ການທຸດຈະຣິດໃນ Ukraine.

Briefing Of Ukrainian President Following Staff Meeting - Kyiv

ປະທານາທິບໍດີຂອງ Ukraine, Volodymyr Zelenskyy. Source: ABACA / Bahmut Pavlo/Ukrinform/Abaca/PA

ໜ່ວຍງານຕໍ່ຕ້ານການທຸດຈະຣິດຂອງ Ukraine (National Anti-Corruption Bureau) ໄດ້ດໍາເນີນການສອບສວນຄັ້ງໃຫຍ່, ຊຶ່ງກ່ຽວຂ້ອງກັບການກ່າວຫາວ່າ ມີເງິນໃນການທຸດຈະຣິດ ປະມານ 100 ລ້ານໂດລາ ໃນພາກພະລັງງານ ແລະປະທານາທິບໍດີ Volodymyr Zelenskyy, ໄດ້ຮຽກຮ້ອງໃຫ້ຖອດຖອນ ຣັດຖະມົນຕີ ກະຊວງຄວາມຍຸດຕິທັມ ແລະພະລັງງານ ຂອງປະເທດຊຶ່ງຖືກກ່າວຫາວ່າມີສ່ວນໃນການທຸດຈະຣິດຄັ້ງນີ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການທຸດຈະຣິດໃນ Ukraine.

ປະທານາທິບໍດີຂອງ Ukraine, Volodymyr Zelenskyy, ໄດ້ຮຽກຮ້ອງໃຫ້ຖອດຖອນ ຣັດຖະມົນຕີ ກະຊວງຄວາມຍຸດຕິທັມ ແລະພະລັງງານ ຂອງປະເທດ, ທ່າມກາງເລື່ອງເສື່ອມໂຊມການທຸດຈະຣິດ ທີ່ກ່ຽວຂ້ອງກັບບໍຣິສັດພະລັງງານນິວເຄລັຍຂອງຣັດ.

ຣັດຖະມົນຕີຄົນຫນຶ່ງ ໄດ້ຍື່ນໃບລາອອກ, ອີກຄົນຫນຶ່ງໄດ້ຖືກລະງັບ.

ໜ່ວຍງານຕໍ່ຕ້ານການທຸດຈະຣິດຂອງ Ukraine ໄດ້ດໍາເນີນການສອບສວນຄັ້ງໃຫຍ່, ຊຶ່ງກ່ຽວຂ້ອງກັບການກ່າວຫາວ່າ ມີເງິນໃນການທຸດຈະຣິດ ປະມານ 100 ລ້ານໂດລາ ໃນພາກພະລັງງານ.

Allan Lee ມີລາຍລະອຽດ.

ປະທານາທິບໍດີ Ukraine, Volodymyr Zelenskyy, ໄດ້ຮຽກຮ້ອງໃຫ້ມີການຖອດຖອນ ຣັດຖະມົນຕີກະຊວງຍຸຕິທັມ ແລະພະລັງງານງານ ຂອງ Ukraine ທ່າມກາງການທຸດຈະຣິດ ທີ່ກ່ຽວຂ້ອງກັບບໍຣິສັດພະລັງງານງານນິວເຄລັຍຂອງຣັດ.

"ຂ້າພະເຈົ້າເຊື່ອວ່າ ຣັດຖະມົນຕີກະຊວງຍຸຕິທັມ ແລະຣັດຖະມົນຕີກະຊວງພະລັງງານ ບໍ່ສາມາດຢູ່ໃນຕໍາແຫນ່ງຕໍ່ໄປໄດ້. ນີ້ຄືເລື່ອງຂອງຄວາມໄວ້ວາງໃຈ. ຖ້າມີຂໍ້ກ່າວຫາ, ກໍຕ້ອງໄດ້ຮັບການແກ້ໄຂ. ການຕັດສິນໃຈ ເລື່ອງການລະງັບການດຳຣົງຕໍາແຫນ່ງ ແມ່ນໄວເທົ່າທີ່ຈະເປັນໄປໄດ້. ຂ້າພະເຈົ້າໄດ້ຂໍຮ້ອງ ໃຫ້ນາຍົກຣັດຖະມົນຕີຂອງ Ukraine ໃຫ້ແນ່ໃຈ ວ່າຣັດຖະມົນຕີເຫລົ່ານີ້ ຍື່ນໃບລາອອກຈາກຕໍາແຫນ່ງ. ຂ້າພະເຈົ້າ ຂໍຮ້ອງໃຫ້ຜູ້ແທນຣາສດອນ ສນັບສນູນການລາອອກຈາກຕໍາແຫນ່ງເຫລົ່ານີ້."

