ທົບທວນເຫດການສຳຄັນທົ່ວໂລກປີ 2025 ຕອນ 1

President Trump Touts Administration's Economic Policies In Pennsylvania

Donald Trump ປະທານາທິບໍດີ ອາເມຣິກາ Credit: Alex Wong/Getty Images

ປີ 2025 ເປັນປີທີ່ຍິ່ງໃຫຍ່ ດ້ານການເມືອງພູມີພາກ, ພັຍທັມມະຊາດ ແລະການປ່ຽນແປງ ຂອງຜູ້ນຳທາງອໍານາດ ແລະອິດທິພົນໃນເວທີໂລກ. Sam Dover ທົບທວນ ເຖິງຊ່ວງເວລາທີ່ສໍາຄັນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

ປີ 2025 ເປັນປີທີ່ຍິ່ງໃຫຍ່ ດ້ານການເມືອງພູມີພາກ, ພັຍທັມມະຊາດ ແລະການປ່ຽນແປງ ຂອງຜູ້ນຳທາງອໍານາດ ແລະອິດທິພົນໃນເວທີໂລກ.

Sam Dover ທົບທວນ ເຖິງຊ່ວງເວລາທີ່ສໍາຄັນ.

SBSWN:"ຂໍ້ຕົກລົງຢຸດການຢຸດຍິງ ລະຫວ່າງ Israel ແລະ Hamasກໍາລັງຈະມີຂຶ້ນໃນຄືນນີ້."

MASPERO:"ຄວາມຕ້ອງການຂອງເດັກນ້ອຍໃນ Gaza ແມ່ນໃຫຍ່ຫລວງ."

TRUMP: "ຂ້າພະເຈົ້າໄດ້ຮັບການຊ່ວຍໃຫ້ລອດ ໂດຍພຣະເຈົ້າ ເພື່ອເຮັດໃຫ້ອາເມຣິກາ ຍິ່ງໃຫຍ່ອີກ."

SBSWN: "ເກືອບຫນຶ່ງອາທິດແລ້ວ ທີ່ຜູ້ດັບເພີງຂອງ LA ໄດ້ມີສ່ວນຮ່ວມ ໃນການສູ້ຮົບທີ່ອິດເມື່ອຍ ໃນຫລາຍດ້ານ."

GHELANI: "ສົງຄາມ Sudan ເປັນວິກິດທາງດ້ານມະນຸດສະທັມ ທີ່ຍິ່ງໃຫຍ່ ທີ່ສຸດໃນໂລກ ໃນຕອນນີ້."

SBSWN :ຂ່າວດ່ວນຄືນນີ້, Pope Francis ຜູ້ນຳຄຣິສຕະຈັກ ເສັຍຊີວິດໃນວັຍ 88 ປີ.

ປີ 2025 ໂລກໄດ້ເຫັນໂລກຍ້າຍ ຈາກວິກິດທາງດ້ານການເມືອງພູມີພາກ ໄປສູ່ພັຍທັມມະຊາດ, ພ້ອມດ້ວຍພະລັງທັມມະຊາດ ທີ່ພິສູດວ່າ ເປັນເຄື່ອງມື ໃນການພັດທະນາ ທີ່ຍິ່ງໃຫຍ່ທີ່ສຸດຂອງໂລກ:

ແມ່ນແລ້ວ, ນັ້ນແມ່ນ Donald Trump ທີ່ມັກຖືກກ່າວເຖິງ ແລະມັກເປັນທີ່ຖົກຖຽງ ໄດ້ກັບຄືນມາດຳຣົງຕຳແໜ່ງ ປະທານາທິບໍດີ ຂອງສະຫະຣັດອາເມຣິກາ ໃນເດືອນມັງກອນ ແລະໄດ້ເລີ່ມກຳໜົດນະໂຍບາຍ ລະດັບໂລກຢ່າງໄວ.

