ວ່າດ້ວຍເຄື່ອງມືຕິດຕາມໂຕ.

Man checking smartwatch and syncing smartwatch

ຜູ້ຊາຍກຳລັງກວດເບິ່ງໂທຣະສັບມືຖື. Credit: Yagi Studio/Getty Images

ດ້ວຍວ່າສ່ວນຫນຶ່ງແມ່ນຄວາມໄວຂອງຊີວິດ... ການນຳໃຊ້ເຄື່ອງມືຕິດຕາມໂຕ ກໍມີຫຼາຍຂຶ້ນ. ຜູ້ຊ່ຽວຊານບາງຄົນກໍຄິດວ່າເປັນການດີ... ແຕ່ບາງຄົນກໍເວົ້າວ່າຈະເຮັດໃຫ້ມີຄວາມເປັນສ່ວນໂຕຫຼຸດໜ້ອຍລົງແລະອິດສຣະພາບຈະຖືກຈຳກັດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ວ່າດ້ວຍເຄື່ອງມືຕິດຕາມໂຕ.

ນັກຈິດຕະວິທຍາເຕືອນວ່າ ການໃຊ້ອັບພລິເຄຊັນຕິດຕາມ ເຊັ່ນ Life360 ແລະ Find My Phone ສາມາດເຮັດໃຫ້ການຄວບຄຸມ ກາຍເປັນເລື້ອງປົກກະຕິ, ຊຶ່ງອາດເລີ່ມຕົ້ນໃນຄອບຄົວ ແຕ່ຈະລາມໄປເຖິງຄວາມສໍາພັນຂອງຄູ່ຄອງ, ຊຶ່ງອາດນໍາໄປສູ່ພຶດຕິກັມຄວບຄຸມ ແລະບີບບັງຄັບ.

ແຕ່ເຮົາຈະຮູ້ໄດ້ແນວໃດວ່າ ການຕິດຕາມຄົນທີ່ເຮົາຮັກ ເປັນປໂຍດ ຫລືເປັນບັນຫາ?

ແລະຖ້າຫາກມັນເປັນປັນຫາ, ເຮົາຈະຈັດການກັບມັນແນວໃດ?

Caroline Riches ລາຍງານ.

ປະສິດທິພາບ ແລະການຄວບຄຸມ-ຄວາມຄັ່ງໄຄ້ສອງຢ່າງ ຂອງຊີວິດ ສມັຍໃຫມ່.

ແລະບໍ່ມີບ່ອນໃດ ທີ່ຊັດເຈນຫລາຍໄປກວ່າ ຄວາມຕ້ອງການຂອງເຮົາ ທີ່ຈະຮູ້ວ່າ ຄົນທີ່ເຮົາຮັກຢູ່ໃສ-ຕລອດເວລາ.

ຈາກ app ລະບຸຕຳແໜ່ງຄອບຄົວ Life360 ຈົນເຖິງ Find My iPhone ແລະ Find My Device, ພວກເຮົາຈຳນວນຫລາຍຂຶ້ນ ທີ່ຕິດຕາມວ່າລູກໆຂອງເຮົາຢູໃສ, ພໍ່ແມ່ທີ່ສູງອາຍຸ, ບາງເທື່ອແມ່ນແຕ່ຄູ່ຄອງ ແລະຫມູ່ເພື່ອນຂອງເຮົາ-ຕລອດ 24 ຊົ່ວໂມງ.

Elisabeth Shaw, CEO ຂອງ Relationships Australia New South Wales ກ່າວວ່າ ມັນງ່າຍທີ່ຈະແກ້ຕົວ ໃຫ້ແກ່ຄວາມຕ້ອງການຂອງເຮົາ ໃນການຕິດຕາມ.

"ຄິດວ່າ ສ່ວນຫນຶ່ງແມ່ນຄວາມໄວຂອງຊີວິດ. ແທນທີ່ຈະປ່ອຍໃຫ້ມັນເປັນເລື່ອງບັງເອີນ-ວ່າ 'ຂ້ອຍບໍ່ແນ່ໃຈວ່າ ຄືນນີ້ຄອບຄົວຈະກັບບ້ານເມື່ອໃດ'- ມີສິ່ງຈໍາເປັນທີ່ຈະຕ້ອງຮູ້, ມີຄວາມຈໍາເປັນທີ່ ຈະຮູ້ ແລະຂ້ອຍຕ້ອງຮູ້ດຽວນີ້... ແລ້ວພວກເຮົາກໍມີເຫດຜົນບາງຢ່າງ ກ່ຽວກັບສິ່ງນັ້ນ. ພວກເຮົາເວົ້າວ່າ, ເພາະຊີວິດບໍ່ປອດພັຍຄືແຕ່ກ່ອນ, ແລ້ວນີ້ກໍເປັນການສະທ້ອນວ່າ ຂ້ອຍຮັກຄອບຄົວຫຼາຍປານໃດ."

ໃນຫລາຍໆດ້ານ, ອອສເຕຣເລັຍມີຄວາມປອດພັຍ ຫລາຍກວ່າທີ່ຜ່ານມາ.

ຈໍານວນຜູ້ກະທຳຄວາມຜິດ ທີ່ຕໍາຫລວດຈັດການ ໃນປີ 2023-24 ແມ່ນຕ່ຳທີ່ສຸດ ນັບແຕ່ປີ 2008 ເຖິງ 2009*, ໃນ ຂນະທີ່ເຮົາເຫັນການຄາດຕະກັມ ແລະການລັກຂໂມຍ ຫລຸດຫນ້ອຍລົງ.

ເຖິງຢ່າງໃດກໍຕາມ, ອາດຊະຍາກັມບາງຢ່າງ ໄດ້ເພີ່ມຂຶ້ນ ໃນປີທີ່ຜ່ານມາ, ເຊັ່ນການທຳຮ້າຍຮ່າງກາຍ ທີ່ກ່ຽວກັບຄວາມຮຸນແຮງໃນຄອບຄົວ ແລະການທໍາຮ້າຍທາງເພດ.

ດ້ວຍແອັບເຫຼົ່ານີ້, ຜູ້ໃຊ້ທັງສອງ ຕ້ອງເຫັນພ້ອມ ຕຳແໜ່ງຈຶ່ງຈະລະບຸໄດ້.

ມັນຍາກທີ່ຈະຮູ້ວ່າ ມີຈັກຄົນໃນອອສເຕຣເລັຍ ທີ່ຕິດຕາມຄົນອື່ນ ຫລືຖືກຕິດຕາມ; Apple ກ່າວວ່າ ມັນບໍ່ມີຂໍ້ມູນນັ້ນ ແລະ Life360 ບໍ່ໄດ້ຕອບຄໍາຂໍຮ້ອງຂອງ SBS ສໍາລັບຂໍ້ມູນ, ເຖິງແມ່ນວ່າ ເບິ່ງຄືວ່າ ພວກເຮົາຈໍານວນຫລວງຫລາຍ ກໍາລັງເຮັດເຊັ່ນນັ້ນຢູ່ກໍຕາມ.

Christine Milostnik ໄດ້ໃຊ້ການຕິດຕາມຕຳແໜ່ງ ເປັນເວລາຫລາຍປີແລ້ວ, ແລະມີຄວາມສະບາຍໃຈ ເມື່ອຮູ້ວ່າລູກຂອງນາງກັບມາຈາກໂຮງຮຽນ ຕອນເຂົາເຈົ້າຍັງນ້ອຍ ແລະປີກາຍນີ້, ຮູ້ວ່າລູກອາຍຸ 18 ປີຂອງນາງປອດພັຍ ໃນຂນະທີ່ລາວເດີນທາງໄປທົ່ວຢູໂຣບ.

"ມັນເປັນຄືກັນ ກັບການຕົກລົງກັນ ກ່ອນລາວຈະໄປ. ດັ່ງນັ້ນ ທັງສອງຝ່າຍຈຶ່ງຮູ້ສຶກປອດພັຍ. ຂ້ອຍໄດ້ໂທໄປ ແລະເວົ້າວ່າ, ໂອ້, ເຈົ້າບໍ່ໄດ້ເຄື່ອນທີ່ ເປັນເວລາ 24 ຊົ່ວໂມງແລ້ວ. ລາວເວົ້າວ່າ, ແມ່ນແລ້ວ, ຂ້ອຍບໍ່ສະບາຍ. ມັນກໍເປັນສິ່ງດີສໍາລັບລາວຄືກັນ ທີ່ມີຄົນເປັນຫ່ວງລາວ."

ເປັນເວລາຫົກປີ ທີ່ນາງຍັງສາມາດຕິດຕາມເບິ່ງແມ່ຂອງນາງ ທີ່ເປັນໂຣກສມອງເສື່ອມ, ຊຶ່ງບາງເທື່ອກໍຈະຫລົງທາງ.

"ທຸກຄົນສາມາດຮູ້ວ່າ ແມ່ຂອງຂ້ອຍຢູ່ໃສ ເພາະວ່າຖ້າຫາກນາງຫລົງທາງ, ພວກເຮົາຈະຮູ້ວ່າແມ່ຢູ່ໃສ. ຕອນນາງໄປ Brazil, ຂ້ອຍຮູ້ວ່ານາງຢູ່ໃສ. ສະນັ້ນ ການມີສິ່ງນັ້ນ ຈຶ່ງຊ່ວຍຂ້ອຍໄດ້ຫລາຍ ເພາະມີມື້ຫນຶ່ງ ທີ່ນາງສັບສົນຫນ້ອຍຫນຶ່ງ ຕອນນາງກັບຈາກການໄປໂບດໃນຕອນເຊົ້າ, ແລະຈາກນັ້ນ ຂ້ອຍສາມາດຂໍໃຫ້ເພື່ອນຄົນຫນຶ່ງຂອງຂ້ອຍ ໄປຮັບເອົານາງ."

ໃນຄອບຄົວ Milostnik, ທຸກຄົນສນັບສນູນການຕິດຕາມ, ເຖິງແມ່ນວ່າ Christine ເວົ້າວ່ານາງບໍ່ໄດ້ຕິດຕາມລູກໆຂອງນາງອີກຕໍ່ໄປ ເມື່ອເຂົາເຈົ້າ ມີອາຍຸຫຼາຍຂຶ້ນ.

"ມັນເປັນສັນຍາ ໃນທັດສະນະຂອງຂ້ອຍ, ລະຫວ່າງທ່ານ ແລະລູກໆ ຫລືທ່ານກັບແມ່ຂອງຂ້ອຍ ຫລືຜູ້ໃດກໍຕາມ ທີ່ທ່ານກໍາລັງເຮັດສິ່ງນັ້ນ-ມັນຄືກັນກັບການເຂົ້າໃຈຄວາມຄາດຫວັງ."

Elisabeth Shaw ຈາກ Relationships Australia ກ່າວວ່າ ການຕິດຕາມດ້ວຍຄວາມເຫັນພ້ອມຂອງທຸກຄົນ ສາມາດມີປໂຍດຢ່າງຫລາຍ.

"ຂ້າພະເຈົ້າຮູ້ຈັກຫຼາຍຄົນ, ໂດຍສະເພາະຄົນຫນຸ່ມ ທີ່ຈະໃຫ້ຫມູ່ເພື່ອນຂອງເຂົາເຈົ້າ ຕິດຕາມເຂົາເຈົ້າ ເມື່ອເຂົາເຈົ້າອອກທ່ຽວເປັນເທື່ອທໍາອິດ, ຍົກຕົວຢ່າງ, ເປັນສ່ວນຫນຶ່ງຂອງຄວາມປອດພັຍ. ບາງເທື່ອ ເຮົາກໍໃຫ້ຄົນທີ່ເຮົາຮັກຕິດຕາມເຮົາ ໃນ Uber ດ້ວຍເຫດຜົນດຽວກັນ. ສະນັ້ນ, ຂ້າພະເຈົ້າຄິດວ່າ ມີຫລາຍວິທີ ທີ່ຢູ່ໃນການຄວບຄຸມຂອງແຕ່ລະບຸກຄົນ. ເຂົາເຈົ້າສາມາດໃຫ້ຜູ້ຄົນເຂົ້າມາຕິດຕາມເຂົາ, ແລະແລ້ວກໍເອົາເຂົາອອກໃນເວລາອື່ນ. ຂ້າພະເຈົ້າຄິດວ່າ ໃນລັກສນະທີ່ມີການກວດສອບເປັນປະຈໍາ ກ່ຽວກັບຄວາມເຫັນພ້ອມ, ຄວາມແຈ່ມແຈ້ງຂອງຈຸດປະສົງ, ທັງຫມົດນີ້ ເປັນປໂຍດຢ່າງຫຼາຍ ໃນການໃຊ້ຊີວິດຂອງເຮົາ."