ການປະກາດນັ້ນ ເກີດຂຶ້ນຫລັງຈາກຫນ່ວຍງານຕໍ່ຕ້ານການທຸດຈະຣິດ ຂອງ Ukraine ໄດ້ຄວບຄຸມໂຕບຸກຄົນ ຫ້າຄົນ ແລະລະບຸຜູ້ຕ້ອງຜູ້ສົງສັຍ ອີກເຈັດຄົນ ໃນການສອບສວນ ເລື່ອງທຸດຈະຣິດ ທີ່ກ່ຽວຂ້ອງກັບການກິນເງິນປະມານ 100 ລ້ານໂດລາໃນພາກພະລັງງານ.

ສຳນັກງານ ຕໍ່ຕ້ານການທຸດຈະຣິດແຫ່ງຊາດ (The National Anti- Corruption Bureau) ບໍ່ໄດ້ລະບຸຜູ້ຕ້ອງສົງສັຍ ແຕ່ໄດ້ກ່າວວ່າ ມີນັກທຸຣະກິດຄົນຫນຶ່ງ ທີ່ເຊື່ອວ່າ ເປັນຜູ້ບົງການ, ອະດີດທີ່ປຶກສາ ຂອງຣັດຖະມົນຕີ ພະລັງງານ ແລະຜູ້ບໍຣິຫານງານຂອງບໍຣິສັດພະລັງງານ Energoatom.

ໃນວັນອັງຄານ, ສຳນັກງານຍັງໄດ້ກ່າວຫາອີກແປດຄົນ ວ່າມີການຊື້ຈ້າງ, ໃຊ້ຕໍາແຫນ່ງໃນທາງທີ່ຜິດ ແລະເປັນເຈົ້າຂອງຊັບສິນທີ່ບໍ່ສົມສ່ວນ.

ປະທານາທິບໍດີ Zelenskyy ກ່າວວ່າ ມີການກະທຳທີ່ຜິດກົດຫມາຍ ໃນພາກພະລັງງານຂອງປະເທດ ແມ່ນ "ເປັນທີ່ຍອມຮັບບໍ່ໄດ້ເດັດຂາດ."

"ໃນຂນະນີ້, ມັນເປັນເລື່ອງຫຍຸ້ງຍາກຫລາຍສໍາລັບທຸກຄົນໃນ Ukraine- ຕ້ອງອົດທົນກັບການຂາດໄຟຟ້າ, ການໂຈມຕີຂອງຣັສເຊັຍ ແລະການສູນເສັຍ. ມັນເປັນທີ່ຍອມຮັບບໍ່ໄດ້ແທ້ໆວ່າ, ທ່າມກາງສິ່ງທັງຫມົດນີ້, ຍັງມີການກະທຳບາງຢ່າງ ຢູ່ໃນພາກພະລັງງານ. ຂ້າພະເຈົ້າ ຈະລົງຊື່ໃນຄໍາສັ່ງ ທີ່ຈະລົງໂທດສອງຄົນທີ່ກ່ຽວຂ້ອງ ກັບກໍຣະນີ ຂອງ NABU (National Anti-Corruption Bureau) ກ່ຽວກັບ Energoatom (ບໍຣິສັດພະລັງງານນິວເຄລັຍແຫ່ງຊາດ)."

Dr Ohla Mylanevska ຊາວເມືອງ Kyiv ກ່າວວ່າມັນເປັນເລື່ອງຍາກ ສໍາລັບຊາວ Ukraine ທີ່ຈະໄດ້ຍິນກ່ຽວກັບເລື່ອງນີ້.

"ມີຄວາມຮູ້ສຶກບໍ່ສະບາຍໃຈ ກ່ຽວກັບສິ່ງທີ່ລໍຖ້າເຮົາ. ພວກເຮົາບໍ່ເຂົ້າໃຈ. ມັນເປັນຄວາມຈິງ ໂດຍສະເພາະສໍາລັບຜູ້ສູງອາຍຸ ທີ່ອາສັຍຢູ່ໃນຕຶກຫ້ອງແຖວ ແລະບໍ່ມີເງິນທີ່ ຈະຊື້ເຄື່ອງປັ່ນໄຟຟ້າໃຫ້ຕົນເອງ, ບໍ່ສາມາດໃຊ້ເຄື່ອງເຮັດຄວາມອຸ່ນນ້ຳມັນທັມມະດາ ເພື່ອຮັກສາຄວາມອົບອຸ່ນໃຫ້ຕົນເອງ ເພາະເຂົາເຈົ້າບໍ່ສາມາດຊື້ໄດ້. ແລະສະນັ້ນ ຜູ້ຄົນຈຶ່ງມີຄວາມກົດດັນຫລາຍ."

ເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ ຂອງຣັດຖະບານ ແລະເພື່ອນຮ່ວມງານທີ່ໃກ້ຊິດກັບ Mr Zelenskyy ມີສ່ວນກ່ຽວຂ້ອງກັບເລື່ອງເສື່ອມໂຊມນີ້.

Yuliia Svyrydenko ນາຍົກຣັດຖະມົນຕີກ່າວວ່າ ຣັດຖະມົນຕີກະຊວງຍຸດຕິທັມ Herman Halushchenko ຈະຖືກລະງັບຈາກຕໍາແຫນ່ງຂອງລາວ, ແລະຣັດຖະມົນຕີ ກະຊວງພະລັງງານSvitlana Hrynchuk ໄດ້ຍື່ນໃບລາອອກແລ້ວ.

Oleh Saakian ນັກວິເຄາະການເມືອງໃນ Kyiv ກ່າວວ່າ ນີ້ເປັນການທົດສອບ ເຖິງປະສິດທິພາບຂອງຫນ່ວຍງານກົດຫມາຍຂອງ Ukraine.

"ພວກເຮົາກໍາລັງເວົ້າເຖິງ ແຜນການທຸດຈະຣິດ ທີ່ກ່ຽວຂ້ອງກັບພາກພະລັງງານ. ແລະບາງທີ ເຮົາອາດຈະຮຽນຮູ້ ກ່ຽວກັບພາກການປ້ອງກັນປະເທດ. ສິ່ງດຽວທີ່ຕ້ອງສັງເກດແມ່ນວ່າ ຈົນເຖິງເວລານີ້ ມັນເປັນພຽງແຕ່ຂ່າວລືເທົ່ານັ້ນ, ມັນເປັນສົງຄາມສື່, ແລະຕ້ອງມີຫລັກຖານໃນຂັ້ນຕອນຂອງສານ. ດັ່ງນັ້ນ ໃຫ້ເຮົາມາເບິ່ງວ່າ ຫນ່ວຍງານບັງຄັບໃຊ້ກົດຫມາຍ ແລະຫນ່ວຍຕໍ່ຕ້ານການທຸດຈະຣິດ ສາມາດເຮັດວຽກຂອງເຂົາເຈົ້າ ໄດ້ຢ່າງມີປະສິດທິພາບຫຼາຍປານໃດ."

Zelenskyy ໄດ້ຖືກກົດດັນ ໃຫ້ຟື້ນຟູຄວາມເປັນອິດສຣະ ຂອງຫນ່ວຍງານຕໍ່ຕ້ານການທຸດຈະຣິດ ຂອງ Ukraine ໃນລະດູຮ້ອນທີ່ຜ່ານມານີ້, ໂດຍລົ້ມລ້າງກົດຫມາຍທີ່ມີອາຍຸສັ້ນ ຊຶ່ງຈະທໍາລາຍຄວາມເປັນອິດສຣະຂອງເຂົາເຈົ້າ ແລະກໍ່ໃຫ້ເກີດການປະທ້ວງຢ່າງຫລວງຫລາຍ.

Mr Saakian ກ່າວວ່າ ສໍາລັບຫນ່ວຍງານຕໍ່ຕ້ານການທຸດຈະຣິດ ຂອງ Ukraine, ມັນເປັນການຕໍ່ສູ້ເພື່ອຄວາມຢູ່ລອດ.

ແລະລາວກ່າວວ່າ ມັນເປັນສິ່ງສໍາຄັນສໍາລັບ Ukraine ທີ່ຈະຖືກເບິ່ງວ່າ ສາມາດຕໍ່ສູ້ກັບການທຸດຈະຣິດໄດ້ ຖ້າຫາກມັນຖືກຍອມຮັບຢ່າງເຕັມທີ່ ໃນຖານະຣັດປະຊາທິປະໄຕ ໃນຢູໂຣບ.

"ການທຸດຈະຣິດມີຢູ່ໃນ Germany, Italy ແລະອີກຫລາຍປະເທດ. ແລະພວກເຮົາກໍາລັງສະແດງໃຫ້ເຫັນຮູບພາບ ຂອງປະເທດທີ່ສາມາດຕໍ່ສູ້ກັບການທຸດຈະຣິດ. ນີ້ຄື ສິ່ງທີ່ສາມາດເລີ່ມຕົ້ນຟື້ນຟູຄວາມຫມັ້ນໃຈ ໃນຄວາມສາມາດຂອງຊາວ Ukraine ແລະໃນທາງກົງກັນຂ້າມ, ສະແດງໃຫ້ເຫັນວ່າ Ukraine ຢືນຢູ່ຢ່າງຊັດແຈ້ງ ໃນຫລັກທັມຂອງຊາວຢູໂຣບ ແລະການສ້າງຣັດປະຊາທິປະໄຕ ຢູ່ເທິງພື້ນຖານຂອງການປົກຄອງຂອງກົດຫມາຍ. ເຖິງແມ່ນວ່າ ມັນຍັງບໍ່ທັນເປັນຣັດເຊັ່ນນັ້ນ, ແຕ່ Ukraineກໍຢູ່ໃນແຖວຫນ້າ ເພື່ອປົກປ້ອງຄວາມເປັນໄປໄດ້ ທີ່ຈະສ້າງຣັດດັງກ່າວ."

ລາຍງານໂດຍ Allan Lee ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service