Watch FIFA World Cup 2026™

LIVE, FREE and EXCLUSIVE starting June 12 2026

ການຕາຍຜູ້ຮັກສາສັນຕິພາບໃນ Lebanon.

Israeli military vehicles drive past a United Nations Interim Force in Lebanon (UNIFIL) base within southern Lebanon, as seen from the Israeli side of the border in the Upper Galilee (EPA-ATEF SAFADI).jpg

ຣົດທະຫານຂອງ Israeli ກຳລັງຂັບຜ່ານ United Nations Interim Force in Lebanon (UNIFIL) ໃນພາກໃຕ້ຂອງ Lebanon, ຖ່າຍຈາກ ຝັ່ງຂອງ Israeli ໃນ Upper Galilee (EPA-ATEF SAFADI) Credit: (EPA-ATEF SAFADI)

Hezbollah ໄດ້ປະຕິເສດຂໍ້ຕົກລົງ ການຢຸດຍິງຄັ້ງໃຫມ່ ລະຫວ່າງອິດສຣາເອລ ແລະ Lebanon. ຜູ້ນໍາຂອງກຸ່ມ ທີ່ສນັບສນູນໂດຍ Iran ກ່າວວ່າ ເງື່ອນໄຂດັ່ງກ່າວ ໄດ້ຖືກຕໍ່ຮອງກັນ ໃນການເຈຣະຈາທີ່ເຂົາເຈົ້າບໍ່ໄດ້ເຂົ້າຮ່ວມ-ແລະມັນກໍເທົ່າກັບ ການຍອມຈຳນົນຂອງ Hezbollah.


Published

By Biwa Kwan

Presented by Sak Phoumirath

Source: SBS


Share this with family and friends


Hezbollah ໄດ້ປະຕິເສດຂໍ້ຕົກລົງ ການຢຸດຍິງຄັ້ງໃຫມ່ ລະຫວ່າງອິດສຣາເອລ ແລະ Lebanon. ຜູ້ນໍາຂອງກຸ່ມ ທີ່ສນັບສນູນໂດຍ Iran ກ່າວວ່າ ເງື່ອນໄຂດັ່ງກ່າວ ໄດ້ຖືກຕໍ່ຮອງກັນ ໃນການເຈຣະຈາທີ່ເຂົາເຈົ້າບໍ່ໄດ້ເຂົ້າຮ່ວມ-ແລະມັນກໍເທົ່າກັບ ການຍອມຈຳນົນຂອງ Hezbollah.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການຕາຍຜູ້ຮັກສາສັນຕິພາບໃນ Lebanon.

Hezbollah ໄດ້ປະຕິເສດຂໍ້ຕົກລົງ ການຢຸດຍິງຄັ້ງໃຫມ່ ລະຫວ່າງອິດສຣາເອລ ແລະ Lebanon.

ຜູ້ນໍາຂອງກຸ່ມ ທີ່ສນັບສນູນໂດຍ Iran ກ່າວວ່າ ເງື່ອນໄຂດັ່ງກ່າວ ໄດ້ຖືກຕໍ່ຮອງກັນ ໃນການເຈຣະຈາທີ່ເຂົາເຈົ້າບໍ່ໄດ້ເຂົ້າຮ່ວມ-ແລະມັນກໍເທົ່າກັບ ການຍອມຈຳນົນ.

Biwa Kwan ລາຍງານ.

Sidon ເປັນເມືອງໃຫຍ່ທີ່ສຸດຂອງ Lebanon ຢູ່ທາງໃຕ້ຂອງ Beirut.

ພາກໃຕ້ Sidon ໄດ້ເປັນເປົ້າຫມາຍ ຂອງການໂຈມຕີ ຂອງອິດສະຣາເອລຫລາຍເທື່ອ-ແລະ Salah Nassab ຊາວເມືອງກ່າວວ່າ ລາວຫວັງວ່າ ຈະມີການຢຸດຍິງທີ່ຍາວນານ.

"ພວກເຮົາ ເມື່ອຍທີ່ໄດ້ຈະຍິນ ກ່ຽວກັບການຕົກລົງ ເລື່ອງການຢຸດຍິງ ແລະແລ້ວ ກໍບໍ່ປະຕິບັດຕາມຂໍ້ຕົກລົງນັ້ນ. ມີແຕ່ເວົ້າ ແຕ່ບໍ່ເຮັດ. ພວກເຮົາ ໄດ້ກັບຄືນໄປບ້ານຫຼາຍເທື່ອແລ້ວ ແລະພວກເຮົາ ກໍຕ້ອງພັດຖິ່ນອີກ. ພວກເຮົາ ເມື່ອຍທີ່ຈະໄດ້ຍິນ ກ່ຽວກັບການຢຸດຍິງ ແລະຕື່ນເຕັ້ນ ທີ່ຈະກັບຄືນບ້ານ. ພວກເຮົາ ອິດເມື່ອຍຫລາຍ. ຂ້າພະເຈົ້າ ຫວັງວ່າ ເລື່ອງນີ້ຈະໄດ້ຮັບການແກ້ໄຂ ແລະພວກເຮົາຫວັງວ່າ ຈະມີການຢຸດຍິງທີ່ແທ້ຈິງ."

ບໍ່ມີຄວາມຊັດເຈນ ວ່າລາວຈະສົມຫວັງຫລືບໍ່.

ນັບແຕ່ການຢຸດຍິງ ໄດ້ເລີ່ມຕົ້ນ ໃນວັນທີ 17 ເດືອນເມສາ, ໄດ້ມີຜູ້ເສັຍຊີວິດເກືອບ 3,500 ຄົນ ໃນການໂຈມຕີຂອງອິດສະຣາເອລ ໃນປະເທດເກືອບທຸກມື້, ແລະບັດນີ້ ອິດສະຣາເອລ ແລະ Lebanon ໄດ້ຕົກລົງ ທີ່ຈະຕໍ່ອາຍຸເງື່ອນໄຂ ຂອງການສງົບເສິກໃໝ່.

ແຕ່ຂໍ້ຕົກລົງນັ້ນ ກໍາລັງມີຄວາມສ່ຽງຕໍ່ ການເປັນໄປບໍ່ໄດ້

Naim Kassem ຜູ້ນໍາຂອງ Hezbollah ກ່າວວ່າ ມັນປະຕິເສດເງື່ອນໄຂຂໍ້ຕົກລົງ ລະຫວ່າງອິດສະຣາເອລ ແລະ Lebanon ໂດຍບໍ່ມີການ ມີສ່ວນຮ່ວມ, ຊຶ່ງເປັນຂໍ້ຕົກລົງ ທີ່ຂຶ້ນຢູ່ກັບການຢຸດຍິງທັງໝົດ ຂອງກຸ່ມທະຫານ.

ໃນຄໍາຖແລງການ, ຜູ້ນໍາກ່າວວ່າ ເງື່ອນໄຂຂອງການຢຸດຍິງ ຈະອະນຸຍາດ ໃຫ້ອິດສະຣາເອລ ບັນລຸເປົ້າຫມາຍຂອງຕົນ ແລະເທົ່າກັບການຍອມຈຳນົນ (ຂອງ Hezbollah).

"ສິ່ງທີ່ພວກເຮົາເປັນຫ່ວງ ຄືການຍຸດຕິການຮຸກຮານ, ການຢຸດຍິງ ແລະການຖອນຕົວ ຂອງອິດສະຣາເອລ. ພວກເຮົາ ບໍ່ໄດ້ສັນຍາກັບກຸ່ມໃດວ່າ ຈະຢຸດການຕໍ່ຕ້ານ ຕາບໃດທີ່ຍັງມີການຍຶດຄອງຢູ່."

ຜູ້ບັງຄັບບັນຊາ ຂອງກອງກຳລັງປ້ອງກັນ ການປະຕິວັດຂອງ Iran (Revolutionary Guards Quds Force)-ຊຶ່ງກໍ່ຕັ້ງ Hezbollah ໃນປີ 1982-ກ່າວວ່າ ຂໍ້ຮຽກຮ້ອງຂັ້ນຕ່ຳທີ່ສຸດ ແມ່ນການຖອນຕົວ ຂອງອິດສະຣາເອລ ໄປຫາຕໍາແຫນ່ງ ທີ່ມັນມີຢູ່ ກ່ອນສົງຄາມຈະເລີ່ມຕົ້ນ.

ແຕ່ອິດສະຣາເອລ ຍັງຄົງໂຈມຕີທາງພາກໃຕ້ຂອງ Lebanon, ແລະ Israel Katz ຣັດຖະມົນຕີ ປ້ອງກັນປະເທດ ອິດສະຣາເອລກ່າວວ່າ ກອງທັບອິດສະຣາເອລ ຈະບໍ່ຖອນອອກຈາກເຂດນັ້ນ ຫລືຢຸດການປະຕິບັດການ ໃນປະເທດ, ຊຶ່ງເຂົາເຈົ້າ ໄດ້ບຸກລຸກ ໃນເດືອນມິນາ ພ້ອມກັບສົງຄາມໃນ Iran.

ໃນຂນະດຽວກັນ, ຈໍານວນຜູ້ເສັຍຊີວິດ ທີ່ຊາຍແດນ Lebanon ກໍຍັງເພີ່ມຂຶ້ນເລື້ອຍໆ.

ອິດສະຣາເອລ ໄດ້ລາຍງານເຖິງການຕາຍເທື່ອທໍາອິດ ນັບຕັ້ງແຕ່ການປະກາດການຢຸດຍິງໃຫມ່ ໃນ Lebanon, ກອງທັບກ່າວວ່າ ທະຫານຄົນຫນຶ່ງຂອງເຂົາເຈົ້າ ເສັຍຊີວິດ ຫລັງຈາກຂີປະນາວຸດ ທີ່ຍິງໂດຍ Hezbollah ຖືກຣົດຖັງ ຢູ່ພາກໃຕ້ຂອງ Lebanon.

ນັ້ນ ເຮັດໃຫ້ທະຫານອິດສະຣາເອລ 28 ຄົນເສັຍຊີວິດ ໃນ Lebanon ນັບຕັ້ງແຕ່ວັນທີ 2 ມິນາ.

ໃນຫລາຍຊົ່ວໂມງ ນັບຕັ້ງແຕ່ມີການປະກາດຢຸດຍິງໃຫມ່ ໃນ Lebanon,ການໂຈມຕີ ຂອງອິດສະຣາເອລ ກໍໄດ້ຂ້າຄົນຢ່າງຫນ້ອຍສີ່ຄົນ ແລະຂອງສະຫະປະຊາຊາດ ຄົນໜຶ່ງ.

Stéphane Dujarric ໂຄສົກເລຂາທິການ ສະຫະປະຊາຊາດ ໄດ້ຢືນຢັນການຕາຍ ຂອງຜູ້ຮັກສາສັນຕິພາບ ຂອງສະຫະປະຊາຊາດນັ້ນ.

"Sergeant Milovan Jovanović ຈາກ 27th Mechanized Battalion ຂອງ Serbia ໄດ້ເສັຍຊີວິດ ໃນເຊົ້າມື້ນີ້ ຈາກອາການບາດເຈັບສາຫັດ ເມື່ອລູກປືນຄົກ ຕົກໃສ່ຕໍາແຫນ່ງຂອງລາວ ໃກ້ເມືອງ Marjayoun ໃນພາກໃຕ້ຂອງ Lebanon. ເລຂາທິການ ປະນາມການຂ້າເພື່ອນຮ່ວມງານຮັກສາສັນຕິພາບຂອງເຮົາ. ເພິ່ນຂໍສະແດງຄວາມເສັຍໃຈຢ່າງເລິກເຊິ່ງ ຕໍ່ຄອບຄົວ, ຫມູ່ເພື່ອນ ແລະເພື່ອນຮ່ວມງານ ຂອງຜູ້ຮັກສາສັນຕິພາບ ທີ່ເສັຍຊີວິດ, ແລະຕໍ່ຣັດຖະບານ ແລະປະຊາຊົນຂອງ Serbia."

Mr Dujarric ຍັງກ່າວອີກວ່າ ອັດຕາການພັດຖິ່ນພາຍໃນ ຂອງ Lebanonໄດ້ເລັ່ງໂຕໄວຂຶ້ນ, ໂດຍປະຊາຊົນ 200,000 ຄົນ ຖືກບັງຄັບໃຫ້ອົບພະຍົບ ຈາກບ້ານເຮືອນຂອງເຂົາເຈົ້າ ຢູ່ນອກເມືອງທາງໃຕ້ຂອງເມືອງ Beirut ພຽງແຫ່ງດຽວ, ຕາມຄໍາສັ່ງໃຫ້ອົບພະຍົບ ຂອງອິດສະຣາເອລ ທີ່ປະກາດໃນວັນຈັນ.

Iran ໄດ້ເຮັດໃຫ້ການຢຸດຍິງໃນ Lebanon ເປັນເງື່ອນໄຂ ສໍາລັບການຕົກລົງສັນຕິພາບ ກັບອາເມຣິກາ, ແລະໄດ້ແນະນໍາ ເມື່ອບໍ່ດົນມານີ້ວ່າ ມັນສາມາດເຂົ້າແຊກແຊງໂດຍກົງ ເພື່ອສນັບສນູນ Hezbollah ຖ້າຫາກອິດສະຣາເອລ ຍັງໂຈມຕີ ຫລືຍົກລະດັບການໂຈມຕີຢູ່ທີ່ນັ້ນ.

ໂດຍທີ່ມີການໂຈມຕີຂ້າມເຂດແດນ ທີ່ອາດເປັນສາເຫດ ຂອງຄວາມຫຼົ້ມເຫຼວ ຂອງການຢຸດຍິງ ທີ່ຫາກໍເຈຣະຈາໃນ Lebanon, ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາກ່າວວ່າ ຄວາມຜັນຜວນໃນຕາເວັນອອກກາງ ໄດ້ເຮັດໃຫ້ຄິດທົບທວນ ກ່ຽວກັບຄໍາອະທິບາຍຂອງລາວ ກ່ຽວກັບການຢຸດຍິງ.

"ມັນເກືອບເປັນແບບນັ້ນ. ມັນເປັນສ່ວນ ທີ່ບໍ່ຄືກັບບ່ອນອື່ນຂອງໂລກ. ຂ້າພະເຈົ້າຈະເວົ້າວ່າ ໃນສ່ວນນັ້ນຂອງໂລກ ການຢຸດຍິງແມ່ນເມື່ອທ່ານຍິງ ພຽງແຕ່ພໍສົມຄວນ."

Mike Lyons ອະດີດນາຍທະຫານ ຂອງອາເມຣິກາ ແລະນັກວິເຄາະ ທາງທະຫານກ່າວວ່າ ຄໍາເວົ້າເຫຼົ່ານັ້ນ ເບິ່ງຄືວ່າ ເປັນສ່ວນຫນຶ່ງຂອງກົນລະຍຸດ ຂອງ Mr Trump ທີ່ຈະປົດປ່ອຍອາເມຣິກາ ຈາກຄວາມຂັດແຍ້ງທີ່ເລິກຊຶ້ງຍິ່ງຂຶ້ນ ໃນ Lebanon ແລະໃນ Iran.

Mr Trump ກ່າວວ່າ ການເຈຣະຈາ ທີ່ຈະຢຸດຕິການສູ້ຮົບ ໃນທັງສອງດ້ານ ຈຳເປັນຕ້ອງແຍກຈາກກັນ, ແຕ່ Iran ຢືນຢັນວ່າ ທັງສອງມີຄວາມເຊື່ອມໂຍງກັນ ແລະອາທິດນີ້ ມັນໄດ້ຂູ່ວ່າ ຈະຢຸດການເຈຣະຈາ ກັບສະຫະຣັດອາເມຣິກາ ກ່ຽວກັບການຂຍາຍເຂດ ການປະຕິບັດການພາກພື້ນດິນ ຂອງອິດສະຣາເອລໃນ Lebanon.

Mr Lyons ບອກກັບ CBS News ວ່າສິ່ງນີ້ເຮັດໃຫ້ Mr Trump ຕົກຢູ່ໃນຕໍາແຫນ່ງທີ່ຫຍຸ້ງຍາກ.

"ລາວ (Donald Trump) ກໍາລັງພະຍາຍາມ ສະແດງຄວາມອົດທົນ ທາງຍຸດທະວິທີໃນເວລານີ້ ຈົນກວ່າລາວຄິດວ່າ ລາວຈະສາມາດຫາທາງອອກໄດ້. ແລະຂ້າພະເຈົ້າຄິດວ່າ Iran ກໍາລັງພະຍາຍາມຍົວະຍົງອາເມຣິກາ ໃຫ້ເພີ່ມການປະຕິບັດການຫຼາຍຂຶ້ນ. ຂ້າພະເຈົ້າຄິດວ່າ ນັ້ນຈະເປັນຫາຍຍະນະ. ຂ້າພະເຈົ້າ ບໍ່ຄິດວ່າ ນັ້ນເປັນການກະທໍາທີ່ດີ ສໍາລັບພວກເຮົາ ໃນເວລານີ້ ທີ່ຈະດໍາເນີນການຂນາດໃຫຍ່ແບບນັ້ນອີກ. ເຫັນໄດ້ຢ່າງຊັດແຈ້ງວ່າ Epic Fury ເປັນໄຊຊະນະທາງທະຫານ, ແຕ່ພວກເຮົາ ຍັງບໍ່ທັນ ໄດ້ປັບຍຸດທະວິທີໃຫ້ສອດຄ່ອງກັນ. ພວກເຮົາ ພຽງແຕ່ມີການປິດລ້ອມໃນຕອນນີ້, ຊຶ່ງເປັນສາເຫດ ທີ່ຂ້າພະເຈົ້າຄິດວ່າ ນັກການເມືອງໄດ້ຕັດສິນໃຈ ເລືອກທີ່ຈະຄັດຄ້ານ ປະທານາທິບໍດີ ທີ່ຈະເຮັດຫຼາຍກວ່ານັ້ນ. ສະນັ້ນ Iran ຈຶ່ງພະຍາຍາມ ນໍາເຂົາເຈົ້າເຂົ້າມາ ແລະຍົກລະດັບ. ຂ້າພະເຈົ້າຄິດວ່າ ປະທານາທິບໍດີ ກໍາລັງພະຍາຍາມສະແດງຄວາມຢັບຢັ້ງ. ແຕ່ລາວຕ້ອງຊອກຫາເສັ້ນທາງກາງຢ່າງໄວ, ໂດຍສະເພາະ ຖ້າຫາກ Iran ຕັດສິນໃຈວ່າ ເຂົາເຈົ້າຈະບໍ່ຮ່ວມມື ໃນການເຈຣະຈາ."

ລາຍງານໂດຍ  Biwa Kwan ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao        

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now