ກອງກໍາລັງຣັດເຊຍໄດ້ຍຶດພື້ນທີ່ຢູ່ໃນເມືອງ Donetsk. ເຖິງຢ່າງໃດກໍຕາມ, ກອງທັບຂອງ ຢູເຄຣນ ກໍມີຄວາມຄືບຫນ້າດ້ວຍການເປີດທາງລົດໄຟໃຕ້ດິນອີກ ໃນເມືອງ Kharkiv ຊຶ່ງເປັນບ່ອນທີ່ ປະຊາຊົນໃຊ້ລີ້ໄພຈາກການໂຈມຕີ.
ເປັນເວລາສາມເດືອນແລ້ວ ນັບແຕ່ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ສັ່ງໃຫ້ກໍາລັງເຂົ້າໄປໃນຢູເຄຣນ (24 Feb 2022) ແລະ ການຕົກຕ່ຳທາງເສດຖະກິດ ຈາກການໂຈມຕີກໍຊຸດໜັກລົງ, ແລະສະຫະລັດກໍໄດ້ທໍາການເຄື່ອນໄຫວຕື່ມອີກ ເພື່ອລົງໂທດຣັດເຊຍ.
ກອງກໍາລັງຂອງຣັດເຊຍ ກໍຄືບຫນ້າຕໍ່ໄປ ຢູ່ພາກຕາເວັນອອກ ຂອງ ຢູເຄຣນ ໂດຍໄດ້ເຂົ້າຄວບຄຸມ ສາມເມືອງໃນເຂດ Donetsk ບ່ອນທີ່ມີລາຍງານວ່າ ມີພົນລະເຮືອນຢ່າງຫນ້ອຍ ນຶ່ງຄົນໄດ້ຖືກຂ້າຕາຍ.
ປະຊາຊົນຢູເຄຣນ ເກືອບ 4,000 ຄົນຄາດວ່າໄດ້ເສຍຊີວິດ ນັບຕັ້ງແຕ່ການເລີ້ມຕົ້ນຂອງການຂັດແຍ້ງກັນໃນເດືອນ ກຸມພາ ໂດຍອີງຕາມຕົວເລກຂອງ ອົງການສະຫະປະຊາຊາດ ແລະປະມານ 4,500 ຄົນໄດ້ຮັບການຢືນຢັນວ່າໄດ້ຮັບບາດເຈັບ - ເຖິງຢ່າງໃດກໍຕາມ ຕົວເລກທີ່ແທ້ຈິງອາດຈະສູງກວ່ານັ້ນ.
ທ່ານ George Soros ນັກການເງິນ ມະຫາເສດຖີ ອາຍຸ 91 ປີ ເປັນຫ່ວງວ່າການຮຸກຮານຂອງຣັດເຊຍໃນ ຢູເຄຣນ ອາດເປັນຂີດຫມາຍຂອງການເລີ່ມຕົ້ນສົງຄາມໂລກຄັ້ງທີສາມ.
ທ່ານກ່າວວ່າການໂຈມຕີໄດ້ເຮັດໃຫ້ ຢູໂຣບ ສັ່ນສະເທືອນໄປຮອດ ແກນກາງຂອງມັນ.
"ສະຫະພາບຢູໂຣບໄດ້ຖືກສ້າງຕັ້ງຂຶ້ນເພື່ອປ້ອງກັນບໍ່ໃຫ້ສິ່ງດັ່ງກ່າວເກີດຂຶ້ນ. ເຖິງແມ່ນວ່າການສູ້ຮົບຈະຢຸດເຊົາ, ຕາມທີ່ມັນຕ້ອງເປັນ, ແຕ່ສະຖານະການຈະບໍ່ມີວັນກັບຄືນສູ່ສິ່ງທີ່ເຄີຍເປັນມາກ່ອນ."
ເລຂາທິການອົງການ NATO ຫຼື ອົງການສົນທິສັນຍາແອັດແລນຕິກເຫນືອ, ທ່ານ Jens Stoltenberg ໄດ້ເພີ່ມສຽງຂອງທ່ານຕໍ່ຄໍາເຕືອນຈາກອົງການສະຫະປະຊາຊາດ ແລະ ຫນ່ວຍງານຊ່ວຍເຫຼືອກ່ຽວກັບວິກິດການດ້ານອາຫານທົ່ວໂລກ ທີ່ເກີດຈາກບັນຫາຂັດແຍ້ງໃນ ຢູເຄຣນ.
ທ່ານກ່າວວ່າ ຢູເຄຣນ ຕ້ອງໄດ້ຮັບອະນຸຍາດ ໃຫ້ຂົນເມັດພືດອອກຈາກປະເທດ.
"ກ່ອນອື່ນຫມົດ ແລະ ສໍາຄັນທີ່ສຸດ, ມັນເຖິງເວລາແລ້ວທີ່ ປະທານາທິບໍດີ Putin ຈະຍົກເລີກການປິດລ້ອມ Odessa ແລະ ທ່າເຮືອ ຢູເຄຣນ ທັງຫມົດ ເພື່ອອະນຸຍາດໃຫ້ມີການສົ່ງອອກເມັດພືດ ຈາກ ຢູເຄຣນ ເພາະວ່ານີ້ແມ່ນຄວາມຮັບຜິດຊອບຂອງລາວແທ້ໆ. ສົງຄາມແມ່ນເຮັດໃຫ້ມີການຂາດແຄນອາຫານແລະລາຄາເພີ່ມຂຶ້ນ - ມັນບໍ່ແມ່ນການລົງໂທດຂອງ NATO ຫຼື EU, ແທ້ຈິງແລ້ວມັນເປັນຜົນສະທ້ອນໂດຍກົງຂອງສົງຄາມແລະການປິດກັ້ນຂອງລັດເຊຍ."
ໃນບໍ່ຊ້ານີ້, ສະຫະພາບ ຢູໂຣບ ຄາດວ່າຈະຜ່ານການລົງໂທດອີກເທື່ອນຶ່ງ ຕໍ່ ຣັດເຊຍ, ໃນຂະນະທີ່ບັນດາປະເທດສະມາຊິກ ສັນຍາວ່າ ຈະສະແດງຄວາມເປັນເອກະພາບກັນ.
ເຖິງຢ່າງໃດກໍຕາມ ລັດຖະມົນຕີການຕ່າງປະເທດ ໂປແລນ ທ່ານ Zbiginiew Rau ກໍເຕືອນວ່າ ຢ່າຄຶດຣັດເຊຍຈະ ປ່ຽນແປງເມື່ອມີການປະກາດຢຸດຍິງ.
"ຂ້າພະເຈົ້າຈະເວົ້າຄວາມຈິງ: ໃນຫຼາຍພາກສ່ວນຂອງເອີຣົບມີຄວາມຄາດຫວັງທີ່ຈະເຫັນວ່າ ຣັດເຊຍຈະປ່ຽນແປງທັນທີຫຼັງຈາກການຢຸດຍິງ ນັ້ນບໍ່ແມ່ນພຽງເປັນແຕ່ຄວາມຝັນ ແຕ່ເປັນອັນຕະລາຍໂດຍກົງຕໍ່ສັນຕິພາບໃນເອີຣົບ, ລວມທັງອັນຕະລາຍຂອງການໂຈມຕີດ້ວຍອາວຸດຕໍ່ບັນດາປະເທດທີ່ຢູ່ທາງຕາເວັນອອກຂອງ NATO ອີກດ້ວຍ."
ສະຫະລັດ ກໍາລັງປິດກັ້ນບໍ່ໃຫ້ ຣັດເຊຍ ມີຄວາມສາມາດທີ່ຈະຈ່າຍຫນີ້ສິນຫຼາຍພັນລ້ານຄືນໃຫ້ແກ່ນັກລົງທຶນນາໆຊາດ, ໃນຂະນະທີ່ ຜູ້ນໍາໂລກ ຄົນອື່ນໆໄດ້ຊຸກຍູ້ໃຫ້ມີການລົງໂທດທາງດ້ານການເງິນຫລາຍຂຶ້ນ ແລະ ຍັງມີແຜນການທີ່ຈະບໍ່ຕໍ່ອາຍຸໃບອະນຸຍາດ ຊຶ່ງອະນຸຍາດໃຫ້ ຣັດເຊຍ ສືບຕໍ່ຊໍາລະຫນີ້ສິນໂດຍຜ່ານທະນາຄານ ສະຫະລັດ.
ປະທານາທິບໍດີ Lithuania ທ່ານ Gitanas Nauseda ຢາກຈະແຍກຣັດເຊຍອອກຈາກ SWIFT ຊຶ່ງເປັນລະບົບການສົ່ງຂໍ້ຄວາມທາງການເງິນຕື່ມອີກ.
ໃນຕົ້ນປີນີ້, ຄະນະກໍາມະການເອີຣົບໄດ້ສະເຫນີທີ່ຈະປົດທະນາຄານລັດເຊຍບາງແຫ່ງອອກຈາກ SWIFT ເພື່ອຕັດການຕິດຕໍ່ກັບຕ່າງປະເທດ.
"ພວກເຮົາຕ້ອງແຍກລັດເຊຍອອກຈາກອົງການວັດທະນະທໍາ, ການເມືອງ, ເສດຖະກິດທັງໝົດ. ພວກເຮົາຕ້ອງເຮັດຢ່າງເດັດຂາດກວ່າເກົ່າ ໂດຍແຍກຣັດເຊຍ ອອກຈາກ SWIFT. ເຖິງແມ່ນວ່າ ພວກເຮົາໄດ້ເຮັດໄປແລ້ວບາງສ່ວນ, ແຕ່ວ່ານີ້ຍັງບໍ່ພຽງພໍ."
ແຕ່ໃນສັນຍານແຫ່ງຄວາມກ້າວຫນ້າ, ລະບົບລົດໄຟໃຕ້ດິນຂອງ ຢູເຄຣນ ໄດ້ເລີ້ມເປີດຂຶ້ນໃໝ່ອີກໃນເມືອງໃຫຍ່ອັນດັບສອງ, ເມືອງ Kharkiv ຫຼັງຈາກທີ່ຫລາຍພັນຄົນໄດ້ພັກຢູ່ທີ່ນັ້ນ. ຫລາຍຄົນທີ່ສູນເສຍ ບ້ານເຮືອນຍັງຄົງຢູ່ໃຕ້ດິນ.
ການກະທຳດັ່ງກ່າວ ກໍາລັງຖືກເບິ່ງວ່າ ເປັນຫລັກຖານເຖິງ ໄຊຊະນະ ທາງທະຫານທີ່ໃຫຍ່ທີ່ສຸດຂອງ ຢູເຄຣນ ໃນບໍ່ເທົ່າໃດອາທິດຜ່ານມານີ້.
ເນື້ອເລື່ອງໂດຍ Stephanie Corsetti ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