ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ເຈຣະຈາສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ອ້າງວ່າຂໍ້ຕົກລົງUkraine ໃກ້ເຂົ້າມາແລ້ວ, ໃນຂນະທີ່ Volodymyr Zelenskyy ໄດ້ຕົກລົງ ໃນຫລັກການ ກັບໂຄງຮ່າງສັນຕິພາບໃຫມ່ ທີ່ສເນີໂດຍສະຫະຣັດອາເມຣິກາ.
ຢ່າງໃດກໍຕາມ, ປະທານາທິບໍດີ Ukraine ຍັງລະມັດລະວັງ ທີ່ຈະຖືກບັງຄັບໃຫ້ຮັບເອົາຂໍ້ຕົກລົງ ຕາມເງື່ອນໄຂຂອງຣັສເຊັຍ, ໃນຂນະທີ່ຊາວUkraine ເບິ່ງຄືວ່າ ບໍ່ເຕັມໃຈທີ່ຈະເຮັດຕາມຂໍ້ຮຽກຮ້ອງຂອງຣັສເຊັຍ.
Caroline Riches ລາຍງານ.
ປະທານາທິບໍດີ DonaldTrump ທີ່ປະກາດຕົວເອງ ວ່າເປັນປະທານາທິບໍດີແຫ່ງສັນຕິພາບ ແລະອ້າງວ່າ ລາວໃກ້ຈະຍຸດຕິສົງຄາມອີກເທື່ອຫນຶ່ງ.
"ຂ້າພະເຈົ້າ ໄດ້ຍຸດຕິສົງຄາມແປດເທື່ອ ໃນເກົ້າເດືອນ. ແລະພວກເຮົາ ກໍາລັງດຳເນີນການ ໃນສົງຄາມຄັ້ງສຸດທ້າຍ. ມັນບໍ່ງ່າຍ, ແຕ່ຂ້າພະເຈົ້າບໍ່ຮູ້. ຂ້າພະເຈົ້າຄິດວ່າ ພວກເຮົາຈະໄປເຖິງທີ່ນັ້ນ.
ສອງມື້ ກ່ອນວັນ Thanksgiving ໃນສະຫະຣັດອາເມຣິກາ, ປະທານາທິບໍດີ Trump ຫມັ້ນໃຈທີ່ຈະຍື່ນຄວາມເບີກບານ ຂອງເທດສະການ ໄປຫາຕາເວັນອອກໄກ ຂອງຢູໂຣບ, ບ່ອນທີ່ສົງຄາມ ລະຫວ່າງ Ukraine ແລະຣັສເຊັຍ ໄດ້ດໍາເນີນໄປເປັນເວລາ ເກືອບສີ່ປີ.
ມັນໄດ້ເຮັດໃຫ້ມີຜູ້ເສັຍຊີວິດ ຫລາຍກວ່າຫນຶ່ງລ້ານຄົນ, ແລະມີຜູ້ຮັບບາດເຈັບ ຈຳນວນຫຼາຍແສນຄົນ*
"ທະຫານ ຊາວຫ້າພັນຄົນ- ທັງ Ukraine, ຣັສເຊັຍ, ໃນເດືອນທີ່ຜ່ານມາ, ທະຫານ 25,000 ຄົນໄດ້ເສັຍຊີວິດ. ສະນັ້ນ ຂ້າພະເຈົ້າຄິດວ່າ ພວກເຮົາໃກ້ຈະບັນລຸຂໍ້ຕົກລົງແລ້ວ. ພວກເຮົາຈະຮູ້. ຂ້າພະເຈົ້າຄິດວ່າ ມັນຈະເກີດຂຶ້ນໄວກວ່ານັ້ນ. ພວກເຮົາໄດ້ບັນລຸແປດເທື່ອ. ຂ້າພະເຈົ້າຄິດວ່າ ມັນຈະງ່າຍກວ່າ. ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາກໍາລັງມີຄວາມຄືບຫນ້າ."
