ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ທົບທວນເຫດການສຳຄັນທົ່ວໂລກປີ 2025 ຕອນ ທີ 2.
ໃນຂນະດຽວກັນ, ໃນ Ukraine, ມັນເປັນປີຂອງສົງຄາມທີ່ຮ້າຍແຮງ ແລະໂຫດຮ້າຍເປັນພິເສດ ໂດຍກອງທັບຂອງຣັສເຊັຍ ທີ່ຮຸກຮານແລະໄດ້ຍຶດອານາເຂດ ທາງຕາເວັນອອກຢ່າງຊ້າໆ ແລະໂຈມຕີໂຄງສ້າງພື້ນຖານ ດ້ານພະລັງງານ ທີ່ສໍາຄັນທົ່ວປະເທດ.
ຫລັງຈາກສົງຄາມ ຫລາຍກວ່າສາມປີເຄິ່ງ, ອະນາຄົດເບິ່ງຄືວ່າ ມືດມົວສໍາລັບຄວາມພະຍາຍາມຂອງ Ukraine ທີ່ຈະຂັບໄລ່ ກອງກຳລັງທະຫານຣັສເຊັຍ ທີ່ລຸກລ້ຳເຂົ້າມາ ແລະເຂົາເຈົ້າ ໄດ້ປະເຊີນກັບການສູນເສັຍຢ່າງໃຫຍ່ຫລວງ ໃນຫຼາຍປີມານີ້.
The Monitoring Mission ຂອງສະຫະປະຊາຊາດໃນ Ukraine ລາຍງານວ່າ ມີພົນລະເມືອງບາດເຈັບ ແລະເສັຍຊີວິດ 12,062 ຄົນໃນ 10 ເດືອນທໍາອິດ ຂອງປີ 2025, ຊຶ່ງເພີ່ມຂຶ້ນ 27 ເປີເຊັນຈາກປີ 2024.
ແລະໃນຂນະທີ່ ປະທານາທິບໍດີ Volodymir Zelenskyy ຊອກຫາທາງແກ້ໄຂ ທາງການທູດ ເພື່ອຍຸດຕິສົງຄາມ, ລາວພົບວ່າ ພັນທະມິດທີ່ບໍ່ໜ້າໄວ້ວາງໃຈ ໃນໂຕປະທານາທິບໍດີ ຂອງສະຫະຣັດອາເມຣິກາຄົນປະຈຸບັນ.
TRUMP ກ່າວວ່າ: ທ່ານຕົກຢູ່ໃນຕຳແໜ່ງທີ່ບໍ່ດີ. ທ່ານບໍ່ມີໄພ້ຫຍັງ. ຖ້າທ່ານຢູ່ກັບເຮົາ, ແລ້ວທ່ານຈະມີໄພ້.
ZELENSKYY ກ່າວ: ເຮົາບໍ່ແມ່ນກຳລັງຫຼິ້ນໄພ້. ຂ້າພະເຈົ້າກຳລັງຈິງຈັງ. ທ່ານປະທານາທິບໍດີ.
TRUMP ກ່າວ: ທ່ານກຳລັງຫຼິ້ນໄພ້. ທ່ານກຳລັງຫຼິ້ນພະນັນ ກັບຊີວິດຂອງຄົນເປັນລ້ານ.
ໃນຂນະທີ່ຄວາມສໍາພັນ ລະຫວ່າງຜູ້ນໍາໄດ້ດີຂຶ້ນນັບແຕ່ນັ້ນມາ, Dr Jessica Genauer ຈາກມະຫາວິທະຍາລັຍ Flinders ບອກກັບ SBS ວ່າ ເບິ່ງຄືວ່າ ເປັນໄປບໍ່ໄດ້ທີ່ Ukraine ຈະໄດ້ອານາເຂດ ທີ່ສູນເສັຍໄປນັ້ນກັບຄືນ ດ້ວຍການເຈຣະຈາສັນຕິພາບ.
"ປະທານາທິບໍດີ Putin, ຈະບໍ່ຖອນຕົວອອກຈາກເຂດແດນ ທີ່ເຂົາເຈົ້າໄດ້ຍຶດໄດ້ແລ້ວ ຍົກເວັ້ນແຕ່ ຈະເປັນສ່ວນນ້ອຍໆ ແລະມັນຈະເປັນພຽງການແລກປ່ຽນ ກັບເຂດແດນເພີ່ມເຕີມ, ຍົກຕົວຢ່າງ, ໃນ Luhansk ແລະ Donetsk ເທົ່ານັ້ນ."
ໃນທົ່ວໂລກ, ຂະບວນການປະທ້ວງ ທີ່ນໍາໂດຍຄົນລຸ້ນ Z ໄດ້ເກີດຂຶ້ນ ຫລັງຈາກການຈະຣາຈົນ ທີ່ນໍາພາໂດຍນັກຮຽນໃນ Bangladesh ໃນປີ 2024.
ຈາກ Mongolia ເຖິງ Morocco. Madagascar ເຖິງ Peru. Mexico ເຖິງTimor-Leste, ການປະທ້ວງ ທີ່ນໍາໂດຍຊາວຫນຸ່ມ ໄດ້ແຜ່ລາມໄປທົ່ວໂລກ, ຊຶ່ງໄດ້ໂຄ່ນລົ້ມຣັດຖະບານ ແລະຍຶດອໍານາດ.
ອາດບໍ່ມີຕົວຢ່າງໃດ ທີ່ຫນ້າຕົກໃຈໄປກວ່າ ການປະທ້ວງໃນເດືອນກັນຍາໃນ Nepal, ຊຶ່ງຖືກກະຕຸ້ນໂດຍ ການສັ່ງຫ້າມສື່ສານມວນຊົນ ແລະການກ່າວອ້າງວ່າ ຣັດຖະບານມີການທຸດຈະຣິດຢ່າງກວ້າງຂວາງ.
ຜູ້ປະທ້ວງສ່ວນຫລາຍ ເປັນຄົນຫນຸ່ມ ໄດ້ພາກັນໄປຕາມຖນົນ ໃນເມືອງ Kathmandu ແລະຈູດໄຟເຜົາສະພາ ແລະບ້ານເຮືອນ ຂອງຜູ້ນໍາທາງການເມືອງ ລະດັບສູງຂອງປະເທດບາງຄົນ, ແຕ່ກໍຖືກກອງກຳລັງຄວາມໝັ້ນຄົງຂອງ Nepal ຕອບໂຕ້ດ້ວຍກຳລັງ.
ຢ່າາງຫນ້ອຍມີຜູ້ເສັຍຊີວິດ 72 ຄົນ ໃນການປະທ້ວງ ແລະມີຜູ້ປະທ້ວງຢ່າງຫນ້ອຍ 34 ຄົນ ໄດ້ຕາຍຈາກບາດແຜຂອງປືນ, ຕາມທີ່ໄດ້ຮັບການຢືນຢັນ ຈາກລາຍງານການສອບສວນ ຂອງສະຫະປະຊາຊາດ.
ເຖິງຢ່າງໃດກໍຕາມ, ການປະທ້ວງ ໄດ້ຮັບຄວາມສໍາເຣັດຢ່າງໄວ, ເຮັດໃຫ້ຕ້ອງຍົກເລີກການສັ່ງຫ້າມສື່ສານມວນຊົນ, Khadga Prasad Oliນາຍົກຣັດຖະມົນຕີ ຂອງປະເທດ ລາອອກຈາກຕໍາແຫນ່ງ ແລະສະພາຜູ້ແທນຂອງ Nepal ຕ້ອງຍຸບພາຍໃນບໍ່ເທົ່າໃດມື້.
ຂນະນີ້ Nepal ຄາດວ່າ ຈະມີການເລືອກທົ່ວໄປ ກ່ອນກຳໜົດ ໃນວັນທີ 5 ເດືອນມິນາ ປີ 2026.
ແລະໃນເດືອນເມສາ ປີ 2025 ທີ່ the Vatican, ໂລກກໍປ່ຽນໄປອີກຄັ້ງ.
ສັນຕະປາປາ (Pope) Francis, ຊຶ່ງເປັນ Pope ຄົນທໍາອິດຈາກອາເມຣິກາໃຕ້, ໄດ້ເສັຍຊີວິດ ໃນວັນທີ 21 ເດືອນເມສາ, ມື້ຫນຶ່ງຫລັງຈາກ Easter Sunday.
ເຫດການນັ້ນ ໄດ້ສົ່ງຄື້ນຂອງຄວາມຕົກຕະລຶງ ໄປທົ່ວໂລກຂອງຊາວCatholics 1.4 ພັນລ້ານຄົນ ແລະຜູ້ໄວ້ທຸກຫລາຍແສນຄົນ ຈາກທົ່ວໂລກໄດ້ໄປທີ່ Vatican ເພື່ອສະແດງຄວາມເຄົາລົບ.
"ພວກເຮົາເສັຍໃຈຫລາຍກັບເລື່ອງນີ້. ພວກເຮົາມາຈາກ Australia, ພວກເຮົາຫວັງວ່າ ຈະມີໂອກາດເຫັນລາວ ແຕ່ແລ້ວພວກເຮົາໄດ້ຍິນກ່ຽວກັບເລື່ອງນີ້ ເມື່ອພວກເຮົາມາທີ່ນີ້. ມັນໄດ້ສ້າງຄວາມເສັຍໃຈ ຕໍ່ພວກເຮົາທຸກຄົນ."
ຫລັງຈາກສອງມື້ ຂອງການພິຈາຣະນາ ທີ່ກອງປະຊຸມຂອງສັນຕະປາປາ, ຄນະຜູ້ເລືອກຕັ້ງ ໄດ້ເລືອກເອົາ Cardinal Robert Prevost ໃຫ້ມາແທນ Francis.
Cardinal Prevost ສັນຕະປາຄົນທໍາອິດ ຈາກອາເມຣິກາ ກໍເປັນທີ່ຮູ້ຈັກໃນນາມສັນຕະປາ Pope Leo XIV ນັບຕັ້ງແຕ່ນັ້ນມາ
ໃນຄໍາປາສັຍ ຕໍ່ສື່ສານມວນຊົນຄັ້ງທຳອິດ, ລາວໄດ້ຮຽກຮ້ອງໃຫ້ໂລກທີ່ຢາກຮູ້ຢາກເຫັນ ໃຫ້ປາດສະຈາກອະຄະຕິ ແລະເປີດຮັບຄວາມເຂົ້າໃຈໃຫມ່.
“ໃຫ້ເຮົາກໍາຈັດອະຄະຕິ ແລະຄວາມຄຽດແຄ້ນ ຈາກສື່ສານຄວາມນິຍົມຊົມຊອບ ແລະແມ່ນແຕ່ ຄວາມກຽດຊັງທັງຫມົດ. ຂໍໃຫ້ເຮົາປົດປ່ອຍມັນ ຈາກການຮຸກຮານ. ເຮົາບໍ່ຈໍາເປັນຕ້ອງມີການສື່ສານ ທີ່ມີສຽງດັງ, ແຕ່ຈໍາເປັນ ຕ້ອງມີການສື່ສານ ທີ່ສາມາດຮັບຟັງ ແລະການຮວມເອົາສຽງ ຂອງຄົນທີ່ອ່ອນແອ ຜູ້ບໍ່ມີສຽງ”
ປີ 2025 ກໍເປັນປີທີ່ໜ້າເປັນຫ່ວງ ສໍາລັບພັຍທັມມະຊາດ ແລະວິກິດທາງສະພາບພູມອາກາດ ທີ່ເພີ່ມຄວາມຮ້າຍແຮງຂຶ້ນ.
ປີນັ້ນ ເລີ່ມຕົ້ນດ້ວຍໄຟໄຫມ້ຢ່າງຮ້າຍແຮງ ທົ່ວ Los Angeles ແລະຣັດ California ພາກໃຕ້.
"ແປວໄຟ ສູງປະມານ 30-40 ຟຸດ ແລະພວກເຮົາໄດ້ຍິນສຽງດັງ pop-pop, ຟັງຄືກັບເຂດສົງຄາມ. ແທ້ຈິງແລ້ວ ມີການລະເບີດໃຫຍ່ສອງເທື່ອ ທີ່ສັ່ນສະເທືອນພື້ນດິນ."
ຜູ້ດັບເພີງ ແລະນັກໂທດ ຫລາຍກວ່າ 7,500 ຄົນ ໄດ້ທໍາງານດ້ວຍຄວາມຊ່ອຍເຫລືອ ຂອງຍົນເຮລິຄອບເຕີ ເພື່ອມອດໄຟທີ່ຮ້າຍແຮງນັ້ນ.
ໄຟໄດ້ເຜົາໄໝ້ ພື້ນທີ່ຫລາຍກວ່າ 23,000 ເຮັກຕາ ແລະອາຄານ 16,000ຫຼັງ, ແລະເຮັດໃຫ້ປະມານ 440 ຄົນເສັຍຊີວິດ, ອີງຕາມການສຶກສາ ຂອງ Boston University.
ໃນບ່ອນອື່ນ, ນັກຄົ້ນຄວ້າຈາກມະຫາວິທະຍາໄລ Imperial College London ກ່າວວ່າ ຄື້ນຄວາມຮ້ອນທີ່ຮ້າຍແຮງ ໃນລະດູຮ້ອນ ຂອງຢູໂຣບ ໄດ້ຂ້າຄົນປະມານ 16,500 ຄົນ.
ລົມພະຍຸ Cyclones ແລະລົມພະຍຸໄຕ້ຝຸ່ນຫລາຍສິບລູກ ກໍໄດ້ສ້າງຄວາມເສັຍຫາຍຢ່າງຮ້າຍແຮງ ໃນປີ 2025 ນໍາອີກ, ພ້ອມດ້ວຍ Hurricane Melissa ທີ່ຮ້າຍແຮງທີ່ສຸດ ແລະສ້າງຄວາມເສັຍຫາຍຫລາຍທີ່ສຸດ ໃນປີນັ້ນ.
ລົມພະຍຸໄດ້ກວາດລ້າງ the Caribbean, ໄດ້ຂ້າຄົນຢ່າງຫນ້ອຍ 96 ຄົນແລະຫຼາຍໝື່ນຄົນ ຕ້ອງພັດຖິ່ນທົ່ວ Jamaica, Cuba ແລະ Haiti.
"ມື້ວານນີ້ເປັນຫນ້າຢ້ານກົວ,ຫນ້າຢ້ານກົວ,ຫນ້າຢ້ານກົວ.ການເຫັນບ່ອນຂອງຂ້າພະເຈົ້າຖືກນ້ໍາຖ້ວມ,ມັນເປັນສິ່ງທີ່ຫນ້າຢ້ານກົວສໍາລັບຂ້າພະເຈົ້າແລະລູກຂອງຂ້າພະເຈົ້າ.ລະດັບນ້ໍາສູງເຖິງແອວຂອງຂ້າພະເຈົ້າ.ເຂົາເຈົ້າຕ້ອງເຂົ້າໄປໃນເຮືອນຂອງຂ້າພະເຈົ້າເພື່ອຊ່ວຍຊີວິດຂອງຂ້າພະເຈົ້າ."]]
ນັກວິທະຍາສາດເຕືອນວ່າ ເຫດການເຫລົ່ານີ້ ຈະຮ້າຍແຮງ ແລະສ້າງຄວາມເສັຍຫາຍຫລາຍຂຶ້ນ, ໂດຍທີ່ Climate Action Tracker ທີ່ເປັນອິດສຣະກ່າວວ່າ ໂລກຈະຮ້ອນຂຶ້ນເຖິງ 2.6 ອົງສາ ສູງກວ່າສມັຍກ່ອນອຸດສະຫະກັມ ພາຍໃນທ້າຍສັດຕະວັດນີ້.
ເຂົາເຈົ້າເວົ້າວ່າ ການເພີ່ມຂຶ້ນເຫລົ່ານີ້ ອາດເຫັນການສິ້ນສຸດ ຂອງການກະສິກັມໃນປະເທດອັງກິດ ແລະສ່ວນໃຫຍ່ ຂອງທະວີບຢູໂຣບ, ລະດັບນ້້ຳທະເລສູງຂຶ້ນ, ຄວາມຮ້ອນທີ່ຮຸນແຮງ ແລະພັຍທັມມະຊາດ ທີ່ຮ້າຍແຮງຂຶ້ນ.
ປີນີ້ ໃກ້ຈະສິ້ນສຸດລົງ ໃນກອງປະຊຸມສຸດຍອດ ສະພາບພູມອາກາດCOP-30 ໃນເດືອນພະຈິກໃນ Brazil, ບ່ອນທີ່ເລຂາໃຫຍ່ ຂອງສະຫະປະຊາຊາດ António Guterres ໄດ້ເຕືອນເຖິງ ສິ່ງທີ່ຈະເກີດຂຶ້ນຕໍ່ໄປ ຖ້າຫາກໂລກ ບໍ່ລົງມືຢ່າງວ່ອງໄວ ເພື່ອຈໍາກັດການປ່ອຍກາກບອນ.
"ມີຄວາມຮ້ອນ ແລະຄວາມອຶດຫິວຫລາຍຂຶ້ນ, ພັຍທັມມະຊາດ ແລະການພັດຖິ່ນຫລາຍຂຶ້ນ, ແລະການສ່ຽງສູງ ທີ່ຈະຂ້າມຈຸດປ່ຽນແປງທາງສະພາບພູມອາກາດ, ກໍ່ໃຫ້ເກີດຄວາມເສັຍຫາຍ ທີ່ບໍ່ສາມາດແກ້ໄຂໄດ້. ຊຸມຊົນຢູ່ແຖວຫນ້າ ກໍກໍາລັງເບິ່ງຄືກັນ ແລະຖາມວ່າ ເຮົາຕ້ອງທົນທຸກທໍຣະມານອີກຫລາຍປານໃດ. ເຂົາເຈົ້າໄດ້ຍິນຂໍ້ແກ້ຕົວຫຼາຍພໍແລ້ວ, ເຂົາເຈົ້າຕ້ອງການຜົນຮັບ."
ລາຍງານໂດຍ Sam Dover ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