“ຂ້າພະເຈົ້າເວົ້າສເມີວ່າ ພາສີເປັນຄໍາທີ່ສວຍງາມທີ່ສຸດສໍາລັບຂ້າພະເຈົ້າ ໃນວັດຈະນານຸກົມ ເພາະພາສີ ຈະເຮັດໃຫ້ເຮົາຮັ່ງມີຫລາຍທີ່ສຸດ, ມັນຈະນໍາທຸຣະກິດຂອງປະເທດເຮົາ ທີ່ປະຖິ້ມນັ້ນກັບຄືນມາ.” Trump ກ່າວ

ຄວາມພະຍາຍາມ ຂອງປະທານາທິບໍດີ ທີ່ຈະເກັບພາສີ ກັບສິນຄ້າສ່ວນຫລາຍ ທີ່ເຂົ້າມາໃນອາເມຣິກາ ໄດ້ກໍ່ໃຫ້ເກີດສົງຄາມການຄ້າ ກັບພັນທະມິດ ແລະຄູ່ແຂ່ງທາງດ້ານການເມືອງ, ແລະໄດ້ເຫັນຄວາມຢ້ານກົວຈາກ Jerome Powell ປະທານຂອງ Federal Reserve ຂອງສະຫະຣັດອາເມຣິກາ ກ່ຽວກັບພາວະເສດຖະກິດຕົກຕ່ຳ.

"ຖ້າການເພີ່ມພາສີຢ່າງຫລວງຫລາຍ ທີ່ໄດ້ປະກາດໄວ້ຍັງຄົງຢູ່, ມັນຄົງຈະເຮັດໃຫ້ອັດຕາການເງິນເຟີ້ເພີ່ມຂຶ້ນ, ການເຕີບໂຕທາງເສດຖະກິດຊ້າລົງ ແລະການວ່າງງານ ເພີ່ມຂຶ້ນ."

ແຕ່ມັນແມ່ນການຕອບໂຕ້ທາງສົງຄາມການຄ້າ ກັບປະເທດຈີນທີ່ ຄຸກຄາມ ຈະສ້າງຄວາມບໍ່ຫມັ້ນຄົງ ໃຫ້ແກ່ເສດຖະກິດໂລກ.

ສະຫະຣັດອາເມຣິກາ ເອີ້ນເກັບພາສີ 145 ເປີເຊັນ ສຳລັບສິນຄ້າຈາກປະເທດຈີນ, ໂດຍທີ່ປະເທດຈີນ ຕອບໂຕ້ດ້ວຍການເກັບພາສີ 125 ເປີເຊັນ ຕໍ່ສິນຄ້າຂອງອາເມຣິກາ.

ເສດຖະກິດທີ່ໃຫຍ່ທີ່ສຸດ ສອງປະເທດຂອງໂລກ ໄດ້ຕົກລົງກັນໃນເດືອນມິຖຸນາ, ແຕ່ Mr Trump ໄດ້ຟື້ນຟູສົງຄາມພາສີ ໃນເດືອນຕຸລາ ໂດຍການປະກາດ ການເກັບພາສີເພີ່ມເຕີມ 100 ເປີເຊັນ ສໍາລັບສິນຄ້າຈາກປະເທດຈີນ.

ໃນທ້າຍເດືອນຕຸລາ, ປະທານາທິບໍດີ Trump ໄດ້ຕົກລົງ ທີ່ຈະລົງນາມໃນຂໍ້ຕົກລົງ ທາງການຄ້າ ກັບປະທານປະເທດຈີນ Xi Jinping, ຫລຸດອັດຕາການສົ່ງອອກຂອງຈີນ ລົງເຖິງ 47 ເປີເຊັນ ແລະໃຫ້ແນ່ໃຈວ່າ ອາເມຣິກາ ຈະເຂົ້າເຖິງແຮ່ທາດຫາຍາກຂອງຈີນ.

ໃນກອງປະຊຸມ, ປະທານາທິບໍດີ Xi ໄດ້ກ່າວຜ່ານທາງຜູ້ແປວ່າ-ຄວາມເຄັ່ງຕຶງທາງຄ້າ ເປັນສິ່ງທີ່ເຂົ້າໃຈໄດ້ ແຕ່ຕ້ອງໄດ້ຮັບການແກ້ໄຂສເມີ.

Donald Trump ຍັງໄດ້ທໍາງານຢ່າງຫນັກ ເພື່ອສະແດງຕົວເອງວ່າ ເປັນຜູ້ສ້າງສັນຕິພາບຂອງໂລກ ທີ່ສົງຄາມທຳລາຍຫລາຍຂຶ້ນເລື້ອຍໆ.

ດັດຊະນີສັນຕິພາບໂລກ (Global Peace Index) ປີ 2025 ຈາກສະຖາບັນເສດຖະກິດ ແລະສັນຕິພາບ (the Institute for Economics and Peace) ພົບວ່າ ສົງຄາມກໍາລັງເພີ່ມຂຶ້ນ ໂດຍການໃຊ້ກຳລັງທະຫານເພີ່ມຂຶ້ນ 2.5 ເປີເຊັນ.

ເຂົາເຈົ້າ ລະບຸເຖິງການຂັດແຍ້ງຂອງຣັດ 59 ຄັ້ງ, ຫລາຍທີ່ສຸດນັບຕັ້ງແຕ່ ສົງຄາມໂລກຄັ້ງທີສອງສິ້ນສຸດລົງ ແລະຫລາຍກວ່າປີ 2024 ສາມຄັ້ງ.

ສູນກາງຂອງການຂັດແຍ້ງເຫລົ່ານີ້ ແມ່ນ Israel, ພັນທະມິດຕະໃກ້ຊິດຂອງອາເມຣິກາ, ຊຶ່ງພົວພັນກັບການຂັດແຍ້ງ ໃນເຂດຍຶດຄອງ ຂອງPalestinian, Lebanon, Yemen, ແລະ Iran.

ຫລັງຈາກສອງປີ ຂອງການຖືກທໍາລາຍໃນເຂດ Gaza Strip, ຂໍ້ຕົກລົງຍຸດຕິຍິງ ທີ່ປະທານາທິບໍດີອາເມຣິກາ ໄດ້ສເນີ ໃນວັນທີ 10 ຕຸລາ, ຊຶ່ງເຮັດໃຫ້ຄວາມຮຸນແຮງສ່ວນຫລາຍ ໃນສົງຄາມ Israel-Hamas ສິ້ນສຸດລົງ.

ຊາວ Palestinians ຫລາຍກວ່າ 69,000 ຄົນໄດ້ເສັຍຊີວິດ ແລະ 170,000 ຄົນ ໄດ້ຮັບບາດເຈັບ ຈາກການໂຈມຕີຂອງ Israeli ໃນ Gaza, ລາຍງານຂອງສາທາຣະນະສຸກທ້ອງຖິ່ນ, ພ້ອມດ້ວຍຄວາມອຶດຢາກ ທີ່ປະກາດໂດຍ IPC (Integrated Food Security Phase Classification) ໃນເດືອນສິງຫາ.

ຫລັງຈາກຂໍ້ຕົກລົງຢຸດຍິງ ໃນເດືອນຕຸລາ, Emma Maspero ຜູ້ອໍານວຍການ ສຸກເສີນອາວຸໂສຂອງ UNICEF ກ່າວວ່າ ຄວາມຕ້ອງການຂອງຊາວGaza ແມ່ນຖ້ວມລົ້ນ.

"ຄວາມຕ້ອງການຂອງເດັກນ້ອຍໃນ Gaza ແມ່ນມະຫາສານ, ບໍ່ວ່າຈະເປັນເລື້ອງນ້ຳສະອາດ, ນ້້ຳດື່ມ, ແລະສຸຂະອະນາມັຍ ເພື່ອຫລີກເວັ້ນຈາກການແຜ່ຂອງໂຣກຕ່າງໆ ໄປຈົນເຖິງ ສະຖານການແພດຂັ້ນພື້ນຖານ ເພື່ອຈະໄດ້ຮັບການສນັບສນູນ ທາງໂພຊະນາການ. ພວກເຮົາ ເຫັນເດັກນ້ອຍຈໍານວນຫລວງຫລາຍ ຂາດອາຫານຢ່າງຮ້າຍແຮງ."

ສະຫະປະຊາຊາດຄາດວ່າ ປະມານ 92 ເປີເຊັນ ຂອງອາຄານທີ່ຢູ່ອາສັຍ ໃນ Gaza-ຫຼືບ້ານເຮືອນ ປະມານ 436,000 ຫລັງ-ໄດ້ຮັບຄວາມເສັຍຫາຍ ຫລືຖືກທໍາລາຍ ແລະເສດຫັກພັງ ປະມານ 55 ເຖິງ 60 ລ້ານໂຕນ ກະຈາຍຢູ່ໃນເຂດນັ້ນ.

ວິກິດ ທາງດ້ານມະນຸດສະທັມ ທີ່ເກີດຈາກຄວາມຂັດແຍ່ງ ທີ່ຮ້າຍແຮງທີ່ສຸດ ໃນຄວາມຊົງຈໍາ ເມື່ອບໍ່ດົນມານີ້ ແມ່ນສົງຄາມກາງເມືອງ ໃນປະເທດ Sudan.

ສົງຄາມທີ່ຍາວນານສອງປີເຄິ່ງ ລະຫວ່າງກອງທັບ Sudan ແລະກຸ່ມ ທະຫານ the Rapid Support Forces ໄດ້ທໍາລາຍປະເທດ ທີ່ມີປະຊາກອນ 50 ລ້ານຄົນ ແລະກໍ່ໃຫ້ເກີດການຂ້າຟັນຊົນເຜົ່າອີກ ໃນພາກຕາເວັນຕົກຂອງ Darfur.

Reena Ghelani, CEO ຂອງ Plan International, ກ່າວກັບ SBS ຈາກSudan ໃນເດືອນຕຸລາ, ອະທິບາຍເຖິງ ຂນາດຂອງຄວາມທຸກທໍຣະມານ.

"ມີຄວາມຮຸນແຮງຫລາຍ ຕໍ່ເດັກນ້ອຍ ແລະເດັກນ້ອຍຜູ້ຍິງໂດຍສະເພາະ. ມີຄວາມຮຸນແຮງທາງເພດ ຫລາຍຈົນວ່າຜູ້ຄົນເວົ້າວ່າ ມັນເປັນອາວຸດແຫ່ງສົງຄາມ. ຜູ້ຄົນກໍາລັງຫນີໄປຫາບ່ອນປອດພັຍ. ສະນັ້ນ ເຂົາເຈົ້າຈຶ່ງເປັນຄົນພັດຖິ່ນໃນປະເທດ. ມີຜູ້ຄົນທັງໝົດປະມານ 12 ລ້ານຄົນ. ມີຜູ້ຄົນທີ່ອຶດຢາກ, ແທ້ຈິງແລ້ວ ມີຜູ້ຄົນທີ່ປະເຊີນກັບຄວາມອຶດຢາກ ແລະອີກຫລາຍຄົນ ຈະຕົກຢູ່ໃນສະພາບການນັ້ນ ຖ້າຫາກເຮົາບໍ່ຈັດຫາອາຫານໃຫ້ເຂົາເຈົ້າ ຢ່າງຮີບດ່ວນ."

ໃນເດືອນມັງກອນ, ກະຊວງການຕ່າງປະເທດ ອາເມຣິກາ ໄດ້ອອກ ຖແລງການ ກ່າວຫາກຸ່ມ the Rapid Support Forces ຢ່າງວ່ອງໄວ ວ່າໄດ້ກໍ່ເຫດ ຂ້າລ້າງເຜົ່າພັນ (Genocide) ໃນພູມີພາກ ທ່າມກາງການຣົນນະຣົງ ຄວາມຮຸນແຮງ ຂອງຊົນເຜົ່າໃນຊຸມຊົນ.

Nathaniel Raymond ເປັນຫົວຫນ້າຂອງ the Yale Humanitarian Lab, ຊຶ່ງໄດ້ສອບສວນ ກ່ຽວກັບການສັງຫານໝູ່ທົ່ວ Sudan.

"ນີ້ແມ່ນຫຍັງ? ນີ້ເປັນການຂ້າລ້າງເຜົ່າພັນ (Genocide) ຫຼືບໍ່? ແມ່ນແລ້ວ, ແຕ່ມັນບໍ່ແມ່ນພຽງແຕ່ການຂ້າລ້າງເຜົ່າພັນ (Genocide) ເທົ່ານັ້ນ. ນີ້ຄືການສູ້ຮົບຄັ້ງສຸດທ້າຍ ສໍາລັບການສິ້ນສຸດ ຂອງການຂ້າລ້າງເຜົ່າພັນ (Genocide) ໃນເມືອງ Darfur ທີ່ໄດ້ເລີ່ມຕົ້ນເມື່ອ 20 ປີກ່ອນ .ຂນາດຂອງການຂ້າຟັນ, ຄວາມຮຸນແຮງ, ບໍ່ຄືກັນກັບສິ່ງທີ່ຂ້າພະເຈົ້າເຄີຍເຫັນ ໃນອາຊີບຂອງຂ້າພະເຈົ້າ."

ກຸ່ມ The Rapid Support Forces ປະຕິເສດຂໍ້ກ່າວຫາທັງຫມົດ ກ່ຽວກັບການຂ້າລ້າງເຜົ່າພັນ (Genocide).

ລາຍງານໂດຍ Sam Dover ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now