ໃນຂນະທີ່ຜູ້ສັງເກດການໂລກບາງຄົນໂຕ້ວ່າ Mr Trump ໄດ້ແກ້ໄຂສົງຄາມແປດເທື່ອແລ້ວ, ການເຈຣະຈາເທື່ອສຸດທ້າຍ ລະຫວ່າງສະຫະຣັດອາເມຣິກາ, ຣັສເຊັຍ ແລະ Ukraine ເບິ່ງຄືວ່າຈະໄດ້ຜົນ.
ປະທານາທິບໍດີ Ukraine, Volodymyr Zelenskyy ກ່າວວ່າ ລາວເຫັນພ້ອມໃນຫລັກການຂອງໂຄງຮ່າງຂໍ້ຕົກລົງ ຂອງສະຫະຣັດອາເມຣິກາ ເພື່ອຍຸດຕິຄວາມຂັດແຍ້ງ ກັບຣັສເຊັຍ, ເຖິງແມ່ນວ່າ ບາງຂໍ້ຕ້ອງໄດ້ມີການເຈຣະຈາຕື່ມອີກ.
"ຂ້າພະເຈົ້າພ້ອມແລ້ວ ທີ່ຈະພົບກັບປະທານາທິບໍດີ Trump-ມີຈຸດທີ່ລະອຽດອ່ອນ ທີ່ຈະສົນທະນາ, ພວກເຮົາຍັງມີມັນຢູ່, ແລະພວກເຮົາຄິດວ່າ ການມີຜູ້ນໍາຢູໂຣບຢູ່ທີ່ນັ້ນ ອາດເປັນປໂຍດ ແລະເຮົາມາສົນທະນາ ກ່ຽວກັບບັນຫາສໍາຄັນບາງຢ່າງ ໃນມື້ນີ້ໃນຮູບແບບປິດ (Closed Format)."
Mr Trump ໄດ້ເປີດເຜີຍແຜນການ 28 ຂໍ້ຂອງລາວ ໃນການຍຸດຕິສົງຄາມ ໃນອາທິດຜ່ານມາ, ຊຶ່ງກໍ່ໃຫ້ເກີດຄວາມວຸ້ນວາຍທາງການທູດ ໃນບັນດາເຈົ້າຫນ້າທີ່ອາເມຣິກາ, ຢູໂຣບ, ຣັສເຊັຍ ແລະ Ukraine ໃນ Switzerland.
ແຕ່ແຜນການນັ້ນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງ ສໍາລັບການໃຫ້ຣັສເຊັຍໄດ້ປຽບຢ່າງຫຼາຍ ໂດຍການຮຽກຮ້ອງໃຫ້ Ukraine ຍອມສລະດິນແດນ ແລະຫ້າມບໍ່ໃຫ້ເຂົ້າຮ່ວມ NATO.
ຕອນນີ້ ແຜນການສະບັບນັ້ນໄດ້ຖືກປັບປຸງໃຫມ່, ເຖິງແມ່ນວ່າ ຍັງບໍ່ທັນໄດ້ຖືກເຜີຍແພ່, ແລະກຳລັງມີການເຈຣະຈາຕື່ມອີກ ລະຫວ່າງ Dan Driscoll ເລຂາກອງທັບທະຫານ ຂອງສະຫະຣັດອາເມຣິກາ (US Army Secretary) ແລະເຈົ້າຫນ້າທີ່ ຂອງຣັສເຊັຍໃນ Abu Dhabi.
ເຖິງແມ່ນຈະມີຄວາມຫວັງ ທີ່ຈະມີຄວາມຄືບຫນ້າ, ແຕ່ Mr Zelenskyy ໄດ້ອ້າງເຖິງ ຄວາມຈິງທີ່ວ່າ ການເຈຣະຈານັ້ນ ກໍາລັງດໍາເນີນໄປ ໂດຍບໍ່ມີເຈົ້າຫນ້າທີ່ Ukraine-ແລະລາວໄດ້ຂໍຮ້ອງ ໃຫ້ຜູ້ນໍາຢູໂຣບ ມີສ່ວນຮ່ວມໃນການເຈຣະຈາທັງຫມົດ.
ລາວກ່າວວ່າ ການຕັດສິນໃຈດ້ານຄວາມໝັ້ນຄົງ ກ່ຽວກັບຢູໂຣບ ຕ້ອງມີຢູໂຣບຮ່ວມດ້ວຍ.
ລາວໄດ້ກ່າວຕື່ມວ່າ ຖ້າຫາກຣັສເຊັຍບໍ່ສະແດງໃຫ້ເຫັນຂັ້ນຕອນທີ່ແທ້ຈິງ ໃນການຍຸດຕິສົງຄາມ, Ukraine ຈະຮັກສາແນວຫນ້າ, ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ການປ້ອງກັນທາງອາກາດ ແລະຂວ້ຳບາດຣັສເຊັຍຕໍ່ໄປ.
"ຕາບໃດ ທີ່ຣັສເຊັຍຍັງບໍ່ໄດ້ປະຕິບັດ ຕາມຂັ້ນຕອນທີ່ແທ້ຈິງ ທີ່ຈະຢຸດການເຄື່ອນໄຫວທາງທະຫານ, ເພື່ອປິດເຄື່ອງຈັກສົງຄາມຂອງມັນ-ຂັ້ນຕອນ ທີ່ຈະສະແດງໃຫ້ເຫັນຢ່າງຊັດແຈ້ງ ວ່າຣັສເຊັຍຈິງຈັງ ກ່ຽວກັບການຍຸດຕິສົງຄາມຮຸກຮານນີ້-ເຮົາບໍ່ມີສິດ ທີ່ຈະຢຸດເຮັດວຽກໃນການ ສນັບສນູນ Ukraine, ເພື່ອສນັບສນູນຜູ້ຄົນຂອງເຮົາ, ແລະເພື່ອ ສນັບສນູນ ຄວາມໝັ້ນຄົງຮ່ວມກັນຂອງເຮົາ-ແລະເຮົາບໍ່ມີສິດ ທີ່ຈະຖອນກຳລັງຕົວເອງ."
ແລະໃນຂນະທີ່ຂີປະນາວຸດຂອງຣັສເຊັຍ ຍັງຕົກລົງມາໃນເມືອງ Kyiv,ຜູ້ນໍາຢູໂຣບບາງຄົນ ກໍສົງສັຍກ່ຽວກັບຄວາມຄືບຫນ້າຄືກັນ.
ໃນການກ່າວປາສັຍໃນຕາເວັນອອກກາງ ໃນກອງປະຊຸມທາງວິດີໂອ ຂອງສິ່ງທີ່ເອີ້ນວ່າ "ແນວຮ່ວມ ແຫ່ງຄວາມເຕັມໃຈ (Coalition of the Willing)" ຂອງ 35 ປະເທດທີ່ສນັບສນູນ Ukraine, ປະທານາທິບໍດີຝຣັ່ງ, Emmanuel Macron, ໄດ້ສົງສັຍຄວາມພ້ອມໃຈ ຂອງຣັສເຊັຍສໍາລັບສັນຕິພາບ.
"ເຫັນໄດ້ຢ່າງຊັດເຈນວ່າ ຣັສເຊັຍບໍ່ມີຄວາມເຕັມໃຈ ທີ່ຈະຕົກລົງກັນເລື່ອງການຢຸດຍິງ, ແລະຄໍາປາສັຍຂອງຣັດຖະມົນຕີການຕ່າງປະເທດຣັສເຊັຍ ໃນຫລາຍຊົ່ວໂມງຜ່ານມານີ້, ຫລັງຈາກການເຈຣະຈາຢູ່ Geneva, ໄດ້ສະແດງໃຫ້ເຫັນສິ່ງນີ້. ບໍ່ມີຄວາມເຕັມໃຈ ທີ່ຈະສົນທະນາ ກ່ຽວກັບແຜນທີ່ເອີ້ນວ່າ ແຜນການແກ້ໄຂ ຊຶ່ງໄດ້ເກີດຂຶ້ນຈາກການສົນທະນາທີ່ Geneva."
