ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການເມືອງອອສເຕຣເລັຍ ໃນປີ 2025 ພາກ 2
ເຊັ່ນດຽວກັບຜູ້ນໍາຂອງປະເທດອື່ນໆ, Anthony Albanese ໄດ້ຂຶ້ນແທ່ນປາສັຍ ທີ່ກອງປະຊຸມໃຫຍ່ຂອງສະຫະປະຊາຊາດ ໃນເດືອນກັນຍາ ເພື່ອຢືນຢັນວ່າ ອອສເຕຣເລັຍ ຮັບຮູ້ຄວາມເປັນຣັດຂອງ Palestine.
"The Commonwealth of Australia ຮັບຮູ້ຣັດ Palestine. ພວກເຮົາໄດ້ມີຈຸດຢືນອັນຍາວນານ ໃນອອສເຕຣເລັຍ ເທິງພື້ນຖານຂອງສອງຣັດ. ແນ່ນອນວ່າ ຣັດຫນຶ່ງແມ່ນ Israel ແລະອີກຣັດຫນຶ່ງແມ່ນ Palestine."
ເຖິງຢ່າງໃດກໍຕາມ, ຣັດຖະມົນຕີການຕ່າງປະເທດ, Penny Wong, ໄດ້ກ່າວໃນຄໍາປາສັຍຂອງນາງ ຕໍ່ສະຖາບັນ the Australian Institute of International Affairs ໃນເດືອນພະຈິກວ່າ ຄວາມພະຍາຍາມທາງການທູດຂອງເຂົາເຈົ້າ ແມ່ນເຈາະຈົງໃສ່ເລື້ອງທີ່ໃກ້ບ້ານ.
"ອອສເຕຣເລັຍ ຈະເປັນສ່ວນຮ່ວມສເມີ ໃນຄວາມພະຍາຍາມກັບຫຼາຍຝ່າຍ ເພື່ອປົກປ້ອງພົນລະເມືອງ ແລະສົ່ງເສີມກົດຫມາຍ ລະຫວ່າງປະເທດ ເພາະເຮົາຮູ້ວ່າ ສັນຕິພາບບໍ່ຄວນຂຶ້ນຢູ່ກັບບ່ອນທີ່ທ່ານເກີດ. ຫນ້າທີ່ຮັບຜິດຊອບ ທີ່ສໍາຄັນທີ່ສຸດຂອງເຮົາ ໃນຖານະອໍານາດລະດັບກາງ ຂອງອິນໂດປາຊີຟິກ ຄືການສນັບສນູນສັນຕິພາບ, ຄວາມຫມັ້ນຄົງ ແລະຄວາມຈະເລີນຮຸ່ງເຮືອງ ໃນພູມີພາກນີ້. ອິນໂດປາຊີຟິກ ເປັນບ່ອນທີ່ອະນາຄົດຂອງໂລກ ກໍາລັງຖືກກຳໜົດຫຼາຍທີ່ສຸດ. ມັນເປັນບ່ອນ ທີ່ມີຄວາມສຳຄັນຫລາຍທີ່ສຸດຕໍ່ພວກເຮົາ. ມັນເປັນບ່ອນ ທີ່ເຮົາສາມາດ ສົ່ງຜົນສະທ້ອນຫລາຍທີ່ສຸດ."
ເພາະເຫດນັ້ນ, ມັນເປັນການປ່ຽນແປງ ສະພາບພູມອາກາດ ທີ່ອອສເຕຣເລັຍ ອາດພະຍາຍາມທີ່ຈະໂດດເດັ່ນທີ່ສຸດ.
ບໍ່ມີບ່ອນໃດ ທີ່ເຫັນໄດ້ຢ່າງແຈ່ມແຈ້ງ ຫລາຍໄປກວ່າ ການສເນີຂອງອອສເຕຣເລັຍ ສໍາລັບສິດທິ ຂອງການເປັນເຈົ້າພາບ COP-31, ຊຶ່ງເຂົາເຈົ້າ ໄດ້ແຂ່ງຂັນກັບ Turkiye.
