ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການປິດໂຕຂອງຣັຖບານ ອາເມຣິກາ.
Washington ໄດ້ຢຸດລົງ ເພາະການປິດຣັຖບານ, ຊຶ່ງເກີດຈາກສະພາ Congress ບໍ່ສາມາດຕົກລົງກັນ ເລື່ອງງົບປະມານ.
ມັນເປັນການປິດຣັຖບານຄັ້ງທີ 15 ນັບແຕ່ປີ 1981, ອາດຈະເຮັດໃຫ້ການເຜີຍແພ່ລາຍງານສໍາຄັນຊັກຊ້າ ແລະນໍາໄປສູ່ການຢຸດພັກຂອງພະນັກງານຣັຖບານ 750,000 ຄົນ ຊຶ່ງມີຄ່າໃຊ້ຈ່າຍ $US 400 ລ້ານໂດລາໃນແຕ່ລະວັນ.
Essam Al-Ghalib ລາຍງານ.
Washington ຢຸດລົງເພາະການປິດໂຕຂອງຣັຖບານ, ຊຶ່ງເກີດຈາກສະພາສະພາ Congress ບໍ່ສາມາດຕົກລົງກັນ ເລື່ອງຮ່າງກົດໝາຍງົບປະມານ.
John Thune ຜູ້ນໍາຜູ້ນຳສຽງສ່ວນໃຫຍ່ຂອງພັກ Republican ໃນສະພາສູງ ໄດ້ຕິຕຽນພັກ Democrats.
"ສະພາໄດ້ຜ່ານມະຕິງົບປະມານທີ່ສະອາດ ແລະເປັນກາງ ໃຫ້ແກ່ຣັຖບານ ຈົນເຖິງວັນທີ 21ເດືອນພະຈິກ. ປະທານາທິບໍດີ ພ້ອມແລ້ວທີ່ຈະເຊັນ. ສະພາສູງ Democrats? ເຂົາເຈົ້າກຳລັງຂັດຂວາງ."
ສ່ວນພັກ Democrats ກ່າວວ່າ ມັນບໍ່ແມ່ນຄວາມຜິດຂອງເຂົາເຈົ້າ.
Hakeem Jeffries ຜູ້ນໍາສະພາຂອງພັກກ່າວວ່າ ຝ່າຍພັກ Republicans ບໍ່ສາມາດຫລີກເວັ້ນ ຈາກຄວາມຮັບຜິດຊອບ ເມື່ອເຂົາເຈົ້າຄວບຄຸມອໍານາດທັງຫມົດ.
"ພັກ Republicans ຄວບຄຸມສະພາ ແລະສະພາສູງ (the Senate) ແລະມີປະທານາທິບໍດີພັກ Republican. ຖ້າຫາກຣັຖບານປິດໂຕລົງ ກໍເປັນເພາະພັກ Republican ຢາກປິດຣັຖບານ. ພວກເຮົາເຫັນສັນຍານການໄລ່ອອກວຽກ ຫ້າເທື່ອ ນັບແຕ່ວັນທີ 20 ມັງກອນ. ການໄລ່ອອກວຽກ ຢ່າງຫລວງຫລາຍ ໄດ້ເກີດຂຶ້ນນັບແຕ່ວັນທີ 20 ເດືອນມັງກອນ, ມັນໄດ້ກໍ່ໃຫ້ເກີດສະພາບແວດລ້ອມ ບ່ອນທີ່ລາຄາຈະສູງຂຶ້ນ ບໍ່ໄດ້ຫລຸດລົງ ເຖິງແມ່ນວ່າເຂົາເຈົ້າ ໄດ້ສັນຍາວ່າ ຈະປ່ຽນສິ່ງນັ້ນກໍຕາມ. ທຸກສິ່ງທີ່ເຮັດໃຫ້ອາເມຣິກາເປັນປະເທດທີ່ຍິ່ງໃຫຍ່ ແມ່ນວ່າເຮົາກໍາລັງຖືກໂຈມຕີແທ້ໆ."
ສະນັ້ນ ການປິດໂຕນັ້ນ ເກີດຂຶ້ນໄດ້ແນວໃດ?
ເປັນເພາະວ່າສະພາ Congress ບໍ່ສາມາດຕົກລົງກັນ ເລື່ອງຮ່າງກົດ ໝາຍງົບປະມານໃຫມ່ ກ່ອນວັນທີ 30 ເດືອນກັນຍາໄດ້.
ໃນຂນະທີ່ພັກ Republican ຄວບຄຸມທັງສອງສະພາ, ໃນສະພາສູງ ເຂົາເຈົ້າຕ້ອງມີ 60 ສຽງເພື່ອຜ່ານກົດຫມາຍການໃຊ້ຈ່າຍ, ຊຶ່ງຫມາຍຄວາມວ່າ ເຂົາເຈົ້າຕ້ອງເຈຣະຈາກັບຝ່າຍ Democrats ເພື່ອຜ່ານກົດຫມາຍ ທີ່ຈະອະນຸມັດເງິນສໍາລັບໜ່ວຍງານ ແລະບໍຣິການຂອງຣັຖບານ.
Hakeen Jeffries ກ່າວວ່າ GOP ບໍ່ໄດ້ພະຍາຍາມເຮັດເຊັ່ນນັ້ນ
"ຮອງປະທານາທີບໍດີ Vance ກ່າວວ່າ ລາວຕ້ອງການສົນທະນາ. ພວກເຮົາພ້ອມແລ້ວທີ່ຈະສົນທະນາ ກັບສະມາຊິກໃນລະດັບສູງ ຂອງຣັຖບານ Trump. ເຂົາເຈົ້າພຽງແຕ່ຕ້ອງຕຽມພ້ອມ ທີ່ຈະກະທໍາດ້ວຍຄວາມຈິງໃຈ. ບໍ່ແມ່ນຈະເວົ້າກ່ຽວກັບມັນ, ແຕ່ແມ່ນ ເພື່ອກ່ຽວກັບມັນ. ຊຶ່ງຫມາຍຄວາມວ່າ ການຍົກເລີກການຕັດວຽກງານ, ຫລຸດຄ່າໃຊ້ຈ່າຍ, ຊ່ວຍຮັກສາໄວ້ ຊຶ່ງການດູແລສຸຂະພາບ ຂອງຄົນອາເມຣິກັນ."
ບັນຫາສໍາຄັນແມ່ນວ່າ ພັກ Democrats ຢາກຮວມເອົາເງິນຊ່ອຍເຫລືອ ສໍາລັບກົດຫມາຍການດູແລ ທີ່ລາຄາບໍ່ແພງ, ຊຶ່ງຊ່ອຍຜູ້ຄົນໃນການຈ່າຍ ຄ່າປະກັນສຸຂະພາບ, ໃນຂນະທີ່ພັກ Republican ປະຕິເສດ.
ຜູ້ແທນຝ່າຍພັກ Democrats ສາມຄົນ ແລະຝ່າຍພັກ Republican ຄົນຫນຶ່ງ ໄດ້ອອກສຽງເພື່ອຫລີກເວັ້ນ ຈາກການປິດໂຕຂອງຣັຖບານ, ແຕ່ມັນຍັງບໍ່ພຽງພໍ ທີ່ຈະບັນລຸຕາມເກນ.
Donald Trump ຢືນຢັນວ່າພັກ Democrats ບໍ່ມີເຫດຜົນ.
"ພວກເຂົາ (ພັກ Democrats) ກໍາລັງປິດມັນລົງ. ພວກເຮົາບໍ່ໄດ້ປິດມັນ. ພວກເຮົາ ບໍ່ຢາກໃຫ້ມັນປິດລົງ ເພາະພວກເຮົາຢູ່ໃນຊ່ວງເວລາ ທີ່ຍິ່ງໃຫຍ່ທີ່ສຸດ. ຂ້າພະເຈົ້າບອກທ່ານວ່າ ພວກເຮົາມີເງິນລົງທຶນ ຈໍານວນ 17 ລ້ານລ້ານໂດລາ. ສະນັ້ນ, ຄົນສຸດທ້າຍທີ່ຢາກປິດມັນ ແມ່ນພວກເຮົາ. ເມື່ອກ່າວດັ່ງນັ້ນແລ້ວ, ເຮົາສາມາດເຮັດໃນສິ່ງຕ່າງໆ ໃນໄລຍະການປິດໂຕ.... ສິ່ງທີ່ບໍ່ສາມາດປ່ຽນແປງໄດ້, ຊຶ່ງບໍ່ດີສໍາລັບເຂົາເຈົ້າ ແລະເຂົາເຈົ້າ ບໍ່ສາມາດປ່ຽນແປງໄດ້, ເຊັ່ນການຕັດຄົນຈໍານວນຫລວງຫລາຍອອກ, ຕັດສິ່ງທີ່ເຂົາເຈົ້າມັກ, ຕັດໂຄງການທີ່ເຂົາເຈົ້າມັກ."
ນີ້ເປັນການປິດຣັຖບານ ຄັ້ງທີ 15 ນັບແຕ່ປີ 1981, ແລະໃນຂນະທີ່ ບໍຣິການທີ່ຈໍາເປັນບາງຢ່າງ ຍັງດໍາເນີນຕໍ່ໄປ, ມັນຈະຢຸດການເຜີຍແພ່ ລາຍງານການຈ້າງງານ ໃນເດືອນກັນຍາ ທີ່ຖືກຈັບຕາເບິ່ງຢ່າງໃກ້ຊິດ, ການເດີນທາງ ທາງອາກາດຊ້າລົງ, ຢຸດການຄົ້ນຄວ້າທາງວິທະຍາສາດ ແລະລະງັບການຈ່າຍເງິນກອງທັບ ຂອງສະຫະຣັດອາເມຣິກາ.
ພະນັກງານຂອງຣັຖບານກາງ ປະມານ 750,000 ຄົນ ກໍໄດ້ຖືກພັກງານຄືກັນ ຊຶ່ງມີຄ່າຈ່າຍປະຈໍາວັນ $US 400ລ້ານ ($A 600 ລ້ານໂດລາ).
ໃນ New York, ເຮືອຂ້າມຟາກໄປທີ່ Statue of Liberty ຍັງຄົງດໍາເນີນຕໍ່ໄປ ໂດຍມີການລົບກວນພຽງເລັກນ້ອຍ, ແຕ່ສະຖານທີ່ທ່ອງທ່ຽວສໍາຄັນອື່ນໆ-ເຊັ່ນສາລາ Liberty Bell ໃນເມືອງ Philadelphia-ໄດ້ຖືກປິດ ສໍາລັບສຳລັບນັກທ່ອງທ່ຽວ.
Molly McAdam ນັກທ່ອງທ່ຽວຈາກ Los Angeles ກ່າວວ່າ ພັກDemocrats ຖືກຕ້ອງ ທີ່ຈະຢືນຢູ່ໃນຫຼັກການ.
"ຂ້າພະເຈົ້າຄິດວ່າ ໂດຍທົ່ວໄປແລ້ວ, ເຖິງແມ່ນວ່າມັນສົ່ງຜົນກະທົບຕໍ່ຂ້າພະເຈົ້າເປັນການສ່ວນຕົວ, ແຕ່ຂ້າພະເຈົ້າຄິດວ່າ ມັນເປັນສິ່ງທີ່ຖືກຕ້ອງ ທີ່ຈະເຮັດ ສໍາລັບພັກ Democrats. ສ່ວນຕົວຂ້າພະເຈົ້າຄິດວ່າ ເຂົາເຈົ້າກໍາລັງຕໍ່ສູ້ ເພື່ອການດູແລສຸຂະພາບ ສໍາລັບຫລາຍລ້ານຄົນ. ຂ້າພະເຈົ້າ ຈ່າຍຄ່າດູແລສຸຂະພາບຂອງຂ້າພະເຈົ້າເອງ, ສະນັ້ນ ຂ້າພະເຈົ້າຈຶ່ງຮູ້ວ່າ ຄ່າປະກັນສຸຂະພາບສູງຂຶ້ນນັ້ນ ເປັນແນວໃດ. ແລະຂ້າພະເຈົ້າຄິດວ່າ ຖ້າຫາກພັກ Democrats ຈະດໍາເນີນຕໍ່ໄປ ແລະຫາການເຈຣະຈາ ໂດຍບໍ່ໄດ້ຮັບການດູແລສຸຂະພາບ ສໍາລັບຫລາຍລ້ານຄົນ. ເຂົາເຈົ້າກໍຈະເຫັນດີ ກັບຣັຖບານທີ່ຜູ້ຄົນບໍ່ຕ້ອງການ."
ບາງຄົນ ກໍເຫັນໃຈໜ້ອຍກວ່າ.
Margaret Hall ນັກທ່ອງທ່ຽວຈາກ Arizona ກ່າວວ່າ ການປິດໂຕຂອງຣັຖບານນັ້ນ ເປັນອັນຕະຣາຍແລະບໍ່ຈໍາເປັນ.
"ຂ້າພະເຈົ້າບໍ່ເຫັນພ້ອມ. ຂ້າພະເຈົ້າຕໍ່ຕ້ານມັນທັງຫມົດ. ຂ້າພະເຈົ້າຄິດວ່າ ທັງສອງຝ່າຍຂອງຣັຖບານຂອງເຮົາ ຕ້ອງມາຮ່ວມກັນ ແລະຢຸດການຕໍ່ສູ້ທີ່ບໍ່ມີປໂຍດນີ້. ບໍ່ມີເຫດຜົນ ທີ່ຣັຖບານຂອງພວກເຮົາ ຈະປິດໂຕລົງ."
ຍັງບໍ່ຊັດແຈ້ງວ່າ ການປິດໂຕຂອງຣັຖບານນີ້ ຈະດໍາເນີນຕໍ່ໄປອີກດົນປານໃດ.
ການປິດຣັຖບານຄັ້ງສຸດທ້າຍ-ແມ່ນໃນປີ 2018-ເປັນເວລາ 35 ມື້, ຊຶ່ງເປັນເວລາດົນນານທີ່ສຸດ ໃນປວັດສາດ.
ແຕ່ມີຄວາມເປັນຫ່ວງວ່າ Donald Trump ອາດໃຊ້ມັນ ເພື່ອຜົນປໂຍດຂອງລາວ.
ການປິດໂຕ ເກີດຂຶ້ນຫລັງຈາກປະທານາທິບໍດີ Donald Trump ຂອງ ອາເມຣິກາ ກ່າວເປັນເວລາຫລາຍເດືອນ ກ່ຽວກັບແຜນຂອງລາວ ທີ່ຈະຫລຸດຂນາດຂອງຣັຖບານ ແລະຕັດຈໍານວນວຽກງານ.
Karoline Leavitt ເລຂາສື່ມວນຊົນຂອງ White House ກ່າວວ່າ ບັດນີ້ອາດຈະມີການຕັດຈໍານວນວຽກງານ.
"ຫນ້າເສັຍໃຈ ທີ່ເພາະຝ່າຍພັກ Democrats ໄດ້ປິດຣັຖບານ, ປະທານາທິບໍດີ ໄດ້ຊີ້ນໍາຄນະຣັຖບານຂອງລາວ, ແລະສຳນັກງານບໍຣິຫານ ແລະງົບປະມານ (the Office of Management and Budget) ກໍກໍາລັງທໍາງານ ຮ່ວມກັບຫນ່ວຍງານຕ່າງໆ ເພື່ອຊອກຫາບ່ອນທີ່ສາມາດຕັດໄດ້. ແລະພວກເຮົາເຊື່ອວ່າ ການຕັດຈໍານວນຄົນງານ ກຳລັງຈະເກີດຂຶ້ນ. ຫນ້າເສັຍໃຈ ທີ່ມັນເປັນຜົນມາຈາກການປິດໂຕຂອງຣັຖບານນີ້."
ລາຍງານໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao