Watch FIFA World Cup 2026™

LIVE, FREE and EXCLUSIVE starting June 12 2026

ການບໍຣິການຈັດຫາວຽກໃໝ່

A general view of Services Australia department head office in Canberra (AAP Image-Mick Tsikas) .jpg

ຮູບຂອງສຳນັກງານໃຫຍ່ ຂອງ Services Australia ໃນ Canberra. Credit: AAP Image-Mick Tsikas

ພາຍໃຕ້ລະບົບການບໍຣິການຈັດຫາວຽກປະຈຸບັນ, ຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ທີ່ຊອກຫາວຽກ ຕ້ອງໄດ້ພົບກັບຜູ້ໃຫ້ບໍຣິການ ຈັດຫາວຽກເອກກະຊົນ ພາຍໃຕ້ໂຄງການ 2 ພັນລ້ານໂດລາຕໍ່ປີ. ແຕ່ລະບົບຖືກວິຈານຢ່າງຫນັກວ່າ ບໍ່ຍຸດຕິທັມ ແລະເປັນການລົງໂທດ, ພ້ອມດ້ວຍການຮ້ອງຮຽນເປັນປະຈໍາ ກ່ຽວກັບການລະງັບສວັດດີການ ທີ່ບໍ່ເປັນທັມ ແລະຜູ້ໃຫ້ບໍຣິການ ທີ່ຂັບເຄື່ອນດ້ວຍຜົນກຳໄລ. ສຳລັບ ຜູ້ຊ່ຽວຊານ ກ່າວວ່າ ໃນລະບົບໃໝ່ນັ້ນ ການປ່ຽນແປງ ບໍ່ໄດ້ມີຫຍັງຫຼາຍກວ່າ ການປ່ຽນຊື່ເທົ່ານັ້ນ.


Published

Presented by Sak Phoumirath

Source: SBS



Share this with family and friends


ພາຍໃຕ້ລະບົບການບໍຣິການຈັດຫາວຽກປະຈຸບັນ, ຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ທີ່ຊອກຫາວຽກ ຕ້ອງໄດ້ພົບກັບຜູ້ໃຫ້ບໍຣິການ ຈັດຫາວຽກເອກກະຊົນ ພາຍໃຕ້ໂຄງການ 2 ພັນລ້ານໂດລາຕໍ່ປີ. ແຕ່ລະບົບຖືກວິຈານຢ່າງຫນັກວ່າ ບໍ່ຍຸດຕິທັມ ແລະເປັນການລົງໂທດ, ພ້ອມດ້ວຍການຮ້ອງຮຽນເປັນປະຈໍາ ກ່ຽວກັບການລະງັບສວັດດີການ ທີ່ບໍ່ເປັນທັມ ແລະຜູ້ໃຫ້ບໍຣິການ ທີ່ຂັບເຄື່ອນດ້ວຍຜົນກຳໄລ. ສຳລັບ ຜູ້ຊ່ຽວຊານ ກ່າວວ່າ ໃນລະບົບໃໝ່ນັ້ນ ການປ່ຽນແປງ ບໍ່ໄດ້ມີຫຍັງຫຼາຍກວ່າ ການປ່ຽນຊື່ເທົ່ານັ້ນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການບໍຣິການຈັດຫາວຽກໃໝ່.

ຣັດຖະບານ ໄດ້ປະກາດສິ່ງທີ່ມັນອະທິບາຍວ່າ ເປັນການປ່ຽນແປງທີ່ຍິ່ງໃຫຍ່ທີ່ສຸດ ໃນການບໍຣິການຈັດຫາວຽກ ໃນໄລຍະ 30 ກວ່າປີ.

ລະບົບນີ້ ໄດ້ຖືກຈັດຕັ້ງຂຶ້ນ ເພື່ອຊ່ອຍເຫລືອຊາວອອສເຕຣເລັຍ ທີ່ວ່າງງານ ໃຫ້ມີວຽກເຮັດ.

ແຕ່ດ້ວຍການສືບຕໍ່ ຂອງພັນທະຜູກພັນຮ່ວມ (Mutual Obligations) ແລະຜູ້ບໍຣິການຈັດຫາເອກກະຊົນ, ຜູ້ສນັບສນູນກ່າວວ່າ ການປ່ຽນແປງນັ້ນ ບໍ່ມີຫຍັງຫຼາຍໄປກວ່າ ການປ່ຽນຊື່ເທົ່ານັ້ນ.

Sydney Lang ລາຍງານ.

ສໍາລັບ Amanda Rishworth, ຣັດຖະມົນຕີກະຊວງ Workplace, ມັນເປັນການຍົກເຄື່ອງ ດ້ານບໍຣິການຈັດຫາວຽກ ທີ່ຍິ່ງໃຫຍ່ທີ່ສຸດ ຂອງອອສເຕຣເລັຍ ໃນຮອບສາມສິບປີ.

"ໃນລະດັບສ່ວນບຸກຄົນ, ລະບົບມີຈຸດປະສົງດຽວ, ນັ້ນກໍແມ່ນຈະເຮັດໃຫ້ຜູ້ຄົນມີວຽກທີ່ເຫມາະສົມ ແລະມີຄວາມຫມາຍ, ແຕ່ມັນຕ້ອງເຮັດຫລາຍກວ່າ ການຈັບຄູ່ດ້ານວຽກງານ. ລະບົບການບໍຣິການ ຈັດຫາວຽກທີ່ມີປະສິດທິພາບ ຕ້ອງສາມາດໃຫ້ຄວາມຊ່ອຍເຫລືອທີ່ເໝາະສົມ ແກ່ຜູ້ຊອກຫາວຽກ ແລະໃນເວລາທີ່ເຫມາະສົມ."

ພາຍໃຕ້ລະບົບປະຈຸບັນ, ຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ທີ່ຊອກຫາວຽກ ຕ້ອງໄດ້ພົບກັບຜູ້ໃຫ້ບໍຣິການ ຈັດຫາວຽກເອກກະຊົນ ພາຍໃຕ້ໂຄງການ 2 ພັນລ້ານໂດລາຕໍ່ປີ.

ແຕ່ລະບົບຖືກວິຈານຢ່າງຫນັກວ່າ ບໍ່ຍຸດຕິທັມ ແລະເປັນການລົງໂທດ, ພ້ອມດ້ວຍການຮ້ອງຮຽນເປັນປະຈໍາ ກ່ຽວກັບການລະງັບສວັດດີການ ທີ່ບໍ່ເປັນທັມ ແລະຜູ້ໃຫ້ບໍຣິການ ທີ່ຂັບເຄື່ອນດ້ວຍຜົນກຳໄລ.

ລາຍງານຂອງຜູ້ກວດສອບສອງສະບັບຂອງ Commonwealth ພົບວ່າ ການລະງັບການເງິນສວັດດີການ ຂອງຜູ້ຄົນຈຳນວນຫຼາຍ ເພາະບໍ່ປະຕິບັດ ຕາມຂໍ້ກຳນົດ ຂອງການຊອກຫາວຽກ ອາດຜິດກົດຫມາຍ.

ນາງເວົ້າວ່າ ການປ່ຽນແປງທີ່ນາງໄດ້ປະກາດນັ້ນ ເປັນຜົນສະທ້ອນຂອງການຮັບຮູ້ວ່າ ລະບົບໃນປະຈຸບັນ ບໍ່ສົມບູນແບບ.

"ລະບົບ ບໍ່ພ້ອມທີ່ຈະຕອບສນອງຄວາມຕ້ອງການທີ່ແຕກຕ່າງ ຂອງຊາວອອສເຕຣເລັຍ ຫລາຍກວ່າ 1 ລ້ານຄົນ ທີ່ໃຊ້ບໍຣິການນີ້ ໃນແຕ່ລະປີ. ຄວາມກັງວົນເຫລົ່ານີ້ ໄດ້ສະທ້ອນໃນລາຍງານຄັ້ງສຸດທ້າຍ ຂອງຄນະກັມມະການ the House Select Committee on Work Force Australia Employment Services in 2023 ໂດຍໃຊ້ຫລັກຖານ ຈາກການສົ່ງຂໍ້ມູນ ແລະພະຍານຫລາຍຮ້ອຍຄົນ. ລາຍງານນັ້ນພົບວ່າ ວິທີແກ້ດຽວທີ່ເຫມາະສົມ ກັບທຸກປັນຫາຂອງ Work Force Australia ກໍາລັງປ່ອຍໃຫ້ຜູ້ເຂົ້າຮ່ວມ ຈຳນວນຫລາຍເກີນໄປ ບໍ່ໄດ້ຮັບຄວາມຊ່ອຍເຫຼືອທີ່ແທ້ຈິງ ແລະສ້າງຄວາມໄຮ້ປະສິດທິພາບ ໃນລະບົບ."

ພາຍໃຕ້ການປ່ຽນແປງ ຈະມີວິທີທາງໃຫມ່ ສາມລະດັບ, ອີງຕາມຜົນຂອງຜູ້ເຂົ້າຮ່ວມ ທີ່ໄດ້ຮັບການປະເມີນໃຫມ່ ເພື່ອລະບຸອຸບປະສັກ ແລະໄລຍະຫ່າງໄກ ຈາກຕລາດແຮງງານ ຂອງແຕ່ລະຄົນ.

ພາຍໃຕ້ສາຍທີຫນຶ່ງ, ຣັດຖະມົນຕີກ່າວວ່າ ຈະມີການບໍຣິການ ທາງ Digital ສໍາລັບຜູ້ທີ່ມີຄວາມຮູ້ທາງ Digital ແລະພ້ອມທີ່ຈະຊອກຫາວຽກ.

"ເມື່ອປຽບທຽບ ໃສ່ກັບສິ່ງທີ່ມີຢູ່ໃນປະຈຸບັນ, ສາຍການບໍຣິການທີຫນຶ່ງ ຈະມີປະສິດທິພາບຢ່າງແທ້ຈິງ ແລະເປັນວິທີ ທີ່ມີປະສິດທິພາບ ໃນການສນັບສນູນ ຜູ້ເຂົ້າຮ່ວມ ທີ່ຕ້ອງການ ການສນັບສນູນຫນ້ອຍກວ່າ."

ນາງເວົ້າວ່າ ສາຍທີສອງ ຈະມີຈຸດປະສົງ ທີ່ຈະສົ່ງເສີມການພັດທະນາຄວາມຊໍານານ ແລະສ້າງຄວາມຫມັ້ນໃຈ ໃນການກັບຄືນໄປເຮັດວຽກ.

"ການສນັບສນູນ ພາຍໃຕ້ການບໍຣິການສາຍນີ້ ຈະແນໃສ່ ສິ່ງທີ່ເຮົາຮູ້ວ່າໄດ້ຜົນ ເພື່ອໃຫ້ຜູ້ຄົນໄດ້ວຽກ ເຊັ່ນ ການຝຶກຝົນວຽກງານ, ການ ສນັບສນູນພ້ອມທີ່ຈະເຮັດວຽກ ແລະການຝຶກຝົນ ທີ່ກ່ຽວຂ້ອງກັບວຽກງານ ທີ່ຕລາດຕ້ອງການ. ແຕ່ການສນັບສນູນເຫລົ່ານີ້ ຈະຕ້ອງທໍາງານໃຫ້ຜູ້ເຂົ້າຮ່ວມ ໂດຍການເຊື່ອມຕໍ່ຢ່າງຊັດເຈນ ກັບເປົ້າຫມາຍຂອງວຽກງານຂອງເຂົາເຈົ້າ ແລະກັບວຽກງານທີ່ມີຢູ່ ໃນບ່ອນທີ່ເຂົາເຈົ້າອາສັຍຢູ່."

ສາຍທີສາມ ຖືກອອກແບບເພື່ອສົ່ງເສີມຜູ້ຄົນ ທີ່ມີອຸບປະສັກທີ່ຊັບຊ້ອນ.

"ພວກເຮົາຮູ້ວ່າ ຫລາຍຄົນໃນສາຍການບໍຣິການນີ້ ຈະບໍ່ມີເສັ້ນທາງເຂົ້າໄປ ໃນວຽກງານໂດຍກົງ. ສະນັ້ນ, ສາຍການບໍຣິການນີ້ ຈະໃຫ້ເວລາຫລາຍຂຶ້ນ, ມີຄວາມຍືດຍຸ່ນຫຼາຍຂຶ້ນ ແລະການສນັບສນູນຫລາຍຂຶ້ນ ເພື່ອສ້າງຄວາມຫມັ້ນໃຈ ແລະຄວາມສາມາດ."

ການປ່ຽນແປງນັ້ນ ບໍ່ເປັນທີ່ພໍໃຈຂອງຜູ້ທີ່ສນັບສນູນ ການປັບປຸງລະບົບ.

Penny Allman-Payne ໂຄສົກຂອງພັກ Greens ກ່າວວ່າ ການປ່ຽນແປງເຫລົ່ານີ້ ຈະບໍ່ໄດ້ຊ່ອຍຫຍັງໄດ້ເລີຍ ສໍາລັບຜູ້ທີ່ຕົກວຽກ.

"ຖ້າຫາກຣັດຖະບານຈິງຈັງ ກ່ຽວກັບການປະຕິຮູບເຫລົ່ານີ້, ມັນຈະຟັງການກວດສອບຂອງຕົນເອງໃນປີ 2023 ທີ່ບອກເຂົາເຈົ້າວ່າ ເຮົາຕ້ອງນໍາບໍຣິການການຈ້າງງານ ກັບຄືນມາສູ່ມືຂອງສາທາຣະນະ, ເຮົາຕ້ອງມີຫນ່ວຍດູແລອິດສຣະ ແລະເຮົາຕ້ອງຢຸດສູບເງິນ ໄປໃຫ້ຜູ້ບໍຣິການ ທີ່ສແວງຫາຜົນກຳໄລ ທີ່ພຽງແຕ່ຫາເງິນ ຈາກການທໍາຮ້າຍຜູ້ຄົນທີ່ອ່ອນແອ. ຖ້າຫາກຣັດຖະບານນີ້ ບໍ່ຕຽມພ້ອມ ທີ່ຈະນໍາການບໍຣິການວຽກງານ ກັບຄືນມາສູ່ມືຂອງສາທາຣະນະ ແລະຍົກເລີກໂຄງຮ່າງຂອງພັນທະ ທີ່ບີບບັງຄັບແບບລົງໂທດ, ຕາມຄວາມຈິງແລ້ວ, ການປະຕິຮູບເຫລົ່ານີ້ ບໍ່ມີຄ່າເທົ່າກັບເຈັ້ຍທີ່ມັນຂຽນໄວ້."

ອົງປະກອບ ທີ່ຖົກຖຽງກັນຫລາຍທີ່ສຸດ ຂອງລະບົບທີ່ຫາກໍໄດ້ປະກາດ ຄືພັນທະຮ່ວມ (Mutual Obligations) ທີ່ຍັງເປັນສ່ວນໜຶ່ງ ຂອງຂະບວນການນັ້ນ.

ພາຍໃຕ້ໂຄງສ້າງພັນທະຮ່ວມ (Mutual Obligations), ຜູ້ຊອກວຽກ ທີ່ໄດ້ຮັບສວັດດີການ ຕ້ອງເຮັດວຽກບາງຢ່າງໃຫ້ສໍາເຣັດ ເພື່ອຈະໄດ້ຮັບເງິນຊ່ອຍເຫຼືອຕໍ່ໄປ.

ການຄາດຄະເນ ຂອງສະພາສູງ ໃນປີ 2025 ກ່າວວ່າ ຣັດຖະບານຮູ້ວ່າ ລະບົບການປະຕິບັດຕາມເປົ້າຫມາຍອັດຕະໂນມັດ ກໍາລັງກໍ່ໃຫ້ເກີດອັນຕະຣາຍ ແລະຍັງມີຄໍາຖາມ ກ່ຽວກັບຄວາມຖືກຕ້ອງ ຕາມກົດຫມາຍຂອງມັນ. ໃນຂນະທີ່ລາຍງານ ຂອງຜູ້ກວດສອບໃນປີ 2025 ພົບວ່າ ບໍຣິການຫາງານເອກກະຊົນ ໄດ້ເຮັດຄວາມຜິດພາດຄັ້ງໃຫຍ່ ໃນການແນະນໍາ ໃຫ້ຜູ້ຄົນມີສິດໄດ້ຮັບການລົງໂທດທາງການເງິນ ທີ່ຮຸນແຮງ.

Amanda Rishworth ກ່າວວ່າ ຣັດຖະບານໄດ້ຮັບເອົາຄໍາແນະນໍາທັງຫມົດຂອງຜູ້ຜູ້ກວດສອບ ແລະພະຍາຍາມທີ່ຈະຈັດການ ກັບຄວາມເປັນຫ່ວງທາງກົດຫມາຍ ໂດຍການຈ້າງຜູ້ຄົນຫລາຍຂຶ້ນ ເພື່ອເພີ່ມການຄວບຄຸມຂອງມະນຸດ ໃນການຕັດສິນໃຈ ແບບອັດຕະໂນມັດ.

ຣັດຖະມົນຕີກ່າວວ່າ ຣັດຖະບານໄດ້ຕັດສິນໃຈວ່າ ຈຳເປັນຕ້ອງມີຂັ້ນຕອນພັນທະຮ່ວມ (Mutual Obligations) ທີ່ຍືດຍຸ່ນຫລາຍຂຶ້ນ ໃນແຕ່ລະສາຍ.

"ປະເພດຂອງພັນທະຮ່ວມ (Mutual Obligations) ຈະແຕກຕ່າງກັນ ຂຶ້ນກັບວ່າ ໃຜຢູ່ໄກຈາກຕລາດແຮງງານຫຼາຍປານໃດ. ສະນັ້ນ, ຖ້າຫາກທ່ານຢູ່ໃກ້ຕລາດແຮງງານ, ແລ້ວການຍື່ນໃບສມັກວຽກທີ່ທ່ານສົນໃຈ ແລະຢູ່ໃນແຜນເປົ້າຫມາຍຂອງທ່ານ ກໍເປັນກິດຈະກັມທີ່ເຫມາະສົມ. ຖ້າຫາກທ່ານຢູ່ຫ່າງໄກຈາກຕລາດແຮງງານ ແລະບໍ່ມີຄວາມຊໍານານທີ່ພ້ອມຈະເຮັດວຽກ, ກໍບໍ່ມີເຫດຜົນ ທີ່ຜູ້ມີເຂົ້າຮ່ວມ ຈະສົ່ງໃບສມັກຢ່າງບໍ່ຮູ້ຈົບ ກ່ອນເຂົາເຈົ້າຈະມີທັກສະ ສໍາລັບວຽກເຫຼົ່ານັ້ນ."

ແຕ່ອີງຕາມ Jay Coonan ໂຄສົກຂອງສູນກາງ Antipoverty Centre, ຜູ້ທີ່ກ່າວວ່າ ລະບົບນີ້ ຖືກສ້າງຂຶ້ນ ເພື່ອບັງຄັບຜູ້ຄົນໃຫ້ມີວຽກເຮັດ ໃນເສດຖະກິດທີ່ ອອກແບບເພື່ອໃຫ້ມີຄົນຕົກງານ ຢ່າງຫນ້ອຍສີ່ເປີເຊັນ.

ລາວກ່າວວ່າ ຣັດຖະບານຕ້ອງໃຫ້ຄວາມສຳຄັນ ກັບອຸບປະສັກດ້ານໂຄງສ້າງ ແທນທີ່ຈະເອົາໃຈໃສ່ ກັບອຸບປະສັກສ່ວນບຸກຄົນ.

"ສິ່ງທີ່ເຮົາຕ້ອງເຫັນຄື, ການເຮັດໃຫ້ການບໍຣິການເຫລົ່ານີ້ ກັບຄືນມາເປັນໜ້າທີ່ຂອງຣັດຖະບານຄືນ. ແນ່ນອນ, ມັນເຄີຍມີບັນຫາກັບ Commonwealth Employment Service, ແຕ່ທ່ານຮູ້ວ່າ ສິ່ງທີ່ກໍາລັງເກີດຂຶ້ນໃນເວລານີ້ ຄືເຮົາກໍາລັງເຫັນ ເງິນຈໍານວນຫລາຍພັນລ້ານໂດລາ ໄຫຼອອກໄປຕ່າງປະເທດ ຜ່ານກອງເງິນທຶນ ແລະບໍຣິສັດການລົງທຶນ ທີ່ຜູ້ໃຫ້ບໍຣິການເຫລົ່ານີ້ຜູກພັນຢູ່. ສະນັ້ນ, ສິ່ງທີ່ເຮົາກຳລັງເຫັນກໍຄື ເງິນຖືກເອົາອອກໄປຈາກຜູ້ຄົນ ຫລືເງິນທີ່ຄວນໃຊ້ ເພື່ອຊ່ອຍເຫລືອຜູ້ຄົນ ແລະມັນຖືກສົ່ງໄປຫາຜົນປໂຍດ ຂອງບໍຣິສັດເຫລົ່ານີ້. ວິທີທີ່ດີກວ່ານັ້ນ ແມ່ນໃຫ້ຣັດຖະບານ ດໍາເນີນການບໍຣິການເຫລົ່ານີ້, ເພື່ອໃຫ້ແນ່ໃຈວ່າ ການເງິນເຫລົ່ານັ້ນ ຖືກໃຊ້ຢ່າງຖືກຕ້ອງ ແລະເຫມາະສົມ ເພື່ອຊ່ອຍເຫລືອຜູ້ຄົນ ເມື່ອເຂົາເຈົ້າຕ້ອງການ."

Jay Coonan ກ່າວວ່າ ການປ່ຽນແປງນັ້ນ ບໍ່ໄດ້ມີຫຍັງຫຼາຍກວ່າ ການປ່ຽນຊື່ເທົ່ານັ້ນ.

"ເຂົາເຈົ້າ ມີລະບົບສາມຊັ້ນ ພາຍໃຕ້ລະບົບວຽກງານ, ແທນທີ່ຈະເປັນສາຍທີຫນຶ່ງ, ສອງ ແລະສາມ, ເຂົາເຈົ້າມີສາຍ A, B ແລະ C. ສະນັ້ນ, ພວກເຮົາ ຈຶ່ງບໍ່ເຫັນການປ່ຽນແປງພື້ນຖານ ໃນວິທີໃຫ້ບໍຣິການ ສໍາລັບຜູ້ຄົນທີ່ທ່ານຮູ້ວ່າ ຖືກບັງຄັບໃຫ້ເຂົ້າໄປໃນລະບົບ ທີ່ບີບບັງຄັບເຫລົ່ານີ້."

ລາຍງານໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now