ອອສເຕຣເລັຍ ເບິ່ງຄືວ່າຈະເປັນຜູ້ຊນະ - ແຕ່ປະເທດ Turkiye ໄດ້ສັນຍາວ່າ ຈະຄັດຄ້ານການສມັກຂອງອອສເຕຣເລັຍ, ແລະ Chris Bowen, ຣັດຖະມົນຕີກະຊວງ Climate Change ໄດ້ຕົກລົງ ທີ່ຈະປ່ອຍໃຫ້ເຂົາເຈົ້າ ເຮັດຕາມທາງຂອງເຂົາເຈົ້າ.
ຜົນຮັບນັ້ນຖືກອະທິບາຍວ່າ ເປັນຫາຍະນະທາງການທູດ ສໍາລັບຣັດຖະບານ - ແຕ່ນາຍົກກ່າວວ່າ ບໍ່ຄວນເຫັນວ່າເປັນເຊັ່ນນັ້ນ.
"ພວກເຮົາ ໄດ້ປຶກສາກັບເພື່ອນບ້ານ ເຂດປາຊີຟິກຂອງເຮົາ. ຂ້າພະເຈົ້າ ໄດ້ເວົ້າລົມກັບນາຍົກຣັດຖະມົນຕີ Marape, ຂ້າພະເຈົ້າ ໄດ້ເວົ້າລົມ ກັບນາຍົກຣັດຖະມົນຕີ Rabuka ຂອງ Fiji. ແລະສິ່ງທີ່ພວກເຮົາໄດ້ເຮັດ-ພວກເຮົາໄດ້ຮັບຜົນທີ່ດີຫຼາຍ."
ການປ່ຽນແປງສະພາບອາກາດ ກໍເປັນຈຸດສໍາຄັນ ຂອງການໂຕ້ຖຽງທາງການເມືອງພາຍໃນຄືກັນ.
Chris Bowen ຢືນຢັນວ່າ ເປົ້າຫມາຍ Net zero ສໍາລັບອອສເຕຣເລັຍ ແມ່ນທີ່ຈະຕັດການຫລຸດຜ່ອນ ການປ່ອຍແກັສ Greenhouse ໃຫ້ຢູ່ລະຫວ່າງ 62 ຫາ 70 ເປີເຊັນ ຂອງລະດັບປີ 2005 ເພື່ອບັນລຸພັນທະຂອງຕົນ ພາຍໃຕ້ຂໍ້ຕົກລົງຂອງ the Paris Agreement.
"ມັນມີຄວາມທະເຍີທະຍານ ຕາມມາດຕະຖານສາກົນ ເມື່ອປຽບທຽບໃສ່ກັບເສດຖະກິດ ທີ່ມີແນວຄຶດດຽວກັນ. ມັນເປັນເງື່ອນໄຂ ທີ່ທະເຍີທະຍານ ໃນການຫລຸດການປ່ອຍມົນລະພິດ ລົງເຄິ່ງຫນຶ່ງຈາກມື້ນີ້, ແຕ່ມັນກໍສາມາດບັນລຸໄດ້. ເປົ້າຫມາຍຕ້ອງມີສອງສິ່ງ - ຄວາມທະເຍີທະຍານ ແລະສາມາດບັນລຸໄດ້."
ໃນຂນະດຽວກັນ, Net zero ເປັນຈຸດສໍາຄັນ ຂອງບັນຫາສໍາລັບທັງພັກNationals ແລະ Coalition ນັບຕັ້ງແຕ່ການເລືອກ, ດັ່ງທີ່ David Littleproud ຜູ້ນໍາຂອງພັກ Nationals ໄດ້ບອກຢ່າງຊັດແຈ້ງ.
"ພວກເຮົາຈະບໍ່ກັບຄືນໄປເຮັດຂໍ້ຕົກລົງກັບ Liberal Party ຫລັງຈາກການເລືອກຄັ້ງນີ້... ພັກ National ຈະເປັນພັກດຽວ ເທິງພື້ນຖານຂອງຫຼັກການ."
ໂຊກດີ ທີ່ທັນທີທີ່ການແຍກກັນໄດ້ຖືກປະກາດ Sussan Ley ຜູ້ນໍາພັກLiberal ກໍສາມາດຍົກເລີກໄດ້.
"ມື້ນີ້, David ແລະຂ້າພະເຈົ້າ ໄດ້ຕົກລົງກັນເປັນທາງການ ທີ່ຈະຈັດຕັ້ງthe Coalition ຄືນໃຫມ່ ແລະພວກເຮົາສາມາດ ປະກາດກະຊວງເງົາ (Shadow Ministry) ຂອງ Coalition ໃຫມ່ຂອງເຮົາ."
ໃນທີ່ສຸດພັກ Nationals ໄດ້ເລືອກທີ່ຈະກໍາຈັດ Net zero ຈາກຖານນະໂຍບາຍຂອງເຂົາເຈົ້າ-ແລະພັກ Liberals ກໍໄດ້ເຮັດນຳ ບໍ່ດົນຫລັງຈາກນັ້ນ.
ຈາກນັ້ນ ຜູ້ນໍາໄດ້ເປີດເຜີຍຖານນະໂຍບາຍພະລັງງານຂອງ the Coalition, ຊຶ່ງລວມເຖິງແຜນ ທີ່ຈະເພີ່ມການຜລິດເຊື້ອໄຟຟອສຊິນ(Fossil fuel) ໃນໄລຍະສັ້ນ.
ບໍ່ມີໃຜ ນອກຈາກ the Coalition ຄິດວ່ານັ້ນ ເປັນແນວຄິດທີ່ດີ-ຮວມທັງຣັດຖະມົນຕີ Bowen, ຜູ້ທີ່ໄດ້ຊີ້ບອກ ເຖິງຄວາມຕ້ອງການທາງການເມືອງ ທີ່ກີດກັນລະດັບຄວາມສໍາຄັນ ຂອງການປ່ຽນແປງສະພາບພູມອາກາດ.
"ເຫັນໄດ້ຢ່າງຊັດແຈ້ງວ່າ ພັກ National ກໍາລັງຕັດສິນໃຈ ແລະ Barnaby Joyce ກໍາລັງສັ່ງການພາຍໃນພັກ National ແລະນັ້ນເປັນເລື້ອງໜ້າເສົ້າ ສໍາລັບອອສເຕຣເລັຍ ເພາະມັນຫມາຍຄວາມວ່າ ເຮົາບໍ່ມີຝ່າຍຄ້ານ ທີ່ມີສ່ວນຮ່ວມຢ່າງເຕັມທີ່ ໃນການທ້າທາຍ ແລະໂອກາດອັນຍິ່ງໃຫຍ່ໃນຍຸກຂອງເຮົາ. ເຂົາເຈົ້າບໍ່ເຂົ້າໃຈ ເມື່ອກ່າວເຖິງຄວາມຈໍາເປັນ ທີ່ຈະລົງມືປະຕິບັດ ຕໍ່ການປ່ຽນແປງສະພາບພູມອາກາດ. ເຂົາເຈົ້າ ຍັງໂຕ້ຖຽງກັບວິທະຍາສາດ ແລະເຂົາເຈົ້າຍັງໂຕ້ຖຽງ ກັບເສດຖະກິດ ທີ່ວ່າພະລັງງານໃຫມ່ ເປັນພະລັງງານທີ່ຖືກທີ່ສຸດ."
ເມື່ອປີໃກ້ຈະສິ້ນສຸດລົງ, ການສັ່ງຫ້າມສື່ສານມວນຊົນ ສໍາລັບເດັກນ້ອຍອາຍຸຕ່ຳກວ່າ 16 ປີກໍມີຜົນບັງຄັບໃຊ້.
ມີການໂຕ້ຖຽງກັນຫລາຍຢ່າງ ກ່ຽວກັບວ່າມັນເປັນແນວຄິດທີ່ດີຫລືບໍ່- ແຕ່ຣັດຖະມົນຕີ Anika Wells ກ່າວວ່າ ນັກຮຽນສ່ວນຫລາຍ ທີ່ນາງໄດ້ເວົ້າລົມກັບເຂົາເຈົ້າ ມີຄວາມພໍໃຈ ແລະມີຄວາມຂອບໃຈຕໍ່ເຂົາເຈົ້າ- ເຖິງແມ່ນວ່າ ຣັດຖະບານກໍາລັງຕໍ່ສູ້ກັບຄວາມທ້າທາຍ ໃນສານກໍຕາມ.
"ແລະເມື່ອພວກເຮົາໄປສະຫະປະຊາຊາດ ເມື່ອຫລາຍອາທິດຜ່ານມານີ້ ມັນກໍສໍາຄັນວ່າ ຫລາຍປະເທດຢາກມີສ່ວນຮ່ວມກັບພວກເຮົາ ກ່ຽວກັບວິທີ ແລະເຫດຜົນຂອງສິ່ງທີ່ພວກເຮົາກໍາລັງເຮັດ. ກົດຫມາຍເຫລົ່ານີ້ ຈະບໍ່ຫມາຍເຖິງຄວາມສົມບູນແບບ ແຕ່ມັນຈະຫມາຍເຖິງ ຄວາມແຕກຕ່າງທີ່ສໍາຄັນ ແລະມີຄວາມຫມາຍ ແລະມັນຈະແຜ່ຂຍາຍການປ່ຽນແປງທາງວັດທະນະທັມ ໃຫ້ແກ່ເດັກນ້ອຍອາຍຸ 13 ເຖິງ 16 ປີໃນປະເທດນີ້."
ເຖິງຢ່າງໃດກໍຕາມ, ເມື່ອປີເລີ່ມຕົ້ນດ້ວຍການເອົາໃຈໃສ່ ກັບຄວາມ ໝັ້ນຄົງຂອງປະເທດ, ມັນກໍໄດ້ສິ້ນສຸດລົງ ໃນແບບດຽວກັນ.
ຢ່າງຫນ້ອຍສິບຫ້າຄົນ ໄດ້ຖືກຍິງຕາຍ ໃນການໂຈມຕີກໍ່ການຮ້າຍ ຢູ່ຫາດ Bondi ທີ່ Sydney ໃນເດືອນທັນວາ, ໃນຂນະທີ່ເຂົາເຈົ້າ ໄປຮ່ວມງານສເລີມສລອງ Hanukkah.
ຜູ້ກະທຳຄວາມຜິດ ໄດ້ຖືກລະບຸວ່າ ເປັນພໍ່ ແລະລູກຊາຍ.
ຜູ້ເປັນພໍ່ມີໃບອະນຸຍາດໃຫ້ມີປືນ-ແລະມີອາວຸດປືນ ທີ່ຈົດທະບຽນຫົກກະບອກ-ໃນຂນະທີ່ Mike Burgess ຫົວຫນ້າຂອງ ASIO ຢືນຢັນວ່າ ຊາຍຫນຸ່ມຄົນນັ້ນ ໄດ້ຮັບແຈ້ງຈາກຫນ່ວຍງານສອດແນມ ໃນປີ 2019 ເພາະຄວາມກ່ຽວຂ້ອງກັບກຸ່ມຫົວຮຸນແຮງ.
"ເຊັ່ນດຽວກັບຕໍາຫລວດ NSW, ເຮົາຮູ້ຈັກຫນຶ່ງໃນບຸກຄົນເຫຼົ່ານັ້ນ. ແຕ່ບໍ່ແມ່ນໃ ນທັດສະນະຂອງພັຍຄຸກຄາມໃນທັນທີ. ສະນັ້ນ ເຫັນໄດ້ຢ່າງຊັດແຈ້ງວ່າ ພວກເຮົາຕ້ອງພິຈາຣະນາເບິ່ງສິ່ງທີ່ເກີດຂຶ້ນທີ່ນີ້."
Sussan Ley ຜູ້ນໍາຝ່າຍຄ້ານ ໄດ້ຢູ່ໃນບັນດາຜູ້ນໍາ ແລະບຸກຄົນທີ່ມີຊື່ສຽງຫລາຍຄົນ ທີ່ກ່າວຫາຣັດຖະບານ ວ່າບໍ່ໄດ້ເຮັດພຽງພໍ ທີ່ຈະຈັດການກັບລັດທິຕໍ່ຕ້ານຊາວຢິວ (Antisemitism).
"ພວກເຮົາ ໄດ້ເຫັນຄວາມລົ້ມເຫລວຢ່າງຊັດແຈ້ງ ໃນການຮັກສາຊາວຢິວອອສເຕຣເລັຍໃຫ້ປອດພັຍ. ພວກເຮົາໄດ້ເຫັນ ການຂາດຄວາມເປັນຜູ້ນໍາຢ່າງແຈ່ມແຈ້ງ ໃນການຮັກສາຊາວຢິວອອສເຕຣເລັຍໃຫ້ປອດພັຍ. ພວກເຮົາມີຣັດຖະບານ ທີ່ເຫັນວ່າການຕໍ່ຕ້ານຊາວຢິວ ເປັນບັນຫາທີ່ຕ້ອງຈັດການ, ບໍ່ແມ່ນຄວາມຊົ່ວຮ້າຍທີ່ຕ້ອງຖືກກໍາຈັດ."
Jillian Segal ຜູ້ເປັນຕົວແທນ ໄດ້ເຜີຍແພ່ໄດ້ແຜນ 20 ຂໍ້ເພື່ອຕໍ່ສູ້ກັບຄວາມເປັນປໍຣະປັກ ຕໍ່ຊາວຢິວອອສເຕຣເລັຍ ໃນເດືອນກໍລະກົດ, ແຕ່ຄໍາແນະນໍານັ້ນ ຍັງຢູ່ຣະຫວ່າງການພິຈາຣະນາ.
ນາງຢາກໃຫ້ແຜນຂອງນາງ ຖືກນໍາໃຊ້ - ແລະໂດຍໄວ.
"ແຜນທີ່ຂ້າພະເຈົ້າໄດ້ສົ່ງມອບ ຫລາຍກວ່າຫົກເດືອນຜ່ານມານີ້ ໄດ້ກຳໜົດມາດຕະການຫລາຍຢ່າງ ທີ່ຕ້ອງດຳເນີນການ ໃນຂນະທີ່ຂ້າພະເຈົ້າ ປຶກສາຫາລືກັບຊຸມຊົນ ແລະຕາມທີ່ຂ້າພະເຈົ້າໄດ້ຖ່າຍທອດໃຫ້ດີທີ່ສຸດ ເພື່ອກໍາຈັດລັດທິຕໍ່ຕ້ານຊາວຢິວ, ເພື່ອໃຫ້ຄວາມຮູ້ແກ່ຜູ້ຄົນ ກ່ຽວກັບເລື່ອງນີ້ ແລະເພື່ອເອົາມັນອອກໄປຈາກໂຄງຮ່າງຂອງສັງຄົມຂອງເຮົາ, ແລະບາງຢ່າງ ກໍສາມາດ ແລະຄວນລົງມືປະຕິບັດຢ່າງຮີບດ່ວນ"
ໃນຂນະດຽວກັນ ນາຍົກຣັດຖະມົນຕີ ໄດ້ປະຕິເສດຂໍ້ກ່າວຫາເຫລົ່ານີ້.
ລາວເວົ້າວ່າ ຣັດຖະບານໄດ້ເຮັດທຸກສິ່ງທຸກຢ່າງ ທີ່ສາມາດເຮັດໄດ້-ແລະວຽກງານນັ້ນ ກໍກໍາລັງດໍາເນີນໄປແລ້ວ ທີ່ຈະເຮັດໃຫ້ລະບົບກົດຫມາຍປືນຂອງອອສເຕຣເລັຍ ເຂັ້ມແຂງຂຶ້ນກວ່າເກົ່າ.
"ເຫັນໄດ້ຢ່າງຊັດເຈນວ່າ ກົດຫມາຍກ່ຽວກັບປືນ ຂອງຣັດຖະບານHoward ໄດ້ສ້າງຄວາມແຕກຕ່າງອັນໃຫຍ່ຫລວງ ໃນອອສເຕຣເລັຍ ແລະເປັນເວລາທີ່ໜ້າພູມໃຈ ຂອງການປະຕິຮູບ, ຊຶ່ງຖືກຕ້ອງທີ່ຈະບັນລຸຜົນສໍາເຣັດທົ່ວສະພາ ດ້ວຍການສນັບສນູນຈາກທັງສອງຝ່າຍ. ຖ້າຫາກເຮົາຕ້ອງເຮັດໃຫ້ມັນເຂັ້ມແຂງຂຶ້ນ, ຖ້າຫາກມີສິ່ງໃດທີ່ເຮົາສາມາດເຮັດໄດ້ - ຂ້າພະເຈົ້າພ້ອມແລ້ວທີ່ຈະເຮັດຢ່າງແນ່ນອນ."
ລາຍງານໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao








