ວາງແຜນອະນາຄົດດ້ານການເງິນຂອງລູກທ່ານ ໃນອອສເຕຣເລັຍ ແນວໃດ?

Australia Explained: Saving Money for Children

Encouraging your child to allocate portions of their pocket money towards saving goals can help build healthy spending habits. Credit: Justin Ma/Getty Images

ການວາງແຜນທາງດ້ານການເງິນສາມາດຮູ້ສຶກເຄັ່ງຕຶງສໍາລັບພໍ່ແມ່ທຸກຄົນ. ເມື່ອເວົ້າເຖິງການທ້ອນເງິນ ເພື່ອອະນາຄົດຂອງລູກ ການຮູ້ທາງເລືອກຂອງເຈົ້າ ຈະຊ່ວຍໃນການຕັດສິນໃຈຢ່າງຮອບຄອບ. ແລະການສອນລູກຂອງທ່ານ ໃຫ້ຮູ້ເຖິງນິສັຍເລື່ອງການເງິນທີ່ດີ ສາມາດເປັນສ່ວນຫນຶ່ງຂອງຂັ້ນຕອນນັ້ນ.


ຈຸດສຳຄັນ
  • ຈຸດສຳຄັນ
  • ຮັບຄໍາແນະນໍາຈາກຜູ້ຊ່ຽວຊານ ກ່ອນຈະເປັນຜູ້ຮັບປະກັນເງິນກູ້ຢືມ ສໍາລັບລູກຂອງທ່ານ
  • ການລ້ຽງດູລູກໆ ທີ່ມີຄວາມຮູ້ເລື່ອງການເງິນ ເປັນການຕຽມເຂົາເຈົ້າໃຫ້ຈັດການເລື່ອງການເງິນ ໄດ້ດີຂຶ້ນເມື່ອເປັນຜູ້ໃຫຍ່.
ພໍ່ແມ່ຫຼາຍຄົນຢາກ ຄ້ຳປະກັນອະນາຄົດທາງດ້ານການເງິນຂອງລູກ.

ເຖິງແມ່ນວ່າໃນຫຼາຍວັດທະນະທັມ ເປັນເລື່ອງທັມມະດາທີ່ເດັກນ້ອຍຈະສນັບສນູນພໍ່ແມ່ເມື່ອເຂົາເຈົ້າເຕີບໃຫຍ່ຂຶ້ນ ແຕ່ໃນອອສເຕຣເລັຍ ພໍ່ແມ່ມັກຈະຕັ້ງໃຈທີ່ຈະໃຫ້ລູກເລີ່ມຕົ້ນທາງດ້ານການເງິນດ້ວຍດີ . ຍົກ ຕົວຢ່າງ, ຊ່ອຍເຂົາເຈົ້າຊື້ຣົດຄັນທໍາອິດ, ຊ່ອຍໃນການສຶກສາ ຫລືເຂົ້າໄປໃນຕລາດທີ່ຢູ່ອາສັຍ.

ການທ້ອນເງິນສໍາລັບການສຶກສາຢູ່ມະຫາວິທະຍາໄລ ບໍ່ໄດ້ເປັນເລື່ອງທັມມະດາໃນອອສເຕຣເລັຍ ເຊັ່ນກັບປະເທດອື່ນໆ, ເພາະໂຄງການຢືມຂອງຣັດຖະບານ (government loan schemes), ຊຶ່ງນັກຮຽນລະດັບສູງແລະວິຊາອາຊີບຫລາຍຄົນເພິ່ງພາ.

ທີ່ຢູ່ອາສັຍ ເປັນເປົ້າຫມາຍການທ້ອນເງິນ ທີ່ປາກົດຫລາຍທີ່ສຸດສໍ າລັບພໍ່ແມ່ໃນປະຈຸບັນ, ອີງຕາມ David Sharpe, ຫົວຫນ້າຂອງສະມາຄົມທີ່ໃຫ້ຄໍາແນະນໍາ ເລື່ອງການເງິນຂອງອອສເຕຣເລັຍ, ທີ່ເປັນໜ່ວຍງານສູງສຸດ ສໍາລັບທີ່ປຶກສາທາງການເງິນ.

"ເມື່ອສິບປີກ່ອນ, ມັນຍັງເປັນງານແຕ່ງງານ ແລະຣົດ, ໃນປະຈຸບັນນີ້ມັນແມ່ນ ການເຂົ້າໄປໃນຕລາດທີ່ຢູ່ອາສັຍ," ລາວກ່າວ.

"ບໍ່ວ່າຈະເປັນເປົ້າຫມາຍອັນຍາວນານ ຖ້າຫາກເຂົາຍັງນ້ອຍ ຫລືໃນສອງສາມປີຕໍ່ໄປ, ພ້ອມດ້ວຍລາຄາຂອງບ້ານເຮືອນ ແລະຄວາມສາມາດໃນການຊື້, ຄວາມສາມາດໃນການຊ່ອຍເຫລືອລູກໆຂອງເຂົາເຈົ້າ ໃຫ້ມີເຮືອນຫລັງຫນຶ່ງ ເປັນສິ່ງທີ່ພໍ່ແມ່ຫລາຍຄົນ ເປັນຫ່ວງ."


ນອກຈາກນັ້ນ ຍັງມີໂຄງການຂອງຣັດຖະບານ ແລະ ຊຸມຊົນ ທີ່ສາມາດຊ່ວຍຄອບຄົວໃຫ້ທ້ອນເງິນສໍາລັບເປົ້າຫມາຍໃນອະນາຄົດ, ຍົກຕົວຢ່າງ, ການທ້ອນເງິນທີ່ເທົ່າ ກັນ ຫຼື ເງິນສນັບສນູນຜ່ານ Centrelink ເພື່ອຊ່ວຍດ້ານການສຶກສາ ຫຼື ຄ່າໃຊ້ຈ່າຍ. ທ່ານສາມາດ ຄົ້ນຫາຂໍ້ມູນເພີ່ມເຕີມ ກ່ຽວກັບສິ່ງເຫລົ່ານີ້ ໃນເວັບໄຊ້ Services Australia ແລະ Moneysmart.

ບໍ່ວ່າເປົ້າຫມາຍການທ້ອນເງິນຂອງທ່ານ ຈະເປັນແນວໃດກໍຕາມ ຄວນພິຈາຣະນາການຫລຸດຫນີ້ຂອງຕົວເອງ ກ່ອນທີ່ຈະພະຍາຍາມທ້ອນເງິນຕ່າງຫາກໃຫ້ລູກ.

"ເພາະຖ້າຫາກທ່ານຫຼຸດຫນີ້ສິນ, ບາງທີທ່ານອາດມີຄວາມສາມາດ ທີ່ຈະດຶງຫນີ້ສິນລົງ ໃນເວລາຕໍ່ມາ ເພື່ອມອບໃຫ້ລູກໆຂອງທ່ານ ແລະສະນັ້ນທ່ານຈຶ່ງທ້ອນເງິນໄວ້ ແທນທີ່ຈະພະຍາຍາມຫາເງິນຢູ່ຂ້າງນອກ," Mr Sharpe ກ່າວ.

ແມ່ນຫຍັງ ຄືວິທີທີ່ດີທີ່ສຸດ ທີ່ຈະຊ່ວຍລູກຂອງທ່ານ ໃຫ້ຊື້ເຮືອນຫລັງທໍາອິດ ຂອງເຂົາເຈົ້າ?

ເມື່ອກ່າວເຖິງການຊື້ເຮືອນ, ພໍ່ແມ່ບາງຄົນ ຈະຊ່ອຍລູກໆຂອງເຂົາເຈົ້າດ້ວຍເງິນມັດຈຳ.

ແຕ່ມີບາງສິ່ງທີ່ຕ້ອງລະວັງ ຖ້າທ່ານໃຫ້ລູກຢືມເງິນ, Shevaune Marchingo ນັກຂຽນເລື່ອງການເງິນສ່ວນຕົວຂອງ Moneysmart ກ່າວ.

"ໃຫ້ຄິດເຖິງການວາງແຜນ ເປັນລາຍລັກອັກສອນ ເພື່ອລະບຸວ່າ ທ່ານໃຫ້ເຂົາເຈົ້າຫຼາຍສໍ່າໃດ ແລະເຂົາເຈົ້າຈະຈ່າຍຄືນແນວໃດ.

"ໃຫ້ຄິດເຖິງການວາງແຜນ ເປັນລາຍລັກອັກສອນ ເພື່ອລະບຸວ່າ ທ່ານໃຫ້ເຂົາເຈົ້າຫຼາຍສໍ່າໃດ ແລະເຂົາເຈົ້າຈະຈ່າຍຄືນແນວໃດ.

Australia Explained: Saving Money for Children
ໃຫ້ກວດເບິ່ງຜົນປໂຍດທາງດ້ານພາສີເມື່ອສັນຍາກັບການລົງທຶນໄລຍະຍາວເຊັ່ນ ພັນທະບັດປະກັນ (Insurance Bonds) ແຫລ່ງ: Moment RF / Traceydee Photography / Getty Images Source: Moment RF / Traceydee Photography/Getty Images
ເປັນການດີທີ່ສຸດທີ່ຈະລະມັດລະວັງ ກ່ອນຕັດສິນໃຈ ຄ້ຳປະກັນການກູ້ຢືມເງິນຊື້ເຮືອນ ໃຫ້ລູກຂອງທ່ານ.

"ມັນສໍາຄັນທີ່ ຈະຫມັ້ນໃຈ ໃນຄວາມສາມາດຂອງລູກຂອງທ່ານ ທີ່ຈະຈ່າຍເງິນກູ້ຢືມ,"

"ຖ້າລູກທ່ານ ບໍ່ສາມາດຈ່າຍເງິນກູ້ຢືມໄດ້ ດ້ວຍເຫດຜົນໃດກໍຕາມ ທ່ານອາດຕ້ອງຈ່າຍຄືນທັງຫມົດແທນ." Ms Marchingo ກ່າວ.

ມີຜລິດຕະພັນທາງດ້ານການເງິນຫຼາຍຢ່າງ ສໍາລັບພໍ່ແມ່ ທີ່ຕັ້ງເປົ້າຫມາຍ ການທ້ອນເງິນສໍາລັບລູກໆຂອງເຂົາເຈົ້າ ເຊັ່ນ ບັນຊີທ້ອນເງິນ (Savings Accounts) ແລະ ເງິນຝາກໄລຍະຍາວ ຫຼື ພັນທະບັດປະກັນ (Insurance Bonds).

ກ່ອນຈະຕັດສິນໃຈເລື່ອງການເງິນ, ໃຫ້ຂໍຄໍາແນະນໍາ ຈາກຜູ້ຊ່ຽວຊານ.

ທ່ານຈະຫາຄໍາແນະນໍາທາງດ້ານການເງິນ ທີ່ໄວ້ໃຈໄດ້ແນວໃດ ໃນອອສເຕຣເລັຍ?

ມັນສໍາຄັນ ທີ່ຈະພົບ ແລະສົມທຽບຜູ້ປຶກສາທາງດ້ານການເງິນ (financial advisers), ກ່ອນຈະໃຊ້ບໍຣິການ.

ທີ່ປຶກສາທາງດ້ານການເງິນຄວນ:
  • ບອກໃຫ້ທ່ານຮູ້ ແລະຊ່ວຍທ່ານໃຫ້ບັນລຸເປົ້າຫມາຍຂອງທ່ານ
  • ໃຫ້ຄໍາແນະນໍາກ່ຽວກັບຄ່າໃຊ້ຈ່າຍ ທີ່ທ່ານຈະຕ້ອງຈ່າຍ ແລະສິ່ງທີ່ທ່ານໄດ້ຮັບເປັນການຕອບແທນ
  • ໃຫ້ຄໍາແນະນໍາ ກ່ຽວກັບວິທີທີ່ເຂົາເຈົ້າຈະຈັດການກັບເງິນຂອງທ່ານແນວໃດ
  • ປຶກສາກັບທ່ານ ໃນການຕັດສິນໃຈ
"ເຂົາເຈົ້າ ຈະສົນທະນາກ່ຽວກັບຄວາມສ່ຽງ ທີ່ທ່ານສະບາຍໃຈປານໃດ, ຊຶ່ງສໍາຄັນຫລາຍ ເມື່ອທ່ານຕັດສິນໃຈວ່າ ຈະເຮັດແນວໃດກັບເງິນຂອງທ່ານ," Ms Marchingo ກ່າວຕື່ມ.

ຖ້າຫາກທ່ານບໍ່ສາມາດ ຈ່າຍຄ່າຄໍາແນະນໍາ ເລື່ອງການເງິນສ່ວນຕົວ, ຜູ້ປຶກສາທາງການເງິນ ຟຣີກໍສາມາດຊ່ອຍທ່ານວາງແຜນໄດ້. ທ່ານສາມາດຊອກຫາມັນໄດ້ ຜ່ານທາງ National Debt Helpline (ໂທ: 1800 007 007).

Australia Explained: Saving Money for Children
ການຝຶກແບບງ່າຍໆ ຖ້າທ່ານຢູ່ຮ້ານຄ້າກັບລູກ ແມ່ນໃຫ້ເຂົາເຈົ້າສົມທຽບລາຄາຂອງສິນຄ້າສອງຢ່າງ ແລະຊ່ວຍທ່ານເລືອກນໍາກັນ. Credit: rudi_suardi/Getty Images

ເປັນຫຍັງ ການສອນເດັກນ້ອຍກ່ຽວກັບເງິນ ຈຶ່ງສໍາຄັນ?

ມີການຄາດຄະເນວ່າ ຫນຶ່ງໃນສາມຂອງຊາວອອສເຕຣເລັຍພົບວ່າ ການຈັດການເລື່ອງການເງິນ ເປັນເລື່ອງເຄັ່ງຕຶງ.

ສໍາລັບບາງຄົນ, ແມ່ນແຕ່ການສົນທະນາເລື່ອງເງິນ ກໍສ້າງຄວາມບໍ່ສະບາຍໃຈ.

Caroline Stewart ເປັນ CEO ຂອງ Ecstra, ທີ່ເປັນພື້ນຖານ ໂຄງການຄວາມຮູ້ ເລື່ອງການເງິນໃນໂຮງຮຽນ ຂອງອອສເຕຣເລັຍ.

ນາງເວົ້າວ່າ ມັນສໍາຄັນສໍາລັບຄອບຄົວ ທີ່ຈະເລີ່ມຕົ້ນການສົນທະນາເລື່ອງເງິນ ໃຫ້ໄວເທົ່າທີ່ຈະເປັນໄປໄດ້.

"ມັນຟັງຄືວ່າເປັນເລື່ອງຕລົກຫນ້ອຍຫນຶ່ງ ທີ່ຈະເວົ້າເຖິງບົດຮຽນເລື່ອງເງິນ ແມ່ນແຕ່ໃນໂຮງຮຽນອະນຸບານ, ແຕ່ເດັກນ້ອຍ ເຂົ້າໃຈແນວຄິດຂອງຄວາມຕ້ອງການ ແລະຄວາມຢາກໄດ້ ແລະສິ່ງທີ່ເຂົາຢາກຊື້ ຕັ້ງແຕ່ຕອນອາຍຸຍັງນ້ອຍ.”

ສິ່ງທີ່ປະຕິບັດປະຈໍາວັນ ເຊັ່ນການໄປຕລາດ ເປັນໂອກາດທີ່ຈະສອນບົດຮຽນ ເລື່ອງການເງິນໃນຊີວິດຈິງ ໃຫ້ລູກຂອງທ່ານ.

"ຖ້າຫາກທ່ານສາມາດປູກຝັງເດັກນ້ອຍ ໃຫ້ມີຄວາມຢາກຮູ້ຢາກເຫັນ ແລະຄວາມຈິງທີ່ວ່າ ການເວົ້າລົມກ່ຽວກັບເງິນ ບໍ່ໄດ້ເປັນເລື່ອງຕ້ອງຫ້າມ, ແລ້ວສິ່ງນັ້ນ ຈະເຮັດໃຫ້ເຂົາມີຄວາມຫມັ້ນໃຈຫລາຍຂຶ້ນ ໃນການຈັດການ ແລະເວົ້າກ່ຽວກັບເງິນ," Ms Stewart ກ່າວ ຕື່ມ.

ທ່ານຍັງສາມາດໃຫ້ເບັ້ຍລ້ຽງຫນ້ອຍຫນຶ່ງ ໃນແຕ່ລະອາທິດ ແລະ ສນັບສນູນເຂົາເຈົ້າ ໃຫ້ເກັບເງິນສ່ວນຫນຶ່ງໄວ້ ສໍາລັບສິ່ງທີ່ເຂົາເຈົ້າຕ້ອງການ. ສິ່ງນີ້ ຊ່ວຍເຂົາເຈົ້າ ໃຫ້ເຂົ້າໃຈຄຸນຄ່າຂອງເງິນ, ທາງເລືອກ, ແລະຄວາມພໍໃຈທີ່ຊັກຊ້າ.

Australia Explained: Saving Money for Children
ການໃຊ້ພາສາ ແລະຕົວຢ່າງທີ່ເຫມາະສົມ ສໍາລັບອາຍຸຂອງລູກ, ເຊັ່ນການທ້ອນເງິນ ສໍາລັບການເດີນທາງ ຫລືງານລ້ຽງວັນເກີດ, ທ່ານສາມາດແນະນໍາ ການຮຽນຮູ້ ເລື່ອງການວາງແຜນການເງິນຕັ້ງແຕ່ອາຍຸຍັງນ້ອຍ, Dr Zeka ກ່າວ. Credit: Maskot/Getty Images/Maskot

ເດັກນ້ອຍ ຄວນຮຽນຮູ້ກ່ຽວກັບການທ້ອນເງິນ ແລະການຈັດງົບປະມານ ຕອນອາຍຸປານໃດ?

ການຮຽນຮູ້ ກ່ຽວກັບການທ້ອນເງິນ ຄວນເປັນສ່ວນຫນຶ່ງ ຂອງຄວາມຮູ້ເລື່ອງການເງິນຂອງລູກ ໃນຕອນຍັງນ້ອຍ, Dr Bomikazi Zeka ກ່າວ, ຜູ້ເປັນຮອງສາດສະດາຈານ ຝ່າຍການເງິນ ແລະການວາງແຜນການເງິນ ທີ່ມະຫາວິທະຍາໄລ Canberra.

"ມັນເປັນສິ່ງດີສເມີ ທີ່ຈະທ້ອນເງິນໄວ້ ສໍາລັບຍາມສຸກເສີນ. ແຕ່ຕອນອາຍຸຍັງນ້ອຍ, ນັ້ນຫມາຍຄວາມວ່າແນວໃດ?

"ການສົນທະນາຈາກມຸມມອງຂອງຄອບຄົວ, ພໍ່ແມ່ ຈະສາມາດເລີ່ມເວົ້າລົມກັບລູກໆ ກ່ຽວກັບຄວາມເປັນຈິງ ຂອງການວາງແຜນການເງິນ, ໃຫ້ເຂົາຮ່ວມ ໃນການສົນທະນາເຫລົ່ານັ້ນ ເພື່ອວ່າເຂົາຈະໄດ້ເຫັນວ່າ ທະນາຄານຂອງພໍ່ແມ່ ບໍ່ໄດ້ເປັນແຫລ່ງເງິນ ທີ່ບໍ່ມີວັນສິ້ນສຸດ"

ໃນທີ່ສຸດ, ການໃຫ້ເດັກນ້ອຍ ມີສ່ວນຮ່ວມໃນການວາງແຜນການເງິນຂອງຄອບຄົວຂອງທ່ານ, ຈະເຮັດໃຫ້ເຂົາ ມີຄວາມຮູ້ເລື່ອງການເງິນ.

ແລະມັນເຮັດໃຫ້ເຂົາເຈົ້າ ສາມາດຄວບຄຸມຊີວິດການເງິນຂອງເຂົາເຈົ້າໄດ້ດີກວ່າ ຕອນເປັນຜູ້ໃຫຍ່, Dr Zeka ກ່າວ.

"ເມື່ອເຮົາສົນທະນາກັນໃນຕອນອາຍຸເຂົາຍັງນ້ອຍ, ເຂົາເຈົ້າ ຈະກາຍເປັນຜູ້ໃຫຍ່ ທີ່ມີຄວາມຫມັ້ນໃຈທາງການເງິນ, ຜູ້ທີ່ສາມາດ ຕັດສິນໃຈຢ່າງຖືກຕ້ອງ ແລະປະເມີນການແລກປ່ຽນ ລະຫວ່າງຄວາມສ່ຽງ ແລະຜົນຕອບແທນ."

ບໍ່ວ່າລາຍໄດ້ ຫລືພູມຫຼັງຂອງທ່ານຈະເປັນແນວໃດກໍຕາມ, ມັນບໍ່ໄວເກີນໄປ, ຫລືຊ້າເກີນໄປ, ທີ່ຈະເລີ່ມຕົ້ນເວົ້າເລື່ອງເງິນ ແລະວາງແຜນສໍາລັບອະນາຄົດ ຮ່ວມກັນເປັນຄອບຄົວ.

ບໍ່ວ່າລາຍໄດ້ ຫລືພູມຫຼັງຂອງທ່ານຈະເປັນແນວໃດກໍຕາມ, ມັນບໍ່ໄວເກີນໄປ, ຫລືຊ້າເກີນໄປ, ທີ່ຈະເລີ່ມຕົ້ນເວົ້າເລື່ອງເງິນ ແລະວາງແຜນສໍາລັບອະນາຄົດ ຮ່ວມກັນເປັນຄອບຄົວ.

ຄຳປະຕິເສດ: ຂໍ້ມູນນີ້ເປັນຂໍ້ມູນທົ່ວໄປ. ໃຫ້ຂໍຄໍາແນະນໍາ ຈາກຜູ້ຊ່ຽວຊານກ່ອນຕັດສິນໃຈເລື່ອງການເງິນ. ແລະຖ້າຫາກ ທ່ານມີຄວາມກົດດັນເລື່ອງການເງິນ, ໃຫ້ໂທຫາ National Debt Helpline ທີ່ 1800 007 007.

ໃຊ້ແຕ່ບໍຣິການຂອງ ຜູ້ປຶກສາທາງການເງິນ ທີ່ມີໃບອະນຸຍາດເທົ່ານັ້ນ.ທ່ານສາມາດຊອກຫາໄດ້ທີ່ Moneysmart’s Financial Advisers Register.

ຊອກຫາຄໍາແນະນໍາເລື່ອງການເງິນໃນພາສາອື່ນໆທີ່ນີ້ (here) . ສໍາລັບ ແຜນວາງ ງົບປະມານ ຟຣີທາງ ອິນ ເຕີ ແນັດ, ໃຫ້ ໄປ ທີ່: Simple Money Manager

ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ australiaexplained@sbs.com.au

ເນື້ອເລື້ອງໂດຍ  Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service