ທັກສະແລະຄວາມສາມາດໃນການລອຍນ້ຳໃນອອສເຕຣເລັຍ.

SYDNEY KIDS RETURN TO POOL

ກຸ່ມເດັກນ້ອຍກຳລັງຮຽນລອຍນ້ຳໃນສະນ້ຳ. Credit: AAPIMAGE

ແນວໂນ້ມການຈົມນ້ຳຕາຍ ນັບຕັ້ງແຕ່ການລະບາດຂອງ COVID-19, ສະພາຄວາມປອດພັຍທາງນ້ຳ ຂອງອອສເຕຣເລັຍ (the Australian Water Safety Council) ໄດ້ເປີດເຜີຍວິທີຄວາມປອດພັຍທາງນ້ຳ ອອສເຕຣເລັຍ 2030 (Australian Water Safety Strategy 2030) ໃຫມ່, ຊຶ່ງເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມພະຍາຍາມຂອງຊາດ ທີ່ຈະຫລຸດຈໍານວນການຕາຍ ຈາກການຈົມນ້ຳລົງ 50 ເປີເຊັນ ພາຍໃນທ້າຍທົດສະວັດນີ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ທັກສະແລະຄວາມສາມາດໃນການລອຍນ້ຳໃນອອສເຕຣເລັຍ.

ຕັ້ງແຕ່ຕົ້ນລະດູຮ້ອນ, ມີຜູ້ເສັຍຊີວິດ 33 ຄົນຈາກການຈົມນ້ຳ ໃນອອສເຕຣເລັຍ.

ແນວໂນ້ມການຈົມນ້ຳຕາຍ ນັບຕັ້ງແຕ່ການລະບາດຂອງ COVID-19, ສະພາຄວາມປອດພັຍທາງນ້ຳ ຂອງອອສເຕຣເລັຍ (the Australian Water Safety Council) ໄດ້ເປີດເຜີຍວິທີຄວາມປອດພັຍທາງນ້ຳ ອອສເຕຣເລັຍ 2030 (Australian Water Safety Strategy 2030) ໃຫມ່, ຊຶ່ງເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມພະຍາຍາມຂອງຊາດ ທີ່ຈະຫລຸດຈໍານວນການຕາຍ ຈາກການຈົມນ້ຳລົງ 50 ເປີເຊັນ ພາຍໃນທ້າຍທົດສະວັດນີ້.

Sydney Lang ລາຍງານ.

ອອສເຕຣເລັຍ ເປັນທີ່ຕັ້ງຂອງຫາດຊາຍ ແລະບ່ອນຫຼິ້ນນ້ຳ ທີ່ດີທີ່ສຸດຂອງໂລກ.

ຕລອດລະດູຮ້ອນໃນອອສເຕຣເລັຍ, ການເດີນທາງໄປຫາຊາຍຫາດ ຫລືບ່ອນລອຍນ້ຳ ຮູ້ສຶກວ່າເກືອບຈະເປັນສິ່ງຈໍາເປັນ ສໍາລັບຜູ້ຄົນໃນທ້ອງຖິ່ນ ແລະນັກທ່ອງທ່ຽວ.

ແຕ່ນັບຕັ້ງແຕ່ການລະບາດຂອງ COVID-19, ການຈົມນ້ຳຕາຍ ໃນອອສເຕຣເລັຍໄດ້ເພີ່ມຂຶ້ນ, ແລະໃນລະດູຮ້ອນນີ້ເທົ່ານັ້ນ, ກໍມີ 33 ຄົນໄດ້ເສັຍຊີວິດ ໃນອຸປະຕິເຫດການຈົມນ້ຳ.

Dr Justin Scarr, ຜູ້ຈັດການສະພາຄວາມປອດພັຍ ທາງນ້ຳອອສເຕຣເລັຍ (Australian Water Safety Council ) ແລະ CEO ຂອງ Royal Life Saving Australia, ກ່າວວ່າ ຄວາມສາມາດໃນການລອຍນ້ຳ ຂອງຊາວອອສເຕຣເລັຍ ກໍາລັງຫຼຸດລົງ.

"ປັດຈັຍທີ່ເຫັນໄດ້ຢ່າງຊັດແຈ້ງ ວ່າອອສເຕຣເລັຍ ເປັນບ່ອນທີ່ມີຄວາມແຕກຕ່າງຫລາຍກວ່າເກົ່າ ດ້ວຍວ່າ ຫລາຍຄົນທີ່ມາຈາກພື້ນຖານ ທີ່ອາດບໍ່ມີປວັດທັກສະການລອຍນ້ຳ ແລະຄວາມປອດພັຍທາງນ້ຳ. ການຫລຸດລົງນີ້ ບໍ່ພຽງແຕ່ເພີ່ມການຈົມນ້ຳຕາຍເທົ່ານັ້ນ, ແຕ່ມັນຍັງສ້າງອຸບປະສັກ ໃຫ້ຜູ້ຄົນທີ່ຊື່ນຊອບວິຖີຊີວິດ ໃນອອສເຕຣເລັຍ ຮອບແມ່ນ້ຳໃນທ້ອງຖິ່ນ ໃນສະລອຍນ້ຳໃນທ້ອງຖິ່ນ ຫລືຢູ່ຫາດຊາຍໃນທ້ອງຖິ່ນ."

ເພື່ອຕອບສນອງ ຕໍ່ການເສັຍຊີວິດທີ່ເພີ່ມຂຶ້ນ, ສະພາຄວາມປອດພັຍ ທາງນ້ຳອອສເຕຣເລັຍ (the Australian Water Safety Council) ໄດ້ເຜີຍແພ່ຍຸດທະວິທີໃໝ່ ກ່ຽວກັບຄວາມປອດພັຍທາງນ້ຳ ຂອງອອສເຕຣເລັຍ 2030 (Australian Water Safety Strategy 2030).

ດ້ວຍເຫດນີ້, ເຂົາເຈົ້າຫວັງທີ່ຈະເສີມຄວາມພະຍາຍາມຂອງຊາດ ທີ່ຈະຫລຸດການຕາຍ ຈາກການຈົມນ້ຳ ລົງ 50 ເປີເຊັນ ໃນທ້າຍທົດສະວັດນີ້.

ປັດຈັຍຫນຶ່ງ ທີ່ເຮັດໃຫ້ແນວໂນ້ມການເສັຍຊີວິດ ຈາກການຈົມນ້ຳເພີ່ມຂຶ້ນ ແມ່ນທັກສະເລື່ອງຄວາມປອດພັຍ ໃນນ້ຳຫນ້ອຍລົງ, ໂດຍສະເພາະ ໃນບັນດາຊາວອອສເຕຣເລັຍ ທີ່ໄດ້ຍ້າຍຈາກປະເທດ ທີ່ມີຄວາມຮູ້ເລື່ອງຄວາມປອດພັຍໃນນ້ຳຈໍາກັດ.

Eve Wheeler ເປັນສະມາຊິກລາດຕະເວນ ຂອງ Bondi Surf Bathers Life Saving ໃນ Sydney,

ໂດຍຊາວອອສເຕຣເລັຍທີ່ສູງອາຍຸ ແລະຜູ້ອົບພະຍົບ ຖືກລະບຸວ່າ ເປັນກຸ່ມທີ່ສ່ຽງ ຕໍ່ການຈົມນ້ຳຕາຍ, Eve Wheeler ໄດ້ບອກ SBS Arabic ວ່າມັນບໍ່ຊ້າເກີນໄປ ທີ່ຜູ້ຄົນຈະຮຽນຮູ້.

“ແມ່ຂອງຂ້ອຍ ໄດ້ຍ້າຍຈາກ Lebanon ມາຢູ່ທີ່ນີ້ໂດຍລອຍນ້ຳບໍ່ເປັນ, ໃນຊ່ວງປີ 70 ແລະນາງໄດ້ຮຽນລອຍນ້ຳ ຕອນນາງມີອາຍຸ 50 ກວ່າປີ ແລະມັນຍາກ ໃນຕອນເລີ່ມຕົ້ນ, ແຕ່ໃນທີ່ສຸດ ບັດນີ້ນາງກໍສາມາດລອຍນ້ຳໄດ້ ແລະນາງສາມາດລອຍນ້ຳກັບລູກໆຂອງນາງ. ນາງສາມາດປົກປ້ອງລູກຫລານຂອງນາງໄດ້. ມັນເປັນທັກສະທີ່ດີທີ່ສຸດທີ່ຈະມີ, ແຕ່ມັນກໍຊ່ວຍຊີວິດໄດ້ຄືກັນ."

ໂດຍທີ່ເດັກນ້ອຍ ກໍມີຄວາມສ່ຽງຄືກັນ, Ms Wheeler ກ່າວວ່າ ພໍ່ແມ່ແລະຜູ້ດູແລ ຕ້ອງລະມັດລະວັງ ກັບເດັກນ້ອຍຕອນຢູ່ໃນນ້ຳ.

"ສິ່ງທີ່ສໍາຄັນ 100 ເປີເຊັນ, ຕາຂອງທ່ານ ບໍ່ຄວນຢູ່ບ່ອນອື່ນ ນອກຈາກລູກໆຂອງທ່ານ. ພວກເຮົາໄດ້ເຫັນມັນຫລາຍເທື່ອ ໃນຂນະທີ່ລາດຕະເວນ, ແລະພວກເຮົາ ຂໍໃຫ້ທ່ານຢູ່ທີ່ນັ້ນ, ວາງໂທຣະສັບລົງ, ເບິ່ງລູກໆຂອງທ່ານ, ຊ່ອຍເຫລືອເຂົາເຈົ້າ, ເພາະວ່າພາຍໃນສອງສາມວິນາທີ, ເຂົາເຈົ້າຈະຖືກຄື້ນທະເລພັດອອກໄປ ແລະຖືກດູດລົງໃນນ້ຳ. ທ່ານອາດບໍ່ເຫັນມັນ, ແຕ່ມັນສາມາດເກີດຂຶ້ນໄດ້."

ຍຸດທະສາດດັ່ງກ່າວ ໄດ້ກໍານົດສາມເລື້ອງທີ່ສໍາຄັນ ເພື່ອປ່ຽນແປງແນວໂນ້ມໃນປັດຈຸບັນ: ການເພີ່ມທັກສະການລອຍນ້ຳ ແລະຄວາມປອດພັຍ ໃນນໍ້າສໍາລັບທຸກຄົນ, ສ້າງຄວາມປອດພັຍທາງນໍ້າ ໃນທ້ອງຖິ່ນ ແລະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ການປະສານງານ ລະຫວ່າງຂແນງການ ແລະຂອບເຂດຕ່າງໆ.

Dr Scarr ກ່າວວ່າ ເຫດການຫລາຍຢ່າງເກີດຂຶ້ນ ເມື່ອຜູ້ຄົນຊອກຫາການຫຼິ້ນນ້ຳ ໃນອອສເຕຣເລັຍ.

"ອີກຢ່າງຫນຶ່ງຄື ຂ້າພະເຈົ້າຄິດວ່າ ຜູ້ຄົນກໍາລັງຄົ້ນຫາອອສເຕຣເລັຍ, ແຕ່ໃນການຄົ້ນຫາອອສເຕຣເລັຍ, ເຂົາເຈົ້າໄດ້ພົບກັບທາງນ້ຳທີ່ບໍ່ຄຸ້ນເຄີຍ, ບໍ່ວ່າຈະເປັນຫາດຊາຍທີ່ບໍ່ມີຄົນລາດຕະເວນ ຫລືບາງທີ ແມ່ນ້ຳ ຫລືທະເລສາບ ໃນເຂດຊົນນະບົດຂອງອອສເຕຣເລັຍ ແລະຖ້າຫາກເຂົາຂາດທັກສະລອຍນ້ຳ ຫລືຄວາມຮູ້ເຖິງຄວາມປອດພັຍທາງນ້ຳ ເພື່ອຮັກສາຕົວເອງໃຫ້ປອດພັຍ, ເຂົາເຈົ້າຈະປະສົບກັບບັນຫາຢ່າງໄວ."

ກຸ່ມຫນຶ່ງ ທີ່ມີຄວາມສ່ຽງໃນຍຸດທະວິທີນີ້ ແມ່ນຊາຍຫນຸ່ມອາຍຸ 15 ເຖິງ 29 ປີ.

ຈໍານວນຄົນຕາຍ ຈາກການຈົມນ້ຳຫລາຍເກີນໄປ, ກຸ່ມນີ້ ບໍ່ໄດ້ຕົກຢູ່ໃນອັນຕະຣາຍ ເພາະເຂົາເຈົ້າຂາດຄວາມສາມາດໃນການລອຍນ້ຳ, ແຕ່ພວກເຂົາ ມີພຶດຕິກັມທີ່ຢາກສ່ຽງຕອນຫຼິ້ນນ້ຳ.

Dr Scarr ກ່າວວ່າ ຄຳເຕືອນແບບເກົ່າ ກ່ຽວກັບສຸຂະພາບ ແລະຄວາມປອດພັຍ ສ່ວນຫລາຍຈະຍາກ ທີ່ຈະເຂົ້າເຖິງກຸ່ມຊາຍຫນຸ່ມ.

"ພວກເຮົາເຊື່ອວ່າ ທ່ານບໍ່ສາມາດແຍກຄວາມຮູ້ເລື່ອງຄວາມປອດພັຍຂອງນ້ຳ ອອກຈາກທັກສະ ແລະຄວາມສາມາດໃນນ້ຳຂອງເຮົາ ຢ່າງມີປະສິດທິພາບ. ສະນັ້ນ, ຈຶ່ງມີຄວາມກ່ຽວຂ້ອງລະຫວ່າງ ການຮູ້ວິທີລອຍນ້ຳ, ຮູ້ວ່າຈະຫຼິ້ນນ້ຳຢູ່ບ່ອນໃດ ແລະຮູ້ວ່າ ເປັນຫຍັງຈຶ່ງບໍ່ຫຼິ້ນນ້ຳ. ເຄື່ອງດື່ມມຶນເມົາ ກໍເປັນປັດຈັຍທີ່ສໍາຄັນ, ແລະພວກເຮົາກໍາລັງທໍາງານຢ່າງໃກ້ຊິດ ກັບການຣົນນະຣົງ ແລະຜູ້ຈັດການບໍຣິການບ່ອນພັກຜ່ອນ ເພື່ອຫລຸດໂອກາດ ຂອງການດື່ມເຄື່ອງມຶນເມົາ. ແຕ່ຕາມປົກກະຕິແລ້ວ, ມັນເປັນສິ່ງຍາກ ທີ່ເຂົ້າເຖິງຊາຍຫນຸ່ມ, ແລະດ້ວຍເຫດນີ້ ພວກເຮົາຈຶ່ງຄິດວ່າ ການສົ່ງເສີມໂຄງການຊ່ວຍຊີວິດ ໃນໂຮງຮຽນມັດທະຍົມ ເປັນວິທີທີ່ດີທີ່ສຸດ."

ແຕ່ກ່ອນ ມັນເປັນສ່ວນຫນຶ່ງຂອງຫຼັກສູດຂອງໂຮງຮຽນ ໃນ, ການຮຽນລອຍນໍ້າໃນໂຮງຮຽນ ນັບມື້ນັບຍາກຂຶ້ນເລື້ອຍໆ.

ໃນປີ 2025, Royal Life Saving Australia ລາຍງານວ່າ ຄູສອນປະເມີນວ່າ 48 ເປີເຊັນຂອງນັກຮຽນປີ 6 ບໍ່ສາມາດລອຍນ້ຳ 50 ແມັດ ແລະຟູໂຕຢູ່ໃນນ້ຳ ເຖິງສອງນາທີໄດ້.

Dr Steve Georgakis ເປັນອາຈານອາວຸໂສ ເລື່ອງການສຶກສາກິລາ ຢູ່ມະຫາວິທະຍາລັຍ Sydney.

ລາວກ່າວວ່າ ການຮຽນລອຍນ້ຳທີ່ຈໍາເປັນໃນໂຮງຮຽນ ສາມາດເຮັດໄດ້ ຫລາຍກວ່າການພັດທະນາ ຄວາມປອດພັຍທາງນ້ຳ.

"ບໍ່ຕ້ອງສົງສັຍເລີຍວ່າ ນັ້ນເປັນເຫດຜົນທີ່ສໍາຄັນທີ່ສຸດ. ແຕ່ຖ້າຫາກທ່ານວິຈັຍບັນຫານີ້ຢ່າງລະອຽດຕື່ມອີກ, ທ່ານຈະຮູ້ວ່າ ຖ້າຫາກບາງຄົນຮູ້ສຶກປອດພັຍ ແລະມີຄວາມມ່ວນທີ່ຈະລອຍນ້ຳ, ສິ່ງທີ່ຈະເກີດຂຶ້ນ ຄືເຂົາເຈົ້າ ຈະໃຊ້ເວລາຢູ່ໃນນ້ຳຫລາຍກວ່າເກົ່າ. ແລະຖ້າຫາກເຂົາໃຊ້ເວລາຢູ່ໃນນ້ຳຫລາຍກວ່ານັ້ນ, ເຂົາຈະຂໍໃຫ້ພໍ່ແມ່ ພາເຂົາໄປຫາຫາດຊາຍ ຫລືພາເຂົາໄປສະນ້ຳ. ແລະເຂົາເຈົ້າຈະມີການຮຽນຮູ້ທາງສັງຄົມຫລາຍກວ່າເກົ່າ. ເຂົາເຈົ້າຈະເຊື່ອມຕໍ່ກັບທັມມະຊາດຫລາຍຂຶ້ນ. ເຂົາເຈົ້າຈະເຊື່ອມຕໍ່ກັບຜູ້ຄົນຫລາຍຂຶ້ນ. ເຂົາເຈົ້າຈະເຊື່ອມຕໍ່ກັບຄອບຄົວຫລາຍຂຶ້ນ. ແລະພວກເຮົາຮູ້ວ່າ ທາງຈິດໃຈເຂົາເຈົ້າຈະຮູ້ສຶກດີຂຶ້ນ ກ່ຽວກັບຕົວເອງຄືກັນ."

ອີງຕາມພໍ່ແມ່ທີ່ຖືກສໍາຫລວດ, ນັກຮຽນສ່ວນຫລາຍ ທີ່ບໍ່ໄດ້ຮຽນລອຍນ້ຳໃນໂຮງຮຽນ ແມ່ນມາຈາກພື້ນຖານທາງເສດຖະກິດສັງຄົມທີ່ຕ່ຳກວ່າ ຫລືອາສັຍຢູ່ໃນເຂດຊົນນະບົດ ແລະພູມີພາກ.

ເຖິງແມ່ນວ່າ ການລອຍນ້ຳ ອາດມີຢູ່ທົ່ວໄປໃນເຂດແຄມຝັ່ງທະເລ, ແຕ່ຂໍ້ມູນສະແດງໃຫ້ເຫັນວ່າ ການຕາຍຈາກການຈົມນ້ຳ ໃນແມ່ນ້ຳແມ່ນພົບເຫັນຫລາຍກວ່າ ຢູ່ແຄມຝັ່ງທະເລ ແລະ 61 ເປີເຊັນ ຂອງການຕາຍຈາກການຈົມນ້ຳ ແມ່ນເກີດຂຶ້ນຢູ່ນອກເມືອງໃຫຍ່.

Dr Georgakis ກ່າວວ່າ ເດັກນ້ອຍທຸກຄົນ ໃນອອສເຕຣເລັຍຄວນລອຍນ້ຳເປັນ.

"ສິ່ງທີ່ເຮົາຕ້ອງເຮັດ ໃນຖານະສັງຄົມ ຄືໃຫ້ແນ່ໃຈວ່າ ນັກຮຽນທຸກຄົນ, ບໍ່ວ່າເຂົາເຈົ້າຈະຢູ່ແຄມຝັ່ງທະເລພາກຕາເວັນອອກ ຫລືຢູ່ໃນກາງອອສເຕຣເລັຍ, ໃນທະເລຊາຍ, ເຂົາເຈົ້າ ຄວນມີໂອກາດຮຽນລອຍນ້ຳ. ເຮົາຕ້ອງເຮັດໃຫ້ແນ່ໃຈວ່າ ມີການເຂົ້າເຖິງໄດ້ງ່າຍ ສໍາລັບຫົວຫນ້າໂຮງຮຽນ ແລະໂຮງຮຽນ ທີ່ຈະເຂົ້າເຖິງໂຄງການຮຽນລອຍນ້ຳ. ເຮົາບໍ່ຄວນຄິດຄ່າເຂົ້າຮຽນ. ເຂົາເຈົ້າຄວນໄດ້ຮັບການຊ່ວຍເຫຼືອຈາກຣັດຖະບານ. ນີ້ຄວນເປັນບັນຫາເລື່ອງຄວາມສເມີພາບທີ່ແທ້ຈິງ. ແລະຫນ້າເສັຍໃຈ ດັ່ງທີ່ສະຖິຕິບອກເຮົາໃນທຸກວັນນີ້, ວ່າມັນບໍ່ໄດ້ເປັນແນວນັ້ນ."

ລາຍງານໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now