ການໃຊ້ AI ໃນການຄົ້ນຄວ້າກ່ຽວກັບມະເລັງສມອງ.

 who died from a rare, deadly brain cancer (Supplied).jpg

Pipa ຜູ້ເສັຍຊີວິດຈາກໂຣກມະເລັງໃສມອງທີ່ມີອາຍຸພຽງ 12 ປີ.

ມູນນິທິຄົ້ນຄວ້າໂຣກມະເລັງອອສເຕຣເລັຍ (The Australian Cancer Research Foundation) ໄດ້ມອບເງິນສນັບສນູນ 2.5 ລ້ານໂດລາ ໃຫ້ແກ່ສະຖາບັນການຄົ້ນຄວ້າ ເລື່ອງການແພດຂອງ Walter and Eliza Hall ໃນເມືອງ Melbourne. ມັນຈະໃຫ້ເງິນສນັບສນູນ ແກ່ຫ້ອງທົດລອງ ສໍາລັບການຄົ້ນຄວ້າເລື່ອງການປິ່ນປົວໂຣກມະເລັງໃນສມອງ ເຊັ່ນ DIPG ໃນເດັກນ້ອຍ ແລະGlioblastoma-ຊຶ່ງເປັນໂຣກມະເລັງໃນສມອງທີ່ຮ້າຍແຮງອີກຊະນິດຫນຶ່ງ ໃນຜູ້ໃຫຍ່.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການໃຊ້ AI ໃນການຄົ້ນຄວ້າກ່ຽວກັບມະເລັງສມອງ.

ສູນຄົ້ນຄວ້າໂຣກມະເລັງ ອອສເຕຣເລັຍ ໄດ້ຮັບເງິນສນັບສນູນ 2.5 ລ້ານໂດລາ ເພື່ອສົ່ງເສີມການຄົ້ນຄວ້າຂອງເຂົາເຈົ້າ ກ່ຽວກັບໂຣກມະເລັງໃນສມອງ ທີ່ຮ້າຍແຮງທີ່ສຸດຂອງປະເທດ.

ນັກຄົ້ນຄວ້າຢທີ່ ສະຖາບັນ Walter and Eliza Hall ໃນ Melbourne ຫວັງທີ່ຈະຊອກຫາທາງເລືອກໃນການວິນິດສັຍ ແລະການປິ່ນປົວຢ່າງວ່ອງໄວ.

Asha Abdi ແລະ Allan Lee ມີລາຍລະອຽດ.

Pippa Rae ມີອາຍຸເກົ້າປີຕອນນາງຖືກພົບວ່າ ເປັນໂຣກ Diffuse Intrinsic Pontine Glioma, ຫລື DIPG.

Virginia, ແມ່ຂອງນາງ, ເວົ້າວ່ານາງເປັນເດັກນ້ອຍ ທີ່ຫນ້າອັດສະຈັນ.

"Pippa ມີນິສັຍມັກມ່ວນແທ້ໆ. ນາງເປັນເພື່ອນກັບທຸກຄົນ. ນາງມີຫມູ່ເພື່ອນຫລາຍຄົນ. ນາງເປັນຄົນຫລິ້ນກິລາ,ເປັນຄົນແຂງແຮງ. ນາງໄດ້ໃຊ້ຊີວິດຢ່າງກຸ້ມຄ່າທີ່ສຸດ. ເບິ່ງຄືວ່ານາງໄດ້ໃຊ້ຊີວິດທັງໝົດ ພາຍໃນ11ປີ."

ມັນເປັນໂຣກມະເລັງສມອງ ຮ້ານແຮງຊະນິດຫາຍາກ ທີ່ເກີດຂຶ້ນໃນກ້ານສມອງ (Brain Stem) - ຊຶ່ງສ່ວນຫລາຍແລ້ວສົ່ງ ຜົນກະທົບຕໍ່ເດັກນ້ອຍ.

Virginia ເວົ້າວ່າການວິນິສັຍຂອງ Pippa ເປັນເລື່ອງທີ່ກະທົບທາງຈິດໃຈຢ່າງແຮງ.

"ໂລກທັງຫມົດຂອງທ່ານພັງທະລາຍ. ໃນຕອນນັ້ນ, ຂ້າພະເຈົ້າບໍ່ຮູ້ວ່າມັນເປັນ Tumours) ທີ່ຮ້າຍແຮງທີ່ສຸດ ທີ່ທຸກຄົນສາມາດເກີດໄດ້, ແຕ່ຂ້າພະເຈົ້າ ບໍ່ເຄີຍມີປະສົບການກັບເນື້ອງອກ (Tumours) ໃນສມອງ. ທ່ານຮູ້ວ່າເນື້ອງອກ (Tumours) ໃນສມອງເປັນສິ່ງບໍ່ດີ ແຕ່ເພື່ອຈະຮູ້ເຖິງຂອບເຂດຂອງມັນ-ຂ້າພະເຈົ້າບໍ່ຮູ້ໃນເວລານັ້ນ."

ມະເລັງເປັນສິ່ງຍາກ ທີ່ຈະປິ່ນປົວ ເພາະບ່ອນ ແລະລັກສນະການແພ່ ຂຍາຍຂອງມັນ, ເຮັດໃຫ້ການຜ່າຕັດເປັນໄປບໍ່ໄດ້-ສະນັ້ນ ອັດຕາການລອດຊີວິດຈຶ່ງຕ່ຳຫລາຍ.

ຄອບຄົວ ມັກຖືກບອກໃຫ້ໃຊ້ເວລາ ໃນການສ້າງຄວາມຊົງຈໍາ.

Pippa ເສັຍຊີວິດ 21 ເດືອນຫລັງຈາກນາງຖືກວິນິດສັຍ.

ນາງມີອາຍຸພຽງແຕ່ 11 ປີ.

"ພວກເຮົາໂຊກດີຫລາຍ ທີ່ພວກເຮົາມີເວລາ 21 ເດືອນແລະສ່ວນຫລາຍແລ້ວນາງ ກໍແຂງແຮງພໍ ທີ່ສາມາດເດີນທາງໄປກັບພວກເຮົາ.ສະນັ້ນ ຄວາມຊົງຈໍາທີ່ດີທີ່ສຸດຢ່າງຫນຶ່ງ ຄືການໃຊ້ຊີວິດ ຕາມຄວາມຝັນຂອງນາງ ແລະພານາງໄປ Paris, ແລະນັ້ນເປັນສິ່ງທີ່ຍັງຄົງຢູ່ກັບຄອບຄົວຂອງພວກເຮົາຕລອດໄປ. ມັນເປັນເວລາທີ່ສວຍງາມ ແລະພິເສດ ແລະພວກເຮົາໄດ້ໃຊ້ເວລາສອງອາທິດຢູ່ທີ່ນັ້ນ."

ມູນນິທິຄົ້ນຄວ້າໂຣກມະເລັງອອສເຕຣເລັຍ (The Australian Cancer Research Foundation) ໄດ້ມອບເງິນສນັບສນູນ 2.5 ລ້ານໂດລາ ໃຫ້ແກ່ສະຖາບັນການຄົ້ນຄວ້າ ເລື່ອງການແພດຂອງ Walter and Eliza Hall ໃນເມືອງ Melbourne.

ມັນຈະໃຫ້ເງິນສນັບສນູນ ແກ່ຫ້ອງທົດລອງ ສໍາລັບການຄົ້ນຄວ້າເລື່ອງການປິ່ນປົວໂຣກມະເລັງໃນສມອງ ເຊັ່ນ DIPG ໃນເດັກນ້ອຍ ແລະ Glioblastoma-ຊຶ່ງເປັນໂຣກມະເລັງໃນສມອງທີ່ຮ້າຍແຮງອີກຊະນິດຫນຶ່ງ ໃນຜູ້ໃຫຍ່.

Kerry Strydom ເປັນ CEO ຂອງ Cancer Research Foundation.

"ບໍ່ມີທາງເລືອກການປິ່ນປົວທີ່ດີແທ້ໆໃນເວລານີ້ ແລະສິ່ງທີ່ພວກເຮົາຫວັງຄືວ່າ ເງິນສນັບສນູນນີ້ ຈະໃຫ້ຄວາມຫວັງແກ່ຄອບຄົວ ທີ່ມີເດັກນ້ອຍທີ່ເປັນ DIPG."

ຫ້ອງຄົ້ນຄວ້າ ACRF Brainstorm ຈະໃຊ້ AI ແລະເຄື່ອງມືອື່ນໆ ເພື່ອທົດສອບທາງເລືອກການປິ່ນປົວຫລາຍພັນຢ່າງ ແລະກໍານົດວິທີທີ່ດີທີ່ສຸດ.

ມັນຍັງຈະໃຫ້ສນັບສນູນເງິນແກ່ຫ້ອງສະອາດ ເພື່ອສ້າງການປິ່ນປົວຈຸລັງສ່ວນຕົວ (Personalised Cell Therapies) ສໍາລັບຄົນໄຂ້.

ສາດສະດາຈານ Misty Jenkins, ຫົວຫນ້າຂອງສະຖາບັນ Walter and Eliza Hall, ຍອມຮັບວ່າ ມັນເປັນຄວາມທ້າທາຍ.

"ການພະຍາກອນໂຣກສໍາລັບ DIPG ເປັນມະເລັງທີ່ຮ້າຍແຮງທີ່ສຸດ ແລະທີ່ຈິງແລ້ວ ມະເລັງໃນສມອງ ເຮັດໃຫ້ເດັກນ້ອຍເສັຍຊີວິດຫຼາຍກວ່າໂຣກອື່ນໆ. ແລະສະນັ້ນ ມັນຈຶ່ງບໍ່ມີຫຍັງປ່ຽນແປງ ເປັນເວລາຫລາຍສິບປີ. ແລະຫນ້າເສັຍໃຈ ທີ່ທ່ານຫມໍມະເລັງຍັງສົນທະນາກັບຄົນໄຂ້ແບບດຽວກັນ, ຊຶ່ງບອກເຂົາເຈົ້າໃຫ້ກັບບ້ານ ແລະສ້າງຄວາມຊົງຈໍາກັບຄອບຄົວຂອງເຂົາເຈົ້າ, ແລະວ່າບໍ່ມີທາງເລືອກເລີຍ. ສະນັ້ນ ເຮົາຈຶ່ງຕ້ອງເລີ່ມທໍາງານນໍາກັນ ແລະຮ່ວມມືກັນໃຫ້ດີກວ່າເກົ່າ ແລະເລີ່ມຕົ້ນໃຊ້ວິທີສ້າງສັນຫລາຍຂຶ້ນ ເພື່ອຮັບມືກັບໂຣກທີ່ຮ້າຍແຮງ ແລະບໍ່ສາມາດປິ່ນປົວໄດ້ ເຊັ່ນໂຣກມະເລັງໃນສມອງ."

ໂຄງການ Brainstorm ຈະທົດສອບຢາໃຫມ່ ພ້ອມທັງການປິ່ນປົວໂຣກມະເລັງໃນສມອງ, ຊຶ່ງເຂົາເຈົ້າຫວັງວ່າ ຈະເລັ່ງຂັ້ນຕອນຈາກການຄົ້ນພົບທາງເລືອກ ຂອງການປິ່ນປົວ ຈົນເຖິງການທົດລອງທາງຄະລີນິກ.

"ນີ້ເປັນຂັ້ນຕອນຈາກການເລີ້ມຕົ້ນ ຈົນຮອດສຸດທ້າຍ. ສະນັ້ນ ມັນຈະເລີ່ມຈາກການຄົ້ນພົບຢາ ໂດຍໃຊ້ວິທີ AI ແລະຫຸ່ນຍົນທີ່ຈັດການກັບຂອງແຫຼວ ເພື່ອກວດສອບຢາ ຈົນເຖິງການທົດສອບໃນຫ້ອງທົດລອງ ຈົນເຖິງຄົນໄຂ້ຂອງເຮົາທີ່ຢູ່ໃນຫ້ອງຜ່າຕັດເອົາ Tumour ຂອງເຂົາເຈົ້າອອກ, ແລະແລ້ວສາມາດຈັດລໍາດັບບາງຢ່າງໄວ ແລະວິໄຈໄດ້ໄວ, ແລ້ວກໍໃຊ້ຂໍ້ມູນນັ້ນ ເພື່ອບອກເຖິງການອອກແບບຢາຂອງພວກເຮົາ."

ຫ້ອງທົດລອງມີກຳໜົດຈະເປີດໃນປີໜ້າ,ຊຶ່ງໃຫ້ຄວາມຫວັງແກ່ຄອບຄົວເຊັ່ນ Pippa.

ລາຍງານໂດຍ  Asha Abdi ແລະ Allan Lee ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service