ການເປີດເຜີຍແຟ້ມ ຄະດີທາງເພດ ທີ່ອາດກ່ຽວກັບ Donald Trump

Trump Epstein

ຮູບປັ້ນຂອງ Donald Trump ແລະ Jeffrey Epstein ກຳລັງຈັບມືກັນທີ່ຖືກຈັດໄວ້ທີ່ the National Mall ໃກ້ກັບ the Capitol ໃນ Washington. Credit: Jose Luis Magana/AP

ຜູ້ແທນພັກ Democrat ໃນຄນະກໍາມະການດູແລ ແລະການປະຕິຮູບຣັດຖະບານ ຂອງສະພາ (the House Committee on Oversight and Government Reform) ໄດ້ເຜີຍແພ່ emails ຈາກສົມບັດຂອງ Jeffrey Epstein ທີ່ກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມຮູ້ຂອງ Donald Trump ກ່ຽວກັບການລ່ວງລະເມີດຂອງ Epstein ຕາມທີ່ກ່າວຫາ.


ທ່ານສາມາດຕິດຕາມຂໍ້ຄວາມຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການເປີດເຜີຍແຟ້ມ ຄະດີທາງເພດ ທີ່ອາດກ່ຽວກັບ Donald Trump

ສະມາຊິກພັກ Democrat ໃນສະພາຂອງສະຫະຣັດອາເມຣິກາ ໄດ້ເປີດເຜີຍ emails ທີ່ເຂົາເຈົ້າກ່າວວ່າ ກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມສໍາພັນ ຂອງປະທານາທິບໍດີ Donald Trump ກັບ Jeffrey Epstein ແລະວ່າ Trump ຮູ້ຫລາຍປານໃດ ກ່ຽວກັບການລ່ວງລະເມີດ ຂອງນັກການເງິນ ຕໍ່ເດັກນ້ອຍຜູ້ຍິງ ທີ່ຍັງບໍ່ຮອດເກນອາຍຸຕາມກົດ ໝາຍ.

ຈົດຫມາຍຕິດຕໍ່ ທີ່ຖືກເຜີຍແພ່ໂດຍພັກ Democrat ໃນຄນະກັມມາທິການ ດູແລສະພາຂອງສະຫະຣັດອາເມຣິກາ (US House Oversight Committee) ປະກອບດ້ວຍ ຂໍ້ຄວາມລະຫວ່າງ Epstein, Ghislaine Maxwell ແລະນັກຂ່າວຊື່ Michael Wolff ທີ່ລະບຸຊື່ Trump ໂດຍກົງ, ແລະກ່າວວ່າ Trump ອາດໄດ້ໃຊ້ເວລາຫລາຍຊົ່ວໂມງ ຢູ່ເຮືອນຂອງ Epstein ກັບຜູ້ເຄາະຮ້າຍຄົນຫນຶ່ງ.

Essam Al-Ghalib ລາຍງານ.

ຜູ້ແທນພັກ Democrat ໃນຄນະກໍາມະການດູແລ ແລະການປະຕິຮູບຣັດຖະບານ ຂອງສະພາ (the House Committee on Oversight and Government Reform) ໄດ້ເຜີຍແພ່ emails ຈາກສົມບັດຂອງ Jeffrey Epstein ທີ່ກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມຮູ້ຂອງ Donald Trump ກ່ຽວກັບການລ່ວງລະເມີດຂອງ Epstein ຕາມທີ່ກ່າວຫາ.

ສິ່ງທໍາອິດແມ່ນ emails ສາມສະບັບ ລະຫວ່າງ Epstein ແລະ Ghislaine Maxwell ແລະນັກຂຽນຊື່ Michael Wolff ທີ່ລະບຸ Mr Trump ແລະກ່າວຫາວ່າ ລາວໄດ້ໃຊ້ເວລາຫລາຍຊົ່ວໂມງ ຢູ່ເຮືອນຂອງ Epstein ກັບຜູ້ເຄາະຮ້າຍ.

ນີ້ຄື emails ສະບັບຫນຶ່ງ ຈາກປີ 2011 ທີ່ Epstein ໄດ້ສົ່ງໄປໃຫ້ Maxwell.

"ຂ້ອຍຢາກໃຫ້ເຈົ້າຮູ້ວ່າ ຫມາທີ່ບໍ່ໄດ້ເຫົ່ານັ້ນແມ່ນ Trump... (ຊື່ຖືກປິດບັງໄວ້) ໄດ້ໃຊ້ເວລາຫລາຍຊົ່ວໂມງ ຢູ່ເຮືອນຂອງຂ້ອຍກັບ Trump, ລາວບໍ່ເຄີຍຖືກກ່າວເຖິງຈັກເທື່ອ. ຫົວຫນ້າຕໍາຫລວດ ແລະອື່ນໆ. ຂ້ອຍຢູ່ທີ່ນັ້ນ 75 ເປີເຊັນ."

ນີ້ຄືຂໍ້ຄວາມ ປີ 2019 ເຖິງນັກຂ່າວ Michael Wolff ຊຶ່ງ Epstein ໄດ້ຂຽນວ່າ:

“…ແນ່ນອນວ່າ ລາວຮູ້ກ່ຽວກັບເດັກນ້ອຍຜູ້ຍິງ ເພາະລາວຂໍໃຫ້ Ghislaine ຢຸດ."

ໃນ email ຫນຶ່ງ, Michael Wolff ເບິ່ງຄືວ່າ ຈະກ່າວວ່າ Epstein ພະຍາຍາມເຮັດໃຫ້ Trump-ຜູ້ຊຶ່ງໃນເວລານັ້ນ ກໍາລັງລົງສມັກ ຕຳແໜ່ງ ປະທານາທິບໍດີ-ເປັນຫນີ້ບຸນຄຸນຕໍ່ລາວ.

"ຂ້ອຍຄິດວ່າ ເຈົ້າຄວນປ່ອຍໃຫ້ລາວແຂວນຄໍຕົວເອງ. ຖ້າຫາກລາວເວົ້າວ່າ ລາວບໍ່ໄດ້ຢູ່ໃນຍົນ ຫລືໄປທີ່ບ້ານ, ແລ້ວນັ້ນ ຈະໃຫ້ເຈົ້າມີປະຊາສຳພັນ ແລະກຳລັງທາງການເມືອງທີ່ມີຄ່າ. ເຈົ້າສາມາດແຂວນຄໍລາວໄດ້ ໃນທາງທີ່ຈະສ້າງປໂຍດໃຫ້ແກ່ເຈົ້າ, ຫລືຖ້າຫາກເບິ່ງຄືວ່າ ລາວຈະຊນະ, ເຈົ້າສາມາດຊ່ວຍລາວໄວ້, ແລະຈະເຮັດໃຫ້ລາວເປັນຫນີ້ເຈົ້າ.ແນ່ນອນ, ມັນເປັນໄປໄດ້ທີ່ເມື່ອຖືກຖາມ, ລາວຈະເວົ້າວ່າ Jeffrey ເປັນຄົນດີ ແລະບໍ່ໄດ້ຮັບຄວາມເປັນທັມ ແລະເປັນຜູ້ຮັບເຄາະຂອງຄວາມຖືກຕ້ອງທາງການເມືອງ, ຊຶ່ງຈະຖືກຫ້າມໃນລະບົບການປົກຄອງຂອງTrump."
ຂ້ອຍຢາກໃຫ້ເຈົ້າຮູ້ວ່າ ຫມາທີ່ບໍ່ໄດ້ເຫົ່ານັ້ນແມ່ນ Trump...
Jeffrey Epstein
ສ່ວນໃຫຍ່ຂອງພັກ Republican ຂອງຄນະກັມມາທິການດູແລສະພາ (The House Oversight Committee) ກໍໄດ້ເປີດເຜີຍເອກກະສານ 23,000 ສະບັບຂອງຕົນຄືກັນ, ຊຶ່ງຊື່ຂອງ Trump ປາກົດຢູ່ເລື້ອຍໆ-ເຖິງແມ່ນວ່າ ສ່ວນຫຼາຍແລ້ວ ແມ່ນເລື້ອງຂອງອາຊີບທາງການເມືອງ ຫລືການກ່າວຫາ ກ່ຽວກັບປະພຶດກັມທາງເພດ.

ໃນການສົນທະນາເທື່ອຫນຶ່ງ, Epstein ໄດ້ກ່າວເຖິງແຟນສາວອາຍຸ 20 ປີ ທີ່ລາວກ່າວວ່າລາວ "ໄດ້ມອບໃຫ້ Donald" ໃນປີ1993, ແລະເວົ້າເຖິງຮູບພາບຂອງ "Donald ແລະເດັກນ້ອຍຜູ້ຍິງ ທີ່ນຸ່ງ Bikini ຢູ່ ໃນເຮືອນຄົວຂອງຂ້ອຍ," ເຖິງແມ່ນມັນບໍ່ຊັດແຈ້ງ ວ່າລາວເວົ້າຫຼິ້ນຫລືບໍ່.

ນັກການເມືອງພັກ Democrat ຄົນຫນຶ່ງ ທີ່ຢູ່ເບື້ອງຫລັງຂອງການເຜີຍແພ່ emails ສາມສະບັບ ເປັນເທື່ອທໍາອິດແມ່ນ Suhas Subramanyam, ຜູ້ເປັນຕົວແທນຂອງຣັດ Virginia ໃນສະພາ Congress ຂອງສະຫະຣັດອາເມຣິກາ.

ລາວໄດ້ບອກກັບ BBC ວ່າ ລາວແນ່ໃຈວ່າ emails ເຫຼົ່ານັ້ນ ສະແດງໃຫ້ເຫັນວ່າ ປະທານາທິບໍດີ Trump ມີບາງສິ່ງທີ່ຈະເຊື່ອງຊ້ອນໄວ້.

"Emails ເຫລົ່ານີ້ສະແດງໃຫ້ເຫັນ ພາບທີ່ຊັດແຈ້ງ ກ່ຽວກັບ Jeffrey Epstein ແລະ Ghislaine Maxwell ທີ່ຮູ້ບາງສິ່ງກ່ຽວກັບ Trump ທີ່ Trump ບໍ່ຢາກໃຫ້ຫຼຸດອອກໄປ."

ໃນການຖແລງຂ່າວ, Karoline Leavitt ເລຂາສື່ມວນຊົນຂອງ White House ຖືກຖາມວ່າ Mr Trump ເຄີຍໃຊ້ເວລາຫລາຍຊົ່ວໂມງ ທີ່ເຮືອນຂອງ Epstein ກັບຜູ້ເຄາະຮ້າຍຫລືບໍ່.

ນາງເວົ້າວ່າ White House ປະຕິເສດການເຜີຍແພ່ emails ເນື່ອງຈາກວ່າ ມີແຮງຈູງໃຈທາງການເມືອງ.

"Emails ເຫລົ່ານີ້ ພິສູດວ່າ ບໍ່ມີຫຍັງນອກຈາກຄວາມຈິງ ທີ່ວ່າປະທານາທິບໍດີ Trump ບໍ່ໄດ້ເຮັດຫຍັງຜິດ. ແລະສິ່ງທີ່ປະທານາທິບໍດີ Trump ໄດ້ກ່າວສເມີແມ່ນວ່າ ລາວມາຈາກ Palm Beach, ແລະJeffrey Epstein ກໍຄືກັນ. Jeffrey Epstein ເປັນສະມາຊິກຄົນຫນຶ່ງທີ່ Mar-a-Lago ຈົນກວ່າປະທານາທິບໍດີ Trump ໄດ້ໄລ່ລາວອອກ ເພາະ Jeffrey Epstein ເປັນຄົນມັກມີເພດສຳພັນກັບຄົນອາຍຸນ້ອຍ (Paedophile) ແລະລາວເປັນຄົນໜ້າລັງກຽດ."

Trump ໄດ້ປະຕິເສດຢ່າງຫນັກແຫນ້ນ ແລະສມ່ຳສເມີວ່າ ບໍ່ຮູ້ກ່ຽວກັບການຄ້າປະເວນີຂອງ Epstein.

ລາວໄດ້ເວົ້າວ່າ ລາວແລະ Epstein ເຄີຍເປັນເພື່ອນກັນ....ກ່ອນທີ່ໄດ້ເຊົາຄົບຫາກັນກັນ.

Karoline Leavitt ໄດ້ຢືນຢັນຕື່ມອີກວ່າ ຣັດຖະບານຂອງ Trump ໄດ້ເຮັດໃນເລື້ອງຄວາມໂປ່ງໃສກ່ຽວກັບ Epstein ຫລາຍກວ່າຣັດຖະບານອື່ນໆທີ່ຜ່ານມາ.

"ແທ້ຈິງແລ້ວ, ໃນຣັດຖະບານນີ້, ກະຊວງຍຸດຕິທັມ ໄດ້ມອບເອກະສານຫລາຍສິບພັນສະບັບ ໃຫ້ແກ່ປະຊາຊົນຊາວອາເມຣິກາ. ພວກເຮົາກໍາລັງໃຫ້ຄວາມຮ່ວມມື ແລະສະແດງຄວາມສນັບສນູນ ຕໍ່ຄນະກັມມາທິການດູແລສະພາ, ນັ້ນເປັນສ່ວນຫນຶ່ງຂອງເຫດຜົນ ທີ່ທ່ານເຫັນເອກະສານເຫລົ່ານີ້ ທີ່ຖືກເປີດເຜີຍໃນມື້ນີ້ ເພາະຄວາມພະຍາຍາມຂອງຄນະກັມມາທິການດູແລສະພາ ແລະຂອງພັກ Republican ທີ່ຈະເຮັດໃຫ້ເອກກະສານເຫຼົ່ານີ້ອອກໄປສູ່ສາທາຣະນະ... ສະນັ້ນ, ຣັດຖະບານນີ້ ຈຶ່ງໄດ້ເຮັດຫລາຍກວ່າທຸກຣັດຖະບານ ແລະມັນພຽງແຕ່ສະແດງໃຫ້ເຫັນວ່າ ນີ້ເປັນການຫລອກລວງ ທີ່ຖືກສ້າງຂຶ້ນໂດຍພັກ Democrat ແທ້ໆ.”

ເພື່ອຄວາມຊັດເຈນ, emails ທີ່ຖືກເຜີຍແພ່ເຫຼົ່ານີ້ ບໍ່ໄດ້ກ່າວຫາປະທານາທິບໍດີ Trump ຢ່າງເປັນທາງການ ວ່າມີການປະພຶດບໍ່ຖືກຕ້ອງ ,ແລະບໍ່ມີການຕັ້ງຂໍ້ກ່າວຫາທາງອາຍາ.

ແຕ່ມັນໄດ້ຮຽກຮ້ອງ ໃຫ້ມີຄວາມໂປ່ງໃສຫລາຍຂຶ້ນ.
Jeffrey Epstein ເປັນສະມາຊິກຄົນຫນຶ່ງທີ່ Mar-a-Lago ຈົນກວ່າປະທານາທິບໍດີ Trump ໄດ້ໄລ່ລາວອອກ ເພາະ Jeffrey Epstein ເປັນຄົນມັກມີເພດສຳພັນກັບຄົນອາຍຸນ້ອຍ (Paedophile) ແລະລາວເປັນຄົນໜ້າລັງກຽດ
Karoline Leavitt ເລຂາສື່ມວນຊົນຂອງ White House
J.B. Pritzker ຜູ້ປົກຄອງຣັດ Illinois-ຈາກພັກ Democrat-ກ່າວວ່າ emails ທີ່ຫາກໍຖືກເປີດເຜີຍ ຈະສ້າງຄວາມເສັຍຫາຍໃຫ້ແກ່ Trump, ໂດຍຄິດວ່າ ປະທານາທິບໍດີ ອາດຊອກຫາສິ່ງລົບກວນເພື່ອປ່ຽນຄວາມສົນໃຈ.

"ຫລາຍເທື່ອທີ່ Donald Trump ໄດ້ພະຍາຍາມເບນບ່ຽງຄວາມສົນໃຈຈາກແຟ້ມຂອງ Epstein ແລະກີດກັນ Congress ຈາກການເປີດເຜີຍແຟ້ມຂອງ Epstein, ຂ້າພະເຈົ້າຄິດວ່າ ພວກເຮົາທຸກຄົນຮູ້ວ່າ ມີຂໍ້ມູນຢູ່ໃນນັ້ນທີ່ Trump ບໍ່ຢາກໃຫ້ຜູ້ຄົນເຫັນ.... ຂ້າພະເຈົ້າຄິດວ່າ ເຮົາຈະເຫັນຫລາຍກວ່ານັ້ນ. ແນ່ນອນວ່າ ຄວາມຢ້ານກົວທີ່ຍິ່ງໃຫຍ່ຂອງຂ້າພະເຈົ້າ ຄືການເປີດເຜີຍຂໍ້ມູນນັ້ນ, ຊຶ່ງຂ້າພະເຈົ້າຄິດວ່າ ຈະສ້າງຄວາມເສັຍຫາຍໃຫ້ແກ່ Trump, ວ່າລາວຈະເຮັດທຸກສິ່ງທຸກຢ່າງທີ່ສາມາດເຮັດໄດ້ ເພື່ອເບນບ່ຽງຄວາມສົນໃຈ ແລະນັ້ນຫມາຍຄວາມວ່າ ແນວໃດ? ຂ້າພະເຈົ້າຫມາຍຄວາມວ່າ, ລາວອາດພາເຮົາໄປເຮັດສົງຄາມກັບ Venezuela ພຽງແຕ່ເພື່ອຈະສ້າງຄວາມສົນໃຈໃນຂ່າວ ແລະເອົາມັນອອກໄປຈາກຫົວຂໍ້ຂ່າວ."

ເຖິງຢ່າງໃດກໍຕາມ, ບັນຫານີ້ຄົງຈະບໍ່ຫາຍໄປໃນໄວໆນີ້.

ການເປີດເຜີຍ emails ໄດ້ເກີດຂຶ້ນໃນມື້ທີ່ Adelita Grijalva ຜູ້ແທນພັກ Democrat ໄດ້ສາບານຕົນເຂົ້າຮັບຕຳແໜ່ງໂດຍ Mike Johnson, ປະທານສະພາ, ເຈັດອາທິດຫລັງຈາກນາງໄດ້ຮັບໄຊຊນະ ໃນການເລືອກພິເສດໃນຣັດ Arizona.

ການຊັກຊ້າໃນການສາບານຕົນຂອງນາງ ຄວນເປີດທາງທີ່ຈະບັງຄັບໃຫ້ສະພາເປີດເຜີຍບັນທຶກ ທີ່ບໍ່ເປັນຄວາມລັບທັງຫມົດ ທີ່ກ່ຽວຂ້ອງກັບEpstein, ຊຶ່ງທັງປະທານສະພາ Johnson ແລະ Mr Trump ໄດ້ຕໍ່ຕ້ານຈົນເຖິງຕອນນີ້.

ບັນທຶກເຫລົ່ານັ້ນ ອາດຮວມເຖິງຂໍ້ມູນຕົວຕົນຂອງຜູ້ເຄາະຮ້າຍ, ບັນທຶກການບິນ, ທຸຣະກັມທາງການເງິນ ແລະເອກກະສານຂອງຄນະລູກຂຸນ (Grand-jury).

ນາງໄດ້ຢືນຢັນວ່ານາງເຕັມໃຈທີ່ຈະລົງຊື່ໃນຄຳຮ້ອງ ທີ່ຈະເປີດເຜີຍແຟ້ມເຫລົ່ານັ້ນ, ຊຶ່ງເປັນມາດຕະການທີ່ສນັບສນູນໂດຍ ຜູ້ແທນຂອງພັກ Republican, Thomas Massie, ແລະໄດ້ລົງຊື່ແລ້ວ ໂດຍສະມາຊິກສະພາ GOP ແລະພັນທະມິດຂອງ Trump ທີ່ມີຊື່ສຽງ Lauren Boebertແລະ Nancy Mace.

ລາຍງານໂດຍ  Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂໍ້ຄວາມຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service