ໃນຂນະທີ່ ນາຍົກຣັດຖະມົນຕີ Keir Starmer ຂອງອັງກິດ ໄດ້ກ່າວຢ້ຳອີກ ເຖິງການຮຽກຮ້ອງ ໃຫ້ມີສັນຕິພາບທີ່ຍຸດຕິທັມ ແລະຍືນຍົງ.
"ເພາະສິ່ງທີ່ເຮົາທຸກຄົນຢາກເຫັນ, ແລະນີ້ຄືຫລັກການຊີ້ນໍາ (the Guiding Principles), ໂດຍສະເພາະໃນບໍ່ດົນມານີ້, ຄືການສິ້ນສຸດຄວາມໂຫດຮ້າຍຂອງຣັສເຊັຍໃນ Ukraine ແລະສັນຕິພາບທີ່ຍຸດຕິທັມ ແລະຍືນຍົງ. ແລະດັ່ງທີ່ເພື່ອນຮ່ວມງານທຸກຄົນໃນ Coalition of the Willingຮູ້, ທັງສອງຄໍານີ້, 'ຍຸດຕິທັມ' ແລະ 'ຍືນຍົງ', ແມ່ນສໍາຄັນຫລາຍ."
ໃນຂນະດຽວກັນ ໃນເມືອງ Kyiv ທີ່ຫນາວເຢັນ, ບ່ອນທີ່ມີລາຍງານວ່າ ຣັສເຊັຍໄດ້ໂຈມຕີ ແລະມີຜູ້ເສັຍຊີວິດຢ່າງຫນ້ອຍຫົກຄົນ, ຜູ້ຄົນໃນທ້ອງຖິ່ນ ເບິ່ງຄືວ່າບໍ່ເຕັມໃຈ ທີ່ຈະຍອມປອງດອງກັບເພື່ອນບ້ານ ທາງຕາເວັນອອກສຽງເຫນືອຂອງເຂົາເຈົ້າ.
ສາດສະດາຈານມະຫາວິທະຍາລັຍ Tetiana Yalokha ເປັນຄົນຫນຶ່ງທີ່ຍັງຕໍ່ຕ້ານຢູ່.
"Ukraine ຕ້ອງຢູ່ໃນອານາເຂດ ພາຍໃນເຂດແດນທີ່ລະບຸໄວ້ ໃນຣັດຖະທັມມະນູນຂອງເຮົາ. ແລະຂ້າພະເຈົ້າຄິດວ່າ ສັງຄົມຢູໂຣບກໍຢືນຢັນ ໃນເລື່ອງນີ້ເຊັ່ນກັນ. ເປັນໄປໄດ້ບໍ່ ທີ່ຈະປອງດອງກັບຣັສເຊັຍ? ບາງທີອາດເປັນຈໍານວນກຳລັງຄົນ. ຂ້ອຍບໍ່ຍອມຮັບການປະນີປະນອມ ທີ່ຈະບັງຄັບໃຫ້ພາສາຣັສເຊັຍ ເປັນພາສາທາງການທີສອງ."
ໃນຂນະທີ່ Liubov Petrivna, ຜູ້ອາສັຍຢູ່ໃນຕຶກຫລັງຫນຶ່ງ ທີ່ໄດ້ຮັບຄວາມເສັຍຫາຍຈາກການໂຈມຕີ, ໄດ້ເວົ້າວ່ານາງຮູ້ສຶກຫມົດຫວັງ.
"ຂ້ອຍບໍ່ເຊື່ອ (ວ່າແຜນສັນຕິພາບ), ບໍ່ມີໃຜຈະເຮັດຫຍັງເລີຍ. (Vladimir) Putin ຈະບໍ່ຢຸດຈົນກວ່າລາວຈະທຳລາຍພວກເຮົາ."
ລາຍງານໂດຍ Caroline Riches ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao








