ໃນຄໍາປາສັຍຂອງ Donald Trump ທີ່ UN

NY: Trump speaks at the United Nations General Assembly

ປະທານາທິບໍດີ ສະຫະຣັດອາເມຣິກາ Donald Trump ກຳລັງກ່າວຄຳປາສັຍທີ່ ປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ. Source: SIPA USA / Laura Brett/Sipa USA

ການເຂົ້າຮ່ວມປະຊຸມໃຫຍ່ ສະຫະປະຊາຊາດ ຂອງ Donald Trump ແມ່ນເລື້ອງທີ່ຄາດເດົາໄດ້ຍາກວ່າມັນຈະເປັນແນວໃດ. Donald Trump ໄດ້ເຮັດໃຫ້ສະຫະປະຊາຊາດຕົກຕະລຶງ, ໂດຍໃຊ້ຄໍາປາສັຍຂອງລາວ ໃນທີ່ປະຊຸມສະມັດຊາໃຫຍ່ ເພື່ອແນະນໍາວ່າ ປະເທດອື່ນໆກຳລັງ "ຕົກນາຮົກ" ເພາະການຍ້າຍຖິ່ນຖານ ແລະປະຕິເສດວິທະຍາສາດ ໂດຍເອີ້ນການປ່ຽນແປງອາກາດວ່າ 'ຫຼອກລວງ-con'.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄໍາປາສັຍຂອງ Donald Trump ທີ່ UN

Donald Trump ໄດ້ເຮັດໃຫ້ສະຫະປະຊາຊາດຕົກຕະລຶງ, ໂດຍໃຊ້ຄໍາປາສັຍຂອງລາວ ໃນທີ່ປະຊຸມສະມັດຊາໃຫຍ່ ເພື່ອແນະນໍາວ່າ ປະເທດອື່ນໆກຳລັງ "ຕົກນາຮົກ" ເພາະການຍ້າຍຖິ່ນຖານ ແລະປະຕິເສດວິທະຍາສາດ ໂດຍເອີ້ນການປ່ຽນແປງອາກາດວ່າ 'ຫຼອກລວງ-con'.

ໃນຄໍາປາສັຍທີ່ພິເສດ, ລາວໄດ້ຕິຕຽນ UN ວ່າບໍ່ໄດ້ເຮັດພຽງພໍທີ່ຍຸດຕິສົງຄາມ.

ປະທານາທິບໍດີ ສະຫະຣັດອາເມຣິກາ ຍັງໄດ້ກ່າວອີກວ່າ ລາວຈະສນັບ ສນູນ NATO ທີ່ຈະຍິງຍົນຂອງຣັສເຊັຍ ທີ່ລະເມີດນ່ານຟ້າຂອງເຂົາເຈົ້າ, ແລະປະກາດວ່າ Kyiv ສາມາດເອົາຊນະ 'Ukraine ທັງຫມົດ' ກັບຄືນ.

Ben Lewis ມີລາຍງານ.

ຫົວຂໍ້ຂ່າວທີ່ສໍາຄັນ ໃນມື້ທໍາອິດ ຂອງສະມັດຊາໃຫຍ່ ແມ່ນວ່າ Donald Trump ປາກົດວ່າດີໃຈ ທີ່ໄດ້ໄປຮ່ວມປະຊຸມສະຫະປະຊາຊາດ ຈົນກວ່າລາວໄດ້ເຂົ້າໄປໃກ້ຂັ້ນໄດເລື່ອນ.

"ຂັ້ນໄດເລື່ອນ ໄດ້ຢຸດຢູ່ເຄິ່ງທາງ. ຖ້າຫາກສະຕີໝາຍເລກໜຶ່ງ(the First Lady) ບໍ່ຢູ່ໃນສະພາບແຂງແຮງ, ນາງຄົງລົ້ມລົງ, ແຕ່ນາງກໍຢູ່ໃນສະພາບທີ່ດີ. ພວກເຮົາທັງສອງ ຢູ່ໃນສະພາບດີ. ພວກເຮົາທັງສອງຍັງຢືນຢູ່."

ຄົນສ່ວນຫລາຍຈະຄິດວ່າ ນັ້ນເປັນຄວາມບໍ່ສະດວກເລັກນ້ອຍ ແຕ່ມັນເປັນໂຕກຳໜົດນ້ຳສຽງ ສໍາລັບຄໍາປາສັຍຂອງລາວ.

"ນີ້ຄືສອງສິ່ງທີ່ຂ້າພະເຈົ້າໄດ້ຮັບ ຈາກສະຫະປະຊາຊາດ-ຂັ້ນໄດເລື່ອນທີ່ບໍ່ດີ ແລະ teleprompter ທີ່ບໍ່ດີ."

ເມື່ອລາວກ່າວປາສັຍຢູ່ທີ່ນີ້ ໃນວາຣະທໍາອິດຂອງລາວ, ຜູ້ນໍາຫຼາຍຄົນໄດ້ຫົວຂວັນລາວ.

ເທື່ອນີ້, ເຂົາເຈົ້າຫົວໄປພ້ອມກັບລາວ.

ພຽງແຕ່ບຶດດຽວຫນຶ່ງ.... ເທົ່ານັ້ນ.

"ຂ້ອຍເວົ້າໄດ້ພຽງວ່າ ໃຜກໍຕາມທີ່ຄຸມ teleprompter ນີ້ ກໍາລັງປະສົບກັບບັນຫາໃຫຍ່."

ແລ້ວການຕັກເຕືອນກໍເລີ່ມຂື້ນ.

ລາວເຕືອນວ່າ ການຍ້າຍຖິ່ນຖານທີ່ບໍ່ມີການຄວບຄຸມ ຈະນໍາໄປສູ່ 'ຄວາມຕາຍ ຂອງຢູໂຣບຕາເວັນຕົກ.'

"ມັນເຖິງເວລາແລ້ວ ທີ່ຈະສິ້ນສຸດການທົດລອງທີ່ລົ້ມເຫລວ ຂອງການເປີດຊາຍແດນ. ທ່ານຕ້ອງຢຸດມັນຕອນນີ້. ຂ້າພະເຈົ້າບອກທ່ານໄດ້. ຂ້າພະເຈົ້າເກັ່ງໃນເລື່ອງນີ້. ປະເທດຂອງພວກທ່ານ ກຳລັງຈະຕົກນາຮົກ."

ລາວໄດ້ໂຈມຕີ ວິທະຍາສາດຂອງການປ່ຽນແປງ ສະພາບພູມອາກາດ...
ເມື່ອລາວກ່າວປາສັຍຢູ່ທີ່ນີ້ ໃນວາຣະທໍາອິດຂອງລາວ, ຜູ້ນໍາຫຼາຍຄົນໄດ້ຫົວຂວັນລາວ..... ເທື່ອນີ້, ເຂົາເຈົ້າຫົວໄປພ້ອມກັບລາວ.....ພຽງແຕ່ບຶດດຽວຫນຶ່ງ.... ເທົ່ານັ້ນ.
"ມັນເປັນການຫຼອກລວ ງທີ່ຍິ່ງໃຫຍ່ທີ່ສຸດ ທີ່ເຄີຍມີມາໃນໂລກ, ໃນຄວາມເຫັນຂອງຂ້າພະເຈົ້າ."

.....ວິພາກວິຈານ ພັນທະມິດ ທີ່ຍອມຮັບຣັດ Palestine ທີ່ເປັນອິດສຣະ.

"ແທນທີ່ຈະຍອມຈຳນົນ ຕໍ່ຂໍ້ຮຽກຮ້ອງຄ່າໄຖ່ຂອງ Hamas, ຜູ້ທີ່ຕ້ອງການສັນຕິພາບ ຄວນເວົ້າເປັນສຽງດຽວວ່າ: ປ່ອຍຕົວປະກັນດຽວນີ້."

…ແລະອີກເທື່ອຫນຶ່ງ ອ້າງວ່າໄດ້ຢຸດສົງຄາມເຈັດເທື່ອ, ຮວມທັງສົງຄາມລະຫວ່າງ Egypt ແລະ Ethiopia ຊຶ່ງບໍ່ເຄີຍເກີດຂຶ້ນ, ໃນຂນະທີ່ອ້າງວ່າ ສະຫະປະຊາຊາດ ບໍ່ໄດ້ເຮັດຫຍັງ ເພື່ອຊ່ອຍບັນລຸສັນຕິພາບ.

"ສ່ວນຫລາຍ, ຢ່າງຫນ້ອຍໃນຕອນນີ້, ສິ່ງທີ່ເຂົາເຈົ້າເບິ່ງຄືວ່າໄດ້ເຮັດ ຄືຂຽນຈົດຫມາຍ ທີ່ມີຖ້ອຍຄໍາຮຸນແຮງແທ້ໆ ແຕ່ແລ້ວ ບໍ່ເຄີຍເຮັດຕາມຈົດຫມາຍນັ້ນເລີຍ."

ໃນຫລາຍປີທີ່ຜ່ານມາ, ຜູ້ນໍາຫຼາຍຄົນ ໄດ້ໃຊ້ແທ່ນປາສັຍ ຂອງກອງປະຊຸມໃຫຍ່ ເພື່ອວິພາກວິຈານສະຫະປະຊາຊາດ. ແຕ່ບໍ່ເຄີຍມີຜູ້ນໍາຄົນໃດ ກ່າວຫາອົງການວ່າ ສນັບສນູນການລັກລອບຄ້າມະນຸດ, ຫລືຜູ້ເຂົ້າຮ່ວມປະຊຸມຂອງເຂົາເຈົ້າ ວ່າປະເທດຂອງເຂົາເຈົ້າກຳລັງຈະຕົກນາຮົກ.

ຄໍາປາສັຍຂອງ Donald Trump ປຽບທຽບ UN ວ່າເປັນສະຖາບັນ ທີ່ບໍ່ມີຄວາມໝາຍ ແລະລ້າສມັຍ ທີ່ສາມາດປັບປຸງໄດ້.

ແລະພຽງແຕ່ສອງສາມນາທີ ຫລັງຈາກຄໍາປາສັຍທີ່ຮ້ອນແຮງຂອງລາວ, ນ້ຳສຽງຂອງລາວກໍປ່ຽນໄປ.

"ປະເທດຂອງເຮົາ ສນັບສນູນສະຫະປະຊາຊາດ 100%. ຂ້າພະເຈົ້າຄິດວ່າ ຄວາມສາມາດຂອງສະຫະປະຊາຊາດ ແມ່ນຫນ້າເຫລືອເຊື່ອ. ຫນ້າເຫລືອເຊື່ອແທ້ໆ. ມັນສາມາດເຮັດໄດ້ຢ່າງຫຼວງຫລາຍ.

ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ , Antonio Guterres ຕອບ.

"ອົງການສະຫະປະຊາຊາດ, ຈາກຂ້າພະເຈົ້າ ຈົນເຖິງທີມຂອງພວກເຮົາ, ໄປຈົນເຖິງພາຣະກິດຂອງພວກເຮົາ, ພວກເຮົາ ພ້ອມຈະຮັບໃຊ້ທ່ານທັງຫມົດ ທີ່ຈະທໍາງານຮ່ວມກັນ ເພື່ອສັນຕິພາບທີ່ຍຸດຕິທັມໃນໂລກ."

Mr Trump ກ່າວວ່າ ສັນຕິພາບໃນ Ukraine ເປັນສິ່ງຍາກທີ່ສຸດ ທີ່ຈະບັນລຸໄດ້.

ການເຈຣະຈາເທື່ອສຸດທ້າຍຂອງລາວ ກັບ Volodymyr Zelenskyy ເປັນເລື່ອງທີ່ເປັນມິດ, ພ້ອມດ້ວຍເລື້ອງທີ່ຮ້ອງໃສ່ກັນໃນ Oval Office ບັດນີ້ກາຍເປັນຄວາມຊົງຈໍາ ທີ່ຫ່າງໄກ.

"Mr. President, ພວກເຮົາສນັບສນູນຄວາມຄິດຂອງທ່ານ-ຂ້າພະເຈົ້າຢາກສົນທະນາກ່ຽວກັບເລື່ອງນີ້. ວິທີທີ່ຈະຢຸດບາງປະເທດຈາກຢູໂຣບ, ວິທີທີ່ຈະຢຸດຄວາມເປັນໄປໄດ້ ທີ່ຈະຊື້ນ້ຳມັນ ແລະ ແກັສຂອງຣັສເຊັຍໄດ້ແນວໃດ."

Donald Trump ກ່າວວ່າ ລາວຈະເວົ້າລົມກັບເພື່ອນຂອງລາວ, Viktor Orban, ນາຍົກຣັຖມົນຕີ ຂອງ Hungary, ແລະຊຸກຍູ້ລາວ ໃຫ້ຢຸດຊື້ພະລັງງານຈາກ Moscow.
ຄໍາປາສັຍຂອງ Donald Trump ປຽບທຽບ UN ວ່າເປັນສະຖາບັນ ທີ່ບໍ່ມີຄວາມໝາຍ ແລະລ້າສມັຍ ທີ່ສາມາດປັບປຸງໄດ້.
ແຕ່ມັນເປັນຄໍາຕອບຂອງລາວ ຕໍ່ຄໍາຖາມນີ້ ທີ່ຈະກໍ່ໃຫ້ເກີດຄວາມກັງວົນແທ້ໆໃນ Kremlin.

"Mr President, ທ່ານຄິດວ່າ NATO ຄວນຍິງຍົນຂອງຣັສເຊັຍຫຼືບໍ່ ຖ້າຫາກມັນ ບິນເຂົ້າໄປໃນເຂດນ່ານຟ້າ ຂອງເຂົາເຈົ້າ?"

"ແມ່ນແລ້ວ, ຂ້ອຍຄຶດວ່າຈັ່ງຊັ້ນ"

ສິ່ງທີ່ປະທານາທິບໍດີ Zelenskyy ໄດ້ກ່າວກັບປະທານາທິບໍດີ Trump ເປັນສ່ວນຕົວ ເບິ່ງຄືວ່າໄດ້ຜົນ.

ໃນ Truth Social ລາວໄດ້ຂຽນວ່າ: "ຂ້າພະເຈົ້າຄິດວ່າ Ukraine, ໂດຍທີ່ໄດ້ຮັບການສນັບສນູນຈາກສະຫະພາບຢູໂຣບ, ຢູ່ໃນຕໍາແຫນ່ງ ທີ່ຈະຕໍ່ສູ້ແລະເອົາຊນະ Ukraine ທັງຫມົດກັບຄືນມາ ໃນຮູບແບບເດີມ. Putin ແລະຣັສເຊັຍ ມີບັນຫາເລື່ອງເສດຖະກິດ ແລະນີ້ເປັນເວລາສໍາລັບ Ukraine ທີ່ຈະລົງມືເຮັດ."

ປະທານາທິບໍດີ Zelenskyy ກໍສັງເກດເຫັນການປ່ຽນແປງ:

"ມັນເປັນການປ່ຽນແປງອັນໃຫຍ່ຫລວງ ຂອງປະທານາທິບໍດີ Trump?"

"ມັນເປັນການປ່ຽນແປງອັນໃຫຍ່ຫລວງ, ໂພສຕ໌ຂອງ Trump, ມັນເປັນການປ່ຽນແປງອັນໃຫຍ່ຫລວງ."

ມັນເປັນມື້ຂອງການປະຊຸມທີ່ວຸ້ນວາຍ, ໂດຍທີ່ປະທານາທິບໍດີສະຫະຣັດອາເມຣິກາ ນັ່ງຢູ່ກັບຜູ້ນໍາອາຣັບ ເພື່ອສົນທະນາກ່ຽວກັບ Gaza ຫລັງສົງຄາມ.

"ພວກເຮົາມາທີ່ນີ້ ເພື່ອເບິ່ງວ່າ ພວກເຮົາຈະສາມາດເອົາຕົວປະກັນກັບຄືນມາ ແລະເຮັດໃຫ້ສົງຄາມສິ້ນສຸດລົງ ແລະຟື້ນຄືນມາມີຊີວິດອີກ. ຊີວິດໃນຕາເວັນອອກກາງ."

…ສນັບສນູນປະທານາທິບໍດີ Argentina, ແລະໂຕ້ຖຽງ ເລື້ອງການເປັນຣັດ ຂອງຊາວ Palestinian ກັບ Emmanuel Macron.

"ຂ້ອຍຄິດວ່າ ມັນເປັນກຽດແກ່ Hamas, ແລະທ່ານບໍ່ສາມາດ ເຮັດສິ່ງນັ້ນໄດ້ ເພາະວັນທີ 7 ຕຸລາ."

"ບໍ່ມີໃຜລືມ ວັນທີ 7 ຕຸລາ."

ປະທານາທິບໍດີສະຫະຣັດອາເມຣິກາ ມັກຈະຄວບຄຸມກອງປະຊຸມໃຫຍ່ໃນມື້ທໍາອິດ, ແຕ່ບໍ່ຄ່ອຍເຖິງລະດັບນີ້.

ຫຼັງຈາກການເປີດສາກໂຈມຕີ UN, ແລະເບິ່ງຄືວ່າ ປ່ຽນຈຸດຢືນຂອງລາວ ກ່ຽວກັບເລື້ອງຂັດແຍ້ງທີ່ສຳຄັນ, Mr Trump ໄດ້ອອກເດີນທາງໄປ Washington, ຊຶ່ງເຮັດໃຫ້ນັກການທູດທົ່ວ New York ຫາຍໃຈດ້ວຍຄວາມສະບາຍໃຈ.

ລາຍງານໂດຍ Ben Lewis ຂ່າວ SBS News, ຈາກ ສຳນັກງານໃຫຍ່ ສະຫະປະຊາຊາດ

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ໃນຄໍາປາສັຍຂອງ Donald Trump ທີ່ UN | SBS Lao