ຢູໂຣບ ຈະຮ່ວມປະຊຸມສັນຕິພາບຂອງ Ukraine.

The White House logo

ປະເທດອັງກິດ, Italy, Finland ແລະ France ຈະເຂົ້າຮ່ວມການປະຊຸມ ລະຫວ່າງປະທານາທິບໍດີ ຂອງUkraine, Volodymyr Zelenskyy ແລະປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ທີ່ White House ເພື່ອຫາລື ກ່ຽວກັບການຍຸດຕິສົງຄາມໃນ Ukraine. Source: Anadolu / Anadolu/Anadolu via Getty Images

ປະເທດອັງກິດ, Italy, Finland ແລະ France ຈະເຂົ້າຮ່ວມການປະຊຸມ ລະຫວ່າງປະທານາທິບໍດີ ຂອງUkraine, Volodymyr Zelenskyy ແລະປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ທີ່ White House ເພື່ອສນັບສນູນ ປະທານາທິບໍດີ Ukraine, ຜູ້ທີ່ຖືກກົດດັນ ຈາກສະຫະຣັດອາເມຣິກາ ໃຫ້ຮັບເອົາຂໍ້ຕົກລົງສັນຕິພາບ ຢ່າງຮີບດ່ວນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຢູໂຣບ ຈະຮ່ວມປະຊຸມສັນຕິພາບຂອງ Ukraine.

ຜູ້ນໍາຢູໂຣບ ຈະເຂົ້າຮ່ວມການປະຊຸມ ປະທານາທິບໍດີ ຂອງUkraine, Volodymyr Zelenskyy ແລະປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ທີ່ White House ເພື່ອຫາລື ກ່ຽວກັບການຍຸດຕິສົງຄາມໃນ Ukraine.

ປະເທດອັງກິດ, Italy, Finland ແລະ France ຈະເຂົ້າຮ່ວມການປະຊຸມ ເພື່ອສນັບສນູນ ປະທານາທິບໍດີ Ukraine, ຜູ້ທີ່ຖືກກົດດັນ ຈາກສະຫະຣັດອາເມຣິກາ ໃຫ້ຮັບເອົາຂໍ້ຕົກລົງສັນຕິພາບ ຢ່າງຮີບດ່ວນ.

ຫຼັງຈາກການພົບກັນ ຫນ້າຕໍ່ຫນ້າ ຂອງ Mr Trump ກັບປະທານາທິບໍດີ Vladimir Putin ຂອງຣັສເຊັຍ ໃນ Alaska, ຊຶ່ງ Ukraine ບໍ່ໄດ້ເຂົ້າຮ່ວມ,ແລະໄດ້ຍຸດຕິລົງ ໂດຍບໍ່ໄດ້ບັນລຸຂໍ້ຕົກລົງຢຸດຍິງ.

Angelica Waite ລາຍງານ.

ຜູ້ນໍາຢູໂຣບ ກໍາລັງຕຽມພ້ອມ ທີ່ຈະເຂົ້າຮ່ວມ ກັບປະທານາທິບໍດີ ຂອງUkraine, Volodymyr Zelenskyy, ໃນການປະຊຸມກັບປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ.

ປະເທດອັງກິດ, Italy, Finland ແລະ France ຈະເຂົ້າຮ່ວມ ການປະຊຸມກັບປະທານາທິບໍດີ Ukraine.-ຊຶ່ງຄາດວ່າ ຈະມີການສົນທະນາ ກ່ຽວກັບການຍຸດຕິສົງຄາມໃນ Ukraine.

ປະທານຄນະກັມມາທິການຢູໂຣບ, Ursula von der Leyen, ຜູ້ທີ່ຈະໄປຮ່ວມກອງປະຊຸມທີ່ White House, ກ່າວວ່າ ການຮັບປະກັນຄວາມປອດພັຍ ທີ່ເຂັ້ມແຂງ ສໍາລັບ Ukraine ແລະຢູໂຣບ ຈະເປັນສິ່ງສໍາຄັນ.

