ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການສັ່ງຫ້າມການໃຊ້ສື່ສານມວນຊົນຂອງໄວລຸ້ນ.
ເມື່ອການສັ່ງຫ້າມ ການໃຊ້ສື່ສານມວນຊົນ ຂອງໄວລຸ້ນ ຈະມີຜົນບັງຄັບໃຊ້ໃນທ້າຍປີນີ້, ອອສເຕຣເລັຍ ຈະເປັນປະເທດທໍາອິດ ທີ່ພະຍາຍາມບັງຄັບໃຊ້ ອາຍຸຂັ້ນຕ່ຳທີ່ສຸດ ສໍາລັບສື່ສານມວນຊົນ.
ແຕ່ດັ່ງທີ່ Veronica Lenard ລາຍງານ, ຜູ້ຊ່ຽວຊານໄດ້ເຕືອນວ່າ ບໍ່ເຖິງຫົກເດືອນ ກ່ອນທີ່ມັນຈະເລີ່ມຕົ້ນ, ມັນຍັງບໍ່ຊັດເຈນເລີຍວ່າ ມັນຈະທໍາງານແນວໃດ.
"ຂ້າພະເຈົ້າຄິດວ່າ ຊາວອອສເຕຣເລັຍຕົກໃຈຢ່າງຫລາຍ ເມື່ອສິ່ງນີ້ຖືກນໍາໃຊ້ ແລະໃນທັນໃດນັ້ນ ເຂົາເຈົ້າກໍຖືກບັງຄັບ ໃຫ້ມອບຂໍ້ມູນນັ້ນ ເພື່ອເຂົ້າເຖິງບໍຣິການ ທີ່ເຂົາເຈົ້າສາມາດເຂົ້າເຖິງ ໄດ້ຢ່າງອິດສຣະ ຈົນເຖິງຈຸດນີ້."
ນັ້ນຄື ສາດສະດາຈານ Daniel Angus ທີ່ກ່າວເຖິງ ການສັ່ງຫ້າມສື່ສານມວນຊົນ ຂອງໄວລຸ້ນ ທີ່ກຳລັງຈະມາເຖິງ.
ຕັ້ງແຕ່ວັນທີ 11 ເດືອນທັນວາ ປີນີ້, ບໍຣິສັດສື່ສານມວນຊົນ ຈະຖືກຮຽກຮ້ອງໃຫ້ເຮັດ "ຂັ້ນຕອນທີ່ສົມຄວນ" ເພື່ອປ້ອງກັນ ຊາວອອສເຕຣເລັຍ ທີ່ມີອາຍຸຕ່ຳກວ່າສິບຫົກປີ ຈາກການໃຊ້ຖານອິນເຕີເນັດ (Platforms) ຂອງເຂົາເຈົ້າ.
ສາດສະດາຈານ Daniel Angus ເປັນຫນຶ່ງໃນຈໍານວນນັກວິຊາການ ແລະອົງການສັງຄົມ ຫລາຍກວ່າ 140 ຄົນ ທີ່ໄດ້ລົງຊື່ ໃນຈົດຫມາຍເປີດຊອງທີ່ຕໍ່ຕ້ານການສັ່ງຫ້າມ.
ຜູ້ລົງຊື່ອີກຄົນຫນຶ່ງແມ່ນ Tama Leaver ສາດສະດາຈານຝ່ າຍການສຶກສາອິນເຕີເນັດ (Internet Studies) ທີ່ Curtin University.
ລາວເວົ້າວ່າ ເຮົາຮູ້ລາຍລະອຽດພຽງເລັກນ້ອຍ ກ່ຽວກັບການສັ່ງຫ້າມໃນເວລານີ້.
"ພວກເຮົາຮູ້ວ່າ ມີຫລາຍເລື້ອງທີ່ກ່ຽວຂ້ອງ. ພວກເຮົາຮູ້ວ່າ ມີຄວາມສົນໃຈຈາກທົ່ວໂລກ, ແຕ່ພວກເຮົາຍັງບໍ່ຮູ້ ວ່າມັນຈະທໍາງານແນວໃດໃນຕອນນີ້."
ເມື່ອຣັຖບານ ໄດ້ອະນຸມັດກົດຫມາຍ ໃນເດືອນພະຈິກປີແລ້ວນີ້, ເຂົາເຈົ້າ ໄດ້ຮວມເຖິງການຊັກຊ້າ ໃນການບັງຄັບໃຊ້ ເປັນເວລາສິບສອງເດືອນ.
ເທື່ອນີ້ ຈະອະນຸຍາດໃຫ້ມີການທົດລອງ ທີ່ຣັຖບານມອບຫມາຍ ເພື່ອປະເມີນ ເທັກໂນໂລຈີທີ່ມີຢູ່, ແລະໃຫ້ຣັຖມົນຕີ ກະຊວງຖແລງຂ່າວ (Communications Minister) ກຳໜົດກົດລະບຽບ ສໍາລັບສິ່ງທີ່ບໍຣິສັດສື່ສານມວນຊົນ ສາມາດເຮັດໄດ້ ແລະບໍ່ສາມາດເຮັດໄດ້.
ການທົດລອງນັ້ນ ໄດ້ເປີດເຜີຍການຄົ້ນພົບ ໃນອາທິດຜ່ານມານີ້ (20 ມິຖຸນາ), ໂດຍປະກາດວ່າ ການຮັບປະກັນອາຍຸ ສາມາດເຮັດໄດ້ໃນອອສເຕຣເລັຍ ແລະສາມາດເປັນສ່ວນຕົວ, ຫມັ້ນຄົງ ແລະມີປະສິດທິພາບ.
ຜູ້ຊ່ຽວຊານ ເຊັ່ນສາດສະດາຈານ Daniel Angus ກໍສົງສັຍ ກ່ຽວກັບຄໍາກ່າວອ້າງນີ້.
"ຄວາມເປັນຫ່ວງສໍາຄັນຢ່າງຫນຶ່ງ ທີ່ເຮົາມີ ຄືວິທີທີ່ອຸດສະຫະກັມ ມັກຈະເພີ່ມຄວາມຖືກຕ້ອງ ແລະປໂຍດຂອງວິທີທາງເຫລົ່ານີ້ ເມື່ອເຮົາຮູ້ວ່າ ຍັງຄົງມີບັນຫາທີ່ສໍາຄັນ ເມື່ອກ່າວເຖິງຄວາມອະຄະຕິທາງເພດ ແລະເຊື້ອຊາດ, ແຕ່ຍັງຮວມເຖິງ ການຂາດປະສິດທິພາບທົ່ວໄປ ຂອງວິທີທາງເຫລົ່ານີ້ນຳອີກ."
ສາດສະດາຈານດ້ານ Digital Communication ກ່າວວ່າ ສາທາຣະນະຊົນ ບໍ່ໄດ້ຮັບຄວາມຮູ້ດີພໍ ກ່ຽວກັບຜົນກະທົບ ຂອງເທັກໂນໂລຈີເຫລົ່ານີ້,ເພາະເພື່ອກວດກາເບິ່ງວ່າ ຜູ້ໃຊ້ມີອາຍຸຕ່ຳກວ່າ 16 ປີຫລືບໍ່ ແຕ່ພວກເຂົາຕ້ອງກວດສອບວ່າ ຜູ້ໃຊ້ມີອາຍຸຫຼາຍກວ່ານັ້ນຫຼືບໍ່.
"ການສ່ຽງອັນໃຫຍ່ຫລວງ ມາຈາກເວລາທີ່ເຮົາທຸກຄົນ, ແລະນັ້ນຄືທຸກຄົນ ຖືກຂໍຮ້ອງໃຫ້ມອບຂໍ້ມູນສ່ວນຕົວທີ່ລະອຽດອ່ອນ ໃຫ້ແກ່ຜູ້ຂາຍ, ຜູ້ທີສາມ, ຫຼືຣັຖບານ ພຽງແຕ່ເພື່ອເຂົ້າເຖິງບໍຣິການຂັ້ນພື້ນຖານ ທາງ Digital ທີ່ເຮົາຕ້ອງໃຊ້ທຸກໆມື້ ແລະວ່າມັນເປັນແນວໃດ."
ເຖິງແມ່ນ ຈະມີຄວາມເປັນຫ່ວງເຫລົ່ານີ້, ແຕ່ຜູ້ຊ່ຽວຊານ ເລື່ອງຄວາມປອດພັຍ ທາງອິນເຕີເນັດບາງຄົນເຊັ່ນ Kirra Pendergast ຍັງສນັບ ສນູນຢູ່.
"ມັນຄືກັບທຸກແງ່ມຸມ ຂອງຄວາມປອດພັຍທາງເຕັກນິກ, ຄວາມປອດພັຍ ທາງອິນເຕີເນັດ (Cyber Security). ມັນຈະບໍ່ວັນເປັນ 100%. ສິ່ງນີ້ ຈະບໍ່ແມ່ນຄຳຕອບຂອງທຸກຢ່າງ, ແຕ່ມັນເປັນການເລີ່ມຕົ້ນທີ່ດີແທ້ໆ ເພາະມັນໄດ້ກໍ່ໃຫ້ເກີດການສົນທະນາ ທີ່ເຮົາຕ້ອງມີ ໃນທຸກລະດັບຂອງສັງຄົມ."
ທໍາອິດ ນາງໄດ້ຕໍ່ຕ້ານການສັ່ງຫ້າມ ໂດຍອີງຕາມຄວາມເປັນຫ່ວງເລື່ອງເທັກໂນໂລຈີ, ນາງໄດ້ປ່ຽນທັດສະນະຂອງນາງ ຫລັງຈາກໄດ້ເຫັນວ່າ ພໍ່ແມ່ດີ້ນລົນ ທີ່ຈະຮັບມືຕໍ່ການໃຊ້ສື່ສານມວນຊົນ ຂອງລູກໆຂອງເຂົາເຈົ້າ.
Ms Pendergast ກ່າວວ່າ ການສັ່ງຫ້າມນັ້ນ ມີຄວາມສາມາດ ທີ່ຈະຊ່ອຍພໍ່ແມ່ ແລະຜູ້ສອນ ໃຫ້ຕຽມເດັກນ້ອຍສໍາລັບໂລກ Digital.
"ຂ້ອຍຄິດວ່າ ມີຜົນປໂຍດຫລາຍຢ່າງຢູ່ທີ່ນີ້. ມັນຈະຊ່ວຍພໍ່ແມ່ ທີ່ດີ້ນລົນ ທີ່ຈະເວົ້າວ່າ: ຂໍໂທດ ເຈົ້າບໍ່ສາມາດມີມັນໄດ້ ຈົນກວ່າເຈົ້າອາຍຸ 16 ປີ. ແນ່ນອນວ່າ ມັນຈະຊ່ອຍເຫລືອໄດ້ ໃນກໍຣະນີນີ້. ມັນຈະກໍ່ໃຫ້ເກີດການສົນທະນາຄັ້ງໃຫຍ່ນໍາອີກ. ມັນຍັງຈະຊ່ອຍຜູ້ສອນ ຕຽມເດັກໃຫ້ພ້ອມຢ່າງທັນເວລາ ເພາະເຂົາຖືກໂຍນເຂົ້າໄປໃນໂລກ ທີ່ເຂົາເຈົ້າບໍ່ເຂົ້າໃຈ."
ຄົນຫນຸ່ມເຊັ່ນ April Willis ຍັງບໍ່ແນ່ໃຈວ່າ ການສັ່ງຫ້າມນັ້ນຈະມີຜົນ.
"ຂ້ອຍຄິດວ່າ ຄວາມຈິງແມ່ນວ່າ ພວກເຮົາຫລາຍຄົນກໍາລັງຄິດວ່າ, 'ຂ້ອຍຈະມີວິທີຮັບມືກັບມັນ', ຊຶ່ງຂ້ອຍແນ່ໃຈວ່າ ຄົນຫນຸ່ມຫລາຍຄົນ ຈະສາມາດເຮັດໄດ້. ສ່ວນຫລາຍແລ້ວ ຂ້ອຍຈະບໍ່ຟັງ ແລະຂ້ອຍຈະເຂົ້າຮ່ວມ ໃນທາງໃດທາງຫນຶ່ງ."
