Donald Trump ປະກາດການເກັບພາສີນຳເຂົ້າ

Donald Trump

ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ໃນບັນດາຜູ້ນໍາທົ່ວໂລກ, ໂດຍປະກາດການເກັບພາສີນຳເຂົ້າທັງຫມົດ ໄປທີ່ສະຫະຣັດອາເມຣິກາ. Source: AP / Evan Vucci/AP

ໃນວັນທີ 2 ເດືອນເມສາ ປີນີ້, ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ໃນບັນດາຜູ້ນໍາທົ່ວໂລກ, ໂດຍປະກາດການເກັບພາສີນຳເຂົ້າທັງຫມົດ ໄປທີ່ສະຫະຣັດອາເມຣິກາ. ຫລັງຈາກໄດ້ປ່ຽນແປງຕລາດການເງິນ ແລະກໍ່ໃຫ້ເກີດສົງຄາມການຄ້າທົ່ວໂລກ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
Donald Trump ປະກາດການເກັບພາສີນຳເຂົ້າ

ດ້ວຍການນໍາໃຊ້ ອັດຕາພາສີທົ່ວໂລກ ຂອງປະທານາທິບໍດີ Donald Trump, ບັດນີ້ ບາງປະເທດ ກໍາລັງດິ້ນລົນເພື່ອບັນລຸຂໍ້ຕົກລົງ.

ມີພຽງບາງປະເທດ ທີ່ສາມາດເຮັດຂໍ້ຕົກລົງ ທີ່ຫມັ້ນຄົງກັບສະຫະຣັດອາເມຣິກາ ກ່ອນກໍານົດ, ຊຶ່ງເຮັດໃຫ້ເສດຖະກິດທົ່ວໂລກເປັນຫ່ວງ.

Sydney Lang ລາຍງານ.

ໃນວັນທີ 2 ເດືອນເມສາ ປີນີ້, ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ໃນບັນດາຜູ້ນໍາທົ່ວໂລກ, ໂດຍປະກາດການເກັບພາສີນຳເຂົ້າທັງຫມົດ ໄປທີ່ສະຫະຣັດອາເມຣິກາ.

ຫລັງຈາກໄດ້ປ່ຽນແປງຕລາດການເງິນ ແລະກໍ່ໃຫ້ເກີດສົງຄາມການຄ້າທົ່ວໂລກ, ພຽງແຕ່ສອງສາມມື້ຜ່ານໄປ ກ່ອນຣັຖບານ ໄດ້ສັ່ງໃຫ້ຢຸດມາດຕະການຊົ່ວຄາວ 90 ມື້.

ໂດຍທີ່ເກົ້າສິບມື້ ໃກ້ຈະສິ້ນສຸດລົງ ແລະມີການບັນລຸຂໍ້ຕົກລົງ ພຽງເລັກນ້ອຍ, ຄວາມຢ້ານກົວ ກໍມີຫລາຍຂຶ້ນ ກ່ຽວກັບຜົນກະທົບ ທີ່ອາດເກີດຂຶ້ນຕໍ່ເສດຖະກິດໂລກ.

Donald Trump ກ່າວວ່າ ລາວໄດ້ລົງນາມ ແລະພ້ອມທີ່ຈະສົ່ງຈົດຫມາຍໄປຫາ 12 ປະເທດຈົນເຖິງເວລານີ້, ອະທິບາຍເຖິງລະດັບພາສີ ທີ່ແຕກຕ່າງກັນ ທີ່ເຂົາເຈົ້າຈະຕ້ອງປະເຊີນ.

TRUMP: "ຂ້ອຍໄດ້ເຊັນ, ຂ້ອຍໄດ້ເຊັນຈົດຫມາຍຫຼາຍສະບັບ, ແລະມັນຈະຖືກສົ່ງອອກໄປໃນວັນຈັນ, ອາດເປັນ ຈໍານວນເງິນ ສິບສອງຢ່າງທີ່ແຕກຕ່າງກັນ, ຈໍານວນພາສີທີ່ແຕກຕ່າງກັນ, ແລະໃບລາຍງານທີ່ແຕກຕ່າງກັນ."

ນັກຂ່າວຖາມ: "ທ່ານປະທານາທິບໍດີ, ປະເທດໃດແດ່ ທີ່ຈະໄດ້ຮັບຈົດຫມາຍເຫລົ່ານັ້ນ ໃນວັນຈັນ?"

TRUMP : "ມັນຈະຖືກປະກາດ, ຂ້າພະເຈົ້າຕ້ອງປະກາດໃນວັນຈັນ, ຂ້າພະເຈົ້າ ບໍ່ສາມາດເຮັດໄດ້ໃນຕອນນີ້."

ເຖິງແມ່ນວ່າ ຣັຖບານໄດ້ອ້າງວ່າ ການຢຸດຊົ່ວຄາວ ຈະໃຫ້ເວລາພໍ ທີ່ຈະບັນລຸເປົ້າຫມາຍຂອງເຂົາເຈົ້າ ທີ່ຈະຕົກລົງກັນ 90 ຂໍ້ໃນ 90 ມື້, ແຕ່ສ່ວນຫລາຍແລ້ວ ການຕົກລົງເຫລົ່ານັ້ນ ບໍ່ໄດ້ເກີດຂຶ້ນ.

ມີການຕົກລົງກັນກັບບາງປະເທດ, ທໍາອິດກັບປະເທດອັງກິດ, ແລ້ວປະເທດຈີນ, ແລະເມື່ອບໍ່ດົນມານີ້ ກັບຫວຽດນາມ.

ເຖິງຢ່າງໃດກໍຕາມ, ຫລັງຈາກໄດ້ເຮັດຂໍ້ຕົກລົງກັບຫວຽດນາມ, ເຈົ້າຫນ້າທີ່ຈີນ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບຜົນກະທົບຕໍ່ ການຄ້າຂອງຈີນ.

ໂຄສົກກະຊວງການຄ້າ (Ministry of Commerce) ຂອງປະເທດຈີນ He Yongqian ກ່າວວ່າ ປະເທດຈີນ ອາດຈະໃຊ້ມາດຕະການຕອບໂຕ້.

"ການກຳໜົດສິ່ງທີ່ເອີ້ນວ່າ “ພາສີຊຶ່ງກັນແລະກັນ” ໂດຍສະຫະຣັດອາເມຣິກາ ຕໍ່ຄູ່ຄ້າທົ່ວໂລກ ເປັນການກັ່ນແກ້ງໂດຍຝ່າຍດຽວ. ຈີນໄດ້ຕໍ່ຕ້ານມັນຢ່າງເດັດຂາດມາໂດຍຕລອດ. ພວກເຮົາ ໄດ້ສັງເກດເຫັນສະພາບການທີ່ກ່ຽວຂ້ອງ ແລະກໍາລັງປະເມີນການຕົກລົງ. ຈຸດຢືນຂອງຈີນ ກໍສມ່ຳສເມີ. ພວກເຮົາດີໃຈ ທີ່ເຫັນທຸກປະເທດ ແກ້ໄຂຄວາມຂັດແຍ້ງທາງເສດຖະກິດ ແລະການຄ້າກັບສະຫະຣັດອາເມຣິກາ ໂດຍການປຶກສາຫາລື ຢ່າງເທົ່າທຽມກັນ, ແຕ່ພວກເຮົາຄັດຄ້ານຢ່າງຫນັກແຫນ້ນວ່າ ປະເທດໃດກໍຕາມ ທີ່ຈະບັນລຸຂໍ້ຕົກລົງເລື່ອງການຄ້າ ໂດຍການເສັຍສລະຜົນປໂຍດຂອງປະເທດຈີນ. ຖ້າສິ່ງນີ້ເກີດຂຶ້ນ, ຝ່າຍຈີນຈະດໍາເນີນການຕອບໂຕ້ຢ່າງເດັດຂາດ ເພື່ອປົກປ້ອງສິດທິ ແລະຜົນປໂຍດ ທີ່ຖືກຕ້ອງຕາມກົດຫມາຍຂອງຕົນ."

ໃນປະເທດອິນເດັຍ, ຊຶ່ງປະເຊີນກັບການເກັບພາສີ 26 ເປີເຊັນ, ເຈົ້າຫນ້າທີ່ເວົ້າວ່າ ເຂົາເຈົ້າພ້ອມແລ້ວ ທີ່ຈະເຮັດຂໍ້ຕົກລົງ ເພື່ອຜົນປໂຍດຂອງປະເທດຊາດ ແຕ່ຈະບໍ່ເຮັ່ງຮີບ ໃຫ້ບັນລຸກ່ອນເວລາກໍານົດ ຂອງອາເມຣິກາ.

ຜູ້ນໍາຍີ່ປຸ່ນ ແລະເກົາຫລີໃຕ້ ກໍາລັງດິ້ນລົນເພື່ອບັນລຸຂໍ້ຕົກລົງ, ໂດຍທີ່ຜູ້ເຈຣະຈາ ໄດ້ຫາລືກັນເປັນເວລານານ ກັບເຈົ້າຫນ້າທີ່ ຂອງສະຫະຣັດອາເມຣິກາ ໃນທ້າຍອາທິດ.

ປະທານາທິບໍດີເກົາຫລີໃຕ້ Lee Jae-Myung ກ່າວວ່າ ການຕົກລົງກັນເປັນຂັ້ນຕອນທີ່ຫຍຸ້ງຍາກ

"ເຫັນໄດ້ຢ່າງຊັດແຈ້ງ ວ່າການຕົກລົງກັນເລື່ອງພາສີ ບໍ່ໄດ້ເປັນເລື່ອງງ່າຍ. ໃນຈຸດນີ້, ຂ້າພະເຈົ້າບໍ່ສາມາດເວົ້າໄດ້ຢ່າງຫມັ້ນໃຈ ວ່າມັນຈະສລຸບໃນວັນທີ 8 ເດືອນກໍລະກົດ ຫລືບໍ່. ພວກເຮົາ ກໍາລັງເຮັດຈົນສຸດຄວາມສາມາດ. ສິ່ງທີ່ສໍາຄັນຄື ຜົນຮັບນັ້ນ ຕ້ອງເປັນປໂຍດຮ່ວມກັນ ສໍາລັບທັງສອງຝ່າຍ. ເຖິງຢ່າງໃດກໍຕາມ, ແມ່ນແຕ່ໃນເວລານີ້, ມັນຍັງບໍ່ແຈ່ມແຈ້ງເລີຍວ່າ ແຕ່ລະຝ່າຍຕ້ອງການຫຍັງແທ້-ລາຍລະອຽດເຫລົ່ານັ້ນ ຍັງຖືກແກ້ໄຂຢູ່."

ເຈົ້າຫນ້າທີ່ ຍັງເວົ້າອີກວ່າ ເຂົາເຈົ້າໃກ້ຈະຕົກລົງກັນ ກັບສະຫະພາບຢູໂຣບ, ຊຶ່ງຈະຫລີກເວັ້ນ ຈາກການເສັຍພາສີ 50 ເປີເຊັນ.

ການເຈຣະຈາໃນ Washington ອາດຈະຄາດການໄດ້ຍາກ, ແຕ່ເຈົ້າຫນ້າທີ່ເວົ້າວ່າ EU ຍິນດີທີ່ຈະຮັບເອົາອັດຕາພາສີ 10 ເປີເຊັນ ເພື່ອແລກປ່ຽນ ກັບການຂຍາຍ ແລະສັມປາທານ ທີ່ເປັນໄປໄດ້ ໃນອັດຕາພາສີຣົດ 25 ເປີເຊັນ.

Simon Schuetz ເປັນຫົວຫນ້າ ຂອງການສື່ສານ ຂອງສະມາຄົມອຸດສະຫະກັມຣົດຂອງ Germany.

ລາວເວົ້າວ່າ ອຸດສະຫະກັມ ຈະດີ້ນລົນພາຍໃຕ້ເງື່ອນໄຂທີ່ສເນີມາ.

"ສໍາລັບອຸດສະຫະກັມຂອງເຮົາ ມັນສໍາຄັນຫລາຍ ທີ່ຈະມີທາງແກ້ໄຂໃນອາທິດຕໍ່ໄປ. ພວກເຮົາຮູ້ດີວ່າ ມັນເປັນໄປບໍ່ໄດ້ ໃນເວລາສັ້ນໆນີ້ ທີ່ຈະບັນລຸຂໍ້ຕົກລົງ ເລື່ອງການຄ້າພ້ອມດ້ວຍລາຍລະອຽດທັງຫມົດ. ສະນັ້ນ, ພວກເຮົາຈຶ່ງຂໍໃຫ້ມີຂໍ້ຕົກລົງທໍາອິດ ສໍາລັບເລື້້ອງທີ່ສໍາຄັນ ເຊັ່ນອຸດສະຫະກັມຣົດ, ເພາະພາສີໃນປະຈຸບັນ ທີ່ພວກເຮົາກໍາລັງປະເຊີນຢູ່ ເປັນສິ່ງທີ່ພວກເຮົາບໍ່ສາມາດຢູ່ໄດ້ໃນອະນາຄົດ ຊຶ່ງເປັນອັນຕະຣາຍຫລາຍ ສໍາລັບອຸດສະຫະກັມຂອງພວກເຮົາ. ສະນັ້ນ, ຢູໂຣບຈຶ່ງຖືກຂໍຮ້ອງ ໃຫ້ຫາຂໍ້ຕົກລົງ ກັບສະຫະຣັດອາເມຣິກາ ເປັນບາງຄັ້ງ ແລະຫລັງຈາກນັ້ນ, ເຂົາເຈົ້າສາມາດເຮັດລາຍລະອຽດໄດ້."

ໂດຍທີ່ນັກລົງທຶນຢູໂຣບ ຕຽມພ້ອມສໍາລັບຜົນກະທົບຂອງພາສີ, ຫຸ້ນຢູໂຣບ ໄດ້ຫລຸດລົງໃນວັນສຸກ (04/07).

Poland ເປັນຜູ້ສົ່ງອອກເຄື່ອງເຮືອນ ທີ່ໃຫຍ່ທີ່ສຸດໃນຢູໂຣບ ແລະໃຫຍ່ທີ່ສຸດ ອັນດັບທີສາມຂອງໂລກ, ພ້ອມດ້ວຍສະຫະຣັດອາເມຣິກາ ເປັນ ຕລາດ ທີ່ໃຫຍ່ທີ່ສຸດຂອງປະເທດ.

Dominik Czylkowski ເປັນ CEO ຂອງ NOTI, ບໍຣິສັດເຄື່ອງເຮືອນຂອງ Poland.

ລາວເວົ້າວ່າ ຕລາດສະຫະຣັດອາເມຣິກາ ເປັນສິ່ງສໍາຄັນຕໍ່ຄວາມສໍາເຣັດ.

"ນັ້ນເປັນຕລາດໃຫຍ່ ແລະນັ້ນເປັນຫຸ້ນສ່ວນທີ່ຍິ່ງໃຫຍ່ສໍາລັບພວກເຮົາ. ແນ່ນອນວ່າ ເຮົາບໍ່ສາມາດຕັດມັນອອກໄດ້. ແລະແນ່ນອນວ່າ ພວກເຮົາຕ້ອງແກ້ໄຂບັນຫານໍາກັນ ແລະຮັບມືກັບສະພາບການນີ້ ໃນສອງສາມອາທິດຕໍ່ໄປ ຈົນກວ່າພວກເຮົາຈະພົບທາງແກ້ໄຂທີ່ດີທີ່ສຸດ ສໍາລັບພວກເຮົາ, ແຕ່ສ່ວນໃຫຍ່ ແມ່ນສໍາລັບລູກຄ້າຂອງພວກເຮົາ."

ໃນຂນະດຽວກັນ, ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ລາວຫມັ້ນໃຈວ່າ ອັດຕາພາສີຂອງສະຫະຣັດອາເມຣິກາ ຈະບໍ່ກະທົບກະເທືອນ ຕໍ່ເສດຖະກິດຂອງ.

ນອກຈາກພາສີພື້ນຖານ 10 ເປີເຊັນແລ້ວ ການສົ່ງອອກເຫລັກ ແລະ Aluminium ຂອງອອສເຕຣເລັຍໄປສະຫະຣັດອາເມຣິກາ ຍັງຕ້ອງປະເຊີນກັບພາສີ 50 ເປີເຊັນ.

Mr Albanese ໄດ້ບອກ Sky News ວ່າ ລາວຄາດວ່າ 10 ເປີເຊັນ ຂອງການນຳເຂົ້າທັງຫມົດ ຂອງອອສເຕຣເລັຍຈະຄົງຢູ່ຄືເກົ່າ.

ALBANESE: "ພວກເຮົາຮູ້ວ່າ ບໍ່ມີປະເທດໃດ ທີ່ມີອັດຕາພາສີທີ່ດີກວ່າສິບເປີເຊັນ. ບັດນີ້, ພວກເຮົາຈະດຳເນີນເລື້ອງຂອງພວກເຮົາຕໍ່ໄປ ດັ່ງທີ່ພວກເຮົາເຮັດ, ພວກເຮົາຢູ່ໃນຕໍາແຫນ່ງທີ່ວ່າ ໃນວັນທີ 9 ເດືອນກໍລະກົດ ຊຶ່ງຈະບໍ່ມີຜົນກະທົບຕໍ່ພວກເຮົາ, ເພາະນັ້ນເປັນເລື້ອງຂອງປະເທດອື່ນໆ ທີ່ມີອັດຕາສູງກວ່າພຽງແຕ່ຂ້າມຄືນ."

ນັກຂ່າວ: "ພວກເຮົາ ຈະບໍ່ໄດ້ຮັບຈົດຫມາຍໃນວັນທີ 9 ເດືອນກໍລະກົດບໍ່? ພວກເຮົາຈະບໍ່ຖືກກຳໜົດບໍ່?"

ALBANESE : "ພວກເຮົາຢູ່ທີ່ 10 ເປີເຊັນ"

ນັກຂ່າວຖາມຕໍ່: "ນັ້ນຄື ອັດຕາທີ່ພວກເຮົາຈະຢູ່ຕໍ່ໄປ ຫລັງຈາກອາທິດຫນ້າບໍ່?"

ALBANESE : "ຂ້ອຍຄິດວ່າຈະເປັນແນວນັ້ນ."

Kevin Hogan ໂຄສົກການຄ້າ ຂອງຝ່າຍຄ້ານ ໄດ້ກ່າວຕໍ່ Sky News ວ່ານາຍົກຣັຖມົນຕີ ຄວນເຮັດຫລາຍກວ່ານັ້ນ.

"ຂ້ອຍຄິດວ່ າລາວກໍາລັງຍອມຈຳນົນ, Andrew, ແລະຂ້ອຍບໍ່ຮູ້ວ່າເປັນຫຍັງ ລາວຈຶ່ງເວົ້າແນວນັ້ນກ່ອນການປະກາດ. ເຮົາໄດ້ເຫັນອັດຕາສໍາລັບບາງປະເທດ. ເຮົາຮູ້ວ່າປະເທດອັງກິດ ມີການຕັດສິນໃຈຫນ້ອຍຫນຶ່ງ ກ່ຽວກັບພາສີເຫລັກ ແລະ Aluminium. ຢ່າລືມວ່າ, ອັດຕາການເກັບພາສີເຫລັກ ແລະ Aluminium ໄດ້ເພີ່ມຂຶ້ນເປັນຫ້າສິບເປີເຊັນ. ມັນບໍ່ແມ່ນສິບເປີເຊັນ. ຫຼາຍປະເທດກໍອັດຕານີ້. ພວກເຮົາໄດ້ເຫັນການຕັດລົງ, Mexico ກໍມີການຕັດລົງສອງສາມຢ່າງ. Canada ກໍໄດ້ຮັບການຕັດລົງສອງສາມຢ່າງ ຈາກພາສີທີ່ເຂົາເຈົ້າມີ ໃນຕອນທຳອິດຄືກັນ."

ເຖິງແມ່ນເຫັນໄດ້ຢ່າງຊັດແຈ້ງວ່າ ພາສີຈະສົ່ງຜົນກະທົບຕໍ່ເສດຖະກິດໂລກຢ່າງໜັກ, ແຕ່ຜູ້ຊ່ຽວຊານກ່າວວ່າ ເສດຖະກິດຂອງສະຫະຣັດອາເມຣິກາ ກໍກໍາລັງປະເຊີນກັບຜົນສະທ້ອນ ຂອງນະໂຍບາຍຂອງ Trumpແລ້ວ.

ອີງຕາມການວິເຄາະ ຂອງສະຖາບັນ JPMorgan Chase, ທຸຣະກິດຂນາດກາງ ໃນສະຫະຣັດອາເມຣິກາ ປະເຊີນກັບຄ່າໃຊ້ຈ່າຍເພີ່ມເຕີມ ປະມານ82.3 ພັນລ້ານໂດລາ ຖ້າສະຫະຣັດອາເມຣິກາ ຮັກສາອັດຕາການນໍາເຂົ້າທັງຫມົດທີ່ 10 ເປີເຊັນ.

ບໍ່ມີເຈົ້າຫນ້າທີ່ອາວຸໂສ ຂອງອາເມຣິກາຄົນໃດ ທີ່ກ່າວເຖິງເລື່ອງນີ້ ຫລາຍໄປກວ່າ Jerome Powell, ປະທານທະນາຄານກາງສະຫະຣັດ(the Federal Reserve).

ເຖິງແມ່ນ ໄດ້ມີການຮຽກຮ້ອງ ແລະໂຈມຕີຈາກສາທາຣະນະຕໍ່ Mr Trump, ແຕ່ Mr Powell ກ່າວວ່າ ລາວຍັງຮັກສາອັດຕາດອກເບັ້ຍ ຂອງສະຫະຣັດອາເມຣິກາໄວ້ ໃນຂນະທີ່ລໍຖ້າເບິ່ງວ່າ ຍຸດທະວິທີການຄ້າຂອງຣັຖບານ ຈະອອກມາແນວໃດ.

ໃນຄໍາໃຫ້ການຕໍ່ Congress ໃນທ້າຍເດືອນແລ້ວນີ້ (24/06), ລາວອະທິບາຍວ່າ ເປັນຫຍັງ.

"ຜົນກະທົບຂອງພາສີ ຈະຂຶ້ນຢູ່ກັບລະດັບສູງສຸດຂອງມັນ. ຄວາມຄາດຫວັງໃນລະດັບນັ້ນ, ແລະຜົນກະທົບທາງເສດຖະກິດທີ່ກ່ຽວຂ້ອງ, ໄດ້ເຖິງລະດັບສູງສຸດ ໃນເດືອນເມສາ ແລະນັບແຕ່ນັ້ນມາ ກໍຫລຸດລົງ. ເຖິງຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງພາສີໃນປີນີ້ ອາດຈະຊຸກຍູ້ລາຄາໃຫ້ສູງຂຶ້ນ ແລະສ້າງຄວາມກົດດັນໃຫ້ແກ່ກິດຈະກັມທາງເສດຖະກິດ. ຜົນກະທົບຕໍ່ອັດຕາເງິນເຟີ້ ອາດເປັນເວລາສັ້ນໆ ເຊິ່ງສະທ້ອນເຖິງການປ່ຽນແປງ ໃນລະດັບລາຄາພຽງເທື່ອດຽວ. ມັນກໍເປັນໄປໄດ້ທີ່ຜົນສະທ້ອນ ຂອງອັດຕາເງິນເຟີ້ ອາດຈະມີຢູ່ຢ່າງຕໍ່ເນື່ອງ. ການຫຼີກລ່ຽງສິ່ງນັ້ນ ຈະຂຶ້ນຢູ່ກັບຂນາດຂອງຜົນກະທົບຂອງພາສີ, ວ່າມັນຈະກະທົບລາຄາໄດ້ດົນປານໃດ. ແລະໃນທີ່ສຸດ ແມ່ນການຮັກສາຄວາມຄາດຫວັງຂອງອັດຕາເງິນເຟີ້ ໃນໄລຍະຍາວໃຫ້ໝັ້ນຄົງ."

ເນື້ອເລື່ອງໂດຍ  Sydney Lang    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service