ປະຕິກິຣິຍາຕໍ່ພາສີຂອງ ອາເມຣິກາ

United States - India -Import Tariff - Photo Illustration

ປະທານາທິບໍດີ ສະຫະຣັດອາເມຣິກາ ໄດ້ປະກາດການເກັບພາສີສູງຂຶ້ນ, ແລະປະເທດ ອິນເດັຍ ຈະຖືກເກັບພາສີໃນອັດຕາ 25 ເປີເຊັນ. Source: SIPA USA / Jonathan Raa/Jonathan Raa/Sipa USA

ສະຫະຣັດອາເມຣິກາ ໄດ້ປະກາດການເກັບພາສີສູງຂຶ້ນ ສໍາລັບ 92 ປະເທດ, ຮວມທັງປະເທດ Canada 35 ເປີເຊັນ, ແລະປະເທດ ອິນເດັຍ 25 ເປີເຊັນ.ການເພີ່ມຂຶ້ນ ແມ່ນແນໃສ່ປະເທດ ທີ່ບໍ່ມີສ່ວນຮ່ວມ ກັບຜົນປໂຍດທາງເສດຖະກິດ ແລະຄວາມໝັ້ນຄົງ ຂອງສະຫະຣັດອາເມຣິກາ. ຫຼາຍປະເທດກໍກຳລັງຫາທາງຮັບມືກັບ ອັດຕາພາສີເຫຼົ່ານີ້ ແລະຫຼາຍປະເທດກໍຮູ້ສຶກວ່າເປັນການເຄື່ອນໄຫວທີ່ບໍ່ມີເຫດຜົນ ແລະອາດຈະສ້າງວິກິດທາງເສດຖະກິດໄດ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ປະຕິກິຣິຍາຕໍ່ພາສີຂອງ ອາເມຣິກາ.

ສະຫະຣັດອາເມຣິກາ ໄດ້ນໍາໃຊ້ພາສີໃຫມ່ຢ່າງກວ້າງຂວາງ ໃນຫລາຍສິບປະເທດ, ໂດຍອ້າງເຖິງ ຄວາມກັງວົນເລື່ອງເສດຖະກິດ ແລະຄວາມໝັ້ນຄົງ.

ໃນຂນະທີ່ອອສເຕຣເລັຍ ໄດ້ລອດພົ້ນຈາກພາສີນັ້ນ, ພັນທະມິດທີ່ສໍາຄັນ ຮວມທັງປະເທດ Canada, Switzerland ແລະ Taiwan ຈະປະເຊີນກັບພາສີທີ່ສູງຂຶ້ນ.

ການເຄື່ອນໄຫວນັ້ນ ໄດ້ກໍ່ໃຫ້ເກີດຄວາມກັງວົນທົ່ວໂລກ ກ່ຽວກັບການສະດຸດທາງການຄ້າ, ການຕົກວຽກ ແລະສ້າງຄວາມເຄັ່ງຕຶງ ຕໍ່ຄວາມສໍາພັນທາງການທູດ.

Essam Al-Ghalib ລາຍງານ.

ປະທານາທິບໍດີ ສະຫະຣັດອາເມຣິກາ ໄດ້ປະກາດການເກັບພາສີສູງຂຶ້ນ ສໍາລັບ 92 ປະເທດ, ຮວມທັງປະເທດ Canada 35 ເປີເຊັນ, ແລະປະເທດ ອິນເດັຍ 25 ເປີເຊັນ.

ປະທານາທິບໍດີ Donald Trump ກ່າວວ່າ ການເພີ່ມຂຶ້ນ ແມ່ນແນໃສ່ປະເທດ ທີ່ບໍ່ມີສ່ວນຮ່ວມ ກັບຜົນປໂຍດທາງເສດຖະກິດ ແລະຄວາມໝັ້ນຄົງ ຂອງສະຫະຣັດອາເມຣິກາ.

ແຕ່ສິນຄ້າຂອງອອສເຕຣເລັຍ ຈະຄົງຢູ່ໃນລະດັບ 10 ເປີເຊັນ.

Don Farrell, ຣັຖມົນຕີການຄ້າ ກ່າວວ່າ ສິນຄ້າຂອງອອສເຕຣເລັຍ ມີການແຂ່ງຂັນຫລາຍຂຶ້ນ ໃນຕລາດອາເມຣິກາ, ຫລັງຈາກ Donald Trump ໄດ້ປະກາດພາສີຄັ້ງຫຼ້າສຸດ.

ອອສເຕຣເລັຍ ລອດພົ້ນຈາກການເພີ່ມຂຶ້ນ ຂອງພາສີ ແລະອັດຕາການເກັບພາສີ ຍັງຢູ່ໃນລະດັບຕ່ຳທີ່ສຸດ ທີ່ 10 ເປີເຊັນ.

Mr Farrell ກ່າວວ່າ ນັ້ນເປັນສິ່ງດີສໍາລັບ.

"ການຕັດສິນໃຈນີ້ ຫມາຍຄວາມວ່າ ເມື່ອປຽບທຽບກັບປະເທດອື່ນໆ ແລ້ວ ຜລິດຕະພັນຂອງອອສເຕຣເລັຍ ສາມາດແຂ່ງຂັນໄດ້ຫຼາຍຂຶ້ນ ໃນ ຕລາດອາເມຣິກາ. ນີ້ຫມາຍຄວາມວ່າ ຜລິດພັນ ເຊັ່ນເຫລົ້າ wine, ເຊັ່ນຊີ້ນງົວ, ແກະ, ເຂົ້າສາລີ ຈະມີລາຄາຖືກກວ່າ ໃນສະຫະຣັດອາເມຣິກາ."

ປະເທດ New Zealand ປະເຊີນກັບອັດຕາພາສີ 15 ເປີເຊັນ, ແລະປະເທດ Canada ອັດຕາສູງເຖິງ 35 ເປີເຊັນ ສໍາລັບສິນຄ້າ ທີ່ຢູ່ນອກຂໍ້ຕົກລົງຂອງ US-Mexico-Canada.

White House ໄດ້ອ້າງເຖິງອຸບປະສັກ ທີ່ບໍ່ແມ່ນພາສີ ແລະການຄ້າ Fentanyl, ເຖິງແມ່ນວ່າປະເທດ Canada ຈະມີສັດສ່ວນ ພຽງແຕ່ຫນຶ່ງເປີເຊັນ ຂອງການນຳເຂົ້າ Fentanyl ຂອງສະຫະຣັດອາເມຣິກາ.

Ottawa ກ່າວວ່າ ມັນກຳລັງເພີ່ມຄວາມໝັ້ນຄົງທາງຊາຍແດນ ແລະຕໍ່ສູ້ກັບອາດຊະຍາກັມຂ້າມຊາດ.

ການຫລຸດຜ່ອນຂໍ້ຈໍາກັດຂອງ Canberra ເມື່ອບໍ່ດົນມານີ້ ກ່ຽວກັບຊີ້ນງົວອາເມຣິກາ ຖືກປະຕິເສດວ່າ ກ່ຽວຂ້ອງກັບການຕັດສິນໃຈ.

ປະເທດ Switzerland ປະເຊີນກັບການເພີ່ມພາສີສູງສຸດ, ເຖິງ 39 ເປີເຊັນ.

Jean-Philippe Kohl ຈາກ Swissmem ກ່າວວ່າ ວຽກງານດ້ານເທັກໂນໂລຈີ ຫລາຍສິບພັນຕຳແໜ່ງ ກຳລັງຕົກຢູ່ໃນຄວາມສ່ຽງ.

"ມັນເປັນເລື້ອງທີ່ຫນ້າຕົກໃຈສໍາລັບພວກເຮົາ, ແລະມັນເປັນເລື້ອງທີ່ຫນ້າຕົກໃຈ ສໍາລັບອຸດສະຫະກັມສົ່ງອອກ ຂອງພວກເຮົາ ແລະທັງປະເທດ. ພວກເຮົາຕົກຕະລຶງແທ້ໆ. ແລະການເກັບພາສີ ບໍ່ໄດ້ອີງຕາມພື້ນຖານຂອງເຫດຜົນໃດໆ ແລະເປັນໄປໂດຍພລະການ ເປັນໄປບໍ່ໄດ້ທີ່ຈະອະທິບາຍ ວ່າມັນຫມາຍຄວາມວ່າແນວໃດ ແລະເປັນຫຍັງຈຶ່ງຕັດສິນໃຈແບບນີ້. ສະນັ້ນ, ມັນຈຶ່ງບໍ່ມີເຫດຜົນ."

ບໍຣິສັດຢາຍັກໃຫຍ່ Roche ແລະ Novartis ຂອງ Switzerland ໄດ້ລອດພົ້ນຈາກພາສີນີ້, ແຕ່ຄາດວ່າ ຜົນກະທົບທາງເສດຖະກິດໃນວົງກວ້າງ ຈະຮຸນແຮງ.

ຣັຖບານ Switzerland ກຳລັງທົບທວນ ການຕອບໂຕ້ຂອງຕົນ.

ໃນຂນະດຽວກັນ, Bangladesh ໄດ້ຮັບສຳປະທານທີ່ສໍາຄັນ, ພ້ອມດ້ວຍການເກັບພາສີ ຂອງສະຫະຣັດອາເມຣິກາ ໃນການສົ່ງອອກເສື້ອຜ້າຂອງຕົນ ຖືກຕັດລົງເປັນ 20 ເປີເຊັນ, ຫລຸດລົງຈາກ 37ເປີເຊັນ.

ການຕັດສິນໃຈນັ້ນ ເປັນການບັນເທົາ ສໍາລັບອຸດສະຫະກັມເສື້ອຜ້າ ມູນຄ່າ 60 ພັນລ້ານໂດລາ ຂອງປະເທດ, ຊຶ່ງເປັນອຸດສະຫະກັມເສື້ອຜ້າ ທີ່ໃຫຍ່ທີ່ສຸດ ອັນດັບທີສອງຂອງໂລກ.

ເຈົ້າຂອງໂຮງງານ ແລະອະດີດເຈົ້າຫນ້າທີ່ການຄ້າ Mohiuddin Rubel ກ່າວວ່າ ການເຄື່ອນໄຫວນີ້ ຊ່ວຍຍົກລະດັບການແຂ່ງຂັນ.

"ທໍາອິດເມື່ອມັນ (ພາສີຂອງ Trump) ຖືກກຳນົດ, ຄູ່ແຂ່ງຂອງພວກເຮົາ ມີພາສີຫນ້ອຍກວ່າເຮົາໜ້ອຍຫນຶ່ງ. ສະນັ້ນ, ພວກເຮົາຈຶ່ງຕົກຢູ່ໃນຕໍາແຫນ່ງ ທີ່ບໍ່ໝັ້ນຄົງປານໃດ ທີ່ຈະຕໍ່ສູ້ກັບເຂົາເຈົ້າ ແລະຈະຮັບມືກັບເຂົາເຈົ້າແນວໃດ ໃນການແຂ່ງຂັນ. ສະນັ້ນ, ເມື່ອມັນໄດ້ຖືກແກ້ໄຂ, ຄູ່ແຂ່ງຂອງພວກເຮົາ ເກືອບຈະຢູ່ໃນລະດັບທີ່ເທົ່າທຽມກັນ."

ໃນຂນະດຽວກັນ ໃນ Taiwan, ອັດຕາການເກັບພາສີ 20 ເປີເຊັນ ໄດ້ເຮັດໃຫ້ອຸດສະຫະກັມຕ່າງໆ ເຊັ່ນເຄື່ອງຈັກ ແລະ Plastic ຕົກຢູ່ໃນຄວາມວິຕົກ, ເນື່ອງຈາກບໍຣິສັດຕ່າງໆ ກຳລັງພິຈາຣະນາວ່າ ຈະປ່ຽນການດໍາເນີນງານຫລືບໍ່.

Mr Wang ຜູ້ບໍຣິຫານຄົນຫນຶ່ງ ເຕືອນວ່າ ຜົນກະທົບນັ້ນ ອາດສັ່ນສະເທືອນ ຕໍ່ຫລາຍໆພາກສ່ວນ.

"ມັນຂຶ້ນຢູ່ກັບອັດຕາພາສີຂັ້ນສຸດທ້າຍ. ຖ້າຫາກມັນຍັງເປັນ 20 ເປີເຊັນ, ມັນຈະເປັນຜົນກະທົບອັນໃຫຍ່ຫລວງ ສໍາລັບການຜລິດເຄື່ອງມື, ເຄື່ອງຈັກ ແລະອຸດສະຫະກັມຜ້າ. ແລະອາດມີຜົນກະທົບ ຕໍ່ອຸດສະຫະກັມອື່ນໆ ໃນລະດັບທີ່ແຕກຕ່າງກັນ. ຜົນສະທ້ອນກໍຄື, ມັນຂຶ້ນຢູ່ກັບອັດຕາພາສີຂັ້ນສຸດທ້າຍ, ມີຕລາດໃດແດ່ທີ່ Taiwan ຕ້ອງເປີດໃຫ້ສະຫະຣັດອາເມຣິກາ, ສິ່ງທີ່ເຮົາຕ້ອງລົງທຶນໃນສະຫະຣັດອາເມຣິກາ. ພວກເຮົາຈະບໍ່ຮູ້ຜົນກະທົບ ຈົນກວ່າຈະເຖິງເວລານັ້ນ."

ໃນປະເທດ Malaysia, ຜລິດຕະພັນຢາ ແລະເຄື່ອງ Semiconductor ສ່ວນຫລາຍ ຈະຖືກຍົກເວັ້ນ ເຖິງແມ່ນຈະມີພາສີໃຫມ່ 19 ເປີເຊັນ ສໍາລັບການສົ່ງອອກອື່ນໆ.

ຣັຖມົນຕີການຄ້າ, Tengku Zafrul Aziz, ກ່າວວ່າ ການຕັດສິນໃຈນັ້ນ ໄດ້ເກີດຂຶ້ນຫຼັງຈາກການເຈຣະຈາລະດັບສູງ.

"ໃນທີ່ສຸດ, ໃນເວລາ 5 ໂມງເຊົ້າ ພວກເຮົາໄດ້ສິ້ນສຸດການສົນທະນາ ໃນຕອນເຊົ້າ ແລະນາຍົກຣັຖມົນຕີ Anwar Ibrahim ໄດ້ບອກພວກເຮົາວ່າ ປະທານາທິບໍດີ Trump ໄດ້ຕົກລົງການເກັບພາສີສໍາລັບ Malaysia ຊຶ່ງກໍແມ່ນ 19 ເປີເຊັນ, ທີ່ໄດ້ປະກາດພ້ອມກັບປະເທດອື່ນໆ. ຫລັງຈາກນັ້ນ ຈະມີການຖແລງຮ່ວມກັນ ໂດຍຝ່າຍ Malaysia ແລະສະຫະຣັດອາເມຣິກາ, ຮວມທັງກະຊວງການຄ້າ ລະຫວ່າງປະເທດ ແລະອຸດສາຫະກັມ ຂອງMalaysia (Ministry of International Trade and Industry-MITI) ແລະຜູ້ແທນການຄ້າ ຂອງສະຫະຣັດອາເມຣິກາ (USTR) ໃນວັນເສົາ ຫລືວັນອາທິດ.

ອາຟຣິກາໃຕ້ ກໍກຳລັງຕຽມພ້ອມສໍາລັບຜົນກະທົບເຊັ່ນກັນ.

Dynamic Fluid Control, ຜູ້ຜລິດ Valve ລາຍໃຫຍ່, ຢ້ານວ່າ ການເກັບພາສີ 30 ເປີເຊັນ ສໍາລັບເຫລັກ ອາດບັງຄັບໃຫ້ມັນອອກຈາກຕລາດອາເມຣິກາ.

Tumi Tsehlo, C-E-O, ເວົ້າກົງໄປກົງມາ.

"ເມື່ອພາສີດໍາເນີນຕໍ່ໄປຍິ່ງດົນເທົ່າໃດ, ສະພາບການ ກໍຈະຍິ່ງເຮັດໃຫ້ເຮົາບໍ່ສາມາດເຮັດໄດ້ ດົນນານເທົ່ານັ້ນ."

ຊາວອາຟຣິກາໃຕ້ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບຜົນກະທົບຂອງການເກັບພາສີ 30 ເປີເຊັນທີ່ Trump ໄດ້ກຳນົດໄວ້, ເຕືອນເຖິງການຕົກວຽກ ແລະຄວາມບໍ່ແນ່ນອນທາງເສດຖະກິດ ໃນຂນະທີ່ມາດຕະການນັ້ນ ມີຜົນບັງຄັບໃຊ້.

Kalomo Musokotwane ເປັນຜູ້ຈັດການຝ່າຍຕລາດ ແລະກິດຈະກັມ.

"ສາມສິບເປີເຊັນ ແມ່ນຮຸນແຮງຫຼາຍ. ສະນັ້ນ, ຫລາຍຄົນຈະຕົກວຽກ. ແລະຣັຖບານ ກໍກຳລັງດີ້ນລົນ ທີ່ຈະສ້າງວຽກງານຫລາຍກວ່າເກົ່າ, ແລະຂ້າພະເຈົ້າບໍ່ເຫັນວ່າ ເຂົາເຈົ້າຈະສ້າງວຽກງານໄດ້ຫຼາຍປານໃດ. ສະນັ້ນ, ມັນອາດຂຶ້ນກັບນັກທຸຣະກິດ. ນັກທຸຣະກິດ ຈະຕ້ອງຊອກຫາວິທີ ທີ່ຈະນໍາເສດຖະກິດກັບມາ. ແຕ່ໃນທີ່ສຸດ, ຫລາຍຄົນກໍຈະເປັນຜູ້ຮັບເຄາະ."

ປະເທດ Serbia ໄດ້ຮັບຜົນກະທົບຈາກການສເນີພາສີ 35 ເປີເຊັນ.

Bojan Stanic ຈາກສະພາການຄ້າ Serbia ໄດ້ອະທິບາຍເຖິງການເຄື່ອນໄຫວນັ້ນວ່າ ເປັນການເຄື່ອນໄຫວ ທີ່ຮຸນແຮງເກີນໄປ.

"Serbia ເປັນປະເທດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດໃນໂລກດ້ານພາສີ, ຖ້າຫາກມັນເກີດຂຶ້ນແທ້ໆ- ເຮົາຈະຕ້ອງລໍຖ້າ ການປະກາດເປັນທາງການ ຂອງເຈົ້າຫນ້າທີ່ ໃນປະເທດSerbia ຄືກັນ. ອັດຕາການເກັບພາສີ ແມ່ນສູງກວ່າທີ່ໃຊ້ສໍາລັບສິນຄ້າຈີນ ທີ່ມາສູ່ອາເມຣິກາ. ໃນອີກດ້ານຫນຶ່ງ, ໃນທະວີບຢູໂຣບ ມີພຽງແຕ່ປະເທດ Switzerland ເທົ່ານັ້ນ ທີ່ສູງກວ່າ ຊຶ່ງກໍແມ່ນ 39%. ເຮົາສາມາດເວົ້າໄດ້ວ່າ ນີ້ເປັນການຕັດສິນໃຈ ທີ່ບໍ່ມີເຫດຜົນແທ້ໆ, ຢ່າລືມວ່າ ໃນສິບປີທີ່ຜ່ານມາ, ການແລກປ່ຽນດ້ານເສດຖະກິດ ລະຫວ່າງອາເມຣິກາ ແລະ Serbia ໄດ້ເພີ່ມຂຶ້ນຢ່າງຫຼາຍ."

ໃນປະເທດ France, ຜູ້ຜລິດນ້ຳຫອມ Corania ກຳລັງສັ່ນຄອນຈາກການເກັບພາສີ 15 ເປີເຊັນຈາກການສົ່ງອອກ ໄປທີ່ສະຫະຣັດອາເມຣິກາ.

Laurent Cohen, CEO, ກ່າວວ່າການປ່ຽນແປງຢ່າງກະທັນຫັນ ໄດ້ບັງຄັບໃຫ້ບໍຣິສັດທີ່ມີອາຍຸ 90 ປີ ທົບທວນກ່ຽວກັບຍຸດທະວິທີ ທຸຣະກິດຂອງຕົນໃໝ່.

"ນີ້ເປັນເລື່ອງໃຫມ່, ພວກເຮົາຖືກບັງຄັບ, ມັນກະທັນຫັນຫຼາຍ. ສະນັ້ນ, ພວກເຮົາ ຜູ້ທີ່ໄດ້ທໍາງານຢູ່ໃນຕລາດນີ້ເປັນເວລາຫລາຍປີ, ພວກເຮົາຕ້ອງຫັນກັບຄືນ, ພວກເຮົາຕ້ອງພັດທະນາຕົນເອງ. ພວກເຮົາລະມັດລະວັງຢູ່ແລ້ວ ເພາະນັບແຕ່ເດືອນມັງກອນ, ພວກເຮົາບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນຕໍ່ໄປ."

ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service