ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ເຕືອນນັກຮຽນຕ່າງຊາດກ່ຽວກັບ ການຫຼອກລວງ.
ມີການເຕືອນຢ່າງຮີບດ່ວນ ຕໍ່ນັກສຶກສາຕ່າງຊາດ ທີ່ເດີນທາງອອກຈາກອອສເຕຣເລັຍ ບໍ່ໃຫ້ຂາຍບັນຊີທະນາຄານ ແລະບັດປະຈຳຕົວຂອງເຂົາເຈົ້າ ໃຫ້ກັບອາດຊະຍາກອນ.
ຕໍາຫລວດ Federal ຂອງອອສເຕຣເລັຍກ່າວວ່າ ນັກຮຽນໄດ້ຮັບ 'ເງິນໄວ' - ແຕ່ການຍອມຮັບ ອາດເຫັນພວກເຂົາ ມີຄວາມກ່ຽວຂ້ອງ ກັບເຄືອຂ່າຍອາດຊະຍາກັມຢ່າງປັດບໍ່ອອກ.
Youssef Saudie ແລະ Deborah Groarke ລາຍງານ.
Hamza ໄດ້ມາອອສເຕຣເລັຍ ຈາກ Saudi Arabia ໃນທ້າຍປີ 2022 ແລະເກືອບຈະຈົບປະຣິນຍາແລ້ວ.
ລາວມີອາຍຸ 23 ປີ, ແລະນັບຈໍານວນການສໍ້ໂກງ ທີ່ລາວຕ້ອງຫລີກບໍ່ຖ້ວນ-ຮວມທັງການໂທຣະສັບ ທີ່ໜ້າສົງສັຍ ເມື່ອຫລາຍເດືອນກ່ອນ.
ເອກະສານປະຈໍາຕົວ ເຊັ່ນຫນັງສືຜ່ານແດນ, ໃບຂັບຂີ່ ຫຼືບັດປະຈຳຕົວ ທີ່ອອກໃຫ້ໂດຍຣັດຖະບານ ກໍສາມາດໃຊ້ ເພື່ອເປີດບັນຊີທະນາຄານໃນຊື່ຂອງເຫຍື່ອໄດ້.AFP
"ເຂົາເຈົ້າກໍາລັງເວົ້າເຖິງ ການຫລຸດລາຄາ ສໍາລັບຂອງຂວັນ ສໍາລັບບ່ອນນອນ. ແລະຂ້ອຍໄດ້ບອກເຂົາເຈົ້າວ່າ, ຊື່ບໍຣິສັດແມ່ນຫຍັງ? ເຂົາເຈົ້າບໍ່ບອກຊື່ຂອງບໍຣິສັດຕໍ່ຂ້ອຍ. ເຂົາເຈົ້າພຽງແຕ່ ບອກໃຫ້ສົ່ງລາຍລະອຽດຂອງບັນຊີທະນາຄານຂອງທ່ານ, ແລ້ວພວກເຮົາຈະສົ່ງບ່ອນນອນໃຫ້ທ່ານ. ຂ້ອຍຮູ້ວ່າມັນເປັນການຫຼອກລວງ."
AFP ກ່າວວ່າ ມັນໄດ້ເຫັນນັກຮຽນຕ່າງຊາດຫລາຍກວ່າເກົ່າ ທີ່ຖືກຂໍໃຫ້ຂາຍລາຍລະອຽດຂອງທະນາຄານ ແລະບັດປະຈຳຕົວຂອງເຂົາເຈົ້າ.
Marie Andersson ຜູ້ກຳກັບການສືບສວນຕໍາຫລວດ ໄດ້ອອກຄໍາເຕືອນຢ່າງຮີບດ່ວນ ສໍາລັບນັກຮຽນ ທີ່ຈະເດີນທາງອອກຈາກອອສເຕຣເລັຍ ຫລັງຈາກຈົບມະຫາວິທະຍາໄລ.
"ເຂົາເຈົ້າສເນີເງິນໄວ... ແລ້ວຊັບສິນເຫລົ່ານີ້ ຈະຖືກໃຊ້ເພື່ອຟອກເງິນ ທີ່ໄດ້ຈາກອາດຊະຍາກັມ, ການໂຈມຕີທາງອິນເຕີເນັດ. ເຂົາເຈົ້າຍັງຫລອກລວງເຫຍື່ອ ໃຫ້ເຊື່ອຖືຕົວຕົນປອມນໍາອີກ."
ຜູ້ກຳກັບການກ່າວວ່າ ນັກຮຽນສາມາດເຂົ້າຫາໄດ້ ໂດຍກຸ່ມອາດຊະຍາກັມ ທີ່ປາກົດວ່າຖືກຕ້ອງຕາມກົດຫມາຍ ຊຶ່ງສເນີເງິນຫລາຍຮ້ອຍໂດລາ ສໍາລັບການໃຊ້ບັນຊີທະນາຄານ ໃນອອສເຕຣເລັຍຂອງເຂົາເຈົ້າ.
ເອກະສານປະຈໍາຕົວ ເຊັ່ນຫນັງສືຜ່ານແດນ, ໃບຂັບຂີ່ ຫຼືບັດປະຈຳຕົວ ທີ່ອອກໃຫ້ໂດຍຣັດຖະບານ ກໍສາມາດໃຊ້ ເພື່ອເປີດບັນຊີທະນາຄານໃນຊື່ຂອງເຫຍື່ອໄດ້.
AFP ກ່າວວ່າມັນຈາກການຕິດຕາມ ເຄືອຂ່າຍການສໍ້ໂກງຫລາຍກວ່າເກົ່າ ແລະພົບວ່າ ມັນກັບຄືນໄປຫາບັນຊີຂອງນັກຮຽນ ແລະກໍາລັງດຳເນີນຄະດີກັບຜູ້ທີ່ກ່ຽວຂ້ອງ.
"ເຂົາເຈົ້າ ອາດປະເຊີນກັບຂໍ້ຫາອາຍາເລື່ອງການຟອກເງິນ ຫລືການສໍ້ໂກງ... ນີ້ອາດເຮັດໃຫ້ມີການປະຕິເສດ ຫລືການຍົກເລີກວີຊາ, ການສັ່ງຫ້າມການເຂົ້າ ຫລືກັບເຂົ້າປະເທດອອສເຕຣເລັຍ ຢ່າງຖາວອນ."
ຄໍາເຕືອນມີຂຶ້ນ ໃນຊ່ວງທ້າຍປີ ເມື່ອນັກຮຽນຈົບປະຣິນຍາ ແລະຕັດສິນໃຈວ່າ ຈະຢູ່ອອສເຕຣເລັຍ ຫລືກັບບ້ານ.
ຜູ້ກຳກັບການກ່າວວ່າ ມັນອາດເປັນເວລາທີ່ສ່ຽງຕໍ່ການຖືກຫຼອກລວງ.
"ຄວາມຈິງທີ່ວ່າ ເຂົາເຈົ້າອາດຈະກັບບ້ານພາຍໃນສອງສາມມື້, ມັນເປັນໂອກາດທີ່ດີເກີນໄປ ທີ່ຈະປະຕິເສດ. ແລະອາດຊະຍາກອນກໍຮູ້ເລື່ອງນັ້ນ. ສະນັ້ນ ມັນຈຶ່ງເປັນເຫດຜົນ ທີ່ເຂົາເຈົ້າຕັ້ງເປົ້າຫມາຍ ໃສ່ນັກຮຽນເຫລົ່ານັ້ນ... ພວກເຮົາຢາກໃຫ້ແນ່ໃຈວ່າ ນັກຮຽນຕ່າງຊາດຖືກເອົາອອກຈາກແຜນການນັ້ນ."
ເອກະສານປະຈໍາຕົວ ເຊັ່ນຫນັງສືຜ່ານແດນ, ໃບຂັບຂີ່ ຫຼືບັດປະຈຳຕົວ ທີ່ອອກໃຫ້ໂດຍຣັດຖະບານ ກໍສາມາດໃຊ້ ເພື່ອເປີດບັນຊີທະນາຄານໃນຊື່ຂອງເຫຍື່ອໄດ້.
Mishween ເປັນອະດີດນັກສຶກສາ ຈາກປະເທດອິນເດັຍ
ນາງເວົ້າວ່າ ນາງໄດ້ສູນເສັຍເງິນ 10,000 ໂດລາ ເພາະການຫຼອກລວງ ATO ປອມໃນປີ 2021.
"ມັນເປັນສິ່ງທີ່ຂາດມະນຸດສະທັມ. ມີຫລາຍປະຕູທີ່ປິດ ທັນທີທີ່ຂ້ອຍເວົ້າວ່າ ຂ້ອຍເປັນນັກຮຽນຕ່າງຊາດ. ວິທີດຽວທີ່ທ່ານຈະຮັບມືກັບມັນ ແມ່ນວ່າຖ້າຫາກທ່ານຮູ້ເຖິງສິດທິຂອງທ່ານ."
ນັກຮຽນໄດ້ຮັບຄໍາແນະນໍາວ່າ ບໍ່ໃຫ້ແບ່ງປັນລາຍລະອຽດສ່ວນຕົວ ກັບຄົນທີ່ເຂົາເຈົ້າບໍ່ຮູ້ຈັກ, ປະຕິເສດ ຖ້າຫາກມີຄົນຂໍໃຊ້ ຫລື 'ຢືມ' ບັນຊີທະນາຄານຂອງເຂົາເຈົ້າ, ແລະປະຕິເສດ ຂໍ້ສເນີທີ່ໜ້າສົງໄສ.
ສໍາລັບຜູ້ທີ່ເປັນເຫຍື່ອຂອງການຫຼອກລວງ- AFP ກ່າວວ່າ ໃຫ້ຢຸດການຕິດຕໍ່ກັບຜູ້ສໍ້ໂກງນັ້ນ ແລະລາຍງານຕໍ່ເຈົ້າໜ້າທີ່.
ໃນຂນະດຽວກັນ, Hamza ຍັງມີການສຶກສາອີກພາກຫນຶ່ງ ແລະບໍ່ແນ່ໃຈວ່າ ລາວຈະຢູ່ອອສເຕຣເລັຍຕໍ່ໄປຫລືບໍ່.
ແຕ່ລາວເວົ້າວ່າ ລາວຈະລະມັດລະວັງຢູ່ສເມີ.
"ມັນເປັນຫນ້າໃຈຮ້າຍ. ບໍ່ວ່າຂ້ອຍຈະອອກຈາກປະເທດ ຫຼືກັບມາທີ່ນີ້, ມັນກໍຍັງຫງຸດຫງິດໃຈຢູ່... ສະນັ້ນ ພຽງແຕ່ຕ້ອງລະວັງ. ແລະນັ້ນຄືສິ່ງທີ່ຂ້ອຍຕ້ອງເວົ້າ."
ລາຍງານໂດຍ Youssef Saudie ແລະ Deborah Groarke
ຂ່າວ SBS News, ດ້ວຍຄວາມຮ່ວມມືຈາກ SBS Arabic ແລະ SBS Hindi.
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao





