ຄວາມກັງວົນຂອງໄວລຸ້ນ ກ່ຽວກັບອະນາຄົດ

AUSTRALIA COST OF LIVING STOCK

ຊາວໜຸ່ມອອສເຕຣເລັຍມີຄວາມເປັນຫ່ວງຫຼາຍຂຶ້ນກ່ຽວດກັບ ຄ່າຄອງຊີບທີ່ສູງຂຶ້ນເລື້ອຍໆ Source: AAP / BIANCA DE MARCHI/AAPIMAGE

ໃນການສໍາຫລວດທັດສະນະຂອງຊາວຫນຸ່ມ ຂອງ Mission Australia ສະແດງໃຫ້ເຫັນວ່າ 64 ສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ບອກວ່າ ຄ່າຄອງຊີບ ເປັນບັນຫາທີ່ຮີບດ່ວນທີ່ສຸດ. ນອກຈາກຄ່າຄອງຊີບແລ້ວ, ມັນພົບວ່າ ສຸຂະພາບທາງຈິດ ເປັນບັນຫາອັນດັບທີສອງ, ໂດຍທີ່ 29 ເປີເຊັນ ຂອງຜູ້ຕອບແບບສອບຖາມ ວ່າເປັນຫນຶ່ງໃນສາມ ຄວາມເປັນຫ່ວງທີ່ສຸດຂອງເຂົາເຈົ້າ, ຕິດຕາມດ້ວຍການປ່ຽນແປງຂອງສະພາບອາກາດ ຊຶ່ງຢູ່ທີ່ 27 ເປີເຊັນ ແລະທີ່ຢູ່ອາສັຍແລະການຂາດທີ່ຢູ່ອາສັຍ ທີ່ 25 ເປີເຊັນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄວາມກັງວົນຂອງໄວລຸ້ນ ກ່ຽວກັບອະນາຄົດ.

ຄົນໄວລຸ້ນ ມີຄວາມກັງວົນຫລາຍກວ່າທີ່ຜ່ານມາ ກ່ຽວກັບຄ່າຄອງຊີບ,ອີງຕາມການສໍາຫລວດປະຈໍາປີຂອງ Mission Australia Youth Survey ຫລາຍກວ່າ 17,000 ຄົນ.

ຄວາມເປັນຫ່ວງ ເລື່ອງການເງິນ ໄດ້ເພີ່ມຂຶ້ນ ຈາກຜົນຂອງການສໍາຫລວດ ໃນປີທີ່ຜ່ານມາ, ໂດຍທີ່ການປ່ຽນແປງສະພາບອາກາດ ຫຼຸດລົງມາເປັນບັນຫາທີ່ໜ້າເປັນຫ່ວງ, ແລະສຸຂະພາບທາງຈິດໃຈ ກໍຍັງມີຜົນກະທົບຢ່າງຫລາຍ.

Edwina Guinan ລາຍງານ.

ໃນສມັຍຂອງຄວາມບໍ່ແນ່ນອນຂອງໂລກ ແລະເສດຖະກິດ, ການປ່ຽນແປງເທັກໂນໂລຈີຢ່າງວ່ອງໄວ, ແລະຄໍາເຕືອນ ເລື່ອງສະພາບແວດລ້ອມທີ່ຮ້າຍແຮງ, Mission Australia ກໍາລັງຖາມວ່າ-ຄົນຫນຸ່ມເປັນຫ່ວງຫລາຍທີ່ສຸດກ່ຽວກັບສິ່ງໃດ?

ຄໍາຕອບ ອາດບໍ່ເປັນສິ່ງແປກໃຈເລີຍ.

"ຄົນອາຍຸນ້ອຍຫລາຍຄົນ ກໍາລັງເຂົ້າສູ່ໄວລຸ້ນ ແລະຄິດວ່າ ເຮົາຈະເຮັດແນວໃດ ກັບຊີວິດຂອງເຮົາ? ຂ້ອຍຈະສາມາດຊື້ເຮືອນໄດ້ແນວໃດ? ເຮົາຈະອາສັຍຢູ່ໃສ? ເພາະວ່າທຸກສິ່ງບໍ່ແນ່ນອນ ວ່າເສດຖະກິດຈະເປັນແນວໃດ."

ນັ້ນແມ່ນ Jayden Smith-Snowden, ສິນລະປິນຫນຸ່ມຄົນຫນຶ່ງ ໃນ Brisbane, ຜູ້ທີ່ກໍາລັງສຶກສາ Certificate in Youth Work.

ທັດສະນະຂອງນາງ ສະທ້ອນເຖິງທັດສະນະຂອງຊາວຫນຸ່ມ ອອສເຕຣເລັຍສ່ວນຫລາຍ ,ອີງຕາມການສໍາຫລວດຊາວຫນຸ່ມ ຂອງ Mission Australia ຂອງປີນີ້, ປະກອບດ້ວຍຄົນອາຍຸ 14 ເຖິງ 19 ປີຫລາຍກວ່າ 17,000 ຄົນ.

ຜົນວິຈັຍສະແດງໃຫ້ເຫັນວ່າ 64 ສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ບອກວ່າ ຄ່າຄອງຊີບ ເປັນບັນຫາທີ່ຮີບດ່ວນທີ່ສຸດ.

Sharon Callister ຫົວຫນ້າຜູ້ອໍານວຍການໃຫຍ່ຂອງ Mission Australia ກ່າວວ່າ ມັນເປັນການເພີ່ມຂຶ້ນຢ່າງຫຼາຍ ຈາກສອງສາມປີທີ່ຜ່ານມາ.

"ນັ້ນເປັນເທື່ອທໍາອິດ ທີ່ໄດ້ຮັບການປະເມີນຂອງຊາວຫນຸ່ມ ຫລາຍກວ່າສອງສ່ວນສາມ, ນັ້ນເປັນບັນຫາທີ່ສໍາຄັນທີ່ສຸດ ທີ່ປະເຊີນກັບອອສເຕຣເລັຍໃນເວລານີ້... ຖ້າເຮົາເບິ່ງຄືນຫລັງຮອດປີ 2022, ຫລາຍກວ່າ 20ເປີເຊັນ ຂອງຄົນຫນຸ່ມກ່າວວ່າ ຄ່າຄອງຊີບເປັນບັນຫາສໍາຄັນ."

ສໍາລັບ Ms Smith-Snowden, ຜູ້ໄດ້ຍ້າຍຈາກການດູແລນອກບ້ານ ໄປຫາບ່ອນເຊົ່າເຮືອນ ທີ່ສນັບສນູນໂດຍ NDIS, ເລື້ອງທີ່ຢູ່ອາສັຍຍັງເປັນຄວາມກັງວົນຢູ່.

"ຂ້ອຍໂຊກດີ ທີ່ຂ້ອຍມີບ້ານເຮືອນທີ່ຫມັ້ນຄົງ ເພາະບາງເທື່ອ ຂ້ອຍຢູ່ບ່ອນນັ້ນ ແລະຂ້ອຍຄິດວ່າ, ມື້ອື່ນຂ້ອຍຈະມີບ່ອນຢູ່ຫຼືບໍ່? ຂ້ອຍຈະສາມາດກັບບ້ານ ທີ່ມີຫລັງຄາມຸງຫົວຂອງຂ້ອຍບໍ່? ມີຕຽງເພື່ອຈະນອນບໍ່? ມີອາຫານໃນຕູ້ເຢັນໃຫ້ກິນບໍ່?"

Hannah Singh ອາຍຸ 18 ປີ ອາສັຍຢູ່ກັບພໍ່ແມ່ຂອງນາງ ແລະສຶກສາວິສະວະກັມຊີວະວິທະຍາ ແລະວິທະຍາສາດການແພດ.

ແຕ່ນາງຍັງເປັນຫ່ວງ ກ່ຽວກັບອະນາຄົດເຊັ່ນກັນ.

"ພຽງແຕ່ຮູ້ວ່າ ມັນປຽບທຽບໃສ່ກັບລຸ້ນພໍ່ແມ່ຂອງຂ້ອຍ ແລະຄົນລຸ້ນກ່ອນນັ້ນ, ມັນຮູ້ສຶກວ່າ ຫລາຍຄົນຢາກທ້ອນເງິນ ເພື່ອຊື້ເຮືອນຫລັງທໍາອິດ ແລະມັນເປັນໄປບໍ່ໄດ້. ສະນັ້ນ, ຕ້ອງເຮັດບາງຢ່າງ ກ່ຽວກັບເລື່ອງນີ້. ແລະຂ້ອຍຍັງຈະເວົ້າອີກວ່າ, Supermarket, ເພາະຂ້ອຍຮູ້ສຶກວ່າ ໃນປະເທດອື່ນ ເຂົາເຈົ້າມີຂໍ້ບັງຄັບຫລາຍກວ່າ ກ່ຽວກັບ Supermarket ເພື່ອປ້ອງກັນການໂກ່ງລາຄາ (Price gouging) ແລະການເພີ່ມຂຶ້ນຂອງລາຄາຫລາຍເກີນໄປ."

ການສໍາຫລວດທາງອິນເຕີເນັດຂອງ Mission Australia ໄດ້ຖືກແຈກຢາຍຕາມໂຮງຮຽນ, ກຸ່ມຊຸມຊົນ, ອົງການສນັບສນູນ ແລະໃນເວັບໄຊ້ຂອງເຂົາເຈົ້າ.

ນອກຈາກຄ່າຄອງຊີບແລ້ວ, ມັນພົບວ່າ ສຸຂະພາບທາງຈິດ ເປັນບັນຫາອັນດັບທີສອງ, ໂດຍທີ່ 29 ເປີເຊັນ ຂອງຜູ້ຕອບແບບສອບຖາມ ວ່າເປັນຫນຶ່ງໃນສາມ ຄວາມເປັນຫ່ວງທີ່ສຸດຂອງເຂົາເຈົ້າ, ຕິດຕາມດ້ວຍການປ່ຽນແປງຂອງສະພາບອາກາດ ຊຶ່ງຢູ່ທີ່ 27 ເປີເຊັນ ແລະທີ່ຢູ່ອາສັຍແລະການຂາດທີ່ຢູ່ອາສັຍ ທີ່ 25 ເປີເຊັນ.

ຊາວຫນຸ່ມກ່າວກັບ SBS ວ່າມີຄວາມຜູກພັນ ລະຫວ່າງສຸຂະພາບຈິດແລະຄວາມເປັນຫ່ວງຫຼັກອື່ນໆ.

ໃນບັນດາເຂົາເຈົ້າແມ່ນ Shiao Lu Ooi, ທີ່ຍ້າຍມາຢູ່ ຈາກປະເທດມາເລເຊັຍ ເພື່ອສຶກສາ ແລະ ຈັດການອົງກອນທີ່ບໍ່ຫວັງຜົນກໍາໄລ ເພື່ອສນັບສນູນນັກສຶກສາຕ່າງຊາດ.

"ຂ້ອຍພົບວ່າ ເພາະຜູ້ຄົນຕ້ອງຫລຸດຜ່ອນຄວາມຍາກລຳບາກ ທີ່ມາພ້ອມກັບຄ່າຄອງຊີບ ແລະການເພີ່ມຂຶ້ນ ຂອງລາຄາທີ່ຢູ່ອາສັຍ, ເຂົາເຈົ້າ ຕ້ອງວາງຕົວເອງ ໃນຕໍາແຫນ່ງທີ່ເຂົາເຈົ້າ ຕ້ອງມອງຂ້າມຕົວເອງ ແລະບໍ່ໃຫ້ຄວາມສໍາຄັນ ຂອງຄວາມເປັນຢູ່ທີ່ດີຂອງເຂົາເຈົ້າ ໂດຍທົ່ວໄປ. ແລະນັ້ນ ມີສ່ວນເຮັດໃຫ້ສຸຂະພາບຈິດເສື່ອມລົງ, ຊຶ່ງເປັນສິ່ງທີ່ຂ້ອຍເຫັນຫຼາຍ ກັບຫມູ່ເພື່ອນຂອງຂ້ອຍເຊັ່ນກັນ."

ເມື່ອກ່າວເຖິງການປ່ຽນແປງຂອງສະພາບອາກາດ, Sharon Callister ກ່າວວ່າ, ບັນຫານີ້ ໄດ້ຕົກຈາກຄວາມເປັນຫ່ວງທີ່ສຸດຂອງຄົນໄວລຸ້ນ ໃນສອງສາມປີທີ່ຜ່ານມາ, ເພາະຄວາມກົດດັນຂອງຄ່າຄອງຊີບທີ່ເພີ່ມຂຶ້ນຢ່າງໄວ.

Hannah Singh ເວົ້າວ່າມັນໜ້າຜິດຫວັງຫລາຍ.

ນາງຍັງເຊື່ອວ່າ ສື່ສານມວນຊົນມີບົດບາດ ໃນການຫລໍ່ຫລອມທັດສະນະຂອງກຸ່ມຂອງນາງ.

"ຂ້ອຍໄດ້ມີສ່ວນຮ່ວມ ໃນການເດີນຂະບວນ ກ່ຽວກັບສະພາບອາກາດ ແລະຂ້ອຍມີຄວາມກະຕືລືລົ້ນຫລາຍ ກ່ຽວກັບສະພາບແວດລ້ອມ, ແຕ່ຂ້ອຍຮູ້ສຶກວ່າ ມີຫຍັງເກີດຂຶ້ນຫລາຍຢ່າງ ໃນເວລານີ້ ສໍາລັບຜູ້ທີ່ອາດໄດ້ຮັບອິດທິພົນງ່າຍ ຫລືຜູ້ທີ່ໃຊ້ເວລາຫລາຍ ໃນສື່ສານມວນຊົນ, ບາງທີ ນັ້ນບໍ່ໄດ້ເປັນສິ່ງທີ່ເຂົາເຈົ້າກຳລັງໄດ້ຮັບ."

ແລະເຖິງແມ່ນວ່າ ນາງບໍ່ເຊື່ອວ່າ ຈະມີການສັ່ງຫ້າມສື່ສານມວນຊົນ ຂອງຣັດຖະບານ ສໍາລັບເດັກນ້ອຍ ອາຍຸຕ່ຳກວ່າ 16 ປີຈະມີປະສິດທິຜົນ, ແຕ່ນາງກ່າວວ່າ ການໃຊ້ເວລາຫນ້ອຍລົງ ກັບອິນເຕີເນັດກໍເປັນສິ່ງດີ.

"ຂ້ອຍພຽງແຕ່ເປັນຫ່ວງວ່າ ເຮົາກຳລັງໄດ້ອິດທິພົນຫລາຍເກີນໄປ ທີ່ຈະບໍ່ເອົາໃຈໃສ່ກັນ ແລະບໍ່ມັກກັນ ໂດຍອີງຕາມເລື່ອງການເມືອງ ທີ່ບໍ່ເປັນຈິງ ແທນທີ່ຈະຮັບຮູ້ບັນຫາທີ່ຍິ່ງໃຫຍ່ກວ່າໃນເວລານີ້. ຂ້ອຍຮູ້ສຶກວ່າ ພວກເຮົາກໍາລັງໂຕ້ຖຽງກັນພາຍໃນ ແທນທີ່ຈະຄິດວ່າ ມີແຕ່ 1ເປີເຊັນ ທີ່ເປັນເຈົ້າຂອງເງິນທັງຫມົດເຫຼົ່ານີ້ ແລະເປັນຫຍັງເຂົາເຈົ້າຈຶ່ງຕັດສິນໃຈທຸກຢ່າງ."

ສໍາລັບ Jayden, ຜູ້ໄດ້ເຕີບໂຕຂຶ້ນໃນພູມີພາກ Queensland, ຄວາມເປັນຫ່ວງເຫລົ່ານີ້ ເພີ່ມຂຶ້ນສໍາລັບຄົນຫນຸ່ມ ທີ່ຢູ່ນອກເຂດເມືອງໃຫຍ່.

"ສໍາລັບຜູ້ທີ່ບໍ່ໄດ້ເຕີບໂຕຂຶ້ນຢູ່ໃນເຂດຊົນນະບົດ ແລະໄດ້ເຕີບໂຕມາກັບການເຮັດວຽກກັບຜືນດິນ, ເຂົາເຈົ້າບໍ່ຮູ້ວ່າ ການປ່ຽນແປງຂອງສະພາບອາກາດນີ້ ກໍາລັງເລີ່ມມີຜົນກະທົບຫລາຍປານໃດ ຕໍ່ອຸດສະຫະກັມກະສິກັມຂອງເຮົາ, ຕໍ່ອຸດສະຫະກັມສັດລ້ຽງຂອງເຮົາ, ຕໍ່ການປະມົງຂອງເຮົານໍາອີກ. ເຂົາເຈົ້ານັ່ງຢູ່ທີ່ນັ້ນ ແລະສົງສັຍວ່າ ເປັນຫຍັງທຸກຢ່າງຈຶ່ງມີລາຄາແພງຫລາຍຢູ່ໃນຮ້ານຄ້າ. ແຕ່ນັ້ນເປັນເພາະການປ່ຽນແປງຂອງສະພາບອາກາດ ຊຶ່ງເຮັດໃຫ້ມັນຍາກຫລາຍຂຶ້ນ ສໍາລັບກະສິກອນແລະໃນທົ່ງລ້ຽງສັດຂອງເຮົາ ທີ່ຈະສາມາດລ້ຽງງົວ, ລ້ຽງແກະ ແລະປູກອາຫານຂອງເຮົາ."

ທີ່ປຶກສາຂອງຊາວຫນຸ່ມຄົນຫນຶ່ງຂອງ CREATE-ທີ່ເປັນບໍຣິການສນັບ ສນູນ ແລະສົ່ງເສີມຜູ້ຄົນ ທີ່ໄດ້ຮັບການດູແລຢູ່ນອກບ້ານ (out-of-homecare)-ນາງຍັງເວົ້າອີກວ່າ ການຂາດການບໍຣິການທາງການແພດ, ສຸຂະພາບທາງຈິດ ແລະການບໍຣິການຊຸມຊົນ, ໄດ້ສົ່ງຜົນກະທົບຢ່າງ ໜັກ ຕໍ່ຄົນຫນຸ່ມໃນເຂດພູມີພາກ.

ແຕ່ Sharon Callister, ຫົວຫນ້າຜູ້ອໍານວຍການໃຫຍ່ ຂອງMission Australia, ກ່າວວ່າ ມີຜົນປໂຍດບາງຢ່າງ ຈາກການສໍາຫລວດ, ໂດຍທີ່ມີຄົນຫນ້ອຍລົງ ທີ່ລາຍງານເຖິງຄວາມໂດດດຽວ ວ່າເປັນບັນຫາ, ແລະຫລາຍຄົນ ໄດ້ລາຍງານເຖິງການເບິ່ງໂລກໃນແງ່ດີ ກ່ຽວກັບອະນາຄົດ.

"ແລະເປັນເທື່ອທໍາອິດ ທີ່ພວກເຮົາໄດ້ຖາມຄໍາຖາມໃຫມ່, ຊຶ່ງກໍຄື :ແມ່ນຫຍັງ ຄືຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດຂອງທ່ານ ໃນອະນາຄົດ? ແລະເກືອບ 60 ເປີເຊັນຂອງຄົນຫນຸ່ມ ຫວັງຈະມີວຽກເຮັດ ແລະພັດທະນາອາຊີບ ແລະຕັ້ງເປົ້າຫມາຍທາງອາຊີບ, ຕິດຕາມຢ່າງໃກ້ຊິດກໍແມ່ນການຢາກສ້າງຄວາມສໍາພັນໃນຄອບຄົວ ແລະຄວາມເຊື່ອມຕໍ່. ແລະສຳລັບຄົນຫນຸ່ມຫລາຍຄົນ ,ຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດ ແມ່ນກ່ຽວກັບເງິນ, ການເງິນ, ຄວາມຫມັ້ນຄົງ, ແລະມື້ຫນຶ່ງຫວັງວ່າ ຈະເປັນເຈົ້າຂອງເຮືອນ."

ແລະນັ້ນ ແມ່ນຄວາມຮູ້ສຶກທາງບວກທີ່ Ms Smith-Snowden ສາມາດແບ່ງປັນໄດ້.

"ຂ້າພະເຈົ້າ ເລີ່ມເຫັນມັນຫລາຍຂຶ້ນ ເມື່ອບໍ່ດົນມານີ້ ຄືຄົນຫນຸ່ມຫລາຍຄົນ ເລີ່ມເວົ້າກ່ຽວກັບບັນຫາເຫລົ່ານີ້ ແລະເວົ້າກ່ຽວກັບທຸກສິ່ງ. ແລະຫລາຍຄົນກໍເລີ່ມກ້າແຂງຂຶ້ນ ເພາະເຂົາເຈົ້າໄດ້ເຫັນຫມູ່ເພື່ອນຂອງເຂົາເຈົ້າ ເຮັດສິ່ງນັ້ນ ແລະເຂົາເຈົ້າຄິດວ່າ, ເຮົາກໍສາມາດເຮັດໄດ້ຄືກັນ."

ລາຍງານໂດຍ Edwina Guinan ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service