ການຮຸກຮານ Venezuela ຂອງອາເມຣິກາ.

Nicolas Maduro

ປະທານາທິບໍດີ Maduro ຂອງ Venezuela Source: AP / Ariana Cubillos/AP

ສະຫະຣັດ ໄດ້ສົ່ງທະຫານຫລາຍພັນຄົນ ແລະກໍາປັ່ນສູ້ຮົບຫລາຍສິບລໍາ ໄປທີ່ Venezuela ແລະໄດ້ປິດກັ້ນ ທັງນ່ານນ້ຳແລະນ່ານຟ້າ ອີກດ້ວຍ. ຂໍ້ອ້າງຂອງອາເມຣິກາແມ່ນວ່າ ປະທານາທິບໍດີ Maduro ເປັນຜູ້ຄ້າຢາເສບຕິດ, ໃນຂນະທີ່ທາງ Venezuela ກ່າວວ່າ Trump ເຮັດເຊັ່ນນັ້ນເພື່ອຜົນປໂຍດສ່ວນໂຕ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການຮຸກຮານ Venezuela ຂອງອາເມຣິກາ.

ປະທານາທິບໍດີ Donald Trump ອາເມຣິກາ ຂູ່ວ່າຈະຮຸກຮານ Venezuela ທາງພື້ນດິນ ເພື່ອທໍາລາຍສິ່ງທີ່ລາວອ້າງວ່າ ເປັນເຄືອຂ່າຍການຄ້າຢາເສບຕິດຂນາດໃຫຍ່.

ໄດ້ສົ່ງທະຫານຫລາຍພັນຄົນ ແລະກໍາປັ່ນສູ້ຮົບຫລາຍສິບລໍາ ໄປທີ່ທະເລ Caribbean ໃນຂນະທີ່ ການໂຈມຕີທາງອາກາດ ຂອງສະຫະຣັດອາເມຣິກາ ທີ່ໄດ້ຂ້າຄົນຢ່າງຫນ້ອຍ 83 ຄົນຍັງດຳເນີນຕໍ່ໄປ.

ແຕ່ສົງຄາມກັບເພື່ອນບ້ານ ໃນອາເມຣິກາໃຕ້ ຈະເປັນໄປໄດ້ຫລາຍປານໃດ?

Sam Dover ລາຍງານ.

"ໃນການເຮັດສົງຄາມກັບຜູ້ກໍ່ການຮ້າຍຢາເສບຕິດ (), ພວກເຮົາເຕັມໃຈທີ່ຈະເຮັດ. ຈະໂຈມຕີໃນວິທີ ທີ່ຈະປ່ຽນແປງສະຖານະການຂອງພູມີພາກທັງຫມົດ."

ໃນຊ່ວງສອງສາມອາທິດທີ່ຜ່ານມາ, ຣັດຖະບານສະຫະຣັດ ໄດ້ເຄື່ອນຍ້າຍກໍາປັ່ນສູ້ຮົບຫລາຍກວ່າສິບລໍາ ແລະກອງກຳລັງທະຫານ ປະມານ 15,000 ຄົນເຂົ້າໄປໃນເຂດ Caribbean ເນື່ອງຈາກຄວາມເຄັ່ງຕຶງກັບຣັດຖະບານຂອງ Venezuela ທະວີຄວາມຮຸນແຮງຂຶ້ນ.

ສະນັ້ນ, ສະຫະຣັດ ຈະຕຽມພ້ອມສໍາລັບສົງຄາມແທ້ບໍ່ ຫລືວ່ານີ້ເປັນພຽງທ່າທີທາງການເມືອງເທົ່ານັ້ນ?

ເມື່ອກ່າວເຖິງ Donald Trump, ມັນອາດເປັນສິ່ງຍາກ ທີ່ຈະບອກວ່າ ສິ່ງໃດເປັນໄປໄດ້ ແລະເປັນໄປບໍ່ໄດ້.

ແຕ່ຖ້າຫາກທ່ານເຊື່ອຄຳຂູ່ບາງຢ່າງຂອງລາວ ແລະຄໍາເຕືອນຈາກປະທານາທິບໍດີ Nicolás Maduro, ການໂຈມຕີທາງພາກພື້ນດິນ ອາດເປັນໄປໄດ້.

"ໃນຫລາຍອາທິດບໍ່ດົນມານີ້ ທ່ານໄດ້ພະຍາຍາມຍັບຍັ້ງ ຜູ້ຄ້າຢາເສບຕິດຂອງ Venezuela, ຊຶ່ງມີຢູ່ຫຼວງຫລາຍ. ພວກເຮົາເກືອບຈະຢຸດແລ້ວ. ປະມານ 85 ເປີເຊັນ ຢຸດຢູ່ທາງທະເລ. ທ່ານອາດສັງເກດເຫັນສິ່ງນັ້ນ. ແລະພວກເຮົາ ຈະເລີ່ມຢຸດເຂົາເຈົ້າທາງບົກຄືກັນ. ແຕ່ມັນຈະເລີ່ມຕົ້ນໃນບໍ່ຊ້ານີ້. ພວກເຮົາໄດ້ເຕືອນເຂົາເຈົ້າ ໃຫ້ຢຸດສົ່ງຢາພິດໄປຫາປະເທດເຮົາ."

"ພວກເຮົາ ຕ້ອງມີຄວາມສາມາດທີ່ຈະປົກປ້ອງ ທຸກມຸມຂອງແຜ່ນດິນນີ້ ຈາກການຂູ່ເຂັນ ຫລືການຮຸກຮານໃດໆ ຂອງຈັກກະພັດ, ບໍ່ວ່າມັນຈະມາຈາກບ່ອນໃດ ແລະເມື່ອໃດກໍຕາມ. ຕື່ນໂຕ....ຕື່ນໂຕ...."

ການກ່າວຫາວ່າ ຣັດຖະບານຂອງ Venezuela ໄດ້ສນັບສນູນ ແລະຊ່ອຍເຫລືອການຄ້າຢາເສບຕິດ ເຂົ້າໄປໃນສະຫະຣັດອາເມຣິກາ ເປັນຈຸດສໍາຄັນ ຂອງຄຳເວົ້າຂອງຣັດຖະບານ Trump ແລະໄດ້ກໍ່ໃຫ້ເກີດການຣົນນະຣົງທີ່ຮ້າຍແຮງ ເປັນເວລາຫລາຍເດືອນ ໃນການໂຈມຕີເຮືອ ຢູ່ນອກຝັ່ງທະເລຂອງ Venezuela.

ການໂຈມຕີຫລາຍກວ່າ 20 ເທື່ອຂອງສະຫະຣັດ ຕໍ່ເຮືອໃນທະເລ Caribbean ນັບແຕ່ເດືອນກັນຍາ ໄດ້ເຮັດໃຫ້ມີຄົນຕາຍຢ່າງຫນ້ອຍ 83 ຄົນ ທີ່ເຈົ້າຫນ້າທີ່ຂອງສະຫະຣັດ ໄດ້ກ່າວຫາວ່າເປັນ "ຜູ້ກໍ່ການຮ້າຍຢາເສບຕິດ (Narco-terrorists)" ໂດຍບໍ່ມີຫລັກຖານຢືນຢັນ.

ໂຄສົກ ສຳນັກງານສິດທິມະນຸດ ຂອງອົງການສະຫະປະຊາຊາດ Ravina Shamdasani ກ່າວວ່າການໂຈມຕີນັ້ນ ລະເມີດກົດຫມາຍສາກົນຢ່າງຊັດເຈນ.

ການໂຈມຕີເຮືອ ໂດຍທາງອາກາດ ຂອງສະຫະຣັດອາເມຣິກາ ໃນ Caribbean ແລະໃນເຂດປາຊີຟິກ ເປັນການລະເມີດກົດຫມາຍ ສິດທິມະນຸດສາກົນ. ການໂຈມຕີເຫລົ່ານີ້ ແລະການສູນເສັຍຊີວິດມະນຸດທີ່ ເພີ່ມຂຶ້ນເປັນທີ່ຍອມຮັບບໍ່ໄດ້."

ເຈົ້າຫນ້າທີ່ຂອງ Trump ໄດ້ອະທິບາຍ ເຖິງປະທານາທິບໍດີ Maduro ວ່າເປັນຜູ້ນໍາ ຂອງກຸ່ມຜູ້ກໍ່ການຮ້າຍ ແລະຖືວ່າລະບອບການປົກຄອງຂອງລາວ ບໍ່ຖືກຕ້ອງຕາມກົດຫມາຍ ຫລັງຈາກການເລືອກຕັ້ງທີ່ມີການໂຕ້ຖຽງກັນ ໃນປີກາຍນີ້ (2024).

Mr Maduro ໄດ້ຮັບໄຊຊະນະ ເປັນເທື່ອທີສາມ ໃນການເລືອກຕັ້ງໃນເດືອນກໍລະກົດ ປີ 2024 ແຕ່ຜູ້ຄວບຄຸມການເລືອກຕັ້ງນາໆຊາດ ໄດ້ຕັ້ງຄໍາຖາມທີ່ຮ້າຍແຮງ ກ່ຽວກັບລາຍງານການຂົ່ມຂູ່ຜູ້ເລືອກຕັ້ງ ແລະການຂາດຄວາມໂປ່ງໃສ ກ່ຽວກັບການນັບຄະແນນສຽງເລືອກຕັ້ງ.

ໃນວັນເສົາ (29 ພະຈິກ), ປະທານາທິບໍດີ Trump ໄດ້ເພີ່ມຄວາມເຄັ່ງຕຶງ, ໂດຍກ່າວໃນບົດຄວາມໃນ Truth Social ວ່າ: "ຂໍໃຫ້ພິຈາຣະນາວ່າ ນ່ານຟ້າຢູ່ເທິງ ແລະອ້ອມຮອບ Venezuela ຖືກປິດທັງຫມົດ."

ມີລາຍງານວ່າ ການປະກາດນັ້ນ ໄດ້ມີຂຶ້ນຫລັງການສເນີທາງເດີນ ທີ່ປອດພັຍ ທີ່ປະທານາທິບໍດີ Trump ໄດ້ມອບໃຫ້ Mr Maduro ທາງໂທຣະສັບເດືອນແລ້ວນີ້ ໄດ້ໝົດເຂດລົງ, ຊຶ່ງໃຫ້ເວລາລາວ (Mr Maduro) ຫນຶ່ງອາທິດ ເພື່ອອອກຈາກ Venezuela ພ້ອມກັບຄອບຄົວຂອງລາວ.

ການເຄື່ອນໄຫວນີ້ ໄດ້ສ້າງຄວາມຄຽດແຄ້ນ ໃຫ້ກັບຜູ້ອາສັຍຢູ່ໃນເມືອງCaracas ຂອງ Venezuela, ຮວມທັງ Maribel Guedez ນັກສັງຄົມສົງເຄາະ.

"ບໍ່ມີອະທິປະໄຕຂອງປະເທດໃດ ໄດ້ຮັບຄວາມເຄົາຣົບອີກຕໍ່ໄປ, ແລະສິ່ງນີ້ ຈະເຮັດໃຫ້ອາເມຣິກາລາຕິນ ຕົກຢູ່ໃນວິກິດ, ເພາະມີຜູ້ບຸກລຸກເຂົ້າມາ, ແລະນັ້ນຄືສິ່ງທີ່ Trump ຕັ້ງໃຈຈະເຮັດ. ຂ້າພະເຈົ້າບໍ່ຮູ້ວ່າ ລາວມີແຜນການຫຍັງອີກ. ມັນເປັນການຂົ່ມເຫັງ, ເປັນການໃຊ້ອໍານາດໃນທາງທີ່ຜິດ. ພຽງແຕ່ເພາະທ່ານເຫັນຕົວເອງ ວ່າເປັນມະຫາອໍານາດຂອງໂລກ, ທ່ານຈະປິດນ່ານຟ້າຂອງໃຜບາງຄົນກໍໄດ້ຫວາ? ເບິ່ງດູ, ທາງທະເລຂອງພວກເຮົາກໍຖືກປິດກັ້ນແລ້ວ, ແລະບັດນີ້ ກໍມີການປິດກັ້ນທາງອາກາດອີກ. ໃຫ້ວາດພາບເບິ່ງວ່າ ມັນຮ້າຍແຮງຂນາດໃດ!"

ສະຫະຣັດອາເມຣິກາ ໄດ້ຕັ້ງຊື່ພາຣະກິດຂອງຕົນໃນທະເລ Caribbean ແລະພາກຕາເວັນອອກ ຂອງມະຫາສມຸດປາຊີຟິກ ວ່າ "Operation Southern Spear" ແລະໄດ້ສົ່ງກໍາປັ່ນບັນທຸກຍົນ the U-S-S Gerald R. Ford ທີ່ໃຫຍ່ທີ່ສຸດໃນໂລກ.

ການກວດສອບດ້ວຍພາບຂອງ Reuters ຍັງໄດ້ເປີດເຜີຍວ່າ ກອງທັບຂອງສະຫະຣັດ ກໍາລັງຍົກລະດັບຖານທັບເຮືອ ທີ່ເຄີຍຖືກປະຖິ້ມໃນສົງຄາມເຢັນ (Cold War) ໃນ Caribbean ທີ່ຖືກຖິ້ມຮ້າງເປັນເວລານານ, ຊຶ່ງເຂົາເຈົ້າກ່າວວ່າ ເປັນການຕຽມພ້ອມ ສໍາລັບການປະຕິບັດການໄລຍະຍາວໃນ Venezuela.

ປະທານາທິບໍດີ Maduro ໄດ້ເອີ້ນມັນວ່າການທູດເຮືອປືນ (Gunboat Diplomacy).

"ການທູດຂອງເຮົາ ບໍ່ແມ່ນການທູດເຮືອປືນ (Gunboat Diplomacy),ການຄຸກຄາມ. ເພາະວ່າໂລກບໍ່ສາມາດເປັນໂລກເມື່ອ 100 ປີກ່ອນໄດ້ອີກ. ການທູດເຮືອປືນ (Gunboat Diplomacy) : ຂ້າພະເຈົ້າມີປືນໃຫຍ່ຫລາຍກະບອກ, ມີກໍາປັ່ນຫລາຍລໍາ, ແລະຂ້າພະເຈົ້າໄດ້ວາງມັນໄວ້ຢູ່ຕໍ່ຫນ້າທ່ານ ແລະທ່ານຍອມຈຳນົນ ຫລືເຮັດຕາມທີ່ຂ້າພະເຈົ້າຢາກເຮັດໃຫ້ທ່ານເຮັດ. ບໍ່, ມັນຈົບລົງແລ້ວ."

ໃນຂນະດຽວກັນ, Pam Bondi ອັຍການສູງສຸດຂອງສະຫະຣັດອ້າງວ່າ...

"ລາວເປັນນັກຄ້າຢາເສບຕິດທີ່ໃຫຍ່ທີ່ສຸດໃນໂລກ ແລະເປັນພັຍຕໍ່ຄວາມປອດພັຍຂອງປະເທດເຮົາ. ສະນັ້ນ, ພວກເຮົາຈຶ່ງໄດ້ເພີ່ມຄ່າຫົວຂອງລາວເປັນສອງເທົ່າ ເຖິງ 50 ລ້ານໂດລາ. ພາຍໃຕ້ການນໍາພາຂອງປະທານາທິບໍດີ Trump, Maduro ຈະບໍ່ສາມາດຫຼົບຫລີກຄວາມຍຸດຕິທັມ ແລະລາວຈະຕ້ອງຮັບຜິດຊອບ ຕໍ່ອາດຊະຍາກັມທີ່ຫນ້າກຽດຊັງຂອງລາວ."

Javed Ali ເປັນຮອງສາດສະດາຈານທີ່ The University Of Michigan ແລະອະດີດເຈົ້າຫນ້າທີ່ອາວຸໂສ ຂອງສະຫະຣັດອາເມຣິກາ-ແລະກ່າວວ່າ ການຮຸກຮານ ຈະເປັນທີ່ຖົກຖຽງກັນຢ່າງຫຼາຍ ໃນບັນດາປະຊາຊົນຊາວອາເມຣິກາ.

"ການສນັບສນູນ ຂອງສັງຄົມສະຫະຣັດ ສໍາລັບການເຄື່ອນໄຫວທາງທະຫານ ເບິ່ງຄືວ່າບໍ່ສູງ, ແລະນີ້ອາດເປັນປັດຈັຍອີກຢ່າງຫນຶ່ງ ທີ່ຣັດຖະບານກໍາລັງຄິດຢູ່, ເພາະຖ້າຫາກເຮົາຈະເຮັດສົງຄາມໃນ Venezuela ເພື່ອໂຄ່ນລົ້ມລະບອບປົກຄອງ, ນັ້ນແມ່ນແຕກຕ່າງຫລາຍ ກັບການໂຈມຕີເຮືອ ທີ່ໄດ້ເກີດຂຶ້ນຕັ້ງແຕ່ເດືອນກັນຍາ. ຂ້າພະເຈົ້າບໍ່ຄິດວ່າ ຊາວອາເມຣິກາສ່ວນຫລາຍ ຈະຕໍ່ຕ້ານສິ່ງນັ້ນ, ແຕ່ເຂົາຈະຕໍ່ຕ້່ານການຮຸກຮານທາງທະຫານໃນ Venezuela."

ສໍາລັບຫລາຍຄົນ ໃນເຂດອາເມຣິກາໃຕ້, ຄວາມຢ້ານກົວຂອງການແຊກແຊງ ຂອງສະຫະຣັດອາເມຣິກາ ແມ່ນມາຈາກເຫດການ ທີ່ເກີດຂຶ້ນຂອງການຮຸກຮານ ແລະການແຊກແຊງທີ່ນອງເລືອດ ທາງການເມືອງ ໃນສັດຕະວັດທີ 20.

ຊຶ່ງຮວມເຖິງ ຄວາມພະຍາຍາມຂອງ CIA ທີ່ຈະຊ່ອຍເຫລືອຄວາມພະຍາຍາມ ທີ່ຈະທຳລາຍຫມັ້ນຄົງ ແລະໂຄ່ນລົ້ມຣັດຖະບານ ໃນປະເທດຕ່າງໆຮ່ວມທັງ Cuba, Chile, Guatemala, Ecuador, Bolivia ແລະ Brazil.

ຍັງມີການແຊກແຊງທາງທະຫານໂດຍກົງ ໃນການຮຸກຮານ Cuba ຂອງສະຫະຣັດອາເມຣິກາ ໃນປີ 1961, ພ້ອມທັງການຮຸກຮານ Grenada ໃນປີ 1983 ແລະ Panama ໃນປີ 1989-ຊຶ່ງທັງສອງເທື່ອນັ້ນ ເປັນເຫດໃຫ້ຣັດຖະບານ ທີ່ກ່ຽວຂ້ອງຖືກໂຄ່ນລົ້ມ.

ຮອງສາດສະດາຈານ Ali ໄດ້ເນັ້ນຫນັກຕົວຢ່າງສຸດທ້າຍນີ້ໂດຍສະເພາະ, ຊຶ່ງໄດ້ເຫັນສະຫະຣັດອາເມຣິກາ ຖອດຖອນ Manuel Noriega ຜູ້ນໍາກອງທະຫານຂອງ Panama ອອກຈາກອໍານາດ ຫລັງຈາກກ່າວຫາລາວວ່າລາວຄ້າຢາເສບຕິດ.

"ຄວາມຄ້າຍຄືກັນ ທີ່ຂ້າພະເຈົ້າໄດ້ຢ້ອນກັບໄປ ອາດເບິ່ງຄືການຮຸກຮານ Panama ໃນປີ 1989 ຊຶ່ງມີກອງທັບຂອງສະຫະຣັດອາເມຣິກາ ຢູ່ໃນເຂດນັ້ນ ຫລາຍກວ່າໃນເວລານີ້. ສະນັ້ນ ມັນເປັນເປົ້າຫມາຍຫຼືບໍ່? ຫລືທັງຫມົດນີ້ ພະຍາຍາມສະແດງໃຫ້ປະທານາທິບໍດີ Maduro ເຫັນວ່າ ທ່ານຈະອອກຈາກລະບອບການປົກຄອງຕອນນີ້, ແລະບາງທີ ອາດກຳໜົດເງື່ອນໄຂບາງຢ່າງ ທີ່ເຫັນພ້ອມກັນ, ຫລືຈະມີການປະຕິບັດການ ທາງທະຫານ ຢ່າງເຕັມທີ່ ເພື່ອໂຄ່ນລົ້ມທ່ານ."

ປະທານາທິບໍດີ Maduro ແລະຣັດຖະບານຂອງລາວ ໄດ້ປະຕິເສດການກ່າວຫາ ເລື່ອງອາດຊະຍາກັມທັງຫມົດ ແລະກ່າວວ່າ ສະຫະຣັດອາເມຣິກາ ກໍາລັງຊອກຫາການປ່ຽນແປງລະບອບການປົກຄອງ ເພື່ອຜົນ ປໂຍດສ່ວນຕົວ.

Delcy Rodriguez, ຮອງປະທານາທິບໍດີຂອງ Venezuela ບອກຕໍ່ອົງການປະເທດສົ່ງອອກນ້ຳມັນ (the Organisation of the Petroleum Exporting Countries-OPEC) ວ່າ ຊາວອາເມຣິກາ ກໍາລັງພະຍາຍາມຍຶດເອົາບໍ່ນ້ຳມັນ ຂອງປະເທດຂອງນາງ.

"Venezuela ປະນາມຢ່າງເປັນທາງການ ຕໍ່ອົງກອນນີ້ວ່າ ຣັດຖະບານຂອງສະຫະຣັດອາເມຣິກາ ມີເຈດຕະນາ ທີ່ຈະຄວບຄຸມບໍ່ນ້ຳມັນ ອັນກວ້າງໃຫຍ່ຂອງ Venezuela, ຊຶ່ງໃຫຍ່ທີ່ສຸດໃນໂລກ, ໂດຍການໃຊ້ກໍາລັງທະຫານອັນຮ້າຍແຮງ ຕໍ່ດິນແດນ, ປະຊາຊົນ ແລະສະຖາບັນຂອງປະເທດ. ຄໍາອ້າງນີ້ ບໍ່ພຽງແຕ່ຂັດກັບຂໍ້ກໍານົດ ທີ່ຄວບຄຸມການຢູ່ຮ່ວມກັນຢ່າງສັນຕິ ລະຫວ່າງປະເທດເທົ່ານັ້ນ, ແຕ່ຍັງເປັນອັນຕະຣາຍຢ່າງຮ້າຍແຮງ ຕໍ່ຄວາມຫມັ້ນຄົງ ຂອງການຜລິດນໍ້າມັນຂອງ Venezuela ແລະຕລາດໂລກອີກດ້ວຍ."

Ryan C Berg, ຜູ້ອໍານວຍການໂຄງການອາເມຣິກາ (the Americas Program) ແລະຫົວຫນ້າໂຄງການອະນາຄົດຂອງ Venezuela (the Future of Venezuela Initiative) ທີ່ the Center for Strategic and International Studies, ກ່າວວ່າ ລາວເຊື່ອວ່າ ການຮຸກຮານຄົງຈະເປັນໄປບໍ່ໄດ້.

"ຂ້າພະເຈົ້າຄິດວ່າ ມັນຄົງບໍ່ເກີດຂຶ້ນ ເພາະເຫດຜົນສອງຢ່າງ. ທໍາອິດ, ມັນບໍ່ເຫມາະສົມກັບວິທີປະຕິບັດ (Modus operandi) ຂອງປະທານາທິບໍດີ Trump. ປະທານາທິບໍດີ Trump ໄດ້ລະຖິມການປະຕິບັດການໄລຍະຍາວ ແລະບໍ່ມີກຳໜົດ, ດ້ວຍກອງກຳລັງທາງພື້ນດິນ ຕັ້ງແຕ່ຕອນຫາສຽງຂອງລາວ ໃນປີ 2016. ແລະຂ້າພະເຈົ້າບໍ່ຄິດວ່າ ມັນເປັນວິທີປະຕິບັດ (Modus operandi) ຂອງລາວ ໃນທຸກວັນນີ້ເຊັ່ນກັນ. ຄວນສັງເກດວ່າ ມັນບໍ່ເຫມາະກັບແບບແຜນຂອງປະຕິບັດການ. ເຖິງແມ່ນວ່າ ການສົ່ງກອງກຳລັງຄັ້ງນີ້ ເປັນຈໍານວນຫລວງຫລາຍ, ແຕ່ມັນຍັງບໍ່ມີຄວາມເປັນໄປໄດ້ ທີ່ຈະມີກອງກຳລັງທາງພາກພື້ນດິນ"

ບໍ່ວ່າຂັ້ນຕອນຕໍ່ໄປ ຂອງສະຫະຣັດອາເມຣິກາຈະເປັນແນວໃດກໍຕາມ, ປະທານາທິບໍດີ Maduro ຫວັງທີ່ຈະຕຽມພ້ອມ ສໍາລັບການໂຈມຕີ ທີ່ອາດເກີດຂຶ້ນ ໃນຂນະທີ່ວິງວອນຂໍສັນຕິພາບ.

ລາຍງານໂດຍ Sam Dover ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service