ຄວາມຕ້ອງການຄອບຄອງ Greenland ຂອງ ອາເມຣິກາ.

Danish anti-MAGA cap goes viral amid Trump's interest in Greenland

ໝວກຕໍ່ຕ້ານອາເທຣິກາທີ່ມີຄຳວ່າ 'Now it's NUUK!' ແລະ 'Make America go away' ຖືກວາງຂາຍໃນ Copenhagen, Denmark. Credit: AAP

ສະຫະຣັດອາເມຣິກາ ກໍາລັງເພີ່ມຄວາມກົດດັນ ທີ່ຈະຄວບຄຸມ Greenland, ແລະປະກາດວ່າ ອາເມຣິກາຈະຍຶດເອົາມັນດ້ວຍ "ບໍ່ທາງໃດ ກໍທາງຫນຶ່ງ", ແລະອ້າງວ່າ ກອງທັບຂອງຣັສເຊັຍ ແລະຈີນ ກໍາລັງປະຕິບັດການຢູ່ບໍລິເວນໃກ້ຄຽງ ແຕ່ຜູ້ຊ່ຽວຊານເຂດ Arctic ກ່າວວ່າ ຄໍາເຕືອນນັ້ນ ແມ່ນເກີນຄວາມຈິງຫຼາຍໂພດ, ເພາະ Denmark ແລະ Greenland ປະຕິເສດການເຂົ້າຍຶດຄອງ ຂອງສະຫະຣັດອາເມຣິກາ ແລະ NATO ກໍຈັບຕາເບິ່ງຢູ່ຢ່າງໃກ້ຊິດ, ທັງເປັນຫ່ວງວ່າ ຂໍ້ພິພາດນັ້ນ ຈະເຮັດໃຫ້ພັນທະມິດແຕກແຍກ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄວາມຕ້ອງການຄອບຄອງ Greenland ຂອງ ອາເມຣິກາ.

ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ກໍາລັງເພີ່ມຄວາມກົດດັນ ທີ່ຈະຄວບຄຸມ Greenland, ແລະປະກາດວ່າ ອາເມຣິກາຈະຍຶດເອົາມັນດ້ວຍ "ບໍ່ທາງໃດ ກໍທາງຫນຶ່ງ", ແລະອ້າງວ່າ ກອງທັບຂອງຣັສເຊັຍ ແລະຈີນ ກໍາລັງປະຕິບັດການຢູ່ບໍລິເວນໃກ້ຄຽງນັ້ນ.

ແຕ່ຜູ້ຊ່ຽວຊານເຂດ Arctic ກ່າວວ່າ ຄໍາເຕືອນນັ້ນ ແມ່ນເກີນຄວາມຈິງຫຼາຍໂພດ, ເພາະ Denmark ແລະ Greenland ປະຕິເສດການເຂົ້າຍຶດຄອງ ຂອງສະຫະຣັດອາເມຣິກາ ແລະ NATO ກໍຈັບຕາເບິ່ງຢູ່ຢ່າງໃກ້ຊິດ, ທັງເປັນຫ່ວງວ່າ ຂໍ້ພິພາດນັ້ນ ຈະເຮັດໃຫ້ພັນທະມິດແຕກແຍກ.

Essam Al-Ghalib ລາຍງານ.

ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ກໍາລັງຍົກລະດັບ ການຊຸກຍູ້ ທີ່ຈະຄວບຄຸມ Greenland, ໂດຍປະກາດວ່າ ສະຫະຣັດອາເມຣິກາ ຈະຍຶດເອົາມັນ "ບໍ່ທາງໃດກໍທາງຫນຶ່ງ".

ຄໍາເວົ້ານັ້ນ ໄດ້ເຮັດໃຫ້ພັນທະມິດ ຂອງສະຫະຣັດອາເມຣິກາສັ່ນສະເທືອນ, ເພາະ Greenland ເປັນເຂດປົກຄອງຕົນເອງ ຂອງ Denmark, ແລະ Denmark ກໍເປັນສະມາຊິກຂອງ NATO.

Mr Trump ກ່າວໃນຍົນ Airforce One ວ່າ Greenland ເປັນສິ່ງຈໍາເປັນທາງຍຸດທະສາດ ຂອງສະຫະຣັດອາເມຣິກາ, ແລະເຕືອນວ່າ ປະເທດຣັສເຊັຍ ຫລືປະເທດຈີນ ອາດເຄື່ອນໄຫວໄດ້ ຖ້າຫາກ Washington ບໍ່ເຮັດ.

ຖ້າຫາກເຮົາບໍ່ຍຶດເອົາ Greenland, ຣັສເຊັຍ ຫລືຈີນ ຈະຍຶດເອົາGreenland, ແລະເຮົາຈະບໍ່ປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ. ແນ່ນອນວ່າ ຂ້າພະເຈົ້າຢາກເຮັດຂໍ້ຕົກລົງກັບເຂົາເຈົ້າ, ມັນງ່າຍກວ່າ. ແຕ່ບໍ່ວ່າຈະດ້ວຍວິທີໃດກໍຕາມ, ພວກເຮົາຈະມີ Greenland."

ໂດຍທີ່ບໍ່ໄດ້ອະທິບາຍວ່າ "ບໍ່ທາງໃດກໍທາງຫນຶ່ງ" ຫມາຍຄວາມວ່າແນວໃດ, ປະທານາທິບໍດີ ສະຫະຣັດອາເມຣິກາ ໄດ້ກ່າວຕື່ມອີກ.

"ແຕ່ພວກເຮົາຕ້ອງການສິ່ງນັ້ນ ເພາະວ່າຖ້າຫາກທ່ານເບິ່ງອອກໄປນອກ Greenland, ໃນເວລານີ້, ມີເຮືອຣົບຂອງຣັສເຊັຍ, ມີເຮືອຮົບຂອງຈີນທີ່ໃຫຍ່ກວ່າ, ມີເຮືອມຸດນ້ຳຂອງຣັສເຊັຍຢູ່ທົ່ວທຸກບ່ອນ. ພວກເຮົາຈະບໍ່ໃຫ້ຣັສເຊັຍ ຫລືຈີນ ຍຶດເອົາ Greenland, ແລະນັ້ນຄືສິ່ງທີ່ພວກເຂົາຈະເຮັດ ຖ້າຫາກພວກເຮົາບໍ່ເຮັດ."

ແຕ່ຜູ້ຊ່ຽວຊານຄວາມປອດພັຍເຂດ Arctic ກ່າວວ່າ ຄໍາອະທິບາຍນັ້ນ ເປັນການເວົ້າເກີນຄວາມຈິງໂພດ.

Andreas Osthagen, ຈາກສະຖາບັນ Fridtjof Nansen ຂອງປະເທດNorway ກ່າວວ່າ ບໍ່ມີສັນຍານຂອງກອງທັບຣັສເຊັຍ ຫຼືຂອງຈີນໃດໆທີ່ Mr Trump ກໍາລັງອ້າງເຖິງ.

"ຄໍາເວົ້ານັ້ນ ບໍ່ມີເຫດຜົນໃນຄວາມເປັນຈິງ. ບໍ່ມີກໍາປັ່ນຂອງຣັສເຊັຍ ແລະຈີນ ຢູ່ອ້ອມຮອບ Greenland. ປະເທດຣັສເຊັຍ ແລະ/ຫລືປະເທດຈີນ ບໍ່ມີຄວາມສາມາດ ທີ່ຈະຍຶດເອົາ Greenland ຫລືຄວບຄຸມGreenland ໄດ້. ຂ້າພະເຈົ້າຫມາຍຄວາມວ່າ ອາດມີເຮືອມຸດນ້ຳຈໍານວນຫນຶ່ງຂອງຣັສເຊັຍ ທີ່ແລ່ນຜ່ານກາຍ Greenland ເປັນບາງຄັ້ງ, ແຕ່ອາດຈະແລ່ນຜ່ານປະເທດ Iceland ຫລືເກາະຂອງ Canada ທາງເຫນືອ ຄືກັນ. ສະນັ້ນ Greenland ຈຶ່ງບໍ່ຫຍັງທີ່ຫນ້າຕື່ນເຕັ້ນເລີຍ ເມື່ອກ່າວເຖິງການຂົນສົ່ງຂອງຈີນ ຫລືຣັສເຊັຍ."

ສະນັ້ນ, ໃນຂນະທີ່ Mr Trump ໂຕ້ຖຽງວ່າ Greenland ມີຄວາມສ່ຽງ, ນັກວິເຄາະກ່າວວ່າ ເກາະນັ້ນມີຄວາມສຳພັນທີ່ເລິກເຊິ່ງ ໃນການປ້ອງກັນທາງຕາເວັນຕົກຢູ່ແລ້ວ.

ແຕ່ສໍານວນທີ່ວ່າ "ບໍ່ທາງໃດ ກໍທາງຫນຶ່ງ" ໄດ້ເຮັດໃຫ້ Denmark, Greenland ແລະ NATO ເປັນຫ່ວງວ່າ ສະຫະຣັດອາເມຣິກາ ສາມາດໃຊ້ກໍາລັງທະຫານໄດ້ ຖ້າຫາກມັນເຫັນວ່າຈໍາເປັນ.

Mette Frederiksen, ນາຍົກຣັດຖະມົນຕີຂອງ Denmark ກ່າວວ່າ ຖ້າຫາກສະຫະຣັດອາເມຣິກາ ໂຈມຕີປະເທດ NATO, ພັນທະມິດອາດຈະແຕກແຍກກັນ.

Jens-Frederik Nielsen, ນາຍົກຣັດຖະມົນຕີຂອງ Greenland, ກ່າວວ່າGreenland ເລືອກ Denmark, NATO ແລະ EU - ແລະບໍ່ແມ່ນສະຫະຣັດອາເມຣິກາ.

"Greenland ບໍ່ຢາກໃຫ້ສະຫະຣັດອາເມຣິກາເປັນເຈົ້າຂອງ. Greenland ບໍ່ຢາກຖືກປົກຄອງໂດຍ ສະຫະຣັດອາເມຣິກາ. Greenland ຈະບໍ່ເປັນສ່ວນໜຶ່ງ ຂອງສະຫະຣັດອາເມຣິກາ. ເຮົາເລືອກເອົາ Greenland ທີ່ເຮົາຮູ້ຈັກໃນປັດຈຸບັນ, ຊຶ່ງເປັນສ່ວນຫນຶ່ງ ຂອງຣາຊອານາຈັກ Denmark (the Kingdom of). ບັດນີ້ ເຮົາກໍາລັງປະເຊີນກັບ ວິກິດທາງດ້ານການເມືອງ, ແລະຖ້າຫາກເຮົາຕ້ອງເລືອກລະຫວ່າງ ສະຫະຣັດອາເມຣິກາ ແລະ Denmark ໃນເວລານີ້, ເຮົາຈະເລືອກ Denmark. ພວກເຮົາເລືອກ NATO, ພວກເຮົາເລືອກຣາຊອານາຈັກ Denmark (the Kingdom of Denmark), ພວກເຮົາເລືອກ EU."

Mark Rutte ເລຂາທິການຂອງ NATO ໄດ້ປະຕິເສດ ທີ່ຈະສະແດງຄວາມຄຶດເຫັນໂດຍກົງ ກ່ຽວກັບຄວາມເຄັ່ງຕຶງ ພາຍໃນພັນທະມິດ.

ແຕ່ລາວກ່າວວ່າ ບັນຫາທີ່ຍິ່ງໃຫຍ່ກວ່ານັ້ນ ແມ່ນຫນ້າທີ່ຮັບຜິດຊອບຂອງ NATO ທີ່ຈະປົກປ້ອງເຂດເຫນືອ ແລະ the Arctic.

"ບົດບາດຂອງຂ້າພະເຈົ້າ ໃນຖານະເລຂາທິການ, ຂ້າພະເຈົ້າກ່າວຢ່າງຊັດເຈນວ່າ ຂ້າພະເຈົ້າບໍ່ເຄີຍອອກຄວາມຄິດເຫັນ ເມື່ອມີການສົນທະນາ ພາຍໃນພັນທະມິດ... ທ່ານເຮັດວຽກຢູ່ເບື້ອງຫລັງ.... ຂ້າພະເຈົ້າເຊື່ອວ່າ ມີບັນຫາທີ່ຍິ່ງໃຫຍ່ກວ່ານັ້ນ ຄືການປ້ອງກັນເຂດເຫນືອ (the High North), ການປ້ອງກັນເຂດ Arctic, ທີ່ທ່ານສາມາດແນ່ໃຈໄດ້ວ່າ ເຮົາເຮັດທຸກສິ່ງທຸກຢ່າງ ເພື່ອປົກປ້ອງພັນທະມິດທັງຫມົດ. ນັ້ນຄືບົດບາດຂອງຂ້າພະເຈົ້າ ທີ່ຈະຮັກສາຜູ້ຄົນ ຫນຶ່ງພັນລ້ານຄົນໃຫ້ປອດພັຍ. ແລະນັ້ນ ບໍ່ພຽງແຕ່ເປັນເຂດຕາເວັນອອກ ແລະສະຫະຣັດອາເມຣິກາ ແລະທາງໃຕ້ເທົ່ານັ້ນ, ນັ້ນຍັງເປັນເຂດ Arctic ນໍາອີກ."

ໃນຂນະດຽວກັນ, ຣັດຖະມົນຕີ ການຕ່າງປະເທດຂອງ Greenland ແລະ Denmark ກໍາລັງຕຽມພ້ອມ ທີ່ຈະພົບກັບຮອງປະທານາທິບໍດີ, JD Vance ແລະຣັດຖະມົນຕີ ການຕ່າງປະເທດ, Marco Rubio ທີ່ White House ໃນອາທິດນີ້.

ການປະຊຸມ ຈະເປັນຊ່ວງເວລາທີ່ສໍາຄັນ ສໍາລັບຣັດຖະບານ Trump ທີ່ຈະອະທິບາຍ ສິ່ງທີ່ມັນກໍາລັງຕ້ອງການແທ້ໆ.

ນັ້ນອາດຫມາຍເຖິງຂໍ້ຕົກລົງ, ຂໍ້ຕົກລົງເລື່ອງຄວາມປອດພັຍ, ຫລືບາງສິ່ງທີ່ຄ້າຍກັບ ການຄວບຄຸມທາງການເມືອງ.

ໃນ Greenland, ຜູ້ຄົນໃນທ້ອງຖິ່ນ ກໍາລັງຈັບຕາເບິ່ງຢ່າງໃກ້ຊິດ, ໂດຍທີ່ຫລາຍຄົນປະຕິເສດຄວາມຄິດ ທີ່ຈະຖືກດູດຊຶມ ເຂົ້າໄປໃນສະຫະຣັດອາເມຣິກາ, ເຊັ່ນ Charlotte Heilmann.

"ລາວບໍ່ຍຸດຕິທັມຕໍ່ພວກເຮົາ ເພາະຂ້າພະເຈົ້າບໍ່ສາມາດວາດພາບເຫັນການໃຊ້ຊີວິດ ຢູ່ໃນສະຖານະການ ຄວາມເປັນຢູ່ຂອງຊາວອາເມຣິກັນ, ເພາະຂ້າພະເຈົ້າ ບໍ່ສາມາດວາດພາບເຫັນການໃຊ້ຊີວິດ ໃນບ່ອນອື່ນນອກຈາກ ບ່ອນທີ່ທັມມະຊາດເປັນສິ່ງທີ່ດີທີ່ສຸດໃນໂລກ. ແລະມັນເປັນອິດສຣະແທ້ໆ ແລະຂ້າພະເຈົ້າ ຈະເວົ້າຫຍັງໄດ້ອີກ, ທ່ານເປັນຕົວຂອງຕົວເອງ, ຂ້າພະເຈົ້າຄິດວ່າ ພວກເຮົາເປັນຕົວເອງຢູ່ໃນ Greenland,ເພາະພວກເຮົາ ສາມາດໃຊ້ຊີວິດຕາມທີ່ພວກເຮົາຕ້ອງການ."

ຢູ່ເບື້ອງຫລັງການເມືອງ ແມ່ນຄວາມເປັນຈິງທີ່ວ່າ ສະຫະຣັດອາເມຣິກາ ມີບົດບາດອັນໃຫຍ່ຫລວງຢູ່ແລ້ວ ໃນ Greenland.

ມັນດໍາເນີນງານ ຢູ່ຖານອາວະກາດ Pituffik ຢູ່ພາກຕາເວັນຕົກສຽງເຫນືອຂອງ Greenland, ຊຶ່ງເປັນສະຖານທີ່ສໍາຄັນ ສໍາລັບການເຕືອນຂີປະນາວຸດ ແລະການສັງເກດການອາວະກາດ.

ນອກຈາກນັ້ນ ຍັງມີສະຖານກົງສຸນຢູ່ ເມືອງ Nuuk ນຳອີກ.

Denmark ມີຫນ່ວຍບັນຊາການຮ່ວມ Arctic (the Joint Arctic Command), ທີ່ຮັບຜິດຊອບ ຕໍ່ການສັງເກດການ ແລະການບັງຄັບໃຊ້ອຳນາດຂອງ Arctic.

ສະນັ້ນ ຄໍາຖາມທີ່ສໍາຄັນກໍແມ່ນວ່າ, ຖ້າຫາກສະຫະຣັດອາເມຣິກາ ມີກອງທັບຢູ່ໃນ Greenland ຢູ່ແລ້ວ, ແລະໄດ້ປະຕິບັດງານຢູ່ທີ່ນັ້ນ ກັບDenmark, ເປັນຫຍັງຈຶ່ງຂຍາຍອອກໄປສູ່ ຂໍ້ຮຽກຮ້ອງອະທິປະໄຕ ທີ່ສ່ຽງຕໍ່ການແຕກແຍກຂອງ NATO ແລະຄວາມໝັ້ນຄົງ ທີ່ໃຫ້ໄວ້ຕັ້ງແຕ່ການສິ້ນສຸດ ຂອງສົງຄາມໂລກຄັ້ງທີສອງ?

ພາຍໃນສະພາຂອງ Greenland, ກໍມີຄວາມເປັນຫ່ວງນໍາອີກ ກ່ຽວກັບວິທີ ທີ່ຈະຕັດສິນໃຈ, ແລະຜູ້ໃດຈະໄດ້ຍິນ.

Juno Berthelsen, ຜູ້ແທນຝ່າຍຄ້ານ ຈາກພັກ Naleraq, ກ່າວວ່າ Greenland ຢາກເຫັນໄຊຊະນະດ້ານການທູດ.

"ຊາວ Greenland ມີຜູ້ແທນຂອງຕົນເອງ. ພວກເຮົາມີນັກການເມືອງ ທີ່ເປັນຕົວແທນໃຫ້ແກ່ຊາວ Greenland. ສະນັ້ນ ການມີການປະຊຸມ,ສາມາດເຈຣະຈາ ແລະຊອກຫາທາງແກ້ໄຂ ທາງການທູດ ຄືສິ່ງທີ່ພວກເຮົາໄດ້ສແວງຫາມາຕັ້ງແຕ່ຕົ້ນ. ສະນັ້ນ, ພວກເຮົາຈຶ່ງດີໃຈ ທີ່ກໍາລັງຊອກຫາທາງແກ້ໄຂ ທາງການທູດເຫລົ່ານັ້ນ. ແລະເຮົາຈະເຫັນວ່າ ຜົນຮັບນັ້ນ ຈະເປັນແນວໃດ, ພວກເຮົາໄດ້ເຫັນຄໍາເວົ້າຫລາຍຢ່າງ ຈາກທຸກຝ່າຍ. ແລະສິ່ງທີ່ເຮົາຕ້ອງການ ເປັນເວລາຫລາຍກວ່າຫນຶ່ງປີ ແມ່ນການເຈຣະຈາທາງການທູດ ກ່ຽວກັບສະຖານະການ, ກ່ຽວກັບຄວາມສໍາພັນ ລະຫວ່າງສະຫະຣັດອາເມຣິກາ ແລະ Denmark, ກ່ຽວກັບຄວາມສໍາພັນ ລະຫວ່າງ Greenland ແລະ Denmark ແລະຄວາມສໍາພັນ ລະຫວ່າງສະຫະຣັດອາເມຣິກາ ແລະ Denmark."

ລາຍງານໂດຍ  Essam Al-Ghalib    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now