"ກ່ອນອື່ນ, ເຮົາຕ້ອງມີການຮັບຮອງ ຄວາມປອດພັຍທີ່ເຂັ້ມແຂງ ເພື່ອປົກປ້ອງຜົນປໂຍດ ດ້ານຄວາມໝັ້ນຄົງ ທີ່ສໍາຄັນຂອງ Ukraine ແລະຢູໂຣບ. Ukraine ຕ້ອງສາມາດຮັກສາ ອະທິປະໄຕ ແລະເຂດແດນຂອງຕົນ. ບໍ່ມີຂໍ້ຈໍາກັດ ສໍາລັບກອງທັບທະຫານ Ukraine."

ມັນເປັນຈຸດຢືນ ທີ່ປະທານາທິບໍດີ ຂອງປະເທດຝຣັ່ງ, Emmanuel Macron, ຊຶ່ງກ່າວວ່າ ຢູໂຣບເປັນຫນຶ່ງດຽວກັນ ໃນການສນັບສນູນ ປະເທດ Ukraine.

ລາວກ່າວວ່າ ຜົນການປະຊຸມ ບໍ່ສາມາດເປັນລາງວັນ ແກ່ປະທານາທິບໍດີ Vladimir Putin ຂອງຣັສເຊັຍ ສໍາລັບການຮຸກຮານປະເທດ Ukraine.

"ຖ້າຫາກພວກເຮົາອ່ອນແອ ຕໍ່ຣັສເຊັຍໃນມື້ນີ້, ພວກເຮົາຈະຕຽມຄວາມຂັດແຍ້ງໃນມື້ອື່ນ... ສະນັ້ນ ຈຶ່ງຕ້ອງບໍ່ມີຄວາມອ່ອນແອ. ໃນທີ່ສຸດ, ສິ່ງທີ່ເຮົາກໍາລັງເວົ້າ ແມ່ນວ່າ ເຮົາຕ້ອງການສັນຕິພາບ... ແຕ່ເຮົາເຮົາຕ້ອງການ ສັນຕິພາບທີ່ເຂັ້ມແຂງ, ສັນຕິພາບ ທີ່ບໍ່ສາມາດເປັນການຍິນຍອມໄດ້. ສັນຕິພາບ ທີ່ບໍ່ສາມາດແລກປ່ຽນ ກັບຄວາມໝັ້ນຄົງ ຂອງຊາວຢູໂຣບໄດ້."

ມັນເກີດຂຶ້ນ ໃນຂນະທີ່ Ukraine ກຳລັງປະເຊີນ ກັບຄວາມກົດດັນ ຈາກສະຫະຣັດອາເມຣິກາ ໃຫ້ຍອມຮັບເອົາຂໍ້ຕົກລົງສັນຕິພາບ, ຫລັງຈາກການປະຊຸມ ຫນ້າຕໍ່ຫນ້າ ຂອງ Mr Trump ກັບປະທານາທິບໍດີ Vladimir Putin ຂອງຣັສເຊັຍໃນ Alaska ຊຶ່ງຍຸດຕິລົງໂດຍ ບໍ່ໄດ້ບັນລຸຂໍ້ຕົກລົງການຢຸດຍິງ.

ປະທານາທິບໍດີ ສະຫະຣັດອາເມຣິກາ ໄດ້ອອກມາຈາກກອງປະຊຸມ ທີ່ສອດຄ່ອງກັບ Moscow ຫຼາຍກວ່າ ໃນການສແວງຫາ ຂໍ້ຕົກລົງສັນຕິພາບ ແທນທີ່ຈະຈັດການເລື້ອງການຢຸດຍິງກ່ອນ.

Marco Rubio ຣັຖມົນຕີກະຊວງການຕ່າງປະເທດເມຣິກາ ກ່າວວ່າ ການຕົກລົງກັນ ເລື່ອງສັນຕິພາບທີ່ຍືນຍົງ ແມ່ນສິ່ງທີ່ຕ້ອງການ.

"ໃຜຈະຕໍ່ຕ້ານຄວາມຈິງ ຖ້າຫາກມື້ອື່ນ ພວກເຮົາມາຫາທ່ານ ແລະເວົ້າວ່າ, ພວກເຮົາມີຂໍ້ຕົກລົງສັນຕິພາບຢ່າງເຕັມທີ່ ແລະມັນໄດ້ບັນລຸແລ້ວ, ຂ້າພະເຈົ້າຄິດວ່າ ນັ້ນເປັນວິທີທີ່ດີທີ່ສຸດ ທີ່ຈະຍຸດຕິສົງຄາມ. ບັດນີ້, ບໍ່ວ່າຈໍາເປັນຕ້ອງມີການຢຸດຍິງຫລືບໍ່, ພວກເຮົາສນັບສນູນສິ່ງນັ້ນ. ຫນ້າເສັຍໃຈ ທີ່ຊາວຣັສເຊັຍ ໃນເວລານີ້ ຍັງບໍ່ໄດ້ເຫັນນຳກັບເລື້ອງນີ້. ແຕ່ສິ່ງທີ່ຕ້ອງການໃນທີ່ນີ້, ສິ່ງທີ່ເຮົາຕັ້ງເປົ້າຫມາຍຢູ່ທີ່ນີ້, ບໍ່ແມ່ນການຢຸດຍິງ. ສິ່ງທີ່ເຮົາຕັ້ງເປົ້າຫມາຍໄວ້ ໃນທີ່ສຸດ ແມ່ນການຍຸດຕິສົງຄາມນີ້."

ໃນຂນະທີ່ບາງຄົນເຫັນວ່າ ການເຈຣະຈານັ້ນ ເຮັດໃຫ້ມີການເຄື່ອນໄຫວພຽງເລັກນ້ອຍ ໃນການເຈຣະຈາ, ເເຕ່ Steve Witkoff, ທູດພິເສດຂອງDonald Trump, ກ່າວວ່າ ການປະຊຸມນັ້ນ ມີຄວາມຄືບຫນ້າຢ່າງສໍາຄັນ ໃນການຮັບປະກັນ ຄວາມໝັ້ນຄົງ ທີ່ອາດເກີດຂຶ້ນສໍາລັບ Ukraine.

ປະທານາທິບໍດີ Vladimir Putin ຂອງຣັສເຊັຍ ຕັດບໍ່ໃຫ້ Ukraine ເປັນສະມາຊິກ ຂອງອົງການສົນທິສັນຍາແອດແລນຕິກເຫນືອ (the North Atlantic Treaty Organisation-NATO).

ແຕ່ Mr Witkoff ກ່າວວ່າຂໍ້ ຕົກລົງເລື່ອງສັນຕິພາບ ທີ່ຫາລືກັບຣັສເຊັຍ ສາມາດຮວມເຖິງ ການຮັບຮອງທີ່ຄ້າຍກັບ ມາດຕາ 5 ຂອງກົດບັດພັນທະມິດ (the Alliance's Charter), ຊຶ່ງບັງຄັບໃຫ້ສະມາຊິກຂອງ NATOປົກປ້ອງເພື່ອນສະມາຊິກ ຈາກການໂຈມຕີ.

"ມັນຫມາຍຄວາມວ່າ ສະຫະຣັດອາເມຣິກາ ມີຄວາມສາມາດ ທີ່ຈະໃຫ້ການຮັບຮອງຄວາມປອດໄພ ຕາມມາດຕາ 5, ບໍ່ແມ່ນຈາກ NATO,ແຕ່ໂດຍກົງ ຈາກສະຫະຣັດອາເມຣິກາ ແລະປະເທດອື່ນໆໃນຢູໂຣບ. ນັ້ນເປັນເລື່ອງໃຫຍ່. ຂ້າພະເຈົ້າຫມາຍຄວາມວ່າ ໃຫຍ່ແທ້ໆ."

Mr Macron ກ່າວວ່າ ເນື້ອຫາຂອງການຮັບປະກັນ ຄວາມໝັ້ນຄົງ ໃນຂໍ້ຕົກລົງສັນຕິພາບ ສໍາລັບ Ukraine ຈະສໍາຄັນ ຫລາຍກວ່າການທີ່ເຂົາເຈົ້າຈະໄດ້ຮັບ ມາດຕາ (Article) 5 ຫລືບໍ່.

ໃນຂນະດຽວກັນ Friedrich Merz, ນາຍົກຣັຖະມົນຕີ Germany ກ່າວວ່າ ການຮັບປະກັນເຊັ່ນນັ້ນ ບົ່ງຊີ້ວ່າ ສະຫະຣັດອາເມຣິກາ ຈິງຈັງກ່ຽວກັບການຫາຂໍ້ຕົກລົງ ດ້ານຄວາມໝັ້ນຄົງ ທີ່ເປັນປໂຍດຕໍ່ Ukraine.

"ຂ້າພະເຈົ້າຄິດວ່າ ມັນເປັນຄວາມກ້າວຫນ້າທີ່ຍິ່ງໃຫຍ່ ທີ່ອາເມຣິກາພ້ອມທີ່ຈະໃຫ້ ການຮັບປະກັນຄວາມໝັ້ນຄົງເຊັ່ນນັ້ນ ຮ່ວມກັບພວກເຮົາຊາວຢູໂຣບ, ແຕ່ວຽກງານສໍາຄັນ ໃນຂໍ້ຕົກລົງສັນຕິພາບ, ຖ້າຫາກບໍ່ມີການຢຸດຍິງໃນເວລານີ້, ວຽກງານທີ່ສໍາຄັນ ໃນການຕົກລົງກັນ ເລື່ອງສັນຕິພາບນັ້ນ ແມ່ນຢູ່ຂ້າງຫນ້າຂອງທຸກຄົນທີ່ກ່ຽວຂ້ອງ ແລະບໍ່ແມ່ນຢູ່ຂ້າງຫລັງຂອງເຮົາ."

Mr Zelenskyy ຍິນດີ ກັບຄວາມຄິດເຫັນຂອງຣັຖບານ Trump ກ່ຽວກັບຂໍ້ຕົກລົງ ເລື່ອງການທະຫານ, ແຕ່ກ່າວວ່າ ການເສີມກຳລັງກອງທັບຂອງ Ukraine ຕ້ອງເປັນສ່ວນຫນຶ່ງ ຂອງການຮັບປະກັນຄວາມປອດພັຍໃດໆກໍຕາມ.

"ກອງທັບທີ່ເຂັ້ມແຂງ ເປັນສິ່ງດຽວທີ່ສາມາດຮັບປະກັນຄວາມປອດພັຍໄດ້. ພຽງແຕ່ Ukraine ເທົ່ານັ້ນທີ່ ສາມາດໃຫ້ສິ່ງນີ້ໄດ້. ຂ້າພະເຈົ້າເຊື່ອວ່າ ມີພຽງແຕ່ຢູໂຣບເທົ່ານັ້ນ ທີ່ສາມາດຈັດຫາເງິນທຶນ ໃຫ້ກອງທັບນີ້, ແລະອາວຸດສໍາລັບກອງທັບ ສາມາດຈັດຫາໄດ້ ຈາກການ ຜລິດໃນປະເທດ ແລະການຜລິດໃນຢູໂຣບ, ແຕ່ມີບາງສິ່ງ ທີ່ຂາດແຄນ ແລະມີສະເພາະ ຢູ່ໃນສະຫະຣັດອາເມຣິກາເທົ່ານັ້ນ."

ໃນຄໍາຖແລງ ທີ່ອອກມາຫລັງຈາກການປະຊຸມກັບ Mr Trump, Mr Putin ກ່າວວ່າ ປະເທດຣັສເຊັຍ ຢາກດໍາເນີນຕໍ່ໄປ ໃນການແກ້ໄຂບັນຫາທັງຫມົດ ໂດຍສັນຕິວິທີ.

ແຫລ່ງຂ່າວທີ່ ໄດ້ຮັບການແຈ້ງບອກ ກ່ຽວກັບຄວາມຄິດຂອງຣັສເຊັຍ ໄດ້ບອກ Reuters ວ່າ ຜູ້ນໍາຂອງສະຫະຣັດອາເມຣິກາ ແລະຣັສເຊັຍ ໄດ້ສົນທະນາ ກ່ຽວກັບການສເນີໃຫ້ຣັສເຊັຍ ປະຖິ້ມເຂດຍຶດຄອງນ້ອຍໆ ຂອງ Ukraine ເພື່ອແລກປ່ຽນກັບ Ukraine ທີ່ຈະມອບແຜ່ນດິນ ຢູ່ພາກຕາເວັນອອກ, ແລະຢຸດພັກແນວໜ້າຢູ່ບ່ອນອື່ນ.

ເຈົ້າຫນ້າທີ່ລະດັບສູງ ຂອງສະຫະຣັດອາເມຣິກາ ຍັງໄດ້ກ່າວເຖິງ

ໂຊກຊາຕາ ຂອງເຂດ Donbas ພາກຕາເວັນອອກຂອງ Ukraine-ຊຶ່ງຮວມເຖິງ Donetsk ແລະ Luhansk, ແລະຊຶ່ງສ່ວນຫລາຍ ຢູ່ພາຍໃຕ້ການຄວບຄຸມ ຂອງຣັສເຊັຍແລ້ວ-ອາດຢູ່ໃນຂັ້ນອັນຕະຣາຍ.

ໃນຂນະດຽວກັນ, Mr Zelenskyy ໄດ້ເນັ້ນຫນັກຄວາມບໍ່ເຕັມໃຈ ຂອງລາວທີ່ ຈະມອບທີ່ດິນແດນໃຫ້ແກ່ຣັສເຊັຍ.

"ຣັສເຊັຍ ຍັງບໍ່ປະສົບຄວາມສໍາເຣັດ ໃນເຂດ Donetsk. Putin ບໍ່ສາມາດຍຶດເອົາມັນໄດ້ ເປັນເວລາ 12 ປີ ແລະຣັຖທັມມະນູນ ຂອງUkraine ເຮັດໃຫ້ມັນເປັນໄປບໍ່ໄດ້. ເປັນໄປບໍ່ໄດ້ ທີ່ຈະປະຖິ້ມເຂດແດນ ຫລືແລກປ່ຽນແດນດິນ. ເນື່ອງຈາກວ່າ ບັນຫາເລື່ອງເຂດແດນ ແມ່ນສໍາຄັນຫລາຍ, ມັນຄວນຖືກສົນທະນາ ໂດຍຜູ້ນໍາ Ukraine ແລະປະເທດຣັສເຊັຍ ແລະຝ່າຍທີສາມ. Ukraine, ສະຫະຣັດອາເມຣິກາ, ປະເທດຣັສເຊັຍເທົ່ານັ້ນ. ຈົນເຖິງເວລານີ້, ຣັສເຊັຍບໍ່ໄດ້ບອກວ່າ ການເຈຣະຈາສາມຝ່າຍ ຈະເກີດຂຶ້ນ."

ຄວາມຫວັງຈາກຜູ້ນໍາຢູໂຣບແມ່ນວ່າ ການເຂົ້າຮ່ວມຂອງເຂົາເຈົ້າ ໃນກອງປະຊຸມນັ້ນ ຢ່າງຫນ້ອຍຈະຊ່ອຍ Mr Zelenskyy ໃຫ້ບໍ່ຕ້ອງປະເຊີນກັບເຫດການ ຂອງການປະຊຸມເທື່ອສຸດທ້າຍຂອງ ຢູ່ Washington ໃນເດືອນກຸມພາ, ຊຶ່ງໄດ້ເຫັນ Trump ແລະຮອງປະທານາທິບໍດີ JD Vance ທີ່ຕິຕຽນຜູ້ນໍາ Ukraine ຢ່າງເປີດເຜີຍ ເລື້ອງການນຸ່ງເຄື່ອງ, ແລະກ່າວຫາວ່່າ ເປັນຄົນເນຣະຄຸນ ແລະບໍ່ມີຄວາມເຄົາຣົບ.

ເນື້ອເລື່ອງໂດຍ  Angelica Waite    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service