Watch FIFA World Cup 2026™

LIVE, FREE and EXCLUSIVE starting June 12 2026

ການຕໍ່ຕ້ານພາສີໃໝ່ຂອງ ອາເມຣິກາ

Treasurer Jim Chalmers at a press conference at Parliament House in Canberra (AAP Image-Mick Tsikas) .jpg

ຣັດຖະມົນຕີການຄັງ Jim Chalmers ໃນການຖແລງຂ່າວກັບສື່ ທີ່ຣັດຖະສະພາກ Credit: (AAP Image-Mick Tsikas)

ສະຫະຣັດອາເມຣິກາ ໄດ້ສເນີການເກັບພາສີໃຫມ່ ຕໍ່ຄູ່ຄ້າ 60 ປະເທດ, ຮວມທັງອອສເຕຣເລັຍ, ໂດຍກ່າວຫາວ່າ ເຂົາເຈົ້າລົ້ມເຫຼວ ໃນການກຳໜົດ ແລະໃຊ້ແຮງງານບັງຄັບ ໃນສາຍໂສ້ສິນຄ້າ ຂອງເຂົາເຈົ້າ. ອອສເຕຣເລັຍກ່າວວ່າ ພາສີເຫລົ່ານີ້ຜິດ, ບໍ່ຍຸດຕິທັມ, ບໍ່ມີເຫດຜົນ, ແລະມັນບໍ່ແມ່ນການກະທໍາຂອງປະເທດ ທີ່ເປັນມິດ. ນາຍົກຣັດຖະທົນຕີ, Anthony Albanese, ກ່າວວ່າ ການເກັບພາສີເທື່ອສຸດທ້າຍ ແມ່ນເກີດຈາກ "ຄວາມຂັດແຍ່ງທາງອຸດົມການ".


Published

By Sydney Lang

Presented by Sak Phoumirath

Source: SBS



Share this with family and friends


ສະຫະຣັດອາເມຣິກາ ໄດ້ສເນີການເກັບພາສີໃຫມ່ ຕໍ່ຄູ່ຄ້າ 60 ປະເທດ, ຮວມທັງອອສເຕຣເລັຍ, ໂດຍກ່າວຫາວ່າ ເຂົາເຈົ້າລົ້ມເຫຼວ ໃນການກຳໜົດ ແລະໃຊ້ແຮງງານບັງຄັບ ໃນສາຍໂສ້ສິນຄ້າ ຂອງເຂົາເຈົ້າ. ອອສເຕຣເລັຍກ່າວວ່າ ພາສີເຫລົ່ານີ້ຜິດ, ບໍ່ຍຸດຕິທັມ, ບໍ່ມີເຫດຜົນ, ແລະມັນບໍ່ແມ່ນການກະທໍາຂອງປະເທດ ທີ່ເປັນມິດ. ນາຍົກຣັດຖະທົນຕີ, Anthony Albanese, ກ່າວວ່າ ການເກັບພາສີເທື່ອສຸດທ້າຍ ແມ່ນເກີດຈາກ "ຄວາມຂັດແຍ່ງທາງອຸດົມການ".


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການຕໍ່ຕ້ານພາສີໃໝ່ຂອງ ອາເມຣິກາ.

ສະຫະຣັດອາເມຣິກາ ໄດ້ສເນີການເກັບພາສີໃຫມ່ ຕໍ່ຄູ່ຄ້າ 60 ປະເທດ, ຮວມທັງອອສເຕຣເລັຍ, ໂດຍກ່າວຫາວ່າ ເຂົາເຈົ້າລົ້ມເຫຼວ ໃນການກຳໜົດ ແລະໃຊ້ແຮງງານບັງຄັບ ໃນສາຍໂສ້ສິນຄ້າ ຂອງເຂົາເຈົ້າ.

ຣັດຖະບານ ອອສເຕຣເລັຍ ໄດ້ປະຕິເສດການກ່າວຫາ ແລະກ່າວວ່າ ການເສັຍພາສີນຳເຂົ້າ 12.5 ເປີເຊັນ ທີ່ສເນີນັ້ນ ຂັດກັບຂໍ້ຕົກລົງ ທາງການຄ້າເສຣີ.

Sydney Lang ລາຍງານ.

ໃນການປະກາດເທື່ອສຸດທ້າຍ ຂອງຣັຖບານ Trump, ມີການສເນີເກັບພາສີ ສູງເຖິງ 12.5 ເປີເຊັນ ສໍາລັບການນຳເຂົ້າຈາກ 60 ຄູ່ຄ້າ, ຮວມທັງອອສເຕຣເລັຍ.

Jamieson Greer ຜູ້ຕາງຫນ້າການຄ້າ ຂອງສະຫະຣັດອາເມຣິກາກ່າວວ່າ ຄູ່ຄ້າເຫຼົ່ານັ້ນ ມີສ່ວນຮ່ວມ ໃນການປະຕິບັດການຄ້າ ທີ່ບໍ່ຍຸຕິທັມ.

ໃນລາຍງານ ທີ່ຖືກພິມໃນຄືນວັນອັງຄານ, Jamieson Greer ກ່າວວ່າ ການກະທໍາ, ນະໂຍບາຍ ແລະແນວທາງປະຕິບັດ ຂອງອອສເຕຣເລັຍ ທີ່ກ່ຽວຂ້ອງ ກັບຄວາມຫຼົ້ມເຫຼວ ໃນການກຳໜົດ ແລະບັງຄັບໃຊ້ ຂໍ້ຫ້າມການນຳເຂົ້າແຮງງານບັງຄັບ ຢ່າງມີປະສິດທິພາບນັ້ນ ບໍ່ສົມເຫດຜົນ ແລະເປັນພາລະ ຫລືຈໍາກັດການຄ້າ ຂອງສະຫະຣັດອາເມຣິກາ.

"ເມື່ອທ່ານຄິດ ກ່ຽວກັບພາສີສຸນລະກາກອນ ທີ່ພວກເຮົາມີ ໃນປີທີ່ຜ່ານມາ, ພາສີເຫລົ່ານີ້ ຖືກນຳມາໃຊ້ ຍ້ອນການຂາດດຸນການຄ້າ ມະຫາສານ, ການຂາດດຸນການຄ້າ ມະຫາສານທີ່ເຮົາມີກັບໂລກ, ແລະບາງຢ່າງກໍຮ້າຍແຮງເປັນພິເສດ ສໍາລັບບາງປະເທດເຊັ່ນ: ປະເທດຈີນ, ສະຫະພາບຢູໂຣບ, ຍີ່ປຸ່ນ, ແລະອື່ນໆ. ພວກເຮົາເຊື່ອວ່າ, ການຂັບເຄື່ອນການຂາດດຸນການຄ້າທັງຫມົດເຫລົ່ານີ້, ໃນບັນດາສິ່ງອື່ນໆ, ເປັນການປະຕິບັດ ທາງການຄ້າທີ່ບໍ່ຍຸຕິທັມ. ຫນຶ່ງໃນນັ້ນ ແມ່ນການອົດທົນ ຕໍ່ການນໍາເຂົ້າ ແລະການສົ່ງອອກສິນຄ້າ ທີ່ເຮັດດ້ວຍແຮງງານບັງຄັບ. ສະນັ້ນ, ນີ້ຄືການກະທໍາ ທີ່ພວກເຮົາໄດ້ສເນີພາສີ ໃນຄືນທີ່ຜ່ານມານີ້."

ປະເທດອື່ນໆ ທີ່ໄດ້ຮັບຜົນກະທົບ ຈາກການຕັດສິນໃຈນັ້ນ ແມ່ນຮວມເຖິງ ພັນທະມິດຂອງສະຫະຣັດອາເມຣິກາ ເຊັ່ນ Canada, Japan,ສະຫະພາບຢູໂຣບ ແລະ Israel.

ສັດຕູຂອງສະຫະຣັດອາເມຣິກາ ເຊັ່ນຣັສເຊັຍ ແລະປະເທດຈີນ ກໍຖືກກະທົບ ຈາກການປະຕິບັດການນັ້ນ ເຊັ່ນກັນ.

ນັກການເມືອງ ອອສເຕຣເລັຍ ຈາກອີກຝັ່ງໜຶ່ງ ໄດ້ປະຕິເສດການຢືນຢັນຂອງ Greer, ໂດຍທີ່ ຣັດຖະມົນຕີການຄັງ Jim Chalmers ເອີ້ນ ການເກັບພາສີໃຫມ່ນັ້ນ ວ່າບໍ່ຍຸດຕິທັມ.

"ພວກເຮົາຢືນຢັນວ່າ ການເກັບພາສີເຫລົ່ານີ້ ບໍ່ສົມເຫດຜົນ, ມັນບໍ່ມີເຫດຜົນ, ແລະມັນບໍ່ສອດຄ່ອງ ກັບຂໍ້ຕົກລົງການຄ້າເສຣີ ຂອງພວກເຮົາ ກັບສະຫະຣັດອາເມຣິກາ, ແລະພວກເຮົາ ໄດ້ກ່າວເຖິງກໍລະນີນັ້ນ ຊ້ໍາ ແລ້ວຊ້ໍາອີກ. ບັດນີ້, ເມື່ອກ່າວເຖິງລາຍລະອຽດຂອງກົດຫມາຍ ກ່ຽວກັບການຄ້າທາດສມັຍໃໝ່, ເຮົາມີກົດຫມາຍ ທີ່ນໍາໜ້າໂລກ ເພື່ອຕໍ່ສູ້ກັບຄວາມຊົ່ວຮ້າຍ ຂອງການເປັນຂ້າທາດສມັຍໃໝ່. ນີ້ຄື ບັນຫາທີ່ຜູ້ຕ່າງຫນ້າການຄ້າ ໄດ້ຍົກຂຶ້ນມາເວົ້າໃໝ່. ສະນັ້ນ, ພວກເຮົາຈະສືບຕໍ່ໃຊ້ທຸກໂອກາດ ເທົ່າທີ່ເຮົາສາມາດເຮັດໄດ້ ເພື່ອປົກປ້ອງຜູ້ສົ່ງອອກ ຂອງອອສເຕຣເລັຍ ແລະຢືນຢັດ ເພື່ອປົກປ້ອງຄົນງານ ແລະທຸຣະກິດ ໃນອຸດສະຫະກັມເຫລົ່ານັ້ນ."

ພາຍໃຕ້ອັດຕາພາສີຊົ່ວຄາວ 10 ເປີເຊັນ ທີ່ຖືກກໍານົດ ໃນເດືອນກຸມພາ ຈະເພີ່ມຂຶ້ນເປັນ 12.5 ເປີເຊັນ ຈາກວັນທີ 24 ເດືອນກໍລະກົດ.

ອີງຕາມ AAP, ການສົ່ງອອກຊີ້ນງົວ ແລະຄໍາຈາກອອສເຕຣເລັຍ ໄປອາເມຣິກາ ຍັງຄົງໄດ້ຮັບການຍົກເວັ້ນພາສີ ຂອງອາເມຣິກາ.

ນາຍົກຣັດຖະທົນຕີ, Anthony Albanese, ກ່າວວ່າ ການເກັບພາສີເທື່ອສຸດທ້າຍ ແມ່ນເກີດຈາກ "ຄວາມຂັດແຍ່ງທາງອຸດົມການ".

ລາວບອກກັບວິທະຍຸ ABC AM ວ່າ ມາດຕະການເຫລົ່ານີ້ ຈະຊຸກຍູ້ລາຄາໃຫ້ສູງຂຶ້ນ ແກ່ຜູ້ບໍຣິໂພກ ໃນສະຫະຣັດອາເມຣິກາເທົ່ານັ້ນ.

"ມີຄວາມຂັດແຍ່ງທາງອຸດົມການ ບ່ອນທີ່ຣັດຖະບານອາເມຣິກາ ໄດ້ທຳລາຍຄວາມເຂົ້າໃຈ ເປັນເວລາຫລາຍສິບປີ ວ່າການເກັບພາສີ ບໍ່ເປັນຜົນດີ ຕໍ່ປະເທດທີ່ກໍານົດມັນ, ວ່າພາສີ ຈະເພີ່ມລາຄາຂອງສິນຄ້າແລະການບໍຣິການ ໃນປະເທດທີ່ນໍາໃຊ້ມັນ ກັບຜູ້ບໍຣິໂພກ, ແລະວ່າ ການຄ້າເສຣີນັ້ນ ເປັນຜົນປໂຍດຂອງເສດຖະກິດໂລກ, ມັນເປັນຜົນ ປໂຍດຂອງອອສເຕຣເລັຍ, ມັນກໍເປັນຜົນປໂຍດ ຂອງສະຫະຣັດອາເມຣິກາເຊັ່ນກັນ."

Angus Taylor ຜູ້ນໍາຝ່າຍຄ້ານ ໄດ້ສັນຍາວ່າ ຈະຕໍ່ສູ້ກັບການຕັດສິນໃຈດັ່ງກ່າວ.

ລາວເວົ້າວ່າ ນີ້ບໍ່ແມ່ນພືດຕິກັມ ຂອງຫມູ່ເພື່ອນທີ່ຈະເຮັດ.

"ເຂົາເຈົ້າຜິດ, ມັນບໍ່ຄວນເປັນພາສີ ແບບນີ້ທີ່ກໍານົດໄວ້ ກັບອອສເຕຣເລັຍ, ແລະອາເມຣິກາ ກໍບໍ່ຄວນເຮັດເຊັ່ນນັ້ນ. ເຂົາເຈົ້າເປັນເພື່ອນທີ່ດີ, ແລະເຂົາເຈົ້າ ບໍ່ຄວນເຮັດກັບຫມູ່ເພື່ອນແບບນັ້ນ. ພວກເຮົາໄດ້ຕໍ່ສູ້ຮ່ວມກັບພວກເຂົາ ໃນທຸກສົງຄາມ, ໃນສົງຄາມໃຫຍ່ທຸກເທື່ອ."

ຜູ້ນໍາພັກ Nationals ແລະໂຄສົກການຄ້າ ຂອງຝ່າຍຄ້ານ, Matt Canavan, ກ່າວວ່າ ລາວຈະທໍາງານ ຮ່ວມກັບຣັດຖະບານ ເພື່ອຕໍ່ສູ້ກັບມາດຕະການເຫລົ່ານີ້.

"ບັດນີ້ ຂ້າພະເຈົ້າໄດ້ອ່ານລາຍງານແລ້ວ ມື້ຄືນນີ້, ແລະບໍ່ມີຫລັກຖານໃດ ໃນລາຍງານນີ້ ທີ່ຢືນຢັນວ່າ ອອສເຕຣເລັຍບໍ່ມີກົດລະບຽບ ແລະມາດຕະຖານທີ່ເຄັ່ງຄັດ ກ່ຽວກັບການບັງຄັບໃຊ້ແຮງງານ. ລາຍງານນີ້ ມີພຽງແຕ່ສອງວັກ ທີ່ກ່ຽວກັບອອສເຕຣເລັຍ, ແລະມັນເປັນການຢືນຢັນ ຫລາຍກວ່າຫລັກຖານ, ດັ່ງທີ່ Angus ກ່າວ, ສິ່ງ, ພາສີເຫລົ່ານີ້ ບໍ່ຍຸດຕິທັມ, ບໍ່ມີເຫດຜົນ, ແລະມັນບໍ່ແມ່ນການກະທໍາຂອງປະເທດ ທີ່ເປັນມິດ. ເຂົາເຈົ້າ ໄດ້ຖືກຍົກຂຶ້ນ ດ້ວຍເຫດຜົນບິດເບືອນ ທີ່ບໍ່ສາມາດພິສູດໄດ້. ສະນັ້ນ, ນັກການເມືອງ ແລະຜູ້ນໍາອອສເຕຣເລັຍທຸກຄົນ ຄວນຕໍ່ສູ້ກັບສິ່ງນີ້. ພວກເຮົາຈະເຮັດສິ່ງນັ້ນ ຢ່າງແນ່ນອນ. ພວກເຮົາ ຈະສນັບສນູນທຸກສິ່ງ ທີ່ຣັດຖະບານຕ້ອງການ ເພື່ອສນັບສນູນການສົ່ງອອກ ຂອງອອສເຕຣເລັຍ ແລະປະເທດຂອງເຮົາ."

ລາຍງານໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now