ໃນເດືອນພຶດສະພາ 2017 ຜູ້ຕາງໜ້າຄົນອາໂບຣີ້ຊີນໂນນແລະຊາວເກາະໂທຣັສເຕຼດເຕົ້າໂຮມກັນຂຶ້ນໃນກອງປະຊຸມທັມນູນແຫ່ງຊາດຂອງອາໂບຣີ້ຊີນໂນນແລະຊາວເກາະໂທຣັສເຕຼເລັຍຢູ່ໃກ້ໆກັບ ອູລູຣູ ແລະຮັບຮູ້ເອົາ ອູລູຣູ ສະເຕມັນຕ໌ ຟຼອມ ດີ ຮາກຕ໌ (Uluru Statement from the Heart). ເອກກະສານນັ້ນສເນີການປ່ຽນແປງໃສ່ທັມນູນຂອງອອສເຕຼເລັຍ, ຮັບຮູ້ຄົນພື້ນເມືອງອອສເຕຼເລັຍໄວ້ຢູ່ໃນທັມນູນອອສເຕຼເລັຍ, ແລະວິທີການເດີນໜ້າທີ່ອິງໃສ່ຄວາມຈິງ, ຄວາມເປັນທັມແລະການເປັນເຈົ້າຕົນເອັງ.
ພວກຂ້າພະເຈົ້າເຕົ້າໂຮມກັນຢູ່ໃນກອງປະຊຸມທັມນູນແຫ່ງຊາດ 2017, ໂດຍການມາຈາກທຸກຈຸດ
ຂອງທ້ອງຟ້າພາກໃຕ້, ກະທຳຂໍ້ຄວາມນີ້ຈາກຫົວໃຈ : ເຜົ່າຕ່າງໆຂອງຄົນພື້ນເມືອງເປັນປະເທດອະທິປະໄຕອັນທຳອິດຂອງທະວີບອອສເຕຼລຽນແລະເກາະຕ່າງໆທີ່ໃກ້ຄຽງ, ແລະເປັນເຈົ້າຂອງມັນພາຍໃຕ້ກົດໜາຍແລະຮີດຄອງຂອງພວກຂ້າພະເຈົ້າເອງ. ນີ້ແມ່ນການກະທຳຂອງບັນພະບູລຸດຂອງພວກຂ້າພະ
ເຈົ້າ, ຕາມການກະຕວງຂອງວັທນະທັມຂອງພວກຂ້າພະເຈົ້າ, ຈາກການເປັນມາ (Creation) , ອີງຕາມກົດໜາຍທົ່ວໄປຈາກເວລາອັນເກົ່າແກ່, ແລະອີງຕາມວິທຍາສາດທີ່ດົນນານກ່ວາ 60,000 ປີທີ່ຜ່ານມາ. ອະທິປະຕັຍນີ້ແມ່ນຄວາມນຶກຄິດໃນດ້ານວິນຍານ :ຄວາມຜູກພັນຂອງບັນພະບູລຸດ ຣະຫ່ວາງຜືນແຜ່ນດິນ,ຫຼື "ພະລັງທັມຊາດ" ("mother nature") , ແລະຄົນພື້ນເມືອງອອສເຕຼເລັຍທີ່ກຳເນີດມາຈາກຫັ້ນຍັງຜູກພັນກັບແລະຈຳຕ້ອງຖຶກມອບຄືນໃຫ້ທີ່ນັ້ນໃນວັນນຶ່ງເພື່ອຈະຮວມໂຮມກັນກັບບັນພະບູລຸດຂອງພວກຂ້າພະເຈົ້າ. ສາຍພົວພັນນີ້ເປັນພື້ນຖານຂອງການເປັນເຈົ້າຂອງຂອງດິນຫຼືດີກ່ວາເອີ້ນວ່າອະທິປະໄຕ. ມັນບໍ່ຖຶກຍອມແພ້ຫຼືດັບມອດ,ແລະມີຢູ່ຮ່ວມກັບອະທະປະໄຕຂອງກະສັດ. ມັນຈະເປັນໄປໄດ້ແບບໃດຖ້າຫາກບໍ່ເປັນດັ່ງນັ້ນ? ຄົນທີ່ເປັນເຈົ້າຂອງດິນເຖິງ 60,000 ປີແລະເຍື້ອໄຍອັນສັກສິດນີ້ຫາຍໄປຈາກປະຫັວດສາດໂລກໃນພຽງແຕ່ໃນສອງຮ້ອຍປີສຸດທ້າຍທີ່ຜ່ານມາ ! ໂດຍມີການປ່ຽນແປງທັມນູນຢ່າງແທ້ຈິງແລະການປະຕິຮູບໂຄງສ້າງ, ພວກຂ້າພະເຈົ້າເຊື່ອວ່າອະທິປະໄຕອັນເກົ່່າແກ່ນີ້ສາມາດເປັນໄປເປັນຄວາມເຫັນອັນເຕັມສ່ວນຂອງການເປັນທະເທດຂອງອອສເຕຼເລັຍ. ຕາມສັດສ່ວນ, ພວກຂ້າພະເຈົ້າຖຶກຄຸມຂັງທີ່ສຸດໃນໂລກນີ້. ພວກຂ້າພະເຈົ້າບໍ່ແມ່ນອາຊະຍາກອນ. ເດັກຂອງພວກຂ້ພະເຈົ້າແຕກແຍກຈາກຄອບຄົວຂອງພວກຂະເຈົ້າໂດຍຄວາມໄວທີ່ບໍ່ເຄີຍມີມາ. ນີ້ບໍ່ແມ່ນຍ້ອນວ່າທີ່ພວກຂ້າພະເຈົ້າບໍ່ມີຄວາມຮັກພວກຂະເຈົ້າ. ແລະຊາວໜຸ່ມຂອງພວກຂ້າພະເຈົ້າລ່ອງລອຍຢູ່ໃນການກັກຂັງເປັນຈຳນວນອັນທີ່ເປັນການຮັບເອົາບໍ່ໄດ້. ພວກຂະເຈົ້າຄວນເປັນຄວາມຫັວງສຳຮັບອານາຄົດຂອງພວກຂ້າພະເຈົ້າ. ຄວາມໃຫຍ່ໂຕຂອງວິກິດຂອງພວກຂ້າພະເຈົ້າຢ່າງແປນໆບົ່ງບອກໃຫ້ເຫັນໂຄງຮ່າງຂອງບັນຫາຂອງພວກຂ້າພະເຈົ້າ. ນີ້ເປັນການທໍຣະມານການບໍ່ມີພະລັງຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າຢາກມີການປະຕິຮູບທັມນູນເພື່ອໃຫ້ພະລັງແກ່ຄົນຂອງພວກຂ້າພະເຈົ້າແລະຢືນຢູ່ໃນບ່ອນອັນຖຶກຕ້ອງໃນປະເທດຂອງພວກຂ້າພະເຈົ້າ. ເມື່ອພວກຂ້າພະເຈົ້າມີພະລັງໃສ່ໂຊກສະຕາຂອງພວກຂ້າພະເຈົ້າ ເດັກຂອງພວກຂ້າພະເຈົ້າຈະຈະເຣີນຮຸ່ງເຮືອງ. ການທີ່ພວກຂະເຈົ້າຈະຍ່າງເຂົ້າສູ່ສອງໂລກແລະວັທນະທັມຂອງພວກຂະເຈົ້າຈະເປັນຂອງຂັວນແກ່ປະເທດຂອງພວກຂະເຈົ້າ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ມີການຕັ້ງ First Nations Voice ຣະບຸໄວ້ໃນທັມນູນ. Makarrata ເປັນຈຸດສູງສຸດຂອງຫົວຂໍ້ລາຍການຂອງພວກຂ້ພະເຈົ້າ : ການເຂົ້າຮ່ວມກັນພາຍຫຼັງການຕໍ່ສູ້. ມັນຄວບຄຸມຄວາມປາຖນາຂອງພວກຂ້າພະເຈົ້າເພື່ອຄວາມສຳພັນອັນຊືສັດກັບຂອງອອສເຕຼເລັຍແລະອານາຄົດທີ່ຈົບດີກ່ວາສຳຮັບເດັກໆຂອງພວກຂ້າພະເຈົ້າໂດຍອີງໃສ່ຄວາມເປັນທັມແລະການເປັນເຈົ້າຕົນເອງ. ພວກຂ້າພະເຈົ້າຕ້ອງການ Makarrata Commission ເພື່ອຄວບຄຸມຣະບົບການຂອງການກະທຳຕົກລົງກັນຣະຫ່ວາງຣັຖບານຕ່າງໆແລະຄົນພື້ນເມືອງອອສເຕຼເລັຍແລະບົ່ງບອກຄວາມຈິງກ່ຽວກັບປະຫັວດສາດຂອງພວກຂ້າພະເຈົ້າ. ໃນປີ 1967 ພວກຂ້າພະເຈົ້າຖຶກຮັບຮູ້, ໃນປີ 2007 ພວກຂ້າພະເຈົ້າຢາກມີປາກມີສຽງ. ພວກຂ້າພະເຈົ້າອອກມາຈາກສະຖານທີ່ຕັ້ງແລ້ວເລີ້ມຕົ້ນການເດີນຍ່າງຂ້າມປະເທດອັນກ້ວາງໃຫຍ່ນີ້. ພວກຂ້າພະເຈົ້າຂໍເຊີນທ່ານໄປຍ່າງກັບພວກຂ້າພະເຈົ້າກັບການເຄື່ອນໄຫວຂອງຄົນອອສເຕຼລຽນເພື່ອອານາຄົດທີ່ຈົບດີກ່ວາ.
For further information please visit the official Uluru Statement from the Heart website at www.ulurustatement.org or email the Indigenous Law Centre, UNSW at ilc@unsw.edu.au
SBS ມີ Uluru Statement from the Heart ໄວ້ບໍ່ຣິການເປັນຫຼາຍກ່ວາ 60 ພາສາເພື່ອການສົນທະນາແຫ່ງຊາດກັບ ຊຸມຊົນ CALD ເປັນພາສາຂອງພວກຂະເຈົ້າເອງ.