ແຕ່ Bridget Harris, ຜູ້ອໍານວຍການຂອງ Gender and Family Violence Prevention Centre ຂອງມະຫາວິທຍາລັຍ Monash, ເປັນຫ່ວງວ່າ ການເຮັດໃຫ້ການຄວບຄຸມກາຍເປັນເລື້ອງປົກກະຕິ ເປັນສິ່ງທີ່ຫນ້າເປັນຫ່ວງ.

"ຂ້າພະເຈົ້າຄິດວ່າ ພວກເຮົາໄດ້ມີການປ່ຽນແປງມາດຕະຖານ ກ່ຽວກັບຄວາມເປັນສ່ວນຕົວ. ແລະນັ້ນຄືຂໍ້ມູນທີ່ເຮົາແບ່ງປັນ, ອຸບປະກອນທີ່ເຮົາແບ່ງປັນ, ແລະຄວາມຄາດຫວັງກ່ຽວກັບສິ່ງນັ້ນ. ສະນັ້ນ ຄວາມຄາດຫວັງທີ່ວ່າ ເຮົາສາມາດພົບເຫັນໄດ້, ຍົກຕົວຢ່າງ, ໂດຍຄູ່ຄອງຂອງເຮົາ, ໂດຍລູກໆຂອງເຮົາ, ໂດຍທຸກຄົນ... ການຄວບຄຸມກໍາລັງເກີດຂຶ້ນ ໃນທຸກສ່ວນຂອງຊີວິດຂອງເຮົາ: ຢູ່ບ່ອນທໍາງານ, ຢູ່ໂຮງຮຽນ, ຢູ່ມະຫາວິທະຍາລັຍ, ໃນແວດວົງການພັກຜ່ອນ, ໃນທຸຣະກິດ ແລະການຄ້າ, ແລະກັບຣັຖບານນໍາອີກ. ແລະສະນັ້ນ ພວກເຮົາຈຶ່ງເຮັດໃຫ້ການຄວບຄຸມເປັນປົກກະຕິ ໃນຊີວິດສ່ວນຕົວຂອງພວກເຮົາຄືກັນ."

ການຄົ້ນຄວ້າທີ່ຈັດພິມໂດຍ ກັມມາທິການຄວາມປອດພັຍ ທາງອີເລັກໂຕຣນິກ (the eSafety Commissioner) ໃນເດືອນພຶດສະພາກ່າວວ່າ ເກືອບຫນຶ່ງໃນຫ້າຄົນ ທີ່ມີອາຍຸ 18 ເຖິງ 24 ປີຄິດວ່າ ມັນສົມເຫດສົມຜົນ ທີ່ຈະຄາດຫວັງ ທີ່ຈະຕິດຕາມຄູ່ຄອງເມື່ອໃດກໍຕາມ ທີ່ເຂົາເຈົ້າຕ້ອງການ.

Ms Harris ກ່າວວ່າຄົນລຸ້ນໃຫມ່ ເປັນຄົນທີ່ຍອມຮັບການຄວບຄຸມເບິ່ງ(Surveillance) ຫລາຍທີ່ສຸດ.

"ເບິ່ງຄືວ່າ ພວກເຮົາຈະເຫັນແນວໂນ້ມຫນ້ອຍຫນຶ່ງ ທີ່ເປັນເລື່ອງປົກກະຕິ ຫລືຄາດຫວັງວ່າ ທ່ານຈະອະນຸຍາດໃຫ້ຄູ່ຄອງຂອງທ່ານ, ຍົກຕົວຢ່າງ, ເຂົ້າເຖິງອຸບປະກອນຂອງທ່ານ, ເຂົ້າເຖິງບັນຊີຂອງທ່ານ. ມັນບໍ່ໄດ້ເປັນຄວາມຄາດຫວັງ ຂອງຄວາມເປັນສ່ວນຕົວ ແບບດຽວກັນກັບຄົນລຸ້ນເກົ່າ."

ຊຶ່ງກໍ່ໃຫ້ເກີດຄໍາຖາມວ່າ: ພໍ່ແມ່ກໍາລັງຊຸກຍູ້ເດັກນ້ອຍ ແລະຄົນຫນຸ່ມ ໃຫ້ຍອມຮັບການຕິດຕາມເບິ່ງຕລອດເວລາ ໂດຍບໍ່ຕ້ອງຕັ້ງຄຳຖາມຫຼືບໍ່?

ແລະນີ້ ໂອເຄຫຼືບໍ່?

Alyssa Carter ເຊື່ອວ່າບໍ່ແມ່ນ.

ນາງປະຕິເສດ ທີ່ຈະຕິດຕາມຕຳແໜ່ງຂອງລູກສາວ ອາຍຸ 16 ປີຂອງນາງສເມີ, ແລະເວົ້າວ່າ ລູກສາວຂອງນາງ ຄົງຈະຕົກໃຈຫລາຍ ກັບຄວາມຄຶດນັ້ນ.

"ແນ່ນອນວ່າ ມັນເປັນການສອດແນມ... ຂ້າພະເຈົ້າຄິດວ່າ ນາງຈະຮູ້ສຶກວ່າ ມັນເປັນການລ່ວງລະເມີດ ຄວາມເປັນສ່ວນຕົວ ແລະອິດສຣະພາບຂອງນາງ... ແນ່ນອນວ່າ ຈະມີຄໍາຖາມ ກ່ຽວກັບຄວາມໄວ້ວາງໃຈຈາກນາງ. ເປັນຫຍັງເຈົ້າຈຶ່ງບໍ່ເຊື່ອວ່າຂ້ອຍຢູ່ໃສ?... ຈໍານວນການຕິດຕາມ ທີ່ພໍ່ແມ່ບາງຄົນເຮັດກັບລູກໄວລຸ້ນຂອງເຂົາເຈົ້າ, ແລະນີ້ບໍ່ແມ່ນເດັກນ້ອຍໄວລຸ້ນ, ນີ້ແມ່ນເດັກນ້ອຍໄວລຸ້ນ ທີ່ມີອາຍຸສູງກວ່າ, ມັນເກີນກວ່ານັ້ນ, ມັນມີລາຍລະອຽດຫລາຍ. ພໍ່ແມ່ບາງຄົນ ກຳໜົດຣັດ ສມີ (Radius) ຈາກເຮືອນ, ເພື່ອໃຫ້ສັນຍານດັງຂຶ້ນ. ຂ້ອຍບໍ່ເຄີຍຄິດຈະເຮັດແນວນັ້ນ."

Ms Carter ກ່າວວ່າ ນາງຈະບໍ່ປ່ອຍໃຫ້ຄູ່ຄອງຕິດຕາມຕຳແໜ່ງຂອງນາງ.

"ຂ້ອຍບໍ່ຢາກໃຫ້ຄູ່ຄອງຕິດຕາມຂ້ອຍເລີຍ. ຂ້ອຍຄິດວ່າ ມັນເປັນເລື້ອງສ່ວນຕົວຂ້ອຍ, ມັນເປັນການລ່ວງລະເມີດ ຄວາມເປັນສ່ວນຕົວຂອງຂ້ອຍ. ຂ້ອຍຈະເສັຍໃຈແທ້ໆ ຖ້າຫາກຄູ່ຄອງຂອງລູກສາວຂ້ອຍ ຂໍໃຫ້ນາງເຮັດແນວນັ້ນ... ນັ້ນເປັນການຂ້າມຂອບເຂດແທ້ໆ... ບໍ່ມີເຫດຜົນສໍາລັບຄູ່ຄອງ ທີ່ຢາກຮູ້ວ່າຂ້ອຍຢູ່ໃສ."

Ms Shaw ກ່າວວ່າ ມັນບໍ່ແມ່ນເທັກໂນໂລຈີທີ່ເປັນບັນຫາ, ມັນແມ່ນວິທີທີ່ເຮົາໃຊ້ມັນ.

ເມື່ອກ່າວເຖິງການຕິດຕາມ, ມັນກ່ຽວກັບເຈດຕະນາ ແລະການເຫັນພ້ອມທັງສອງຝ່າຍ.

ຖ້າຫາກທ່ານກວດເບິ່ງວ່າ ລູກຂອງທ່ານຢູ່ບ່ອນໃດໃນຣົດເມ ເພື່ອວ່າທ່ານຈະຮູ້ວ່າ ຈະກິນເຂົ້າແລງເມື່ອໃດ, ນັ້ນກໍເປັນອີກເລື່ອງຫນຶ່ງ, ນາງກ່າວ.

ແຕ່ຖ້າຫາກທ່ານກຳລັງຫາຫລັກຖານ ສໍາລັບການສອບຖາມ, ແລະຜູ້ທີ່ຢູ່ອີກຝ່າຍຫນຶ່ງ ບໍ່ຮູ້ສຶກວ່າ ເຂົາເຈົ້າສາມາດຄວບຄຸມ ຄວາມເປັນສ່ວນຕົວ ຫລືການເຄື່ອນໄຫວຂອງເຂົາເຈົ້າໄດ້, ນັ້ນອາດທໍາລາຍຄວາມໄວ້ວາງໃຈ ແລະນໍາໄປສູ່ຄວາມບໍ່ພໍໃຈ.

"ໂດຍທົ່ວໄປແລ້ວ ວິທີທີ່ເຮົາໃຊ້ apps ສະທ້ອນເຖິງສະພາບ ຂອງຄວາມສໍາພັນ. ສະນັ້ນ ຖ້າຫາກຄວາມໄວ້ວາງໃຈຕ່ຳຢູ່ແລ້ວ, ຍົກຕົວຢ່າງ, ເມື່ອຂ້າພະເຈົ້າໄດ້ເຫັນຄູ່ສາມີພັນລະຍາ ທີ່ມີຄວາມບໍ່ຊື່ສັດ, ການຕິດຕາມກໍມີຄວາມຫມາຍທີ່ແຕກຕ່າງຫລາຍ ຈາກກ່ອນທີ່ຈະພົບເຫັນ... ບ່ອນທີ່ບໍ່ເຄີຍມີບັນຫາເລື່ອງຄວາມໄວ້ວາງໃຈ ຫລືຄວາມຈໍາເປັນທີ່ຈະຄວບຄຸມ, ແລ້ວຈະບໍ່ມີໃຜອອກຄວາມຄິດເຫັນ ກ່ຽວກັບເລື່ອງນີ້, ວັດທະນະທັມຂອງຄອບຄົວຈະຖືກຮັກສາໄວ້."

ໃນກໍຣະນີທີ່ຮ້າຍແຮງທີ່ສຸດ, ການຕິດຕາມ ສາມາດເຮັດໃຫ້ມີການຄວບຄຸມທີ່ບີບບັງຄັບໄດ້-ໂດຍສະເພາະ ໃນເວລາທີ່ລະດັບຄວາມຮຸນແຮງໃນຄອບຄົວໃນອອສເຕຣເລັຍ ສູງເປັນປວັດການ.

Ms Harris ກ່າວວ່າ ການຕິດຕາມປົກກະຕິ ອາດນໍາໄປສູ່ສະຖານະການ ທີ່ການຮ້ອງຂໍຄວາມຊ່ອຍເຫລືອຂອງຜູ້ຮັບເຄາະ ບໍ່ໄດ້ຖືວ່າເປັນເລື້ອງສຳຄັນ.

"ຖ້າຫາກບາງຄົນ ພະຍາຍາມຈະອະທິບາຍ ຄວາມຮຸນແຮງຂອງປະສົບການຂອງເຂົາເຈົ້າ, ເຂົາເຈົ້າພະຍາຍາມຈະກ່າວຢ່າງຊັດແຈ້ງ ເຖິງປະສົບການຊີວິດຂອງເຂົາເຈົ້າ, ມັນອາດຖືກຫຼຸດຄ່າໂດຍຄົນອື່ນ. ເຂົາເຈົ້າອາດເວົ້າວ່າ, ໂອ້.....ບໍ່, ນັ້ນເປັນເລື່ອງປົກກະຕິ. ຄູ່ຄອງຂອງຂ້າພະເຈົ້າ ແລະຂ້າພະເຈົ້າກໍເຮັດຄືກັນ, ແຕ່ສິ່ງທີ່ກໍາລັງເກີດຂຶ້ນນັ້ນ ແມ່ນຕ່າງກັນຫລາຍ. ເຮົາອາດສ່ຽງ ທີ່ຈະບໍ່ຕອບຮັບຕໍ່ການເປີດເຜີຍ ທີ່ຜູ້ຄົນເຮັດ ໃນລັກສນະທີ່ມີປະສິດທິຜົນຫລາຍຂຶ້ນ."

Bridget Shaw ກ່າວວ່າຍິ່ງໄປກວ່ານັ້ນ, ການຕິດຕາມຄົນທີ່ເຂົາເຈົ້າຮັກ ສາມາດປ່ຽນຄວາມຄາດຫວັງ ໃນຄວາມສໍາພັນໄດ້.

"ຜູ້ຄົນກໍາລັງຕັດສິນຄວາມໄວຂອງການຕອບກັບ ຂອງຄູ່ຄອງຂອງເຂົາເຈົ້າ. ເຈົ້າບໍ່ໄດ້ຕອບກັບເປັນເວລາຫນຶ່ງຊົ່ວໂມງ, ນັ້ນຫມາຍຄວາມວ່າ ເຈົ້າບໍ່ຮັກຂ້ອຍ. ບາງເທື່ອ ພວກເຮົາກໍາລັງສັບສົນການເຂົ້າເຖິງ ກັບຄວາມຮັກ ແລະການອຸທິດຕົນ, ແລະຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງລະມັດລະວັງຫລາຍ ເມື່ອພວກເຮົາເວົ້າເຖິງເລື້ອງແບບນັ້ນ ເພາະໃນທີ່ສຸດຄວາມໄວ ຂອງການຕິດຕໍ່ ບໍ່ສາມາດວັດແທກຄຸນນະພາບ ຂອງຄວາມສໍາພັນເລີຍ."

ສະນັ້ນ ຈະເປັນແນວໃດ ຖ້າຫາກສອງຝ່າຍບໍ່ເຫັນພ້ອມ ກ່ຽວກັບວິທີທີ່ເຂົາເຈົ້າຕິດຕາມ ຫລືຖືກຕິດຕາມ?

Ms Shaw ກ່າວວ່າສິ່ງນີ້ບົ່ງບອກ ເຖິງບັນຫາເລື່ອງອໍານາດ ແລະການຄວບຄຸມ, ແລະຄວນມີການສົນທະນາ.

"ທ່ານຕ້ອງແກ້ໄຂຂໍ້ຂັດແຍ່ງຢູ່ນອກ app ຊຶ່ງໝາຍຄວາມວ່າ ອີກຝ່າຍຫນຶ່ງ ຈຶ່ງບໍ່ພຽງແຕ່ເຮັດຕໍ່ໄປ. ຂ້າພະເຈົ້າຄິດວ່າ ມັນສໍາຄັນຫລາຍ ທີ່ທ່ານຈະສົນທະນາ ເຖິງຄວາມຫມາຍຂອງມັນ, ແລະເຖິງແມ່ນວ່າ ບາງຄົນອ້າງວ່າ ພຶດຕິກັມຂອງເຂົາເຈົ້າ ວ່າເປັນເຈດຕະນາດີ ຫລືເປັນຄວາມຫ່ວງໄຍ, ຖ້າຫາກອີກຄົນຫນຶ່ງບໍ່ເຫັນດີນຳ, ແລ້ວກໍຕ້ອງຈັດການກັບບັນຫານັ້ນ."

Elizabeth Harris ກ່າວຕື່ມວ່າ ມັນສໍາຄັນທີ່ຜູ້ຄົນຈະເວົ້າເຖິງ ສິ່ງທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກບໍ່ສະບາຍໃຈ.

"ຖ້າຫາກເຮົາມີການສົນທະນາ ແລະຄິດໄຕ່ຕອງ ກ່ຽວກັບຜົນກະທົບ ແລະພຶດຕິກັມ ທີ່ເຮັດໃຫ້ຜູ້ຄົນຮູ້ສຶກບໍ່ສະບາຍໃຈ, ອຶດອັດ, ຢ້ານກົວ, ແລ້ວເຮົາຈະເລີ່ມຄິດແທ້ໆ ວ່າເຮົາຕ້ອງປ່ຽນການກະທຳເຫລົ່ານີ້ ຫລືເຮົາຕ້ອງປ່ຽນແປງ ມາດຕະການເຫລົ່ານີ້, ຫລືເຮົາຄວນຄິດ ກ່ຽວກັບມັນຕື່ມອີກຈັກຫນ້ອຍຫນຶ່ງຫຼືບໍ່? ຫລືເຮົາຄວນເວົ້າ ກ່ຽວກັບການເຫັນພ້ອມ ແລະຄວາມເປັນສ່ວນຕົວທາງອິນເຕີເນັດຕື່ມອີກຫຼືບໍ່?"

Bridget Shaw ກ່າວວ່ານອກເຫນືອໄປຈາກການສົນທະນາກັບຄົນອື່ນ, ເຮົາຕ້ອງກວດກາເບິ່ງຄຸນຄ່າຂອງເຮົາ ກ່ຽວກັບຄວາມເຫັນພ້ອມ, ຄວາມເຄົາຣົບ ແລະຄວາມເປັນສ່ວນຕົວ-ໂດຍສະເພາະ ຕອນລູກໆຂອງເຮົາກາຍເປັນຜູ້ໃຫຍ່.

"ບາງເທື່ອ ປະເດັນທີ່ເຮົາຮູ້ວ່າ ສິ່ງທີ່ເຮົາເຮັດນັ້ນໂພດເກີນໄປ ເມື່ອຜູ້ທີ່ຢູ່ອີກຟາກຫນຶ່ງເວົ້າວ່າ, ຂ້ອຍບໍ່ມັກສິ່ງນີ້. ແລະສະນັ້ນ ເມື່ອສິ່ງນັ້ນເກີດຂຶ້ນ, ເຮົາຕ້ອງຄຶດເບິ່ງດີໆ. ມັນໄດ້ເປັນແບບນີ້ແທ້ບໍ່ຕອນນີ້ ແລະເຮົາຄວນເຮັດຄືນຫຼືບໍ່? ສິ່ງທີ່ຂ້ອຍກໍາລັງເຮັດ ເປັນການສົ່ງເສີມຄວາມເປັນອິດສຣະແທ້ບໍ່ ຫຼືທີ່ຈິງແລ້ວ ມັນທໍາລາຍຄວາມເປັນອິດສຣະ?"

ຜູ້ທີ່ປະສົບກັບການລະເມີດ ທາງເທັກໂນໂລຈີ ຄວນໄປທີ່ເວບໄຊ້ຂອງ eSafety Commissioner, ຊຶ່ງມີແຫລ່ງຊ່ອຍເຫລືອແລະຄຳແນະນຳ.

ແລະຖ້າຫາກທ່ານ ຫລືບາງຄົນທີ່ທ່ານຮູ້ຈັກ ຕ້ອງການໂອ້ລົມ ກ່ຽວກັບຄວາມຮຸນແຮງໃນຄອບຄົວ ຫລືໃນບ້ານ, ໃຫ້ໂທຫາ 1800RESPECT ທີ່ 1800 737 732 ຫລືໂທຫາ Lifeline ທີ່ 13 11 14. ໃນກໍຣະນີສຸກເສີນ, ໃຫ້ໂທຫາ 000.

ລາຍງານໂດຍ  Caroline Riches      ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service