Watch FIFA World Cup 2026™

LIVE, FREE and EXCLUSIVE starting June 12 2026

ເຫດການແຜ່ນດິນໄຫວໃນ Philippines.

Philippines Earthquake

ອາຄານທີ່ຫັກພັງໃນເມືອງ General Santos, Philippines ໃນວັນຈັນ ວັນທີ 8, ມີຖຸນາ 2026. (AP Photo) Source: AP / Manman Dejeto/AP Photo/undefined

ເກີດເຫດການແຜ່ນດິນໄຫວໃນ Philippines ຂນາດ 7.8 ຊຶ່ງກໍ່ໃຫ້ເກີດ Tsunami ສູງຫນຶ່ງແມັດເມື່ອ ວັນຈັນ 8 ມິຖຸນາ. ລາຍງານກ່າວວ່າມີຜູ້ເສັຍຊີວິດຢ່າງຫນ້ອຍ 35 ຄົນ ແລະ 12 ຄົນສູນຫາຍ. ຄຳເຕືອນ Tsunami ກໍມີຂຶ້ນບໍ່ດົນ ຫລັງຈາກການສັ່ນສະເທືອນເທື່ອທໍາອິດ-ຄຳເຕືອນ ໄດ້ຖືກສົ່ງອອກໄປທົ່ວເຂດປາຊີຟິກ, ຈົນເຖິງປະເທດຍີ່ປຸ່ນ ແລະໄຕ້ຫວັນ.


Published

By Camille Bianchi, Alexandra Jones

Presented by Sak Phoumirath

Source: SBS



Share this with family and friends


ເກີດເຫດການແຜ່ນດິນໄຫວໃນ Philippines ຂນາດ 7.8 ຊຶ່ງກໍ່ໃຫ້ເກີດ Tsunami ສູງຫນຶ່ງແມັດເມື່ອ ວັນຈັນ 8 ມິຖຸນາ. ລາຍງານກ່າວວ່າມີຜູ້ເສັຍຊີວິດຢ່າງຫນ້ອຍ 35 ຄົນ ແລະ 12 ຄົນສູນຫາຍ. ຄຳເຕືອນ Tsunami ກໍມີຂຶ້ນບໍ່ດົນ ຫລັງຈາກການສັ່ນສະເທືອນເທື່ອທໍາອິດ-ຄຳເຕືອນ ໄດ້ຖືກສົ່ງອອກໄປທົ່ວເຂດປາຊີຟິກ, ຈົນເຖິງປະເທດຍີ່ປຸ່ນ ແລະໄຕ້ຫວັນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ເຫດການແຜ່ນດິນໄຫວໃນ Philippines.

ມີຜູ້ເສັຍຊີວິດຢ່າງຫນ້ອຍ 35 ຄົນ ແລະ 12 ຄົນສູນຫາຍ, ຫລັງຈາກແຜ່ນດິນໄຫວ ຢູ່ພາກໃຕ້ຂອງ Philippines ໃນວັນຈັນ 8 ມິຖຸນາ.

ເຈົ້າໜ້າທີ່ກູ້ພັຍ ຍັງຄົ້ນຫາຜູ້ທີ່ລອດຊີວິດ ໃກ້ກັບສູນກາງຂອງແຜ່ນດິນໄຫວ ຂນາດ 7.8, ຊຶ່ງກໍ່ໃຫ້ເກີດ Tsunami ສູງຫນຶ່ງແມັດ.

 ລາຍງານໂດຍ: Camille Bianchi ແລະ Alexandra Jones

ທີມສຸກເສີນ ກໍາລັງຊອກຫາຕາມເສດຫັກພັງ ຂອງອາຄານທີ່ຖືກທໍາລາຍ ຢູ່ເກາະ Mindanao.

ມີຄວາມເປັນຫ່ວງຢ່າງຫລາຍ ສໍາລັບ 12 ຄົນທີ່ສູນຫາຍ, ຜູ້ທີ່ອາດຕົກຢູ່ໃຕ້ເສດຫັກພັງ ຂອງອາຄານທີ່ພັງຖລົ່ມ ໃກ້ຈຸດສູນກາງ ຂອງແຜ່ນດິນໄຫວ.

Deoslinda Deluvio ໄດ້ລໍຖ້າຟັງຂ່າວຂອງລູກຊາຍຂອງນາງ, ຜູ້ທີ່ຕິດຢູ່ໃນຮ້ານຄ້າ ທີ່ພັງທະລາຍ ບ່ອນທີ່ລາວທໍາງານຢູ່.

ຫລັງຈາກຫລາຍຊົ່ວໂມງ, ຄວາມຢ້ານກົວຂອງນາງ ໄດ້ກາຍເປັນຄວາມໝົດຫວັງ.

"ຂ່າວສຸດທ້າຍທີ່ຂ້ອຍໄດ້ຮັບ ຄືທີມຊອກຫາ ຈະມາເຖິງໃນມື້ຕໍ່ມາ ເພື່ອການກູ້ ແຕ່ມັນບໍ່ໄດ້ເປັນການຊ່ວຍເຫຼືອ, ເພາະບໍ່ມີການພົບການເຕົັ້ນຂອງຫົວໃຈອີກ. ເຈົ້າໜ້າທີ່ກູ້ພັຍຄົນຫນຶ່ງ ໄດ້ໄປທີ່ນັ້ນ ແລະບໍ່ມີສຽງເຕັ້ນຂອງຫົວໃຈ. ມັນເປັນການຍາກ ທີ່ຈະຍອມຮັບໃນຖານະທີ່ເປັນແມ່ ທີ່ຮູ້ວ່າລູກຊາຍຂອງຂ້ອຍ ຍັງຕິດຢູ່ທີ່ນັ້ນໃນຕອນນີ້. ຂ້ອຍບໍ່ຮູ້. ມັນຍາກທີ່ຈະຍອມຮັບໄດ້."

ມີປະມານ 7 ແສນຄົນ ທີ່ອາສັຍຢູ່ໃນເຂດ ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ຈາກແຜ່ນດິນໄຫວທີ່ຮ້າຍແຮງ ໃນວັນຈັນ-ໃນເມືອງ General Santos.

ຫລາຍກວ່າ 24 ຊົ່ວໂມງ ຫລັງຈາກການສັ່ນສະເທືອນເທື່ອທໍາອິດ, ບ້ານເຮືອນຍັງບໍ່ມີໄຟຟ້າ ແລະຊາວເມືອງເຊັ່ນ Jayson Manarca ກໍມີຄວາມກັງວົນ.

"ບໍ່ມີນ້ຳ, ບໍ່ມີໄຟຟ້າ. ເມື່ອຂ້າພະເຈົ້າກັບບ້ານ ບໍ່ມີໄຟຟ້າ ແລະນ້ຳ. ພວກເຮົາທຸກຄົນ ໄດ້ຮັບຜົນກະທົບ, ພວກເຮົາບໍ່ມີນ້ຳດື່ມເລີຍ."

ຈໍານວນຜູ້ເສັຍຊີວິດໄດ້ເພີ່ມຂຶ້ນ ເປັນຫລາຍສິບຄົນ (35 ຄົນ ໃນເວລາ12 ໂມງທ່ຽງ ຕາມເວລາອອສເຕຣເລັຍ ຕາເວັນອອກ ຂອງວັນທີ 9 ມີຖຸນາ) ແລະຄົນສ່ວນຫລາຍ ໄດ້ເສັຍຊີວິດເພາະດິນເຈື່ອນ ໃນແຂວງ Sarangani.

ມີຢ່າງຫນ້ອຍ 200 ຄົນທີ່ໄດ້ຮັບບາດເຈັບ.

ປະທານາທິບໍດີ Ferdinand Marcos Junior ໄດ້ສັນຍາວ່າ ຣັດຖະບານແຫ່ງປະເທດຊາດ ກໍາລັງເຄື່ອນໄຫວ ແລະຈະບໍ່ປະຖິ້ມ Mindanao- ສັນຍາວ່າ ຈະໃຫ້ຄວາມຊ່ອຍເຫລືອ ໃນການຮັບມື ກັບເຫດການສຸກເສີນນີ້.

ແຜ່ນດິນໄຫວບໍ່ ໄດ້ເປັນເລື່ອງໃຫມ່ຢູ່ທີ່ນີ້-ແຕ່ຜູ້ຄົນທ້ອງຖິ່ນກ່າວວ່າ ແຜ່ນດິນໄຫວເທື່ອສຸດທ້າຍ ເປັນແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດ ທີ່ເຂົາເຈົ້າເຄີຍປະສົບມາ.

ສຽງນັ້ນ ແມ່ນຈາກຮູບພາບ ຂອງສາຂາຮ້ານອາຫານຍອດນິຍົມ-Jollibee-ຊຶ່ງພັງທະລາຍຢູ່ຕາມຖນົນ ຕໍ່ຫນ້າຜູ້ຊົມທີ່ຢ້ານກົວ ຢູ່ໃນເມືອງ General Santos ໃນວັນຈັນ.

Elizabeth Delgado ຈາກ World Vision Philippines, ກ່າວວ່າ ມີການສັ່ນສະເທືອນຢູ່ທີ່ນັ້ນ, ໃນເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ-ເປັນເວລາຍາວນານ ແລະຮຸນແຮງຫລາຍກວ່າແຜ່ນດິນໄຫວໃຫຍ່ຄັ້ງສຸດທ້າຍ ໃນເດືອນຕຸລາ.

"ຫນ້າຢ້ານກົວຫລາຍ ເພາະເບິ່ງຄືວ່າ ມັນຍັງດໍາເນີນຕໍ່ໄປ ແລະthe Aftershock) ຫລັງຈາກນັ້ນກໍແຮງຫຼາຍຄືກັນ. ເຮົາວິຕົກກັງວົນ ກັບການສັ່ນສະເທືອນຫລັງຈາກແຜ່ນດິນໄຫວ (the Aftershock) ເພາະວ່າ ພວກເຮົາໄດ້ປະສົບກັບສິ່ງນັ້ນ ໃນປີກາຍນີ້. ຂ້າພະເຈົ້າຄິດວ່າ ພວກເຮົາປະສົບກັບການສັ່ນສະເທືອນ ເກືອບ 1,000ເທື່ອ."

ແຮງສັ່ນສະເທືອນເທື່ອທໍາອິດ ໄດ້ເກີດຂຶ້ນໃນເວລາ 7.30 ໂມງຂອງເຊົ້າວັນຈັນ, ເມື່ອເດັກນ້ອຍຢູ່ໂຮງຮຽນປະຖົມສຶກສາແຫ່ງໜຶ່ງ ທີ່ເປັນສູນກາງຂອງແຜ່ນດິນໄຫວ ຢູ່ເກາະ Mindanoa ກໍາລັງໄປໂຮງຮຽນມື້ທໍາອິດ ຫລັງຈາກວັນພັກ.

Ms Delgado ກ່າວວ່າ ເວລາຂອງແຜ່ນດິນໄຫວນັ້ນ ກໍເປັນໂຊກດີຢ່າງໜຶ່ງ ເພາະເດັກນ້ອຍຫລາຍຄົນ ໄດ້ຢູ່ຂ້າງນອກກ່ອນຈະເລີ້ມຮຽນ.

"ພວກເຮົາເປັນຫ່ວງນັກຮຽນຂອງເຮົາ. ເດັກນ້ອຍທີ່ພວກເຮົາເຮັດວຽກນໍາ ເພາະເຂົາເຈົ້າຢູ່ໃນໂຮງຮຽນ ແລະເຂົາເຈົ້າ ໄດ້ຮັບຄວາມເຈັບປວດອີກຄັ້ງຫນຶ່ງ."

ຜົນກະທົບນັ້ນໄດ້ເກີດຂຶ້ນທັນທີ ແລະແຜ່ຂຍາຍໄປທົ່ວ; ອາຄານຕ່າງໆສັ່ນສະເທືອນ ແລະເພພັງລົງ ໃກ້ຈຸດໃຈກາງຂອງແຜ່ນດິນໄຫວ.

ຢູ່ທີ່ນັ້ນ, ອາຄານຕ່າງໆໄດ້ແຕກ ແລະແກວ່ງໄປມາ, ໃນຂນະທີ່ຜູ້ອາສັຍ ແລະພະນັກງານທີ່ຕົກໃຈຢ້ານ.... ກໍຟ້າວແລ່ນລົງໄປຕາມຖນົນ.

ແລະຄວາມເສັຍຫາຍນັ້ນ ໄດ້ຂຍາຍອອກໄປທາງເຫນືອ ຈົນເຖິງເມືອງDavao.

SBS ພາກພາສາຟີລິບປິນ ໄດ້ເວົ້າລົມກັບ Elizabeth Joy Serrano Quijano, ຄູສອນຢູ່ວິທະຍາລັຍ Davao Occidental State College ຊຶ່ງຢູ່ເຮືອນກັບລູກສາວນ້ອຍຂອງນາງ ຕອນແຜ່ນດິນໄຫວເກີດຂຶ້ນ. Ms Quijano ເວົ້າວ່າ ເຖິງແມ່ນວ່າ ເຂດນັ້ນໄດ້ປະເຊີນກັບແຜ່ນດິນໄຫວຫຼາຍເທື່ອ ຕັ້ງແຕ່ປີ 2019, ນາງຕື່ນຕົກໃຈ ແລະຟ້າວໄປປົກປ້ອງລູກຂອງນາງ.

"ມີຄວາມເຈັບປວດ ແລະຄວາມຢ້ານກົວ ເພາະລູກຊາຍສອງຄົນຂອງຂ້ອຍຢູ່ໂຮງຮຽນ. ມັນຍາກທີ່ຈະຄິດຫລາຍເລື້ອງ ໃນເວລາດຽວກັນ.ສະນັ້ນ, ເຮົາຕ້ອງຄິດກ່ຽວກັບຄວາມປອດພັຍຂອງພວກເຮົາຢູ່ທີ່ບ້ານ ແລະລູກໆຂອງພວກເຮົາຢູ່ທີ່ໂຮງຮຽນ. ເມື່ອພວກເຮົາຕັດສິນໃຈອອກຈາກບ້ານ, ມັນກໍເປັນການຕັດສິນໃຈທີ່ຍາກຄືກັນ ເພາະເຮືອນອ້ອມຮອບໄປດ້ວຍຕົ້ນຫມາກພ້າວ ແລະພວກເຮົາຢ້ານວ່າ ມັນຈະຕົກໃສ່ພວກເຮົາ."

ຄຳເຕືອນ Tsunami ກໍມີຂຶ້ນບໍ່ດົນ ຫລັງຈາກການສັ່ນສະເທືອນເທື່ອທໍາອິດ-ຄຳເຕືອນ ໄດ້ຖືກສົ່ງອອກໄປທົ່ວເຂດປາຊີຟິກ, ຈົນເຖິງປະເທດຍີ່ປຸ່ນ ແລະໄຕ້ຫວັນ.

ປະຊາຊົນ ຢູ່ພາກຕາເວັນອອກຂອງອິນໂດນີເຊັຍ ໄດ້ຮັບຄຳເຕືອນໃຫ້ຕຽມພ້ອມ ສໍາລັບຜົນກະທົບຂອງ Tsunami-ເພື່ອນບ້ານຂອງອິນໂດນີເຊັຍ ແລະມາເລເຊັຍ ໄດ້ຮັບການເຕືອນໃຫ້ລະມັດລະວັງຢ່າງສູງ.

Teuku Faisal Fathani ຈາກກົມອຸຕຸຂອງອິນໂດນີເຊັຍ (Indonesia's Meteorology and Geophysics Agency) ອອກຄໍາແນະນໍາດັ່ງນີ້:

"ແນະນໍາໃຫ້ຜູ້ອາສັຍ ຍ້າຍອອກຈາກຝັ່ງທະເລ ໄປຫາບ່ອນທີ່ສູງ ແລະປອດພັຍກວ່າ."

ມີການພົບຄື້ນທະເລນ້ອຍໆ ແລະກະແສນ້ຳແຮງ ໃນເກາະ Sulawesi ຂອງອິນໂດນີເຊັຍ ກ່ອນທີ່ຄຳເຕືອນສ່ວນໃຫຍ່ ໄດ້ຖືກຍົກເລີກ, ຫລາຍຊົ່ວໂມງ ຫລັງຈາກເກີດແຜ່ນດິນໄຫວ.

ປະເທດ Philippines, ຊຶ່ງເປັນຫນຶ່ງໃນຫຼາຍປະເທດ ທີ່ມີພັຍທັມມະຊາດຫລາຍທີ່ສຸດໃນໂລກ, ມັກໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ ແລະພູເຂົາໄຟລະເບີດ ເພາະຕັ້ງຢູ່ເທິງ "Ring of Fire" ໃນເຂດປາຊີຟິກ, ຊຶ່ງເປັນໂຄ້ງຂອງ Seismic Faults ຮອບມະຫາສມຸດ.

ໝູ່ເກາະເຫຼົ່ານີ້ ຍັງຖືກລົມພະຍຸໄຕ້ຝຸ່ນ ແລະລົມພະຍຸໃນເຂດຮ້ອນ ປະມານ 20 ເທື່ອໃນແຕ່ລະປີ.

ລາຍງານໂດຍ Camille Bianchi ແລະ Alexandra Jones ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao        

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now