ການຢ້ຽມຢາມຂອງຄນະ ຈາກ ສປປ ລາວ ທີ່ ສຳນັກງານ SBS ທີ່ ຊິດນີ

Lao delegation at SBS

Source: SBS

ເຈົ້າໜ້າທີ່ຂອງ SBS ໄດ້ໃຫ້ການຮັບຕ້ອນ ແລະອະທິບາຍ ເລື້ອງຕ່າງໆກ່ຽວກັບບົດບາດ ແລະການບໍລິການຕໍ່ຜູ້ຟັງ ຂອງສະຖານີ ຕໍ່ຄນະຢ້ຽມຢາມຈາກ ສປປ ລາວ.


ໃນວັນທີ 26 ພຶດສະພາ,  ສະຖານີວິທຍຸ SBS ໄດ້ມີໂກາດຕ້ອນຮັບຄນະ ທັສນະສຶກສາຈາກ ສປປ ລາວ ໂດຍມີ:

ທ່ານ ສົມສະຫວັດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແລງຂ່າວ ວັດທະນະທັມ ແລະ ທ່ອງທ່ຽວ

ທ່ານ ກະເສີມສັກ ໄຊສຸຣິຍາ ຫົວໜ້າກົມຂ່າວ ກະຊວງຕ່າງປະເທດ    ແລະ

ທ່ານນາງ ພອນສະຫວັນ ທີແກ້ວ ຮອງອຳນວຍການ ໜັງສືພິມພາສາຕ່າງປະເທດ.

ເຈົ້າໜ້າທີ່ຂອງ  SBS ໄດ້ໃຫ້ການຮັບຕ້ອນ ແລະອະທິບາຍ ເລື້ອງຕ່າງໆກ່ຽວກັບບົດບາດ ແລະການບໍລິການຕໍ່ຜູ້ຟັງ ຂອງສະຖານີ.

ທາງຄນະ ຈາກ ເມືອງລາວກໍມີໂອກາດ ຖາມຄຳຖາມຕ່າງໆ ຕໍ່ຄນະຂອງ SBS.

A quick interview with SBS
Source: SBS
ຫຼັງຈາກນັ້ນ, ທ່ານສົມສະຫວັດ ກໍໃຫ້ສຳພາດກັບ SBS ເປັນພາສາລາວ ຕໍ່ຜູ້ຈັດຣາຍການວິທຍຸ ພາກພາສາລາວ.

ຄຳຖາມໃນຕອນສຳພາດ ສ່ວນໃຫຍ່ແລ້ວກໍຈະກ່ຽວກັບ ຫົວຂໍ້ ສື່ສານມວນຊົນທີ່ ສ.ປ.ປ. ລາວ ແລະການປຽບທຽບທັງສອງຮະບົບ ຣະຫວ່າງ ລາວ ແລະ ອອສເຕຣເລັຍ. ການສຳພາດກໍເປັນໄປດ້ວຍບັນຍາກາດແບບກັນເອງ. ຂໍຂອບໃຈ ທ່ານ ສົມສະຫວັດ ພົງສາ ມານະທີ່ນີ້ດ້ວຍ.

SBS ຫວັງວາການມາທັສນະສຶກສາຂອງຄນະ ຈາກ ສປປ ລາວຄັ້ງນີ້ຈະເປັນປໂຍດແກ່ຄນະ ບໍ່ຫລາຍກໍໜ້ອຍ ແລະຫວັງຢ່າງຍິ່ງວ່າ ຈະມີການຮ່ວມມືກັນລະຫວ່າງ SBS ແລະ ສປປ ລາວ ໃນອະນາຄົດ.

 


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service