາຍຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ

JULIE INMAN GRANT PRESS CLUB

Julie Inman Grant ກັມມາທິການ eSafety Source: AAP / LUKAS COCH/AAPIMAGE

ກົດໝາຍຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ ຈະບໍ່ຖືກນໍາໃຊ້ ຈົນກວ່າວັນທີ 10 ທັນວາ, ແຕ່ກັມມາທິການ eSafety ກ່າວວ່າ ເຂົາເຈົ້າຢາກໃຫ້ມັນ ມີການຮຸກຮານຫນ້ອຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້. ກັມມາທິການ eSafety ຍັງຈະພົບກັບບໍຣິສັດສື່ສານມວນຊົນ ໃນ Silicon Valley ໃນອາທິດຫນ້າ ຮວມເຖິງ Apple, Discord, Open AI, Google ແລະ Meta ເພື່ອສົນທະນາ ກ່ຽວກັບການສັ່ງຫ້າມນີ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ກົດໝາຍຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ.

ກັມມາທິການ ຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ (Australia's eSafety) ໄດ້ຈັດພິມຄໍາແນະນໍາ ກ່ຽວກັບການຄວບຄຸມຖານສື່ສານມວນຊົນ (Social Media Platforms) ເຊິ່ງມີຜົນຕໍ່ການສັ່ງຫ້າມ ສື່ສານມວນຊົນ ທີ່ມີອາຍຸຕໍ່າກວ່າ 16 ປີຂອງຣັຖບານ.

ເຖິງແມ່ນວ່າ ການສັ່ງຫ້າມຈະບໍ່ຖືກນໍາໃຊ້ ຈົນກວ່າວັນທີ 10 ທັນວາ, ແຕ່ກັມມາທິການ eSafety ກ່າວວ່າ ເຂົາເຈົ້າຢາກໃຫ້ມັນ ມີການຮຸກຮານຫນ້ອຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້.

ພາຍໃຕ້ການຊີ້ນໍາ, ດັ່ງທີ່ Hannah Kwon ແລະ Gabrielle Katanasho ລາຍງານ, ຖານສື່ສານມວນຊົນ (Social Media Platforms) ຈະບໍ່ຈໍາເປັນຕ້ອງຢືນຢັນ ອາຍຸຂອງຜູ້ໃຊ້ທຸກຄົນ ໃນຖານຂອງເຂົາເຈົ້າ.

ມັນເປັນຂ່າວ ທີ່ດຶງດູດຄວາມສົນໃຈທົ່ວໂລກ.

ຣັຖບານ ໄດ້ສັ່ງຫ້າມສື່ສານມວນຊົນ ເປັນເທື່ອທໍາອິດ ສໍາລັບຜູ້ທີ່ອາຍຸຕ່ຳກວ່າ 16 ປີ-ດ້ວຍຈຸດປະສົງ ທີ່ຈະຫລຸດຜ່ອນອັນຕະຣາຍ ທາງອິນເຕີເນັດ.

ຣັຖມົນຕີ ກະຊວງການສື່ສານ, Anika Wells, ໄດ້ປະກາດ ຄໍາແນະນໍາ ກ່ຽວກັບການຄວບຄຸມ.

"ພວກເຮົາ ຈະສນັບສນູນຄອບຄົວອອສເຕຣເລັຍ ແລະຮັກສາເດັກນ້ອຍ ຂອງອອສເຕຣເລັຍໃຫ້ປອດພັຍ. ເຮົາບໍ່ສາມາດຄວບຄຸມມະຫາສມຸດ, ແຕ່ເຮົາສາມາດຄວບຄຸມປາສລາມໄດ້ ແລະມື້ນີ້ ເຮົາກໍາລັງບອກຢ່າງຊັດແຈ້ງຕໍ່ໂລກວ່າ ເຮົາຕັ້ງໃຈຈະເຮັດສິ່ງນີ້ແນວໃດ."

ຄວາມຄຶດນັ້ນ ບໍ່ເປັນທີ່ນິຍົມຊົມຊອບຫລາຍ ຕໍ່ Sarah Hanson-Youngສະມາຊິກສະພາສູງ ພັກ Greens ດ້ານສິນລະປະ ແລະການສື່ສານ.

"ຊ່າງເປັນເລື່ອງທີ່ຫຍຸ້ງຫຼາຍ. ການສັ່ງຫ້າມສື່ສານມວນຊົນນີ້ ຈະເປັນເລື່ອງຫຼົ້ມເລວແທ້ໆ ໃນວັນທີ 10 ເດືອນທັນວາ... ແທນທີ່ຈະຄວບຄຸມປາສລາມ, ຣັຖບານພຽງແຕ່ຫວັງວ່າ ເດັກນ້ອຍຈະບໍ່ໂດດລົງນ້ຳ. ສິ່ງທີ່ເຮົາຮູ້ກໍຄື ບໍຣິສັດສື່ສານມວນຊົນເຫລົ່ານີ້ ຈະມີເນື້ອຫາທີ່ເປັນອັນຕະຣາຍ ຢູ່ໃນຖານຂອງເຂົາເຈົ້າຕໍ່ໄປ, ຈະສືບຕໍ່ແນເປົ້າຫມາຍ ໃສ່ຄົນຫນຸ່ມ ດ້ວຍການໂຄສະນາຂອງເຂົາເຈົ້າ."

ໃນທ້າຍປີກາຍນີ້, ອອສເຕຣເລັຍ ໄດ້ອະນຸມັດກົດຫມາຍ ທີ່ມອບຫມາຍໃຫ້ບໍຣິສັດສື່ສານມວນຊົນ ກີດກັນໄວລຸ້ນ ທີ່ມີອາຍຸຕ່ຳກວ່າ 16 ປີຈາກຖານເວບໄຊ້ຂອງເຂົາເຈົ້າ.

ຄໍາແນະນໍາ ເລື່ອງການຄວບຄຸມ 55 ຫນ້າໃນມື້ນີ້ ອະທິບາຍລາຍລະອຽດບາງຢ່າງ, ໃຫ້ຫນ້າທີ່ຮັບຜິດຊອບ ຕໍ່ຖານສື່ສານມວນຊົນ ທີ່ຈະປິດຫລືລຶບບັນຊີ ທີ່ອາຍຸຍັງບໍ່ຮອດເກນ ດ້ວຍຄວາມລະມັດລະວັງ ແລະການສື່ສານ ທີ່ແຈ່ມແຈ້ງ, ແລະປ້ອງກັນຜູ້ໃຊ້ ທີ່ອາຍຸຍັງບໍ່ຮອດເກນ ຈາກການລົງທະບຽນໃຫມ່.

Julie Inman Grant ກັມມາທິການ eSafety ກ່າວວ່າ ຜູ້ທີ່ລະເມີດກົດ ອາດຖືກປັບໃໝ ສູງເຖິງ 50 ລ້ານໂດລາ.

"ອາດມີບາງຄົນ ທີ່ຕັດສິນໃຈ ທີ່ຈະບໍ່ເຮັດຫຍັງເລີຍ, ພຽງເພື່ອທົດສອບຄວາມຕັ້ງໃຈຂອງເຮົາ ແລະຖ້າຫາກນັ້ນ ເປັນສິ່ງທີ່ເຂົາເຈົ້າວາງແຜນຈະເຮັດ, ເຮົາຈະປະເຊີນຫນ້າກັບ ເຂົາເຈົ້າດ້ວຍກຳລັງ. ຂ້າພະເຈົ້າຄິດວ່າ ຣັຖມົນຕີໄດ້ກ່າວ ໃນອາທິດຜ່ານມານີ້ວ່າ ນາງພ້ອມທີ່ຈະປະເຊີນກັບມັນ. ສະນັ້ນ, ມັນຈຶ່ງເປັນເລື້ອງດີ ທີ່ຮູ້ວ່າຣັຖບານຢູ່ຂ້າງຫລັງ ຂອງພວກເຮົາໃນເລື່ອງນີ້."

ເຖິງຢ່າງໃດກໍຕາມ, ສິ່ງທີ່ສໍາຄັນທີ່ສຸດ ແມ່ນສິ່ງທີ່ບໍ່ໄດ້ຖາມ.

ຣັຖມົນຕີ Wells ກ່າວວ່າຖານ (Platforms) ຈະບໍ່ຈໍາເປັນຕ້ອງຢືນຢັນ ອາຍຸຂອງຜູ້ໃຊ້ທຸກຄົນ, ຫລືເກັບຮັກສາຂໍ້ມູນສ່ວນຕົວ ຈາກການກວດສອບອາຍຸ.

"ພວກເຮົາ ຢາກໃຫ້ກົດບັງຄັບ ແລະກົດໝາຍເຫລົ່ານີ້ ຫຼຸດຂໍ້ມູນໃຫ້ຫນ້ອຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ເພື່ອໃຫ້ແນ່ໃຈວ່າ ຂໍ້ມູນຂອງຜູ້ຄົນເປັນສ່ວນຕົວ ເທົ່າທີ່ຈະເປັນໄປໄດ້. ຂ້າພະເຈົ້າຈະເວົ້າວ່າ ເຫດຜົນທີ່ພວກເຮົາ ບໍ່ໄດ້ຂໍໃຫ້ທຸກຄົນຢືນຢັນອາຍຸຂອງເຂົາເຈົ້າ ກໍເພາະວ່າ ຖານສື່ສານມວນຊົນເຫລົ່ານີ້ ຮູ້ຫລາຍກ່ຽວກັບພວກເຮົາ ດ້ວຍຄວາມສມັກໃຈຂອງພວກເຮົາເອງ ແລະຖ້າຫາກທ່ານໄດ້ໃຊ້ Facebook ຕັ້ງແຕ່ປີ 2009, ແລ້ວເຂົາເຈົ້າ ກໍຮູ້ວ່າທ່ານມີອາຍຸສູງກວ່າ 16 ປີ, ບໍ່ຈໍາເປັນຕ້ອງຢືນຢັນ."

ສາດສະດາຈານ Lisa Given, ນັກຄົ້ນຄວ້າ ຝ່າຍພຶດຕິກັມຂໍ້ມູນມະນຸດ(Human Information Behaviour) ທີ່ RMIT, ກ່າວວ່າ ມັນບໍ່ປະກັນຄວາມຜິດພາດ.

"ຂ້າພະເຈົ້າ ບໍ່ຄິດວ່າ ພໍ່ແມ່ຢາກໃຊ້ສິ່ງນີ້ເປັນເຄື່ອງປ້ອງກັນ. ຢ່າງໃດກໍຕາມ, ເດັກນ້ອຍ ຈະຍັງພົບກັບເນື້ອຫາ ທີ່ເປັນອັນຕະຣາຍ ໃນທາງອອນລາຍ. ນັ້ນອາດບໍ່ແມ່ນ ຢູ່ໃນຖານສື່ສານມວນຊົນ, ມັນອາດຢູ່ໃນWeb browser, ແຕ່ອາດເປັນເພາະເຂົາເຈົ້າ ໄດ້ຫລອກລວງລະບົບ ແລະເດັກນ້ອຍ ຍັງສາມາດຕັ້ງບັນຊີ, ຫລືເຂົ້າເຖິງສິ່ງຕ່າງໆ ຜ່ານບັນຊີຂອງຜູ້ໃຫຍ່ຄົນອື່ນໆ. ສະນັ້ນ ຂ້າພະເຈົ້າຄິດວ່າ ພໍ່ແມ່ຕ້ອງລະມັດລະວັງຢູ່ ສເມີ."

ກັມມາທິການ eSafety ຈະພົບກັບບໍຣິສັດສື່ສານມວນຊົນ ໃນ Silicon Valley ໃນອາທິດຫນ້າ ຮວມເຖິງ Apple, Discord, Open AI, Google ແລະ Meta ເພື່ອສົນທະນາ ກ່ຽວກັບການສັ່ງຫ້າມ.

ໃນຂນະດຽວກັນ, ຣັຖມົນຕີກະຊວງການສື່ສານ ກໍາລັງເດີນທາງໄປNew York ພ້ອມກັບນາຍົກຣັຖມົນຕີ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການສະຫະປະຊາຊາດ... ແຕ່ຍັງສົນທະນາ ກ່ຽວກັບວິທີ ແລະເຫດຜົນຂອງກົດຫມາຍ.

ເນື້ອເລື່ອງໂດຍ  Hannah Kwon, Gabrielle Katanasho    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service