ການຂັດແຍ້ງທາງທະຫານລະຫວ່າງໄທ-ກຳປູເຈັຍ.

Cambodia Thailand

ພົນລະເຮືອນຊາວກຳປູເຈັຍ ອົບພະຍົບອອກຈາກ ພື້ນທີ່ການຂັດແຍ່ງ ລະຫວ່າງ ໄທ-ກຳປູເຈັຍ. Source: AP / Heng Sinith/AP

ການສູ້ຣົບ ໄດ້ເກີດຂຶ້ນຕາມຊາຍແດນຂອງປະເທດໄທ ແລະປະເທດກຳປູເຈັຍ ໃນຂນະທີ່ຄວາມເຄັ່ງຕຶງເກົ່າ ທີ່ກ່ຽວກັບຂໍ້ພິພາດ ເລື່ອງດິນແດນ ໄດ້ກາຍເປັນການຂັດແຍ້ງ ທີ່ບໍ່ຄ່ອຍເກີດຂຶ້ນ... ແຕ່ຮຸນແຮງ. ທັງສອງຝ່າຍ ກໍາລັງກ່າວໂທດກັນແລະກັນ ສໍາລັບການຍົວະຍົງ, ຊຶ່ງເປັນການຂັດແຍ້ງເທື່ອຫຼ້າສຸດ ໃນການໂຕ້ຖຽງ ທີ່ມີມາຫລາຍກວ່າຫນຶ່ງສັດຕະວັດ. ໃນຂນະທີ່ ຜູ້ນໍາຕ່າງປະເທດ ຮຽກຮ້ອງໃຫ້ມີຄວາມສງົບ ລະຫວ່າງເພື່ອນບ້ານ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການຂັດແຍ້ງທາງທະຫານລະຫວ່າງໄທ-ກຳປູເຈັຍ.

ການສູ້ຣົບ ໄດ້ເກີດຂຶ້ນຕາມຊາຍແດນຂອງປະເທດໄທ ແລະປະເທດກຳປູເຈັຍ ໃນຂນະທີ່ຄວາມເຄັ່ງຕຶງເກົ່າ ທີ່ກ່ຽວກັບຂໍ້ພິພາດ ເລື່ອງດິນແດນ ໄດ້ກາຍເປັນການຂັດແຍ້ງ ທີ່ບໍ່ຄ່ອຍເກີດຂຶ້ນ... ແຕ່ຮຸນແຮງ.

ທັງສອງຝ່າຍ ໄດ້ອົບພະຍົບພົນລະເຮືອນຫລາຍພັນຄົນ ອອກຈາກພື້ນທີ່ ໃນຂນະທີ່ ຜູ້ນໍາຕ່າງປະເທດ ຮຽກຮ້ອງໃຫ້ມີຄວາມສງົບ ລະຫວ່າງເພື່ອນບ້ານ.

Sydney Lang ລາຍງານ.

ການປະທະກັນໃນຕອນເຊົ້າ ຕາມເຂດຊາຍແດນ ທີ່ເປັນຂໍ້ພິພາດລະຫວ່າງປະເທດໄທ ແລະປະເທດກຳປູເຈັຍ ໄດ້ກາຍເປັນການຂັດແຍ້ງທາງທະຫານ ທີ່ບໍ່ຄ່ອຍເກີດຂຶ້ນ.

ມັນເລີ່ມຕົ້ນ ຈາກການຍິງດ້ວຍອາວຸດຂນາດນ້ອຍ ໄດ້ເພີ່ມຄວາມຮຸນແຮງຂຶ້ນຢ່າງໄວ ຈົນການເປັນການໂຈມຕີຢ່າງຫນັກໃນຫົກບ່ອນ, ຢ່າງຫນ້ອຍມີສິບສີ່ຄົນ, ສ່ວນຫລາຍເປັນພົນລະເມືອງ, ໄດ້ເສັຍຊີວິດແລ້ວ.

ທັງສອງຝ່າຍ ກໍາລັງກ່າວໂທດກັນແລະກັນ ສໍາລັບການຍົວະຍົງ, ຊຶ່ງເປັນການຂັດແຍ້ງເທື່ອຫຼ້າສຸດ ໃນການໂຕ້ຖຽງ ທີ່ມີມາຫລາຍກວ່າຫນຶ່ງສັດຕະວັດ.

ການສູ້ຣົບ ທີ່ເພີ່ມຄວາມຮຸນແຮງຂຶ້ນເທື່ອສຸດທ້າຍ ໄດ້ເກີດຂຶ້ນຫລັງຈາກ ມີລາຍງານວ່າ ທະຫານໄທ ໄດ້ສູນເສັຍຂາເບື້ອງຫນຶ່ງ, ແລະອີກສີ່ຄົນ ໄດ້ຮັບບາດເຈັບ ໃນການລະເບີດ ຂອງກັບລະເບີດ, ຊຶ່ງເຈົ້າຫນ້າທີ່ໄທກ່າວວ່າ ຖືກຝັງໄວ້ ໂດຍກອງທັບຂອງກຳປູເຈັຍ.

ຫລາຍຊົ່ວໂມງ ຫລັງຈາກປະເທດໄທໄດ້ຕອບໂຕ້ ໂດຍການຂັບໄລ່ເອກອັກຄະຣັດຖະທູດ ຂອງກຳປູເຈັຍ ແລະເອີ້ນທູດຂອງໄທ ກັບປະເທດ, ຄວາມຮຸນແຮງ ກໍໄດ້ເກີດຂຶ້ນທີ່ຊາຍແດນ.

ໃນຂນະທີ່ປະເທດໄທກ່າວວ່າ ການລະເບີດຂອງກັບລະເບີດນັ້ນ ເປັນຜົນຂອງການຮຸກຮານ ຂອງປະເທດກຳປູເຈັຍ, ປະເທດກຳປູເຈັຍໄດ້ກ່າວວ່າ ກອງທັບຂອງປະເທດໄທ ຢູ່ໃນດິນແດນຂອງປະເທດກຳປູເຈັຍ.

Ms Maratee Nalita Andamo, ຮອງໂຄສົກ ກະຊວງການຕ່າງປະເທດໄທ ກ່າວວ່າ ປະເທດໄທ ປະນາມສິ່ງທີ່ເຂົາເຈົ້າອ້າງວ່າ ເປັນການລະເມີດອະທິປະໄຕ ຂອງປະເທດໄທ ໂດຍກຳປູເຈັຍ.

"ຫລັງຈາກເຫດການລະເບີດອີກເທື່ອຫນຶ່ງ ທີ່ໄດ້ເກີດຂຶ້ນໃນຕອນແລງມື້ວານນີ້, ວັນທີ 23 ເດືອນກໍລະກົດ 2025, ບ່ອນທີ່ທະຫານອີກຫ້າຄົນ ໄດ້ຢຽບລະເບີດອີກບ່ອນຫນຶ່ງ ໃນເຂດຊ່ອງອານມ້າ, ຈັງຫວັດອຸບົນຣາຊທານີ, ແລະອີກເທື່ອຫນຶ່ງ, ກະຊວງການຕ່າງປະເທດ ໄດ້ປະນາມຢ່າງຮຸນແຮງ ວ່າການກະທໍາເຊັ່ນນີ້ ເປັນການລະເມີດອະທິປະໄຕ ຂອງປະເທດໄທ, ຄວາມເປັນເຈົ້າຂອງເຂດແດນ ແລະສົນທິສັນຍາ Ottawa (the Ottawa Convention)."

ໂດຍທີ່ມີກອງທະຫານຮາບ ແລະລົດຖັງປະຈຳການ ຢູ່ຕາມຊາຍແດນ, ພົນລະເຮືອນຫລາຍພັນຄົນ ໄດ້ອົບພະຍົບອກຈາກພື້ນທີ່ນັ້ນ.

ນາງ Ngerntra Pranoram ອາຍຸ 53 ປີ, ນັ່ງຢູ່ໃນຜ້າເຕັ້ນ ຄຽງຂ້າງແມ່ຜູ້ສູງອາຍຸຂອງນາງ, ທີ່ກໍາລັງຫຼົບພັຍຢູ່ໃນຈັງຫວັດສຸຣິນ, ຕາມຊາຍແດນປະເທດໄທ.

ນາງເວົ້າວ່າ ນາງໄດ້ດູແລແມ່ຂອງນາງ ຕອນເຂົາເຈົ້າໄດ້ຍິນສຽງປືນ, ແລ້ວກໍໄດ້ຍິນສຽງລະເບີດ.

"ພວກເຮົາກໍຕົກໃຈຄືກັນ. ບໍ່ມີໃຜຢາກໃຫ້ສິ່ງນີ້ເກີດຂຶ້ນ. ຂ້ອຍຮູ້ສຶກເຖິງຜູ້ສູງອາຍຸ ແລະຄົນພິການ. ມັນເປັນເລື່ອງຍາກຫລາຍ ສໍາລັບເຂົາເຈົ້າ ທີ່ຈະມາເຖິງທີ່ນີ້. ມັນເປັນເລື້ອງລຳບາກແທ້ໆ. ບາງຄົນມີຣົດ, ຊຶ່ງເປັນສິ່ງດີ, ແຕ່ສໍາລັບຜູ້ທີ່ບໍ່ມີ, ມັນກໍຍາກຫລາຍ. ເຮົາເຂົ້າໃຈເຂົາເຈົ້າ, ເຮົາເຫັນອົກເຫັນໃຈ, ແຕ່ເຮົາບໍ່ຮູ້ວ່າ ຈະຊ່ອຍເຫລືອໄດ້ແນວໃດ. ພວກເຮົາກໍມີຜູ້ເຖົ້າກັບເຮົາຄືກັນ. ສະນັ້ນ, ພວກເຮົາຈຶ່ງພະຍາຍາມຊ່ອຍເຫລືອ ໃຫ້ຫລາຍທີ່ສຸດ ເທົ່າທີ່ພວກເຮົາສາມາດເຮັດໄດ້."

ອີກຟາກຫນຶ່ງ, ໃນຄວາມມືດຂອງກາງຄືນ, ຊາວບ້ານຊາວກຳປູເຈັຍ ແລະຄອບຄົວຂອງເຂົາເຈົ້າ ໄດ້ຫນີໄປໂດຍຣົດໄຖ, ພ້ອມກັບເຄື່ອງຂອງ ຂອງເຂົາເຈົ້າ.

ຊາວບ້ານທີ່ອົບພະຍົບ ໄດ້ຕັ້ງຄ້າຍຜ້າເຕັ້ນ ປະມານ 30 ກິໂລແມັດຈາກຊາຍແດນ.

Tep Savouen, ແມ່ລູກສີ່, ອາຍຸ 45 ປີ, ເວົ້າວ່າ ນາງແລະລູກໆຂອງນາງ ຖືກບັງຄັບໃຫ້ຫຼົບຫນີ.

"ເວລາປະມານ 8 ໂມງເຊົ້າມື້ນີ້. ທັນໃດນັ້ນ, ຂ້ອຍໄດ້ຍິນສຽງດັງ. ລູກຊາຍຂອງຂ້ອຍ ບອກຂ້ອຍວ່າ ມັນອາດເປັນຟ້າຮ້ອງ ແລະຂ້ອຍຄິດວ່າ, "ມັນເປັນຟ້າຮ້ອງແທ້ບໍ່ ຫລືມັນດັງຄືກັນກັບສຽງປືນຫຼາຍກວ່າ?" ຕອນນັ້ນ ຂ້ອຍຢ້ານຫລາຍ."

ການສູ້ຮົບ ໄດ້ເກີດຂຶ້ນໃນເຂດທີ່ຮູ້ກັນວ່າ ສາມຫຼ່ຽມມໍຣະກົດ (Emerald Triangle-ຊຶ່ງເປັນເຂດຊາຍແດນລະຫວ່າງລາວ, ໄທ ແລະກຳປູເຈັຍ).

ໃນວັນພະຫັດ, ກອງທັບຂອງປະເທດກຳປູເຈັຍ ໄດ້ຍິງຈະຫລວດ ແລະປືນໃຫຍ່ ເຂົ້າໄປໃນປະເທດໄທ ໃນຂນະທີ່ກອງທັບໄທ ພະຍາຍາມໂຈມຕີດ້ວຍຍົນ F-16 ເພື່ອໂຈມຕີທາງອາກາດຢູ່ຫົກບ່ອນ.

Pen Bona ໂຄສົກຣັຖບານກຳປູເຈັຍກ່າວວ່າ ປະເທດໄທກໍາລັງພະຍາຍາມ ອ້າງສິດທິ ໃນແຜ່ນດິນກຳປູເຈັຍ.

"ສລຸບແລ້ວ, ທຸກສິ່ງທີ່ໄດ້ເກີດຂຶ້ນໃນມື້ນີ້ ແມ່ນເກີດຈາກປະເທດໄທ. ອ້າຍເອື້ອຍນ້ອງ ແລະປະຊາຄົມນາໆຊາດ ຂໍໃຫ້ຈື່ໄວ້ວ່າ ປະເທດໄທໄດ້ເລີ້ມຍິງໃສ່ພວກເຮົາ ເພາະພວກເຂົາ ຢາກໄດ້ດິນແດນຂອງພວກເຮົາ."

ທັງປະເທດໄທ ແລະປະເທດກຳປູເຈັຍ ອ້າງວ່າ ເປັນເຈົ້າຂອງ Prasat Preah Vihear ແລະ Prasat Ta Muen Thom, ພຣະວິຫານບູຮານ ທີ່ຖືກສ້າງຂຶ້ນເທິງພູ ທີ່ແບ່ງແຍກພວກເຂົາ.

ໃນປີ 1907 ປະເທດຝຣັ່ງ ທີ່ຕັ້ງຖິ່ນຖານຢູ່ກຳປູເຈັຍ ແລະຣາຊອານາຈັກສຍາມ ທີ່ເປັນເອກກະຣາດ, ເຊິ່ງເປັນທີ່ຮູ້ຈັກກັນຈົນເຖິງປີ 1939, ໄດ້ເຊັນສັນຍາກໍານົດເຂດແດນລະຫວ່າງສອງປະເທດ.

ເຖິງຢ່າງໃດກໍຕາມ, ແຜນທີ່ສົນທິສັນຍາກນັ້ນ ແຕກຕ່າງຈາກຂໍ້ຄວາມສົນທິສັນຍາ ແລະປ່ອຍໃຫ້ Preah Vihear ຢູ່ຝ່າຍຝະຣັ່ງ.

ໃນປີ 1962 ສານຍຸຕິທັມສາກົນ ໄດ້ຕັດສິນວ່າ ຕາມຂໍ້ຕົກລົງນັ້ນ ວິຫານເປັນຂອງປະເທດກໍາປູເຈັຍ.

ປະເທດກຳປູເຈັຍ ໄດ້ຂໍຮ້ອງໃຫ້ ICJ (the International Court of Justice) ເຂົ້າແຊກແຊງໃນເລື່ອງນີ້ ເມື່ອເດືອນແລ້ວນີ້ (06/25), Pen Bona ກ່າວວ່າ ບັດນີ້ເຫັນໄດ້ຢ່າງຊັດແຈ້ງວ່າ ເປັນຫຍັງເຂົາເຈົ້າຈຶ່ງເຮັດເຊັ່ນນັ້ນ.

"ການໂຈມຕີຂອງປະເທດໄທ ມີຈຸດປະສົງ ທີ່ຈະຍຶດເອົາແຜ່ນດິນຂອງປະເທດກຳປູເຈັຍ ຊຶ່ງເປັນເຫດຜົນອີກຢ່າງຫນຶ່ງ ທີ່ຂ້າພະເຈົ້າຄິດວ່າ ຊຸມຊົນນາໆຊາດ ແລະສານຍຸດຕິທັມສາກົນ (ICJ) ສາມາດເຫັນໄດ້ຢ່າງຊັດແຈ້ງ ເຖິງຈຸດປະສົງ ຂອງຣັຖບານຂອງປະເທດກຳປູເຈັຍ ໃນການນໍາຄະດີນີ້ ໄປຫາສານເພື່ອແກ້ໄຂ. ສະນັ້ນ, ແນ່ນອນວ່າ ປະເທດກຳປູເຈັຍ ຈະເປັນຜູ້ຊນະໃນກໍຣະນີນີ້."

ຄວາມເຄັ່ງຕຶງໄດ້ເກີດຂຶ້ນ ນັບແຕ່ເດືອນພຶດສະພາ, ເມື່ອທະຫານຊາວກຳປູເຈັຍ ໄດ້ຖືກຂ້າຕາຍ ໃນການປະທະກັນທີ່ຊາຍແດນ.

ຄວາມສໍາພັນໄດ້ເສື່ອມໂຊມລົງເດືອນແລ້ວນີ້ ເມື່ອປະທານ Hun Sen ຂອງປະເທດກຳປູເຈັຍ ໄດ້ເຮັດໃຫ້ຜູ້ນໍາຂອງປະເທດໄທ ອັບອາຍໂດຍການເປີດເຜີຍ ການໂທຣະສັບ ລະຫວ່າງເຂົາເຈົ້າ ເພື່ອຫາລືກ່ຽວກັບຄວາມເຄັ່ງຕຶງທາງຊາຍແດນ.

ໃນການໂທຣະສັບ, ນາຍົກຣັຖມົນຕີ Paetongtarn Shinawatra ໄດ້ເອີ້ນຜູ້ນໍາຊາວກຳປູເຈັຍວ່າ 'ລຸງ', ແລະຍັງວິພາກວິຈານ ນາຍທະຫານຂອງນາງເອງ.

ນັ້ນໄດ້ສ້າງຄວາມບໍ່ພໍໃຈແກ່ສາທາຣະນະຊົນ ແລະນາຍົກຣັຖມົນຕີ Shinawatra ໄດ້ຖືກໃຫ້ລະງັບການດຳຣົງຕໍາແຫນ່ງ ເພື່ອລໍຖ້າການສອບສວນຈະຣິຍະທັມ.

ຜູ້ຮັກສາການ ນາຍົກຣັຖມົນຕີຂອງປະເທດໄທ, ນາຍ Phumtham Wechayachai, ກ່າວວ່າ ເຂົາເຈົ້າກໍາລັງຊອກຫາທາງອອກ.

"ຕອນນີ້, ນີ້ບໍ່ກ່ຽວກັບການປະກາດສົງຄາມ. ນີ້ແມ່ນກ່ຽວກັບການປະທະກັນ, ແລະພວກເຮົາ ຍັງຊອກຫາທາງແກ້ໄຂຢູ່. ສິ່ງສໍາຄັນຄື ເຮົາຢືນຢູ່ຢ່າງຫມັ້ນຄົງ ໃນການປົກປ້ອງອະທິປະໄຕຂອງຊາດ, ປົກປ້ອງຕົນເອງຈາກການຮຸກຮານ, ແລະໃຫ້ແນ່ໃຈວ່າ ຜູ້ຄົນຂອງເຮົາ ຈະບໍ່ໄດ້ຮັບຄວາມເດືອດຮ້ອນ."

Hun Manet ນາຍົກຣັຖມົນຕີກຳປູເຈັຍ ກໍາລັງຮຽກຮ້ອງ ໃຫ້ມີການປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດ ເພື່ອກ່າວເຖິງສິ່ງທີ່ກະຊວງການຕ່າງປະເທດເອີ້ນວ່າ "ການຮຸກຮານທາງທະຫານ ທີ່ບໍ່ມີເຫດຜົນ".

ທັງສະຫະພາບຢູໂຣບ ແລະປະເທດຈີນ, ຊຶ່ງເປັນພັນທະມິດໃກ້ຊິດ ຂອງ Phnom Penh, ກ່າວວ່າ ເຂົາເຈົ້າ "ເປັນຫ່ວງຢ່າງເລິກເຊິ່ງ" ກ່ຽວກັບການຂັດແຍ້ງ ແລະຮຽກຮ້ອງໃຫ້ມີການເຈຣະຈາ ຢ່າງສັນຕິ.

ສະຫະຣັດອາເມຣິກາ ແລະປະເທດຝຣັ່ງ, ອະດີດຜູ້ປົກຄອງອານານິຄົມຂອງກຳປູເຈັຍ, ກໍໄດ້ຮຽກຮ້ອງ ໃຫ້ຢຸດການສູ້ຮົບທັນທີ ແລະເລີ່ມຕົ້ນການເຈຣະຈາ.

Tommy Pigott ຮອງເລຂາທິການຂ່າວຣັຖບານ ຂອງສະຫະຣັດອາເມຣິກາ ກ່າວວ່າ ສະຫະຣັດອາເມຣິກາ ມີຄວາມເປັນຫ່ວງຫລາຍທີ່ສຸດ.

“ພວກເຮົາ ຍັງເປັນຫ່ວງຫລາຍ ກັບຄວາມຮຸນແຮງທີ່ເພີ່ມຂຶ້ນ ຕາມຊາຍແດນຂອງປະເທດໄທ-ກຳປູເຈັຍ. ແລະເສັຍໃຈຢ່າງຍິ່ງ ກັບລາຍງານເຖິງຄວາມເສັຍຫາຍຕໍ່ພົນລະເຮືອນ. ສະຫະຣັດອາເມຣິກາ ຂໍຮ້ອງໃຫ້ຢຸດການສູ້ຮົບທັນທີ, ປົກປ້ອງພົນລະເຮືອນ ແລະແກ້ໄຂຄວາມຂັດແຍ້ງຢ່າງສັນຕິ."

ເນື້ອເລື່ອງໂດຍ  Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service