ນາງເວົ້າວ່າ ການໃຊ້ສື່ສານມວນຊົນ ຕອນນາງເປັນໄວລຸ້ນ ໄດ້ເຮັດໃຫ້ນາງ ມີຊ່ອງທາງ ໃນການຕິດຕໍ່ ແລະມ່ວນຊື່ນ, ແຕ່ເມື່ອນາງເຕີບໂຕຂຶ້ນ ມັນໄດ້ມີຜົນກະທົບ ຕໍ່ສຸຂະພາບຈິດຂອງນາງ.
ຕອນນີ້ອາຍຸ 22 ປີ ນາງທໍາງານກັບບໍຣິການສຸຂະພາບຈິດ ReachOut ໃນຖານະ ເປັນຜູ້ສນັບສນູນຊາວຫນຸ່ມ.
ນາງເວົ້າວ່າ ຄວາມຄິດເຫັນຂອງຄົນຫນຸ່ມ ຈໍາເປັນຕ້ອງຮວມຢູ່ໃນການສົນທະນາ ກ່ຽວກັບວິທີ ທີ່ຈະນໍາໃຊ້ການສັ່ງຫ້າມ.
"ໂດຍສະເພາະຕອນນີ້ ເມື່ອການສັ່ງຫ້າມໄດ້ຖືກປະກາດ, ການສົນທະນາແບບນັ້ນ ກັບຄົນຫນຸ່ມກໍໄດ້ຢຸດລົງ. ແລະຂ້າພະເຈົ້າຄິດວ່າ ມັນສໍາຄັນກວ່າ ທີ່ຈະໃຫ້ຄົນຫນຸ່ມ ແລະອົງກອນດ້ານສຸຂະພາບຈິດ ສົນທະນາກ່ຽວກັບເລື່ອງນີ້."
ຊາວອອສເຕຣເລັຍ ບໍ່ໄດ້ເປັນພຽງຄົນດຽວ ທີ່ລໍເບິ່ງວ່າ ການສັ່ງຫ້າມນັ້ນຈະເຮັດວຽກແນວໃດ.
New Zealand, Greece, France ແລະ Spain ກໍເປັນໜຶ່ງໃນຫຼາຍໆປະເທດ ທີ່ກໍາລັງພິຈາຣະນາ ການສັ່ງຫ້າມອາຍຸຂັ້ນຕ່ຳ ທີ່ຄ້າຍຄືກັນ.
ໂດຍທີ່ອອສເຕຣເລັຍ ເປັນປະເທດທໍາອິດ ທີ່ພະຍາຍາມນໍາໃຊ້ ນະໂຍບາຍແບບນີ້, ຜົນຮັບ ກໍສາມາດສົ່ງຜົນກະທົບ ໄປທົ່ວໂລກ.
ສາດສະດາຈານ Leaver ກ່າວວ່າ ສໍາລັບສິ່ງນີ້ຈະໄດ້ຜົນ, ຍັງມີຫລາຍສິ່ງ ທີ່ຕ້ອງເຮັດ.
"ຖ້າຫາກປະເທດອື່ນໆ ກຳລັງຈັບຕາເບິ່ງອອສເຕຣເລັຍ ແລະຫວັງວ່າ ນີ້ອາດເປັນແບບໂຕຢ່າງ, ພວກເຮົາຈະມີວຽກງານຫລາຍຢ່າງ ທີ່ຈະເຮັດ ໃນສອງສາມເດືອນຂ້າງຫນ້າ ເພື່ອຈະມີແຜນ ທີ່ຈະເຮັດສິ່ງນີ້ ແທນທີ່ ຈະພຽງແຕ່ຕ້ອງການ ທີ່ຈະໃຫ້ຄວາມຫມັ້ນໃຈແກ່ພໍ່ແມ່, ຊຶ່ງໃນທີ່ສຸດ ຂ້າພະເຈົ້າຄິດວ່າ ກົດຫມາຍນີ້ ຈະສລຸບໄດ້ໃນທີ່ສຸດ."
ເນື້ອເລື່ອງໂດຍ Veronica Lenard ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao