ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການເລືອກຕັ້ງກາງວາຣະ ໃນ ອາເມຣິກາ.
ໂດຍທີ່ມີການເລືອກຕັ້ງກາງວາຣະ (Midterm Elections) ທີ່ຈະມີຂຶ້ນໃນປາຍປີນີ້ ໃນສະຫະຣັດອາເມຣິກາ, ພັກ Republican ແລະພັກ Democrat ໃນບາງຣັດ ກໍພະຍາຍາມຫາທາງໄດ້ປຽບ.
ປະທານາທີບໍດີ Donald Trump ຂອງພັກ Republican ຫວັງວ່າ ການແບ່ງເຂດເລືອກຕັ້ງໃຫມ່ ຈະສາມາດຊ່ອຍເຫລືອສະມາຊິກຂອງ House Republicans ທີ່ຈະຮັກສາສຽງສ່ວນໃຫຍ່ ຂອງເຂົາເຈົ້າໄວ້ໄດ້.
ແຕ່ມີການເຄື່ອນໄຫວ ໃນການອອກກົດຫມາຍ ທີ່ສາມາດໃຫ້ພັກໄດ້ປຽບຄືກັນ, ຊຶ່ງເປັນກົດຫມາຍທີ່ Democrats ກ່າວວ່າ ຖືກອອກແບບເພື່ອກີດກັນ ຜູ້ອອກສຽງເລືອກຕັ້ງຂອງກຸ່ມນ້ອຍ.
ແລະຕາມທີ່ Deborah Groarke ລາຍງານ, ຍັງມີການຕໍ່ສູ້ ທີ່ຕ້ອງຊນະໃນການເລືອກຕັ້ງ ໃນຣັດ Texas - ແລະ Georgia.
ໃນທ້າຍເດືອນມັງກອນ, ການເລືອກຕັ້ງພິເສດ ໄດ້ຖືກຈັດຂຶ້ນ ສໍາລັບສະພາສູງຂອງຣັດ Texas.
ໄຊຊນະໄດ້ຕົກເປັນຂອງ Taylor Rehmet ຜູ້ລົງສມັກພັກຂອງພັກ Democrats-ຜູ້ເປັນວິສະວະກອນເຄື່ອງຈັກ ແລະອະດີດທະຫານອາກາດ- ຊຶ່ງຫມາຍຄວາມວ່າ ພັກໄດ້ຄວບຄຸມສະພາ ຈາກພັກ Republican ເປັນເທື່ອທໍາອິດ ໃນຮອບຫລາຍສິບປີ.
"ສິ່ງນີ້ ມີຄວາມສໍາຄັນ ເພາະຂ້າພະເຈົ້າ ເປັນຜູ້ນໍາຂອງສະຫະພາບແຮງງານ. ຂ້າພະເຈົ້າ ມາຈາກຈຸດເລີ່ມຕົ້ນທີ່ຕ່ຳຕ້ອຍ, ແລະຂ້າພະເຈົ້າ ສາມາດບັນລຸສິ່ງນີ້ ໄດ້ດ້ວຍຄວາມໄວ້ວາງໃຈຂອງຊຸມຊົນ, ຜູ້ນໍາຂອງສະຫະພາບແຮງງານ ແລະສະມາຊິກ ສະຫະພາບແຮງງານ ທີ່ໃຫ້ຄວາມສນັບສນູນຂ້າພະເຈົ້າ ແລະເຊື່ອໝັ້ນໃນການຣົງນະຣົງນີ້."
Tim Davis, ປະທານຂອງພັກ Republican ໃນ Tarrant County, ໄດ້ເອີ້ນຜົນການເລືອກຕັ້ງນັ້ນວ່າ ເປັນການເຕືອນ ສໍາລັບການເລືອກຕັ້ງກາງວາຣະ ໃນເດືອນພະຈິກ ທີ່ຈະຕັດສິນອົງປະກອບ ຂອງສະພາ Congress ຂອງຣັດຖະບານກາງ.
"ຂ້າພະເຈົ້າຄິດວ່າ ໃນຫລາຍໆດ້ານ, ນີ້ເປັນການເລືອກຕັ້ງກາງວາຣະ ຄັ້ງທໍາອິດ ຂອງປີ 2026. ສະນັນ, ພວກເຮົາຈຶ່ງມີໂອກາດ, ພວກເຮົາມີໂອກາດ ຢູ່ໃນເຂດ Tarrant County, ມີໂອກາດ ທີ່ຈະເບິ່ງເຂດເລືອກຕັ້ງ, ເບິ່ງວ່າ ຜູ້ໃດລົງຄະແນນເລືອກຕັ້ງ, ເບິ່ງວ່າ ແມ່ນຫຍັງເປັນສິ່ງທີ່ສໍາຄັນສໍາລັບເຂົາເຈົ້າ ແລະປ່ຽນຂໍ້ຄວາມ ແລະຍຸດທະວິທີ ຂອງພວກເຮົາ. ດັ່ງທີ່ພວກເຮົາໄດ້ລົມກັນໄວ້, ໃນຂນະທີ່ພວກເຮົາ ມຸ້ງຫນ້າໄປຫາເດືອນພະຈິກ. ນັ້ນເປັນສິ່ງດີ."
ພັກ Democrat ຕ້ອງຊນະເຂດເລືອກຕັ້ງ ພຽງແຕ່ສາມບ່ອນ ທີ່ພັກ Republican ຄວບຄຸມ ໃນເດືອນພະຈິກ ເພື່ອຄວບຄຸມສະພາ ຂອງສະຫະຣັດອາເມຣິກາ, ແລະຫວັງວ່າ ການເລືອກຕັ້ງເຊັ່ນນີ້ ຈະເປັນຫລັກຖານ ເຖິງການສນັບສນູນ ຂອງຜູ້ລົງຄະແນນເລືອກຕັ້ງ ໃນທິດທາງຂອງເຂົາເຈົ້າ.
ແຕ່ເຂົາເຈົ້າ ຍັງຕໍ່ສູ້ເພື່ອຮັກສາບ່ອນນັ່ງບາງບ່ອນ ທີ່ເຄີຍປອດພັຍ.
ຫນຶ່ງໃນນັ້ນ ແມ່ນເຂດເລືອກຕັ້ງ ທີ 18 ໃນຣັດ Texas.
Kamala Harris ໄດ້ຮັບໄຊຊນະ ປະມານ 69 ເປີເຊັນ ຂອງການເລືອກຕັ້ງ ປະທານາທີບໍດີ ປີ 2024-ແລະ Christian Menefee ຜູ້ແທນພັກ Democrat ອີກຄົນຫນຶ່ງ ຫາກໍໄດ້ຮັບໄຊຊນະ ໃນເດືອນມັງກອນ ໃນການເລືອກຕັ້ງ.
"ຂ້າພະເຈົ້າ ຈະບໍ່ເຮັດໃຫ້ທ່ານທຸກຄົນຜິດຫວັງ. ໃຫ້ເຮົາເລີ່ມຕົ້ນເຮັດວຽກຕອນນີ້ເລີຍ."
ບ່ອນນັ່ງທີ່ Mr Menefee ໄດ້ຊນະໄດ້ວ່າງລົງ ເປັນເວລາຫນຶ່ງປີ, ຫລັງຈາກອະດີດສະມາຊິກ Sylvester Turner ໄດ້ເສັຍຊີວິດ.
Greg Abbott ເຈົ້າເມືອງພັກ Republican, ຖືກວິພາກວິຈານຢ່າງໜັກ ເພາະໃຊ້ເວລາຫລາຍກວ່າແປດເດືອນ ເພື່ອຈັດຕັ້ງ ການເລືອກຕັ້ງເບື້ອງຕົ້ນ ຂອງທຸກພັກ ເພື່ອເລືອກເອົາຜູ້ມາແທນຕໍາແຫນ່ງ ຫລັງຈາກ Turner ໄດ້ເສັຍຊີວິດໄປ-ແຕ່ເມື່ອບໍ່ດົນມານີ້, ຄວາມເປັນຫ່ວງສ່ວນຫລາຍ ແມ່ນກ່ຽວກັບອົງປະກອບ ຂອງຜູ້ລົງຄະແນນເລືອກຕັ້ງ.
ເຂດເລືອກຕັ້ງ, ຊຶ່ງແຕ່ກ່ອນມີສູນກາງ ຢູ່ອ້ອມຮອບເມືອງ Houston ແລະທັງຫມົດ ຢູ່ໃນເຂດ Harris County ໃນພາກຕາເວັນອອກສຽງໃຕ້ ຂອງຣັດ Texas. ບັດນີ້ ໄດ້ມີການຂີດເສັ້ນ ເຂດເລືອກຕັ້ງໃໝ່-ແລະມັນໄດ້ຖືກແບ່ງອອກ ເປັນບ່ອນນັ່ງອື່ນໆ ເກືອບເຄິ່ງໂຫຼ.
Tobin Hellums ຊາວເມືອງ Houston ເປັນຜູ້ຫນຶ່ງ ໃນຈໍານວນຜູ້ລົງຄະແນນຫລາຍຄົນ ທີ່ຄຽດແຄ້ນກັບການປ່ຽນແປງ.
"ໃນສ່ວນໂຕແລ້ວ, ເຂດເລືອກຕັ້ງ ໃນບ່ອນທີ່ຂ້າພະເຈົ້າສາມາດສະແດງຄວາມຄິດເຫັນ ຫລືລົງຄະແນນສຽງ ຂອງຂ້າພະເຈົ້າບໍ່ສໍາຄັນ,ແມ່ນບໍ່? ມັນເປັນການເຄື່ອນໄຫວ ທາງການເມືອງອີກ ໃນສ່ວນຫນຶ່ງຂອງຣັດຖະບານປະຈຸບັນ ທີ່ຈະພະຍາຍາມເຮັດໃຫ້ຄວາມສາມາດ ຂອງຜູ້ລົງຄະແນນກຸ່ມນ້ອຍ ໃຫ້ແຄບລົງ."
Juan Lozano ຈາກ Associated Press ກ່າວວ່າ ຜູ້ລົງຄະແນນບາງຄົນ ບໍ່ແນ່ໃຈວ່າ ເຂົາເຈົ້າມີສິດຈະລົງຄະແນນ ໃນເຂດເລືອກຕັ້ງໃດ ໃນຕອນນີ້.
"ສິ່ງນີ້ ເຮັດໃຫ້ຜູ້ລົງຄະແນນບາງຄົນ ມີຄວາມກັງວົນ ແລະສັບສົນ ເພາະເຂົາເຈົ້າ ບໍ່ແນ່ໃຈວ່າ ເຂົາເຈົ້າຍັງອາສັຍຢູ່ໃນເຂດເລືອກຕັ້ງ ພາຍໃຕ້ເຂດແດນໃຫມ່ຫລືບໍ່, ຫລືວ່າເຂົາເຈົ້າ ຈະຕ້ອງອອກສຽງ ໃນເຂດເລືອກຕັ້ງໃຫມ່ ຂອງຣັດຖະບານ."
Shampu Sibley ຊາວເມືອງ Houston ກ່າວວ່າ ຜູ້ລົງຄະແນນບາງຄົນ ມີຄວາມທໍ້ຖອຍໃຈ ກັບທຸກສິ່ງທີ່ກໍາລັງເກີດຂຶ້ນ.
"ການປ່ຽນເຂດເລືອກຕັ້ງ, ເຂດແດນ, ແລະອຸນຫະພູມສູງຫລາຍ ກັບຄໍາເວົ້າທາງການເມືອງ ແລະຜູ້ຄົນ ກໍໄດ້ກວດກາເບິ່ງແທ້ໆ."
Christian Menefee ກ່າວວ່າ ລາວໄດ້ພະຍາຍາມຊຸກຍູ້ຜູ້ຄົນ ໃຫ້ມີສ່ວນຮ່ວມຕໍ່ໄປ-ເຖິງແມ່ນວ່າ ບາງຄົນ-ເຊັ່ນ Kelliyah Kenney ໃນເມືອງHouston-ທີ່ໄດ້ຮັບການກະຕຸ້ນ ພຽງເລັກນ້ອຍ.
"ການມີຜູ້ແທນຂອງພວກເຮົານັ້ນສໍາຄັນ. ມັນສໍາຄັນສໍາລັບຂ້ອຍ ທີ່ຈະຮູ້ວ່າ ຂ້ອຍໄດ້ຈົດທະບຽນ ໃນເຂດທີ່ຖືກຕ້ອງຫລືບໍ່, ໂດຍສະເພາະ ການເປັນນັກສຶກສາວິທະຍາລັຍ. ຂ້ອຍລົງຄະແນນຢູ່ຫ່າງໄກຈາກບ່ອນຢູ່, ແລະບັດນີ້ ຂ້ອຍຈຶ່ງລຶ້ງເຄີຍ ກັບການຈົດທະບຽນຢູ່ໃນເຂດ Harris County. ດ້ວຍການປ່ຽນແປງໃຫມ່ ທີ່ຈະເກີດຂຶ້ນ, ມັນສໍາຄັນຫລາຍ, ໃນຄວາມເຫັນຂອງຂ້ອຍ, ທີ່ຈະຮູ້ວ່າ ເມື່ອໃດມີສິ່ງໃຫມ່ເກີດຂຶ້ນ ໃນເຂດເລືອກຕັ້ງຂອງຂ້ອຍ ເພື່ອວ່າ ຂ້ອຍຈະສາມາດອອກສຽງຂອງຂ້ອຍ."
Shampu Sibley ກໍຕັ້ງໃຈ ທີ່ຈະລົງຄະແນນສຽງຄືກັນ.
"ພວກເຮົາຈະບໍ່ເວົ້າວ່າ ພວກເຂົາຢາກສໍ້ໂກງການເລືອກຕັ້ງ, ແຕ່ພວກເຂົາ ເຮັດໃຫ້ມັນຍາກຫລາຍ ສໍາລັບຊຸມຊົນຜິວດໍາ ແລະຜິວສີນ້ຳຕານ ທີ່ຈະລົງຄະແນນ. ແລະສະນັ້ນ, ມັນຈຶ່ງຕ້ອງເຮັດໃຫ້ຜູ້ຄົນ ຄືກັນກັບຂ້າພະເຈົ້າ ໃຫ້ແນ່ໃຈວ່າ ຈະລົງຄະແນນສຽງ ບໍ່ວ່າເຂົາເຈົ້າຈະເຮັດຫຍັງ ແລະເວົ້າແນວໃດກໍຕາມ, ຢ່າງຫນ້ອຍ ນັ້ນແມ່ນຫນ້າທີ່ຮັບຜິດຊອບ ສິ່ງດຽວຂອງຂ້າພະເຈົ້າ."
ແຕ່ການແບ່ງເຂດເລືອກຕັ້ງ ບໍ່ໄດ້ເປັນພຽງສິ່ງດຽວ ທີ່ໜ້າເປັນຫ່ວງໃນຕອນນີ້.
ໃນການສໍາພາດທາງ podcast ກັບ Dan Bongino ອະດີດຮອງຜູ້ອໍານວຍການໃຫຍ່ຂອງ FBI, Donald Trump ໄດ້ກ່າວຢ້ຳວ່າ ການເລືອກຕັ້ງໃນປີ 2020 ຖືກລັກເອົາໄປຈາກລາວ ແລະກ່າວວ່າ ພັກຂອງລາວ ຄວນຄວບຄຸມຂັ້ນຕອນການເລືອກຕັ້ງ ຊຶ່ງປະຈຸບັນນີ້ ເປັນຫນ້າທີ່ຮັບຜິດຊອບ ຂອງຣັດຖະບານຂອງຣັດ, ພາຍໃຕ້ຣັດຖະທັມມະນູນ ຂອງສະຫະຣັດອາເມຣິກາ.
"ພັກ Republican ຄວນກ່າວວ່າ 'ພວກເຮົາຕ້ອງການຍຶດຄອງ'. ເຮົາຄວນຄວບຄຸມ ການລົງຄະແນນສຽງ-ຢ່າງຫນ້ອຍ 15 ບ່ອນ. ຝ່າຍພັກRepublican ຄວນເຮັດໃຫ້ການອອກສຽງ ເປັນຄືກັນທົ່ວປະເທດ."
ປະທານາທີບໍດີ Trump ໄດ້ຮຽກຮ້ອງໃຫ້ການອອກສຽງທາງໄປສະນີ ເປັນສິ່ງຜິດກົດໝາຍ,ດ້ວຍການຕັ້ງຄຳຖາມ ກ່ຽວກັບຄວາມປອດພັຍ ຂອງເຄື່ອງລົງຄະແນນສຽງ, ແລະອ້າງວ່າ ຫລາຍລ້ານຄົນທີ່ບໍ່ເປັນພົນລະເມືອງ ໄດ້ລົງຄະແນນເປັນປະຈໍາ.
ເຂດເລືອກຕັ້ງ Fulton County ໃນຣັດ Georgia ເປັນສນາມຮົບທີ່ສໍາຄັນ ໃນຄວາມພະຍາຍາມ ທີ່ບໍ່ສໍາເຣັດຂອງ Trump ໃນປີນັ້ນ ທີ່ຈະຄົງຢູ່ໃນອໍານາດ.
ແລະ Rob Pitts, ປະທານຄນະກັມມະການຂອງ Board of Commissioners, ກ່າວວ່າ ຄໍາກ່າວອ້າງຂອງ Mr Trump ກ່ຽວກັບການເລືອກຕັ້ງ ໃນປີ 2020 ໄດ້ຖືກພິສູດຊ້ໍາແລ້ວຊ້ໍາອີກ ວ່າບໍ່ເປັນຄວາມຈິງ.
"ການກວດສອບທຸກເທື່ອ, ການນັບຄືນທຸກເທື່ອ, ການຕັດສິນຂອງສານທຸກເທື່ອ ໄດ້ຢືນຢັນ ສິ່ງທີ່ພວກເຮົາຜູ້ຄົນໃນເຂດ Fulton County ຮູ້ຢູ່ແລ້ວ. ການເລືອກຕັ້ງຂອງພວກເຮົາ ແມ່ນຍຸດຕິທັມ ແລະຖືກຕ້ອງ ແລະການອອກສຽງ ຕາມກົດຫມາຍທຸກເທື່ອ ກໍຖືກນັບ. ຄວາມພະຍາຍາມ ຢ່າງຕໍ່ເນື່ອງເຫລົ່ານີ້ ແມ່ນກ່ຽວກັບການຂົ່ມຂູ່ ແລະການບ່ຽງຄວາມສົນໃຈ, ມັນບໍ່ແມ່ນຄວາມຈິງ."
ຄວາມຄິດເຫັນຂອງປະທານ-ແລະການຮຽກຮ້ອງ ຂອງປະທານາທິບໍດີ ໃນການເຮັດໃຫ້ ການອອກສຽງ ເປັນຄືກັນທົ່ວປະເທດ-ໄດ້ເກີດຂຶ້ນພຽງແຕ່ສອງສາມມື້ ຫລັງຈາກການບຸກຄົ້ນສຳນັກງານການເລືອກຕັ້ງ ຢູ່ໃນເຂດ Fulton ໂດຍ Federal Bureau of Investigation (FBI).
ເຂົາເຈົ້າ ມີອະນຸຍາດສານໃຫ້ເອົາກ່ອງບັດເລືອກຕັ້ງ ຈາກການລົງຄະແນນສຽງໃນປີ 2020.
ກັມມາທິການ Mo Ivory Martin ກ່າວວ່າ ການບຸກເຂົ້າຄົ້ນນັ້ນ ໄດ້ນໍາໄປສູ່ຄວາມເປັນຫ່ວງຢ່າງກວ້າງຂວາງ ວ່າ Trump ແລະຜູ້ສນັບສນູນ ອາດຊອກຫາ ການໄດ້ປຽບ ໃນການເລືອກຕັ້ງກາງວາຣະ ດ້ວຍວິທີອື່ນ.
"ນີ້ແມ່ນກ່ຽວກັບ ເດືອນພະຈິກປີ 2026, ກ່ຽວກັບການເລືອກຕັ້ງຂັ້ນຕົ້ນ ໃນວັນທີ 19 ເດືອນພຶດສະພາ ແລະແລ້ວ ການເລືອກຕັ້ງໃນເດືອນພະຈິກ. ລາວບໍ່ຢາກ ໃຫ້ການເລືອກຕັ້ງກາງວາຣະນັ້ນ ເອົາອໍານາດຂອງລາວໄປ. ສະນັ້ນ, ລາວຈຶ່ງພະຍາຍາມ ສ້າງຄວາມວຸ້ນວາຍ. ນີ້ຄືສິ່ງທີ່ລາວເຮັດ."
ມີສັນຍານເລັກນ້ອຍ ທີ່ຈະຕໍ່ຕ້ານ ໃນບັນດາພັກ Republican, ຍົກເວັ້ນ ແຕ່ຜູ້ນໍາສ່ວນໃຫຍ່ ຂອງສະມາຊິກສະພາສູງ John Thune, ຜູ້ທີ່ກ່າວວ່າ ລາວບໍ່ສນັບສນູນ ການເລືອກຕັ້ງແບບຣັດຖະບານກາງ.
ຍັງມີເລື່ອງນີ້ຈາກ Mike Johnson, ໂຄສົກສະພານໍາອີກ.
"ມັນເປັນຫນ້າທີ່ຮັບຜິດຊອບຂອງຣັດ ທີ່ຈະຈັດການເລື່ອງການເລືອກຕັ້ງສເມີ."
ແຕ່ພັກ Republican ສ່ວນຫລາຍ ຍັງຈົງຮັກພັກດີ ຕໍ່ນະໂຍບາຍຂອງTrump.
ມີການຊຸກຍູ້ ໂດຍສະພາສູງ ແລະສະພາຜູ້ແທນ ທີ່ຈະຜ່ານກົດຫມາຍທີ່ເອີ້ນວ່າ ກົດຫມາຍ SAVE, ຊຶ່ງຈະບັງຄັບໃຫ້ຜູ້ລົງຄະແນນສຽງ ຕ້ອງສະແດງຫນັງສືຜ່ານແດນ ຫລືຫນັງສືຢັ້ງຢືນການເກີດ ເພື່ອພິສູດການເປັນພົນລະເມືອງຂອງເຂົາເຈົ້າ ເມື່ອຈົດທະບຽນເພື່ອເລືອກຕັ້ງ.
ເຖິງແມ່ນ ຈະມີຄວາມເປັນຫ່ວງ ຈາກຜູ້ແທນພັກ Democrats ເຊັ່ນChuck Schumer ວ່າມັນຈະກີດກັນຜູ້ຄົນ ຫລາຍລ້ານຄົນ ຈາກການເລືອກຕັ້ງ.
"ມັນບໍ່ກ່ຽວ ກັບການປົກປ້ອງການເລືອກຂອງເຮົາ ແລະທຸກຢ່າງທີ່ກ່ຽວຂ້ອງ ກັບການປາບປາມ ຜູ້ມີສິດເລືອກຕັ້ງ ຂອງຣັດຖະບານກາງ. ກົດໝາຍ SAVE ACT ບໍ່ມີຫຍັງຫລາຍໄປກວ່າ Jim Crow 2.0."
ຍັງມີລາຍງານ ທີ່ບໍ່ໄດ້ຮັບຢືນຢັນວ່າ ປະທານາທີບໍດີ Trump ກໍາລັງຕຽມພ້ອມ ທີ່ຈະຂົ່ມຂູ່ ທີ່ຈະລະງັບເງິນທຶນ ທີ່ກ່ຽວຂ້ອງກັບການເລືອກຕັ້ງ ຂອງຣັດຖະບານກາງ ໃຫ້ແກ່ຣັດ ທີ່ຕໍ່ຕ້ານມາດຕະການ ເລືອກຕັ້ງໃຫມ່.
ຍັງບໍ່ມີຫຍັງຖືກຢືນຢັນ ຫລືປະກາດເທື່ອ, ແຕ່ Mr Trump ໄດ້ກ່າວຄໍາ ຖແລງແບບນີ້.
"ມີການສໍ້ໂກງທີ່ຫນ້າຢ້ານກົວ ໃນການເລືອກຕັ້ງ. ແລະຣັດຖະບານກາງ ບໍ່ຄວນອະນຸຍາດ ໃຫ້ເຮັດແນວນັ້ນ. ຣັດຖະບານກາງ ຄວນມີສ່ວນຮ່ວມ."
ເຖິງແມ່ນວ່າ ເບິ່ງຂ້າມການເລືອກຕັ້ງ ກາງວາຣະ ວ່າເປັນສິ່ງທີ່ພັກທີ່ຢູ່ໃນຕຳແໜ່ງ ມີບັນຫາຢູ່ສເມີ, ແຕ່ Donald Trump ຍັງຮັບຮູ້ ເຖິງຄວາມສໍາຄັນ ຂອງພັກ Republican ທີ່ຈະຮັກສາສຽງສ່ວນໃຫຍ່ ທີ່ມີພຽງເລັກນ້ອຍ ຂອງເຂົາເຈົ້າ ໃນສະພາ Congress.
ລາວໄດ້ບອກຜູ້ສນັບສນູນ ໃນຄໍາປາສັຍຢູ່ນອກເມືອງ Des Moines, ຣັດIowa ໃນອາທິດນີ້.
"ພວກເຮົາ ຕ້ອງຊນະການເລືອກຕັ້ງໃນກາງວາຣະ. ສະນັ້ນ, ຈົ່ງຢ່າລືມ.ທ່ານຕ້ອງອອກໄປເລືອກຕັ້ງ. ການເລືອກຕັ້ງ ໃນກາງວາຣະ ແມ່ນສໍາຄັນຫລາຍ. ພວກເຮົາຈະເຮັດ, ພວກເຮົາຈະເຮັດວຽກຢ່າງຫນັກ ເພື່ອຈະໄດ້ຮັບໄຊຊນະ ໃນການເລື້ອກຕັ້ງຄັ້ງນີ້."
Robb Pitts ກ່າວວ່າ ລາວຍັງຈື່ໄດ້ວ່າ ມັນເປັນແນວໃດ ສຳລັບຄົນງານໃນຣັດ Georgia ຫລັງຈາກການເລືອກຕັ້ງ ໃນປີ 2020 ຊຶ່ງບໍ່ໄດ້ເປັນໄປຕາມຄວາມຕ້ອງການຂອງພັກ Republican ໃນເຂດເລືອກຕັ້ງ Georgia County.
ລາວເວົ້າວ່າ ລາວເປັນຫ່ວງບໍ່ ພຽງແຕ່ກ່ຽວກັບການຕັດສິດເທົ່ານັ້ນ-ແຕ່ຄວາມຮຸນແຮງນໍາອີກ.
"ຫລັງຈາກການເລືອກຕັ້ງປີ 2020, ເຈົ້າໜ້າທີ່ເລືອກຕັ້ງ ໃນເຂດເລືອກຕັ້ງ Fulton ໄດ້ອົດທົນກັບການ ຕົກເປັນເປົ້າໝາຍ ຂອງການຄຸກຄາມທີ່ໂຫດຮ້າຍ ແລະມັນຈໍາເປັນຢ່າງຍິ່ງ ທີ່ຂໍ້ມູນຈາກການເລືອກຕັ້ງ ໃນປີ 2020 ຈະບໍ່ຖືກໃຊ້ ເພື່ອຄຸກຄາມພະນັກງານເລືອກຕັ້ງຂອງເຮົາ ຜູ້ທີ່ໄດ້ອົດທົນຢ່າງຫລວງຫລາຍ ມານານແລ້ວ. ໃນປີການເລືອກຕັ້ງ 2026 ນີ້, ກິດຈະກັມ ໃນອາທິດນີ້ ສະແດງໃຫ້ເຫັນວ່າ ເຂດເລືອກຕັ້ງ Fulton County ຍັງເປັນເປົ້າຫມາຍຢູ່, ແລະຂ້າພະເຈົ້າ ໄດ້ຮັບແຈ້ງວ່າ ຂ້າພະເຈົ້າຕົກເປັນເປົ້າຫມາຍ ເປັນການສ່ວນຕົວ. ຂ້າພະເຈົ້າ ບໍ່ແມ່ນເດັກນ້ອຍ. ບັດນີ້ ໃນຂນະທີ່ພວກເຮົາລຶ້ງເຄີຍ ກັບການຖືກເອີ້ນຊື່ ແລະການກ່າວຫາຕ່າງໆ, ພວກເຮົາ ຈະບໍ່ຍອມຖອຍ ໃຫ້ຜູ້ທີ່ພະຍາຍາມຄວບຄຸມການເລືອກຕັ້ງຂອງພວກເຮົາ ແມ່ນແຕ່ໜ້ອຍດຽວ."
ລາຍງານໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








